ນາຮູມ
3 ຄວາມຈິບຫາຍຈະເກີດຂຶ້ນກັບເມືອງທີ່ມີແຕ່ຄົນຂ້າກັນ.*
ເມືອງນີ້ເຕັມແຕ່ການລໍ້ລວງແລະການປຸ້ນຈີ້.
ເມືອງນີ້ມັກປຸ້ນຕະຫຼອດ.
2 ມີແຕ່ສຽງຟາດແສ້ ແລະສຽງກົງລົດ
ສຽງມ້າແລ່ນ ແລະສຽງລົດຮົບທີ່ແລ່ນບັກດັງໆ.
3 ມີທະຫານມ້າ ມີດາບແລະຫອກທີ່ເຫຼື້ອມມາບໆ.
ມີຄົນຖືກຂ້າບັກຫຼາຍໆ ແລະມີຊາກສົບກອງບັກໃຫຍ່ໆ.
ມີຄົນຕາຍຫຼາຍຈົນນັບບໍ່ຫຼ້ອນ.
ໄປທາງໃດກໍມີແຕ່ຊາກສົບ.
4 ເມືອງນີ້ເປັນຄືກັບແມ່ຈ້າງທີ່ນອນນຳຜູ້ຊາຍໄປເລື້ອຍໆ
ເປັນຄືກັບຜູ້ຍິງທີ່ມັກຍົ້ວຍວນ ຫວ່ານສະເໜ່ ແລະມັກຫຼິ້ນຜີ
ມັກໃຊ້ກັບດັກຈັບເອົາຊາດຕ່າງໆໂດຍວິທີຂອງແມ່ຈ້າງ ແລະມັກຈັບຄົນອື່ນໂດຍໃຊ້ຄາຖາອາຄົມຫຼາຍຢ່າງ.
5 ພະເຢໂຫວາຜູ້ບັນຊາການກອງທັບປະກາດວ່າ: “ເຮົາຈະຕໍ່ສູ້ເຈົ້າ.*+
ເຮົາຈະເປີດກະໂປ່ງຂອງເຈົ້າປົກໜ້າເຈົ້າ.
ເຮົາຈະເຮັດໃຫ້ຊາດຕ່າງໆເຫັນເຈົ້າປະເປືອຍ
ແລະຈະເຮັດໃຫ້ປະເທດຕ່າງໆເຫັນຄວາມອັບອາຍຂອງເຈົ້າ.
6 ເຮົາຈະສາດແນວເປື້ອນໆໃສ່ເຈົ້າ
ແລະເຮັດໃຫ້ຄົນອື່ນຂີ້ດຽດເຈົ້າ.
ເຮົາຈະເຮັດໃຫ້ເຈົ້າເສຍກຽດ.+
7 ທຸກຄົນທີ່ເຫັນເຈົ້າຈະໜີຈາກເຈົ້າ+ແລະເວົ້າວ່າ
‘ເມືອງນີເນເວຖືກທຳລາຍແລ້ວ
ຜູ້ໃດຈະອີ່ຕົນເມືອງນີ້?’
ເຮົາຈະຫາຜູ້ປອບໃຈໃຫ້ເຈົ້າໄດ້ຈາກໃສ?
8 ເມືອງໂນອາມອນ*ຕັ້ງຢູ່ແຄມຄອງຕ່າງໆຂອງແມ່ນ້ຳນິນ.+ ເຈົ້າດີກວ່າເມືອງນັ້ນບໍ?+
ເມືອງນັ້ນມີນ້ຳອ້ອມຮອບ.
ເມືອງນັ້ນຮັ່ງຫຼາຍຍ້ອນທະເລ ແລະທະເລກໍຍັງເປັນຄືກັບກຳແພງທີ່ປົກປ້ອງເມືອງ.
9 ເອທິໂອເປຍກັບເອຢິບເປັນແຫຼ່ງກຳລັງຂອງເມືອງນັ້ນ.
ພຸດ+ກັບລີເບຍກໍເປັນຜູ້ຊ່ວຍຂອງເມືອງນັ້ນຄືກັນ.+
10 ຄົນໃນເມືອງນັ້ນຖືກກວາດໄປຢູ່ຕ່າງປະເທດ
ແລະຖືກຈັບໄປເປັນຊະເລີຍ.+
ພວກເດັກນ້ອຍໃນເມືອງນັ້ນຖືກຂ້າຢ່າງໂຫດຫ້ຽມຢູ່ທຸກຈອກທຸກແຈ.
