ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 7
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ຈຸດຈົບ​ມາ​ຮອດ​ແລ້ວ (1-​27)

        • ຄວາມ​ຈິບຫາຍ​ທີ່​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ (5)

        • ໂຍນ​ເງິນ​ຖິ້ມ​ຢູ່​ຕາມ​ຫົນ​ທາງ (19)

        • ວິຫານ​ຖືກ​ເຮັດ​ໃຫ້​ບໍ່​ສະອາດ (22)

ເອເຊກຽນ 7:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 5:11
  • +ຢຣມ 16:18; ອຊກ 16:43
  • +ອຊກ 6:13

ເອເຊກຽນ 7:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 21:12; ດນອ 9:12

ເອເຊກຽນ 7:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຟຢ 1:14

ເອເຊກຽນ 7:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 34:21; ຢຣມ 7:20; ອຊກ 5:13

ເອເຊກຽນ 7:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 13:14
  • +ອຊຢ 66:6; ອຊກ 33:29

ເອເຊກຽນ 7:10

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ພວງ​ມາໄລ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຟຢ 1:14

ເອເຊກຽນ 7:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 59:6; ຢຣມ 6:7; ມກ 6:12

ເອເຊກຽນ 7:12

ໄຂເງື່ອນ

  • *

    ໝາຍເຖິງ​ທັງ​ຜູ້​ຊື້​ແລະ​ຜູ້​ຂາຍ​ດິນ​ຈະ​ບໍ່​ໄດ້​ຮັບ​ປະໂຫຍດ​ຫຍັງ ຍ້ອນ​ທຸກ​ສິ່ງ​ຈະ​ຖືກ​ທຳລາຍ​ໝົດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຟຢ 1:18

ເອເຊກຽນ 7:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 4:5
  • +ຢຣມ 7:20; 12:12

ເອເຊກຽນ 7:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:25
  • +ຢຣມ 14:18; ອຊກ 5:12

ເອເຊກຽນ 7:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 59:11

ເອເຊກຽນ 7:17

ໄຂເງື່ອນ

  • *

    ໝາຍເຖິງ​ຢ້ານ​ຈົນ​ຍ່ຽວ​ເຮ່ຍ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 21:7

ເອເຊກຽນ 7:18

ໄຂເງື່ອນ

  • *

    ໝາຍເຖິງ​ແຖ​ຫົວ​ເພື່ອ​ໄວ້ທຸກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 3:24
  • +ອຊຢ 22:12

ເອເຊກຽນ 7:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 11:4; ຊຟຢ 1:18

ເອເຊກຽນ 7:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 21:1, 7; ຢຣມ 7:30

ເອເຊກຽນ 7:21

ໄຂເງື່ອນ

  • *

    ໝາຍເຖິງ​ເງິນ​ຄຳ​ທີ່​ເຂົາເຈົ້າ​ໃຊ້​ເຮັດ​ຮູບ​ບູຊາ

ເອເຊກຽນ 7:22

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ບ່ອນ​ທີ່​ຖືກ​ປິດ​ໄວ້.” ເບິ່ງ​ຄື​ວ່າ​ໝາຍເຖິງ​ຫ້ອງ​ບໍລິສຸດ​ທີ່​ສຸດ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 18:17
  • +2ຂຄ 36:19; ສສ 1:10

ເອເຊກຽນ 7:23

ໄຂເງື່ອນ

  • *

    ໝາຍເຖິງ​ໂສ້​ຂອງ​ການ​ເປັນ​ຊະເລີຍ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 39:6, 7; ສສ 3:7
  • +2ກສ 21:16; 24:3, 4; ຢຣມ 2:34; ອຊກ 9:9
  • +ອຊຢ 59:6; ມກ 2:2

ເອເຊກຽນ 7:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:48-51; ອຊກ 21:31; ຮບກ 1:6
  • +ຢຣມ 6:12; ສສ 5:2
  • +ອຊກ 21:2

ເອເຊກຽນ 7:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 57:21; ຢຣມ 8:15

ເອເຊກຽນ 7:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 21:1, 2; 37:17
  • +ພສ 74:9; ສສ 2:9; ອຊກ 20:3

ເອເຊກຽນ 7:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 52:10
  • +ອຊກ 6:13

