ສ່ວນອະທິບາຍຄຳສັບໃນຄຳພີໄບເບິນ
1 ກ ຂ ຄ ຈ ສ ຊ ຍ ດ ຕ ຖ ທ ນ ບ ປ ຜ ຝ ພ ຟ ມ ຢ ລ ວ ຫ ຫຼ ໝ ອ ຮ
1
1 ສ່ວນ 10.
ເຄື່ອງທີ່ຖວາຍເພື່ອຈຸດປະສົງທາງສາສະໜາ ໂດຍຖວາຍ 1 ສ່ວນ 10 ຫຼື 10 ເປີເຊັນຈາກເຄື່ອງທີ່ມີຢູ່. (ມລກີ 3:10; ບັນຍັດ 26:12; ມທ 23:23; ຮຣ 7:5) ກົດໝາຍຂອງໂມເຊກຳນົດວ່າ ຊາວອິດສະຣາເອນຈະຕ້ອງຍົກ 1 ສ່ວນ 10 ຂອງຜົນຜະລິດທີ່ໄດ້ຈາກແຜ່ນດິນແລະຝູງສັດທີ່ມີເພີ່ມຂຶ້ນໃຫ້ແກ່ຊາວເລວີທຸກປີເພື່ອສະໜັບສະໜູນຊາວເລວີ ແລະຊາວເລວີກໍຈະເອົາ 1 ສ່ວນ 10 ຂອງສິ່ງທີ່ພວກເຂົາໄດ້ຮັບໄປໃຫ້ປະໂລຫິດເພື່ອສະໜັບສະໜູນພວກປະໂລຫິດອີກຕໍ່ໜຶ່ງ. ນອກຈາກນີ້ ມີການໃຫ້ 1 ສ່ວນ 10 ໃນແບບອື່ນໆນຳອີກ. ການຖວາຍ 1 ສ່ວນ 10 ບໍ່ແມ່ນຂໍ້ຮຽກຮ້ອງສຳລັບຄລິດສະຕຽນ.
ກ
ກະຕັກ.
ໄມ້ຍາວທີ່ມີປາຍເປັນເຫຼັກແຫຼມໃຊ້ແທງສັດ. ມີການປຽບທຽບກະຕັກວ່າເປັນຄືກັບຄຳສອນຂອງຄົນທີ່ມີສະຕິປັນຍາທີ່ຊ່ວຍກະຕຸ້ນຄົນຟັງໃຫ້ເຮັດຕາມ. ສຳນວນ “ເຕະກະຕັກ” ໃນພະຄຳພີໄດ້ມາຈາກທ່າທາງຂອງງົວທີ່ຂັດຂືນເມື່ອມີກະຕັກມາແທງມັນ ເຊິ່ງການເຕະກະຕັກແບບນັ້ນມີແຕ່ຈະເຮັດໃຫ້ມັນເຈັບ.—ກຈກ 26:14; ຕັດສິນ 3:31
ກາປະທັບ.
ສິ່ງທີ່ໃຊ້ປະທັບ (ເທິງດິນໜຽວຫຼືຂີ້ເຜີ້ງ) ເພື່ອສະແດງຄວາມເປັນເຈົ້າຂອງ ຢືນຢັນວ່າເປັນຂອງແທ້ ຫຼືສະແດງວ່າຕົກລົງກັນແລ້ວ ແລະຍັງໃຊ້ເພື່ອບໍ່ໃຫ້ເປີດເອກະສານຫຼືສິ່ງອື່ນໆທີ່ຖືກປະທັບກາໄວ້ແລ້ວ ເຊັ່ນ: ປະຕູແລະຫຼຸມຝັງສົບ. ກາປະທັບໃນສະໄໝບູຮານອາດເປັນຫີນ ງາຊ້າງ ຫຼືໄມ້ເຊິ່ງມີຕົວອັກສອນຫຼືລວດລາຍທີ່ສະຫຼັກປີ້ນທາງ. ຄຳວ່າ “ກາປະທັບ” ຍັງໃຊ້ເປັນພາບປຽບທຽບວ່າສິ່ງທີ່ຖືກປະທັບກາເປັນຂອງແທ້ ຫຼືມີເຈົ້າຂອງແລ້ວ ຫຼືເປັນສິ່ງທີ່ຖືກປິດເຊື່ອງໄວ້ຫຼືເປັນຄວາມລັບ.—ມທ 27:66; ຢຮ 6:27; ອຟຊ 1:13; ພນມ 5:1; 9:4
ເກເຮັນນາ.
ຊື່ພາສາກຣີກຂອງຮ່ອມພູຮິນໂນມ ເຊິ່ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງເມືອງເຢຣູຊາເລັມບູຮານ. (ຢເຣ 7:31) ມີການພະຍາກອນໄວ້ວ່າທີ່ນັ້ນຈະກາຍເປັນບ່ອນຖິ້ມສົບ. (ຢເຣ 7:32; 19:6) ບໍ່ມີຫຼັກຖານວ່າ ສັດຫຼືມະນຸດທີ່ຖືກຖິ້ມໃນເກເຮັນນາຖືກເຜົາທັງໆທີ່ມີຊີວິດຢູ່ຫຼືຖືກທໍລະມານ. ດັ່ງນັ້ນ ສະຖານທີ່ນີ້ຈຶ່ງບໍ່ໄດ້ເປັນສັນຍະລັກຂອງແດນທໍລະມານທີ່ວິນຍານມະນຸດຈະຖືກທໍລະມານດ້ວຍໄຟຕະຫຼອດໄປ. ພະເຢຊູແລະພວກລູກສິດຂອງເພິ່ນໃຊ້ຄຳວ່າເກເຮັນນາເປັນສັນຍະລັກຂອງການລົງໂທດຕະຫຼອດໄປໂດຍ “ຄວາມຕາຍປະເພດທີສອງ” ເຊິ່ງໝາຍເຖິງການທຳລາຍໃຫ້ສາບສູນ.—ພນມ 20:14; ມທ 5:22; 10:28
ແກ.
ເຄື່ອງເປົ່າເຮັດດ້ວຍໂລຫະ ໃຊ້ເປົ່າໃຫ້ສັນຍານແລະເປົ່າເປັນສຽງດົນຕີ. ສ່ວນຫຼາຍແລ້ວສຽງແກທີ່ຢູ່ໃນນິມິດຈະຄວບຄູ່ໄປກັບການປະກາດຄຳພິພາກສາຂອງພະເຢໂຫວາຫຼືເຫດການສຳຄັນອື່ນໆທີ່ມາຈາກພະເຈົ້າ.—1ກຣ 15:52; ພນມ 8:7–11:15
ກຳຍານ.
ຢາງໄມ້ແຫ້ງທີ່ໄດ້ຈາກຕົ້ນໄມ້ຫຼືພືດບາງຊະນິດໃນຕະກູນ Boswellia. ເມື່ອເຜົາແລ້ວຈະມີກິ່ນຫອມ ເປັນສ່ວນປະສົມໃນເຄື່ອງຫອມທີ່ໃຊ້ໃນເຕັ້ນສັກສິດແລະວິຫານ. ມັກຖວາຍນຳກັນກັບເຄື່ອງບູຊາທີ່ເຮັດຈາກເມັດເຂົ້າແລະວາງເທິງເຂົ້າຈີ່ເຊິ່ງຢູ່ໃນຫ້ອງບໍລິສຸດ.—ອົບ 30:34-36; ເລວີ 2:1; 24:7; ມທ 2:11
ກົດໝາຍຂອງໂມເຊ.
ການທໍລະຍົດ.
ຄຳນີ້ໃນພາສາກຣີກ (ອະໂປສະຕາເຊຍ) ມາຈາກຄຳກຳມະທີ່ແປຕາມໂຕວ່າ “ຢືນຢູ່ໄກໆ.” ເມື່ອເປັນຄຳນາມໝາຍເຖິງ “ການປະຖິ້ມ” ຫຼື “ການກະບົດ.” ໃນພະຄຳພີຄລິດສະຕຽນພາກພາສາກຣີກ ຄຳວ່າ “ການທໍລະຍົດ” (ອະໂປສະຕາເຊຍ) ໃຊ້ກັບຄົນທີ່ທໍລະຍົດຕໍ່ການນະມັດສະການແທ້.—ສຸພາ 11:9; ກຈກ 21:21; 2ທຊ 2:3
ການປະທັບ.
ໃນພະຄຳພີຄລິດສະຕຽນພາກພາສາກຣີກ ຄຳນີ້ໝາຍເຖິງການປະທັບຂອງພະເຢຊູຄລິດໃນຖານະກະສັດເມຊີອາ ເຊິ່ງເລີ່ມຕົ້ນຕອນທີ່ເພິ່ນໄດ້ຮັບການແຕ່ງຕັ້ງເປັນກະສັດຢູ່ສະຫວັນໃນສະໄໝສຸດທ້າຍຂອງໂລກນີ້. ການປະທັບຂອງພະຄລິດບໍ່ໄດ້ໝາຍເຖິງການມາເຖິງແລ້ວກໍຈາກໄປຢ່າງໄວວາ ແຕ່ກວມເອົາໄລຍະເວລາໜຶ່ງ.—ມທ 24:3
ການປົກຄອງຂອງພະເຈົ້າ.
ໝາຍເຖິງອຳນາດການປົກຄອງສູງສຸດຂອງພະເຈົ້າ ເຊິ່ງພະອົງສະແດງຜ່ານທາງລັດຖະບານທີ່ມີພະຄລິດເຢຊູລູກຂອງພະອົງເປັນກະສັດ.—ມທ 12:28; ລກ 4:43; 1ກຣ 15:50
ການອັດສະຈັນ.
ກັບໃຈ.
ກຣີກ.
ພາສາທີ່ຄົນໃນປະເທດກຣີກໃຊ້ ແລະເປັນຄຳເອີ້ນຄົນທີ່ເກີດໃນກຣີກຫຼືຄົນທີ່ມີຄອບຄົວມາຈາກກຣີກ. ໃນພະຄຳພີຄລິດສະຕຽນພາກພາສາກຣີກໃຊ້ຄຳນີ້ໃນຄວາມໝາຍທີ່ກວ້າງກວ່ານັ້ນ ຄືໝາຍເຖິງຄົນທີ່ບໍ່ແມ່ນຢິວ ຫຼືຄົນທີ່ໄດ້ຮັບອິດທິພົນຈາກພາສາແລະວັດທະນະທຳກຣີກ.—ໂຢເອນ 3:6; ຢຮ 12:20
ຂ
ຂີ້ແກບ.
ຂີ້ທູດ.
ໂລກຜິວໜັງຮ້າຍແຮງຊະນິດໜຶ່ງ. ຄຳວ່າຂີ້ທູດໃນພະຄຳພີມີຄວາມໝາຍກວ້າງກວ່າຂີ້ທູດທີ່ຮູ້ຈັກກັນໃນປັດຈຸບັນ ເພາະອາດເກີດກັບຄົນ ເຄື່ອງນຸ່ງ ຫຼືເຮືອນກໍໄດ້.—ເລວີ 14:54; ລກ 5:12
ຂື່.
ເຂົາ; ເຂົາສັດ.
ໝາຍເຖິງເຂົາຂອງສັດທີ່ເອົາມາໃຊ້ເປັນພາຊະນະໃສ່ເຄື່ອງດື່ມ ນ້ຳມັນ ນ້ຳໝຶກ ແລະເຄື່ອງສຳອາງ. ເຂົາສັດຍັງໃຊ້ເປັນເຄື່ອງດົນຕີຫຼືໃຊ້ເປົ່າເພື່ອສົ່ງສັນຍານ. (1 ຊາມ 16:1, 13; 1 ກະ 1:39; ເອເຊກ 9:2) ຄຳວ່າ “ເຂົາສັດ” ມັກໃຊ້ເປັນສັນຍະລັກຂອງກຳລັງແລະໄຊຊະນະ.—ບັນຍັດ 33:17; ມີເກ 4:13; ລກ 1:69
ເຂົ້າຈີ່ທີ່ວາງຖວາຍ.
ເຂົ້າຈີ່ 12 ອັນທີ່ວາງຊ້ອນກັນຂຶ້ນເປັນ 2 ແຖວ ແຖວລະ 6 ອັນເທິງໂຕະໃນຫ້ອງບໍລິສຸດຂອງເຕັ້ນສັດສິດແລະວິຫານ. ບາງຄັ້ງເອີ້ນວ່າ “ເຂົ້າຈີ່ວາງໄວ້ເປັນແຖວ” ແລະ “ເຂົ້າຈີ່ທີ່ວາງຖວາຍ.” ມີການປ່ຽນເຂົ້າຈີ່ໃໝ່ທຸກວັນຊະບາໂຕ. ຕາມປົກກະຕິແລ້ວມີພຽງປະໂລຫິດເທົ່ານັ້ນທີ່ມີສິດກິນເຂົ້າຈີ່ເຊິ່ງຖືກປ່ຽນອອກໄປ.—2 ຂ່າວ 2:4; ອົບ 25:30; ເລວີ 24:5-9; ມທ 12:4; ຮຣ 9:2
ຂັນທີ.
ຄວາມໝາຍຕາມຕົວແມ່ນຜູ້ຊາຍທີ່ຖືກຕອນ. ສ່ວນຫຼາຍຜູ້ຊາຍເຫຼົ່ານີ້ໄດ້ຮັບມອບໝາຍໃຫ້ເຮັດວຽກໃນພະລາຊະວັງ ເປັນຄົນຮັບໃຊ້ຫຼືຄົນເບິ່ງແຍງລາຊີນີແລະນາງສະໜົມ. ຄຳນີ້ຍັງໝາຍເຖິງຜູ້ຊາຍທີ່ບໍ່ໄດ້ຖືກຕອນແຕ່ເຮັດວຽກເປັນຂ້າລາຊະການໃນພະລາຊະວັງຂອງກະສັດ. ສຳນວນທີ່ວ່າ ‘ເປັນຂັນທີເພື່ອການປົກຄອງທີ່ຢູ່ໃນສະຫວັນ’ ໝາຍເຖິງຄົນທີ່ຄວບຄຸມຕົວເອງເພື່ອຈະເຮັດວຽກຮັບໃຊ້ພະເຈົ້າໄດ້ຢ່າງເຕັມທີ.—ມທ 19:12; ເອເຊທ 2:15; ກຈກ 8:27
ຂ້ຽນຕີ.
ໃນພະຄຳພີຄລິດສະຕຽນພາກພາສາກຣີກໝາຍເຖິງການຕີດ້ວຍແສ້ທີ່ມີຕຸ່ມຫຼືຂອດ ຫຼືມີປາຍເປັນຫງ່ຽງທີ່ແຫຼມຄົມ.—ຢຮ 19:1
ຂ່າວດີ.
ຄ
ຄະທາ.
ໄມ້ທີ່ຜູ້ມີອຳນາດປົກຄອງຖື ເຊິ່ງເປັນສັນຍະລັກຂອງອຳນາດກະສັດ.—ຕົ້ນ 49:10; ຮຣ 1:8
ຄ່າໄຖ່.
ລາຄາທີ່ຈ່າຍເພື່ອປົດປ່ອຍຈາກການຖືກກັກຕົວ ການລົງໂທດ ການທົນທຸກ ບາບ ຫຼືຂໍ້ຜູກມັດບາງຢ່າງ. ຄ່າໄຖ່ບໍ່ຈຳເປັນຕ້ອງເປັນເງິນສະເໝີໄປ. (ເອຊາ 43:3) ມີຫຼາຍສະຖານະການທີ່ກຳນົດໄວ້ວ່າຕ້ອງຈ່າຍຄ່າໄຖ່ ເຊັ່ນ: ລູກຊາຍກົກທຸກຄົນແລະລູກສັດໂຕຜູ້ໂຕທຳອິດທຸກໂຕເປັນຂອງພະເຢໂຫວາ ແລະຕ້ອງຈ່າຍຄ່າໄຖ່ເພື່ອປົດປ່ອຍຈາກການຖວາຍໃຫ້ພະເຢໂຫວາ. (ຈົດເຊັນ 3:45, 46; 18:15, 16) ຖ້າງົວທີ່ດຸຮ້າຍບໍ່ໄດ້ຖືກຂັງໄວ້ ແລ້ວມັນໄປຊົນຜູ້ໃດຜູ້ໜຶ່ງຕາຍ ເຈົ້າຂອງງົວຈະຕ້ອງຈ່າຍຄ່າໄຖ່ສຳລັບຕົວເອງ ລາວຈຶ່ງຈະພົ້ນໂທດປະຫານຊີວິດ. (ອົບ 21:29, 30) ແຕ່ຈະຈ່າຍຄ່າໄຖ່ສຳລັບຄົນທີ່ເຈຕະນາຂ້າຄົນບໍ່ໄດ້. (ຈົດເຊັນ 35:31) ແລະສຳຄັນທີ່ສຸດ ຄຳພີໄບເບິນເນັ້ນຄ່າໄຖ່ຂອງພະຄລິດທີ່ສະລະຊີວິດຂອງເພິ່ນເພື່ອປົດປ່ອຍມະນຸດທີ່ເຊື່ອຟັງໃຫ້ພົ້ນຈາກບາບແລະຄວາມຕາຍ.—ເພງ 49:7, 8; ມທ 20:28; ອຟຊ 1:7
ຄູສອນສາສະໜາ.
ໃນພະຄຳພີພາກພາສາເຮັບເຣີເອີ້ນວ່າ ສະໝຽນ. ໃນສະໄໝທີ່ພະເຢຊູມາໂລກນີ້ ຄູສອນສາສະໜາຄືກຸ່ມຄົນທີ່ຊ່ຽວຊານກົດໝາຍຂອງໂມເຊ ແລະເປັນພວກທີ່ຕໍ່ຕ້ານພະເຢຊູ.—ເອເຊດ 7:6; ມຣກ 12:38, 39; 14:1
ເຄຣູບ.
ທູດສະຫວັນທີ່ມີຕຳແໜ່ງສູງແລະມີໜ້າທີ່ພິເສດ ເປັນຄົນລະກຸ່ມກັບເຊຣາຟິມ.—ຕົ້ນ 3:24; ອົບ 25:20; ເອຊາ 37:16; ຮຣ 9:5
ໂຄຣະ.
ຫົວໜ່ວຍຕວງຂອງແຫ້ງແລະຂອງແຫຼວ ເຊິ່ງເທົ່າກັບ 220 ລິດ ໂດຍຄິດໄລ່ຈາກບໍລິມາດໂດຍປະມານຂອງຫົວໜ່ວຍບັດ.—1 ກະ 5:11; ລກ 16:7; ໄຂເງື່ອນ
ເຄືອເຂົາຮໍ.
ພືດທີ່ມີລົດຂົມຫຼາຍແລະຂິວ. ຄຳວ່າ “ເຄືອເຂົາຮໍ” ໃນພະນິມິດ 8:11 ໝາຍເຖິງສານທີ່ມີພິດແລະຂົມ.
ຄຳສາບານ.
ການເວົ້າຢືນຢັນວ່າເລື່ອງໃດເລື່ອງໜຶ່ງເປັນຄວາມຈິງ ຫຼືສັນຍາຢ່າງໜັກແໜ້ນວ່າຈະເຮັດຫຼືບໍ່ເຮັດບາງຢ່າງ. ສ່ວນຫຼາຍຈະສາບານຕໍ່ຜູ້ທີ່ເໜືອກວ່າ ເຊັ່ນ: ພະເຈົ້າ. ແມ່ນແຕ່ພະເຢໂຫວາກໍສາບານເພື່ອຢືນຢັນສັນຍາທີ່ພະອົງເຮັດກັບອັບຣາຮາມ.—ຕົ້ນ 14:22; ຮຣ 6:16, 17
ຄຳພະຍາກອນ.
ຂ່າວສານທີ່ໄດ້ຮັບການດົນໃຈຈາກພະເຈົ້າ ອາດເປັນການເປີດເຜີຍຫຼືປະກາດໃຫ້ຮູ້ຄວາມຕ້ອງການຂອງພະອົງ. ຄຳພະຍາກອນອາດເປັນຄຳສອນ ຄຳສັ່ງ ຫຼືຄຳພິພາກສາຂອງພະເຈົ້າ ຫຼືເປັນການປະກາດໃຫ້ຮູ້ວ່າຈະເກີດຫຍັງຂຶ້ນໃນອະນາຄົດ.—ມທ 13:14; 2ປຕ 1:20, 21
ເຄື່ອງບູຊາ.
ສິ່ງທີ່ເອົາມາຖວາຍພະເຈົ້າເພື່ອສະແດງຄວາມຂອບໃຈ ສະແດງການຍອມຮັບຜິດ ແລະຟື້ນຟູສາຍສຳພັນກັບພະເຈົ້າ. ຕັ້ງແຕ່ອາເບນເປັນຕົ້ນມາ ມະນຸດຖວາຍຫຼາຍສິ່ງເປັນເຄື່ອງບູຊາດ້ວຍຄວາມສະໝັກໃຈ ເຊັ່ນ: ສັດຕ່າງໆ. ແຕ່ເມື່ອມີກົດໝາຍຂອງໂມເຊ ການຖວາຍເຄື່ອງບູຊາກໍກາຍເປັນຂໍ້ຮຽກຮ້ອງ. ຫຼັງຈາກພະເຢຊູສະລະຊີວິດຂອງເພິ່ນເປັນເຄື່ອງບູຊາທີ່ສົມບູນແລ້ວ ເຄື່ອງບູຊາທີ່ເປັນສັດກໍບໍ່ຈຳເປັນອີກຕໍ່ໄປ. ທຸກມື້ນີ້ຄລິດສະຕຽນກໍຍັງຖວາຍເຄື່ອງບູຊາໃຫ້ພະເຈົ້າຢູ່ ແຕ່ເປັນໃນຮູບແບບອື່ນ ເຊັ່ນ: ຄຳເວົ້າແລະການກະທຳທີ່ເຮັດໃຫ້ພະເຈົ້າພໍໃຈ.—ຕົ້ນ 4:4; ຮຣ 13:15, 16; 1ຢຮ 4:10
ເຄື່ອງບູຊາດື່ມ.
ເຄື່ອງບູຊາທີ່ເປັນເຫຼົ້າແວງເຊິ່ງເທລົງເທິງແທ່ນບູຊາແລະສ່ວນຫຼາຍຈະຖວາຍຄູ່ກັບເຄື່ອງບູຊາອື່ນໆ. ໂປໂລໃຊ້ຄຳນີ້ເປັນພາບປຽບທຽບເຖິງຄວາມເຕັມໃຈຂອງລາວທີ່ຈະຮັບໃຊ້ເພື່ອເພື່ອນຄລິດສະຕຽນ.—ຈົດເຊັນ 15:5, 7; ຟລປ 2:17
ເຄື່ອງບູຊາໄຖ່ບາບ.
