ບົດທີເກົ້າ
ເຮົາພວມມີຊີວິດຢູ່ໃນ “ຍຸກສຸດທ້າຍ” ບໍ?
ໃນສະໄໝຂອງເຮົາມີເຫດການອັນໃດແດ່ ທີ່ຄຳພີໄບເບິນໄດ້ບອກໄວ້ລ່ວງໜ້າ?
ພະຄຳຂອງພະເຈົ້າບອກວ່າ ຜູ້ຄົນໃນ “ຍຸກສຸດທ້າຍ” ຈະເປັນແນວໃດ?
ຄຳພີໄບເບິນບອກໄວ້ລ່ວງໜ້າວ່າ “ຍຸກສຸດທ້າຍ” ຈະມີສິ່ງດີອັນໃດແດ່ເກີດຂຶ້ນ?
1. ເຮົາສາມາດຮຽນຮູ້ເລື່ອງອະນາຄົດໄດ້ຈາກໃສ?
ເມື່ອເບິ່ງຂ່າວໃນໂທລະພາບເຈົ້າເຄີຍສົງໄສບໍວ່າ “ໃນອະນາຄົດໂລກນີ້ຈະເປັນແນວໃດ?” ໄພພິບັດຕ່າງໆເກີດຂຶ້ນແບບກະທັນຫັນແລະແບບບໍ່ໄດ້ຄາດຄິດຈົນມະນຸດບໍ່ສາມາດເດົາໄດ້ວ່າມື້ອື່ນຈະເກີດຫຍັງຂຶ້ນ. (ຢາໂກໂບ 4:14) ແຕ່ວ່າ ພະເຢໂຫວາຮູ້ວ່າອະນາຄົດຈະເປັນແນວໃດ. (ເອຊາອີ 46:10) ຄຳພີໄບເບິນພະຄຳຂອງພະເຈົ້າໄດ້ບອກລ່ວງໜ້າດົນນານມາແລ້ວວ່າບໍ່ແມ່ນຈະມີແຕ່ເລື່ອງເສົ້າເທົ່ານັ້ນທີ່ເກີດຂຶ້ນໃນສະໄໝຂອງເຮົາ ແຕ່ກໍຍັງຈະມີສິ່ງດີເລີດເກີດຂຶ້ນໃນອະນາຄົດອັນໃກ້ນີ້.
2, 3. ພວກສາວົກຖາມຫຍັງພະເຍຊູ ແລະພະອົງຕອບວ່າແນວໃດ?
2 ພະເຍຊູຄລິດກ່າວເຖິງລາຊະອານາຈັກຂອງພະເຈົ້າເຊິ່ງຈະເຮັດໃຫ້ຄວາມຊົ່ວຮ້າຍສິ້ນສຸດລົງ ແລະເຮັດໃຫ້ແຜ່ນດິນໂລກກາຍເປັນອຸທິຍານ. (ລືກາ 4:43) ຜູ້ຄົນຢາກຮູ້ວ່າລາຊະອານາຈັກຈະມາເມື່ອໃດ. ທີ່ຈິງແລ້ວ ພວກສາວົກຂອງພະເຍຊູໄດ້ຖາມພະອົງວ່າ “ສິ່ງໃດຈະເປັນສຳຄັນວ່າພະອົງສະເດັດມາແລະເປັນທີ່ສຸດແຫ່ງໂລກນີ້ [“ໄລຍະສຸດທ້າຍຂອງຍຸກນີ້,” ລ.ມ.]?” (ມັດທາຍ 24:3) ພະເຍຊູຕອບເຂົາເຈົ້າວ່າມີພຽງພະເຢໂຫວາຜູ້ດຽວທີ່ຮູ້ແທ້ໆວ່າອະວະສານຂອງລະບົບນີ້ຈະມາເມື່ອໃດ. (ມັດທາຍ 24:36) ແຕ່ພະເຍຊູບອກລ່ວງໜ້າເຖິງສິ່ງຕ່າງໆທີ່ຈະເກີດຂຶ້ນຢູ່ແຜ່ນດິນໂລກກ່ອນທີ່ລາຊະອານາຈັກຈະນຳເອົາຄວາມສະຫງົບສຸກແລະຄວາມປອດໄພທີ່ແທ້ຈິງມາໃຫ້ມະນຸດ. ສິ່ງທີ່ພະອົງບອກໄວ້ລ່ວງໜ້າກຳລັງເກີດຂຶ້ນໃນຕອນນີ້!
