ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 46
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ເຄື່ອງ​ບູຊາ​ໃນ​ໂອກາດ​ຕ່າງ​ໆ​ (1-​15)

      • ດິນ​ຂອງ​ຫົວໜ້າ​ທີ່​ເປັນ​ດິນ​ມູນ (16-​18)

      • ບ່ອນ​ຕົ້ມ​ເຄື່ອງ​ບູຊາ (19-​24)

ເອເຊກຽນ 46:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 40:32
  • +ອຊກ 44:1, 2
  • +ອພຍ 20:9

ເອເຊກຽນ 46:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 44:3

ເອເຊກຽນ 46:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 81:3; ອຊຢ 66:23

ເອເຊກຽນ 46:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 28:9, 10; ອຊກ 45:17

ເອເຊກຽນ 46:5

ໄຂເງື່ອນ

  • *

    22 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    3,7 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 46:11

ເອເຊກຽນ 46:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 28:11-15

ເອເຊກຽນ 46:7

ໄຂເງື່ອນ

  • *

    22 ລິດ

  • *

    3,7 ລິດ

ເອເຊກຽນ 46:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 46:2

ເອເຊກຽນ 46:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:14; ພບຍ 16:16
  • +ອຊກ 40:20
  • +ອຊກ 40:24

ເອເຊກຽນ 46:11

ໄຂເງື່ອນ

  • *

    22 ລິດ

  • *

    3,7 ລິດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 45:21, 24; 46:6, 7

ເອເຊກຽນ 46:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 1:3
  • +ອຊກ 45:17
  • +ອຊກ 46:1, 2

ເອເຊກຽນ 46:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:38; ຈຊບ 28:3, 5

ເອເຊກຽນ 46:14

ໄຂເງື່ອນ

  • *

    3,7 ລິດ

  • *

    1,22 ລິດ

ເອເຊກຽນ 46:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 25:10

ເອເຊກຽນ 46:19

ໄຂເງື່ອນ

  • *

    ຫຼື “ຫ້ອງ​ບໍລິສຸດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 42:9
  • +ອຊກ 42:1

ເອເຊກຽນ 46:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 2:4, 5
  • +ອຊກ 44:19

ເອເຊກຽນ 46:22

ໄຂເງື່ອນ

  • *

    20,7 ແມັດ. ໝາຍເຖິງ​ສອກ​ຍາວ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    15,5 ແມັດ

ເອເຊກຽນ 46:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 35:13

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 46:1ອຊກ 40:32
ອຊກ. 46:1ອຊກ 44:1, 2
ອຊກ. 46:1ອພຍ 20:9
ອຊກ. 46:2ອຊກ 44:3
ອຊກ. 46:3ພສ 81:3; ອຊຢ 66:23
ອຊກ. 46:4ຈຊບ 28:9, 10; ອຊກ 45:17
ອຊກ. 46:5ອຊກ 46:11
ອຊກ. 46:6ຈຊບ 28:11-15
ອຊກ. 46:8ອຊກ 46:2
ອຊກ. 46:9ອພຍ 23:14; ພບຍ 16:16
ອຊກ. 46:9ອຊກ 40:20
ອຊກ. 46:9ອຊກ 40:24
ອຊກ. 46:11ອຊກ 45:21, 24; 46:6, 7
ອຊກ. 46:12ລລວ 1:3
ອຊກ. 46:12ອຊກ 45:17
ອຊກ. 46:12ອຊກ 46:1, 2
ອຊກ. 46:13ອພຍ 29:38; ຈຊບ 28:3, 5
ອຊກ. 46:17ລລວ 25:10
ອຊກ. 46:19ອຊກ 42:9
ອຊກ. 46:19ອຊກ 42:1
ອຊກ. 46:20ລລວ 2:4, 5
ອຊກ. 46:20ອຊກ 44:19
ອຊກ. 46:242ຂຄ 35:13
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 46:1-24