ເຄື່ອງບູຊາສຳລັບໄຖ່ບາບທີ່ເຮັດໄປໂດຍບໍ່ເຈຕະນາຍ້ອນຄວາມອ່ອນແອແລະຄວາມບໍ່ສົມບູນແບບ. ສັດທີ່ເອົາມາຖວາຍເປັນເຄື່ອງບູຊາມີຫຼາຍຊະນິດ ເຊັ່ນ: ງົວຫຼືນົກກາງແກ ຂຶ້ນຢູ່ກັບຖານະຕຳແໜ່ງແລະສະພາບການຂອງຄົນທີ່ຕ້ອງການໄຖ່ບາບ.—ເລວີ 4:27, 29; ຮຣ 10:8
ເຄື່ອງບູຊາເຜົາ.
ເຄື່ອງບູຊາທີ່ເປັນສັດເຊິ່ງຖືກເຜົາເທິງແທ່ນບູຊາເພື່ອຖວາຍໃຫ້ພະເຈົ້າທັງໝົດ. ບໍ່ມີສ່ວນໃດຂອງສັດ (ງົວ ແກະໂຕຜູ້ ແບ້ໂຕຜູ້ ນົກເຂົາ ຫຼືລູກນົກກາງແກ) ທີ່ຜູ້ຖວາຍເກັບໄວ້ເອງ.—ອົບ 29:18; ເລວີ 6:9; ມຣກ 12:33; ຮຣ 10:6
ເຄື່ອງຫອມ.
ສ່ວນປະສົມຂອງຢາງໄມ້ຫອມກັບນ້ຳມັນຢາ ເຊິ່ງຈະໄໝ້ຊ້າໆແລະໃຫ້ກິ່ນຫອມ. ມີເຄື່ອງຫອມຊະນິດໜຶ່ງເຊິ່ງປຸງພິເສດດ້ວຍສ່ວນປະສົມ 4 ຢ່າງສຳລັບໃຊ້ຢູ່ເຕັ້ນສັກສິດແລະຢູ່ວິຫານ. ມີການເຜົາເຄື່ອງຫອມໃນຕອນເຊົ້າແລະຕອນກາງຄືນເທິງແທ່ນເຜົາເຄື່ອງຫອມໃນຫ້ອງບໍລິສຸດ ແຕ່ໃນວັນໄຖ່ບາບຈະມີການເຜົາເຄື່ອງຫອມໃນຫ້ອງບໍລິສຸດທີ່ສຸດ. ເຄື່ອງຫອມເປັນພາບສະແດງເຖິງຄຳອະທິດຖານຂອງຜູ້ຮັບໃຊ້ທີ່ສັດຊື່ເຊິ່ງເປັນຄຳອະທິດຖານທີ່ພະເຈົ້າຍອມຮັບ. ການໃຊ້ເຄື່ອງຫອມບໍ່ແມ່ນຂໍ້ຮຽກຮ້ອງສຳລັບຄລິດສະຕຽນ.—ອົບ 30:34, 35; ເລວີ 16:13; ພນມ 5:8
ເຄື່ອງໝາຍ; ສັນຍານ; ສັນຍະລັກ.
ຄົນກາງ.
ຄົນຍາມ.
ຄົນທີ່ມີອິດສະຫຼະ; ຄົນທີ່ໄດ້ຮັບອິດສະຫຼະ.
ໃນສະໄໝທີ່ຈັກກະວັດໂຣມປົກຄອງ “ຄົນທີ່ມີອິດສະຫຼະ” ໝາຍເຖິງຄົນທີ່ມີອິດສະຫຼະມາຕັ້ງແຕ່ເກີດແລະມີສິດທິພົນລະເມືອງຢ່າງຄົບຖ້ວນ. ສ່ວນ “ຄົນທີ່ໄດ້ຮັບອິດສະຫຼະ” ໝາຍເຖິງໄດ້ຮັບການປົດປ່ອຍຈາກການເປັນທາດ. ຄົນທີ່ໄດ້ຮັບອິດສະຫຼະຢ່າງເປັນທາງການຈະໄດ້ຮັບສິດເປັນພົນລະເມືອງໂຣມ ແຕ່ບໍ່ສາມາດມີຕຳແໜ່ງທາງການເມືອງໄດ້. ສ່ວນຄົນທີ່ໄດ້ຮັບອິດສະຫຼະຢ່າງບໍ່ເປັນທາງການຈະໄດ້ພົ້ນຈາກການເປັນທາດ ແຕ່ບໍ່ໄດ້ຮັບສິດທິພົນລະເມືອງຢ່າງຄົບຖ້ວນ.—1ກຣ 7:22
ຄືບ.
ຫົວໜ່ວຍວັດແທກຄວາມຍາວ ມີຄວາມຍາວປະມານເທົ່າກັບໄລຍະຈາກປາຍນິ້ວໂປ້ເຖິງປາຍນິ້ວກ້ອຍເມື່ອກາງມືອອກເຕັມທີ. ເມື່ອຄິດໄລ່ຈາກຫົວໜ່ວຍສອກເຊິ່ງຍາວ 44,5 ຊມ. 1 ຄືບຈະຍາວ 22,2 ຊມ.—ອົບ 28:16; 1 ຊາມ 17:4
ຄລິດສະຕຽນ.
ພະເຈົ້າໃຫ້ຊື່ນີ້ກັບພວກລູກສິດຂອງພະເຢຊູຄລິດ.—ກຈກ 11:26; 26:28
ຄວາມກະລຸນາທີ່ຍິ່ງໃຫຍ່.
ມາຈາກຄຳພາສາກຣີກທີ່ຖ່າຍທອດແນວຄິດກ່ຽວກັບສິ່ງທີ່ໜ້າພໍໃຈແລະດຶງດູດໃຈ. ສ່ວນຫຼາຍມີການໃຊ້ຄຳນີ້ເພື່ອໝາຍເຖິງຂອງຂວັນທີ່ໃຫ້ດ້ວຍຄວາມກະລຸນາແລະເມດຕາ. ດັ່ງນັ້ນ ຄວາມກະລຸນາທີ່ຍິ່ງໃຫຍ່ຂອງພະເຈົ້າຈຶ່ງໝາຍເຖິງຂອງຂວັນທີ່ພະເຈົ້າໃຫ້ຢ່າງໃຈກວ້າງໂດຍບໍ່ຫວັງສິ່ງຕອບແທນ ເຊິ່ງສະແດງວ່າພະອົງມີນ້ຳໃຈເອື້ອເຟື້ອແລະມີຄວາມຮັກແລະຄວາມກະລຸນາຕໍ່ມະນຸດຢ່າງລົ້ນເຫຼືອ. ຄວາມກະລຸນາທີ່ຍິ່ງໃຫຍ່ນີ້ເກີດຈາກຄວາມເອື້ອເຟື້ອຂອງຜູ້ໃຫ້ ບໍ່ແມ່ນການໃຫ້ເພື່ອຕອບແທນບຸນຄຸນຫຼືຕອບແທນຄວາມດີຂອງຜູ້ຮັບ.—2ກຣ 6:1; ອຟຊ 1:7
ຄວາມທຸກລຳບາກຄັ້ງໃຫຍ່.
ຄຳພາສາກຣີກທີ່ແປວ່າ “ຄວາມທຸກລຳບາກ” ຖ່າຍທອດແນວຄິດຂອງຄວາມທຸກຫຼືຄວາມເຈັບປວດທີ່ເກີດຈາກການຖືກກົດດັນໃນສະພາບການຕ່າງໆ. ພະເຢຊູເວົ້າເຖິງ “ຄວາມທຸກລຳບາກຄັ້ງໃຫຍ່” ທີ່ບໍ່ເຄີຍມີມາກ່ອນເຊິ່ງຈະເກີດຂຶ້ນກັບເມືອງເຢຣູຊາເລັມ ແລະທີ່ສຳຄັນຈະເກີດຂຶ້ນກັບມະນຸດທົ່ວໂລກໃນອະນາຄົດເມື່ອເພິ່ນ “ມາດ້ວຍລັດສະໝີທີ່ແຮງກ້າ.” (ມທ 24:21, 29-31) ໂປໂລບອກວ່າຄວາມທຸກລຳບາກນີ້ເປັນການກະທຳທີ່ຍຸຕິທຳຂອງພະເຈົ້າເພື່ອລົງໂທດ “ຄົນທີ່ບໍ່ຮູ້ຈັກພະເຈົ້າແລະຄົນທີ່ບໍ່ເຊື່ອຟັງຂ່າວດີ” ເລື່ອງພະເຢຊູຄລິດ. ໃນປຶ້ມພະນິມິດບົດ 19 ບອກວ່າພະເຢຊູຈະນຳພາກອງທັບສະຫວັນມາຕໍ່ສູ້ກັບ “ສັດຮ້າຍນັ້ນກັບພວກກະສັດໃນໂລກ ແລະກອງທັບຂອງພວກເຂົາ.” (2ທຊ 1:6-8; ພນມ 19:11-21) ແຕ່ຈະມີ “ຄົນຝູງໃຫຍ່” ລອດຜ່ານຄວາມທຸກລຳບາກຄັ້ງໃຫຍ່. (ພນມ 7:9, 14)—ເບິ່ງຄຳວ່າ “ອາມາເຄໂດນ”
ຄວາມລັບອັນສັກສິດ.
ຄວາມເຫຼື້ອມໃສພະເຈົ້າ.
ຈ
ໃຈຮູ້ຜິດຮູ້ຖືກ.
ຄວາມຮູ້ສຶກໃນຕົວມະນຸດທີ່ບອກວ່າອັນໃດຖືກອັນໃດຜິດ ອັນໃດຄວນເຮັດແລະບໍ່ຄວນເຮັດ. ໃນຄຳພີໄບເບິນ ຄຳພາສາກຣີກທີ່ແປວ່າໃຈຮູ້ຜິດຮູ້ຖືກແປຕາມໂຕວ່າ “ຄວາມຮູ້ສຶກຮ່ວມກັນ” ຫຼື “ຄວາມຮູ້ຮ່ວມກັບຕົວເອງ”. ນັ້ນສະແດງວ່າໃຈຮູ້ຜິດຮູ້ຖືກສາມາດຕັດສິນການກະທຳຂອງເຮົາ ຟ້ອງເຮົາເມື່ອເຮັດຜິດ ຫຼືເຮັດໃຫ້ເຮົາຮູ້ສຶກສະບາຍໃຈເມື່ອເຮັດຖືກ. ໃຈຮູ້ຜິດຮູ້ຖືກຍັງເຕືອນເຮົາກ່ອນທີ່ຈະເຮັດຜິດຊ້ຳ.—ຣມ 2:14, 15; 9:1
ເຈົ້າແຂວງ.
ເຈົ້າໜ້າທີ່ຝ່າຍປົກຄອງ.
ໃນດິນແດນທີ່ເປັນຫົວເມືອງຂຶ້ນຂອງໂຣມ ເຈົ້າໜ້າທີ່ຝ່າຍປົກຄອງແມ່ນພວກຜູ້ບໍລິຫານໃນລັດຖະບານ ເຊິ່ງມີໜ້າທີ່ເບິ່ງແຍງຄວາມເປັນລະບຽບຮຽບຮ້ອຍ ບໍລິຫານຈັດການເລື່ອງເງິນ ຕັດສິນຄົນທີ່ຝ່າຝືນກົດໝາຍ ແລະສັ່ງລົງໂທດຄົນທີ່ເຮັດຜິດ.—ກຈກ 16:20
ເຈີມ.
ຄຳນີ້ໃນພາສາເຮັບເຣີໝາຍຄວາມວ່າ “ທາດ້ວຍຂອງແຫຼວ” ເຊິ່ງເປັນການໃຊ້ນ້ຳມັນເທໃສ່ຄົນຫຼືວັດຖຸສິ່ງຂອງເພື່ອສະແດງເຖິງການອຸທິດສຳລັບວຽກພິເສດ. ໃນພະຄຳພີຄລິດສະຕຽນພາກພາສາກຣີກຍັງໃຊ້ຄຳນີ້ເພື່ອໝາຍເຖິງການເທພະລັງບໍລິສຸດລົງໃສ່ຄົນທີ່ຖືກເລືອກໃຫ້ມີຄວາມຫວັງທີ່ຈະໄປສະຫວັນ.—ອົບ 28:41; 1 ຊາມ 16:13; ລກ 4:18; ກຈກ 10:38; 2ກຣ 1:21
ສ
ສະໄໝສຸດທ້າຍ.
ຄຳພະຍາກອນໃນຄຳພີໄບເບິນໃຊ້ຄຳນີ້ເມື່ອເວົ້າເຖິງໄລຍະເວລາທີ່ຈະເກີດເຫດການທີ່ສຳຄັນໆເຊິ່ງນຳໄປສູ່ຈຸດຈົບ. (ເອເຊກ 38:16; ດາ 10:14; ກຈກ 2:17) ໄລຍະເວລານີ້ອາດຍາວນານພຽງບໍ່ເທົ່າໃດປີຫຼືດົນກວ່ານັ້ນ ຂຶ້ນຢູ່ກັບວ່າເປັນຄຳພະຍາກອນເລື່ອງຫຍັງ. ສ່ວນຫຼາຍແລ້ວຄຳພີໄບເບິນໃຊ້ຄຳນີ້ເມື່ອເວົ້າເຖິງ “ສະໄໝສຸດທ້າຍ” ຂອງໂລກປັດຈຸບັນໃນໄລຍະການປະທັບຂອງພະເຢຊູທີ່ມະນຸດເບິ່ງບໍ່ເຫັນ.—2ຕມ 3:1; ຢກບ 5:3; 2ປຕ 3:3
ສະໄໝສຸດທ້າຍຂອງໂລກນີ້.
ໄລຍະເວລາທີ່ນຳໄປສູ່ຈຸດຈົບຂອງໂລກນີ້ ຫຼືລະບົບທີ່ຊາຕານຄວບຄຸມ. ໄລຍະເວລານີ້ເກີດຂຶ້ນພ້ອມກັບການປະທັບຂອງພະຄລິດ. ພາຍໃຕ້ການຊີ້ນຳຂອງພະເຢຊູ ພວກທູດສະຫວັນຈະ “ແຍກຄົນຊົ່ວອອກຈາກຄົນດີ” ແລະຈະທຳລາຍພວກເຂົາ. (ມທ 13:40-42, 49) ພວກລູກສິດຂອງພະເຢຊູສົນໃຈວ່າ “ສະໄໝສຸດທ້າຍ” ຈະເກີດຂຶ້ນເມື່ອໃດ. (ມທ 24:3) ກ່ອນທີ່ເພິ່ນຈະກັບໄປສະຫວັນ ເພິ່ນສັນຍາກັບພວກລູກສິດວ່າຈະຢູ່ກັບພວກເຂົາຈົນຮອດສະໄໝສຸດທ້າຍຂອງໂລກນີ້.—ມທ 28:20
ສະຫຼາກ.
ສະອາດ.
ໃນຄຳພີໄບເບິນ ຄຳນີ້ບໍ່ໄດ້ໝາຍເຖິງຄວາມສະອາດພາຍນອກເທົ່ານັ້ນ ແຕ່ຍັງໝາຍເຖິງສະພາບທີ່ບໍ່ມີຕຳໜິຫຼືການກັບຄືນສູ່ສະພາບທີ່ບໍ່ມີຕຳໜິ ບໍ່ມີຫຍັງເປິເປື້ອນ ມີສິນລະທຳທີ່ດີແລະມີສາຍສຳພັນທີ່ດີກັບພະເຈົ້າ. ນອກຈາກນັ້ນ ພາຍໃຕ້ກົດໝາຍຂອງໂມເຊ ຄຳນີ້ຍັງໝາຍເຖິງການຢູ່ໃນສະພາບທີ່ສະອາດຕາມພິທີກຳ.—ເລວີ 10:10; ເພງ 51:7; ມທ 8:2; 1ກຣ 6:11
ສຸພາສິດ.
ຄຳເວົ້າຫຼືເລື່ອງເລົ່າສັ້ນໆທີ່ໃຫ້ຂໍ້ຄິດຫຼືສອນຄວາມຈິງທີ່ເລິກເຊິ່ງດ້ວຍຄຳເວົ້າພຽງບໍ່ເທົ່າໃດຄຳ. ສຸພາສິດໃນຄຳພີໄບເບິນອາດເປັນຄຳເວົ້າທີ່ກະຕຸ້ນຄວາມຄິດຫຼືເປັນປິດສະໜາ. ສຸພາສິດອະທິບາຍຄວາມຈິງດ້ວຍພາສາທີ່ເຮັດໃຫ້ເຫັນພາບຊັດເຈນແລະມັກໃຊ້ຄຳປຽບທຽບ. ບາງສຳນວນກາຍເປັນຄຳເວົ້າທີ່ຄົນມັກໃຊ້ເພື່ອເຍາະເຍີ້ຍຫຼືດູຖູກຄົນອື່ນ.—ຜູ້ປ 12:9; 2ປຕ 2:22
ໂສເພນີ.
ຄົນທີ່ມີເພດສຳພັນກັບຄົນທີ່ບໍ່ແມ່ນຜົວຫຼືເມຍຂອງຕົວເອງ ເຊິ່ງເຮັດເພື່ອເງິນໂດຍສະເພາະ. (ຄຳນີ້ໃນພາສາກຣີກແມ່ນ ພໍເນ ມາຈາກເຄົ້າສັບທີ່ແປວ່າ “ຂາຍ”) ຄຳນີ້ມັກໃຊ້ກັບຜູ້ຍິງແຕ່ຄຳພີໄບເບິນກໍເວົ້າເຖິງໂສເພນີຊາຍນຳ. ການເປັນໂສເພນີເປັນສິ່ງທີ່ຜິດກົດໝາຍຂອງໂມເຊ ແລະເງິນຄ່າຕົວຂອງໂສເພນີຈະເອົາມາບໍລິຈາກໃນວິຫານຂອງພະເຢໂຫວາບໍ່ໄດ້ ເຊິ່ງກົງກັນຂ້າມກັບພວກທີ່ບໍ່ນະມັດສະການພະເຢໂຫວາທີ່ໃຊ້ໂສເພນີປະຈຳວິຫານເປັນຊ່ອງທາງຫາລາຍໄດ້. (ບັນຍັດ 23:17, 18; 1 ກະ 14:24) ຄຳພີໄບເບິນຍັງໃຊ້ຄຳນີ້ເປັນພາບປຽບທຽບໝາຍເຖິງຄົນ ຊົນຊາດ ຫຼືອົງການທີ່ກ່ຽວຂ້ອງກັບການຂາບໄຫວ້ຮູບບູຊາບາງຮູບແບບທັງໆທີ່ອ້າງວ່ານະມັດສະການພະເຈົ້າ. ຕົວຢ່າງເຊັ່ນ: ໃນປຶ້ມພະນິມິດ ກຸ່ມສາສະໜາທີ່ເອີ້ນວ່າ “ບາບີໂລນໃຫຍ່” ໄດ້ຊື່ວ່າໂສເພນີເພາະລາວມີຄວາມສຳພັນກັບຜູ້ມີອຳນາດປົກຄອງໂລກນີ້ ໂດຍຫວັງຈະໄດ້ອຳນາດແລະຄວາມຮັ່ງມີ.—ພນມ 17:1-5; 18:3; 1 ຂ່າວ 5:25
ໄສຍະສາດ.
ຄວາມເຊື່ອທີ່ວ່າວິນຍານຂອງຄົນທີ່ຕາຍແລ້ວອອກຈາກຮ່າງແລະສາມາດຕິດຕໍ່ກັບຄົນເປັນໂດຍຜ່ານຄົນຊົງ. ຄຳພາສາກຣີກທີ່ແປວ່າ “ການຫຼິ້ນໄສຍະສາດ” ມາຈາກຄຳວ່າ ຟາມາເກຍ ເຊິ່ງໝາຍເຖິງ “ການໃຊ້ຢາຫຼືຢາເສບຕິດ.” ຄຳນີ້ຖືກເຊື່ອມໂຍງກັບໄສຍະສາດເພາະໃນສະໄໝບູຮານມີການໃຊ້ຢາຫຼືຢາເສບຕິດເມື່ອປຸກອຳນາດຂອງພວກປີສາດເພື່ອຈະໃຊ້ວິຊາອາຄົມ.—ຄລຕ 5:20; ພນມ 21:8
ເສົາ.
(1) ອາດເປັນເສົາຮອງຮັບໂຄງສ້າງຫຼືເສົາຄ້ຳ. ມີການໃຊ້ເສົາເພື່ອຮອງຮັບໂຄງສ້າງຂອງວິຫານແລະລາຊະວັງທີ່ໂຊໂລໂມນສ້າງຂຶ້ນ. ໃນພະຄຳພີຄລິດສະຕຽນພາກພາສາກຣີກ ເສົາຖືກໃຊ້ໃນຄວາມໝາຍເປັນໄນເຊິ່ງໝາຍເຖິງການເຮັດໃຫ້ໝັ້ນຄົງ ຫຼືຕຳແໜ່ງທີ່ຖາວອນ.—ຕັດສິນ 16:29; 1 ກະ 7:21; 1ຕມ 3:15; ພນມ 3:12
(2) ໄມ້ທີ່ຕັ້ງຊື່ທ່ອນໜຶ່ງເຊິ່ງເອົາໄວ້ຄຶງນັກໂທດ. ບາງຊົນຊາດເຄີຍໃຊ້ເສົາເພື່ອປະຫານຊີວິດແລະໃຊ້ແຂວນສົບເພື່ອປະຈານຫຼືເຕືອນຄົນອື່ນບໍ່ໃຫ້ເຮັດຕາມແບບຢ່າງ. ຊາວອາຊີລີເຊິ່ງໄດ້ຊື່ວ່າເປັນຊາດທີ່ເຮັດສົງຄາມຢ່າງໂຫດຫ້ຽມຈະໃຊ້ເສົາປາຍແຫຼມແທງໜ້າທ້ອງຂອງຊະເລີຍໃຫ້ສອດລຳໂຕຂຶ້ນໄປຮອດເອິກ ແລ້ວປ່ອຍໃຫ້ຮ່າງສຽບຄາຢູ່ເທິງເສົາແບບນັ້ນ. ແຕ່ຕາມກົດໝາຍຂອງຊາວຢິວ ຄົນທີ່ເຮັດຜິດຮ້າຍແຮງ ເຊັ່ນ: ໝິ່ນປະໝາດພະເຈົ້າຫຼືຂາບໄຫວ້ຮູບບູຊາຈະຖືກປະຫານໂດຍດຶກກ້ອນຫີນໃສ່ຫຼືເຮັດໃຫ້ຕາຍດ້ວຍວິທີອື່ນກ່ອນ ແລ້ວຈຶ່ງແຂວນສົບໄວ້ເທິງເສົາຫຼືຕົ້ນໄມ້ ເພື່ອເຕືອນຄົນອື່ນບໍ່ໃຫ້ເຮັດຕາມແບບຢ່າງ. (ບັນຍັດ 21:22, 23; 2 ຊາມ 21:6, 9) ບາງຄັ້ງຊາວໂຣມກໍມັດນັກໂທດໄວ້ກັບເສົາ ເຊິ່ງນັກໂທດອາດມີຊີວິດຢູ່ຫຼາຍມື້ ແຕ່ຕ້ອງຕາກແດດ ອົດເຂົ້າອົດນ້ຳ ແລະເຈັບປວດທໍລະມານຈົນຕາຍ. ບາງຄັ້ງພວກເຂົາກໍໃຊ້ຕະປູຕອກມືແລະຕີນນັກໂທດຕິດກັບເສົາ ເຊັ່ນ: ຕອນທີ່ປະຫານພະເຢຊູ. (ລກ 24:20; ຢຮ 19:14-16; 20:25; ກຈກ 2:23, 36)—ເບິ່ງຄຳວ່າ “ເສົາທໍລະມານ”
ເສົາທໍລະມານ.
