ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 24
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຢເຣມີຢາ

      • ໝາກເດື່ອ​ດີ​ແລະ​ບໍ່​ດີ (1-10)

ເຢເຣມີຢາ 24:1

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເນບູກາດເຣັດຊາ” ເຊິ່ງ​ເປັນ​ການ​ສະກົດ​ອີກ​ແບບ​ໜຶ່ງ

  • *

    ລາວ​ມີ​ຊື່​ອື່ນ​ອີກ​ວ່າ​ເຢໂຮຢາກິນ​ແລະ​ໂກນີຢາ

  • *

    ຫຼື​ອາດ​ແປ​ວ່າ “ຊ່າງ​ກໍ່​ກຳແພງ​ປ້ອງກັນ​ສັດຕູ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 22:24
  • +2ກສ 24:6; 1ຂຄ 3:16
  • +2ກສ 24:15, 16; ຢຣມ 29:1, 2

ເຢເຣມີຢາ 24:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 24:8

ເຢເຣມີຢາ 24:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 1:3; ຢຣມ 12:15; 25:11; 29:10; ອຊກ 36:24
  • +ຢຣມ 1:10; 30:18; 32:41

ເຢເຣມີຢາ 24:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 30:6; ຢຣມ 31:33; ອຊກ 11:19
  • +ຢຣມ 30:22; 32:38; ຊຄຢ 8:8
  • +ຢຣມ 29:13

ເຢເຣມີຢາ 24:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 29:17
  • +2ກສ 25:6, 7; ອຊກ 12:12, 13
  • +ຢຣມ 44:1; 46:13

ເຢເຣມີຢາ 24:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 15:4; 34:17
  • +ຢຣມ 26:4, 6; 29:22
  • +ພບຍ 28:64; ຢຣມ 29:18

ເຢເຣມີຢາ 24:10

ໄຂເງື່ອນ

  • *

    ຫຼື “ພະຍາດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:33; ຢຣມ 9:16
  • +ພບຍ 28:59; ຢຣມ 15:2; ອຊກ 7:15

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຢຣມ. 24:1ຢຣມ 22:24
ຢຣມ. 24:12ກສ 24:6; 1ຂຄ 3:16
ຢຣມ. 24:12ກສ 24:15, 16; ຢຣມ 29:1, 2
ຢຣມ. 24:3ຢຣມ 24:8
ຢຣມ. 24:6ອຊຣ 1:3; ຢຣມ 12:15; 25:11; 29:10; ອຊກ 36:24
ຢຣມ. 24:6ຢຣມ 1:10; 30:18; 32:41
ຢຣມ. 24:7ພບຍ 30:6; ຢຣມ 31:33; ອຊກ 11:19
ຢຣມ. 24:7ຢຣມ 30:22; 32:38; ຊຄຢ 8:8
ຢຣມ. 24:7ຢຣມ 29:13
ຢຣມ. 24:8ຢຣມ 29:17
ຢຣມ. 24:82ກສ 25:6, 7; ອຊກ 12:12, 13
ຢຣມ. 24:8ຢຣມ 44:1; 46:13
ຢຣມ. 24:9ຢຣມ 15:4; 34:17
ຢຣມ. 24:9ຢຣມ 26:4, 6; 29:22
ຢຣມ. 24:9ພບຍ 28:64; ຢຣມ 29:18
ຢຣມ. 24:10ລລວ 26:33; ຢຣມ 9:16
ຢຣມ. 24:10ພບຍ 28:59; ຢຣມ 15:2; ອຊກ 7:15
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
ຄຳພີໄບເບິນສະບັບແປໂລກໃໝ່
ເຢເຣມີຢາ 24:1-10

ເຢເຣມີຢາ

24 ຫຼັງ​ຈາກ​ເນບູກາດເນັດຊາ*​ກະສັດ​ຂອງ​ບາບີໂລນ​ຈັບ​ເຢໂກນີຢາ*+​ລູກ​ຊາຍ​ຂອງ​ເຢໂຮຢາກີມ+​ກະສັດ​ຂອງ​ຢູດາ ລວມ​ທັງ​ພວກ​ເຈົ້າ​ນາຍ​ຂອງ​ຢູດາ ພວກ​ທີ່​ເຮັດ​ວຽກ​ດ້ານ​ສີ​ໄມ້​ລາຍ​ມື ແລະ​ພວກ​ຊ່າງ​ເຫຼັກ*​ໄປ​ເປັນ​ຊະເລີຍ ລາວ​ພາ​ເຂົາ​ເຈົ້າ​ທັງໝົດ​ອອກ​ຈາກ​ເຢຣູຊາເລັມ​ໄປ​ບາບີໂລນ.+ ແລ້ວ​ພະ​ເຢໂຫວາ​ກໍ​ໃຫ້​ຂ້ອຍ​ເຫັນ​ກະຕ່າ​ໃສ່​ໝາກ​ເດື່ອ 2 ກະຕ່າ​ທີ່​ຕັ້ງ​ຢູ່​ໜ້າ​ວິຫານ​ຂອງ​ພະ​ເຢໂຫວາ. 2 ກະຕ່າ​ໜຶ່ງ​ມີ​ໝາກ​ເດື່ອ​ທີ່​ດີ​ຫຼາຍ​ຄື​ກັບ​ໝາກ​ເດື່ອ​ຊຸດ​ທຳອິດ​ທີ່​ເກັບ​ກ່ຽວ​ຕອນ​ຕົ້ນ​ປີ ແຕ່​ອີກ​ກະຕ່າ​ໜຶ່ງ​ມີ​ໝາກ​ເດື່ອ​ທີ່​ບໍ່​ດີ​ຈົນ​ກິນ​ບໍ່​ໄດ້​ເລີຍ.

