ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄວາມ​ທຸກ​ຍາກ​ທີ່​ນຳ​ໄປ​ສູ່​ຄວາມ​ຫວັງ
    ຫໍສັງເກດການ—2011 | 1 ພຶດສະພາ
    • ຄວາມ​ທຸກ​ຍາກ​ທີ່​ນຳ​ໄປ​ສູ່​ຄວາມ​ຫວັງ

      “ໃນ​ສະໄໝ​ສຸດ​ທ້າຍ​ຈະ​ເປັນ​ໄລຍະ​ທີ່​ມີ​ແຕ່​ຄວາມ​ຫຍຸ້ງຍາກ​ລຳບາກ​ແລະ​ອັນຕະລາຍ.”—2 ຕີໂມທຽວ 3:1

      ເຈົ້າ​ເຄີຍ​ໄດ້​ຍິນ​ຫຼື​ໄດ້​ເຫັນ​ເຫດການ​ໜ້າ​ເສົ້າ​ເຫຼົ່າ​ນີ້​ບໍ?

      ● ພະຍາດ​ຮ້າຍແຮງ​ທີ່​ເຮັດ​ໃຫ້​ຫຼາຍ​ຮ້ອຍ​ຄົນ​ຕາຍ.

      ● ຄວາມ​ອຶດຢາກ​ທີ່​ເຮັດ​ໃຫ້​ຫຼາຍ​ພັນ​ຄົນ​ຕາຍ.

      ● ແຜ່ນດິນ​ໄຫວ​ທີ່​ເຮັດ​ໃຫ້​ຫຼາຍ​ໝື່ນ​ຄົນ​ຕາຍ​ແລະ​ຄົນ​ອີກ​ຈຳນວນ​ຫຼາຍ​ບໍ່​ມີ​ບ່ອນ​ຢູ່.

      ໃນ​ບົດ​ຄວາມ​ຕໍ່​ໄປ​ນີ້ ເຈົ້າ​ຈະ​ໄດ້​ທົບ​ທວນ​ຄວາມ​ຈິງ​ບາງ​ຢ່າງ​ທີ່​ອາດ​ເຮັດ​ໃຫ້​ເຈົ້າ​ຕ້ອງ​ຄິດ​ຢ່າງ​ຈິງ​ຈັງ​ກ່ຽວ​ກັບ​ເຫດການ​ຕ່າງໆຄ້າຍ​ກັນ​ນີ້. ເຈົ້າ​ຍັງ​ຈະ​ໄດ້​ເຫັນ​ວ່າ​ຄຳພີ​ໄບເບິນ​ມີ​ຄຳ​ພະຍາກອນ​ທີ່​ບອກ​ລ່ວງ​ໜ້າ​ເຖິງ​ເຫດການ​ເຫຼົ່າ​ນີ້​ທີ່​ຈະ​ເກີດ​ຂຶ້ນ​ໃນ​ໄລຍະ​ທີ່​ເອີ້ນ​ວ່າ “ສະໄໝ​ສຸດ​ທ້າຍ.”a

      ແນວ​ໃດ​ກໍ​ຕາມ ບົດ​ຄວາມ​ຊຸດ​ນີ້ ບໍ່​ໄດ້​ມີ​ຈຸດ​ປະສົງ​ເພື່ອ​ເຮັດ​ໃຫ້​ເຈົ້າ​ເຊື່ອ​ວ່າ​ເຮົາ​ຢູ່​ໃນ​ໂລກ​ທີ່​ມີ​ແຕ່​ບັນຫາ​ແລະ​ຄວາມ​ທຸກ. ເຈົ້າ​ອາດ​ຈະ​ເຈິ​ຫຼື​ໄດ້​ເຫັນ​ຄວາມ​ທຸກ​ເຫຼົ່າ​ນັ້ນ​ດ້ວຍ​ໂຕ​ເອງ​ຢູ່​ແລ້ວ. ດັ່ງ​ນັ້ນ ບົດ​ຄວາມ​ຊຸດ​ນີ້​ຂຽນ​ຂຶ້ນ​ເພື່ອ​ໃຫ້​ເຈົ້າ​ມີ​ຄວາມ​ຫວັງ. ເຈົ້າ​ຈະ​ໄດ້​ເຫັນ​ວ່າ​ການ​ທີ່​ຄຳ​ພະຍາກອນ​ຫົກ​ເລື່ອງ​ນີ້​ເກີດ​ຂຶ້ນ​ແທ້​ສະແດງ​ວ່າ “ສະໄໝ​ສຸດ​ທ້າຍ” ກຳລັງ​ຈະ​ຈົບ​ລົງ​ໃນ​ອີກ​ບໍ່​ດົນ. ບົດ​ຄວາມ​ຊຸດ​ນີ້​ຍັງ​ຈະ​ພິຈາລະນາ​ຂໍ້​ໂຕ້​ແຍ່ງ​ທີ່​ຖືກ​ເອົາ​ມາ​ເວົ້າ​ຢູ່​ເລື້ອຍໆ ແລະ​ຍັງ​ໃຫ້​ເຫດຜົນ​ທີ່​ໜັກແໜ້ນ​ເຊິ່ງ​ເຮັດ​ໃຫ້​ເຊື່ອ​ໄດ້​ວ່າ​ມີ​ອະນາຄົດ​ທີ່​ດີ​ກວ່າ​ຖ້າ​ຢູ່​ທາງ​ໜ້າ.

      [ຂໍ້​ຄວາມ​ໄຂ​ເງື່ອນ]

      a ເພື່ອ​ຈະ​ຮູ້​ເຫດຜົນ​ທີ່​ພະເຈົ້າ​ຍອມ​ໃຫ້​ສະພາບການ​ຊົ່ວ​ຮ້າຍ​ແບບ​ນີ້​ເກີດ​ຂຶ້ນ ຂໍ​ໃຫ້​ເບິ່ງ​ບົດ​ຄວາມ “ເປັນ​ຫຍັງ​ພະເຈົ້າ​ຍອມ​ໃຫ້​ມີ​ຄວາມ​ຊົ່ວ​ແລະ​ຄວາມ​ທຸກ?” ໃນ​ໜ້າ 16 ແລະ 17 ຂອງ​ວາລະສານ​ນີ້.