ແປຈາກຄຳພາສາກຣີກ ສະເຕົາໂຣສ໌ ເຊິ່ງໝາຍເຖິງໄມ້ຫຼືເສົາທີ່ຕັ້ງຊື່ທ່ອນໜຶ່ງ ເຊັ່ນ: ເສົາທີ່ໃຊ້ປະຫານພະເຢຊູ. ບໍ່ມີຫຼັກຖານເລີຍວ່າຄຳພາສາກຣີກຄຳນີ້ໝາຍເຖິງໄມ້ກາງເຂນແບບທີ່ພວກບໍ່ນະມັດສະການພະເຢໂຫວາໃຊ້ເປັນສັນຍະລັກທາງສາສະໜາເປັນເວລາຫຼາຍສະຕະວັດກ່ອນພະຄລິດເກີດ. ຄຳວ່າ “ເສົາທໍລະມານ” ຖ່າຍທອດຄວາມໝາຍທີ່ຄົບຖ້ວນຂອງຄຳນີ້ໃນພາສາເດີມ ເຮົາຮູ້ເລື່ອງນີ້ໄດ້ຍ້ອນມີການໃຊ້ຄຳສະເຕົາໂຣສ໌ ເພື່ອບອກໃຫ້ຮູ້ວ່າພວກລູກສິດຂອງພະເຢຊູຈະຕ້ອງເຈິການທໍລະມານ ຄວາມທຸກ ແລະຄວາມອັບອາຍ. (ມທ 16:24; ຮຣ 12:2)—ເບິ່ງຄຳວ່າ “ເສົາ”
ສອກ.
ຫົວໜ່ວຍວັດແທກຄວາມຍາວທີ່ຍາວປະມານແຂນສອກຮອດປາຍນິ້ວກາງ. ໂດຍທົ່ວໄປໄລຍະ 1 ສອກຂອງຊາວອິດສະຣາເອນຍາວປະມານ 44,5 ຊມ. ແຕ່ບາງຄັ້ງກໍຍາວກວ່ານັ້ນ 1 ຝ່າມື ນັ້ນຄືຍາວປະມານ 51,8 ຊມ.—ຕົ້ນ 6:15; ມທ 6:27; ລກ 12:25; ພນມ 21:17
ສັນຍາ.
ຂໍ້ຕົກລົງທີ່ເປັນທາງການລະຫວ່າງພະເຈົ້າກັບມະນຸດ ຫຼືລະຫວ່າງມະນຸດນຳກັນວ່າຈະເຮັດຫຼືບໍ່ເຮັດບາງຢ່າງ. ບາງຄັ້ງອາດມີພຽງຝ່າຍດຽວທີ່ຕ້ອງເຮັດຕາມຂໍ້ຕົກລົງ (ໃນກໍລະນີທີ່ເປັນຄຳສັນຍາຫຼືເປັນການຮັບປາກ) ແຕ່ບາງຄັ້ງທັງສອງຝ່າຍຕ້ອງເຮັດຕາມຂໍ້ຕົກລົງ. ນອກຈາກສັນຍາທີ່ພະເຈົ້າເຮັດກັບມະນຸດແລ້ວ ຄຳພີໄບເບິນຍັງເວົ້າເຖິງສັນຍາລະຫວ່າງມະນຸດນຳກັນ ລະຫວ່າງຕະກູນ ລະຫວ່າງຊາດ ຫຼືກຸ່ມຄົນ. ສັນຍາທີ່ມີຜົນກວ້າງໄກກໍຄື ສັນຍາຕ່າງໆທີ່ພະເຈົ້າເຮັດກັບອັບຣາຮາມ ດາວິດ ຊົນຊາດອິດສະຣາເອນ (ສັນຍາກ່ຽວກັບກົດໝາຍ) ແລະອິດສະຣາເອນຂອງພະເຈົ້າ (ສັນຍາໃໝ່).—ຕົ້ນ 9:11; 15:18; 21:27; ອົບ 24:7; 2 ຂ່າວ 21:7; ລກ 22:29; ກຈກ 3:25; 2ກຣ 3:6; ຮຣ 8:6
ສິນຕັດ.
ການຕັດໜັງຫຸ້ມປາຍອະໄວຍະວະເພດຊາຍ. ອັບຣາຮາມກັບລູກຫຼານໄດ້ຮັບຄຳສັ່ງໃຫ້ຮັບສິນຕັດ ແຕ່ນີ້ບໍ່ແມ່ນຂໍ້ຮຽກຮ້ອງສຳລັບຄລິດສະຕຽນ. ໃນບາງແວດບົດກໍໃຊ້ເປັນຄຳປຽບທຽບ.—ຕົ້ນ 17:10; 1ກຣ 7:19; ຟລປ 3:3
ສາບແຊ່ງ.
ເວົ້າມຸ່ງຮ້າຍໃຫ້ເປັນອັນຕະລາຍຮ້າຍແຮງທັງຕໍ່ບາງຄົນຫຼືບາງສິ່ງ. ການສາບແຊ່ງບໍ່ແມ່ນການໝິ່ນປະໝາດຫຼືຄວາມໃຈຮ້າຍທີ່ຮຸນແຮງ. ສ່ວນຫຼາຍແລ້ວການສາບແຊ່ງເປັນການປະກາດຄຳພິພາກສາຫຼືການບອກລ່ວງໜ້າວ່າຈະມີເລື່ອງຮ້າຍໆເກີດຂຶ້ນ ໃນກໍລະນີທີ່ພະເຈົ້າຫຼືຄົນທີ່ໄດ້ຮັບມອບອຳນາດຈາກພະເຈົ້າເປັນຜູ້ສາບແຊ່ງ ການສາບແຊ່ງນັ້ນຈະເປັນຄືຄຳພະຍາກອນທີ່ຈະຕ້ອງເກີດຂຶ້ນຢ່າງແນ່ນອນ.—ຕົ້ນ 12:3; ຈົດເຊັນ 22:12; ມຣກ 11:21; ກຈກ 23:12; ຣມ 12:14; ຄລຕ 3:10
ຊ
ຊະໂຕອິກ.
ກຸ່ມນັກປັດຊະຍາຊາວກຣີກທີ່ເຊື່ອວ່າຄວາມສຸກເກີດຈາກການໃຊ້ຊີວິດສອດຄ່ອງກັບເຫດຜົນແລະທຳມະຊາດ. ພວກເຂົາເຊື່ອວ່າຄົນທີ່ມີປັນຍາຢ່າງແທ້ຈິງຈະບໍ່ສົນໃຈຕໍ່ຄວາມຮູ້ສຶກເຈັບປວດຫຼືຄວາມມ່ວນຊື່ນເພີດເພີນ.—ກຈກ 17:18
ຊະບາໂຕ.
ມາຈາກຄຳພາສາເຮັບເຣີທີ່ແປວ່າ “ພັກຜ່ອນ” ຫຼື “ຢຸດພັກ.” ເປັນມື້ທີເຈັດຂອງອາທິດຂອງຊາວຢິວ (ຕັ້ງແຕ່ຕາເວັນຕົກດິນຂອງວັນສຸກຈົນຮອດຕາເວັນຕົກດິນຂອງວັນເສົາ). ວັນເທດສະການບາງວັນ ລວມທັງປີທີ 7 ແລະປີທີ 50 ກໍເອີ້ນວ່າຊະບາໂຕຄືກັນ. ໃນວັນຊະບາໂຕຈະຕ້ອງບໍ່ມີຜູ້ໃດເຮັດວຽກ ຍົກເວັ້ນປະໂລຫິດທີ່ເຮັດວຽກໃນບ່ອນສັກສິດ. ສ່ວນໃນປີຊະບາໂຕ ດິນຈະຕ້ອງບໍ່ມີການໄຖການຫວ່ານແລະເຈົ້າໜີ້ຊາວເຮັບເຣີຈະທວງໜີ້ຈາກເພື່ອນຮ່ວມຊາດບໍ່ໄດ້. ກົດໝາຍຂອງໂມເຊກຳນົດຂໍ້ຫ້າມໃນວັນຊະບາໂຕໄວ້ຢ່າງສົມເຫດສົມຜົນ ແຕ່ພວກຜູ້ນຳສາສະໜາຄ່ອຍໆເພີ່ມກົດອື່ນເຂົ້າໄປ ເມື່ອຮອດສະໄໝຂອງພະເຢຊູປະຊາຊົນຈຶ່ງຮູ້ສຶກວ່າກົດເລື່ອງວັນຊະບາໂຕເຮັດຕາມໄດ້ຍາກ.—ອົບ 20:8; ເລວີ 25:4; ລກ 13:14-16; ກລຊ 2:16
ຊາດູກາຍ.
ນິກາຍໃຫຍ່ນິກາຍໜຶ່ງຂອງສາສະໜາຢິວ ປະກອບດ້ວຍພວກຊົນຊັ້ນສູງທີ່ຮັ່ງມີແລະພວກປະໂລຫິດທີ່ມີອຳນາດຄວບຄຸມກິດຈະກຳໃນວິຫານ. ພວກຊາດູກາຍບໍ່ເຮັດຕາມທຳນຽມສືບປາກຫຼາຍຢ່າງຄືກັບທີ່ພວກຟາຣິຊາຍເຮັດແລະປະຕິເສດຄວາມເຊື່ອອື່ນໆຂອງພວກຟາຣິຊາຍ. ພວກນີ້ບໍ່ເຊື່ອເລື່ອງການຄືນມາຈາກຕາຍ ບໍ່ເຊື່ອວ່າມີທູດສະຫວັນ ແລະຕໍ່ຕ້ານພະເຢຊູ.—ມທ 16:1; ກຈກ 23:8
ຊາຕານ.
ຊາມາເຣຍ.
ເມືອງຫຼວງຂອງອານາຈັກອິດສະຣາເອນ 10 ຕະກູນທາງເໜືອ. ຊາມາເຣຍເປັນເມືອງຫຼວງປະມານ 200 ປີແລະເປັນຊື່ເອີ້ນເຂດແດນທັງໝົດຂອງອານາຈັກນີ້. ເມືອງນີ້ສ້າງຂຶ້ນເທິງພູເຂົາຊາມາເຣຍ. ໃນສະໄໝພະເຢຊູ ຊາມາເຣຍເປັນຊື່ຂອງແຂວງໜຶ່ງທີ່ຢູ່ທາງເໜືອຕິດກັບແຂວງຄາລີເລແລະທາງໃຕ້ຕິດກັບແຂວງຢູດາ. ຕາມປົກກະຕິ ພະເຢຊູຈະບໍ່ປະກາດເລື່ອງຂອງພະເຈົ້າເມື່ອເດີນທາງໃນເຂດນີ້ ແຕ່ບາງເທື່ອເພິ່ນກໍຜ່ານເຂົ້າໄປໃນເຂດຊາມາເຣຍແລະເວົ້າກັບຄົນຊາມາເຣຍ. ເປໂຕໃຊ້ລູກກະແຈຂອງການປົກຄອງໃນສະຫວັນລູກທີ 2 ຕອນທີ່ຊາວຊາມາເຣຍໄດ້ຮັບພະລັງບໍລິສຸດຂອງພະເຈົ້າ.—1 ກະ 16:24; ຢຮ 4:7; ກຈກ 8:14
ຊີຣະຕີ.
ອ່າວນ້ຳຕື້ນຂະໜາດໃຫຍ່ 2 ອ່າວເທິງແຄມຝັ່ງຂອງປະເທດລີເບຍທີ່ຢູ່ທາງເໜືອຂອງທະວີບອາຝຼິກກາ. ນັກແລ່ນເຮືອໃນສະໄໝບູຮານຢ້ານສອງອ່າວນີ້ຫຼາຍເພາະເຕັມໄປດ້ວຍໂນນຊາຍທີ່ອັນຕະລາຍເຊິ່ງປ່ຽນແປງຕະຫຼອດເວລາຕາມກະແສນ້ຳຂຶ້ນນ້ຳລົງ.—ກຈກ 27:17
ຊີເຣຍ; ຊາວຊີເຣຍ.
ໃນພະຄຳພີຄລິດສະຕຽນພາກພາສາກຣີກ ຊີເຣຍແມ່ນແຂວງໜຶ່ງຂອງໂຣມແລະມີອັນຕີໂອເຂຍເປັນເມືອງຫຼວງ. ຊີເຣຍມີເນື້ອທີ່ເກືອບເທົ່າກັບຊີເຣຍ (ເອີ້ນອີກຊື່ໜຶ່ງວ່າ ອາລາມ) ທີ່ພະຄຳພີພາກພາສາເຮັບເຣີເວົ້າເຖິງ. ເຈົ້າແຂວງຊີເຣຍຍັງເບິ່ງແຍງປາເລດສະຕິນທັງໝົດ.—ລກ 2:2; ກຈກ 18:18; ຄລຕ 1:21
ຊີໂອນ; ພູເຂົາຊີໂອນ.
ຊື່ເອີ້ນເມືອງທີ່ມີປ້ອມຂອງຊາວເຢບຶຊຽນເຊິ່ງຕັ້ງຢູ່ເທິງເນີນພູທາງຕາເວັນອອກສ່ຽງໃຕ້ຂອງເມືອງເຢຣູຊາເລັມ ເມືອງນີ້ເຄີຍມີຊື່ວ່າເຢບຶຊ. ຫຼັງຈາກດາວິດຍຶດເມືອງນີ້ໄດ້ ລາວສ້າງພະລາຊະວັງຂອງຕົວເອງຢູ່ຫັ້ນ ແລະຕໍ່ມາຈຶ່ງເອີ້ນເມືອງນີ້ວ່າ “ເມືອງຂອງກະສັດດາວິດ.” (2 ຊາມ 5:7, 9) ຊີໂອນຍັງເປັນຊື່ຂອງພູເຂົານຳອີກ ແລະເປັນພູເຂົາທີ່ບໍລິສຸດເປັນພິເສດສຳລັບພະເຢໂຫວາເມື່ອດາວິດສັ່ງໃຫ້ຍ້າຍຫີບສັນຍາໄປບ່ອນນັ້ນ. ຕໍ່ມາ ຊື່ຊີໂອນຍັງລວມເຖິງບໍລິເວນທີ່ຕັ້ງຂອງວິຫານເທິງພູເຂົາໂມລີຢານຳອີກ ແລະບາງຄັ້ງກໍໝາຍເຖິງເມືອງເຢຣູຊາເລັມທັງໝົດ. ສ່ວນຫຼາຍຄຳວ່າຊີໂອນໃນພະຄຳພີຄລິດສະຕຽນພາກພາສາກຣີກບໍ່ໄດ້ມີຄວາມໝາຍຕາມຕົວອັກສອນ.—ເພງ 2:6; 1ປຕ 2:6; ພນມ 14:1
ເຊຊາ.
ນາມສະກຸນໜຶ່ງຂອງຊາວໂຣມເຊິ່ງຕໍ່ມາກາຍເປັນຊື່ຕຳແໜ່ງຂອງຈັກກະພັດໂຣມ. ຄຳພີໄບເບິນເວົ້າເຖິງຊື່ເຊຊາບາງອົງ ເຊັ່ນ: ໂອຄຸໂຕ ຕີເບຣີໂອ ແລະກະລາວດີໂອ ແລະຍັງເວົ້າເຖິງເນໂຣນຳອີກເຖິງວ່າບໍ່ໄດ້ເວົ້າເຖິງຊື່ຂອງລາວໂດຍກົງ. ໃນພະຄຳພີຄລິດສະຕຽນພາກພາສາກຣີກ ຄຳວ່າ “ເຊຊາ” ຍັງໝາຍເຖິງເຈົ້າໜ້າທີ່ບ້ານເມືອງຫຼືອຳນາດລັດນຳອີກ.—ມຣກ 12:17; ກຈກ 25:12
ເຊື້ອ.
ສິ່ງທີ່ໃສ່ໃນແປ້ງຫຼືຂອງແຫຼວເພື່ອໃຫ້ເກີດການໝັກ. ສ່ວນຫຼາຍແລ້ວເປັນແປ້ງທີ່ໝັກແລ້ວເຊິ່ງເກັບໄວ້ຈາກເທື່ອກ່ອນ. ໃນຄຳພີໄບເບິນມັກໃຊ້ຄຳນີ້ເປັນພາບສະແດງເຖິງບາບແລະຄວາມເສື່ອມເສຍ ແລະຍັງໝາຍເຖິງການເຕີບໂຕຢ່າງຕໍ່ເນື່ອງໂດຍບໍ່ມີໃຜສັງເກດ.—ອົບ 12:20; ມທ 13:33; ຄລຕ 5:9
ຊ່າງປັ້ນໝໍ້.
ຄົນທີ່ເຮັດໝໍ້ ຈານ ແລະພາຊະນະອື່ນໆຈາກດິນໜຽວ. ຄຳນີ້ໃນພາສາເຮັບເຣີແປຕາມໂຕວ່າ “ຜູ້ເຮັດໃຫ້ເປັນຮູບເປັນຮ່າງ.” ການທີ່ຊ່າງປັ້ນໝໍ້ຈະເຮັດຫຍັງກັບດິນດາກກໍໄດ້ມັກເປັນພາບປຽບທຽບເຖິງອຳນາດຍິ່ງໃຫຍ່ສູງສຸດຂອງພະເຢໂຫວາທີ່ຢູ່ເໜືອມະນຸດຫຼືຊາດຕ່າງໆ.—ເອຊາ 64:8; ຣມ 9:21
ຊ່ວຍເຫຼືອຄົນທຸກ; ໃຫ້ທານ.
ການໃຫ້ຄວາມຊ່ວຍເຫຼືອຄົນທີ່ຂັດສົນ. ໃນພະຄຳພີພາກພາສາເຮັບເຣີບໍ່ໄດ້ເວົ້າເຖິງເລື່ອງນີ້ກົງໆ ແຕ່ກົດໝາຍຂອງໂມເຊກຳນົດໄວ້ວ່າຊາວອິດສະຣາເອນມີໜ້າທີ່ຕ້ອງຊ່ວຍເຫຼືອຄົນທຸກ.—ມທ 6:2
ຊຸດຮົບ.
ເປັນຊຸດທີ່ທະຫານໃສ່ເພື່ອປົກປ້ອງຕົວເອງ ມີທັງໝວກເກາະ ເສື້ອເກາະ ສາຍແອວ ເກາະຫຸ້ມຂາ ແລະໂລ້.—1 ຊາມ 31:9; ອຟຊ 6:13-17
ຊູດສ໌.
ເທບພະເຈົ້າອົງສູງສຸດໃນບັນດາເທບພະເຈົ້າຫຼາຍອົງຂອງຊາວກຣີກ. ຝູງຄົນໃນເມືອງລີສະຕຣາເຄີຍເຂົ້າໃຈຜິດວ່າບາຣະນາບາເປັນເທບພະເຈົ້າຊູດສ໌. ຄຳຈາລຶກບູຮານທີ່ພົບໃກ້ເມືອງລີສະຕຣາກໍເວົ້າເຖິງ “ປະໂລຫິດຂອງເທບພະເຈົ້າຊູດສ໌” ແລະ “ຊູດສ໌ເທບພະເຈົ້າແຫ່ງດວງຕາເວັນ.” ເຮືອທີ່ໂປໂລໃຊ້ເດີນທາງຈາກເກາະມັນຕາມີສັນຍະລັກຢູ່ຫົວເຮືອເປັນ “ລູກຊາຍຝາແຝດຂອງເທບພະເຈົ້າຊູດສ໌” ນັ້ນຄື ຄັດສເຕີແລະໂພລັກສ໌.—ກຈກ 14:12; 28:11
ຊັນເຮດຣິນ.
ຊາວການເດອາ.
ຜູ້ຄົນທີ່ອາໄສຢູ່ບໍລິເວນສາມຫຼ່ຽມປາກແມ່ນ້ຳຕິກຣິດແລະເອິຟາຣາດ. ໃນສະໄໝບູຮານເມືອງທີ່ສຳຄັນຂອງແຜ່ນດິນຊາວການເດອາແມ່ນເມືອງອູຣເຊິ່ງເປັນເມືອງທີ່ອັບຣາຮາມເກີດ.—ກຈກ 7:4
ຊາວຊາມາເຣຍ.
ຕອນທຳອິດໝາຍເຖິງຊາວອິດສະຣາເອນທີ່ຢູ່ໃນອານາຈັກ 10 ຕະກູນທາງເໜືອ ແຕ່ຫຼັງຈາກຊາວອາຊີລີຍຶດຄອງຊາມາເຣຍໃນປີ 740 ກ່ອນ ຄ.ສ ຄຳວ່າ “ຊາວຊາມາເຣຍ” ກໍລວມເອົາຄົນຕ່າງຊາດທີ່ຊາວອາຊີລີພາມາຢູ່ຊາມາເຣຍນຳ. ໃນສະໄໝຂອງພະເຢຊູ ຄຳນີ້ບໍ່ໄດ້ກ່ຽວຂ້ອງກັບເຊື້ອຊາດຫຼືເຂດການປົກຄອງ ແຕ່ສ່ວນຫຼາຍຈະໝາຍເຖິງສະມາຊິກຂອງນິກາຍໜຶ່ງເຊິ່ງຢູ່ໃນເຂດເມືອງຊີເຄມບູຮານແລະຊາມາເຣຍ. ຄົນທີ່ນັບຖືນິກາຍນີ້ມີຄວາມເຊື່ອຕ່າງກັນຫຼາຍກັບຄົນໃນສາສະໜາຢິວ.—ຢຮ 8:48
ຊາວນາຊາເຣັດ.
ຊື່ເອີ້ນພະເຢຊູເຊິ່ງມາຈາກເມືອງນາຊາເຣັດ. ຄຳນີ້ອາດກ່ຽວຂ້ອງກັບພາສາເຮັບເຣີທີ່ແປວ່າ “ໜໍ່” ຫຼື “ກິ່ງ” ໃນເອຊາອີ 11:1. ຕໍ່ມາມີການໃຊ້ຄຳນີ້ກັບລູກສິດຂອງພະເຢຊູນຳອີກ.—ມທ 2:23; ກຈກ 24:5
ຊາວເອທິໂອເປຍ.
ຄົນຈາກເອທິໂອເປຍ ເຊິ່ງເປັນຊາດບູຮານທີ່ຢູ່ທາງໃຕ້ຂອງເອຢິບ. ໃນປັດຈຸບັນເປັນເນື້ອທີ່ສ່ວນໃຕ້ສຸດຂອງປະເທດເອຢິບແລະກວມເອົາເຄິ່ງໜຶ່ງຂອງເນື້ອທີ່ທາງເໜືອຂອງປະເທດຊູດານ.—ກຈກ 8:27
ຍ
ຍຸກ; ໂລກນີ້.