3 ກ່ອນທີ່ຈະກວດເບິ່ງຫຼັກຖານທີ່ວ່າເຮົາກຳລັງມີຊີວິດຢູ່ໃນ “ໄລຍະສຸດທ້າຍຂອງຍຸກ” ຂໍໃຫ້ພິຈາລະນາຫຍໍ້ໆກ່ຽວກັບສົງຄາມທີ່ບໍ່ມີມະນຸດຄົນໃດເບິ່ງເຫັນໄດ້. ສົງຄາມນີ້ເກີດຂຶ້ນໃນສະຫວັນ ແລະມັນສົ່ງຜົນກະທົບຕໍ່ພວກເຮົາທຸກຄົນ.
ສົງຄາມໃນສະຫວັນ
4, 5. (ກ) ບໍ່ດົນຫຼັງຈາກທີ່ພະເຍຊູຂຶ້ນເປັນກະສັດ ເກີດຫຍັງຂຶ້ນໃນສະຫວັນ? (ຂ) ອີງຕາມຄຳປາກົດ 12:12 ສົງຄາມໃນສະຫວັນຈະສົ່ງຜົນແນວໃດ?
4 ໃນບົດກ່ອນຂອງປຶ້ມນີ້ມີການອະທິບາຍວ່າພະເຍຊູຂຶ້ນປົກຄອງເປັນກະສັດຢູ່ສະຫວັນໃນປີ 1914. (ດານຽນ 7:13, 14) ຫຼັງຈາກໄດ້ຮັບອຳນາດເປັນກະສັດໄດ້ບໍ່ດົນ ພະອົງກໍໄດ້ລົງມືປະຕິບັດການ. ຄຳພີໄບເບິນບອກວ່າ “ມີການທຳເສິກໃນຟ້າສະຫວັນ ອົງມີກາເອນ [ອີກຊື່ໜຶ່ງຂອງພະເຍຊູ] ກັບພວກທູດແຫ່ງຕົນໄດ້ເລວເສິກຕໍ່ສູ້ມັງກອນ [ຊາຕານພະຍາມານ] ນັ້ນ ແລະມັງກອນກັບພວກທູດແຫ່ງຕົນໄດ້ເລວເສິກ.”a ຊາຕານແລະທູດສະຫວັນຊົ່ວຂອງມັນ ເຊິ່ງກໍຄືພວກຜີປີສາດໄດ້ເສຍໄຊໃນສົງຄາມແລະຖືກໄລ່ອອກຈາກສະຫວັນໃຫ້ມາຢູ່ແຜ່ນດິນໂລກ. ບັນດາກາຍວິນຍານທີ່ສັດຊື່ເຊິ່ງເປັນລູກຂອງພະເຈົ້າພາກັນຍິນດີທີ່ຊາຕານແລະພວກຜີປີສາດຖືກໄລ່ອອກໄປແລ້ວ. ແຕ່ມະນຸດຈະບໍ່ຍິນດີເຊັ່ນນັ້ນ. ເພາະຄຳພີໄບເບິນບອກລ່ວງໜ້າວ່າ “ວິບາກແກ່ແຜ່ນດິນໂລກ . . . ເຫດວ່າພະຍາມານໄດ້ລົງມາເຖິງທ່ານທັງຫຼາຍມີຄວາມຄຽດຮ້າຍນັກ ເພາະຮູ້ຈັກວ່າເວລາແຫ່ງຕົນຍັງແຕ່ໜ້ອຍດຽວ.”—ຄຳປາກົດ 12:7, 9, 12.
5 ຂໍໃຫ້ສັງເກດວ່າສົງຄາມໃນສະຫວັນກໍ່ຜົນແນວໃດ. ຍ້ອນຄວາມຄຽດແຄ້ນ ຊາຕານຈະນຳເອົາວິບັດຫຼືຄວາມຍາກລຳບາກມາສູ່ຜູ້ຢູ່ແຜ່ນດິນໂລກ. ດັ່ງທີ່ເຮົາຈະເຫັນ ຕອນນີ້ພວກເຮົາພວມມີຊີວິດຢູ່ໃນເວລາວິບັດນັ້ນ. ແຕ່ເວລານັ້ນຈະຂ້ອນຂ້າງສັ້ນຫຼືເປັນ ‘ເວລາແຕ່ໜ້ອຍດຽວ’ ເທົ່ານັ້ນ. ແມ່ນແຕ່ຊາຕານກໍຮູ້ເລື່ອງນີ້. ຄຳພີໄບເບິນກ່າວເຖິງເວລານີ້ວ່າເປັນ “ຍຸກສຸດທ້າຍ.” (2 ຕີໂມເຕ 3:1, ທ.ປ.) ເຮົາຮູ້ສຶກດີໃຈແທ້ໆທີ່ອີກບໍ່ດົນພະເຈົ້າຈະກຳຈັດອິດທິພົນຂອງພະຍາມານທີ່ຄອບງຳແຜ່ນດິນໂລກ! ຂໍໃຫ້ພິຈາລະນາບາງເຫດການທີ່ມີບອກໄວ້ລ່ວງໜ້າໃນຄຳພີໄບເບິນເຊິ່ງພວມເກີດຂຶ້ນໃນຕອນນີ້. ເຫດການເຫຼົ່ານີ້ພິສູດວ່າເຮົາພວມມີຊີວິດຢູ່ໃນຍຸກສຸດທ້າຍ ແລະອີກບໍ່ດົນລາຊະອານາຈັກຂອງພະເຈົ້າຈະນຳເອົາຄວາມພອນຕະຫຼອດການມາສູ່ຜູ້ທີ່ຮັກພະເຢໂຫວາ. ທຳອິດ ຂໍໃຫ້ພິຈາລະນາລັກສະນະເດັ່ນສີ່ຢ່າງຂອງສັນຍະລັກທີ່ພະເຍຊູບອກວ່າຈະເປັນເຄື່ອງໝາຍສຳຄັນຂອງສະໄໝທີ່ເຮົາພວມມີຊີວິດຢູ່.
