ເອເຊກຽນ
25 ພະເຢໂຫວາເວົ້າກັບຂ້ອຍອີກວ່າ: 2 “ລູກມະນຸດເອີ້ຍ ໃຫ້ເຈົ້າປິ່ນໜ້າໄປທາງພວກອຳໂມນ+ແລ້ວພະຍາກອນກ່ຽວກັບເຂົາເຈົ້າ.+ 3 ເຈົ້າຕ້ອງເວົ້າກັບພວກອຳໂມນວ່າ ‘ໃຫ້ຟັງຄຳເວົ້າຂອງພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດ. ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ “ພວກເຈົ້າເຍາະເຍີ້ຍວິຫານຂອງເຮົາຕອນທີ່ວິຫານຖືກເຮັດໃຫ້ບໍ່ສະອາດ. ພວກເຈົ້າເຍາະເຍີ້ຍແຜ່ນດິນອິດສະຣາເອນຕອນທີ່ມັນຮ້າງເປົ່າ ແລະເຍາະເຍີ້ຍພວກຢູດາຕອນທີ່ຖືກຈັບໄປເປັນຊະເລີຍ. 4 ຍ້ອນແນວນີ້ ເຮົາຈະໃຫ້ຄົນທີ່ຢູ່ທາງທິດຕາເວັນອອກປົກຄອງພວກເຈົ້າ. ເຂົາເຈົ້າຈະຕັ້ງຄ້າຍແລະຕັ້ງເຕັ້ນຢູ່ນຳພວກເຈົ້າ. ເຂົາເຈົ້າຈະກິນຜົນລະປູກໃນແຜ່ນດິນຂອງພວກເຈົ້າແລະກິນນົມຈາກຝູງສັດຂອງພວກເຈົ້າ. 5 ເຮົາຈະເຮັດໃຫ້ເມືອງຣັບບາ+ເປັນທົ່ງຫຍ້າສຳລັບຝູງອູດ ແລະເຮັດໃຫ້ແຜ່ນດິນຂອງພວກອຳໂມນເປັນບ່ອນຢູ່ຂອງຝູງແກະ ແລ້ວພວກເຈົ້າຈະຮູ້ວ່າເຮົາແມ່ນເຢໂຫວາ.”’”
6 “ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ພວກເຈົ້າຕົບມື*+ ທືບຕີນ ແລະເຍາະເຍີ້ຍແຜ່ນດິນອິດສະຣາເອນດ້ວຍຄວາມດີໃຈ.+ 7 ຍ້ອນແນວນີ້ ເຮົາຈະລົງໂທດພວກເຈົ້າແລະໃຫ້ຊາດຕ່າງໆມາປຸ້ນພວກເຈົ້າ. ເຮົາຈະຂ້າແລະທຳລາຍພວກເຈົ້າໃຫ້ໝົດໄປຈາກແຜ່ນດິນ+ ແລ້ວພວກເຈົ້າຈະຮູ້ວ່າເຮົາແມ່ນເຢໂຫວາ.’
8 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ໂມອາບ+ກັບເສອີ+ໄດ້ເວົ້າວ່າ “ພວກຢູດາກໍຄືກັບຊາດອື່ນໆຫັ້ນແຫຼະ.” 9 ຍ້ອນແນວນີ້ ເຮົາຈະເຮັດໃຫ້ເມືອງທີ່ງາມໆຂອງໂມອາບທີ່ຢູ່ຕາມຊາຍແດນຕັ້ງແຕ່ເບັດເຢຊີໂມດ ຮອດບາອານເມໂອນ ແລະຈົນຮອດກີຣິອາດທາຢິມ+ຖືກທຳລາຍ. 10 ເຮົາຈະໃຫ້ພວກທີ່ຢູ່ທາງທິດຕາເວັນອອກປົກຄອງພວກອຳໂມນ.+ ຊາດຕ່າງໆຈະບໍ່ຈື່ພວກອຳໂມນອີກຕໍ່ໄປ.+ 11 ເຮົາຈະລົງໂທດໂມອາບ+ ແລ້ວເຂົາເຈົ້າຈະຮູ້ວ່າເຮົາແມ່ນເຢໂຫວາ.’
12 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ເອໂດມໄດ້ແກ້ແຄ້ນພວກຢູດາ ເຂົາເຈົ້າຈຶ່ງມີຄວາມຜິດຫຼາຍທີ່ເຮັດແບບນັ້ນ.+ 13 ຍ້ອນແນວນີ້ ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດຈຶ່ງເວົ້າວ່າ “ເຮົາຈະລົງໂທດເອໂດມ ແລະຂ້າທັງຄົນແລະສັດ. ເຮົາຈະເຮັດໃຫ້ເອໂດມຮ້າງເປົ່າ.+ ພວກເອໂດມທີ່ຢູ່ຕັ້ງແຕ່ເຕມານຈົນຮອດເດດານຈະຖືກຂ້າດ້ວຍດາບ.+ 14 ‘ເຮົາຈະໃຫ້ພວກອິດສະຣາເອນປະຊາຊົນຂອງເຮົາແກ້ແຄ້ນພວກເອໂດມ.+ ເຂົາເຈົ້າຈະເຮັດໃຫ້ພວກເອໂດມຮູ້ວ່າເຮົາໃຈຮ້າຍຫຼາຍສ່ຳໃດ. ເຮົາຈະແກ້ແຄ້ນພວກເອໂດມ.’+ ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າແບບນີ້.”’
15 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ພວກຟີລິດສະຕີນເຮັດບໍ່ດີໃຫ້ພວກອິດສະຣາເອນບໍ່ຢຸດບໍ່ເຊົາ. ເຂົາເຈົ້າຊອກຫາວິທີແກ້ແຄ້ນແລະທຳລາຍພວກອິດສະຣາເອນ.+ 16 ຍ້ອນແນວນີ້ ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດຈຶ່ງເວົ້າວ່າ “ເຮົາຈະລົງໂທດພວກຟີລິດສະຕີນ.+ ເຮົາຈະກຳຈັດພວກເກເຣັດ+ແລະຈະທຳລາຍພວກທີ່ເຫຼືອຢູ່ຕາມແຄມທະເລ.+ 17 ເຮົາຈະແກ້ແຄ້ນເຂົາເຈົ້າຄັ້ງໃຫຍ່ໂດຍການລົງໂທດແຮງໆ. ເມື່ອເຮົາແກ້ແຄ້ນເຂົາເຈົ້າ ເຂົາເຈົ້າກໍຈະຮູ້ວ່າເຮົາແມ່ນເຢໂຫວາ.”’”