ຄຳນີ້ແປມາຈາກຄຳພາສາກຣີກ ເອໂອນ ໝາຍເຖິງສະພາບການຂອງໂລກຫຼືບາງສ່ວນຂອງໂລກໃນໄລຍະເວລາໜຶ່ງຫຼືສະໄໝໜຶ່ງ ເຊັ່ນ: ພະຄຳພີເວົ້າເຖິງ “ໂລກນີ້ [ຫຼື “ຍຸກນີ້” ໃນໄຂເງື່ອນ]” ເຊິ່ງໝາຍເຖິງສະພາບການໂດຍລວມໃນໂລກນີ້ແລະຮູບແບບຊີວິດຂອງຄົນໃນໂລກ. (2ຕມ 4:10) ເມື່ອພະເຈົ້າເຮັດສັນຍາກ່ຽວກັບກົດໝາຍຂອງໂມເຊ ນັ້ນເປັນການເລີ່ມຕົ້ນຍຸກໜຶ່ງທີ່ອາດເອີ້ນໄດ້ວ່າເປັນຍຸກອິດສະຣາເອນຫຼືຍຸກຢິວ. ຕໍ່ມາ ຫຼັງຈາກພະເຢຊູຄລິດສະລະຊີວິດເປັນເຄື່ອງບູຊາໄຖ່ແລ້ວ ພະເຈົ້າໃຊ້ພະເຢຊູໃຫ້ເລີ່ມຕົ້ນຍຸກໃໝ່ເຊິ່ງມີຈຸດສູນລວມຢູ່ທີ່ປະຊາຄົມຂອງຄລິດສະຕຽນຜູ້ຖືກເຈີມ. ສັນຍາກ່ຽວກັບກົດໝາຍຂອງໂມເຊເປັນພາບຕົວຢ່າງຂອງຫຼາຍສິ່ງທີ່ມີໃນຍຸກໃໝ່ນີ້.—ມທ 24:3; ມຣກ 4:19; ຣມ 12:2; 1ກຣ 10:11
ດ
ເດກາໂປລີ.
ຊື່ເອີ້ນເມືອງຂອງຊາວກຣີກທີ່ນັບລວມກັນເປັນກຸ່ມ ຕອນທຳອິດມີ 10 ເມືອງ (ມາຈາກຄຳພາສາກຣີກ ເດກາ ແປວ່າ “ສິບ” ກັບ ໂປລິສ໌ ແປວ່າ “ເມືອງ”). ນອກຈາກນັ້ນຍັງເປັນຊື່ຂອງເຂດທີ່ຢູ່ທາງຕາເວັນອອກຂອງທະເລສາບຄາລີເລແລະແມ່ນ້ຳຈໍແດນເຊິ່ງເປັນບໍລິເວນທີ່ເມືອງເຫຼົ່ານີ້ສ່ວນໃຫຍ່ຕັ້ງຢູ່. ເມືອງເຫຼົ່ານີ້ເປັນສູນກາງທາງວັດທະນະທຳແລະການຄ້າຂອງກຣີກ. ພະເຢຊູເຄີຍເດີນທາງຜ່ານເຂດນີ້ ແຕ່ບໍ່ມີບັນທຶກວ່າເພິ່ນແວ່ເມືອງໃດເມືອງໜຶ່ງຂອງເຂດນີ້.—ມທ 4:25; ມຣກ 5:20
ເດນາຣິອົນ.
ດັກມາ.
ຄຳນີ້ໃນພະຄຳພີຄລິດສະຕຽນພາກພາສາກຣີກໝາຍເຖິງເງິນຂອງກຣີກ ໃນສະໄໝນັ້ນໜັກ 3,4 ກຼາມ.—ມທ 17:24
ເດີ່ນ.
ບ່ອນໂລ່ງອ້ອມເຕັ້ນສັກສິດເຊິ່ງມີຜ້າຂັ້ນອ້ອມໄວ້ ໃນສະໄໝຕໍ່ມາໝາຍເຖິງເດີ່ນອ້ອມວິຫານເຊິ່ງມີກຳແພງອ້ອມຮອບ. ແທ່ນບູຊາສຳລັບເຄື່ອງບູຊາເຜົາຕັ້ງຢູ່ໃນເດີ່ນເຕັ້ນສັກສິດແລະໃນເດີ່ນຊັ້ນໃນຂອງວິຫານ. ຄຳພີໄບເບິນຍັງເວົ້າເຖິງເດີ່ນບ້ານຫຼືເດີ່ນໃນພະລາຊະວັງຂອງກະສັດນຳອີກ.—ອົບ 8:13; 27:9; 1 ກະ 7:12; ມທ 26:3; ມຣກ 15:16; ພນມ 11:2
ດາວຮຸ່ງ.
ເປັນດາວທີ່ເຫັນໃນຕອນເຊົ້າໆແລະເປັນດາວດວງສຸດທ້າຍເຊິ່ງຂຶ້ນທາງຂອບຟ້າເບື້ອງຕາເວັນອອກກ່ອນທີ່ຕາເວັນຈະຂຶ້ນ ເຊິ່ງບອກໃຫ້ຮູ້ວ່າໃກ້ຈະເຊົ້າແລ້ວ.—ພນມ 22:16; 2ປຕ 1:19
ຕ
ຕະລັນ.
ຫົວໜ່ວຍນ້ຳໜັກທີ່ໜັກທີ່ສຸດແລະຫົວໜ່ວຍເງິນຕາທີ່ມີມູນຄ່າສູງສຸດຂອງຊາວເຮັບເຣີ ເຊິ່ງໜັກ 34,2 ກກ. ຕະລັນຂອງກຣີກມີນ້ຳໜັກໜ້ອຍກວ່າ ເຊິ່ງໜັກປະມານ 20,4 ກກ.—1 ຂ່າວ 22:14; ມທ 18:24
ຕົວຊົ່ວຮ້າຍ.
ຕັກແຕນ.
ແມງໄມ້ທີ່ອົບພະຍົບຍ້າຍຖິ່ນເປັນຝູງໃຫຍ່. ຕາມກົດໝາຍຂອງໂມເຊ ຕັກແຕນເປັນແມງໄມ້ທີ່ສະອາດເຊິ່ງກິນເປັນອາຫານໄດ້. ຕັກແຕນຝູງໃຫຍ່ກັດກິນທຸກສິ່ງທຸກຢ່າງທີ່ຢູ່ໃນເສັ້ນທາງອົບພະຍົບຂອງພວກມັນແລະເຮັດໃຫ້ເກີດຄວາມເສຍຫາຍຫຼາຍ ເຊິ່ງຖືເປັນໄພພິບັດຢ່າງໜຶ່ງ.—ອົບ 10:14; ມທ 3:4
ຕົ້ນໄມ້ທີ່ໃຫ້ຊີວິດ.
ຕົ້ນໄມ້ຕົ້ນໜຶ່ງໃນສວນເອເດນ. ຄຳພີໄບເບິນບໍ່ໄດ້ບອກວ່າຕົ້ນໄມ້ນີ້ມີໝາກທີ່ຊ່ວຍໃຫ້ຄົນທີ່ກິນມີຊີວິດຍືນຍາວ ແຕ່ຕົ້ນໄມ້ນີ້ເປັນສັນຍະລັກແທນຄຳຮັບປະກັນຂອງພະເຈົ້າວ່າຈະໃຫ້ຊີວິດຕະຫຼອດໄປແກ່ຄົນທີ່ພະອົງອະນຸຍາດໃຫ້ກິນໝາກຂອງມັນ. ໃນປຶ້ມພະນິມິດ ຕົ້ນໄມ້ນີ້ເປັນສັນຍະລັກກ່ຽວກັບການຈັດກຽມຂອງພະເຈົ້າທີ່ຈະໃຫ້ຊີວິດຕະຫຼອດໄປ.—ຕົ້ນ 2:9; 3:22; ພນມ 2:7; 22:19
ຖ
ຖືກຕ້ອງຊອບທຳ.
ໃນພະຄຳພີ ໝາຍເຖິງສິ່ງທີ່ຖືກຕ້ອງຕາມມາດຕະຖານຂອງພະເຈົ້າ. ຄຳນີ້ໃນພາສາເຮັບເຣີແລະກຣີກຍັງຖືກແປວ່າຖືກຕ້ອງ ຍຸຕິທຳ ທ່ຽງທຳ ດີ ແລະສັດຊື່. ນອກຈາກນັ້ນ ພະຄຳພີຍັງເວົ້າເຖິງຄົນທີ່ພະເຈົ້າຖືວ່າເປັນທີ່ຍອມຮັບຂອງພະອົງຫຼືມີຄວາມຖືກຕ້ອງຊອບທຳນຳອີກ ໃນກໍລະນີນີ້ ພະອົງຖືວ່າລາວບໍ່ມີຄວາມຜິດ. (ກຈກ 13:38, 39) ພະອົງຈຶ່ງຮັບເອົາລາວເປັນໝູ່ຂອງພະອົງໄດ້ ຫຼືເຖິງຂັ້ນຕັດສິນວ່າລາວເໝາະສົມກັບສິດທີ່ຈະໄດ້ຊີວິດຕະຫຼອດໄປ. ພະເຈົ້າເຮັດແບບນີ້ ບໍ່ແມ່ນຍ້ອນຄວາມດີຂອງຄົນນັ້ນ ແຕ່ຍ້ອນລາວມີຄວາມເຊື່ອໃນພະເຢຊູ.—ຕົ້ນ 15:6; ບັນຍັດ 6:25; ສຸພາ 11:4, ເອຊາ 32:1; ຊໂຟ 2:3; ມທ 6:33; ຣມ 3:24, 28; 5:18; ຮຣ 7:2
ຖົງໜັງ.
ຖົງທີ່ເຮັດຈາກໜັງສັດໝົດໂຕ ເຊັ່ນ: ແບ້ຫຼືແກະ ເພື່ອເອົາໄວ້ໃສ່ເຫຼົ້າແວງ. ສ່ວນຫຼາຍແລ້ວຈະເອົາເຫຼົ້າແວງໃສ່ໃນຖົງໜັງໃໝ່ ເພາະເຫຼົ້າແວງທີ່ຖືກໝັກຈະຜະລິດອາຍກາກໂບນິກອອກມາເຊິ່ງເຮັດໃຫ້ເກີດຄວາມດັນ. ຖົງໜັງໃໝ່ຈະຂະຫຍາຍຕົວ ສ່ວນຖົງໜັງເກົ່າທີ່ບໍ່ຫົດບໍ່ຍືດມັນກໍຈະແຕກເມື່ອມີຄວາມດັນ.—ຢຊວຍ 9:4; ມທ 9:17
ທ
ທະຫານຄຸ້ມກັນຈັກກະພັດ.
ກອງທະຫານໂຣມທີ່ຕັ້ງຂຶ້ນເພື່ອຄຸ້ມກັນຈັກກະພັດໂຣມ. ພວກເຂົາມີອິດທິພົນທາງການເມືອງຫຼາຍເຖິງຂັ້ນວ່າຈະສະໜັບສະໜູນຫຼືໂຄ່ນລົ້ມຈັກກະພັດໄດ້.—ຟລປ 1:13
ທາທາຣັດ.
ໃນພະຄຳພີຄລິດສະຕຽນພາກພາສາກຣີກ ໝາຍເຖິງສະພາບຕົກຕ່ຳຂອງພວກທູດສະຫວັນທີ່ບໍ່ເຊື່ອຟັງໃນສະໄໝໂນອາຄືກັບຖືກຂັງຄຸກໄວ້. ຢູ່ 2 ເປໂຕ 2:4 ມີການໃຊ້ຄຳກຳມະ ຕາຕາໂຣ (“ໂຍນລົງໃນທາທາຣັດ”) ແຕ່ຄຳນີ້ບໍ່ໄດ້ໝາຍຄວາມວ່າ “ພວກທູດສະຫວັນທີ່ເຮັດບາບ” ຖືກໂຍນລົງໄປໃນທາທາຣັດຄືກັບໃນເທບນິຍາຍ (ນັ້ນຄື ຄຸກໃຕ້ດິນແລະບ່ອນມືດສຳລັບເທບພະເຈົ້າຊັ້ນຕ່ຳ). ແຕ່ໝາຍຄວາມວ່າພະເຈົ້າໃຫ້ພວກມັນຢູ່ໃນສະພາບທີ່ຕົກຕ່ຳ ບໍ່ມີຕຳແໜ່ງຫຼືສິດທິພິເສດທີ່ພວກມັນເຄີຍມີໃນສະຫວັນອີກຕໍ່ໄປ. ພະອົງເຮັດໃຫ້ພວກມັນຕົກຢູ່ໃນສະພາບຈິດໃຈທີ່ມືດມິດເພາະບໍ່ຮູ້ຄວາມຕ້ອງການຂອງພະອົງກ່ຽວກັບອະນາຄົດ. ທູດສະຫວັນພວກນີ້ມີອະນາຄົດທີ່ມືດມົນເພາະພະຄຳພີບອກວ່າພວກມັນຈະຖືກທຳລາຍຕະຫຼອດໄປພ້ອມກັບມານຊາຕານທີ່ປົກຄອງພວກມັນ. ດັ່ງນັ້ນ ທາທາຣັດຈຶ່ງໝາຍເຖິງສະພາບຕົກຕ່ຳຂອງທູດສະຫວັນທີ່ກະບົດ ແຕ່ບໍ່ແມ່ນ “ເຫວເລິກ” ທີ່ເວົ້າເຖິງໃນພະນິມິດ 20:1-3.
ທາງຍ່າງທີ່ມີເສົາລຽນກັນເຊິ່ງໂຊໂລໂມນໄດ້ສ້າງ.
ທາງຍ່າງທີ່ມີຫຼັງຄາໃນວິຫານສະໄໝພະເຢຊູ ເຊິ່ງຢູ່ທາງຕາເວັນອອກຂອງເດີ່ນຊັ້ນນອກ ເຊື່ອກັນວ່າເປັນສ່ວນທີ່ເຫຼືອຈາກວິຫານຂອງໂຊໂລໂມນ. ພະເຢຊູຍ່າງຢູ່ຫັ້ນຕອນ “ລະດູໜາວ” ແລະຄລິດສະຕຽນລຸ້ນທຳອິດມາພົບກັນຢູ່ທີ່ນັ້ນເພື່ອນະມັດສະການພະເຈົ້າ.—ຢຮ 10:22, 23; ກຈກ 5:12
ທາງນັ້ນ; ທາງ; ແນວທາງ.
ເປັນສຳນວນທີ່ໃຊ້ໃນພະຄຳພີໝາຍເຖິງຮູບແບບການໃຊ້ຊີວິດຫຼືຄວາມປະພຶດທີ່ພະເຢໂຫວາອາດຈະຍອມຮັບຫຼືບໍ່ຍອມຮັບກໍໄດ້. ມີການເວົ້າເຖິງພວກລູກສິດຂອງພະເຢຊູຄລິດວ່າຢູ່ໃນ “ທາງນັ້ນ” ເຊິ່ງໝາຍຄວາມວ່າພວກເຂົາໃຊ້ຊີວິດຕາມຄວາມເຊື່ອທີ່ມີໃນພະເຢຊູຄລິດ ແລະຮຽນແບບເພິ່ນ.—ກຈກ 19:9
ທູດສະຫວັນ.
ຄຳນີ້ມາຈາກຄຳພາສາເຮັບເຣີ ມາລາກ ແລະຄຳພາສາກຣີກ ອັງເກໂລສ໌ ທັງສອງຄຳນີ້ແປຕາມໂຕວ່າ “ຜູ້ສົ່ງຂ່າວ” ແຕ່ມີການແປວ່າ “ທູດສະຫວັນ” ເມື່ອເວົ້າເຖິງຜູ້ສົ່ງຂ່າວຂອງພະເຈົ້າທີ່ມາຈາກສະຫວັນ. (ຕົ້ນ 16:7; 32:3; ຢກບ 2:25; ພນມ 22:8) ທູດສະຫວັນມີລິດເດດແລະເປັນຜູ້ທີ່ພະເຈົ້າສ້າງ. ພະເຈົ້າສ້າງພວກເຂົາເປັນເວລາດົນນານກ່ອນທີ່ຈະສ້າງມະນຸດ. ບາງຄັ້ງໃນຄຳພີໄບເບິນກໍເອີ້ນພວກເຂົາວ່າ ‘ຜູ້ບໍລິສຸດເປັນໝື່ນເປັນແສນ’ ຫຼື “ລູກທັງປວງຂອງພະເຈົ້າ” ຫຼື “ດວງດາວທັງຫຼາຍແຕ່ຮຸ່ງເຊົ້າ.” (ບັນຍັດ 33:2; ໂຢບ 1:6; 38:7; ຢດ 14) ພະເຈົ້າບໍ່ໄດ້ສ້າງທູດສະຫວັນໃຫ້ມີຄວາມສາມາດທີ່ຈະສືບພັນໄດ້ ແຕ່ພະອົງສ້າງພວກເຂົາເປັນອົງໆ. ທູດສະຫວັນມີຈຳນວນຫຼາຍກວ່າໜຶ່ງຮ້ອຍລ້ານອົງ. (ດາ 7:10) ຄຳພີໄບເບິນຊ່ວຍໃຫ້ຮູ້ວ່າທູດສະຫວັນແຕ່ລະອົງມີຊື່ແລະນິດໄສສະເພາະຕົວ ແຕ່ພວກເຂົາກໍຖ່ອມຕົວແລະບໍ່ຍອມໃຫ້ມະນຸດມາຂາບໄຫວ້ນະມັດສະການ. ທູດສະຫວັນສ່ວນຫຼາຍບໍ່ຍອມເປີດເຜີຍຊື່ໃຫ້ຮູ້ຊ້ຳ. (ຕົ້ນ 32:29; ລກ 1:26; ພນມ 22:8, 9) ທູດສະຫວັນມີຕຳແໜ່ງແລະໜ້າທີ່ແຕກຕ່າງກັນ ເຊັ່ນ: ຮັບໃຊ້ຢູ່ໜ້າບັນລັງຂອງພະເຢໂຫວາ ເປັນຜູ້ສົ່ງຂ່າວຂອງພະອົງ ຊ່ວຍເຫຼືອຜູ້ຮັບໃຊ້ຂອງພະເຢໂຫວາໃນໂລກ ເຮັດໜ້າທີ່ລົງໂທດຕາມຄຳພິພາກສາຂອງພະເຈົ້າ ຫຼືສະໜັບສະໜູນວຽກປະກາດຂ່າວດີ. (2 ກະ 19:35; ເພງ 34:7; ມທ 4:11; ລກ 1:30, 31; ພນມ 5:11; 14:6) ໃນອະນາຄົດ ທູດສະຫວັນຈະຊ່ວຍພະເຢຊູຕໍ່ສູ້ໃນສົງຄາມອາມາເຄໂດນ.—ພນມ 19:14, 15
ເທດສະການເຂົ້າຈີ່ບໍ່ມີເຊື້ອ.
ເປັນເທດສະການທຳອິດໃນສາມເທດສະການປະຈຳປີຂອງຊາວອິດສະຣາເອນ. ເລີ່ມໃນວັນທີ 15 ເດືອນນີຊານຕໍ່ຈາກວັນປັດສະຄາແລະສະຫຼອງດົນເຖິງ 7 ມື້. ໃນໄລຍະເທດສະການຈະບໍ່ກິນເຂົ້າຈີ່ທີ່ມີເຊື້ອເພື່ອລະນຶກເຖິງຕອນອົບພະຍົບອອກຈາກເອຢິບ.—ອົບ 23:15; ມຣກ 14:1
ເທດສະການສະຫຼອງການອຸທິດວິຫານ.
ເປັນວັນລະນຶກເຖິງການຊຳລະວິຫານຫຼັງຈາກທີ່ກະສັດອັນທິໂອກຸດສ໌ ເອພິຟາເນສ໌ໄດ້ເຮັດໃຫ້ວິຫານບໍ່ບໍລິສຸດ. ການສະຫຼອງນີ້ເຮັດທຸກປີໂດຍເລີ່ມໃນວັນທີ 25 ເດືອນກິຊະເຫຼັບ ແລະສະຫຼອງດົນເຖິງ 8 ມື້.—ຢຮ 10:22
ເທດສະການເຕັ້ນສັກສິດ.
ບາງຄັ້ງເອີ້ນວ່າເທດສະການປຸກຕູບຫຼືເທດສະການເກັບພືດຜົນ. ຈັດຂຶ້ນໃນວັນທີ 15-21 ເດືອນເອທານິມ ເພື່ອສະຫຼອງການເກັບກ່ຽວຕອນທ້າຍປີການປູກຝັງຂອງຊາວອິດສະຣາເອນ ເປັນເວລາທີ່ຈະມ່ວນຊື່ນແລະຂອບໃຈພະເຢໂຫວາທີ່ອວຍພອນໃຫ້ພືດຜົນງອກງາມ. ໃນໄລຍະເທດສະການນີ້ ປະຊາຊົນຈະຢູ່ໃນຕູບເພື່ອລະນຶກເຖິງຕອນທີ່ພວກເຂົາອົບພະຍົບອອກຈາກເອຢິບ. ເປັນເທດສະການໜຶ່ງໃນສາມເທດສະການທີ່ພວກຜູ້ຊາຍຕ້ອງໄປສະຫຼອງຢູ່ເມືອງເຢຣູຊາເລັມ.—ເລວີ 23:34; ເອເຊດ 3:4; ຢຮ 7:2
ແທ່ນບູຊາ.
ແທ່ນສຳລັບຖວາຍເຄື່ອງບູຊາຫຼືເຄື່ອງຫອມ. ແທ່ນແບບນີ້ເຮັດໂດຍເອົາດິນຫຼືຫີນມາກໍ່ໃຫ້ສູງ ຫຼືເຮັດຈາກຫີນໝົດກ້ອນ ຫຼືເຮັດຈາກໄມ້ແລ້ວຫຸ້ມດ້ວຍໂລຫະກໍໄດ້. ໃນຫ້ອງທຳອິດຂອງເຕັ້ນສັກສິດແລະຂອງວິຫານຈະມີແທ່ນບູຊາຄຳຂະໜາດນ້ອຍສຳລັບຖວາຍເຄື່ອງຫອມເຊິ່ງເຮັດດ້ວຍໄມ້ຫຸ້ມດ້ວຍຄຳ. ນອກຈາກນັ້ນ ຍັງມີແທ່ນບູຊາທອງແດງເຊິ່ງມີຂະໜາດໃຫຍ່ກວ່າສຳລັບເຄື່ອງບູຊາເຜົາຕັ້ງຢູ່ເດີ່ນທາງນອກຂອງເຕັ້ນສັກສິດ. ນອກຈາກນັ້ນໄດ້ມີການໃຊ້ແທ່ນບູຊາໃນການນະມັດສະການປອມ.—ອົບ 39:38, 39; 1 ກະ 6:20; ມທ 5:23, 24; ລກ 1:11; ກຈກ 17:23
ນ
ນາຣະດາ.