ເອເຊກຽນ

46 “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ປະຕູ​ທາງ​ເຂົ້າ​ເດີ່ນ​ທາງ​ໃນ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ+​ຕ້ອງ​ອັດ​ໄວ້+​ໃນ 6 ມື້​ທີ່​ເຮັດ​ວຽກ+ ແຕ່​ຕ້ອງ​ເປີດ​ໃນ​ວັນ​ຊະບາໂຕ​ແລະ​ໃນ​ມື້​ເດືອນ​ອອກ​ໃໝ່. 2 ຫົວໜ້າ​ຈະ​ເຂົ້າ​ມາ​ຈາກ​ເດີ່ນ​ທາງ​ນອກ ຜ່ານ​ຫ້ອງ​ໃຫຍ່​ທີ່​ຢູ່​ທາງເຂົ້າ+ ແລະ​ລາວ​ຈະ​ຢືນ​ຢູ່​ທາງ​ຂ້າງ​ຂອບ​ປະຕູ​ຂອງ​ທາງ​ເຂົ້າ. ພວກ​ປະໂລຫິດ​ຈະ​ເອົາ​ເຄື່ອງ​ບູຊາ​ເຜົາ​ກັບ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບສຸກ​ຂອງ​ຫົວໜ້າ​ໄປ​ເຜົາ ແລະ​ລາວ​ຈະ​ໝູບ​ລົງ​ຢູ່​ຕີນ​ປະຕູ​ຂອງ​ທາງເຂົ້າ​ແລ້ວ​ກໍ​ອອກ​ໄປ. ປະຕູ​ທາງ​ເຂົ້າ​ນີ້​ຕ້ອງ​ເປີດ​ໄວ້​ຈົນ​ຮອດ​ຕອນ​ແລງ. 3 ໃນ​ວັນ​ຊະບາໂຕ​ແລະ​ໃນ​ມື້​ເດືອນ​ອອກ​ໃໝ່ ປະຊາຊົນ​ກໍ​ຈະ​ມາ​ໝູບ​ລົງ​ຕໍ່​ໜ້າ​ພະ​ເຢໂຫວາ​ຢູ່​ທາງເຂົ້າ​ນີ້.+

4 ເຄື່ອງ​ບູຊາ​ເຜົາ​ທີ່​ຫົວໜ້າ​ຈະ​ເອົາ​ມາ​ໃຫ້​ພະ​ເຢໂຫວາ​ໃນ​ວັນ​ຊະບາໂຕ​ຕ້ອງ​ເປັນ​ແກະ​ນ້ອຍ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ 6 ໂຕ ກັບ​ແກະ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ​ໂຕ​ໜຶ່ງ.+ 5 ສຳລັບ​ແກະ​ໂຕ​ຜູ້ ລາວ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ 1 ເອຟາ*​ມາ​ໃຫ້. ແຕ່​ສຳລັບ​ແກະ​ນ້ອຍ​ໂຕ​ຜູ້ ລາວ​ຈະ​ໃຫ້​ຕາມ​ທີ່​ລາວ​ໃຫ້​ໄດ້. ສຳລັບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ທຸກ​ໆ​ 1 ເອຟາ ລາວ​ຕ້ອງ​ເອົາ​ນ້ຳມັນ​ໝາກກອກ 1 ຮິນ*​ມາ​ໃຫ້.+ 6 ໃນ​ມື້​ເດືອນ​ອອກ​ໃໝ່ ເຄື່ອງ​ບູຊາ​ຕ້ອງ​ເປັນ​ງົວ​ໂຕ​ຜູ້​ໂຕ​ໜຶ່ງ ແກະ​ນ້ອຍ​ໂຕ​ຜູ້ 6 ໂຕ ແລະ​ແກະ​ໂຕ​ຜູ້​ໂຕ​ໜຶ່ງ. ທັງໝົດ​ຕ້ອງ​ເປັນ​ໂຕ​ທີ່​ຕຸ້ຍ​ພີ​ດີ​ງາມ.+ 7 ສຳລັບ​ງົວ​ໂຕ​ຜູ້ ລາວ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ 1 ເອຟາ*​ມາ​ໃຫ້ ແລະ​ສຳລັບ​ແກະ​ໂຕ​ຜູ້ ລາວ​ກໍ​ຕ້ອງ​ເອົາ 1 ເອຟາ​ມາ​ໃຫ້ ແຕ່​ສຳລັບ​ແກະ​ນ້ອຍ​ໂຕ​ຜູ້ ລາວ​ຈະ​ໃຫ້​ຕາມ​ທີ່​ລາວ​ໃຫ້​ໄດ້. ສຳລັບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ທຸກ​ໆ​ 1 ເອຟາ ລາວ​ຕ້ອງ​ເອົາ​ນ້ຳມັນ​ໝາກກອກ 1 ຮິນ*​ມາ​ໃຫ້.

