ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮສ ເພງ 151
  • ພະອົງ​ຈະ​ເອີ້ນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະອົງ​ຈະ​ເອີ້ນ
  • ຮ້ອງເພງສັນລະເສີນພະເຢໂຫວາຢ່າງມີຄວາມສຸກ
  • ເລື່ອງທີ່ຄ້າຍກັນ
  • ຄຳ​ສັນຍາ​ເລື່ອງ​ຊີວິດ​ຕະຫຼອດ​ໄປ
    ຮ້ອງເພງສັນລະເສີນພະເຢໂຫວາຢ່າງມີຄວາມສຸກ
  • ເຮັດ​ໃຫ້​ຄວາມ​ຈິງ​ເປັນ​ຂອງ​ເຈົ້າ​ເອງ
    ຮ້ອງເພງສັນລະເສີນພະເຢໂຫວາຢ່າງມີຄວາມສຸກ
  • ໃນ​ທີ່​ສຸດ​ຊີວິດ​ຈະ​ບໍ່​ຈົບ​ສິ້ນ!
    ຮ້ອງເພງສັນລະເສີນພະເຢໂຫວາຢ່າງມີຄວາມສຸກ
  • ຄຳ​ສັນຍາ​ຂອງ​ພະເຈົ້າ​ເລື່ອງ​ອຸທິຍານ
    ຮ້ອງເພງສັນລະເສີນພະເຢໂຫວາຢ່າງມີຄວາມສຸກ
ເບິ່ງຕື່ມ
ຮ້ອງເພງສັນລະເສີນພະເຢໂຫວາຢ່າງມີຄວາມສຸກ
ຮສ ເພງ 151

ເພງ​ທີ 151

ພະອົງ​ຈະ​ເອີ້ນ

(ໂຢບ 14:13-15)

  1. 1. ຊີວິດ​ປຽບ​ດັ່ງ ເມກ​ໝອກ​ທີ່​ປິວ​ລ່ອງ​ລອຍ

    ຕອນ​ເຊົ້າ​ແລ້ວ​ມັນ​ກໍ​ຈາງ​ໄປ

    ເໝືອນ​ກັບ​ຊີວິດ ທີ່​ອາດ​ດັບ​ໄປ​ທັນໃດ

    ເຫຼືອ​ໄວ້​ພຽງ​ຄວາມ​ອາໄລ​ຫາ

    ຖ້າ​ຄົນ​ເຮົາ​ຕາຍ​ໄປ ຈະ​ໄດ້​ຄືນ​ມາ​ບໍ

    ຂໍ​ຟັງ​ສິ່ງ​ພະເຈົ້າ​ສັນຍາ

    (ທ່ອນ​ຊ້ຳ)

    ຄົນ​ທີ່​ຕາຍ ຈະ​ໄດ້​ຍິນ​ພະອົງ

    ເອີ້ນ​ພວກ​ເຂົາ ໃຫ້​ຄືນ​ກັບ​ມາ

    ພະອົງ ອາໄລ​ແລະ​ອາ​ວອນ

    ຕໍ່​ສິ່ງ​ທີ່ ພະອົງ​ສ້າງ​ມາ

    ໃຫ້​ເຮົາ​ມີ ຄວາມ​ເຊື່ອ​ທີ່​ໝັ້ນ​ຄົງ

    ວ່າ​ພະອົງ ຈະ​ເຮັດ​ແນ່ນອນ

    ເຮົາ​ຈະ ໄດ້​ຢູ່​ນິລັນດອນ

    ຍ້ອນ​ພະອົງ ໄດ້​ສ້າງ​ພວກ​ເຮົາ

  2. 2. ເພື່ອນ​ຂອງ​ພະເຈົ້າ ບາງ​ຄົນ​ອາດ​ຈະ​ຕາຍ​ໄປ

    ພະອົງ​ບໍ່​ລືມ​ເຂົາ​ແນ່ນອນ

    ເຂົາ​ນອນ​ຫຼັບ​ໄປ ໃນ​ຄວາມ​ຊົງ​ຈຳ​ພະອົງ

    ບໍ່​ດົນ​ພະອົງ​ຈະ​ປຸກ​ເຂົາ

    ເຂົາ​ຈະ​ກັບ​ຄືນ​ມາ ເຮົາ​ຈະ​ໄດ້​ພົບ​ເຂົາ

    ໃນ​ອຸທິຍານ​ຕະຫຼອດ​ໄປ

    (ທ່ອນ​ຊ້ຳ)

    ຄົນ​ທີ່​ຕາຍ ຈະ​ໄດ້​ຍິນ​ພະອົງ

    ເອີ້ນ​ພວກ​ເຂົາ ໃຫ້​ຄືນ​ກັບ​ມາ

    ພະອົງ ອາໄລ​ແລະ​ອາ​ວອນ

    ຕໍ່​ສິ່ງ​ທີ່ ພະອົງ​ສ້າງ​ມາ

    ໃຫ້​ເຮົາ​ມີ ຄວາມ​ເຊື່ອ​ທີ່​ໝັ້ນ​ຄົງ

    ວ່າ​ພະອົງ ຈະ​ເຮັດ​ແນ່ນອນ

    ເຮົາ​ຈະ ໄດ້​ຢູ່​ນິລັນດອນ

    ຍ້ອນ​ພະອົງ ໄດ້​ສ້າງ​ພວກ​ເຮົາ

(ເບິ່ງ​ຕື່ມ ໂຢ. 6:40; 11:11, 43; ຢໂກ. 4:14)

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