ນ້ຳມັນຫອມລາຄາແພງ ມີສີແດງອ່ອນ ໄດ້ມາຈາກພືດຊະນິດໜຶ່ງ (Nardostachys jatamansi). ເນື່ອງຈາກລາຄາແພງ ຈຶ່ງມັກເອົານ້ຳມັນທີ່ຄຸນນະພາບຕ່ຳກວ່າມາປະສົມ ແລະບາງຄັ້ງມີການປອມແປງ. ແຕ່ໜ້າສັງເກດ ທັງມາຣະໂກກັບໂຢຮັນບອກວ່ານ້ຳມັນຫອມທີ່ໃຊ້ກັບພະເຢຊູເປັນ “ນ້ຳມັນຫອມນາຣະດາແທ້ໆ.”—ມຣກ 14:3; ຢຮ 12:3
ນິກາຍ.
ກຸ່ມຄົນທີ່ຍຶດຖືຫຼັກຄຳສອນບາງຢ່າງ ຫຼືຕິດຕາມຜູ້ນຳຄົນໜຶ່ງ ແລະເຮັດຕາມຄວາມເຊື່ອຂອງກຸ່ມນັ້ນ. ໃນພະຄຳພີໃຊ້ຄຳນີ້ກັບສອງນິກາຍໃຫຍ່ໆຂອງສາສະໜາຢິວ ນັ້ນຄືຟາຣິຊາຍກັບຊາດູກາຍ. ຄົນທີ່ບໍ່ແມ່ນຄລິດສະຕຽນກໍເອີ້ນສາສະໜາຄລິດວ່າ “ນິກາຍ” ຫຼື “ນິກາຍຂອງຊາວນາຊາເຣັດ” ພວກເຂົາອາດເບິ່ງວ່າສາສະໜາຄລິດແຕກອອກມາຈາກສາສະໜາຢິວ. ຕໍ່ມາ ນິກາຍຕ່າງໆເກີດຂຶ້ນໃນປະຊາຄົມຄລິດສະຕຽນ ມີການເວົ້າເຈາະຈົງເຖິງ “ນິກາຍນີໂກລາຍເຕ” ໃນປຶ້ມພະນິມິດ.—ກຈກ 5:17; 15:5; 24:5; 28:22; ພນມ 2:6; 2ປຕ 2:1
ນີຊານ.
ຊື່ໃໝ່ຂອງເດືອນອາບີບຫຼັງຈາກຊາວຢິວເປັນຊະເລີຍໃນບາບີໂລນ ເປັນເດືອນທຳອິດຕາມປະຕິທິນທາງສາສະໜາຂອງຢິວແລະເດືອນທີ 7 ຕາມປະຕິທິນການກະເສດ ເລີ່ມຈາກກາງເດືອນມີນາເຖິງກາງເດືອນເມສາ. (ນເຫ 2:1) ມີການສະຫຼອງປັດສະຄາຂອງຊາວຢິວໃນວັນທີ 14 ນີຊານ ແລະພະເຢຊູຄລິດໄດ້ຕັ້ງໃຫ້ມີການກິນອາຫານແລງຂອງພະຄລິດໃນມື້ນັ້ນ. (ລກ 22:15, 19, 20) ພະເຢຊູຍັງຖືກປະຫານເທິງເສົາທໍລະມານໃນມື້ນັ້ນຄືກັນ.—ລກ 23:44-46
ນັກປັດຊະຍາທີ່ເປັນພວກເອປີໂກຣຽວ.
ກຸ່ມຜູ້ຕິດຕາມນັກປັດຊະຍາຊາວກຣີກທີ່ຊື່ເອພິຄິວຣັດສ໌ (341-270 ກ່ອນ ຄ.ສ). ປັດຊະຍາຂອງພວກເຂົາມີແນວຄິດຫຼັກວ່າ ເປົ້າໝາຍສູງສຸດໃນຊີວິດຂອງມະນຸດແມ່ນການມີຄວາມມ່ວນຊື່ນ.—ກຈກ 17:18
ນາຍທູດສະຫວັນ.
ບ
ບາອານ.
ເທບພະເຈົ້າຂອງຊາວການາອານ ເຊິ່ງຖືກັນວ່າເປັນເຈົ້າຂອງທ້ອງຟ້າແລະເປັນຜູ້ໃຫ້ຝົນກັບຄວາມອຸດົມສົມບູນ. ຄຳວ່າ “ບາອານ” ຍັງໃຊ້ເອີ້ນເທບພະເຈົ້າຂອງແຕ່ລະທ້ອງຖິ່ນນຳ. ຄຳນີ້ເປັນພາສາເຮັບເຣີທີ່ແປວ່າ “ເຈົ້າຂອງ” ຫຼື “ນາຍ.”—1 ກະ 18:21; ຣມ 11:4
ເບເອນເຊບູນ.
ບໍ່ສະອາດ.
ບໍລິສຸດ; ຄວາມບໍລິສຸດ.
ຄຸນລັກສະນະປະຈຳຕົວຂອງພະເຢໂຫວາ ເປັນສະພາບທີ່ບໍລິສຸດທາງສິນລະທຳແລະມີຄວາມສັກສິດໃນທຸກດ້ານ. (ອົບ 28:36; 1 ຊາມ 2:2; ຢຮ 17:11) ເມື່ອໃຊ້ກັບມະນຸດ (ມຣກ 6:20; ກຈກ 3:21) ສິ່ງຂອງ (ຣມ 7:12; 11:16; 2ຕມ 3:15) ສະຖານທີ່ (ມທ 4:5; ກຈກ 7:33; ຮຣ 9:1) ແລະກິດຈະກຳຕ່າງໆ (ອົບ 36:4) ຄຳນີ້ໃນພາສາເຮັບເຣີແລະພາສາກຣີກດັ້ງເດີມຖ່າຍທອດແນວຄິດກ່ຽວກັບການແຍກຫຼືກັນໄວ້ຕ່າງຫາກ ຫຼືການຊຳລະໃຫ້ບໍລິສຸດສຳລັບພະເຈົ້າ ແລະເປັນສິ່ງທີ່ແຍກໄວ້ສຳລັບການຮັບໃຊ້ພະເຈົ້າ. ໃນພະຄຳພີຄລິດສະຕຽນພາກພາສາກຣີກ ຄຳທີ່ແປວ່າ “ບໍລິສຸດ” ແລະ “ຄວາມບໍລິສຸດ” ຍັງໝາຍເຖິງການກະທຳທີ່ບໍລິສຸດນຳອີກ.—2ກຣ 7:1; 1ປຕ 1:15, 16
ບຶງໄຟ.
ບໍ່ແມ່ນສະຖານທີ່ຈິງແຕ່ເປັນພາບປຽບທຽບ “ບຶງໄຟທີ່ລຸກໄໝ້ດ້ວຍມາດ” ມີຄວາມໝາຍຄືກັບຄຳວ່າ “ຄວາມຕາຍປະເພດທີສອງ.” ຄົນທີ່ເຮັດບາບແລ້ວບໍ່ກັບໃຈ ມານຮ້າຍ ແລະແມ່ນແຕ່ຄວາມຕາຍກັບຫຼຸມຝັງສົບ (ຫຼືຮາເດສ໌) ກໍຈະຖືກໂຍນລົງໃນບຶງໄຟ. ບຶງໄຟເປັນພຽງແຕ່ພາບປຽບທຽບທີ່ໝາຍເຖິງການທຳລາຍໃຫ້ສາບສູນຕະຫຼອດໄປ ບໍ່ແມ່ນການທໍລະມານຕະຫຼອດໄປ ເພາະທັງມານຮ້າຍ ຄວາມຕາຍ ແລະຫຼຸມຝັງສົບຖືກໄຟເຜົາບໍ່ໄດ້.—ພນມ 19:20; 20:14, 15; 21:8
ບັນຍັດ; ກົດໝາຍ.
ໝາຍເຖິງກົດໝາຍຂອງໂມເຊທັງໝົດ ຫຼືປຶ້ມ 5 ຫົວທຳອິດຂອງຄຳພີໄບເບິນ ແລະຍັງໝາຍເຖິງຂໍ້ກົດໝາຍແຕ່ລະຂໍ້ໃນກົດໝາຍຂອງໂມເຊຫຼືຫຼັກການຂອງກົດໝາຍນຳອີກ.—ຈົດເຊັນ 15:16; ບັນຍັດ 4:8; ມທ 7:12; ຄລຕ 3:24
ບັນລັງພິພາກສາ.
ສ່ວນຫຼາຍຈະໝາຍເຖິງເວທີກາງແຈ້ງທີ່ເຮັດສູງຂຶ້ນຈາກພື້ນແລະມີຂັ້ນໄດຂຶ້ນລົງ ເຈົ້າໜ້າທີ່ຈະນັ່ງເທິງບັນລັງນີ້ເພື່ອເວົ້າກັບປະຊາຊົນແລະປະກາດຄຳຕັດສິນ. ຄຳວ່າ “ບັນລັງພິພາກສາຂອງພະເຈົ້າ” ແລະ “ບັນລັງພິພາກສາຂອງພະຄລິດ” ໝາຍເຖິງການພິພາກສາຂອງພະເຢໂຫວາທີ່ຈະເກີດກັບມະນຸດທົ່ວໂລກ.—ຣມ 14:10; 2ກຣ 5:10; ຢຮ 19:13
ບ່ອນສັກສິດ.
ສະຖານທີ່ບໍລິສຸດເຊິ່ງກຳນົດໄວ້ໃຫ້ເປັນບ່ອນສຳລັບນະມັດສະການ ແຕ່ສ່ວນຫຼາຍແລ້ວໝາຍເຖິງເຕັ້ນສັກສິດຫຼືວິຫານໃນເມືອງເຢຣູຊາເລັມ. ຄຳນີ້ຍັງໝາຍເຖິງບ່ອນຢູ່ຂອງພະເຈົ້າໃນສະຫວັນນຳອີກ.—ອົບ 25:8, 9; 2 ກະ 10:25; 1 ຂ່າວ 28:10; ພນມ 11:19
ບ່ອນປະຊຸມຂອງຊາວຢິວ.
ມາຈາກຄຳທີ່ແປວ່າ “ການລວມຕົວກັນ” ຫຼື “ການຊຸມນຸມກັນ” ແຕ່ໃນຂໍ້ພະຄຳພີສ່ວນຫຼາຍໝາຍເຖິງອາຄານຫຼືບ່ອນທີ່ຊາວຢິວມາລວມຕົວກັນເພື່ອອ່ານພະຄຳພີ ສອນ ປະກາດ ແລະອະທິດຖານ. ໃນສະໄໝພະເຢຊູ ເມືອງທີ່ຂ້ອນຂ້າງໃຫຍ່ທຸກເມືອງໃນອິດສະຣາເອນມີບ່ອນປະຊຸມແບບນີ້ໜຶ່ງແຫ່ງ ແຕ່ຖ້າເມືອງໃດໃຫຍ່ຫຼາຍກໍຈະມີຫຼາຍກວ່າໜຶ່ງແຫ່ງ.—ລກ 4:16; ກຈກ 13:14, 15
ບັບເຕມາ.
ປ
ປະຊາຄົມ.
ກຸ່ມຄົນທີ່ມາລວມຕົວກັນເພື່ອຈຸດປະສົງສະເພາະຫຼືເພື່ອເຮັດກິດຈະກຳບາງຢ່າງ. ໃນພະຄຳພີພາກພາສາເຮັບເຣີ ໂດຍທົ່ວໄປຄຳນີ້ໝາຍເຖິງຊາດອິດສະຣາເອນ. ໃນພະຄຳພີຄລິດສະຕຽນພາກພາສາກຣີກ ບາງຄັ້ງຄຳນີ້ໝາຍເຖິງປະຊາຄົມຄລິດສະຕຽນແຕ່ລະບ່ອນ ແຕ່ສ່ວນຫຼາຍແລ້ວໝາຍເຖິງປະຊາຄົມຄລິດສະຕຽນໂດຍລວມ.—1 ກະ 8:22; ກຈກ 9:31; ຣມ 16:5
ປະຕິຍານ.
ຄຳໝັ້ນສັນຍາທີ່ໃຫ້ແກ່ພະເຈົ້າວ່າຈະເຮັດຫຼືຖວາຍບາງຢ່າງ ຫຼືຈະເຮັດວຽກເພື່ອພະອົງ ຫຼືເປັນຄຳສັນຍາວ່າຈະງົດເວັ້ນບາງສິ່ງເຊິ່ງແທ້ໆແລ້ວສິ່ງນັ້ນບໍ່ໄດ້ຜິດກົດໝາຍຂອງພະເຈົ້າ. ຄຳປະຕິຍານຖືເປັນເລື່ອງຈິງຈັງແລະມີຜົນຄືກັບຄຳສາບານ.—ມທ 5:33
ປະພຶດແບບບໍ່ມີຢາງອາຍ.
ແປຈາກຄຳພາສາກຣີກ ອະເຊວເຢຍ ໝາຍເຖິງການເຮັດຜິດກົດໝາຍຂອງພະເຈົ້າຢ່າງຮ້າຍແຮງແລະມີທັດສະນະທີ່ໜ້າດ້ານບໍ່ມີຢາງອາຍຫຼືໝິ່ນປະໝາດຫຼາຍ ນັ້ນຄື ທັດສະນະທີ່ບໍ່ນັບຖືຫຼືເຖິງຂັ້ນໝິ່ນປະໝາດຜູ້ມີອຳນາດ ກົດໝາຍ ແລະມາດຕະຖານຂອງພະເຈົ້າ. ຄຳນີ້ບໍ່ໄດ້ໝາຍເຖິງການເຮັດຜິດເລັກໆນ້ອຍໆ.—ຄລຕ 5:19; 2ປຕ 2:7
ປະໂລຫິດ.
ຄົນທີ່ໄດ້ຮັບການແຕ່ງຕັ້ງໃຫ້ເຮັດໜ້າທີ່ເປັນຕົວແທນຂອງພະເຈົ້າ ພວກເຂົາຈະສັ່ງສອນປະຊາຊົນໃຫ້ຮູ້ເລື່ອງຂອງພະເຈົ້າແລະກົດໝາຍຂອງພະອົງ. ປະໂລຫິດຍັງເຮັດໜ້າທີ່ເປັນຕົວແທນປະຊາຊົນເມື່ອຢູ່ຕໍ່ໜ້າພະເຈົ້າ. ພວກເຂົາຈະຖວາຍເຄື່ອງບູຊາແລະອະທິດຖານອ້ອນວອນເພື່ອປະຊາຊົນ. ໃນສະໄໝທີ່ຍັງບໍ່ມີກົດໝາຍຂອງໂມເຊ ຫົວໜ້າຄອບຄົວຈະເຮັດໜ້າທີ່ເປັນປະໂລຫິດໃຫ້ຄອບຄົວຂອງລາວ ແຕ່ເມື່ອມີກົດໝາຍຂອງໂມເຊແລ້ວ ຜູ້ຊາຍທີ່ເປັນລູກຫຼານຂອງອາໂຣນເຊິ່ງຢູ່ໃນຕະກູນເລວີກໍເຮັດໜ້າທີ່ເປັນປະໂລຫິດ. ສ່ວນຜູ້ຊາຍຄົນອື່ນໆທີ່ເຫຼືອໃນຕະກູນເລວີເປັນຜູ້ຊ່ວຍຂອງປະໂລຫິດ. ເມື່ອມີສັນຍາໃໝ່ ອິດສະຣາເອນຂອງພະເຈົ້າກາຍເປັນຊາດທີ່ປະກອບດ້ວຍປະໂລຫິດ ແລະມີພະເຢຊູຄລິດເປັນມະຫາປະໂລຫິດ.—ອົບ 28:41; ຮຣ 9:24; ພນມ 5:10
ປະໂລຫິດໃຫຍ່.
ໃນພະຄຳພີພາກພາສາເຮັບເຣີຄຳນີ້ເປັນອີກຄຳໜຶ່ງທີ່ໃຊ້ເອີ້ນ “ມະຫາປະໂລຫິດ.” ໃນພະຄຳພີຄລິດສະຕຽນພາກພາສາກຣີກ ຄຳວ່າ “ປະໂລຫິດໃຫຍ່” ອາດຈະໝາຍເຖິງຄົນທີ່ສຳຄັນໃນຄະນະປະໂລຫິດ ເຊິ່ງອາດລວມເຖິງມະຫາປະໂລຫິດທີ່ອອກຈາກຕຳແໜ່ງໄປແລ້ວແລະຫົວໜ້າຂອງກຸ່ມປະໂລຫິດ 24 ກຸ່ມນຳອີກ.—2 ຂ່າວ 26:20; ເອເຊດ 7:5; ມທ 2:4; ມຣກ 8:31
ປີສາດ.
ພວກຕົວຊົ່ວຮ້າຍທີ່ຄົນເຮົາເບິ່ງບໍ່ເຫັນແລະມີອຳນາດເໜືອມະນຸດ. ໃນຕົ້ນເດີມ 6:2 ເອີ້ນປີສາດພວກນີ້ວ່າ “ລູກຊາຍທັງຫຼາຍຂອງພະເຈົ້າ” ແລະໃນຢູດາ 6 ເອີ້ນວ່າ “ພວກທູດສະຫວັນ” ສະແດງວ່າປີສາດພວກນີ້ບໍ່ໄດ້ຖືກສ້າງໃຫ້ຊົ່ວຮ້າຍ ແຕ່ພວກມັນເປັນທູດສະຫວັນທີ່ຕັ້ງຕົວເປັນສັດຕູຂອງພະເຈົ້າໂດຍບໍ່ເຊື່ອຟັງພະອົງໃນສະໄໝໂນອາແລະຮ່ວມມືກັບຊາຕານກະບົດຕໍ່ພະເຢໂຫວາ.—ບັນຍັດ 32:17; ລກ 8:30; ກຈກ 16:16; ຢກບ 2:19
ປຸກໃຫ້ຄືນມາຈາກຕາຍ; ຄືນມາຈາກຕາຍ.
ຄຳພາສາກຣີກ ອະນາສະຕາຊິດສ໌ ແປຕາມໂຕວ່າ “ເຮັດໃຫ້ລຸກຂຶ້ນ” ຫຼື “ຢືນຂຶ້ນ.” ໃນຄຳພີໄບເບິນເວົ້າເຖິງການຄືນມາຈາກຕາຍຂອງ 9 ຄົນ ເຊິ່ງລວມເຖິງຕອນທີ່ພະເຢໂຫວາພະເຈົ້າປຸກພະເຢຊູໃຫ້ຄືນມາຈາກຕາຍນຳ. ການປຸກໃຫ້ຄືນມາຈາກຕາຍຂອງຄົນອື່ນໆທີ່ເຮັດໂດຍເອລີຢາ ເອລີຊາ ພະເຢຊູ ເປໂຕ ແລະໂປໂລ ສະແດງໃຫ້ເຫັນວ່າເກີດຈາກລິດເດດຂອງພະເຈົ້າ. ການປຸກ “ທັງຄົນດີແລະຄົນຊົ່ວ” ໃຫ້ຄືນມາຈາກຕາຍເພື່ອຈະຢູ່ໃນໂລກເປັນສ່ວນສຳຄັນໃນຄວາມຕ້ອງການຂອງພະເຈົ້າ. (ກຈກ 24:15) ຄຳພີໄບເບິນເວົ້າເຖິງການປຸກໃຫ້ຄືນມາຈາກຕາຍເພື່ອໄປສະຫວັນນຳອີກ. ມີການໃຊ້ສຳນວນວ່າ “ກຸ່ມທຳອິດທີ່ໄດ້ຮັບການປຸກໃຫ້ຄືນມາຈາກຕາຍ” ຫຼື “ການຄືນມາຈາກຕາຍລຳດັບທຳອິດ” ກັບພວກລູກສິດຂອງພະເຢຊູທີ່ໄດ້ຮັບການເຈີມດ້ວຍພະລັງບໍລິສຸດ.—ຟລປ 3:11; ພນມ 20:5, 6; ຢຮ 5:28, 29; 11:25
ປັດສະຄາ.
ເທດສະການປະຈຳປີທີ່ສະຫຼອງໃນວັນທີ 14 ເດືອນອາບີບ (ຕໍ່ມາເອີ້ນວ່າເດືອນນີຊານ) ເພື່ອລະນຶກເຖິງການທີ່ພະເຈົ້າຊ່ວຍຊາວອິດສະຣາເອນອອກຈາກເອຢິບ. ມີການສະຫຼອງເທດສະການນີ້ໂດຍຂ້າລູກແກະ (ຫຼືແບ້) ແລ້ວປີ້ງກິນກັບຜັກທີ່ມີລົດຂົມແລະເຂົ້າຈີ່ບໍ່ມີເຊື້ອ.—ອົບ 12:27; ຢຮ 6:4; 1ກຣ 5:7
ຜ
ຜ້າກັ້ງ.
ຜ້າທີ່ຕ່ຳຢ່າງສວຍງາມແລະແສ່ວເປັນຮູບເຄຣູບ ໃຊ້ສຳລັບຂັ້ນລະຫວ່າງຫ້ອງບໍລິສຸດກັບຫ້ອງບໍລິສຸດທີ່ສຸດທັງໃນເຕັ້ນສັກສິດແລະໃນວິຫານ.—ອົບ 26:31; 2 ຂ່າວ 3:14; ມທ 27:51; ຮຣ 9:3
ຜ້າເນື້ອຫຍາບ.
ໃຊ້ເຮັດກະສອບຫຼືຖົງ ເຊັ່ນ: ກະສອບໃສ່ເຂົ້າ. ສ່ວນຫຼາຍຕ່ຳຈາກຂົນແບ້ສີເຂັ້ມ ແລະເປັນເຄື່ອງນຸ່ງທີ່ໃສ່ເມື່ອມີຄວາມທຸກໂສກເສົ້າ.—ຕົ້ນ 37:34; ລກ 10:13
ຜູ້ຊ່ວຍວຽກຮັບໃຊ້.
ມາຈາກຄຳພາສາກຣີກດິອາໂຄໂນສ໌ ເຊິ່ງມັກແປວ່າ “ຜູ້ຮັບໃຊ້” ຫຼື “ຄົນຮັບໃຊ້.” ຄຳວ່າ “ຜູ້ຊ່ວຍວຽກຮັບໃຊ້” ໝາຍເຖິງຄົນທີ່ເປັນຜູ້ຊ່ວຍຂອງຄະນະຜູ້ດູແລໃນປະຊາຄົມ ແລະຕ້ອງມີຄຸນສົມບັດຕາມທີ່ຄຳພີໄບເບິນກຳນົດໄວ້.—1ຕມ 3:8-10, 12
ຜູ້ດູແລ.