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 7:4ອຊກ 5:11
ອຊກ. 7:4ຢຣມ 16:18; ອຊກ 16:43
ອຊກ. 7:4ອຊກ 6:13
ອຊກ. 7:52ກສ 21:12; ດນອ 9:12
ອຊກ. 7:7ຊຟຢ 1:14
ອຊກ. 7:82ຂຄ 34:21; ຢຣມ 7:20; ອຊກ 5:13
ອຊກ. 7:9ຢຣມ 13:14
ອຊກ. 7:9ອຊຢ 66:6; ອຊກ 33:29
ອຊກ. 7:10ຊຟຢ 1:14
ອຊກ. 7:11ອຊຢ 59:6; ຢຣມ 6:7; ມກ 6:12
ອຊກ. 7:12ຊຟຢ 1:18
ອຊກ. 7:14ຢຣມ 4:5
ອຊກ. 7:14ຢຣມ 7:20; 12:12
ອຊກ. 7:15ລລວ 26:25
ອຊກ. 7:15ຢຣມ 14:18; ອຊກ 5:12
ອຊກ. 7:16ອຊຢ 59:11
ອຊກ. 7:17ອຊກ 21:7
ອຊກ. 7:18ອຊຢ 3:24
ອຊກ. 7:18ອຊຢ 22:12
ອຊກ. 7:19ສພສ 11:4; ຊຟຢ 1:18
ອຊກ. 7:202ກສ 21:1, 7; ຢຣມ 7:30
ອຊກ. 7:22ຢຣມ 18:17
ອຊກ. 7:222ຂຄ 36:19; ສສ 1:10
ອຊກ. 7:23ຢຣມ 39:6, 7; ສສ 3:7
ອຊກ. 7:232ກສ 21:16; 24:3, 4; ຢຣມ 2:34; ອຊກ 9:9
ອຊກ. 7:23ອຊຢ 59:6; ມກ 2:2
ອຊກ. 7:24ພບຍ 28:48-51; ອຊກ 21:31; ຮບກ 1:6
ອຊກ. 7:24ຢຣມ 6:12; ສສ 5:2
ອຊກ. 7:24ອຊກ 21:2
ອຊກ. 7:25ອຊຢ 57:21; ຢຣມ 8:15
ອຊກ. 7:26ຢຣມ 21:1, 2; 37:17
ອຊກ. 7:26ພສ 74:9; ສສ 2:9; ອຊກ 20:3
ອຊກ. 7:27ຢຣມ 52:10
ອຊກ. 7:27ອຊກ 6:13
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 7:1-27

ເອເຊກຽນ

7 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 2 “ລູກ​ມະນຸດ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ກັບ​ຊາດ​ອິດສະຣາເອນ​ວ່າ ‘ຈຸດຈົບ​ມາ​ຮອດ​ແລ້ວ! ຈຸດຈົບ​ຈະ​ເກີດ​ຂຶ້ນ​ຢູ່​ທົ່ວ​ແຜ່ນ​ດິນ​ຂອງ​ພວກ​ເຈົ້າ. 3 ຈຸດຈົບ​ຂອງ​ພວກ​ເຈົ້າ​ມາ​ຮອດ​ແລ້ວ ເຮົາ​ຈະ​ປ່ອຍ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ໃສ່​ພວກ​ເຈົ້າ​ສຸດ​ຂີດ. ເຮົາ​ຈະ​ຕັດສິນ​ພວກ​ເຈົ້າ​ຕາມ​ການ​ກະທຳ​ຂອງ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ຕ້ອງ​ຮັບຜິດຊອບ​ທີ່​ພວກ​ເຈົ້າ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຫຼາຍ​ຢ່າງ. 4 ເຮົາ​ຈະ​ບໍ່​ອີ່ຕົນ​ແລະ​ບໍ່​ສົນໃຈ​ພວກ​ເຈົ້າ.+ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຜົນ​ຈາກ​ການ​ກະທຳ​ຂອງ​ພວກ​ເຈົ້າ​ແລະ​ຈາກ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ພວກ​ເຈົ້າ​ເຮັດ+ ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.’+

