ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພຈ ບົດຮຽນ 15 ໜ້າ 24-25
  • ເພື່ອນ​ຂອງ​ພະເຈົ້າ​ເຮັດ​ສິ່ງ​ທີ່​ດີ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເພື່ອນ​ຂອງ​ພະເຈົ້າ​ເຮັດ​ສິ່ງ​ທີ່​ດີ
  • ທ່ານສາມາດເປັນເພື່ອນຂອງພະເຈົ້າ!
  • ເລື່ອງທີ່ຄ້າຍກັນ
  • ຄອບຄົວ​ຂອງ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ປັດໄຈ​ສອງ​ປະການ​ສຳລັບ​ຊີວິດ​ສົມລົດ​ທີ່​ຍືນຍົງ
    ເຄັດລັບສຳລັບຄວາມສຸກໃນຄອບຄົວ
  • ຄວາມຮັກ—ຄຸນລັກສະນະທີ່ມີຄ່າຫຼາຍ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ຊີວິດ​ຄອບຄົວ​ທີ່​ເຮັດ​ໃຫ້​ພະ​ຜູ້​ສ້າງ​ພໍ​ພະໄທ
    ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
ເບິ່ງຕື່ມ
ທ່ານສາມາດເປັນເພື່ອນຂອງພະເຈົ້າ!
ພຈ ບົດຮຽນ 15 ໜ້າ 24-25

ບົດຮຽນ 15

ເພື່ອນ​ຂອງ​ພະເຈົ້າ​ເຮັດ​ສິ່ງ​ທີ່​ດີ

ເມື່ອ​ທ່ານ​ມີ​ເພື່ອນ​ຜູ້​ໜຶ່ງ​ຊຶ່ງ​ທ່ານ​ນິຍົມ​ແລະ​ນັບຖື ທ່ານ​ພະຍາຍາມ​ທີ່​ຈະ​ເປັນ​ຄື​ເຂົາ. ຄຳພີ​ໄບເບິນ​ກ່າວ​ວ່າ “ພະ​ເຢ​ໂຫວາ​ເປັນ​ຜູ້​ດີ​ແລະ​ສັດ​ຊື່.” (ຄຳເພງ 25:8) ເພື່ອ​ຈະ​ເປັນ​ເພື່ອນ​ຂອງ​ພະເຈົ້າ​ເຮົາ​ຕ້ອງ​ເປັນ​ຄົນ​ດີ​ແລະ​ຊື່​ຕົງ. ຄຳພີ​ໄບເບິນ​ກ່າວ​ວ່າ “ຈົ່ງ​ເປັນ​ຜູ້​ກະທຳ​ຕາມ​ແບບ​ຢ່າງ​ພະເຈົ້າ​ເໝືອນ​ເປັນ​ລູກ​ທີ່​ຮັກ​ຂອງ​ພະເຈົ້າ​ແລະ​ຈົ່ງ​ທຽວ​ໄປ​ໃນ​ຄວາມ​ຮັກ.” (ເອເຟດ 5:1, 2) ຕໍ່​ໄປ​ນີ້​ແມ່ນ​ບາງ​ແນວ​ທາງ​ທີ່​ຈະ​ເຮັດ​ສິ່ງ​ດັ່ງ​ກ່າວ:

Two men work together at a construction site

ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ຄົນ​ອື່ນ. “ຈົ່ງ​ກະທຳ​ການ​ດີ​ແກ່​ຄົນ​ທັງ​ປວງ.”—ຄາລາຊີ 6:10.

ດຸ​ໝັ່ນ​ໃນ​ການ​ເຮັດ​ວຽກ. “ຄົນ​ທີ່​ເຄີຍ​ລັກ​ຂອງ ຢ່າ​ຊູ່​ລັກ​ຕໍ່​ໄປ​ອີກ ແຕ່​ວ່າ​ໃຫ້​ເພິ່ນ​ກະທຳ​ການ​ດີ​ດ້ວຍ​ມື​ກໍ​ຊອບ​ກວ່າ.”—ເອເຟດ 4:28.

ຮັກສາ​ຮ່າງ​ກາຍ​ແລະ​ສິນທຳ​ໃຫ້​ສະອາດ. “ເຮົາ​ທັງ​ຫຼາຍ​ຕ້ອງ​ຊຳຮະ​ຕົວ​ໃຫ້​ປາສະຈາກ​ການ​ຖ່ອຍ​ຮ້າຍ​ແຫ່ງ​ເນື້ອ​ໜັງ​ແລະ​ຈິດວິນຍານ [“ວິນຍານ,” ລ.ມ.] ທຸກ​ຢ່າງ ແລະ​ກະທຳ​ຄວາມ​ບໍລິສຸດ​ໃຫ້​ສຳເລັດ​ໃນ​ຄວາມ​ຢ້ານຢຳ​ພະເຈົ້າ.”—2 ໂກລິນໂທ 7:1.

A family prepares to eat a meal

ປະຕິບັດ​ຕໍ່​ສະມາຊິກ​ຄອບຄົວ​ຂອງ​ທ່ານ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ນັບຖື. “ທ່ານ​ທັງ​ຫຼາຍ​ທັງ​ມວນ​ທຸກ​ຄົນ​ຈົ່ງ​ຮັກ​ເມຍ​ແຫ່ງ​ຕົນ​ເໝືອນ​ຮັກ​ຕົວ​ເອງ ແລະ​ຝ່າຍ​ເມຍ​ນັ້ນ​ຈົ່ງ​ຢ້ານຢຳ​ຜົວ​ແຫ່ງ​ຕົນ. ລູກ​ທັງ​ຫຼາຍ​ເອີຍ ຈົ່ງ​ຟັງ​ພໍ່​ແມ່.”—ເອເຟດ 5:33-6:1.

ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ. “ເຮົາ​ທັງ​ຫຼາຍ​ຈົ່ງ​ຮັກ​ກັນ​ແລະ​ກັນ ເພາະ​ວ່າ​ຄວາມ​ຮັກ​ມາ​ແຕ່​ພະເຈົ້າ.”—1 ໂຍຮັນ 4:7.

ເຊື່ອ​ຟັງ​ກົດ​ໝາຍ​ບ້ານ​ເມືອງ. “ໃຫ້​ຄົນ​ທັງ​ຫຼາຍ​ທຸກ​ຄົນ​ຍອມ​ຢູ່​ໃຕ້​ບັງຄັບ [ລັດຖະບານ] . . . ຈົ່ງ​ໃຫ້​ແກ່​ຄົນ​ທຸກ​ຄົນ​ຕາມ​ທີ່​ສົມຄວນ​ກັບ​ເຂົາ ເງິນ​ສ່ວຍ​ສົມຄວນ​ແກ່​ຜູ້​ໃດ​ຈົ່ງ​ໃຫ້​ແກ່​ຜູ້​ນັ້ນ.”—ໂລມ 13:​1, 7.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