ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພຈ ບົດຮຽນ 13 ໜ້າ 21
  • ເວດ​ມົນ​ແລະ​ການ​ໃຊ້​ຄາຖາ​ອາຄົມ​ແມ່ນ​ສິ່ງ​ທີ່​ບໍ່​ດີ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເວດ​ມົນ​ແລະ​ການ​ໃຊ້​ຄາຖາ​ອາຄົມ​ແມ່ນ​ສິ່ງ​ທີ່​ບໍ່​ດີ
  • ທ່ານສາມາດເປັນເພື່ອນຂອງພະເຈົ້າ!
  • ເລື່ອງທີ່ຄ້າຍກັນ
  • ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຮົາ​ຕໍ່​ສູ້​ກັບ​ພວກ​ຜີ​ປີສາດ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
  • ຮັບໃຊ້​ພະ​ເຢໂຫວາ ຢ່າ​ຮັບໃຊ້​ຊາຕານ
    ວິນຍານຂອງຄົນຕາຍ—ຊ່ວຍເຈົ້າໄດ້ບໍຫຼືເປັນອັນຕະລາຍຕໍ່ເຈົ້າ? ວິນຍານຂອງຄົນຕາຍມີແທ້ໆບໍ?
  • ລະວັງ​ໃຫ້​ດີ—ຊາຕານ​ຢາກ​ກັດ​ກິນ​ເຮົາ!
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ຄວາມ​ຈິງ​ກ່ຽວ​ກັບ​ທູດ​ສະຫວັນ​ແລະ​ປີສາດ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
ທ່ານສາມາດເປັນເພື່ອນຂອງພະເຈົ້າ!
ພຈ ບົດຮຽນ 13 ໜ້າ 21

ບົດຮຽນ 13

ເວດ​ມົນ​ແລະ​ການ​ໃຊ້​ຄາຖາ​ອາຄົມ​ແມ່ນ​ສິ່ງ​ທີ່​ບໍ່​ດີ

A human skull, medicine with supposed magical power, and people practicing witchcraft

ຊາຕານ​ຢາກ​ໃຫ້​ທ່ານ​ປະຕິບັດ​ກ່ຽວ​ກັບ​ເວດ​ມົນ. ຫຼາຍ​ຄົນ​ເຮັດ​ການ​ບູຊາ​ຕໍ່​ບັນພະບຸລຸດ​ຫຼື​ວິນຍານ​ຕ່າງໆ​ເພື່ອ​ປົກ​ປ້ອງ​ຕົນ​ເອງ​ຈາກ​ອັນຕະລາຍ. ພວກ​ເຂົາ​ເຮັດ​ສິ່ງ​ນີ້​ເພາະ​ວ່າ​ເຂົາ​ຢ້ານ​ອຳນາດ​ຂອງ​ໂລກ​ວິນຍານ. ພວກ​ເຂົາ​ໃສ່​ແຫວນ​ຫຼື​ສາຍ​ແຂນ​ທີ່​ລົງ​ຄາຖາ​ອາຄົມ. ເຂົາ​ດື່ມ​ຫຼື​ທາ​ຮ່າງ​ກາຍ​ຂອງ​ເຂົາ​ດ້ວຍ “ຢາ​ຕ່າງໆ” ຊຶ່ງ​ເຊື່ອ​ວ່າ​ມີ​ອຳນາດ​ຄາຖາ​ອາຄົມ. ບາງ​ຄົນ​ເຊື່ອງ​ສິ່ງ​ຂອງ​ທີ່​ເຊື່ອ​ວ່າ​ມີ​ອຳນາດ​ໃນ​ການ​ປົກ​ປ້ອງ​ໄວ້​ໃນ​ບ້ານ​ຂອງ​ເຂົາ​ຫຼື​ຢູ່​ໃນ​ພື້ນ​ດິນ. ຄົນ​ອື່ນ​ໃຊ້ “ຢາ” ຄາຖາ​ອາຄົມ​ເພາະ​ເຂົາ​ເຊື່ອ​ວ່າ​ຢາ​ນັ້ນ​ຈະ​ນຳ​ມາ​ຊຶ່ງ​ຄວາມ​ສຳເລັດ​ໃນ​ທຸລະກິດ, ການ​ສອບ​ເສັງ, ຫຼື​ໃສ່​ສະເໜ່​ໃນ​ໄລຍະ​ຕິດ​ຕໍ່​ຝາກ​ຮັກ.

ວິທີ​ດີ​ທີ່​ສຸດ​ໃນ​ການ​ປົກ​ປ້ອງ​ທ່ານ​ຈາກ​ຊາຕານ​ແມ່ນ​ການ​ມີ​ພະ​ເຢໂຫວາ​ເປັນ​ເພື່ອນ​ຂອງ​ທ່ານ. ພະ​ເຢໂຫວາ​ແລະ​ເຫຼົ່າ​ທູດ​ສະຫວັນ​ຂອງ​ພະອົງ​ມີ​ອຳນາດ​ຫຼາຍ​ກວ່າ​ຊາຕານ​ແລະ​ຜີສາດ​ຂອງ​ມັນ. (ຍາໂກໂບ 2:19; ຄຳປາກົດ 12:9) ພະ​ເຢໂຫວາ​ປາຖະໜາ​ຢ່າງ​ແຮງ​ກ້າ​ທີ່​ຈະ​ສະແດງ​ລິດ​ຂອງ​ພະອົງ​ເພື່ອ​ປະໂຫຍດ​ຂອງ​ຄົນ​ເຫຼົ່າ​ນັ້ນ​ຊຶ່ງ​ພັກດີ​ຢ່າງ​ແທ້​ຈິງ​ຕໍ່​ພະອົງ.—2 ຂ່າວຄາວ 16:9.

ພະ​ຄຳ​ຂອງ​ພະເຈົ້າ​ກ່າວ​ວ່າ “ຢ່າ . . . ປຶກສາ​ຍາມ [“ທ່ານ​ຢ່າ​ເຮັດ​ເວດ​ມົນ,” ລ.ມ.].” ພະ​ເຢໂຫວາ​ຕຳໜິ​ເວດ​ມົນ​ແລະ​ການ​ໃຊ້​ຄາຖາ​ອາຄົມ​ເພາະ​ການ​ປະຕິບັດ​ເຫຼົ່າ​ນີ້​ສາມາດ​ເຮັດ​ໃຫ້​ຄົນ​ເຮົາ​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ຊາຕານ​ພະຍາມານ.—ລະບຽບ​ການ​ພວກເລວີ 19:26.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