ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 4
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ສະແດງ​ພາບ​ການ​ລ້ອມ​ເມືອງ​ເຢຣູຊາເລັມ (1-​17)

        • ແບກ​ຄວາມ​ຜິດ 390 ມື້​ກັບ 40 ມື້ (4-​7)

ເອເຊກຽນ 4:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 24:11; 25:1; ຢຣມ 39:1
  • +ຢຣມ 6:6; 32:24
  • +ອຊກ 21:22

ເອເຊກຽນ 4:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 12:6; 24:24

ເອເຊກຽນ 4:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 17:21

ເອເຊກຽນ 4:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:34; 1ກສ 12:19, 20

ເອເຊກຽນ 4:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 23:27

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 32

ເອເຊກຽນ 4:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 52:4

ເອເຊກຽນ 4:9

ໄຂເງື່ອນ

  • *

    ເຂົ້າ​ຊະນິດ​ໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້

  • *

    ຕົ້ນ​ພືດ​ຊະນິດ​ໜຶ່ງ​ທີ່​ມີ​ເມັດ​ນ້ອຍ​ໆ​ເຊິ່ງ​ໃຊ້​ເຮັດ​ເຂົ້າຈີ່​ໄດ້

  • *

    ເຂົ້າ​ຊະນິດ​ໜຶ່ງ​ທີ່​ປູກ​ໃນ​ເອຢິບ​ສະໄໝ​ບູຮານ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 4:5

ເອເຊກຽນ 4:10

ໄຂເງື່ອນ

  • *

    230 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

ເອເຊກຽນ 4:11

ໄຂເງື່ອນ

  • *

    0,6 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

ເອເຊກຽນ 4:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຊອ 9:3

ເອເຊກຽນ 4:14

ໄຂເງື່ອນ

  • *

    ຫຼື “ຊີ້ນ​ເນົ່າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 22:31; ລລວ 7:24; 11:40
  • +ພບຍ 14:3; ອຊຢ 65:4; 66:17

ເອເຊກຽນ 4:16

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຫັກ​ທ່ອນ​ໄມ້.” ອາດ​ໝາຍເຖິງ​ທ່ອນ​ໄມ້​ທີ່​ເອົາ​ໄວ້​ສອດ​ເຂົ້າຈີ່​ເພື່ອ​ຫ້ອຍ​ມ້ຽນ​ໄວ້.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:26; ອຊຢ 3:1; ອຊກ 5:16
  • +2ກສ 25:3; ຢຣມ 37:21; ສສ 1:11; 4:9; 5:9, 10; ອຊກ 12:18

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 4:22ກສ 24:11; 25:1; ຢຣມ 39:1
ອຊກ. 4:2ຢຣມ 6:6; 32:24
ອຊກ. 4:2ອຊກ 21:22
ອຊກ. 4:3ອຊກ 12:6; 24:24
ອຊກ. 4:42ກສ 17:21
ອຊກ. 4:5ຈຊບ 14:34; 1ກສ 12:19, 20
ອຊກ. 4:62ກສ 23:27
ອຊກ. 4:7ຢຣມ 52:4
ອຊກ. 4:9ອຊກ 4:5
ອຊກ. 4:13ຮຊອ 9:3
ອຊກ. 4:14ອພຍ 22:31; ລລວ 7:24; 11:40
ອຊກ. 4:14ພບຍ 14:3; ອຊຢ 65:4; 66:17
ອຊກ. 4:16ລລວ 26:26; ອຊຢ 3:1; ອຊກ 5:16
ອຊກ. 4:162ກສ 25:3; ຢຣມ 37:21; ສສ 1:11; 4:9; 5:9, 10; ອຊກ 12:18
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 4:1-17

ເອເຊກຽນ

4 “ລູກ​ມະນຸດ ໃຫ້​ເອົາ​ດິນຈີ່​ກ້ອນ​ໜຶ່ງ​ມາ​ວາງ​ໄວ້​ຢູ່​ຕໍ່​ໜ້າ​ເຈົ້າ ແລ້ວ​ໃຫ້​ເຈົ້າ​ແກະ​ສະຫຼັກ​ຮູບ​ເມືອງ​ເຢຣູຊາເລັມ​ໃສ່​ດິນຈີ່​ກ້ອນ​ນັ້ນ. 2 ໃຫ້​ເຮັດ​ກຳແພງ​ລ້ອມ​ເມືອງ​ນັ້ນ+​ແລະ​ເຮັດ​ໂນນ​ຈຸ​ກຳແພງ.+ ໃຫ້​ຕັ້ງ​ຄ້າຍ​ອ້ອມ​ແລະ​ເອົາ​ເຄື່ອງ​ຈັກ​ທີ່​ທຳລາຍ​ກຳແພງ​ມາ​ອ້ອມ​ໄວ້.+ 3 ໃຫ້​ເອົາ​ໝໍ້​ຂາງ​ມາ​ວາງ​ເປັນ​ກຳແພງ​ເຫຼັກ​ເພື່ອ​ຂັ້ນ​ລະຫວ່າງ​ເຈົ້າ​ກັບ​ເມືອງ ແລ້ວ​ໃຫ້​ເຈົ້າ​ແນມ​ເບິ່ງ​ເມືອງ​ນັ້ນ​ເພື່ອ​ໃຫ້​ຮູ້​ວ່າ​ເມືອງ​ນັ້ນ​ຈະ​ຖືກ​ລ້ອມ. ນີ້​ແມ່ນ​ສັນຍານ​ເຕືອນ​ຊາດ​ອິດສະຣາເອນ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ເຂົາເຈົ້າ.+

