ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 5
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ສະແດງ​ພາບ​ເມືອງ​ເຢຣູຊາເລັມ​ຖືກ​ທຳລາຍ (1-​17)

        • ຜູ້​ພະຍາກອນ​ແຖ​ຫົວ​ແລະ​ແບ່ງ​ຜົມ​ເປັນ 3 ສ່ວນ (1-​4)

        • ເມືອງ​ເຢຣູຊາເລັມ​ຮ້າຍ​ກວ່າ​ຊາດ​ອື່ນ (7-​9)

        • ຈັດການ​ກັບ​ພວກ​ກະບົດ​ດ້ວຍ 3 ວິທີ (12)

ເອເຊກຽນ 5:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 9:21; ອຊກ 4:8
  • +ຢຣມ 15:2
  • +ລລວ 26:33; ອຊກ 5:12

ເອເຊກຽນ 5:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 4:4

ເອເຊກຽນ 5:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 16:46, 47

ເອເຊກຽນ 5:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 21:9, 11; ຢຣມ 2:11

ເອເຊກຽນ 5:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 21:5; ອຊກ 15:7
  • +ພບຍ 29:22, 24; 1ກສ 9:8; ສສ 2:15

ເອເຊກຽນ 5:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສສ 4:6; ດນອ 9:12

ເອເຊກຽນ 5:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:29; ຢຣມ 19:9; ສສ 4:10
  • +ລລວ 26:33; ພບຍ 28:64

ເອເຊກຽນ 5:11

ໄຂເງື່ອນ

  • *

    ຫຼື “ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ມີ​ຈຳນວນ​ໜ້ອຍ​ລົງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 20:3; 2ກສ 21:1, 7; 2ຂຄ 36:14; ຢຣມ 32:34
  • +ສສ 2:21; ອຊກ 7:4

ເອເຊກຽນ 5:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 14:12; 15:2; 21:9
  • +ລລວ 26:33; ຢຣມ 9:16; 42:16

ເອເຊກຽນ 5:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 16:42
  • +ອພຍ 20:3, 5; 34:14; ພບຍ 6:15

ເອເຊກຽນ 5:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:37; 1ກສ 9:7; ນຮຢ 2:17

ເອເຊກຽນ 5:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 79:4; ຢຣມ 24:9; ສສ 2:15; 3:61, 62

ເອເຊກຽນ 5:16

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຫັກ​ທ່ອນ​ໄມ້.” ອາດ​ໝາຍເຖິງ​ທ່ອນ​ໄມ້​ທີ່​ເອົາ​ໄວ້​ສອດ​ເຂົ້າຈີ່​ເພື່ອ​ຫ້ອຍ​ມ້ຽນ​ໄວ້.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:23
  • +ລລວ 26:26; ອຊກ 4:16

ເອເຊກຽນ 5:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:22; ພບຍ 32:24; ອຊກ 14:21; 33:27
  • +ອຊກ 21:3

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 5:2ຢຣມ 9:21; ອຊກ 4:8
ອຊກ. 5:2ຢຣມ 15:2
ອຊກ. 5:2ລລວ 26:33; ອຊກ 5:12
ອຊກ. 5:4ຢຣມ 4:4
ອຊກ. 5:6ອຊກ 16:46, 47
ອຊກ. 5:72ກສ 21:9, 11; ຢຣມ 2:11
ອຊກ. 5:8ຢຣມ 21:5; ອຊກ 15:7
ອຊກ. 5:8ພບຍ 29:22, 24; 1ກສ 9:8; ສສ 2:15
ອຊກ. 5:9ສສ 4:6; ດນອ 9:12
ອຊກ. 5:10ລລວ 26:29; ຢຣມ 19:9; ສສ 4:10
ອຊກ. 5:10ລລວ 26:33; ພບຍ 28:64
ອຊກ. 5:11ລລວ 20:3; 2ກສ 21:1, 7; 2ຂຄ 36:14; ຢຣມ 32:34
ອຊກ. 5:11ສສ 2:21; ອຊກ 7:4
ອຊກ. 5:12ຢຣມ 14:12; 15:2; 21:9
ອຊກ. 5:12ລລວ 26:33; ຢຣມ 9:16; 42:16
ອຊກ. 5:13ອຊກ 16:42
ອຊກ. 5:13ອພຍ 20:3, 5; 34:14; ພບຍ 6:15
ອຊກ. 5:14ພບຍ 28:37; 1ກສ 9:7; ນຮຢ 2:17
ອຊກ. 5:15ພສ 79:4; ຢຣມ 24:9; ສສ 2:15; 3:61, 62
ອຊກ. 5:16ພບຍ 32:23
ອຊກ. 5:16ລລວ 26:26; ອຊກ 4:16
ອຊກ. 5:17ລລວ 26:22; ພບຍ 32:24; ອຊກ 14:21; 33:27
ອຊກ. 5:17ອຊກ 21:3
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 5:1-17