5 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເວົ້າ​ວ່າ ‘ຄວາມ​ຈິບຫາຍ​ຈະ​ເກີດ​ຂຶ້ນ​ແລະ​ມັນ​ຈະ​ເປັນ​ແບບ​ທີ່​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ.+ 6 ຈຸດຈົບ​ໃກ້​ຈະ​ມາ​ຮອດ​ແລ້ວ. ມັນ​ຈະ​ເກີດ​ຂຶ້ນ​ແທ້​ໆ​ແລະ​ຈະ​ເກີດ​ຂຶ້ນ​ແບບ​ກະທັນຫັນ. 7 ພວກເຈົ້າ​ທີ່​ຢູ່​ແຜ່ນ​ດິນ​ນີ້ ຜຽນ​ຂອງ​ພວກ​ເຈົ້າ​ມາ​ຮອດ​ແລ້ວ. ເວລາ​ນັ້ນ​ມາ​ຮອດ​ແລ້ວ. ມື້​ນັ້ນ​ໃກ້​ຈະ​ຮອດ​ແລ້ວ.+ ຢູ່​ເທິງ​ພູ​ຈະ​ບໍ່​ມີ​ສຽງ​ໂຫ່​ຮ້ອງ​ຍິນດີ ແຕ່​ຈະ​ມີ​ສຽງ​ຂອງ​ຄວາມ​ສັບສົນ​ວຸ່ນວາຍ.

8 ເຮົາ​ຈະ​ປ່ອຍ​ຄວາມ​ໃຈຮ້າຍ​ຂອງ​ເຮົາ​ໃສ່​ພວກ​ເຈົ້າ​ສຸດ​ຂີດ.+ ເຮົາ​ຈະ​ຕັດສິນ​ພວກ​ເຈົ້າ​ຕາມ​ການ​ກະທຳ​ຂອງ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ຕ້ອງ​ຮັບຜິດຊອບ​ທີ່​ພວກ​ເຈົ້າ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຫຼາຍ​ຢ່າງ. 9 ເຮົາ​ຈະ​ບໍ່​ອີ່ຕົນ​ແລະ​ບໍ່​ສົນໃຈ​ພວກ​ເຈົ້າ.+ ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຜົນ​ຈາກ​ການ​ກະທຳ​ຂອງ​ພວກ​ເຈົ້າ​ແລະ​ຈາກ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ພວກ​ເຈົ້າ​ເຮັດ. ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ເຢໂຫວາ​ເປັນ​ຜູ້​ລົງໂທດ​ພວກເຈົ້າ.+

10 ມື້​ນັ້ນ​ມາ​ຮອດ​ແລ້ວ! + ຜຽນ​ຂອງ​ພວກ​ເຈົ້າ*​ມາ​ຮອດ​ແລ້ວ. ເຮົາ​ພ້ອມ​ທີ່​ຈະ​ໃຊ້​ໄມ້​ແສ້​ລົງໂທດ​ພວກ​ເຈົ້າ ແລະ​ພວກ​ສັດຕູ​ກໍ​ຍິ່ງ​ຈອງຫອງ​ຫຼາຍ​ຂຶ້ນ. 11 ຍ້ອນ​ພວກ​ເຈົ້າ​ຊົ່ວ​ຫຼາຍ ເຮົາ​ຈະ​ໃຊ້​ໄມ້​ແສ້​ຟາດ​ພວກ​ເຈົ້າ​ແຮງ​ໆ​+ ແລະ​ຈະ​ບໍ່​ມີ​ຫຍັງ​ເຫຼືອ​ເລີຍ ບໍ່​ວ່າ​ຈະ​ເປັນ​ຄົນ ຊັບ​ສົມບັດ ຫຼື​ຊື່ສຽງ​ຂອງ​ພວກ​ເຈົ້າ. 12 ເວລາ​ນັ້ນ​ມາ​ຮອດ​ແລ້ວ. ມື້​ນັ້ນ​ຈະ​ມາ​ຮອດ​ແນ່ນອນ. ຄົນ​ຊື້​ຢ່າ​ດີໃຈ​ແລະ​ຄົນ​ຂາຍ​ກໍ​ຢ່າ​ເສຍໃຈ ຍ້ອນ​ເຮົາ​ຈະ​ໃຈຮ້າຍ​ໃຫ້​ທຸກ​ຄົນ.*+ 13 ເຖິງ​ຈະ​ລອດ​ຊີວິດ ແຕ່​ຜູ້​ທີ່​ຂາຍ​ດິນ​ຂອງ​ໂຕ​ເອງ​ກໍ​ຈະ​ບໍ່​ໄດ້​ກັບ​ໄປ​ຢູ່​ຫັ້ນ ຍ້ອນ​ວ່າ​ເລື່ອງ​ໃນ​ນິມິດ​ນີ້​ຈະ​ເກີດ​ຂຶ້ນ​ກັບ​ທຸກ​ຄົນ. ຈະ​ບໍ່​ມີ​ໃຜ​ໄດ້​ກັບ​ໄປ​ຢູ່​ດິນ​ຂອງ​ໂຕ​ເອງ ແລະ​ຈະ​ບໍ່​ມີ​ໃຜ​ປົກປ້ອງ​ຊີວິດ​ຂອງ​ໂຕ​ເອງ​ໄດ້​ຍ້ອນ​ເຂົາເຈົ້າ​ເຮັດ​ຜິດ​ຫຼາຍ.