ຜູ້ຊາຍທີ່ມີໜ້າທີ່ເບິ່ງແຍງປະຊາຄົມຄືກັບທີ່ຄົນລ້ຽງແກະເບິ່ງແຍງແກະ. ຄຳພາສາກຣີກ ເອພິສ໌ໂຄໂພສ໌ ສະແດງວ່າໜ້າທີ່ພື້ນຖານຂອງຜູ້ດູແລແມ່ນການເບິ່ງແຍງແລະປົກປ້ອງ. ສ່ວນຄຳພາສາກຣີກອີກຄຳໜຶ່ງແມ່ນ ເພຣສະບິເທໂຣສ໌ ສະແດງເຖິງຄວາມເປັນຜູ້ໃຫຍ່ຂອງຄົນທີ່ເຮັດໜ້າທີ່ນີ້. ໃນປຶ້ມພະນິມິດແປຄຳນີ້ວ່າ “ຜູ້ປົກຄອງ” ເມື່ອໃຊ້ກັບບຸກຄົນກຸ່ມໜຶ່ງໃນສະຫວັນ.—ກຈກ 20:28; 1ຕມ 3:2-7; 1ປຕ 5:1, 2; ພນມ 4:4
ຜູ້ຕໍ່ຕ້ານພະຄລິດ.
ຄຳນີ້ໃນພາສາກຣີກມີຄວາມໝາຍ 2 ແງ່. ແງ່ໜຶ່ງໝາຍເຖິງຜູ້ໃດຫຼືສິ່ງໃດກໍຕາມທີ່ຕໍ່ຕ້ານພະຄລິດ ແລະອີກແງ່ໜຶ່ງໝາຍເຖິງພະຄລິດປອມຫຼືຜູ້ທີ່ສວມຮອຍເປັນພະຄລິດ. ຄຳນີ້ໃຊ້ໄດ້ກັບທັງຄົນຜູ້ດຽວ ກຸ່ມຄົນ ຫຼືອົງການທີ່ແອບອ້າງວ່າເປັນຕົວແທນຂອງພະຄລິດ ຫຼືອ້າງວ່າເປັນເມຊີອາ ຫຼືຕໍ່ຕ້ານພະຄລິດກັບພວກລູກສິດຂອງເພິ່ນ.—1ຢຮ 2:22
ຜູ້ນຳຄົນສຳຄັນ.
ຜູ້ປົກຄອງ.
—ເບິ່ງຄຳວ່າ “ຜູ້ດູແລ”
ຜິດສິນລະທຳທາງເພດ.
ມາຈາກຄຳພາສາກຣີກ ພໍເນຍ ໝາຍເຖິງຄວາມສຳພັນທາງເພດທຸກຊະນິດທີ່ຜິດກົດໝາຍຂອງພະເຈົ້າ ເຊັ່ນ: ການຫຼິ້ນຊູ້ ການເປັນໂສເພນີ ເພດສຳພັນລະຫວ່າງຄົນທີ່ຍັງບໍ່ແຕ່ງດອງ ການຮັກຮ່ວມເພດ ແລະເພດສຳພັນກັບສັດ. ໃນປຶ້ມພະນິມິດ ມີການໃຊ້ຄຳນີ້ໃນຄວາມໝາຍເປັນໄນເມື່ອເວົ້າເຖິງສາສະໜາຕ່າງໆທີ່ເອີ້ນວ່າ “ບາບີໂລນໃຫຍ່” ໂດຍໃຫ້ພາບວ່າສາສະໜາເຫຼົ່ານີ້ເປັນໂສເພນີທີ່ເຮັດຜິດສິນລະທຳທາງເພດກັບພວກຜູ້ປົກຄອງໃນໂລກເພື່ອຫວັງຈະໄດ້ອຳນາດແລະຊັບສົມບັດ. (ພນມ 14:8; 17:2; 18:3; ມທ 5:32; ກຈກ 15:29; ຄລຕ 5:19)—ເບິ່ງຄຳວ່າ “ໂສເພນີ”
ແຜ່ນໜັງ.
ໜັງແກະ ໜັງແບ້ ຫຼືໜັງລູກງົວເຊິ່ງເຮັດເປັນວັດສະດຸທີ່ໃຊ້ສຳລັບຈົດບັນທຶກ. ທົນກວ່າພາໄພຣັດ ມີການໃຊ້ແຜ່ນໜັງເຮັດເປັນມ້ວນໜັງສືຄຳພີໄບເບິນ. ໂປໂລເຄີຍຂໍໃຫ້ຕີໂມທຽວເອົາມ້ວນໜັງສືທີ່ເຮັດຈາກແຜ່ນໜັງມາໃຫ້ເຊິ່ງອາດເປັນບາງສ່ວນຂອງພະຄຳພີພາກພາສາເຮັບເຣີ. ມ້ວນໜັງສືທະເລຕາຍບາງມ້ວນກໍເປັນແຜ່ນໜັງຄືກັນ.—2ຕມ 4:13
ຝ
ຝາຫີບ.
ຝາຂອງຫີບສັນຍາ. ມະຫາປະໂລຫິດຈະເອົາເລືອດຂອງເຄື່ອງບູຊາໄຖ່ບາບໄປຊິດໃສ່ຕໍ່ໜ້າຫີບໃນວັນໄຖ່ບາບ. ຄຳນີ້ໃນພາສາເຮັບເຣີມາຈາກຄຳກຳມະທີ່ໝາຍເຖິງ “ປົກປິດ (ບາບ)” ຫຼື “ລົບລ້າງ (ບາບ).” ທັງໝົດຂອງຝາເຮັດຈາກຄຳແລະມີຮູບເຄຣູບສອງອົງຢູ່ສົ້ນຝາຂ້າງລະອົງ.—ອົບ 25:17-22; 1 ຂ່າວ 28:11; ຮຣ 9:5
ພ
ພະຄຳພີ; ຄຳພີ.
ພະຄລິດ.
ພະລັງບໍລິສຸດ.
ພາຊະນະໃສ່ຖ່ານໄຟ; ພາຊະນະໃສ່ໄສ້ຕະກຽງ.
ພາຊະນະທີ່ເຮັດຈາກຄຳ ເງິນ ຫຼືທອງແດງເຊິ່ງໃຊ້ໃນເຕັ້ນສັກສິດແລະວິຫານ ສຳລັບເຜົາເຄື່ອງຫອມແລະສຳລັບເອົາຖ່ານໄຟອອກຈາກແທ່ນບູຊາ ຫຼືເອົາໄສ້ຕະກຽງທີ່ໄໝ້ແລ້ວອອກຈາກຂາຕະກຽງຄຳ. ບາງຄັ້ງເອີ້ນວ່າພາຊະນະສຳລັບເຜົາເຄື່ອງຫອມ.—ອົບ 37:23; 2 ຂ່າວ 26:19; ຮຣ 9:4
ພໍເນຍ.
—ເບິ່ງຄຳວ່າ “ຜິດສິນລະທຳທາງເພດ”
ພໍ່ມົດ.
ຄົນທີ່ໃຊ້ລິດເດດເຊິ່ງໄດ້ມາຈາກພວກປີສາດ.—ກຈກ 13:6
ພັກພວກຂອງເຮໂຣດ.
ພວກເຂົາຖືກເອີ້ນວ່າພວກເຮໂຣດຽນ. ພວກນີ້ເປັນກຸ່ມຊາດນິຍົມທີ່ສະໜັບສະໜູນເປົ້າໝາຍທາງການເມືອງຂອງລາຊະວົງເຮໂຣດທີ່ປົກຄອງຢູ່ໃຕ້ອຳນາດຂອງຈັກກະວັດໂຣມ. ພວກຊາດູກາຍບາງຄົນກໍອາດເປັນສະມາຊິກຂອງກຸ່ມນີ້. ພວກເຮໂຣດຽນຮ່ວມມືກັບພວກຟາຣິຊາຍໃນການຕໍ່ຕ້ານພະເຢຊູ.—ມຣກ 3:6
ເພງສັນລະເສີນ.
ເພງສັນລະເສີນພະເຈົ້າ. ເປັນເພງທີ່ຜູ້ນະມັດສະການພະເຈົ້າຮ້ອງປະສານກັບສຽງດົນຕີ ມີການຮ້ອງເພງແບບນີ້ເມື່ອນະມັດສະການພະເຢໂຫວາພະເຈົ້າຢູ່ວິຫານໃນເມືອງເຢຣູຊາເລັມ.—ລກ 20:42; ກຈກ 13:33; ຢກບ 5:13
ເພັນເຕກອດ.
ເທດສະການທີສອງໃນສາມເທດສະການສຳຄັນທີ່ຜູ້ຊາຍຊາວຢິວທຸກຄົນຕ້ອງໄປຮ່ວມສະຫຼອງໃນເມືອງເຢຣູຊາເລັມ. ຄຳວ່າ “ເພັນເຕກອດ” ແປວ່າ “(ວັນ) ທີຫ້າສິບ” ເປັນຊື່ທີ່ໃຊ້ໃນພະຄຳພີຄລິດສະຕຽນພາກພາສາກຣີກ ເພື່ອເອີ້ນເທດສະການເກັບກ່ຽວໃນພະຄຳພີພາກພາສາເຮັບເຣີ. ເທດສະການນີ້ສະຫຼອງໃນວັນທີ 50 ໂດຍເລີ່ມນັບຈາກວັນທີ 16 ເດືອນນີຊານ.—ອົບ 23:16; 34:22; 34:22; ກຈກ 2:1
ຟ
ຟາທອມ.
ຫົວໜ່ວຍວັດແທກຄວາມເລິກຂອງນ້ຳ ເຊິ່ງເທົ່າກັບ 1,8 ແມັດ (6 ຟຸດ).—ກຈກ 27:28
ຟາຣິຊາຍ.
ນິກາຍໃຫຍ່ນິກາຍໜຶ່ງຂອງສາສະໜາຢິວໃນສະຕະວັດທຳອິດ. ຟາຣິຊາຍບໍ່ໄດ້ສືບເຊື້ອສາຍມາຈາກປະໂລຫິດ ແຕ່ເປັນພວກທີ່ເຮັດຕາມກົດໝາຍຂອງໂມເຊຢ່າງເຄັ່ງຄັດໃນທຸກລາຍລະອຽດແມ່ນແຕ່ເລື່ອງເລັກໆນ້ອຍໆ ແລະຍົກຍ້ອງຄຳສອນສືບປາກທຽບເທົ່າກັບກົດໝາຍຂອງໂມເຊ. (ມທ 23:23) ພວກເຂົາຕໍ່ຕ້ານອິດທິພົນຂອງວັດທະນະທຳກຣີກ ແລະຍ້ອນຊ່ຽວຊານເລື່ອງກົດໝາຍຂອງໂມເຊກັບທຳນຽມຕ່າງໆຂອງຊາວຢິວ ພວກເຂົາຈຶ່ງມີອຳນາດໃນສັງຄົມ. (ມທ 23:2-6) ຟາຣິຊາຍບາງຄົນເປັນສະມາຊິກຂອງສານຊັນເຮດຣິນນຳ. ພວກເຂົາມັກຈັບຜິດພະເຢຊູກ່ຽວກັບກົດວັນຊະບາໂຕ ກ່ຽວກັບທຳນຽມຕ່າງໆ ແລະຕຳໜິພະເຢຊູທີ່ຄົບຫາກັບຄົນບາບແລະຄົນເກັບພາສີ. ຟາຣິຊາຍບາງຄົນກໍເຂົ້າມາເປັນຄລິດສະຕຽນ ເຊັ່ນ: ໂຊໂລຈາກເມືອງຕາໂຊ.—ມທ 9:11; 12:14; ມຣກ 7:5; ລກ 6:2; ກຈກ 26:5
ຟາໂຣ.
ມ
ມະຫາປະໂລຫິດ.
ເປັນຕຳແໜ່ງປະໂລຫິດສູງສຸດຕາມທີ່ກຳນົດໄວ້ໃນກົດໝາຍຂອງໂມເຊ. ລາວເປັນຕົວແທນຂອງປະຊາຊົນເພື່ອເຂົ້າເຝົ້າພະເຈົ້າແລະເປັນຜູ້ດູແລປະໂລຫິດຄົນອື່ນໆ. ລາວເປັນຄົນດຽວທີ່ມີສິດເຂົ້າໄປໃນຫ້ອງບໍລິສຸດທີ່ສຸດ ເຊິ່ງເປັນຫ້ອງທີ່ຢູ່ທາງໃນຂອງເຕັ້ນສັກສິດແລະວິຫານ. ລາວຈະເຂົ້າໄປໃນຫ້ອງນີ້ສະເພາະໃນວັນໄຖ່ບາບປະຈຳປີ. ຄຳວ່າ “ມະຫາປະໂລຫິດ” ຍັງໃຊ້ກັບພະເຢຊູຄລິດນຳອີກ.—ເລວີ 16:2, 17; 21:10; ມທ 26:3; ຮຣ 4:14
ມາເກໂດເນຍ.
ດິນແດນທີ່ຢູ່ທາງເໜືອຂອງກຣີກ ເຊິ່ງມີບົດບາດສຳຄັນໃນໄລຍະທີ່ອາເລັກຊັນເດີມະຫາລາດປົກຄອງ ເປັນດິນແດນເອກະລາດທີ່ບໍ່ຂຶ້ນກັບໃຜຈົນຮອດຕອນທີ່ຈັກກະວັດໂຣມມາພິຊິດໄດ້. ຕອນທີ່ອັກຄະສາວົກໂປໂລໄປເອີຣົບຄັ້ງທຳອິດ ມາເກໂດເນຍເປັນແຂວງໜຶ່ງຂອງຈັກກະວັດໂຣມ. ໂປໂລເຄີຍໄປທີ່ນັ້ນ 3 ເທື່ອ.—ກຈກ 16:9
ມານາ.
ອາຫານຫຼັກຂອງຊາວອິດສະຣາເອນໃນໄລຍະ 40 ປີໃນບ່ອນທຸລະກັນດານເຊິ່ງພະເຢໂຫວາຈັດກຽມໃຫ້ໂດຍການອັດສະຈັນ. ທຸກເຊົ້າຫຼັງຈາກນ້ຳໝອກຫາຍໄປແລ້ວຈະເຫັນມານາຢູ່ເທິງພື້ນດິນຍົກເວັ້ນໃນວັນຊະບາໂຕ. ຕອນທີ່ຊາວອິດສະຣາເອນເຫັນມານາເທື່ອທຳອິດ ພວກເຂົາເວົ້າວ່າ “ອັນນີ້ແມ່ນສິ່ງໃດ?” ຫຼືໃນພາສາເຮັບເຣີແມ່ນ “ມານຮູ?” (ອົບ 16:13-15, 35) ພະເຢຊູກໍເວົ້າເຖິງມານາໃນລັກສະນະປຽບທຽບຄືກັນ.—ຢຮ 6:49, 50
ມິນາ.
ໃນພະຄຳພີຄລິດສະຕຽນພາກພາສາກຣີກ 1 ມິນາເທົ່າກັບ 100 ດັກມາ ເຊິ່ງເທົ່າກັບ 340 ກຼາມ.—ລກ 19:13
ມື້ກະກຽມ.
ມື້ກ່ອນວັນຊະບາໂຕ ເປັນມື້ທີ່ຊາວຢິວຈະກຽມທຸກສິ່ງໃຫ້ພ້ອມສຳລັບວັນຊະບາໂຕ. ມື້ກະກຽມສິ້ນສຸດລົງຕອນຕາເວັນຕົກດິນຂອງວັນສຸກຕາມປະຕິທິນສະໄໝນີ້ ແລ້ວວັນຊະບາໂຕກໍເລີ່ມຕົ້ນ. ມື້ຂອງຊາວຢິວເລີ່ມນັບຈາກຕອນຄ່ຳໄປຈົນເຖິງຕອນຄ່ຳຂອງມື້ຕໍ່ໄປ.—ມຣກ 15:42; ລກ 23:54
ເມຊີອາ.
ເມເດຍ; ຊາວເມເດຍ.
ຊົນຊາດທີ່ສືບເຊື້ອສາຍມາຈາກມາດາຍລູກຊາຍຂອງຢາເຟດ. ພວກເຂົາອາໄສຢູ່ໃນເຂດພູສູງຂອງທົ່ງພຽງອີຣານເຊິ່ງກາຍມາເປັນປະເທດເມເດຍ. ມີຊາວເມເດຍບາງຄົນຢູ່ໃນເມືອງເຢຣູຊາເລັມໃນວັນເພັນເຕກອດປີ ຄ.ສ 33.—ກຈກ 2:9
ໂມລົກ.
ພະຂອງຊາວອຳໂມນ ເຊິ່ງອາດເປັນອົງດຽວກັບມີເລກອມແລະມໍລົກ.—ກຈກ 7:43
ໄມ້ອໍ້.
ມານຮ້າຍ.
ມ້ວນໜັງສື.
ແຜ່ນໜັງຫຼືພາໄພຣັດແຜ່ນຍາວໆທີ່ມີຂໍ້ຄວາມຂຽນໄວ້ດ້ານໜຶ່ງແລະສ່ວນຫຼາຍຈະມ້ວນໃສ່ໄມ້. ມີການຂຽນແລະຄັດລອກພະຄຳພີໄວ້ໃນມ້ວນໜັງສືແບບນີ້ເຊິ່ງໃຊ້ກັນຫຼາຍໃນສະໄໝທີ່ຂຽນຄຳພີໄບເບິນ.—ລກ 4:17-20; 2ຕມ 4:13
ຢ
ຢາໂຄບ.
ລູກຊາຍຂອງອີຊາກກັບເຣເບກາ. ຕໍ່ມາພະເຈົ້າເອີ້ນລາວວ່າອິດສະຣາເອນ ຢາໂຄບເປັນຕົ້ນຕະກູນຂອງຊາວອິດສະຣາເອນ (ຕໍ່ມາເອີ້ນວ່າຊາວຢິວ). ລາວມີລູກຊາຍ 12 ຄົນເຊິ່ງເກີດລູກຫຼານກາຍເປັນ 12 ຕະກູນຂອງຊາດອິດສະຣາເອນ. ຊື່ຢາໂຄບຍັງໃຊ້ເອີ້ນຊາດອິດສະຣາເອນຫຼືປະຊາຊົນຊາວອິດສະຣາເອນນຳອີກ.—ຕົ້ນ 32:28; ມທ 22:32
ເຢໂຫວາ.
ພະຄຳພີສະບັບແປໂລກໃໝ່ ໃຊ້ຊື່ “ເຢໂຫວາ” 237 ເທື່ອໃນພະຄຳພີຄລິດສະຕຽນພາກພາສາກຣີກ. ການຕັດສິນໃຈທີ່ຈະລວມເອົາຊື່ຂອງພະເຈົ້າແມ່ນອີງໃສ່ຫຼັກຖານຕໍ່ໄປນີ້:
1. ສຳເນົາພະຄຳພີພາກພາສາເຮັບເຣີທີ່ໃຊ້ໃນສະໄໝຂອງພະເຢຊູແລະຂອງພວກອັກຄະສາວົກມີເທຣາກຳມາທອນ (ນັ້ນແມ່ນ ຊື່ຂອງພະເຈົ້າ ທີ່ປະກອບດ້ວຍຕົວອັກສອນເຮັບເຣີ 4 ຕົວ יהוה) ຕະຫຼອດສຳເນົາເຫຼົ່ານັ້ນ.
2. ໃນສະໄໝຂອງພະເຢຊູແລະພວກອັກຄະສາວົກ ເທຣາກຳມາທອນຍັງປາກົດໃນການແປຈາກພະຄຳພີພາກພາສາເຮັບເຣີເປັນພາສາກຣີກ.
3. ພະຄຳພີຄລິດສະຕຽນພາກພາສາກຣີກບອກວ່າພະເຢຊູມັກໃຊ້ຊື່ຂອງພະເຈົ້າແລະເຮັດໃຫ້ຄົນອື່ນຮູ້ຈັກຊື່ນີ້.—ຢຮ 17:6, 11, 12, 26
4. ພະຄຳພີຄລິດສະຕຽນພາກພາສາກຣີກຂຽນຂຶ້ນໂດຍການດົນໃຈຕໍ່ຈາກພະຄຳພີສັກສິດພາກພາສາເຮັບເຣີ ຈຶ່ງບໍ່ມີເຫດຜົນທີ່ຢູ່ບໍ່ຢູ່ຊື່ຂອງພະເຈົ້າຈະບໍ່ມີໃນພາກພາສາກຣີກ.
6. ບົດຂຽນຂອງຊາວຢິວໃນຍຸກທຳອິດຊີ້ໃຫ້ເຫັນວ່າຄລິດສະຕຽນຊາວຢິວໃຊ້ຊື່ຂອງພະເຈົ້າໃນການຂຽນຂອງພວກເຂົາ.
7. ນັກວິຊາການດ້ານຄຳພີໄບເບິນບາງຄົນຍອມຮັບວ່າ ມີຄວາມເປັນໄປໄດ້ທີ່ຊື່ຂອງພະເຈົ້າຈະມີຢູ່ໃນຂໍ້ຄວາມບາງສ່ວນຂອງພະຄຳພີຄລິດສະຕຽນພາກພາສາກຣີກເຊິ່ງຍົກມາຈາກພະຄຳພີພາກພາສາເຮັບເຣີ.
8. ຄຳພີໄບເບິນໃນພາສາຕ່າງໆຫຼາຍກວ່າໜຶ່ງຮ້ອຍພາສາມີຊື່ຂອງພະເຈົ້າຢູ່ໃນພະຄຳພີຄລິດສະຕຽນພາກພາສາກຣີກ.
ດັ່ງນັ້ນ ມີເຫດຜົນຫຼາຍຢ່າງທີ່ຈະໃສ່ຊື່ເຢໂຫວາ ເຊິ່ງເປັນຊື່ຂອງພະເຈົ້າໄວ້ໃນພະຄຳພີຄລິດສະຕຽນພາກພາສາກຣີກ ແລະນີ້ແມ່ນສິ່ງທີ່ຜູ້ແປພະຄຳພີສະບັບແປໂລກໃໝ່ ໄດ້ເຮັດ. ພວກເຂົານັບຖືຊື່ຂອງພະເຈົ້າຫຼາຍແລະບໍ່ກ້າຕັດສິ່ງໃດທີ່ມີຢູ່ໃນຕົ້ນສະບັບອອກໄປ.—ພນມ 22:18, 19
ຢູດາ.
ລູກຊາຍຜູ້ທີ 4 ຂອງຢາໂຄບກັບເລອາ. ຕອນທີ່ຢາໂຄບໃກ້ຈະຕາຍ ລາວບອກລ່ວງໜ້າວ່າຜູ້ປົກຄອງທີ່ຍິ່ງໃຫຍ່ຜູ້ໜຶ່ງເຊິ່ງຈະປົກຄອງຕະຫຼອດໄປຈະມາຈາກເຊື້ອສາຍຂອງຢູດາ. ຕອນທີ່ພະເຢຊູມາເກີດເປັນມະນຸດ ເພິ່ນກໍເປັນລູກຫຼານຄົນໜຶ່ງທີ່ສືບເຊື້ອສາຍມາຈາກຢູດາ. ຄຳວ່າຢູດາຍັງເປັນຊື່ຂອງຕະກູນແລະຕໍ່ມາກໍເປັນຊື່ຂອງອານາຈັກນຳອີກ.—ຕົ້ນ 29:35; 49:10; ຮຣ 7:14
ຢາງໄມ້ຫອມ.