ເຂົາເຈົ້າຈົກສະຫຼາກເອົາພວກຜູ້ນຳຂອງເມືອງນັ້ນ.
ພວກຜູ້ມີຕຳແໜ່ງທຸກຄົນກໍຖືກລ່າມໂສ້ໄວ້.
11 ນີເນເວຈະເປັນຄືກັບຄົນເມົາ.+
ເຈົ້າຈະໜີໄປລີ້.
ເຈົ້າຈະຫາບ່ອນຫຼົບໄພເພື່ອໃຫ້ລອດຈາກສັດຕູ.
12 ປ້ອມທັງໝົດຂອງເຈົ້າເປັນຄືກັບຕົ້ນໝາກເດື່ອທີ່ມີໝາກສຸກຊຸດທຳອິດ
ຖ້າຖືກສັ່ນ ໜ່ວຍຂອງມັນກໍຈະຫຼົ່ນໃສ່ປາກຂອງຄົນທີ່ຫິວ.
13 ທະຫານຂອງເຈົ້າເປັນຄືກັບຜູ້ຍິງ.
ປະຕູເມືອງໃນແຜ່ນດິນຂອງເຈົ້າຈະຖືກເປີດກວ້າງໆລໍຖ້າພວກສັດຕູ.
ໄຟຈະໄໝ້ກອນປະຕູເມືອງຂອງເຈົ້າ.
14 ໃຫ້ກຽມນ້ຳໄວ້ໃຊ້ຕອນທີ່ເຈົ້າຖືກລ້ອມ.+
ໃຫ້ເສີມປ້ອມຂອງເຈົ້າໃຫ້ແຂງແຮງໄວ້ໂລດ!
ໃຫ້ລົງໄປຢຽບຂີ້ຕົມເພື່ອເຮັດດິນດາກ
ແລະໃຫ້ກຽມແບບໄວ້ເພື່ອເຮັດດິນຈີ່.
15 ແຕ່ຈັ່ງໃດໄຟກໍຈະມາເຜົາເຈົ້າ
ແລະເຈົ້າກໍຈະຕ້ອງຕາຍດ້ວຍດາບ.+
ມັນຈະທຳລາຍເຈົ້າຄືກັບຕັກກະແຕນທຳລາຍຜົນລະປູກ.+
ໃຫ້ເຈົ້າອອກແມ່ແພ່ລູກຫຼາຍໆສ່ຳກັບຕັກກະແຕນໂລດ!
ໃຫ້ເຈົ້າກຽມຄົນໄວ້ຫຼາຍໆສ່ຳຝູງຕັກກະແຕນ!
16 ພວກພໍ່ຄ້າໃນເມືອງນີເນເວມີຫຼາຍກວ່າດາວໃນທ້ອງຟ້າ.
ຕັກກະແຕນຈະລອກຄາບແລະບິນໜີ.
17 ພວກທະຫານຍາມຂອງເຈົ້າເປັນຄືກັບຕັກກະແຕນ
ແລະພວກຫົວໜ້າທະຫານຂອງເຈົ້າເປັນຄືກັບຝູງຕັກກະແຕນ.
ພວກມັນລີ້ຢູ່ຕາມຫຼືບຫີນໃນມື້ທີ່ໜາວໆ
ແຕ່ເມື່ອແດດອອກ ພວກມັນກໍບິນໄປ
ແລະບໍ່ມີຜູ້ໃດຮູ້ວ່າພວກມັນໄປໃສ.
18 ກະສັດອັດຊີເຣຍເອີ້ຍ ຄົນລ້ຽງແກະຂອງເຈົ້າກໍມີແຕ່ເຫງົານອນ.
ພວກເຈົ້າເມືອງຂອງເຈົ້າກໍຢູ່ແຕ່ເຮືອນ.
ປະຊາຊົນຂອງເຈົ້າກໍແຕກຊະໄປຕາມພູຕ່າງໆ
ແລະບໍ່ມີຜູ້ໃດລວບລວມເຂົາເຈົ້າມາໄດ້.+
19 ບໍ່ມີໃຜຊ່ວຍເຈົ້າຈາກຄວາມຈິບຫາຍນີ້ໄດ້.
ບາດແຜຂອງເຈົ້າກໍປິ່ນປົວບໍ່ໄດ້.