ເຫດການສຳຄັນໆ ຂອງຍຸກສຸດທ້າຍ
6, 7. ຄຳກ່າວຂອງພະເຍຊູກ່ຽວກັບສົງຄາມແລະການຂາດແຄນອາຫານພວມສຳເລັດເປັນຈິງແນວໃດໃນທຸກມື້ນີ້?
6 “ພວກປະເທດຈະຢືນຂຶ້ນຕໍ່ສູ້ພວກປະເທດ ແລະແຜ່ນດິນຕໍ່ສູ້ແຜ່ນດິນ.” (ມັດທາຍ 24:7) ໃນລະຫວ່າງ 100 ປີທີ່ຜ່ານມາ ມີຫຼາຍລ້ານຄົນຖືກຂ້າໃນສົງຄາມ. ນັກປະຫວັດສາດຄົນອັງກິດຜູ້ໜຶ່ງຂຽນວ່າ “ສະຕະວັດທີ 20 [ຕັ້ງແຕ່ປີ 1900-1999] ເປັນໄລຍະທີ່ນອງເລືອດຫຼາຍທີ່ສຸດເທົ່າທີ່ມີບັນທຶກໄວ້ໃນປະຫວັດສາດ. . . . ນັ້ນເປັນສະຕະວັດທີ່ເກືອບຈະມີສົງຄາມຢູ່ຕະຫຼອດເວລາບໍ່ບ່ອນໃດກໍບ່ອນໜຶ່ງໃນໂລກ ແລະດົນໆເທື່ອໜຶ່ງຈຶ່ງມີໄລຍະເວລາທີ່ບໍ່ມີການສູ້ຮົບ.” ລາຍງານຈາກສະຖາບັນເວິລດວອດຈ ກ່າວວ່າ “ຄົນທີ່ບາດເຈັບຫຼືລົ້ມຕາຍໃນສົງຄາມໃນສະຕະວັດ [ທີ 20] ມີຫຼາຍເປັນສາມເທົ່າຂອງຈຳນວນຄົນທີ່ຕາຍໃນສົງຄາມທັງໝົດນັບຕັ້ງແຕ່ສະຕະວັດທຳອິດຈົນຮອດປີ 1899.” ມີຫຼາຍກວ່າ 100 ລ້ານຄົນເສຍຊີວິດຍ້ອນສົງຄາມຕ່າງໆນັບຕັ້ງແຕ່ປີ 1914. ຖ້າເຮົາເຈັບປວດເສຍໃຈໃນເມື່ອຄົນໜຶ່ງ ທີ່ເຮົາຮັກເສຍຊີວິດໃນສົງຄາມ ລອງຄິດເບິ່ງວ່າຄົນນັບລ້ານໆຈະເຈັບປວດຫຼາຍເທົ່າໃດເມື່ອຄົນທີ່ເຂົາເຈົ້າຮັກເສຍຊີວິດ.
7 “ຄວາມອຶດຢາກຈະບັງເກີດມາ.” (ມັດທາຍ 24:7) ນັກຄົ້ນຄວ້າເຫັນວ່າມີການຜະລິດອາຫານເພີ່ມຂຶ້ນຫຼາຍໃນລະຫວ່າງ 30 ປີທີ່ຜ່ານມາ. ເຖິງປານນັ້ນ ການຂາດແຄນອາຫານກໍຍັງມີຢູ່ເພາະວ່າຫຼາຍໆຄົນບໍ່ມີເງິນພໍຈະຊື້ອາຫານ ຫຼືບໍ່ມີດິນເຮັດການປູກຝັງ. ໃນປະເທດທີ່ກຳລັງພັດທະນາ ຫຼາຍກວ່າໜຶ່ງພັນລ້ານຄົນຕ້ອງມີຊີວິດຢູ່ດ້ວຍລາຍໄດ້ມື້ລະ 10.000 ກີບຫຼືຕ່ຳກວ່ານັ້ນ. ຄົນເຫຼົ່ານີ້ສ່ວນຫຼາຍທຸກຍາກເພາະອຶດຢາກຕະຫຼອດເວລາ. ອົງການອະນາໄມໂລກກະປະມານວ່າການຂາດແຄນອາຫານເປັນສາເຫດຫຼັກທີ່ເຮັດໃຫ້ໃນແຕ່ລະປີມີເດັກນ້ອຍເສຍຊີວິດຫຼາຍກວ່າຫ້າລ້ານຄົນ.