  • 1. ແຜ່ນດິນ​ໄຫວ
    ຫໍສັງເກດການ—2011 | 1 ພຶດສະພາ
    • 1. ແຜ່ນດິນ​ໄຫວ

      “ຈະ​ເກີດ​ແຜ່ນດິນ​ໄຫວ​ໃຫຍ່.”—ລູກາ 21:11

      ● ວິນ​ນີ້ ເດັກ​ນ້ອຍ​ອາຍຸ​ປະມານ​ປີ​ເຄິ່ງ ຖືກ​ດຶງ​ອອກ​ມາ​ຈາກ​ຊາກ​ຫັກ​ພັງ​ໃນ​ເຮ​ຕິ. ນັກ​ຂ່າວ​ໂທລະພາບ​ຄົນ​ໜຶ່ງ​ເຊິ່ງ​ກຳ​ລັງ​ລາຍງານ​ຂ່າວ​ແຜ່ນດິນ​ໄຫວ​ຢູ່​ໃນ​ເຂດ​ນັ້ນ​ໄດ້​ຍິນ​ສຽງ​ຮ້ອງ​ຄ່ອຍໆຂອງ​ລາວ. ເດັກ​ນ້ອຍ​ຄົນ​ນີ້​ລອດ​ຊີວິດ​ຈາກ​ແຜ່ນດິນ​ໄຫວ ແຕ່​ພໍ່​ແມ່​ຂອງ​ລາວ​ບໍ່​ລອດ.

      ຄວາມ​ຈິງ​ເປັນ​ແນວ​ໃດ? ແຜ່ນດິນ​ໄຫວ​ຂະໜາດ 7,0 ຣິກເຕີ​ຢູ່​ເຮ​ຕິ​ໃນ​ເດືອນ​ມັງກອນ 2010 ເຮັດ​ໃຫ້​ມີ​ຄົນ​ຕາຍ​ຫຼາຍ​ກວ່າ 300.000 ຄົນ. ປະຊາຊົນ​ອີກ 1,3 ລ້ານ​ຄົນ​ກາຍ​ເປັນ​ຄົນ​ບໍ່​ມີ​ບ່ອນ​ຢູ່​ທັນທີ. ເຖິງ​ວ່າ​ແຜ່ນດິນ​ໄຫວ​ຢູ່​ເຮ​ຕິ​ເທື່ອ​ນີ້​ຈະ​ຮຸນແຮງ​ຫຼາຍ ແຕ່​ເຫດການ​ແບບ​ນີ້​ກໍ​ເກີດ​ຂຶ້ນ​ຢູ່​ເລື້ອຍໆ. ຕະຫຼອດ​ທົ່ວ​ໂລກ​ມີ​ແຜ່ນດິນ​ໄຫວ​ໃຫຍ່​ເກີດ​ຂຶ້ນ​ຢ່າງ​ໜ້ອຍ 18 ເທື່ອ​ໃນ​ໄລຍະ​ເດືອນ​ເມສາ 2009 ຫາ​ເດືອນ​ເມສາ 2010.

      ຄົນ​ທົ່ວໄປ​ໂຕ້​ແຍ່ງ​ວ່າ​ແນວ​ໃດ? ແຜ່ນດິນ​ໄຫວ​ບໍ່​ໄດ້​ມີ​ຫຼາຍ​ຂຶ້ນ ແຕ່​ເນື່ອງ​ຈາກ​ມີ​ເຕັກໂນໂລຊີ​ທີ່​ທັນ​ສະໄໝ ເຮົາ​ຈຶ່ງ​ໄດ້​ຍິນ​ຂ່າວ​ເລື່ອງ​ແຜ່ນດິນ​ໄຫວ​ຫຼາຍ​ກວ່າ​ຜູ້​ຄົນ​ໃນ​ສະໄໝ​ກ່ອນ.

      ຂໍ້​ໂຕ້​ແຍ່ງ​ນີ້​ມີ​ເຫດຜົນ​ບໍ? ຂໍ​ໃຫ້​ສັງເກດ​ຄວາມ​ຈິງ​ນີ້: ຄຳພີ​ໄບເບິນ​ບໍ່​ໄດ້​ເນັ້ນ​ວ່າ​ໃນ​ສະໄໝ​ສຸດ​ທ້າຍ​ຈະ​ເກີດ​ແຜ່ນດິນ​ໄຫວ​ຂຶ້ນ​ຈັກ​ເທື່ອ. ແຕ່​ຄຳພີ​ໄບເບິນ​ບອກ​ວ່າ​ຈະ​ມີ “ແຜ່ນດິນ​ໄຫວ​ໃຫຍ່” ເກີດ​ຂຶ້ນ “ໃນ​ບ່ອນ​ຕ່າງໆ.” ການ​ເກີດ​ແຜ່ນດິນ​ໄຫວ​ໃຫຍ່​ເປັນ​ລັກສະນະ​ເດັ່ນ​ຢ່າງ​ໜຶ່ງ​ຂອງ​ສະໄໝ​ນີ້​ທີ່​ມີ​ຄວາມ​ສຳ​ຄັນ​ຫຼາຍ​ໃນ​ປະຫວັດສາດ.—ມາຣະໂກ 13:8; ລູກາ 21:11

      ເຈົ້າ​ຄິດ​ແນວ​ໃດ? ເຮົາ​ກຳ​ລັງ​ເຫັນ​ແຜ່ນດິນ​ໄຫວ​ໃຫຍ່ ຄື​ທີ່​ຄຳພີ​ໄບເບິນ​ພະຍາກອນ​ໄວ້​ບໍ?