8 ເມື່ອ​ຫົວໜ້າ​ເຂົ້າ​ມາ ລາວ​ຕ້ອງ​ເຂົ້າ​ມາ​ທາງ​ຫ້ອງ​ໃຫຍ່​ຂອງ​ທາງເຂົ້າ​ແລະ​ຕ້ອງ​ອອກ​ໄປ​ທາງ​ເກົ່າ.+ 9 ເມື່ອ​ປະຊາຊົນ​ເຂົ້າ​ມາ​ນະມັດສະການ​ພະ​ເຢໂຫວາ​ໃນ​ຍາມ​ເທດສະການ​ຕ່າງ​ໆ​+ ຖ້າ​ຜູ້​ໃດ​ເຂົ້າ​ມາ​ທາງ​ເຂົ້າ​ທີ່​ຢູ່​ທິດ​ເໜືອ+ ລາວ​ຕ້ອງ​ອອກ​ໄປ​ທາງເຂົ້າ​ທີ່​ຢູ່​ທິດ​ໃຕ້+ ແລະ​ຜູ້​ທີ່​ເຂົ້າ​ມາ​ທາງເຂົ້າ​ທີ່​ຢູ່​ທິດໃຕ້ ລາວ​ຕ້ອງ​ອອກ​ໄປ​ທາງເຂົ້າ​ທີ່​ຢູ່​ທິດ​ເໜືອ. ບໍ່​ໃຫ້​ຜູ້​ໃດ​ອອກ​ໄປ​ທາງ​ທີ່​ລາວ​ເຂົ້າ​ມາ. ລາວ​ຕ້ອງ​ອອກ​ໄປ​ທາງ​ເຂົ້າ​ທີ່​ຢູ່​ກົງ​ກັນ​ຂ້າມ​ກັນ. 10 ສຳລັບ​ຫົວໜ້າ​ທີ່​ຢູ່​ນຳ​ປະຊາຊົນ ລາວ​ຕ້ອງ​ເຂົ້າ​ມາ​ພ້ອມ​ກັບ​ປະຊາຊົນ ແລະ​ຕ້ອງ​ອອກ​ໄປ​ພ້ອມ​ກັບ​ເຂົາເຈົ້າ. 11 ໃນ​ຍາມ​ເທດສະການ​ຕ່າງ​ໆ​ ສຳລັບ​ງົວ​ໂຕ​ຜູ້ ລາວ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ 1 ເອຟາ*​ມາ​ໃຫ້ ແລະ​ສຳລັບ​ແກະ​ໂຕ​ຜູ້ ລາວ​ກໍ​ຕ້ອງ​ເອົາ 1 ເອຟາ​ມາ​ໃຫ້. ແຕ່​ສຳລັບ​ແກະ​ນ້ອຍ​ໂຕ​ຜູ້ ລາວ​ຈະ​ໃຫ້​ຕາມ​ທີ່​ລາວ​ໃຫ້​ໄດ້. ສຳລັບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ແຕ່​ລະ 1 ເອຟາ ລາວ​ຕ້ອງ​ເອົາ​ນ້ຳມັນ​ໝາກກອກ 1 ຮິນ*​ມາ​ໃຫ້.+

12 ເມື່ອ​ຫົວໜ້າ​ກຽມ​ເຄື່ອງ​ບູຊາ​ເຜົາ+​ຫຼື​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບສຸກ ເຊິ່ງ​ເປັນ​ເຄື່ອງ​ບູຊາ​ທີ່​ໃຫ້​ພະ​ເຢໂຫວາ​ດ້ວຍ​ຄວາມ​ສະໝັກ​ໃຈ ປະຕູ​ທາງ​ເຂົ້າ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຈະ​ເປີດ​ໄວ້​ໃຫ້​ລາວ ແລະ​ລາວ​ຈະ​ກຽມ​ເຄື່ອງ​ບູຊາ​ເຜົາ​ແລະ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບສຸກ​ຄື​ກັບ​ທີ່​ລາວ​ກຽມ​ໃນ​ວັນ​ຊະບາໂຕ.+ ເມື່ອ​ລາວ​ອອກ​ໄປ​ແລ້ວ​ຕ້ອງ​ອັດ​ປະຕູ​ໄວ້.+