8, 9. ອັນໃດສະແດງໃຫ້ເຫັນວ່າຄຳພະຍາກອນຂອງພະເຍຊູກ່ຽວກັບແຜ່ນດິນໄຫວແລະໂລກລະບາດໄດ້ເກີດຂຶ້ນແທ້?
8 “ແຜ່ນດິນຫວັ່ນໄຫວອັນໃຫຍ່.” (ລືກາ 21:11) ຕາມທີ່ບອກໄວ້ໃນລາຍງານຂອງຢູ. ເອດສ. ຈີໂອໂລຈິໂຄ ເຊີແວ (ການສຳຫຼວດທາງທໍລະນີສາດຂອງສະຫະລັດ) ມີການຄາດຄະເນວ່າໂດຍສະເລ່ຍແລ້ວມີແຜ່ນດິນໄຫວໃຫຍ່ 19 ເທື່ອຕໍ່ປີ ເຊິ່ງມີຄວາມແຮງຫຼາຍພໍທີ່ຈະເຮັດໃຫ້ອາຄານບ້ານເຮືອນເສຍຫາຍແລະເຮັດໃຫ້ພື້ນດິນແຍກໄດ້. ໂດຍສະເລ່ຍແລ້ວໃນແຕ່ລະປີເກີດມີແຜ່ນດິນໄຫວທີ່ຮຸນແຮງພໍທີ່ຈະເຮັດໃຫ້ອາຄານບ້ານເຮືອນພັງທະລາຍໄດ້. ສະຖິຕິທີ່ມີຢູ່ສະແດງໃຫ້ເຫັນວ່າແຜ່ນດິນໄຫວຕ່າງໆເຮັດໃຫ້ຫຼາຍກວ່າສອງລ້ານຄົນເສຍຊີວິດນັບຕັ້ງແຕ່ປີ 1900. ຂໍ້ມູນແຫຼ່ງໜຶ່ງບອກວ່າ “ຄວາມກ້າວໜ້າທາງວິຊາການຕ່າງໆໄດ້ຊ່ວຍໃຫ້ຈຳນວນຜູ້ເສຍຊີວິດລົດລົງພຽງແຕ່ໜ້ອຍດຽວເທົ່ານັ້ນ.”
9 “ພາກ [ໂລກລະບາດ] ຈະບັງເກີດມາ.” (ລືກາ 21:11) ເຖິງແມ່ນວ່າມີຄວາມກ້າວໜ້າທາງການແພດ ແຕ່ພະຍາດທັງທີ່ມີມາດົນແລ້ວແລະທີ່ຫາກໍເກີດຂຶ້ນໃໝ່ໄດ້ເຮັດໃຫ້ມະນຸດທຸກທໍລະມານ. ລາຍງານໜຶ່ງບອກວ່າ ພະຍາດ 20 ຊະນິດທີ່ຮູ້ຈັກກັນດີເຊັ່ນ ວັນນະໂລກ ໄຂ້ມາເລເລຍ ແລະອະຫິວາ ກາຍເປັນເລື່ອງທຳມະດາຫຼາຍຂຶ້ນໃນໄລຍະບໍ່ຫຼາຍສິບປີທີ່ຜ່ານມາ ແລະການໃຊ້ຢາປິ່ນປົວພະຍາດບາງຊະນິດກໍເປັນເລື່ອງນັບມື້ນັບຍາກຂຶ້ນ. ທີ່ຈິງແລ້ວ ຢ່າງໜ້ອຍມີພະຍາດໃໝ່ໆເກີດຂຶ້ນອີກ 30 ຊະນິດ. ບາງຊະນິດທັງບໍ່ທັນມີວິທີປິ່ນປົວແລະຮ້າຍແຮງເຖິງຂັ້ນເສຍຊີວິດໄດ້.
ຜູ້ຄົນໃນຍຸກສຸດທ້າຍ
10. ລັກສະນະນິດໄສທີ່ບອກໄວ້ລ່ວງໜ້າໃນ 2 ຕີໂມເຕ 3:1-5 ເຊິ່ງເຮົາພົບເຫັນໃນຜູ້ຄົນສະໄໝນີ້ມີອັນໃດແດ່?