      ແຜ່ນດິນ​ໄຫວ​ພຽງ​ຢ່າງ​ດຽວ​ອາດ​ບໍ່​ແມ່ນ​ຫຼັກ​ຖານ​ທີ່​ຢືນຢັນ​ໄດ້​ຢ່າງ​ໜັກແໜ້ນ​ວ່າ​ເຮົາ​ກຳ​ລັງ​ຢູ່​ໃນ​ສະໄໝ​ສຸດ​ທ້າຍ. ຄຳ​ພະຍາກອນ​ເລື່ອງ​ແຜ່ນດິນ​ໄຫວ​ເປັນ​ພຽງ​ຂໍ້​ໜຶ່ງ​ໃນ​ຫຼາຍໆຂໍ້​ທີ່​ກຳ​ລັງ​ເກີດ​ຂຶ້ນ​ແທ້. ໃຫ້​ເຮົາ​ມາ​ເບິ່ງ​ຄຳ​ພະຍາກອນ​ເລື່ອງ​ທີ 2.

      [ຖ້ອຍຄຳທີ່ຍົກມາ]

      “ພວກ​ເຮົາ [ນັກທໍລະນີຟີຊິກ] ເອີ້ນ​ເຫດການ​ແບບ​ນີ້​ວ່າ​ແຜ່ນດິນ​ໄຫວ​ໃຫຍ່. ສ່ວນ​ຄົນ​ອື່ນ​ເອີ້ນ​ວ່າ​ໄພ​ຫາຍະນະ.”—ເຄນ ຮັດ​ນັດ ສຳ​ນັກ​ງານ​ສຳຫຼວດ​ທາງ​ທໍລະນີ​ວິທະຍາ​ຂອງ​ສະຫະລັດ​ອາເມຣິກາ.

      [ທີ່​ມາ​ຂອງ​ຮູບ]

      © William Daniels/​Panos Pictures

  • 2. ການ​ຂາດແຄນ​ອາຫານ
    ຫໍສັງເກດການ—2011 | 1 ພຶດສະພາ
    • 2. ການ​ຂາດແຄນ​ອາຫານ

      “ຈະ​ເກີດ​ການ​ຂາດແຄນ​ອາຫານ.”—ມາຣະໂກ 13:8

      ● ຜູ້​ຊາຍ​ຄົນ​ໜຶ່ງ​ອົບພະຍົບ​ໜີ​ໄປ​ຢູ່​ບ້ານ​ຄວາຣາເຕີຈີ ປະເທດນີເຊ. ຍາດ​ພີ່ນ້ອງ​ຂອງ​ລາວ​ກໍ​ອົບພະຍົບ​ມາ​ຈາກ​ຕອນ​ກາງ​ຂອງ​ປະເທດ​ເພື່ອ​ໜີ​ຄວາມ​ອຶດຢາກ​ຄື​ກັນ. ແຕ່​ຜູ້​ຊາຍ​ຄົນ​ນີ້​ນອນ​ໝົດ​ຫວັງ​ຢູ່​ເທິງ​ສາດ​ຄົນ​ດຽວ. ເປັນ​ຫຍັງ​ລາວ​ຄື​ເປັນ​ແນວ​ນັ້ນ? ນາຍ​ບ້ານ​ທີ່​ຊື່​ຊິດິ​ບອກ​ວ່າ “ລາວ​ບໍ່​ສາມາດ​ເບິ່ງ​ແຍງ [ຄອບຄົວ] ໄດ້​ແລະ​ບໍ່​ສາມາດ​ທົນ​ເບິ່ງ​ໜ້າ​ລູກ​ເມຍ​ໄດ້​ອີກ​ຕໍ່​ໄປ.”

      ຄວາມ​ຈິງ​ເປັນ​ແນວ​ໃດ? ປະຊາກອນ​ໂລກ​ປະມານ 1 ໃນ 7 ຄົນ​ມີ​ອາຫານ​ບໍ່​ພໍ​ກິນ​ໃນ​ແຕ່​ລະ​ມື້. ສະພາບການ​ທາງ​ໃຕ້​ຂອງ​ທະເລ​ຊາຍຊາຮາຣາ​ໃນ​ທະວີບ​ອາຝຼິກກາ​ແຮ່ງ​ຮ້າຍແຮງ​ກວ່າ​ນັ້ນ ຄື​ມີ​ປະຊາກອນ 1 ໃນ 3 ຄົນ​ອຶດຢາກ​ຫິວ​ໂຫຍ​ຢູ່​ຕະຫຼອດ​ເວລາ. ເພື່ອ​ຈະ​ເຫັນ​ພາບ​ຈະ​ແຈ້ງ​ຂຶ້ນ ຂໍ​ໃຫ້​ຄິດ​ເຖິງ​ຄອບຄົວ​ທີ່​ມີ​ພໍ່ ແມ່ ແລະ​ລູກ​ນ້ອຍໆໜຶ່ງ​ຄົນ. ຖ້າ​ມີ​ອາຫານ​ພໍ​ກິນ​ສຳລັບ​ພຽງ​ແຕ່​ສອງ​ຄົນ ໃຜ​ຈະ​ເປັນ​ຄົນ​ທີ່​ຕ້ອງ​ເສຍ​ສະລະ? ພໍ່? ແມ່? ຫຼື​ລູກ? ສຳລັບ​ຄອບຄົວ​ທີ່​ອຶດຢາກ ນີ້​ເປັນ​ເລື່ອງ​ທີ່​ຕ້ອງ​ຕັດສິນ​ໃຈ​ໃນ​ແຕ່​ລະ​ມື້.

