ມັດທາຍ
1 ນີ້ແມ່ນປຶ້ມກ່ຽວກັບຊີວິດ*ຂອງພະເຢຊູຄລິດ* ລູກຫຼານຂອງດາວິດແລະອັບຣາຮາມ.
2 ອັບຣາຮາມມີລູກຊາຍຊື່ອີຊາກ;
ອີຊາກມີລູກຊາຍຊື່ຢາໂຄບ;
ຢາໂຄບມີລູກຊາຍຊື່ຢູດາແລະກໍມີລູກຊາຍຄົນອື່ນໆນຳ;
3 ຢູດາມີລູກຊາຍກັບຕາມາ ຊື່ເປເຣດແລະເຊຣາ;
ເປເຣດມີລູກຊາຍຊື່ເຮຊະໂຣນ;
ເຮຊະໂຣນມີລູກຊາຍຊື່ຣາມ;
4 ຣາມມີລູກຊາຍຊື່ອາມມີນາດາບ;
ອາມມີນາດາບມີລູກຊາຍຊື່ນາໂຊນ;
ນາໂຊນມີລູກຊາຍຊື່ຊັນໂມນ;
5 ຊັນໂມນມີລູກຊາຍກັບຣາຮາບຊື່ໂບອາດ;
ໂບອາດມີລູກຊາຍກັບຣຸດຊື່ໂອເບັດ;
ໂອເບັດມີລູກຊາຍຊື່ເຢຊີ;
6 ເຢຊີມີລູກຊາຍເປັນກະສັດຊື່ດາວິດ;
ດາວິດມີລູກຊາຍຊື່ໂຊໂລໂມນ ແມ່ຂອງໂຊໂລໂມນເຄີຍເປັນເມຍຂອງອູຣີຢາ;
7 ໂຊໂລໂມນມີລູກຊາຍຊື່ເຣໂຮໂບອາມ;
ເຣໂຮໂບອາມມີລູກຊາຍຊື່ອາບີຢາ;
ອາບີຢາມີລູກຊາຍຊື່ອາຊາ;
8 ອາຊາມີລູກຊາຍຊື່ເຢໂຮຊາຟັດ;
ເຢໂຮຊາຟັດມີລູກຊາຍຊື່ເຢໂຮຣາມ;
ເຢໂຮຣາມມີລູກຊາຍ*ຊື່ອຸດຊີຢາ;
9 ອຸດຊີຢາມີລູກຊາຍຊື່ໂຢທາມ;
ໂຢທາມມີລູກຊາຍຊື່ອາຮາດ;
ອາຮາດມີລູກຊາຍຊື່ເຮເຊກີຢາ;
10 ເຮເຊກີຢາມີລູກຊາຍຊື່ມານາເຊ;
ມານາເຊມີລູກຊາຍຊື່ອາໂມນ;
ອາໂມນມີລູກຊາຍຊື່ໂຢຊີຢາ;
11 ໂຢຊີຢາມີລູກຊາຍຊື່ເຢໂກນີຢາແລະກໍມີລູກຊາຍຄົນອື່ນໆນຳໃນໄລຍະທີ່ຊາວຢິວຖືກກວາດຕ້ອນໄປເປັນຊະເລີຍໃນປະເທດບາບີໂລນ.
12 ຫຼັງຈາກຊາວຢິວຖືກກວາດຕ້ອນໄປເປັນຊະເລີຍໃນບາບີໂລນແລ້ວ ເຢໂກນີຢາມີລູກຊາຍຊື່ເຊອານຕີເອນ;
ເຊອານຕີເອນມີລູກຊາຍຊື່ເຊຣຸບບາເບນ;
13 ເຊຣຸບບາເບນມີລູກຊາຍຊື່ອະບີອຸດ;
ອະບີອຸດມີລູກຊາຍຊື່ເອເລຍກີມ;
ເອເລຍກີມມີລູກຊາຍຊື່ອາເຊີ;
14 ອາເຊີມີລູກຊາຍຊື່ຊາດົກ;
ຊາດົກມີລູກຊາຍຊື່ອາກີມ;
ອາກີມມີລູກຊາຍຊື່ເອລີອຸດ;
15 ເອລີອຸດມີລູກຊາຍຊື່ເອເລອາຊາ;
ເອເລອາຊາມີລູກຊາຍຊື່ມັດທານ;
ມັດທານມີລູກຊາຍຊື່ຢາໂຄບ;
16 ຢາໂຄບມີລູກຊາຍຊື່ໂຢເຊັບເຊິ່ງເປັນຜົວຂອງມາຣີ ແລະພະເຢຊູທີ່ຜູ້ຄົນເອີ້ນກັນວ່າພະຄລິດກໍເກີດມາຈາກມາຣີຄົນນີ້.