10 ນອກຈາກຈະຊີ້ເຖິງບາງເຫດການທີ່ສຳຄັນໃນໂລກແລ້ວ ຄຳພີໄບເບິນໄດ້ບອກລ່ວງໜ້າວ່າຍຸກສຸດທ້າຍຈະເຫັນໄດ້ຈາກການປ່ຽນແປງໃນສັງຄົມມະນຸດ. ອັກຄະສາວົກໂປໂລໄດ້ພັນລະນາວ່າຜູ້ຄົນໂດຍທົ່ວໄປຈະເປັນແນວໃດ. ໃນ 2 ຕີໂມເຕ 3:1-5 (ທ.ປ.) ເຮົາອ່ານວ່າ “ໃນຍຸກສຸດທ້າຍຈະເກີດຄວາມລຳບາກຢ່າງຮ້າຍແຮງ.” ສ່ວນໜຶ່ງຂອງຂໍ້ຄວາມນັ້ນໂປໂລໄດ້ບອກວ່າຜູ້ຄົນຈະ
ຮັກແຕ່ຕົວເອງ
ຮັກເງິນຄຳ
ບໍ່ຟັງຄວາມພໍ່ແມ່
ບໍ່ສັດຊື່
ບໍ່ມີຄວາມຮັກຕາມທຳມະຊາດ
ບໍ່ຮູ້ຈັກຢັບຢັ້ງຕົນເອງ
ໂຫດຮ້າຍ
ຮັກຄວາມສະຫນຸກສະໜານຫຼາຍກວ່າຮັກພະເຈົ້າ
ມີໜ້າມີຕາເໝືອນຄົນນັບຖືພະເຈົ້າ ແຕ່ວ່າອຳນາດຂອງຄວາມນັບຖືນັ້ນເຂົາປະຕິເສດເສຍ
11. ຄຳເພງ 92:7 ບອກວ່າແນວໃດເຖິງສິ່ງທີ່ຈະເກີດຂຶ້ນກັບຄົນຊົ່ວ?
11 ຜູ້ຄົນໃນຂົງເຂດທີ່ເຈົ້າຢູ່ເປັນແບບນັ້ນບໍ? ແນ່ນອນເປັນແບບນັ້ນ. ມີຄົນນິດໄສບໍ່ດີຢູ່ທຸກຫົນແຫ່ງ. ເລື່ອງນີ້ສະແດງໃຫ້ເຫັນວ່າອີກບໍ່ດົນພະເຈົ້າຈະລົງມືຈັດການ ເພາະຄຳພີໄບເບິນບອກວ່າ “ເມື່ອຄົນຮ້າຍທັງຫຼາຍງອກຂຶ້ນຄືຫຍ້າ ແລະເມື່ອຄົນທັງປວງທີ່ເຮັດການອະທຳຊື່ນບານຈຳເລີນຂຶ້ນແມ່ນເພື່ອເຂົາຈະຈິບຫາຍໄປເປັນນິດ.”—ຄຳເພງ 92:7.
ສິ່ງທີ່ໜ້າຍິນດີ!
12, 13. ໃນ “ຄາວທີ່ສຸດ” ນີ້ “ຄວາມຮູ້ [ແທ້]” ມີອຸດົມບໍລິບູນຄືແນວໃດ?
12 ຕາມທີ່ຄຳພີໄບເບິນບອກໄວ້ລ່ວງໜ້າ ຍຸກສຸດທ້າຍຈະເຕັມໄປດ້ວຍວິບັດແທ້ໆ. ແນວໃດກໍຕາມ ໃນໂລກທີ່ຫຍຸ້ງຍາກນີ້ມີສິ່ງທີ່ໜ້າຍິນດີໃນທ່າມກາງຜູ້ນະມັດສະການພະເຢໂຫວາ.