      ຄົນ​ທົ່ວໄປ​ໂຕ້​ແຍ່ງ​ວ່າ​ແນວ​ໃດ? ແຜ່ນດິນ​ໂລກ​ຜະລິດ​ອາຫານ​ໄດ້​ຫຼາຍ​ພໍ​ທີ່​ຈະ​ລ້ຽງ​ມະນຸດ​ທຸກ​ຄົນ​ໄດ້​ຢ່າງ​ເຫຼືອ​ເຟືອ ພຽງ​ແຕ່​ຕ້ອງ​ບໍລິຫານ​ຈັດການ​ຊັບ​ພະ​ກອນ​ໂລກ​ໃຫ້​ດີ​ກວ່າ​ນີ້.

      ຂໍ້​ໂຕ້​ແຍ່ງ​ນີ້​ມີ​ເຫດຜົນ​ບໍ? ແມ່ນ​ຢູ່​ວ່າ ກະເສດຕະກອນ​ສາມາດ​ຜະລິດ​ແລະ​ຂົນ​ສົ່ງ​ອາຫານ​ໄດ້​ຫຼາຍ​ກວ່າ​ທີ່​ເຄີຍ​ເຮັດ​ມາ​ໃນ​ອະດີດ. ແທ້ໆແລ້ວ ລັດຖະບານ​ຕ່າງໆຂອງ​ມະນຸດ​ໜ້າ​ຈະ​ຈັດການ​ກັບ​ຜົນ​ຜະລິດ​ຂອງ​ໂລກ​ແລະ​ແກ້ໄຂ​ບັນຫາ​ຄວາມ​ອຶດຢາກ​ໄດ້. ແຕ່​ຫຼັງ​ຈາກ​ພະຍາຍາມ​ມາ​ຫຼາຍ​ສິບ​ປີ​ແລ້ວ ລັດຖະບານ​ຕ່າງໆກໍ​ຍັງ​ບໍ່​ສາມາດ​ແກ້​ບັນຫາ​ນີ້​ໄດ້.

      ເຈົ້າ​ຄິດ​ແນວ​ໃດ? ຄຳ​ພະຍາກອນ​ໃນ​ມາຣະໂກ 13:8 ກຳ​ລັງ​ເກີດ​ຂຶ້ນ​ແທ້​ບໍ? ເຖິງ​ວ່າ​ເຕັກໂນໂລຊີ​ດ້ານ​ຕ່າງໆຈະ​ກ້າວ​ໜ້າ​ຫຼາຍ ແຕ່​ການ​ຂາດແຄນ​ອາຫານ​ກໍ​ຍັງ​ເປັນ​ບັນຫາ​ໃຫຍ່​ລະດັບ​ໂລກ​ແມ່ນ​ບໍ?

      ເມື່ອ​ມີ​ແຜ່ນດິນ​ໄຫວ​ແລະ​ການ​ຂາດແຄນ​ອາຫານ​ກໍ​ມັກ​ຈະ​ມີ​ບັນຫາ​ອື່ນໆຕາມ​ມາ ເຊິ່ງ​ເປັນ​ຜົນ​ຈາກ​ສັນຍານ​ອີກ​ຢ່າງ​ໜຶ່ງ​ຂອງ​ສະໄໝ​ສຸດ​ທ້າຍ.

      [ຖ້ອຍຄຳທີ່ຍົກມາ]

      “ຫຼາຍ​ກວ່າ 1 ໃນ 3 ຂອງ​ເດັກ​ນ້ອຍ​ທີ່​ຕາຍ​ຍ້ອນ​ພະຍາດ​ປອດ​ບວມ ພະຍາດ​ຖອກ​ທ້ອງ ແລະ​ພະຍາດ​ອື່ນໆອາດ​ຈະ​ບໍ່​ຕາຍ ຖ້າ​ເດັກ​ນ້ອຍ​ເຫຼົ່າ​ນັ້ນ​ໄດ້​ຮັບ​ອາຫານ​ພຽງ​ພໍ.”—ແອນ ເອັມ. ເວເນີແມນ ອະດີດ​ຜູ້​ອຳນວຍ​ການ​ບໍລິຫານ​ກອງ​ທຶນ​ເພື່ອ​ເດັກ​ນ້ອຍ​ແຫ່ງ​ສະຫະປະຊາຊາດ.

      [ທີ່​ມາ​ຂອງ​ຮູບ]

      © Paul Lowe/​Panos Pictures

  • 3. ໂລກ​ລະ​ບາດ
    ຫໍສັງເກດການ—2011 | 1 ພຶດສະພາ
    • 3. ໂລກ​ລະ​ບາດ

      “ຈະ​ເກີດ . . . ໂລກ​ລະ​ບາດ​ຫຼາຍ​ແຫ່ງ.”—ລູກາ 21:11

      ● ບອນຊາລີ​ເປັນ​ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກ​ໃນ​ປະເທດ​ໜຶ່ງ​ແຖວ​ອາຝຼິກກາ​ເຊິ່ງ​ເສຍຫາຍ​ຫຼາຍ​ຍ້ອນ​ສົງຄາມ​ກາງ​ເມືອງ. ລາວ​ພະຍາຍາມ​ຊ່ວຍ​ກຳ​ມະກອນ​ບໍ່​ແຮ່​ໃນ​ເມືອງ​ຂອງ​ລາວ​ທີ່​ກຳ​ລັງ​ຈະ​ຕາຍ​ຍ້ອນ​ໄຂ້​ເລືອດ​ອອກ​ມາບູກ ແຕ່​ລາວ​ກໍ​ເຮັດ​ຫຍັງ​ບໍ່​ໄດ້​ເລີຍ.a ລາວ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເຈົ້າ​ໜ້າ​ທີ່​ໃນ​ເມືອງ​ທີ່​ໃຫຍ່​ກວ່າ​ແຕ່​ກໍ​ບໍ່​ໄດ້​ຮັບ​ຄຳ​ຕອບ. 4 ເດືອນ​ຕໍ່​ມາ ໃນ​ທີ່​ສຸດ​ຄວາມ​ຊ່ວຍ​ເຫຼືອ​ກໍ​ມາ​ຮອດ ແຕ່​ບອນຊາລີ​ກໍ​ຕາຍ​ແລ້ວ. ລາວ​ຕິດ​ເຊື້ອ​ຈາກ​ກຳ​ມະກອນ​ບໍ່​ແຮ່​ທີ່​ລາວ​ພະຍາຍາມ​ຊ່ວຍ​ໄວ້.