13 ທຸກ​ໆ​ມື້ ເຈົ້າ​ຕ້ອງ​ກຽມ​ແກະ​ນ້ອຍ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ​ອາຍຸ 1 ປີ​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງ​ບູຊາ​ເຜົາ​ໃຫ້​ພະ​ເຢໂຫວາ.+ ເຈົ້າ​ຕ້ອງ​ເຮັດ​ແບບ​ນີ້​ທຸກ​ໆ​ຕອນ​ເຊົ້າ. 14 ນອກ​ຈາກ​ແກະ​ນ້ອຍ​ແລ້ວ ທຸກ​ໆ​ຕອນ​ເຊົ້າ​ເຈົ້າ​ຕ້ອງ​ກຽມ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ 1 ສ່ວນ 6 ເອຟາ*​ກັບ​ນ້ຳມັນ​ໝາກກອກ 1 ສ່ວນ 3 ຮິນ*​ເພື່ອ​ຊິດ​ໃສ່​ແປ້ງ​ລະອຽດ​ເຊິ່ງ​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ເພື່ອ​ໃຫ້​ພະ​ເຢໂຫວາ​ເປັນ​ປະຈຳ. ນີ້​ເປັນ​ຄຳສັ່ງ​ທີ່​ຕ້ອງ​ເຮັດ​ຕາມ​ຕະຫຼອດໄປ. 15 ທຸກ​ໆ​ຕອນ​ເຊົ້າ ເຂົາເຈົ້າ​ຕ້ອງ​ກຽມ​ແກະ​ນ້ອຍ​ໂຕ​ຜູ້ ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ແລະ​ນ້ຳມັນ​ໝາກກອກ​ເພື່ອ​ເປັນ​ເຄື່ອງ​ບູຊາ​ເຜົາ​ໃຫ້​ພະເຈົ້າ​ເປັນ​ປະຈຳ.’

16 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ຖ້າ​ຫົວໜ້າ​ເອົາ​ດິນ​ມູນ​ໃຫ້​ລູກ​ຊາຍ​ແຕ່​ລະ​ຄົນ​ເປັນ​ຂອງຂວັນ ມັນ​ຈະ​ເປັນ​ຊັບ​ສົມບັດ​ຂອງ​ພວກ​ລູກ​ຊາຍ​ຂອງ​ລາວ. ມັນ​ຈະ​ເປັນ​ດິນ​ມູນ​ຂອງ​ເຂົາເຈົ້າ. 17 ແຕ່​ຖ້າ​ລາວ​ເອົາ​ດິນ​ມູນ​ຂອງ​ລາວ​ໃຫ້​ຄົນ​ຮັບໃຊ້​ເປັນ​ຂອງຂວັນ ດິນ​ນັ້ນ​ຈະ​ເປັນ​ຂອງ​ຄົນ​ຮັບໃຊ້​ຈົນ​ຮອດ​ປີ​ທີ່​ປົດ​ປ່ອຍ​ໃຫ້​ເປັນ​ອິດສະຫຼະ.+ ແລ້ວ​ມັນ​ຈະ​ກັບ​ມາ​ເປັນ​ຂອງ​ຫົວໜ້າ​ຄື​ເກົ່າ. ດິນ​ທີ່​ເອົາ​ໃຫ້​ພວກ​ລູກ​ຊາຍ​ເທົ່າ​ນັ້ນ​ຈະ​ເປັນ​ຂອງ​ເຂົາເຈົ້າ​ຕະຫຼອດໄປ. 18 ຫົວໜ້າ​ຕ້ອງ​ບໍ່​ເອົາ​ດິນ​ມູນ​ຂອງ​ປະຊາຊົນ​ໂດຍ​ບັງຄັບ​ເຂົາເຈົ້າ​ໃຫ້​ອອກ​ໄປ​ຈາກ​ດິນ​ຂອງ​ເຂົາເຈົ້າ. ລາວ​ຕ້ອງ​ເອົາ​ດິນ​ມູນ​ຂອງ​ໂຕເອງ​ໃຫ້​ພວກ​ລູກ​ຊາຍ​ຂອງ​ລາວ. ເມື່ອ​ເຮັດ​ແບບ​ນີ້​ກໍ​ຈະ​ບໍ່​ມີ​ປະຊາຊົນ​ຂອງ​ເຮົາ​ຈັກ​ຄົນ​ຖືກ​ໄລ່​ອອກ​ຈາກ​ດິນ​ຂອງ​ໂຕເອງ.’”