13 ພະທຳດານຽນໄດ້ບອກລ່ວງໜ້າວ່າ “ຄວາມຮູ້ [ແທ້] ຈະມາກທະວີຂຶ້ນ.” ເລື່ອງນີ້ຈະເກີດຂຶ້ນຕອນໃດ? ໃນລະຫວ່າງ “ຄາວທີ່ສຸດ.” (ດານຽນ 12:4) ໂດຍສະເພາະນັບຕັ້ງແຕ່ປີ 1914 ເປັນຕົ້ນມາ ພະເຢໂຫວາໄດ້ຊ່ວຍຜູ້ທີ່ປາຖະໜາຢ່າງແທ້ຈິງທີ່ຈະຮັບໃຊ້ພະອົງໃຫ້ມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຄຳພີໄບເບິນ. ເຂົາເຈົ້າເຂົ້າໃຈຫຼາຍຂຶ້ນເລື້ອຍໆກ່ຽວກັບຄວາມຈິງອັນລ້ຳຄ່າໃນເລື່ອງຊື່ແລະໃຈປະສົງຂອງພະເຈົ້າ ເຄື່ອງບູຊາຂອງພະເຍຊູຄລິດທີ່ເປັນຄ່າໄຖ່ ສະພາບຂອງຄົນຕາຍ ແລະການປຸກໃຫ້ຄືນມາຈາກຕາຍ. ນອກຈາກນັ້ນ ຜູ້ນະມັດສະການພະເຢໂຫວາໄດ້ຮຽນຮູ້ວິທີດຳເນີນຊີວິດຢ່າງທີ່ກໍ່ປະໂຫຍດໃຫ້ຕົນເອງ ແລະນຳເອົາຄຳສັນລະເສີນມາສູ່ພະເຈົ້າ. ເຂົາເຈົ້າຍັງໄດ້ຮັບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບບົດບາດຂອງລາຊະອານາຈັກຂອງພະເຈົ້າ ແລະວິທີທີ່ລາຊະອານາຈັກນັ້ນຈະແກ້ໄຂສະພາບການຕ່າງໆທີ່ຢູ່ເທິງແຜ່ນດິນໂລກໃຫ້ຮຽບຮ້ອຍ. ເຂົາເຈົ້າເຮັດຫຍັງກັບຄວາມຮູ້ນີ້? ຄຳຖາມນີ້ນຳໄປສູ່ຄຳພະຍາກອນອີກຂໍ້ໜຶ່ງເຊິ່ງພວມສຳເລັດເປັນຈິງໃນຍຸກສຸດທ້າຍນີ້.
“ຄຳປະເສີດນີ້ແຫ່ງແຜ່ນດິນຂອງພະເຈົ້າຈະເປັນທີ່ເທສະໜາປ່າວປະກາດໄປທົ່ວແຜ່ນດິນ ໂລກ.”—ມັດທາຍ 24:14
14. ໃນທຸກມື້ນີ້ການປະກາດຂ່າວດີເລື່ອງລາຊະອານາຈັກກວ້າງຂວາງຂະໜາດໃດ ແລະໃຜກຳລັງປະກາດຂ່າວດີນີ້?
14 ພະເຍຊູຄລິດກ່າວໄວ້ໃນຄຳພະຍາກອນກ່ຽວກັບ “ໄລຍະສຸດທ້າຍຂອງຍຸກ” ວ່າ “ຄຳປະເສີດນີ້ແຫ່ງແຜ່ນດິນຂອງພະເຈົ້າຈະເປັນທີ່ເທສະໜາປ່າວປະກາດໄປທົ່ວແຜ່ນດິນໂລກ.” (ມັດທາຍ 24:3, ລ.ມ.; 14) ຂ່າວດີເລື່ອງລາຊະອານາຈັກກໍຄືຂ່າວທີ່ວ່າ ລາຊະອານາຈັກແມ່ນຫຍັງ ລາຊະອານາຈັກນີ້ຈະເຮັດຫຍັງແລະເຮົາຈະໄດ້ຮັບປະໂຫຍດແນວໃດຈາກລາຊະອານາຈັກນີ້ ກຳລັງໄດ້ຮັບການປະກາດໄປທົ່ວໂລກໃນຫຼາຍກວ່າ 230 ດິນແດນແລະຫຼາຍກວ່າ 400 ພາສາ. ພະຍານພະເຢໂຫວາຫຼາຍລ້ານຄົນປະກາດຂ່າວດີເລື່ອງລາຊະອານາຈັກຢ່າງດຸໝັ່ນຫ້າວຫັນ. ເຂົາເຈົ້າມາຈາກ “ທຸກປະເທດ ແລະທຸກກະກູນ ແລະທຸກຊາດ ແລະທຸກພາສາ.” (ຄຳປາກົດ 7:9) ພະຍານພະເຢໂຫວານຳການສຶກສາຄຳພີໄບເບິນເປັນສ່ວນຕົວແບບບໍ່ເສຍຄ່າກັບຫຼາຍລ້ານຄົນທີ່ຢາກຮູ້ວ່າຄຳພີໄບເບິນສອນແນວໃດແທ້ໆ. ຄຳພະຍາກອນນີ້ສຳເລັດເປັນຈິງຢ່າງໜ້າປະທັບໃຈແທ້ໆ ໂດຍສະເພາະເນື່ອງຈາກພະເຍຊູໄດ້ບອກລ່ວງໜ້າໄວ້ວ່າ “ຄົນທັງປວງຈະກຽດຊັງ” ຄລິດສະຕຽນແທ້!—ລືກາ 21:17.
ເຈົ້າຈະເຮັດຫຍັງ?