      ຄວາມ​ຈິງ​ເປັນ​ແນວ​ໃດ? ພະຍາດ​ຕິດ​ເຊື້ອ​ໃນ​ລະບົບ​ທາງ​ເດີນ​ຫາຍ​ໃຈ​ສ່ວນ​ລຸ່ມ (ເຊັ່ນ​ປອດ​ບວມ) ພະຍາດ​ຖອກ​ທ້ອງ ເອັດຈ໌ໄອວີ/ເອດສ໌ ວັນ​ນະ​ໂລກ ແລະ​ໄຂ້​ມາລາ​ເລຍ​ຈັດ​ຢູ່​ໃນ​ກຸ່ມ​ພະຍາດ​ທີ່​ເຮັດ​ໃຫ້​ຜູ້​ຄົນ​ຕາຍ​ຫຼາຍ​ທີ່​ສຸດ. ໃນ​ປີ 2004 ພຽງ​ປີ​ດຽວ ພະຍາດ​ທັງ 5 ຊະນິດ​ນີ້​ເຮັດ​ໃຫ້​ຜູ້​ຄົນ​ປະມານ 10,7 ລ້ານ​ຄົນ​ຕາຍ. ເວົ້າ​ອີກ​ຢ່າງ​ໜຶ່ງ ໝົດ​ປີ​ນັ້ນ ມີ​ຄົນ​ຕາຍ​ຍ້ອນ​ພະຍາດ​ເຫຼົ່າ​ນີ້​ປະມານ 1 ຄົນ​ໃນ​ທຸກໆ 3 ວິນາທີ.

      ຄົນ​ທົ່ວໄປ​ໂຕ້​ແຍ່ງ​ວ່າ​ແນວ​ໃດ? ເມື່ອ​ປະຊາກອນ​ໂລກ​ເພີ່ມ​ຂຶ້ນ​ເລື້ອຍໆ ໂລກ​ໄພ​ໄຂ້​ເຈັບ​ກໍ​ຕ້ອງ​ເພີ່ມ​ຂຶ້ນ​ນຳ. ຄົນ​ທີ່​ເຈັບ​ປ່ວຍ​ກໍ​ຕ້ອງ​ມີ​ຫຼາຍ​ຂຶ້ນ​ເປັນ​ທຳ​ມະດາ.

      ຂໍ້​ໂຕ້​ແຍ່ງ​ນີ້​ມີ​ເຫດຜົນ​ບໍ? ຈຳ​ນວນ​ປະຊາກອນ​ໂລກ​ເພີ່ມ​ຂຶ້ນ​ໄວ​ຫຼາຍ. ແຕ່​ມະນຸດ​ກໍ​ມີ​ຄວາມ​ສາມາດ​ຫຼາຍ​ຂຶ້ນ​ທີ່​ຈະ​ກວດ ຄວບ​ຄຸມ ແລະ​ປິ່ນປົວ​ພະຍາດ. ດັ່ງ​ນັ້ນ ຕາມ​ຫຼັກ​ເຫດຜົນ​ແລ້ວ ພະຍາດ​ທີ່​ຄຸກຄາມ​ຊີວິດ​ມະນຸດ​ກໍ​ໜ້າ​ຈະ​ຫຼຸດ​ໜ້ອຍ​ລົງ​ບໍ່​ແມ່ນ​ບໍ? ແຕ່​ກໍ​ບໍ່​ໄດ້​ເປັນ​ແບບ​ນັ້ນ.

      ເຈົ້າ​ຄິດ​ແນວ​ໃດ? ຜູ້​ຄົນ​ກຳ​ລັງ​ທົນ​ທຸກ​ຍ້ອນ​ໂລກ​ໄພ​ໄຂ້​ເຈັບ​ຄື​ກັບ​ທີ່​ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ບໍ?

      ແຜ່ນດິນ​ໄຫວ ການ​ຂາດແຄນ​ອາຫານ ແລະ​ພະຍາດ​ຕ່າງໆເປັນ​ໄພ​ຄຸກຄາມ​ທີ່​ເຮັດ​ໃຫ້​ຫຼາຍ​ລ້ານ​ຄົນ​ຕາຍ. ແຕ່​ຍັງ​ມີ​ອີກ​ຫຼາຍ​ລ້ານ​ຄົນ​ທີ່​ຕ້ອງ​ທົນ​ທຸກ​ຈາກ​ການ​ກະທຳ​ຂອງ​ມະນຸດ​ນຳ​ກັນ​ເອງ ແລະ​ຫຼາຍ​ຄົນ​ກໍ​ຕົກ​ເປັນ​ເຫຍື່ອ​ຂອງ​ຄົນ​ທີ່​ໜ້າ​ຈະ​ເປັນ​ຜູ້​ປົກ​ປ້ອງ​ຄຸ້ມຄອງ​ເຂົາ​ເຈົ້າ​ດ້ວຍ​ຊ້ຳ. ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ຄຳພີ​ໄບເບິນ​ພະຍາກອນ​ໄວ້​ວ່າ​ຈະ​ຕ້ອງ​ເກີດ​ຂຶ້ນ.

      [ຂໍ້​ຄວາມ​ໄຂ​ເງື່ອນ]

      a ໄຂ້​ເລືອດ​ອອກ​ມາບູກ​ເກີດ​ຈາກ​ໄວຣັດສ໌​ປະເພດ​ດຽວ​ກັນ​ກັບ​ໄວຣັດສ໌​ອີ​ໂບ​ລາ.