19 ຢູ່​ທາງ​ຂ້າງ​ທາງ​ເຂົ້າ ມີ​ທາງ​ເຂົ້າ+​ອີກ​ທາງ​ໜຶ່ງ​ທີ່​ໄປ​ຫ້ອງ​ກິນ​ເຂົ້າ​ທີ່​ບໍລິສຸດ*​ຂອງ​ພວກ​ປະໂລຫິດ​ເຊິ່ງ​ມີ​ປະຕູ​ຢູ່​ທາງ​ທິດ​ເໜືອ.+ ລາວ​ພາ​ຂ້ອຍ​ເຂົ້າ​ໄປ​ທາງ​ນັ້ນ ແລະ​ຂ້ອຍ​ເຫັນ​ບ່ອນ​ໜຶ່ງ​ຢູ່​ທາງ​ຫຼັງ​ສຸດ​ເບື້ອງ​ທິດ​ຕາເວັນ​ຕົກ. 20 ລາວ​ບອກ​ຂ້ອຍ​ວ່າ: “ນີ້​ເປັນ​ບ່ອນ​ທີ່​ພວກ​ປະໂລຫິດ​ຈະ​ຕົ້ມ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ກັບ​ເຄື່ອງ​ບູຊາ​ໄຖ່​ບາບ ແລະ​ອົບ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ ເພື່ອ​ເຂົາເຈົ້າ​ຈະ​ບໍ່​ຕ້ອງ​ເອົາ​ຫຍັງ​ອອກ​ໄປ​ເດີ່ນ​ທາງ​ນອກ​ແລະ​ສົ່ງ​ຕໍ່​ຄວາມ​ບໍລິສຸດ​ໃຫ້​ປະຊາຊົນ.”+

21 ລາວ​ພາ​ຂ້ອຍ​ໄປ​ເບິ່ງ 4 ແຈ​ຂອງ​ເດີ່ນ​ທາງ​ນອກ ແລະ​ຂ້ອຍ​ເຫັນ​ຢູ່​ແຕ່​ລະ​ແຈ​ມີ​ເດີ່ນ​ນ້ອຍ​ໆ​. 22 ເດີ່ນ​ນ້ອຍ​ໆ​ຢູ່ 4 ແຈ​ນັ້ນ​ຍາວ 40 ສອກ* ແລະ​ກວ້າງ 30 ສອກ* ທັງ​ສີ່​ເດີ່ນ​ມີ​ຂະໜາດ​ສ່ຳ​ກັນ. 23 ຢູ່​ອ້ອມ​ເດີ່ນ​ເຫຼົ່າ​ນັ້ນ​ມີ​ກຳແພງ​ຕ່ຳ​ໆ​ ແລະ​ຢູ່​ທາງ​ລຸ່ມ​ກຳແພງ​ມີ​ບ່ອນ​ຕົ້ມ​ເຄື່ອງ​ບູຊາ. 24 ແລ້ວ​ລາວ​ກໍ​ເວົ້າ​ກັບ​ຂ້ອຍ​ວ່າ: “ນີ້​ແມ່ນ​ບ່ອນ​ທີ່​ພວກ​ຄົນ​ຮັບໃຊ້​ໃນ​ວິຫານ​ຕົ້ມ​ເຄື່ອງ​ບູຊາ​ສຳລັບ​ປະຊາຊົນ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