ຢາງໄມ້ຊະນິດໜຶ່ງມີກິ່ນຫອມ ໄດ້ຈາກໄມ້ຟຸ່ມບາງຊະນິດທີ່ມີໜາມຫຼືຕົ້ນໄມ້ຂະໜາດນ້ອຍໃນຕະກູນ Commiphora. ຢາງໄມ້ຫອມເປັນສ່ວນປະສົມຢ່າງໜຶ່ງໃນນ້ຳມັນເຈີມບໍລິສຸດ. ມີການໃຊ້ຢາງໄມ້ຫອມເພື່ອເຮັດໃຫ້ເຄື່ອງນຸ່ງຫຼືຕຽງນອນມີກິ່ນຫອມ ໃຊ້ປະສົມໃນນ້ຳມັນສຳລັບນວດແລະທາຜິວ. ມີການເອົາໄປປະສົມກັບເຫຼົ້າແວງເພື່ອໃຫ້ມັນແຮງຂຶ້ນ. ຢາງໄມ້ຫ້ອມຍັງຖືກໃຊ້ໃນການກຽມສົບກ່ອນເອົາໄປຝັງ.—ອົບ 30:23; ສຸພາ 7:17; ມຣກ 15:23; ຢຮ 19:39
ຢິວ.
ຊື່ທີ່ໃຊ້ເອີ້ນຄົນໃນຕະກູນຢູດາຫຼັງຈາກອານາຈັກອິດສະຣາເອນ 10 ຕະກູນຫຼົ້ມສະຫຼາຍ. (2 ກະ 16:6) ຫຼັງຈາກການເນລະເທດໄປບາບີໂລນ ຄຳນີ້ໝາຍເຖິງຊາວອິດສະຣາເອນຕະກູນຕ່າງໆທີ່ກັບມາແຜ່ນດິນອິດສະຣາເອນ. (ເອເຊດ 4:12) ຕໍ່ມາ ທົ່ວໂລກມີການໃຊ້ຄຳນີ້ເພື່ອແຍກຊາວອິດສະຣາເອນອອກຈາກຄົນຊາດອື່ນ. (ເອເຊທ 3:6) ອັກຄະສາວົກໂປໂລໃຊ້ຄຳນີ້ໃນຄວາມໝາຍເປັນໄນເພື່ອອະທິບາຍວ່າເຊື່ອຊາດບໍ່ແມ່ນສິ່ງສຳຄັນໃນປະຊາຄົມຄລິດສະຕຽນ.—ຣມ 2:28, 29; ຄລຕ 3:28
ລ
ເລວີ.
ລູກຊາຍຜູ້ທີ 3 ຂອງຢາໂຄບກັບເລອາ ແລະເປັນຊື່ຕະກູນ. ລູກຊາຍ 3 ຄົນຂອງເລວີເປັນຕົ້ນຕະກູນເລວີ 3 ກຸ່ມທີ່ເຮັດໜ້າທີ່ແຕກຕ່າງກັນ. ຄຳວ່າ “ຄົນເລວີ” ຈະບໍ່ລວມຕະກູນຂອງອາໂຣນເຊິ່ງເປັນປະໂລຫິດ. ສ່ວນຄຳວ່າ “ຄົນໃນຕະກູນເລວີ” ໝາຍເຖິງຄົນໃນຕະກູນນີ້ທັງໝົດ. ຕະກູນເລວີບໍ່ໄດ້ຮັບສ່ວນແບ່ງໃນແຜ່ນດິນທີ່ພະເຈົ້າສັນຍາ ແຕ່ໄດ້ 48 ເມືອງເຊິ່ງຢູ່ໃນເຂດຂອງຕະກູນອື່ນ.—ບັນຍັດ 10:8; 1 ຂ່າວ 6:1; ຮຣ 7:11
ລູກຊາຍກົກ.
ໂດຍທົ່ວໄປແມ່ນລູກຊາຍຄົນທຳອິດຂອງຄອບຄົວ. ໃນສະໄໝທີ່ຂຽນຄຳພີໄບເບິນ ລູກຊາຍກົກມີຕຳແໜ່ງທີ່ມີກຽດໃນຄອບຄົວ ແລະຈະເປັນຜູ້ນຳຄອບຄົວຫຼັງຈາກພໍ່ຂອງລາວຕາຍ. ພະເຢຊູນອກຈາກຈະເປັນລູກຊາຍກົກຂອງພະເຢໂຫວາແລ້ວ ເພິ່ນຍັງເປັນຄົນທຳອິດທີ່ຖືກສ້າງກ່ອນທຸກສິ່ງແລະເປັນຄົນທຳອິດທີ່ຄືນມາຈາກຕາຍ.—ຕົ້ນ 25:33; ອົບ 11:5; ກລຊ 1:15; ພນມ 1:5
ລູກມະນຸດ.
ຄຳນີ້ມີປະມານ 80 ເທື່ອໃນປຶ້ມຂ່າວດີ. ເປັນຄຳທີ່ໃຊ້ໝາຍເຖິງພະເຢຊູຄລິດແລະສະແດງວ່າເພິ່ນມາເກີດເປັນມະນຸດທີ່ມີເລືອດແລະເນື້ອແທ້ໆ ບໍ່ແມ່ນທູດສະຫວັນທີ່ແປງກາຍເປັນມະນຸດ. ຄຳນີ້ຍັງສະແດງວ່າພະເຢຊູເປັນຜູ້ທີ່ຈະເຮັດໃຫ້ຄຳພະຍາກອນໃນດານຽນ 7:13, 14 ເປັນຈິງ. ໃນພະຄຳພີພາກພາສາເຮັບເຣີ ມີການໃຊ້ຄຳນີ້ກັບເອເຊກຽນແລະດານີເອນເພື່ອເນັ້ນວ່າສອງຄົນນີ້ເປັນພຽງມະນຸດທີ່ພະເຈົ້າໃຊ້ໃຫ້ພະຍາກອນ ເຊິ່ງທຽບບໍ່ໄດ້ເລີຍກັບພະເຈົ້າທີ່ເປັນຜູ້ໃຫ້ຂ່າວສານແກ່ພວກເຂົາ.—ເອເຊກ 3:17; ດາ 8:17; ມທ 19:28; 20:28
ລູກຫຼານດາວິດ.
ລົດມ້າ; ລົດຮົບ.
ລົດສອງຕີນທີ່ໃຊ້ມ້າແກ່ ໃຊ້ໃນການຄົມມະນາຄົມແລະການສູ້ຮົບ.—ອົບ 14:23; ຕັດສິນ 4:13; ກຈກ 8:28; ພນມ 9:9
ລານຟາດເຂົ້າ.
ສະຖານທີ່ສຳລັບຟາດເຂົ້າເພື່ອໃຫ້ເມັດເຂົ້າຫຼຸດອອກຈາກຮວງແລະເປືອກ. ການຟາດເຂົ້າອາດເຮັດໂດຍໃຊ້ໄມ້ຟາດ. ຖ້າມີເຂົ້າຈຳນວນຫຼາຍກໍຈະໃຊ້ເຄື່ອງມືພິເສດ ເຊັ່ນ: ລູກກິ້ງຫຼືແຜ່ນໄມ້ທີ່ມີສັດລາກ. ເຄື່ອງມືນີ້ຈະຖືກລາກຢູ່ເທິງເມັດເຂົ້າທີ່ກະຈາຍຢູ່ເທິງລານຟາດເຂົ້າ ເຊິ່ງເປັນລານວົງມົນທີ່ມີພື້ນລຽບແລະສ່ວນຫຼາຍແລ້ວຈະຢູ່ເທິງບ່ອນສູງທີ່ມີລົມພັດຜ່ານ.—ເລວີ 26:5; ເອຊາ 41:15; ມທ 3:12
ເລັບຕັນ.
ໃນສະໄໝທີ່ມີການຂຽນພະຄຳພີຄລິດສະຕຽນພາກພາສາກຣີກ ເລັບຕັນເປັນຫຼຽນທອງແດງຫຼືທອງສຳລິດທີ່ນ້ອຍທີ່ສຸດຂອງຄົນຢິວ.—ມຣກ 12:42; ລກ 21:2; ໄຂເງື່ອນ
ວ
ວິຫານ.
ອາຄານຖາວອນໃນເມືອງເຢຣູຊາເລັມເຊິ່ງໃຊ້ເປັນສູນກາງການນະມັດສະການຂອງຊາວອິດສະຣາເອນແທນເຕັ້ນສັກສິດທີ່ເຄື່ອນຍ້າຍໄດ້. ວິຫານຫຼັງທຳອິດສ້າງໂດຍໂຊໂລໂມນແລະຖືກຊາວບາບີໂລນທຳລາຍ. ວິຫານຫຼັງທີສອງສ້າງໂດຍເຊຣຸບບາເບນພາຍຫຼັງກັບມາຈາກການເປັນຊະເລີຍຢູ່ບາບີໂລນແລະສ້າງຂຶ້ນໃໝ່ອີກເທື່ອໜຶ່ງໂດຍເຮໂຣດມະຫາລາດ.—ມທ 21:13; ລກ 11:51; 1 ຂ່າວ 29:1; 2 ຂ່າວ 2:4; ມທ 24:1
ວຽກຮັບໃຊ້ທີ່ສັກສິດ.
ວາງມື.
ການວາງມືເທິງຜູ້ໃດຜູ້ໜຶ່ງເປັນການແຕ່ງຕັ້ງຜູ້ນັ້ນໃຫ້ເຮັດວຽກພິເສດຫຼືອວຍພອນລາວ ຫຼືປິ່ນປົວພະຍາດ ຫຼືໃຫ້ພະລັງບໍລິສຸດຂອງພະເຈົ້າ.—ຈົດເຊັນ 27:18; ກຈກ 19:6; 1ຕມ 5:22
ວັນເດືອນອອກໃໝ່.
ມື້ທຳອິດຂອງແຕ່ລະເດືອນຕາມປະຕິທິນຂອງຊາວຢິວ ເຊິ່ງເປັນມື້ທີ່ມີການຊຸມນຸມກັນ ລ້ຽງສະຫຼອງກັນ ແລະຖວາຍເຄື່ອງບູຊາພິເສດ. ຕໍ່ມາ ມື້ນັ້ນກາຍເປັນເທດສະການສຳຄັນຂອງຊາດ ແລະປະຊາຊົນຈະບໍ່ເຮັດວຽກໃນມື້ນັ້ນ.—ຈົດເຊັນ 10:10; 2 ຂ່າວ 8:13; ກລຊ 2:16
ວັນໄຖ່ບາບ.
ວັນສັກສິດທີ່ສຳຄັນທີ່ສຸດຂອງຊາວອິດສະຣາເອນ ບາງຄັ້ງມີການເອີ້ນວັນນີ້ວ່າ ຍົມຄິບປູຣ໌ (ມາຈາກຄຳພາສາເຮັບເຣີ ຍົມຮັດຄິບປູຣິມ “ວັນຂອງການປົກປິດ”) ກົງກັບວັນທີ 10 ເດືອນເອທານິມ. ວັນນີ້ເປັນວັນດຽວທີ່ມະຫາປະໂລຫິດຈະເຂົ້າໄປໃນບ່ອນບໍລິສຸດທີ່ສຸດໃນເຕັ້ນສັກສິດເພື່ອຖວາຍເລືອດຈາກເຄື່ອງບູຊາເພື່ອໄຖ່ບາບໃຫ້ຕົວເອງ ໄຖ່ບາບໃຫ້ຊາວເລວີຄົນອື່ນໆ ແລະໄຖ່ບາບໃຫ້ປະຊາຊົນ. ເຄື່ອງບູຊາເຫຼົ່ານີ້ເປັນພາບສະແດງເຖິງເຄື່ອງບູຊາຂອງພະເຢຊູທີ່ຖວາຍພຽງເທື່ອດຽວແຕ່ໄຖ່ບາບມະນຸດໄດ້ຕະຫຼອດໄປ ແລະເປີດໂອກາດໃຫ້ຄົນເຮົາໄດ້ຄືນດີກັບພະເຢໂຫວາ. ເປັນວັນທີ່ຕ້ອງປະຊຸມກັນເພື່ອນະມັດສະການພະເຈົ້າແລະອົດອາຫານ ແລະຖືວ່າເປັນວັນຊະບາໂຕເຊິ່ງທຸກຄົນຕ້ອງເຊົາເຮັດວຽກ.—ເລວີ 23:27, 28; ກຈກ 27:9; ກລຊ 1:20; ຮຣ 9:12
ວັນພິພາກສາ.
ໄລຍະເວລາໜຶ່ງທີ່ພະເຈົ້າພິພາກສາກຸ່ມຄົນ ຊົນຊາດ ຫຼືມະນຸດໝົດໂລກ. ອາດເປັນໄລຍະເວລາທີ່ຜູ້ທີ່ຖືກຕັດສິນວ່າສົມຄວນຕາຍຈະຕາຍແທ້ໆ ຫຼືເປັນໂອກາດທີ່ບາງຄົນຈະລອດແລະມີຊີວິດຕະຫຼອດໄປ. ພະເຢຊູຄລິດແລະພວກອັກຄະສາວົກບອກໃຫ້ຮູ້ວ່າ “ວັນພິພາກສາ” ທີ່ຈະມີມາໃນອະນາຄົດຈະກ່ຽວຂ້ອງກັບທັງຄົນທີ່ມີຊີວິດຢູ່ແລະຄົນທີ່ຕາຍໄປແລ້ວ.—ມທ 12:36
ຫ
ຫູສົບ.
ພືດທີ່ມີກ້ານແລະໃບຂະໜາດນ້ອຍ ໃຊ້ຊິດເລືອດຫຼືນ້ຳໃນພິທີຊຳລະ. ຫູສົບອາດຈະເປັນມາຣ໌ຈໍຣຳ (Origanum maru; Origanum syriacum). ຫູສົບທີ່ໂຢຮັນ 19:29 ເວົ້າເຖິງ ອາດເປັນມາຣ໌ຈໍຣຳທີ່ມັດຕິດກັບລຳຂອງຕົ້ນເຂົ້າຟ່າງ (Sorghum vulgare) ເພາະພືດຊະນິດນີ້ມີລຳຍາວພໍທີ່ຈະສຽບຟອງນ້ຳຈຸບເຫຼົ້າແວງສົ້ມເພື່ອຍົກຂຶ້ນໃຫ້ຮອດປາກຂອງພະເຢຊູໄດ້.—ຮຣ 9:19
ຫ້ອງບໍລິສຸດ.
ຫ້ອງທຳອິດຂອງເຕັ້ນສັກສິດຫຼືຂອງວິຫານ ເປັນຫ້ອງທີ່ໃຫຍ່ກວ່າຫ້ອງບໍລິສຸດທີ່ສຸດເຊິ່ງຢູ່ທາງໃນ. ສະໄໝທີ່ມີເຕັ້ນສັກສິດ ຫ້ອງບໍລິສຸດຈະມີຂາຕະກຽງຄຳ ແທ່ນບູຊາຄຳສຳລັບເຜົາເຄື່ອງຫອມ ໂຕະທີ່ຕັ້ງເຂົ້າຈີ່ຖວາຍ ແລະເຄື່ອງໃຊ້ທີ່ເຮັດດ້ວຍຄຳ. ສະໄໝທີ່ມີວິຫານ ຫ້ອງບໍລິສຸດຈະມີແທ່ນບູຊາຄຳ ຂາຕະກຽງຄຳ 10 ອັນ ແລະໂຕະ 10 ໜ່ວຍທີ່ຕັ້ງເຂົ້າຈີ່ຖວາຍ.—ອົບ 26:33; ຮຣ 9:2
ຫ້ອງບໍລິສຸດທີ່ສຸດ.
ຫ້ອງທີ່ຢູ່ທາງໃນສຸດຂອງເຕັ້ນສັກສິດແລະວິຫານ ເຊິ່ງເປັນບ່ອນມ້ຽນຫີບສັນຍາ. ອີງຕາມກົດໝາຍຂອງໂມເຊ ຄົນທີ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນຫ້ອງບໍລິສຸດທີ່ສຸດໄດ້ແມ່ນມີພຽງມະຫາປະໂລຫິດ ເຊິ່ງລາວຈະເຂົ້າໄດ້ສະເພາະໃນວັນໄຖ່ບາບປະຈຳປີເທົ່ານັ້ນ.—ອົບ 26:33; ເລວີ 16:2, 17; 1 ກະ 6:16; ຮຣ 9:3
ຫີນໂມ້.
ເຄື່ອງບົດຊະນິດໜຶ່ງເຮັດຈາກແຜ່ນຫີນກົມໆ 2 ແຜ່ນວາງຊ້ອນກັນ ໃຊ້ບົດເມັດເຂົ້າໃຫ້ເປັນແປ້ງ. ໃນປ່ອງທາງກາງຂອງຫີນແຜ່ນທາງລຸ່ມມີແກນເພື່ອໃຫ້ຫີນແຜ່ນທາງເທິງໝູນໄດ້. ຕາມບ້ານເຮືອນສ່ວນຫຼາຍໃນສະໄໝທີ່ຂຽນຄຳພີໄບເບິນ ພວກຜູ້ຍິງຈະໃຊ້ຫີນໂມ້ທີ່ໝູນດ້ວຍມື. ກົດໝາຍຂອງໂມເຊຫ້າມບໍ່ໃຫ້ຊາວອິດສະຣາເອນຍຶດຫີນໂມ້ຫຼືຫີນແຜ່ນທາງເທິງໄວ້ເປັນເຄື່ອງຄ້ຳປະກັນເພາະແຕ່ລະຄອບຄົວຕ້ອງໃຊ້ຫີນໂມ້ເພື່ອເຮັດອາຫານທຸກມື້. ຖ້າເປັນຫີນໂມ້ຂະໜາດໃຫຍ່ກໍຈະໃຊ້ສັດໝູນ.—ບັນຍັດ 24:6; ມຣກ 9:42
ຫີນຫົວມຸມ.
ຫີນທີ່ຢູ່ແຈຂອງອາຄານເຊິ່ງຝາຫຼືກຳແພງສອງເບື້ອງມາຈຸກັນ ເປັນຫີນກ້ອນສຳຄັນທີ່ຕໍ່ຝາສອງເບື້ອງເຂົ້າກັນ. ຫີນຫົວມຸມຫຼັກແມ່ນຫີນຫົວມຸມທີ່ຢູ່ຮາກຖານ ສ່ວນຫຼາຍຈະມີການເລືອກຫີນທີ່ແຂງແຮງເປັນພິເສດເພື່ອເຮັດຫີນຫົວມຸມຂອງອາຄານສາທາລະນະແລະກຳແພງເມືອງ. ມີການໃຊ້ຄຳນີ້ເມື່ອເວົ້າເຖິງການສ້າງໂລກ ແລະພະເຢຊູກໍຖືກເອີ້ນວ່າ “ຫີນຫົວມຸມຂອງຮາກຖານ” ສຳລັບປະຊາຄົມຄລິດສະຕຽນເຊິ່ງທຽບໄດ້ກັບວິຫານຂອງພະເຈົ້າ.—ອຟຊ 2:20; ໂຢບ 38:6
ຫີບສັນຍາ.
ຫີບເຊິ່ງເຮັດຈາກໄມ້ອະຄາເຊຍຫຸ້ມດ້ວຍຄຳ ມ້ຽນໄວ້ໃນຫ້ອງບໍລິສຸດທີ່ສຸດຂອງເຕັ້ນສັກສິດ ແລະຕໍ່ມາກໍມ້ຽນໄວ້ໃນຫ້ອງບໍລິສຸດທີ່ສຸດຂອງວິຫານທີ່ໂຊໂລໂມນສ້າງ. ຝາຫີບເຮັດດ້ວຍຄຳ ມີຮູບເຄຣູບ 2 ອົງປິ່ນໜ້າເຂົ້າຫາກັນຢູ່ເທິງຝາຫີບ. ມີແຜ່ນຫີນ 2 ແຜ່ນທີ່ຈາລຶກບັນຍັດ 10 ຂໍ້ມ້ຽນໄວ້ຢູ່ທາງໃນ.—ບັນຍັດ 31:26; 1 ກະ 6:19; ຮຣ 9:4
ເຫວເລິກ.
ມາຈາກຄຳພາສາກຣີກ ອາບີໂຊສ໌ ເຊິ່ງໝາຍເຖິງ “ເລິກຫຼາຍ” ຫຼື “ເລິກຈົນຢັ່ງບໍ່ເຖິງ” “ບໍ່ມີຂອບເຂດ.” ມີການໃຊ້ຄຳນີ້ໃນພະຄຳພີຄລິດສະຕຽນພາກພາສາກຣີກເມື່ອເວົ້າເຖິງສະຖານທີ່ສຳລັບກັກຂັງຫຼືສະພາບທີ່ຖືກກັກຂັງ ເຊິ່ງລວມເຖິງຫຼຸມຝັງສົບ ແຕ່ກໍຍັງໝາຍເຖິງສິ່ງອື່ນໆນຳອີກ.—ລກ 8:31; ຣມ 10:7; ພນມ 20:3
ຫຼ
ຫຼິ້ນຊູ້; ມີຊູ້.
ການມີເພດສຳພັນລະຫວ່າງຄົນທີ່ແຕ່ງດອງແລ້ວກັບຄົນທີ່ບໍ່ແມ່ນຜົວຫຼືເມຍຂອງຕົວເອງເຊິ່ງເກີດຈາກການຍິນຍອມພ້ອມໃຈຂອງທັງສອງຄົນ.—ອົບ 20:14; ມທ 5:27; 19:9
ຫຼຸມຝັງສົບ.
ໝາຍເຖິງບ່ອນຝັງສົບແທ້ໆຂອງມະນຸດ ຫຼືເປັນພາບປຽບທຽບໝາຍເຖິງສະພາບທີ່ມະນຸດສ່ວນຫຼາຍນອນຫຼັບໃນຄວາມຕາຍ. ໃນຄວາມໝາຍນີ້ “ຫຼຸມຝັງສົບ” ແປມາຈາກຄຳພາສາເຮັບເຣີ “ເຊໂອນ” ແລະຄຳພາສາກຣີກ “ຮາເດສ໌.” ຄຳພີໄບເບິນບອກວ່າຄຳນີ້ໝາຍເຖິງສະຖານທີ່ເປັນໄນຫຼືສະພາບທີ່ບໍ່ມີວຽກງານແລະຄວາມຮູ້ສຶກນຶກຄິດໃດໆເລີຍ.—ຕົ້ນ 47:30; ຜູ້ປ 9:10; ມທ 27:61; ກຈກ 2:31
ໝ
ໝໍດູ.
ຄົນທີ່ອ້າງວ່າສາມາດທຳນວາຍອະນາຄົດໄດ້. ໃນຄຳພີໄບເບິນ ພວກນັກບວດທີ່ໃຊ້ເວດມົນຄາຖາ ຜູ້ທຳນວາຍ ຫຼືໝໍໂຫນກໍຢູ່ໃນກຸ່ມດຽວກັບໝໍດູ.—ເລວີ 19:31; ບັນຍັດ 18:11; ກຈກ 16:16
ໝໍໂຫນ.