      [ຖ້ອຍຄຳທີ່ຍົກມາ]

      “ມັນ​ເປັນ​ຕາ​ຢ້ານ​ຫຼາຍ​ຖ້າ​ຖືກ​ໂຕ​ສິງ​ຫຼື​ບາງ​ສິ່ງ​ກັດ​ກິນ​ຮ່າງກາຍ​ພາຍ​ນອກ ແຕ່​ມັນ​ກໍ​ເປັນ​ຕາ​ຢ້ານ​ຄື​ກັນ​ຖ້າ​ຖືກ​ພະຍາດ​ຮ້າຍແຮງ​ກັດ​ກິນ​ຢູ່​ພາຍ​ໃນ​ແລະ​ໄດ້​ເຫັນ​ຄົນ​ອື່ນ​ທີ່​ຢູ່​ອ້ອມ​ຂ້າງ​ເຈົ້າ​ຖືກ​ແບບ​ດຽວ​ກັນ.”—ໄມເຄິ້ນ ອອດສ໌ເທີໂຮມ ນັກ​ວິທະຍາການ​ລະ​ບາດ.

      [ທີ່​ມາ​ຂອງ​ຮູບ]

      © William Daniels/​Panos Pictures

  • 4. ບໍ່​ມີ​ຄວາມ​ຮັກ​ຕໍ່​ຄົນ​ໃນ​ຄອບຄົວ
    ຫໍສັງເກດການ—2011 | 1 ພຶດສະພາ
    • 4. ບໍ່​ມີ​ຄວາມ​ຮັກ​ຕໍ່​ຄົນ​ໃນ​ຄອບຄົວ

      “ຜູ້​ຄົນ​ຈະ . . . ບໍ່​ຮັກ​ຍາດ​ພີ່ນ້ອງ.”—2 ຕີໂມທຽວ 3:1-3

      ● ຄຣິດສ໌​ເຮັດ​ວຽກ​ໃຫ້​ກັບ​ສູນ​ຊ່ວຍ​ເຫຼືອ​ຜູ້​ຖືກ​ກະທຳ​ດ້ວຍ​ຄວາມ​ຮຸນແຮງ​ໃນ​ຄອບຄົວ​ຢູ່​ນອດເວວສ໌. ລາວ​ເວົ້າ​ວ່າ “ຂ້ອຍ​ຈື່​ໄດ້​ວ່າ​ຜູ້​ຍິງ​ຄົນ​ໜຶ່ງ​ເຂົ້າ​ມາ​ຫາ​ເຮົາ​ໃນ​ສະພາບ​ທີ່​ຖືກ​ທຸບ​ຕີ​ໜ້າ​ຊ້ຳ​ຕາ​ບວມ​ຈົນ​ຂ້ອຍ​ນຶກ​ບໍ່​ອອກ​ວ່າ​ເຄີຍ​ເຈິ​ລາວ​ມາ​ກ່ອນ. ຜູ້​ຍິງ​ອີກ​ຫຼາຍ​ຄົນ​ກໍ​ຖືກ​ທຳ​ຮ້າຍ​ຈົນ​ຈິດ​ໃຈ​ເຈັບ​ຊ້ຳ​ຫຼາຍ ເຂົາ​ເຈົ້າ​ຈົນ​ບໍ່​ຢາກ​ເຈິ​ໜ້າ​ໃຜ.”

      ຄວາມ​ຈິງ​ເປັນ​ແນວ​ໃດ? ໃນ​ປະເທດ​ໜຶ່ງ​ແຖວ​ອາຝຼິກກາ ຜູ້​ຍິງ​ປະມານ 1 ໃນ 3 ຄົນ​ເຄີຍ​ຖືກ​ລ່ວງ​ລະເມີດ​ທາງ​ເພດ​ຕອນ​ເປັນ​ເດັກ​ນ້ອຍ. ການ​ສຳຫຼວດ​ເທື່ອ​ໜຶ່ງ​ໃນ​ປະເທດ​ນັ້ນ​ສະແດງ​ວ່າ​ຜູ້​ຊາຍ​ຫຼາຍ​ກວ່າ 1 ໃນ 3 ຄົນ​ຄິດ​ວ່າ​ການ​ທຸບ​ຕີ​ເມຍ​ເປັນ​ເລື່ອງ​ທຳ​ມະດາ. ແຕ່​ບໍ່​ໄດ້​ມີ​ແຕ່​ຜູ້​ຍິງ​ເທົ່າ​ນັ້ນ​ທີ່​ຕົກ​ເປັນ​ເຫຍື່ອ​ຄວາມ​ຮຸນແຮງ​ໃນ​ຄອບຄົວ. ຕົວຢ່າງ​ເຊັ່ນ: ໃນ​ການາດາ ຜູ້​ຊາຍ​ປະມານ 3 ໃນ 10 ຄົນ​ເຄີຍ​ຖືກ​ຄູ່​ແຕ່ງ​ດອງ​ທຸບ​ຕີ​ຫຼື​ທຳ​ຮ້າຍ​ຮ່າງກາຍ​ດ້ວຍ​ວິທີ​ອື່ນໆ.

      ຄົນ​ທົ່ວໄປ​ໂຕ້​ແຍ່ງ​ວ່າ​ແນວ​ໃດ? ຄວາມ​ຮຸນແຮງ​ໃນ​ຄອບຄົວ​ເປັນ​ເລື່ອງ​ທີ່​ມີ​ມາ​ດົນ​ແລ້ວ. ພຽງ​ແຕ່​ຜູ້​ຄົນ​ໃນ​ສະໄໝ​ນີ້​ໃຫ້​ຄວາມ​ສົນ​ໃຈ​ຫຼາຍ​ກວ່າ​ແຕ່​ກ່ອນ.