ເອເຊກຽນ

5 “ລູກ​ມະນຸດ ໃຫ້​ເຈົ້າ​ເອົາ​ດາບ​ທີ່​ຄົມ​ໆ​ມາ​ແຖ​ຫົວ​ແລະ​ແຖ​ໜວດ​ແຖ​ເຄົາ ແລ້ວ​ເອົາ​ສິ່ງ​ທີ່​ເຈົ້າ​ແຖ​ນັ້ນ​ໄປ​ຊັ່ງ​ແລະ​ແບ່ງ​ເປັນ 3 ສ່ວນ. 2 ໃຫ້​ເຈົ້າ​ເອົາ​ສ່ວນ​ທີ 1 ໄປ​ຈູດ​ຢູ່​ໃນ​ເມືອງ​ຫຼັງ​ຈາກ​ທີ່​ລ້ອມ​ເມືອງ​ຄົບ​ຕາມ​ກຳນົດ​ແລ້ວ.+ ໃຫ້​ເອົາ​ດາບ​ສັບ​ສ່ວນ​ທີ 2 ຢູ່​ອ້ອມ​ເມືອງ+ ແລະ​ໃຫ້​ເອົາ​ສ່ວນ​ທີ 3 ໂຍນ​ໃຫ້​ປິວ​ໄປ​ຕາມ​ລົມ ແລ້ວ​ເຮົາ​ຈະ​ເອົາ​ດາບ​ໄລ່​ນຳ​ມັນ.+

3 ໃຫ້​ເຈົ້າ​ເອົາ​ສອງ​ສາມ​ເສັ້ນ​ຈາກ​ສ່ວນ​ທີ 3 ມາ​ຫໍ່​ແລະ​ເອົາ​ໄວ້​ຢູ່​ພົກ​ເສື້ອ​ເຈົ້າ. 4 ໃຫ້​ເຈົ້າ​ເອົາ​ອີກ​ໜ້ອຍ​ໜຶ່ງ​ມາ​ຈູດ​ໃຫ້​ໄໝ້​ຈົນ​ໝົດ ແລ້ວ​ໄຟ​ນັ້ນ​ຈະ​ລາມ​ໄປ​ທົ່ວ​ຊາດ​ອິດສະຣາເອນ.+

5 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ນີ້​ແມ່ນ​ເຢຣູຊາເລັມ. ເຮົາ​ໄດ້​ຕັ້ງ​ເມືອງ​ນີ້​ຢູ່​ທ່າມກາງ​ຊາດ​ຕ່າງ​ໆ​. 6 ເມືອງ​ນີ້​ບໍ່​ເຮັດ​ຕາມ​ຄຳ​ຕັດສິນ​ແລະ​ກົດໝາຍ​ຂອງ​ເຮົາ. ມັນ​ເຮັດ​ຊົ່ວ​ຫຼາຍ​ກວ່າ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ​ມັນ.+ ຄົນ​ໃນ​ເມືອງ​ນີ້​ບໍ່​ເຮັດ​ຕາມ​ຄຳ​ຕັດສິນ​ແລະ​ບໍ່​ເຮັດ​ຕາມ​ກົດໝາຍ​ຂອງ​ເຮົາ.’

7 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ຈຶ່ງ​ເວົ້າ​ວ່າ ‘ພວກ​ເຈົ້າ​ສ້າງ​ບັນຫາ​ຫຼາຍ​ກວ່າ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ​ພວກ​ເຈົ້າ. ພວກເຈົ້າ​ບໍ່​ໄດ້​ເຊື່ອຟັງ​ຄຳ​ຕັດສິນ​ຂອງ​ເຮົາ​ແລະ​ບໍ່​ເຮັດ​ຕາມ​ກົດໝາຍ​ຂອງ​ເຮົາ ແຕ່​ພັດ​ໄປ​ເຮັດ​ຕາມ​ກົດໝາຍ​ຂອງ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ.+ 8 ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ຈຶ່ງ​ເວົ້າ​ວ່າ “ເຢຣູຊາເລັມ​ເອີ້ຍ ຕອນນີ້​ເຮົາ​ເປັນ​ສັດຕູ​ກັບ​ເຈົ້າ​ແລ້ວ+​ແລະ​ເຮົາ​ຈະ​ລົງໂທດ​ເຈົ້າ​ຕໍ່​ໜ້າ​ຊາດ​ຕ່າງ​ໆ​.+ 9 ຍ້ອນ​ເຈົ້າ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ ເຮົາ​ຈະ​ລົງໂທດ​ເຈົ້າ​ແບບ​ບໍ່​ເຄີຍ​ເຮັດ​ມາ​ກ່ອນ​ແລະ​ເຮົາ​ຈະ​ບໍ່​ເຮັດ​ແບບ​ນີ້​ອີກ​ຈັກ​ເທື່ອ.+

10 ພໍ່​ແມ່​ຈະ​ກິນ​ລູກ+​ແລະ​ລູກ​ກໍ​ຈະ​ກິນ​ພໍ່​ແມ່. ເຮົາ​ຈະ​ລົງໂທດ​ພວກ​ເຈົ້າ​ແລະ​ເຮັດ​ໃຫ້​ພວກ​ເຈົ້າ​ກະຈັດ​ກະຈາຍ​ໄປ​ທຸກຈອກ​ທຸກແຈ.”’+