3 ພະ​ເຢໂຫວາ​ຖາມ​ຂ້ອຍ​ວ່າ: “ເຢເຣມີຢາ ເຈົ້າ​ເຫັນ​ຫຍັງ?” ຂ້ອຍ​ຕອບ​ວ່າ: “ລູກ​ເຫັນ​ໝາກ​ເດື່ອ. ໝາກ​ເດື່ອ​ທີ່​ດີ​ກໍ​ດີ​ຫຼາຍ ແຕ່​ໝາກ​ເດື່ອ​ທີ່​ບໍ່​ດີ​ກໍ​ບໍ່​ດີ​ຈົນ​ກິນ​ບໍ່​ໄດ້​ເລີຍ.”+

4 ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 5 “ເຮົາ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ແນວ​ນີ້ ‘ຄື​ກັບ​ໝາກ​ເດື່ອ​ທີ່​ດີ​ເຫຼົ່າ​ນີ້ ເຮົາ​ຈະ​ເຮັດ​ດີ​ກັບ​ພວກ​ຢູດາ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ເຊິ່ງ​ເຮົາ​ເຮັດ​ໃຫ້​ເຂົາ​ເຈົ້າ​ອອກ​ຈາກ​ບ່ອນ​ນີ້​ໄປ​ແຜ່ນດິນ​ຂອງ​ພວກ​ການເດອາ. 6 ເຮົາ​ຈະ​ເບິ່ງແຍງ​ເຂົາ​ເຈົ້າ ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ສິ່ງ​ດີ​ໆ​ ແລະ​ເຮົາ​ຈະ​ໃຫ້​ເຂົາ​ເຈົ້າ​ໄດ້​ກັບ​ມາ​ແຜ່ນດິນ​ນີ້.+ ເຮົາ​ຈະ​ສ້າງ​ເຂົາ​ເຈົ້າ​ແລະ​ຈະ​ບໍ່​ຮື້​ຖິ້ມ. ເຮົາ​ຈະ​ປູກ​ເຂົາ​ເຈົ້າ​ແລະ​ຈະ​ບໍ່​ຫຼົກ​ຖິ້ມ.+ 7 ເຮົາ​ຈະ​ໃຫ້​ເຂົາ​ເຈົ້າ​ມີ​ໃຈ​ຢາກ​ຮູ້​ຈັກ​ເຮົາ​ແລະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.+ ເຂົາ​ເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ​ແລະ​ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ເຂົາ​ເຈົ້າ.+ ເຂົາ​ເຈົ້າ​ຈະ​ກັບ​ມາ​ຫາ​ເຮົາ​ສຸດ​ຫົວໃຈ.+

8 ພະ​ເຢໂຫວາ​ເວົ້າ​ວ່າ “ຄື​ກັບ​ໝາກ​ເດື່ອ​ທີ່​ບໍ່​ດີ​ຈົນ​ກິນ​ບໍ່​ໄດ້​ນັ້ນ+ ເຮົາ​ຈະ​ບໍ່​ເຮັດ​ດີ​ກັບ​ເຊເດກີຢາ+​ກະສັດ​ຂອງ​ຢູດາ ຄົນ​ເມືອງ​ເຢຣູຊາເລັມ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ແຜ່ນດິນ​ນີ້ ແລະ​ຄົນ​ທີ່​ອາໄສ​ຢູ່​ແຜ່ນດິນ​ເອຢິບ.+ 9 ເຮົາ​ຈະ​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ຢ້ານ​ຫຼາຍ​ເມື່ອ​ເຫັນ​ຄວາມ​ຈິບຫາຍ​ທີ່​ເຮົາ​ຈະ​ເຮັດ​ໃຫ້​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ.+ ຜູ້​ຄົນ​ຈະ​ດູຖູກ​ເຂົາ​ເຈົ້າ ຈະ​ໃຊ້​ເຂົາ​ເຈົ້າ​ເປັນ​ຕົວຢ່າງ​ຂອງ​ຄົນ​ທີ່​ເຈິ​ຄວາມ​ຈິບຫາຍ ຈະ​ເຍາະເຍີ້ຍ​ເຂົາ​ເຈົ້າ ແລະ​ຈະ​ສາບແຊ່ງ+​ເຂົາ​ເຈົ້າ​ຢູ່​ທຸກ​ບ່ອນ​ທີ່​ເຮົາ​ເຮັດ​ໃຫ້​ເຂົາ​ເຈົ້າ​ກະຈັດ​ກະຈາຍ​ໄປ.+ 10 ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຕາຍ​ດ້ວຍ​ດາບ+ ດ້ວຍ​ຄວາມ​ອຶດຢາກ ແລະ​ດ້ວຍ​ໂລກ​ລະບາດ*+​ຈົນ​ກວ່າ​ຈະ​ບໍ່​ມີ​ເຂົາ​ເຈົ້າ​ເຫຼືອ​ຈັກ​ຄົນ​ໃນ​ແຜ່ນດິນ​ນີ້​ທີ່​ເຮົາ​ເອົາ​ໃຫ້​ເຂົາ​ເຈົ້າ​ແລະ​ປູ່​ຍ່າ​ຕາ​ນາຍ​ຂອງ​ເຂົາ​ເຈົ້າ.”’”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