4 ຈາກ​ນັ້ນ ໃຫ້​ເຈົ້າ​ນອນແຄງ​ເບື້ອງ​ຊ້າຍ​ເພື່ອ​ແບກ​ຄວາມ​ຜິດ​ຂອງ​ຊາດ​ອິດສະຣາເອນ​ໄວ້.+ ເຈົ້າ​ຈະ​ແບກ​ຄວາມ​ຜິດ​ຂອງ​ເຂົາເຈົ້າ​ຕາມ​ຈຳນວນ​ມື້​ທີ່​ເຈົ້າ​ນອນແຄງ​ເບື້ອງ​ນັ້ນ. 5 ເຮົາ​ຈະ​ໃຫ້​ເຈົ້າ​ນອນແຄງ​ແບບ​ນັ້ນ 390 ມື້ ເຊິ່ງ​ເທົ່າ​ກັບ​ຈຳນວນ​ປີ​ທີ່​ເຂົາເຈົ້າ​ເຮັດ​ຜິດ.+ ເຈົ້າ​ຈະ​ແບກ​ຄວາມ​ຜິດ​ຂອງ​ຊາດ​ອິດສະຣາເອນ​ໄວ້​ແບບ​ນີ້​ແຫຼະ. 6 ເຈົ້າ​ຕ້ອງ​ນອນ​ແບບ​ນັ້ນ​ໃຫ້​ຄົບ​ຈຳນວນ​ມື້.

ຈາກ​ນັ້ນ ໃຫ້​ເຈົ້າ​ເຮັດ​ຄື​ກັນ​ອີກ ແຕ່​ເທື່ອ​ນີ້​ໃຫ້​ເຈົ້າ​ນອນແຄງ​ເບື້ອງ​ຂວາ 40 ມື້​ເພື່ອ​ແບກ​ຄວາມ​ຜິດ​ຂອງ​ພວກ​ຢູດາ.+ ເຮົາ​ຈະ​ໃຫ້​ເຈົ້າ​ນອນແຄງ​ແບບ​ນັ້ນ 1 ມື້​ສຳລັບ 1 ປີ. 7 ເຈົ້າ​ຈະ​ແນມ​ເບິ່ງ​ເມືອງ​ເຢຣູຊາເລັມ​ທີ່​ຖືກ​ລ້ອມ.+ ເຈົ້າ​ຈະ​ລັ້ນ​ແຂນ​ເສື້ອ​ຂຶ້ນ​ແລະ​ພະຍາກອນ​ກ່ຽວ​ກັບ​ເມືອງ​ນັ້ນ.

8 ເຮົາ​ຈະ​ເອົາ​ເຊືອກ​ມັດ​ເຈົ້າ​ໄວ້​ເພື່ອ​ບໍ່​ໃຫ້​ເຈົ້າ​ພິກ​ໂຕ​ໄປ​ອີກ​ເບື້ອງ​ໜຶ່ງ ຈົນ​ກວ່າ​ເຈົ້າ​ຈະ​ນອນແຄງ​ຄົບ​ຈຳນວນ​ມື້​ທີ່​ລ້ອມ​ເມືອງ.

9 ໃຫ້​ເຈົ້າ​ເອົາ​ເຂົ້າວີດ* ເຂົ້າບາເລ ໝາກ​ຖົ່ວ​ປາກ​ອ້າ ໝາກ​ຖົ່ວ​ເລັນທິວ ເຂົ້າຝ້າງ* ແລະ​ເຂົ້າ​ສະເປວ*​ໃສ່​ລວມ​ກັນ​ໃນ​ຖັງ​ໜ່ວຍ​ໜຶ່ງ​ເພື່ອ​ເຮັດ​ເຂົ້າຈີ່. ໃນ​ໄລຍະ​ທີ່​ນອນແຄງ​ເບື້ອງ​ຊ້າຍ 390 ມື້ ເຈົ້າ​ຈະ​ຕ້ອງ​ເຮັດ​ເຂົ້າຈີ່​ກິນ.+ 10 ໃນ​ແຕ່​ລະ​ມື້ ໃຫ້​ເຈົ້າ​ຊັ່ງ​ເອົາ 20 ເຊເກນ*​ເພື່ອ​ເຮັດ​ເຂົ້າຈີ່​ກິນ ແລະ​ກິນ​ຕາມ​ເວລາ​ທີ່​ກຳນົດ​ໄວ້.