11 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ຍ້ອນ​ພວກ​ເຈົ້າ​ເຮັດ​ໃຫ້​ວິຫານ​ຂອງ​ເຮົາ​ບໍ່​ສະອາດ​ໂດຍ​ເອົາ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ມາ​ຕັ້ງ​ໄວ້ ແລະ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຢູ່​ຫັ້ນ+ ເຮົາ​ສາບານ​ວ່າ​ຕາບ​ໃດ​ທີ່​ເຮົາ​ຍັງ​ມີ​ຊີວິດ​ຢູ່ ເຮົາ​ຈະ​ບໍ່​ຍອມຮັບ​ພວກ​ເຈົ້າ.* ເຮົາ​ຈະ​ບໍ່​ອີ່ຕົນ​ແລະ​ບໍ່​ສົນໃຈ​ພວກ​ເຈົ້າ.+ 12 ພວກ​ເຈົ້າ 1 ໃນ 3 ຄົນ​ຈະ​ຕາຍ​ຍ້ອນ​ໂລກລະບາດ ຫຼື​ບໍ່​ຊັ້ນ​ກໍ​ຕາຍ​ຍ້ອນ​ຄວາມ​ອຶດຢາກ. ອີກ 1 ໃນ 3 ຄົນ​ຈະ​ຖືກ​ຂ້າ​ດ້ວຍ​ດາບ+ ແລະ​ອີກ 1 ໃນ 3 ຄົນ​ຈະ​ກະຈັດ​ກະຈາຍ​ໄປ​ທຸກຈອກ​ທຸກແຈ ແລ້ວ​ເຮົາ​ຈະ​ເອົາ​ດາບ​ໄລ່​ນຳ​ເຂົາເຈົ້າ.+ 13 ຈາກ​ນັ້ນ ເຮົາ​ຈຶ່ງ​ຈະ​ພໍໃຈ​ແລະ​ເຊົາ​ໃຈຮ້າຍ​ໃຫ້​ເຂົາເຈົ້າ.+ ຫຼັງ​ຈາກ​ທີ່​ເຮົາ​ເຊົາ​ໃຈຮ້າຍ​ແລ້ວ ເຂົາເຈົ້າ​ຈະ​ເຂົ້າໃຈ​ຄວາມໝາຍ​ທີ່​ເຮົາບອກ​ວ່າ ເຂົາເຈົ້າ​ຕ້ອງ​ນະມັດສະການ​ເຮົາ​ເຢໂຫວາ​ພຽງ​ຜູ້​ດຽວ.+

14 ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ບ່ອນ​ທີ່​ຮ້າງ​ເປົ່າ ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ​ເຈົ້າ​ແລະ​ທຸກ​ຄົນ​ທີ່​ກາຍ​ໄປ​ກາຍ​ມາ​ກໍ​ຈະ​ດູຖູກ​ເຈົ້າ.+ 15 ເຈົ້າ​ຈະ​ຖືກ​ດູຖູກ​ແລະ​ຖືກ​ເຍາະເຍີ້ຍ+​ເມື່ອ​ເຮົາ​ລົງໂທດ​ເຈົ້າ​ແຮງ​ໆ​ຍ້ອນ​ເຮົາ​ໃຈຮ້າຍ​ຫຼາຍ. ເຈົ້າ​ຈະ​ເປັນ​ຕົວຢ່າງ​ທີ່​ເປັນ​ຕາ​ຢ້ານ​ເພື່ອ​ເຕືອນ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ​ເຈົ້າ. ເຮົາ​ເຢໂຫວາ​ໄດ້​ເວົ້າ​ໄວ້​ແລ້ວ.

16 ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເຈິ​ກັບ​ຄວາມ​ອຶດຢາກ​ເຊິ່ງ​ຈະ​ທຳລາຍ​ພວກ​ເຈົ້າ​ຄື​ກັບ​ວ່າ​ພວກ​ເຈົ້າ​ຖືກ​ທະຫານ​ກອງ​ໃຫຍ່​ຍິງ​ທະນູ​ໃສ່.+ ຄວາມ​ອຶດຢາກ​ນັ້ນ​ຈະ​ຮ້າຍແຮງ​ຫຼາຍ​ຍ້ອນ​ວ່າ​ຈະ​ບໍ່​ມີ​ຂອງກິນ*​ຢູ່​ໃນ​ເມືອງ​ເລີຍ.+ 17 ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ເຈິ​ກັບ​ຄວາມ​ອຶດຢາກ​ແລະ​ເຈິ​ກັບ​ສັດ​ປ່າ​ທີ່​ດຸ​ຮ້າຍ+ ເຊິ່ງ​ຈະ​ເຮັດ​ໃຫ້​ລູກ​ຂອງ​ພວກ​ເຈົ້າ​ຕາຍ. ພວກ​ເຈົ້າ​ຈະ​ຕາຍ​ຍ້ອນ​ດາບ​ແລະ​ໂລກລະບາດ.+ ເຮົາ​ເຢໂຫວາ​ໄດ້​ເວົ້າ​ໄວ້​ແລ້ວ.’”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