      ຂໍ້​ໂຕ້​ແຍ່ງ​ນີ້​ມີ​ເຫດຜົນ​ບໍ? ໃນ​ໄລຍະ​ຫຼາຍ​ກວ່າ 10 ປີ​ມາ​ນີ້ ຜູ້​ຄົນ​ຕື່ນ​ໂຕ​ກັບ​ເລື່ອງ​ຄວາມ​ຮຸນແຮງ​ໃນ​ຄອບຄົວ​ຫຼາຍ​ຂຶ້ນ. ແຕ່​ການ​ຕື່ນ​ໂຕ​ກັບ​ບັນຫາ​ນີ້​ຫຼາຍ​ຂຶ້ນ​ເຮັດ​ໃຫ້​ຄວາມ​ຮຸນແຮງ​ໃນ​ຄອບຄົວ​ຫຼຸດ​ໜ້ອຍ​ລົງ​ບໍ? ບໍ່. ຜູ້​ຄົນ​ທຸກ​ມື້​ນີ້​ບໍ່​ມີ​ຄວາມ​ຮັກ​ຕໍ່​ຍາດ​ພີ່ນ້ອງ​ຫຼື​ຄົນ​ໃນ​ຄອບຄົວ​ຫຼາຍ​ກວ່າ​ແຕ່​ກ່ອນ.

      ເຈົ້າ​ຄິດ​ແນວ​ໃດ? ຄຳ​ພະຍາກອນ​ໃນ 2 ຕີໂມທຽວ 3:1-3 ກຳ​ລັງ​ເກີດ​ຂຶ້ນ​ແທ້​ບໍ? ເຈົ້າ​ເຫັນ​ດີ​ບໍ​ວ່າ​ຫຼາຍ​ຄົນ​ບໍ່​ມີ​ຄວາມ​ຮັກ​ຕໍ່​ຄົນ​ໃນ​ຄອບຄົວ​ແບບ​ທີ່​ທຸກ​ຄົນ​ຄວນ​ຈະ​ມີ?

      ຄຳ​ພະຍາກອນ​ເລື່ອງ​ທີ 5 ເຊິ່ງ​ທຳ​ລັງ​ເກີດ​ຂຶ້ນ​ແທ້​ໃນ​ເວລາ​ນີ້​ກ່ຽວ​ຂ້ອງ​ກັບ​ແຜ່ນດິນ​ໂລກ ເຊິ່ງ​ເປັນ​ຄື​ກັບ​ເຮືອນ​ຂອງ​ເຮົາ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຄຳພີ​ໄບເບິນ​ບອກ​ແນວ​ໃດ​ໃນ​ເລື່ອງ​ນີ້.

      [ຖ້ອຍຄຳທີ່ຍົກມາ]

      “ເປັນ​ທີ່​ຍອມ​ຮັບ​ວ່າ​ຄວາມ​ຮຸນແຮງ​ໃນ​ຄອບຄົວ​ເປັນ​ອາ​ຊະ​ຍາ​ກຳ​ຢ່າງ​ໜຶ່ງ​ທີ່​ມີ​ການ​ແຈ້ງ​ຄວາມ​ໜ້ອຍ​ທີ່​ສຸດ. ໂດຍ​ສະເລ່ຍ​ແລ້ວ​ຜູ້​ຍິງ​ຈະ​ແຈ້ງ​ຄວາມ​ກັບ​ຕຳຫຼວດ​ຫຼັງ​ຈາກ​ຖືກ​ຜົວ​ທຳ​ຮ້າຍ​ມາ​ແລ້ວ 35 ເທື່ອ.”—ໂຄສົກ​ຍິງ​ປະ​ຈຳ​ສູນ​ຊ່ວຍ​ເຫຼືອ​ຜູ້​ຖືກ​ທຳ​ຮ້າຍ​ໃນ​ຄອບຄົວ​ຢູ່​ເວວສ໌

  • 5. ການ​ທຳ​ລາຍ​ແຜ່ນດິນ​ໂລກ
    ຫໍສັງເກດການ—2011 | 1 ພຶດສະພາ
    • 5. ການ​ທຳ​ລາຍ​ແຜ່ນດິນ​ໂລກ

      “[ພະເຈົ້າ​ຈະ] ທຳ​ລາຍ​ຜູ້​ຄົນ​ທີ່​ທຳ​ລາຍ​ໂລກ​ນີ້.”—ພະນິມິດ 11:18

      ● ເປຍຣິ​ອາໄສ​ຢູ່​ໃນ​ບ້ານ​ກະ​ປໍ ປະເທດ​ນີເຊເຣຍ. ລາວ​ເປັນ​ຄົນ​ປາດ​ຕານ​ເພື່ອ​ເອົາ​ນ້ຳ​ຕານ​ສົດ​ມາ​ເຮັດ​ເຫຼົ້າ. ອາຊີບ​ຂອງ​ລາວ​ໄດ້​ຮັບ​ຜົນ​ກະທົບ​ຫຼາຍ​ເນື່ອງ​ຈາກ​ນ້ຳ​ມັນ​ປະລິມານ​ມະຫາສານ​ຮົ່ວ​ໄຫຼ​ເຂົ້າ​ມາ​ໃນ​ພື້ນ​ທີ່​ສາມ​ຫຼ່ຽມ​ປາກ​ແມ່​ນ້ຳ​ນີເຊ. ລາວ​ເວົ້າ​ວ່າ “ຄາບ​ນ້ຳ​ມັນ​ເຫຼົ່າ​ນີ້​ເຮັດ​ໃຫ້​ປາ​ຂອງ​ເຮົາ​ຕາຍ ເຮັດ​ໃຫ້​ເຮົາ​ເປັນ​ພະຍາດ​ຜິວ​ໜັງ ເຮັດ​ໃຫ້​ແມ່​ນ້ຳ​ລຳ​ເຊ​ຂອງ​ເຮົາ​ເນົ່າ​ເໝັນ. ຂ້ອຍ​ບໍ່​ຮູ້​ວ່າ​ຈະ​ຫາ​ຢູ່​ຫາ​ກິນ​ແນວ​ໃດ​ອີກ​ຕໍ່​ໄປ​ແລ້ວ.”