14 ໃນ​ມື້​ນັ້ນ ເຂົາເຈົ້າ​ຈະ​ເປົ່າ​ແກ+​ແລະ​ທຸກ​ຄົນ​ຈະ​ພ້ອມ ແຕ່​ຈະ​ບໍ່​ມີ​ໃຜ​ອອກ​ໄປ​ສູ້ຮົບ ຍ້ອນ​ເຮົາ​ຈະ​ໃຈຮ້າຍ​ໃຫ້​ທຸກ​ຄົນ.+ 15 ຢູ່​ນອກ​ເມືອງ​ມີ​ດາບ+​ແລະ​ຢູ່​ໃນ​ເມືອງ​ມີ​ຄວາມ​ອຶດຢາກ​ກັບ​ໂລກລະບາດ. ຄົນ​ທີ່​ຢູ່​ນອກ​ເມືອງ​ຈະ​ຖືກ​ຂ້າ​ດ້ວຍ​ດາບ ແລະ​ຄົນ​ທີ່​ຢູ່​ໃນ​ເມືອງ​ຈະ​ຕາຍ​ຍ້ອນ​ຄວາມ​ອຶດຢາກ​ແລະ​ໂລກລະບາດ.+ 16 ຜູ້​ທີ່​ລອດ​ຕາຍ​ກໍ​ຈະ​ໜີ​ໄປ​ຢູ່​ຕາມ​ພູ. ເຂົາເຈົ້າ​ຈະ​ເປັນ​ຄື​ກັບ​ນົກ​ເຂົາ​ທີ່​ຢູ່​ຮ່ອມພູ. ແຕ່​ລະ​ຄົນ​ຈະ​ເສຍໃຈ​ທີ່​ເຮັດ​ຜິດ​ຫຼາຍ.+ 17 ແຂນ​ຂອງ​ເຂົາເຈົ້າ​ຈະ​ລ່ອຍ​ແລະ​ຫົວ​ເຂົ່າ​ຂອງ​ເຂົາເຈົ້າ​ຈະ​ປຽກ.*+ 18 ເຂົາເຈົ້າ​ຈະ​ຕ້ອງ​ນຸ່ງ​ຜ້າເນື້ອຫຍາບ+​ແລະ​ຢ້ານ​ຈົນ​ໂຕ​ສັ່ນ. ທຸກ​ຄົນ​ຈະ​ຕ້ອງ​ຖືກ​ເຮັດ​ໃຫ້​ອັບອາຍ​ແລະ​ຈະ​ຕ້ອງ​ແຖ​ຫົວ.*+

19 ເຂົາເຈົ້າ​ຈະ​ໂຍນ​ເງິນ​ຖິ້ມ​ຢູ່​ຕາມ​ຫົນ​ທາງ​ແລະ​ຄຳ​ຈະ​ເປັນ​ສິ່ງ​ທີ່​ເຂົາເຈົ້າ​ຂີ້​ດຽດ. ໃນ​ມື້​ທີ່​ພະ​ເຢໂຫວາ​ໃຈຮ້າຍ​ຫຼາຍ ເງິນ​ຄຳ​ຂອງ​ເຂົາເຈົ້າ​ກໍ​ຈະ​ຊ່ວຍ​ຊີວິດ​ເຂົາເຈົ້າ​ບໍ່​ໄດ້.+ ເຂົາເຈົ້າ​ຈະ​ກິນ​ບໍ່​ອີ່ມ​ແລະ​ຈະ​ຫິວ​ແຮງ ຍ້ອນ​ເງິນ​ຄຳ​ເປັນ​ຕົ້ນເຫດ​ພາ​ໃຫ້​ເຂົາເຈົ້າ​ເຮັດ​ຜິດ. 20 ເຂົາເຈົ້າ​ພູມໃຈ​ໃນ​ເຄື່ອງ​ປະດັບ​ທີ່​ງາມ​ໆ​ຂອງ​ໂຕ​ເອງ ແລະ​ເອົາ​ເງິນ​ເອົາ​ຄຳ​ມາ​ເຮັດ​ເປັນ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ.+ ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ​ເຮັດ​ໃຫ້​ເງິນ​ຄຳ​ກາຍ​ເປັນ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ສຳລັບ​ເຂົາເຈົ້າ. 21 ເຮົາ​ຈະ​ໃຫ້​ຄົນ​ຕ່າງ​ຊາດ​ກັບ​ພວກ​ຄົນ​ຊົ່ວ​ມາ​ປຸ້ນ​ເອົາ​ເງິນ​ເອົາ​ຄຳ*​ຂອງ​ເຂົາເຈົ້າ ແລ້ວ​ເຂົາເຈົ້າ​ຈະ​ເຮັດ​ໃຫ້​ມັນ​ບໍ່​ສະອາດ.