15. (ກ) ເຈົ້າເຊື່ອບໍວ່າເຮົາພວມມີຊີວິດຢູ່ໃນຍຸກສຸດທ້າຍ ແລະຍ້ອນຫຍັງຈຶ່ງເຊື່ອ? (ຂ) “ອະວະສານ” ຈະໝາຍເຖິງຫຍັງສຳລັບຜູ້ທີ່ຕໍ່ຕ້ານພະເຢໂຫວາແລະຜູ້ທີ່ຍອມຢູ່ໃຕ້ການປົກຄອງຂອງລາຊະອານາຈັກຂອງພະເຈົ້າ?
15 ເນື່ອງຈາກຄຳພະຍາກອນຫຼາຍຂໍ້ໃນຄຳພີໄບເບິນພວມສຳເລັດເປັນຈິງໃນທຸກມື້ນີ້ ເຈົ້າຈະບໍ່ເຫັນດີນຳບໍວ່າເຮົາພວມມີຊີວິດຢູ່ໃນຍຸກສຸດທ້າຍ? ພາຍຫຼັງທີ່ມີການປະກາດຂ່າວດີຈົນເຖິງຂັ້ນທີ່ພະເຢໂຫວາພໍໃຈແລ້ວ “ອະວະສານ” ກໍຈະມາຢ່າງແນ່ນອນ. (ມັດທາຍ 24:14, ທ.ປ.) “ອະວະສານ” ໝາຍເຖິງເວລາທີ່ພະເຈົ້າຈະກຳຈັດຄວາມຊົ່ວໃຫ້ໝົດໄປຈາກແຜ່ນດິນໂລກ. ພະເຢໂຫວາຈະໃຊ້ພະເຍຊູແລະພວກທູດສະຫວັນທີ່ມີລິດເດດໃຫ້ທຳລາຍຜູ້ທີ່ຈົງໃຈຕໍ່ຕ້ານພະອົງ. (2 ເທຊະໂລນີກ 1:6-9) ຊາຕານແລະຜີປີສາດພວກຂອງມັນຈະບໍ່ຊັກຈູງຊາດຕ່າງໆໄປຜິດທາງອີກ. ຫຼັງຈາກນັ້ນ ລາຊະອານາຈັກຂອງພະເຈົ້າຈະນຳຜົນປະໂຫຍດມາກມາຍມາໃຫ້ທຸກຄົນທີ່ຍອມຢູ່ໃຕ້ການປົກຄອງທີ່ຊອບທຳນັ້ນ.—ຄຳປາກົດ 20:1-3; 21:3-5.
16. ອັນໃດເປັນສິ່ງສະຫຼາດສຸຂຸມທີ່ເຈົ້າຄວນຈະເຮັດ?
16 ເນື່ອງຈາກລະບົບຂອງຊາຕານໃກ້ຈະສິ້ນສຸດແລ້ວ ເຮົາຕ້ອງຖາມຕົນເອງວ່າ ‘ຂ້ອຍຄວນລົງມືເຮັດຫຍັງແດ່?’ ນັບວ່າສຸຂຸມທີ່ຈະຮຽນຕໍ່ໄປເພື່ອໃຫ້ຮູ້ຫຼາຍຂຶ້ນກ່ຽວກັບພະເຢໂຫວາແລະສິ່ງທີ່ພະອົງຮຽກຮ້ອງຈາກເຮົາ. (ໂຢຮັນ 17:3) ຄວນດຸໝັ່ນສຶກສາຄຳພີໄບເບິນ. ຄວນປູກຝັງນິດໄສມັກຄົບຄ້າສະມາຄົມເປັນປະຈຳກັບຄົນອື່ນໆເຊິ່ງພະຍາຍາມເຮັດຕາມນ້ຳໃຈຂອງພະເຈົ້າ. (ເຫບເລີ 10:24, 25) ຄວນຮັບເອົາຄວາມຮູ້ທີ່ມີຢ່າງບໍລິບູນເຊິ່ງພະເຢໂຫວາພະເຈົ້າໄດ້ຈັດຕຽມໃຫ້ປະຊາຊົນຂອງພະອົງຕະຫຼອດທົ່ວໂລກ ແລະຄວນເຮັດການປ່ຽນແປງທີ່ຈຳເປັນໃນຊີວິດເພື່ອມີໂອກາດຈະໄດ້ຮັບຄວາມພໍໃຈຈາກພະເຈົ້າ.—ຢາໂກໂບ 4:8.
17. ເປັນຫຍັງການທຳລາຍຄົນຊົ່ວຈະເຮັດໃຫ້ຫຼາຍຄົນຕົກຊະເງີ້?