ຄົນທີ່ສຶກສາການໂຄຈອນຂອງດວງຕາເວັນ ດວງເດືອນ ແລະດວງດາວເພື່ອທຳນວາຍອະນາຄົດ.—ມທ 2:1
ໝາກຜົນທຳອິດ.
ໝາກຜົນທີ່ເກັບກ່ຽວໄດ້ຮອບທຳອິດຂອງລະດູເກັບກ່ຽວ ຫຼືໝາກຜົນທຳອິດຂອງອັນໃດກໍຕາມ. ພະເຢໂຫວາກຳນົດວ່າຊາດອິດສະຣາເອນຕ້ອງຖວາຍໝາກຜົນທຳອິດຂອງພວກເຂົາໃຫ້ພະອົງ ບໍ່ວ່າຈະເປັນຄົນ ສັດ ຫຼືພືດຜົນ. ຊາວອິດສະຣາເອນໝົດຊາດຖວາຍໝາກຜົນທຳອິດໃຫ້ພະເຈົ້າໃນເທດສະການເຂົ້າຈີ່ບໍ່ມີເຊື້ອແລະເທດສະການເພັນເຕກອດ. ຄຳວ່າ “ໝາກຜົນທຳອິດ” ຍັງໃຊ້ເປັນພາບປຽບທຽບເຖິງພະຄລິດແລະລູກສິດຜູ້ຖືກເຈີມຂອງເພິ່ນນຳອີກ.—1ກຣ 15:23; ຈົດເຊັນ 15:21; ສຸພາ 3:9; ພນມ 14:4
ອ
ອະຂາຢາ.
ໃນພະຄຳພີຄລິດສະຕຽນພາກພາສາກຣີກ ເປັນແຂວງໜຶ່ງຂອງຈັກກະວັດໂຣມທີ່ຢູ່ທາງພາກໃຕ້ຂອງປະເທດກຣີກ ເມືອງຫຼວງແມ່ນໂກຣິນໂທ. ອະຂາຢາກວມເນື້ອທີ່ທັງໝົດຂອງເພໂລພອນນິດສ໌ກັບສ່ວນກາງຂອງກຣີກທີ່ຢູ່ແຜ່ນດິນໃຫຍ່.—ກຈກ 18:12
ອະລາບາສ໌ເຕີ.
ຊື່ເອີ້ນຂວດນ້ຳຫອມຂະໜາດນ້ອຍເຊິ່ງໃນຍຸກທຳອິດເຮັດມາຈາກຫີນທີ່ພົບຢູ່ແຖວອະລາບາສ໌ຕຣອນໃນປະເທດເອຢິບ. ສ່ວນຫຼາຍຂວດແບບນີ້ຈະມີຄໍກິ່ວແລະປິດແໜ້ນໄດ້ເພື່ອບໍ່ໃຫ້ນ້ຳຫອມທີ່ມີລາຄາແພງຮົ່ວຊຶມອອກມາ. ໃນສະໄໝຕໍ່ມາ ອະລາບາສ໌ເຕີຍັງເປັນຊື່ເອີ້ນຫີນຊະນິດທີ່ໃຊ້ເຮັດຂວດປະເພດນີ້.—ມຣກ 14:3
ອາຊີ.
ໃນພະຄຳພີຄລິດສະຕຽນພາກພາສາກຣີກນີ້ແມ່ນຊື່ຂອງແຂວງໜຶ່ງໃນຈັກກະວັດໂຣມ ມີອານາເຂດຄວບຄຸມເນື້ອທີ່ທາງຕາເວັນຕົກຂອງປະເທດຕວັກກີໃນປັດຈຸບັນ ລວມທັງເກາະບາງເກາະຕາມຕາຝັ່ງ ເຊັ່ນ: ເກາະຊາໂມ ແລະເກາະປັດໂມ. ເມືອງຫຼວງຂອງແຂວງນີ້ແມ່ນເອເຟໂຊ.—ກຈກ 20:16; ພນມ 1:4
ອາມາເຄໂດນ.
ຄຳນີ້ມາຈາກຄຳພາສາເຮັບເຣີ ຮາຣ໌ເມກິດໂດນ ເຊິ່ງແປວ່າ “ພູເຂົາເມກິດໂດ.” ຄຳນີ້ກ່ຽວຂ້ອງກັບ “ສົງຄາມໃນວັນໃຫຍ່ຂອງພະເຈົ້າຜູ້ມີລິດເດດສູງສຸດ” ເມື່ອ “ກະສັດທົ່ວໂລກ” ມາເຕົ້າໂຮມກັນເພື່ອເຮັດສົງຄາມກັບພະເຢໂຫວາ. (ພນມ 16:14, 16; 19:11-21)—ເບິ່ງຄຳວ່າ “ຄວາມທຸກລຳບາກຄັ້ງໃຫຍ່”
ອາແມນ.
“ຂໍໃຫ້ເປັນແນວນັ້ນ” ຫຼື “ແນ່ນອນ.” ຄຳນີ້ມາຈາກເຄົ້າສັບພາສາເຮັບເຣີ ອາມັນ ເຊິ່ງແປວ່າ “ສັດຊື່” “ວາງໃຈໄດ້.” ຄຳວ່າ “ອາແມນ” ໃຊ້ເວົ້າເມື່ອເຫັນດີກັບຄຳສາບານ ຄຳອະທິດຖານ ຫຼືຄຳເວົ້າຂອງຜູ້ໃດຜູ້ໜຶ່ງ. ໃນປຶ້ມພະນິມິດ ຄຳນີ້ເປັນຕຳແໜ່ງທີ່ໃຊ້ເອີ້ນພະເຢຊູ.—ບັນຍັດ 27:26; 1 ຂ່າວ 16:36; ຣມ 1:25; ພນມ 3:14
ອາຣາເມອິກ.
ພາສາໜຶ່ງໃນກຸ່ມພາສາເຊມິຕິກ ເຊິ່ງໃກ້ຄຽງກັບພາສາເຮັບເຣີແລະໃຊ້ພະຍັນຊະນະແບບດຽວກັນ. ໃນຕອນທຳອິດມີແຕ່ຊາວອາຣາມທີ່ເວົ້າພາສາອາຣາເມອິກ ແຕ່ຕໍ່ມາກໍກາຍເປັນພາສາສາກົນທີ່ໃຊ້ເວົ້າໃນການຕິດຕໍ່ສື່ສານແລະຄ້າຂາຍທົ່ວຈັກກະວັດອັດຊີເຣຍແລະບາບີໂລນ. ພາສານີ້ຍັງເປັນພາສາທາງການຂອງຈັກກະວັດເປີເຊຍນຳອີກ. (ເອເຊດ 4:7) ບາງສ່ວນຂອງປຶ້ມເອເຊດຣາເຊ ເຢເຣມີ ແລະດານຽນກໍຂຽນເປັນພາສາອາຣາເມອິກ. ມີການໃຊ້ຄຳພາສາອາຣາເມອິກບາງຄຳໃນພະຄຳພີຄລິດສະຕຽນພາກພາສາກຣີກ.—ເອເຊດ 4:8–6:18; 7:12-26; ຢເຣ 10:11; ດາ 2:4 ສ່ວນ ຂ–7:28; ມຣກ 14:36; ກຈກ 9:36
ອາເຣໂອປາໂຂ.
ເນີນພູສູງໃນເມືອງອາແຖນເຊິ່ງຢູ່ທາງຕາເວັນຕົກສ່ຽງເໜືອຂອງອະໂຄໂປລິດສ໌. ຄຳນີ້ຍັງເປັນຊື່ສະພາຫຼືສານເຊິ່ງປະຊຸມຢູ່ເທິງເນີນພູນີ້. ນັກປັດຊະຍາທີ່ເປັນພວກເອປີໂກຣຽວແລະພວກຊະໂຕອິກພາຕົວໂປໂລໄປທີ່ນັ້ນເພື່ອໃຫ້ອະທິບາຍຄວາມເຊື່ອຂອງລາວ.—ກຈກ 17:19
ອາຫານແລງຂອງພະຄລິດ.
ເປັນອາຫານແລງແທ້ໆ. ມີການກິນເຂົ້າຈີ່ບໍ່ມີເຊື້ອແລະເຫຼົ້າແວງເຊິ່ງເປັນພາບປຽບທຽບເຖິງຮ່າງກາຍແລະເລືອດຂອງພະຄລິດ ນີ້ເປັນການລະນຶກເຖິງການຕາຍຂອງພະເຢຊູ. ພະຄຳພີສັ່ງໃຫ້ຄລິດສະຕຽນເຮັດແບບນີ້.—1ກຣ 11:20, 23-26
ອີລີຣິກົນ.
ແຂວງໜຶ່ງຂອງຈັກກະວັດໂຣມທີ່ຢູ່ທາງຕາເວັນຕົກສ່ຽງເໜືອຂອງປະເທດກຣີກ. ໂປໂລເຄີຍເດີນທາງໄປໄກຮອດແຂວງນີ້ຕອນທີ່ເຮັດວຽກປະກາດ ແຕ່ພະຄຳພີບໍ່ໄດ້ບອກວ່າລາວເຂົ້າໄປປະກາດໃນແຂວງອີລີຣິກົນຫຼືພຽງແຕ່ໄປຮອດຊາຍແດນກ່ອນເຂົ້າແຂວງນັ້ນ.—ຣມ 15:19
ອຸທິຍານ.
ສວນທີ່ສວຍງາມ ອຸທິຍານແຫ່ງທຳອິດແມ່ນສວນເອເດນທີ່ພະເຢໂຫວາສ້າງໃຫ້ມະນຸດຄູ່ທຳອິດຢູ່. ຕອນທີ່ພະເຢຊູເວົ້າກັບຜູ້ຮ້າຍຄົນໜຶ່ງທີ່ຖືກຄຶງຢູ່ທາງຂ້າງເພິ່ນ ຄຳເວົ້າຂອງເພິ່ນສະແດງວ່າໂລກຈະເປັນອຸທິຍານ. ຄຳວ່າ “ອຸທິຍານ” ຢູ່ 2 ໂກຣິນໂທ 12:4 ໝາຍເຖິງອຸທິຍານໃນອະນາຄົດ. ສ່ວນຢູ່ພະນິມິດ 2:7 ຄຳນີ້ໝາຍເຖິງອຸທິຍານໃນສະຫວັນ.—ບົດລຳ 4:13; ລກ 23:43
ອຸໂມງລະນຶກ.
ສະຖານທີ່ສຳລັບມ້ຽນສົບຄົນຕາຍ. ຄຳນີ້ແປຈາກຄຳພາສາກຣີກມະນີມີໂອນ ເຊິ່ງມາຈາກຄຳກຳມະ “ລະນຶກເຖິງ” ສະແດງວ່າຄົນຕາຍຍັງເປັນທີ່ລະນຶກເຖິງຢູ່.—ຢຮ 5:28, 29
ເອິຟາຣາດ.
ແມ່ນ້ຳທີ່ຍາວທີ່ສຸດແລະສຳຄັນທີ່ສຸດໃນອາຊີຕາເວັນຕົກສ່ຽງໃຕ້ ແລະເປັນແມ່ນ້ຳສາຍຫຼັກສາຍໜຶ່ງໃນສອງສາຍໃນເມໂຊໂປຕາເມຍ. ມີການເວົ້າເຖິງແມ່ນ້ຳນີ້ເທື່ອທຳອິດໃນຕົ້ນເດີມ 2:14 ວ່າເປັນແມ່ນ້ຳສາຍໜຶ່ງໃນສີ່ສາຍທີ່ໄຫຼຜ່ານສວນເອເດນ. ໃນພະຄຳພີມັກເອີ້ນແມ່ນ້ຳເອິຟາຣາດວ່າ “ແມ່ນ້ຳ.” (ຕົ້ນ 31:21) ແມ່ນ້ຳເອິຟາຣາດຍັງເປັນຊາຍແດນທາງເໜືອຂອງປະເທດອິດສະຣາເອນນຳ.—ຕົ້ນ 15:18; ພນມ 9:14; 16:12
ອັກຄະສາວົກ.
ແອກ.
ໄມ້ທີ່ວາງພາດເທິງບ່າຄົນແລະມີເຄື່ອງຫ້ອຍຢູ່ປາຍໄມ້ທັງສອງເບື້ອງ ຫຼືໄມ້ທີ່ວາງເທິງຄໍສັດ 2 ໂຕ (ສ່ວນຫຼາຍແມ່ນງົວ) ເພື່ອໃຫ້ມັນລາກເຄື່ອງມືການກະເສດຫຼືກວຽນ. ເນື່ອງຈາກວ່າທາດສ່ວນຫຼາຍໃຊ້ແອກເພື່ອແບກເຄື່ອງໜັກ ແອກຈຶ່ງເປັນສັນຍະລັກໝາຍເຖິງການເປັນທາດຫຼືການຢູ່ໃຕ້ອຳນາດ ລວມທັງການກົດຂີ່ແລະຄວາມທຸກ. ການປົດຫຼືຫັກແອກໝາຍເຖິງການປົດປ່ອຍໃຫ້ພົ້ນຈາກການຖືກກັກຂັງ ຖືກກົດຂີ່ ແລະຖືກເອົາປຽບ.—ເລວີ 26:13; ມທ 11:29, 30
ອ່າງຢຽບໝາກອະງຸ່ນ.
ອ່າງທີ່ເຈາະຢູ່ໃນຫີນປູນ ສ່ວນຫຼາຍຈະມີ 2 ອ່າງ. ອ່າງໜຶ່ງຢູ່ສູງກວ່າອີກອ່າງໜຶ່ງ ແລະມີຮ່ອງນ້ອຍໆເຊື່ອມຕໍ່ກັນ. ເມື່ອຢຽບໝາກອະງຸ່ນໃນອ່າງທີ່ຢູ່ທາງເທິງ ນ້ຳໝາກອະງຸ່ນຈະໄຫຼລົງໄປໃນອ່າງທີ່ຢູ່ທາງລຸ່ມ. ມີການໃຊ້ຄຳນີ້ເປັນພາບສະແດງເຖິງການພິພາກສາຂອງພະເຈົ້າ.—ພນມ 19:15
ອົດອາຫານ; ຖືສິນອົດອາຫານ.
ງົດເວັ້ນຈາກການກິນອາຫານທຸກຢ່າງໄລຍະໜຶ່ງ. ຊາວອິດສະຣາເອນຈະຖືສິນອົດອາຫານໃນວັນໄຖ່ບາບ ໃນໄລຍະທີ່ເປັນທຸກ ແລະໃນໄລຍະທີ່ອ້ອນວອນຂໍການຊີ້ນຳຈາກພະເຈົ້າ. ຊາວຢິວມີທຳນຽມຖືສິນອົດອາຫານປີລະ 4 ເທື່ອເພື່ອລະນຶກເຖິງເຫດການທີ່ບໍ່ດີໃນປະຫວັດສາດຂອງພວກເຂົາ. ການຖືສິນອົດອາຫານບໍ່ແມ່ນຂໍ້ຮຽກຮ້ອງສຳລັບຄລິດສະຕຽນ.—ເອເຊດ 8:21; ເອຊາ 58:6; ມທ 4:2; 9:14; ລກ 18:12; ກຈກ 13:2, 3; 27:9
ອິດສະຣາເອນ.
ຊື່ທີ່ພະເຈົ້າຕັ້ງໃຫ້ຢາໂຄບ. ຕໍ່ມາກາຍເປັນຊື່ເອີ້ນລູກຫຼານຂອງລາວບໍ່ວ່າຈະເປັນສະໄໝໃດ ຫຼາຍເທື່ອຈະເອີ້ນລູກຫຼານທີ່ເກີດຈາກລູກຊາຍ 12 ຄົນຂອງຢາໂຄບວ່າ ລູກຫຼານຂອງອິດສະຣາເອນ ປະຊາຊົນອິດສະຣາເອນ ຫຼືຊາວອິດສະຣາເອນ. ຄຳວ່າອິດສະຣາເອນຍັງເປັນຊື່ເອີ້ນອານາຈັກທາງເໜືອ 10 ຕະກູນເຊິ່ງແຍກຕົວອອກຈາກອານາຈັກທາງໃຕ້ ແລະຕໍ່ມາເປັນຄຳທີ່ໃຊ້ເອີ້ນຄລິດສະຕຽນຜູ້ຖືກເຈີມ ນັ້ນຄື “ອິດສະຣາເອນຂອງພະເຈົ້າ.”—ຄລຕ 6:16; ຕົ້ນ 32:28; ກຈກ 4:10; ຣມ 9:6
ອັນຟາແລະໂອເມກາ.
ຮ
ເຮຣະເມ.
ເທບພະເຈົ້າຂອງກຣີກເຊິ່ງເປັນລູກຊາຍຂອງເທບພະເຈົ້າຊູດສ໌. ຜູ້ຄົນໃນເມືອງລີສະຕຣາເຂົ້າໃຈຜິດແລະເອີ້ນໂປໂລວ່າເຮຣະເມ ເພາະເຮຣະເມເປັນເທບພະເຈົ້າທີ່ມີໜ້າທີ່ສົ່ງຂ່າວຈາກພວກເທບພະເຈົ້າແລະມີຄວາມສາມາດໃນການເວົ້າ.—ກຈກ 14:12
ເຮໂຣດ.
ນາມສະກຸນຂອງລາຊະວົງທີ່ໂຣມແຕ່ງຕັ້ງໃຫ້ປົກຄອງຊາວຢິວ. ເຮໂຣດມະຫາລາດເປັນທີ່ຮູ້ຈັກຍ້ອນລາວສ້າງວິຫານໃນເມືອງເຢຣູຊາເລັມຂຶ້ນໃໝ່ແລະເປັນຄົນສັ່ງໃຫ້ຂ້າເດັກນ້ອຍເພື່ອຈະກຳຈັດພະເຢຊູ. (ມທ 2:16; ລກ 1:5) ລູກຊາຍສອງຄົນຂອງເຮໂຣດມະຫາລາດແມ່ນເຮໂຣດອາກເຄລາອັດແລະເຮໂຣດອັນຕິປາ ໄດ້ຮັບການແຕ່ງຕັ້ງໃຫ້ປົກຄອງແຂວງຕ່າງໆທີ່ພໍ່ຂອງລາວເຄີຍປົກຄອງ. (ມທ 2:22) ເຮໂຣດອັນຕິປາເປັນຜູ້ປົກຄອງແຂວງແລະຄົນມັກເອີ້ນລາວວ່າ “ກະສັດ” ລາວເປັນຜູ້ປົກຄອງໃນໄລຍະ 3 ປີເຄິ່ງທີ່ພະຄລິດເຮັດວຽກປະກາດແລະຕໍ່ເນື່ອງຈົນຮອດໄລຍະເຫດການກ່ອນກິດຈະການບົດ 12. (ມຣກ 6:14-17; ລກ 3:1, 19, 20; 13:31, 32; 23:6-15; ກຈກ 4:27; 13:1) ຫຼັງຈາກນັ້ນ ເຮໂຣດອັກກິບປາທີ 1 ຫຼານຊາຍຂອງເຮໂຣດມະຫາລາດ ຖືກທູດສະຫວັນຂອງພະເຈົ້າປະຫານຫຼັງຈາກຂຶ້ນປົກຄອງໄດ້ບໍ່ດົນ. (ກຈກ 12:1-6, 18-23) ລູກຊາຍຂອງລາວແມ່ນເຮໂຣດອັກກິບປາທີ 2 ໄດ້ຂຶ້ນປົກຄອງຕະຫຼອດມາຈົນຮອດຕອນທີ່ຊາວຢິວກະບົດຕໍ່ອຳນາດໂຣມ.—ກຈກ 23:35; 25:13, 22-27; 26:1, 2, 19-32
ຮ້ອງໄຫ້ຄ່ຳຄວນ; ໂສກເສົ້າ.
ການສະແດງຄວາມໂສກເສົ້າເມື່ອມີຄົນຕາຍຫຼືເກີດເລື່ອງຊົ່ວຮ້າຍ. ໃນສະໄໝທີ່ຂຽນຄຳພີໄບເບິນ ເປັນທຳນຽມທີ່ຈະໂສກເສົ້າໄລຍະໜຶ່ງ. ນອກຈາກຮ້ອງໄຫ້ສຽງດັງແລ້ວ ຄົນທີ່ໂສກເສົ້າຍັງນຸ່ງເຄື່ອງໄວ້ທຸກ ໂຮຍຂີ້ເທົ່າໃສ່ຫົວ ຈີກເຄື່ອງນຸ່ງທີ່ໃສ່ຢູ່ ຕີເອິກຕົວເອງ. ບາງຄັ້ງມີການຈ້າງຄົນມາສະແດງຄວາມໂສກເສົ້າໃນງານສົບນຳອີກ.—ເອເຊທ 4:3; ມທ 11:17; ມຣກ 5:38; ຢຮ 11:33; ພນມ 21:4
ຮູບເຂົາສັດເທິງແທ່ນບູຊາ.
ສ່ວນທີ່ເປັນຄືກັບເຂົາສັດເຊິ່ງເດ່ອອກມາຈາກທັງສີ່ແຈຂອງແທ່ນບູຊາ.—ເລວີ 8:15; 1 ກະ 2:28; ພນມ 9:13
ຮູບບູຊາ; ການຂາບໄຫວ້ຮູບບູຊາ.
ຮູບບູຊາແມ່ນຮູບພາບຫຼືຮູບຈຳລອງຂອງສິ່ງໃດກໍຕາມ ທັງທີ່ມີແທ້ແລະຈິນຕະນາການຂຶ້ນມາເຊິ່ງຜູ້ຄົນໃຊ້ໃນການນະມັດສະການ. ການຂາບໄຫວ້ຮູບບູຊາແມ່ນການບູຊາ ຮັກ ນະມັດສະການ ຫຼືຍົກຍ້ອງເທີດທູນຮູບບູຊາ.—ເພງ 115:4; ກຈກ 17:16; 1ກຣ 10:14
ເຮັບເຣີ.
ມີການໃຊ້ຄຳນີ້ເທື່ອທຳອິດກັບອັບຣາມ (ອັບຣາຮາມ) ເພື່ອແຍກລາວອອກຈາກເພື່ອນບ້ານຊາວອາໂມເລເອນ. ຈາກນັ້ນກໍໃຊ້ເມື່ອເວົ້າເຖິງພວກລູກຫຼານຂອງອັບຣາຮາມເຊິ່ງມາທາງເຊື້ອສາຍຂອງຢາໂຄບຫຼານຊາຍຂອງລາວ ແລະຍັງໝາຍເຖິງພາສາທີ່ພວກເຂົາໃຊ້ນຳອີກ. ເມື່ອມາຮອດສະໄໝຂອງພະເຢຊູ ພາສາເຮັບເຣີມີຄຳພາສາອາຣາເມອິກຫຼາຍຄຳລວມຢູ່ນຳ ແລະເປັນພາສາທີ່ພະຄລິດກັບພວກລູກສິດເວົ້າ.—ຕົ້ນ 14:13; ອົບ 5:3; ກຈກ 26:14