22 ເຮົາ​ຈະ​ປິ່ນ​ໜ້າ​ໜີ​ຈາກ​ເຂົາເຈົ້າ+ ແລະ​ເຂົາເຈົ້າ​ຈະ​ເຮັດ​ໃຫ້​ບ່ອນ​ສັກສິດ*​ຂອງ​ເຮົາ​ບໍ່​ສະອາດ. ພວກ​ຂີ້​ລັກ​ຈະ​ເຂົ້າ​ໄປ​ຫັ້ນ​ແລະ​ເຮັດ​ໃຫ້​ບ່ອນ​ນັ້ນ​ບໍ່​ສະອາດ.+

23 ໃຫ້​ເຮັດ​ໂສ້*+ ຍ້ອນ​ແຜ່ນ​ດິນ​ມີ​ແຕ່​ເລືອດ​ຂອງ​ຄົນ​ທີ່​ຖືກ​ຕັດສິນ​ແບບ​ບໍ່​ຍຸຕິທຳ+​ແລະ​ໃນ​ເມືອງ​ກໍ​ມີ​ແຕ່​ຄວາມ​ຮຸນແຮງ.+ 24 ເຮົາ​ຈະ​ເອີ້ນ​ຊາດ​ທີ່​ຊົ່ວ​ທີ່ສຸດ+​ໃຫ້​ມາ​ຍຶດ​ເຮືອນ​ຂອງ​ເຂົາເຈົ້າ.+ ເຮົາ​ຈະ​ເຮັດ​ໃຫ້​ຄົນ​ທີ່​ແຂງແຮງ​ບໍ່​ມີ​ແນວ​ຈະ​ອວດ ແລະ​ເຮົາ​ຈະ​ເຮັດ​ໃຫ້​ບ່ອນ​ນະມັດສະການ​ຂອງ​ເຂົາເຈົ້າ​ບໍ່​ສະອາດ.+ 25 ຕອນ​ທີ່​ເຂົາເຈົ້າ​ເດືອດຮ້ອນ ເຂົາເຈົ້າ​ຈະ​ຂໍ​ໃຫ້​ມີ​ຄວາມ​ສະຫງົບ​ສຸກ ແຕ່​ຈະ​ບໍ່​ມີ​ເລີຍ.+ 26 ໄພພິບັດ​ຈະ​ເກີດ​ຂຶ້ນ​ຊ້ຳ​ແລ້ວ​ຊ້ຳ​ອີກ ແລະ​ເຂົາເຈົ້າ​ຈະ​ໄດ້​ຍິນ​ຂ່າວ​ຮ້າຍ​ຕິດຕໍ່​ກັນ​ຕະຫຼອດ. ເຂົາເຈົ້າ​ຈະ​ຊອກຫາ​ນິມິດ​ຈາກ​ຜູ້ພະຍາກອນ+ ແຕ່​ຈະ​ບໍ່​ໄດ້​ຫຍັງ. ຄຳສອນ​ຂອງ​ພວກ​ປະໂລຫິດ​ແລະ​ຄຳແນະນຳ​ຈາກ​ພວກ​ຜູ້​ນຳ​ຈະ​ບໍ່​ມີ​ປະໂຫຍດ​ຫຍັງ​ເລີຍ.+ 27 ກະສັດ​ຈະ​ໄວ້ທຸກ+ ຫົວໜ້າ​ຈະ​ໂສກເສົ້າ​ເສຍໃຈ ແລະ​ປະຊາຊົນ​ຈະ​ຢ້ານ​ຈົນ​ໂຕ​ສັ່ນ. ເຮົາ​ຈະ​ເຮັດ​ກັບ​ເຂົາເຈົ້າ​ຕາມ​ການ​ກະທຳ​ຂອງ​ເຂົາເຈົ້າ ແລະ​ເຮົາ​ຈະ​ຕັດສິນ​ເຂົາເຈົ້າ​ຄື​ກັບ​ທີ່​ເຂົາເຈົ້າ​ຕັດສິນ​ຄົນອື່ນ ແລ້ວ​ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.’”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