17 ພະເຍຊູໄດ້ບອກລ່ວງໜ້າວ່າຄົນສ່ວນຫຼາຍຈະບໍ່ສົນໃຈຫຼັກຖານທີ່ວ່າເຮົາພວມມີຊີວິດຢູ່ໃນຍຸກສຸດທ້າຍ. ການທຳລາຍຄົນຊົ່ວຈະເກີດຂຶ້ນແບບກະທັນຫັນໂດຍບໍ່ໄດ້ຄາດລ່ວງໜ້າ. ຄົນສ່ວນຫຼາຍຈະຕົກຊະເງີ້ແບບດຽວກັບທີ່ໄດ້ພໍ້ຄົນຂີ້ລັກໃນເວລາກາງຄືນ. (1 ເທຊະໂລນີກ 5:2) ພະເຍຊູໄດ້ເຕືອນວ່າ “ຄາວວັນແຫ່ງທ່ານໂນເອເປັນຢ່າງໃດ ເມື່ອບຸດມະນຸດສະເດັດມາຈະເປັນຢ່າງນັ້ນ. ເພາະວ່າໃນຄາວວັນກ່ອນນ້ຳຖ້ວມໂລກທັງສິ້ນນັ້ນ ເຂົາໄດ້ກິນແລະດື່ມ ແລະເອົາຜົວເອົາເມຍແລະມອບໃຫ້ເປັນຜົວເປັນເມຍຈົນເຖິງວັນນັ້ນທີ່ທ່ານໂນເອໄດ້ເຂົ້າໄປໃນນາວາ ແລະເຂົາບໍ່ທັນຮູ້ຈັກອີ່ສັງຈົນເຖິງນ້ຳມາຖ້ວມແລະກວາດເຂົາໄປເສຍທັງໝົດ ໃນເວລານັ້ນເປັນຢ່າງໃດ ເມື່ອບຸດມະນຸດຈະສະເດັດມາກໍຈະເປັນຢ່າງນັ້ນ.”—ມັດທາຍ 24:37-39.
18. ເຮົາຄວນເອົາໃຈໃສ່ຄຳເຕືອນອັນໃດຂອງພະເຍຊູ?
18 ດັ່ງນັ້ນພະເຍຊູຈຶ່ງບອກຜູ້ຟັງຂອງພະອົງວ່າ “ຈົ່ງລະວັງໃຫ້ດີແກ່ຕົວເອງຢ້ານວ່າໃຈຂອງທ່ານທັງຫຼາຍຈະເກີດໜາດ້ວຍການມັກກິນເຫຼືອກຳນົດ ແລະເມົາເຫຼົ້າ ແລະດ້ວຍຄວາມອຸກໃຈແຫ່ງໂລກນີ້ ແລະວັນນັ້ນຈະມາເຖິງທ່ານທັງຫຼາຍເມື່ອທ່ານບໍ່ທັນຄຶດ. ເຫດວ່າວັນນັ້ນຈະຕົກເໝືອນດັ່ງແຫຈັບປາເທິງຄົນທັງຫຼາຍທີ່ອາໄສເທິງທົ່ວແຜ່ນດິນໂລກ. ເຫດສັນນີ້ຈົ່ງເຝົ້າລະວັງອ້ອນວອນທຸກເມື່ອ ເພື່ອທ່ານທັງຫຼາຍຈະເປັນທີ່ຖືສົມຄວນຈະໄດ້ພົ້ນຈາກການທັງປວງທີ່ຕ້ອງບັງເກີດມານັ້ນ ແລະເພື່ອທ່ານຈະໄດ້ຢັ້ງຢືນຢູ່ [ໄດ້ຮັບການຍອມຮັບ] ຕໍ່ໜ້າບຸດມະນຸດ.” (ລືກາ 21:34-36) ເປັນສິ່ງສຸຂຸມທີ່ຈະເອົາໃຈໃສ່ຄຳກ່າວຂອງພະເຍຊູຢ່າງຈິງຈັງ. ຍ້ອນຫຍັງ? ກໍຍ້ອນວ່າຜູ້ທີ່ພະເຢໂຫວາພະເຈົ້າແລະ “ບຸດມະນຸດ” ເຊິ່ງແມ່ນພະເຍຊູຄລິດຍອມຮັບເອົາຈະມີຄວາມຫວັງທີ່ຈະລອດຜ່ານອະວະສານຂອງລະບົບຊາຕານ ແລະມີຊີວິດຢູ່ຕະຫຼອດໄປໃນໂລກໃໝ່ທີ່ວິເສດທີ່ສຸດເຊິ່ງຫຍັບໃກ້ເຂົ້າມາຫຼາຍແລ້ວ!—ໂຢຮັນ 3:16; 2 ເປໂຕ 3:13.
a ສຳລັບຂໍ້ມູນເພີ່ມເຕີມທີ່ສະແດງວ່າມີກາເອນແມ່ນອີກຊື່ໜຶ່ງຂອງພະເຍຊູ ຂໍໃຫ້ເບິ່ງພາກຜະໜວກໜ້າ 218-219.