17 ດັ່ງນັ້ນ ນັບຈາກອັບຣາຮາມຈົນເຖິງດາວິດມີ 14 ຊົ່ວຄົນ ນັບຈາກດາວິດຈົນເຖິງໄລຍະທີ່ຊາວຢິວຖືກກວາດຕ້ອນໄປເປັນຊະເລີຍໃນປະເທດບາບີໂລນມີ 14 ຊົ່ວຄົນ ແລະນັບຈາກໄລຍະທີ່ຊາວຢິວຖືກກວາດຕ້ອນໄປເປັນຊະເລີຍຈົນເຖິງພະຄລິດກໍມີອີກ 14 ຊົ່ວຄົນ.
18 ເລື່ອງການເກີດຂອງພະເຢຊູຄລິດເປັນດັ່ງນີ້ ມາຣີແມ່ຂອງເພິ່ນໄດ້ໝັ້ນກັບໂຢເຊັບ ແຕ່ກ່ອນທີ່ທັງສອງຈະແຕ່ງດອງກັນ ມາຣີກໍຖືພາດ້ວຍພະລັງບໍລິສຸດ. 19 ແຕ່ເນື່ອງຈາກໂຢເຊັບຄູ່ໝັ້ນ*ຂອງມາຣີເປັນຄົນດີແລະບໍ່ຢາກໃຫ້ລາວຕ້ອງອັບອາຍຂາຍໜ້າ ໂຢເຊັບຈຶ່ງຕັ້ງໃຈຈະຖອນໝັ້ນ*ກັບມາຣີແບບມິດໆ. 20 ແຕ່ເມື່ອໂຢເຊັບຄິດຈະເຮັດແບບນັ້ນ ທູດສະຫວັນຂອງພະເຢໂຫວາ*ໄດ້ມາເຂົ້າຝັນລາວແລະບອກວ່າ: “ໂຢເຊັບ ລູກຫຼານຂອງດາວິດ ແຕ່ງດອງກັບມາຣີໂລດ ບໍ່ຕ້ອງຢ້ານ* ເພາະລາວຖືພາດ້ວຍພະລັງບໍລິສຸດ. 21 ລາວຈະເກີດລູກຊາຍແລະໃຫ້ຕັ້ງຊື່ວ່າເຢຊູ* ເພາະລາວຈະຊ່ວຍຜູ້ຄົນໃຫ້ຫຼຸດພົ້ນຈາກບາບ.” 22 ທີ່ຈິງ ເລື່ອງທັງໝົດນີ້ເກີດຂຶ້ນຕາມທີ່ພະເຢໂຫວາເວົ້າຜ່ານທາງຜູ້ພະຍາກອນຂອງພະອົງວ່າ: 23 “ຖ້າເບິ່ງເດີ້! ສາວບໍລິສຸດຄົນໜຶ່ງຈະຖືພາແລະເກີດລູກຊາຍ ແລະຈະຕັ້ງຊື່ລູກນັ້ນວ່າ ເອມານູເອນ” ເຊິ່ງແປວ່າ “ພະເຈົ້າຢູ່ກັບເຮົາ.”
24 ເມື່ອໂຢເຊັບຕື່ນນອນ ລາວກໍເຮັດຕາມທີ່ທູດສະຫວັນຂອງພະເຢໂຫວາສັ່ງແລະໄດ້ແຕ່ງດອງກັບມາຣີ.* 25 ແຕ່ໂຢເຊັບບໍ່ມີເພດສຳພັນກັບມາຣີຈົນລາວເກີດລູກຊາຍ ແລະໂຢເຊັບກໍຕັ້ງຊື່ແອນ້ອຍວ່າເຢຊູ.