11 ໃນ​ແຕ່​ລະ​ມື້ ເຈົ້າ​ຕ້ອງ​ກິນ​ນ້ຳ 1 ສ່ວນ 6 ຮິນ*​ຕາມ​ເວລາ​ທີ່​ກຳນົດ​ໄວ້.

12 ເຈົ້າ​ຈະ​ກິນ​ເຂົ້າຈີ່​ນີ້​ຄື​ກັບ​ກິນ​ເຂົ້າຈີ່​ກ້ອນ​ມົນ​ໆ​ທີ່​ເຮັດ​ຈາກ​ເຂົ້າບາເລ. ໃຫ້​ເຈົ້າ​ໃຊ້​ຂີ້​ຄົນ​ທີ່​ແຫ້ງ​ແລ້ວ​ເປັນ​ຖ່ານ​ເພື່ອ​ປີ້ງ​ເຂົ້າຈີ່​ນີ້​ຢູ່​ຕໍ່​ໜ້າ​ພວກ​ອິດສະຣາເອນ.” 13 ພະ​ເຢໂຫວາ​ເວົ້າ​ຕື່ມ​ອີກ​ວ່າ: “ຕອນ​ທີ່​ເຮົາ​ເຮັດ​ໃຫ້​ພວກ​ອິດສະຣາເອນ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່​ນຳ​ຊາດ​ຕ່າງ​ໆ​ ເຂົາເຈົ້າ​ຈະ​ກິນ​ເຂົ້າຈີ່​ທີ່​ບໍ່​ສະອາດ​ແບບ​ນີ້​ແຫຼະ.”+

14 ຂ້ອຍ​ຈຶ່ງ​ເວົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ! ລູກ​ເຮັດ​ບໍ່​ໄດ້​ດອກ ຕັ້ງ​ແຕ່​ນ້ອຍ​ຈົນ​ຮອດ​ຕອນ​ນີ້ ລູກ​ບໍ່​ເຄີຍ​ເຮັດ​ໃຫ້​ໂຕ​ເອງ​ບໍ່​ສະອາດ​ໂດຍ​ກິນ​ຊີ້ນ​ສັດ​ທີ່​ຕາຍ​ເອງ ຊີ້ນ​ສັດ​ທີ່​ຖືກ​ສັດ​ໂຕ​ອື່ນ​ຂ້າ+ ຫຼື​ຊີ້ນ​ສັດ​ທີ່​ບໍ່​ສະອາດ.”*+

15 ເພິ່ນ​ຈຶ່ງ​ເວົ້າ​ກັບ​ຂ້ອຍ​ວ່າ: “ຄັນຊັ້ນ ເຮົາ​ຈະ​ໃຫ້​ເຈົ້າ​ປີ້ງ​ເຂົ້າຈີ່​ໂດຍ​ໃຊ້​ຂີ້​ງົວ​ແຫ້ງ​ເປັນ​ຖ່ານ​ແທນ​ຂີ້​ຄົນ​ກະ​ໄດ້.” 16 ເພິ່ນ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: “ລູກ​ມະນຸດ​ເອີ້ຍ ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ເຢຣູຊາເລັມ​ບໍ່​ມີ​ຂອງກິນ.*+ ເຂົາເຈົ້າ​ຈະ​ອຸກໃຈ​ຫຼາຍ​ຈົນ​ຕ້ອງ​ແບ່ງ​ເຂົ້າ​ແບ່ງ​ນ້ຳ​ໄວ້​ກິນ​ໃນ​ແຕ່​ລະ​ມື້.+ 17 ຍ້ອນ​ບໍ່​ມີ​ເຂົ້າ​ບໍ່​ມີ​ນ້ຳ​ກິນ ເຂົາເຈົ້າ​ຈະ​ແນມ​ເບິ່ງ​ໜ້າ​ກັນ​ດ້ວຍ​ຄວາມ​ຕົກໃຈ. ເຂົາເຈົ້າ​ຈະ​ອຶດ​ຕາຍ​ຍ້ອນ​ຄວາມ​ຜິດ​ຂອງ​ໂຕ​ເອງ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