      ຄວາມ​ຈິງ​ເປັນ​ແນວ​ໃດ? ຜູ້​ຊ່ຽວຊານ​ບາງ​ຄົນ​ບອກ​ວ່າ ມີ​ການ​ຖິ້ມ​ຂີ້ເຫຍື້ອ 6,5 ລ້ານ​ໂຕນ​ລົງ​ໃນ​ມະຫາ​ສະໝຸດ​ທຸກ​ປີ. ປະມານ 50 ເປີເຊັນ​ຂອງ​ຂີ້ເຫຍື້ອ​ເຫຼົ່າ​ນັ້ນ​ເປັນ​ຢາງ​ເຊິ່ງ​ຕ້ອງ​ໃຊ້​ເວລາ​ຫຼາຍ​ຮ້ອຍ​ປີ​ເພື່ອ​ຈະ​ຍ່ອຍ​ສະ​ຫຼາຍ​ໝົດ. ນອກ​ຈາກ​ຈະ​ທຳ​ລາຍ​ແຜ່ນດິນ​ໂລກ​ແລ້ວ ມະນຸດ​ຍັງ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ຈົນ​ເກືອບ​ຈະ​ໝົດ​ໄປ​ຈາກ​ໂລກ. ຜົນ​ການ​ສຶກສາ​ວິໄຈ​ສະແດງ​ວ່າ​ຊັບພະຍາກອນ​ຂອງ​ໂລກ​ທີ່​ຖືກ​ທຳ​ລາຍ​ໄປ​ໃນ​ໄລຍະ​ເວລາ 1 ປີ​ຈະ​ຕ້ອງ​ໃຊ້​ເວລາ​ເຖິງ 1 ປີ 5 ເດືອນ​ຈຶ່ງ​ຈະ​ກັບ​ມາ​ເປັນ​ຄື​ເກົ່າ. ໜັງສື​ພິມ​ຊິດນີ ມໍນິງ ເຮໂຣ​ຂອງ​ອົດສະຕຣາລີ​ລາຍງານ​ວ່າ “ຖ້າ​ປະຊາກອນ​ໂລກ​ຍັງ​ເພີ່ມ​ຂຶ້ນ​ແລະ​ຍັງ​ໃຊ້​ຊັບພະຍາກອນ​ແບບ​ສິ້ນ​ເປືອງ​ຕໍ່​ໄປ ເມື່ອ​ເຖິງ​ປີ 2035 ເຮົາ​ຄື​ຊິ​ຕ້ອງ​ມີໂລ​ກ​ເຖິງ 2 ໜ່ວຍ.”

      ຄົນ​ທົ່ວໄປ​ໂຕ້​ແຍ່ງ​ວ່າ​ແນວ​ໃດ? ມະນຸດ​ສະຫຼາດ​ແລະ​ຮູ້ຈັກ​ໃຊ້​ຊັບ​ພະ​ກອນ​ຕ່າງໆ. ເຮົາ​ສາມາດ​ພິກ​ປີ້ນ​ສະຖານະການ​ແລະ​ຮັກສາ​ໂລກ​ໜ່ວຍ​ນີ້​ໄວ້​ໄດ້.

      ຂໍ້​ໂຕ້​ແຍ່ງ​ນີ້​ມີ​ເຫດຜົນ​ບໍ? ມີ​ຫຼາຍ​ຄົນ​ລວມ​ທັງ​ອົງກອນ​ຕ່າງໆໄດ້​ທຸ່ມເທ​ຄວາມ​ພະຍາຍາມ​ເພື່ອ​ກະຕຸ້ນ​ສັງຄົມ​ໃຫ້​ຕື່ນ​ໂຕ​ໃນ​ເລື່ອງ​ສິ່ງ​ແວດ​ລ້ອມ​ຫຼາຍ​ຂຶ້ນ. ແຕ່​ກໍ​ຍັງ​ມີ​ການ​ທຳ​ລາຍ​ແຜ່ນດິນ​ໂລກ​ຫຼາຍ​ຂຶ້ນ​ເລື້ອຍໆ.

      ເຈົ້າ​ຄິດ​ແນວ​ໃດ? ເຈົ້າ​ຄິດ​ວ່າ​ຈຳ​ເປັນ​ບໍ​ທີ່​ພະເຈົ້າ​ຈະ​ເຂົ້າ​ມາ​ແຊກ​ແຊງ​ເພື່ອ​ປົກ​ປ້ອງ​ໂລກ​ຂອງ​ເຮົາ​ບໍ່​ໃຫ້​ຖືກ​ທຳ​ລາຍ​ຕາມ​ທີ່​ເພິ່ນ​ສັນຍາ​ໄວ້?

      ນອກ​ຈາກ​ຄຳ​ພະຍາກອນ 5 ເລື່ອງ​ທີ່​ໄດ້​ພິ​ຈະ​ລະ​ນາ​ໄປ​ແລ້ວ ຄຳພີ​ໄບເບິນ​ຍັງ​ບອກ​ລ່ວງ​ໜ້າ​ອີກ​ວ່າ​ຈະ​ມີ​ເຫດການ​ທີ່​ໜ້າ​ຍິນດີ​ເກີດ​ຂຶ້ນ​ໃນ​ສະໄໝ​ສຸດ​ທ້າຍ. ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ໜຶ່ງ​ໃນ​ຄຳ​ພະຍາກອນ​ເລື່ອງ​ທີ 6 ນຳ​ກັນ.

      [ຖ້ອຍຄຳທີ່ຍົກມາ]

      “ຈາກ​ທີ່​ເຄີຍ​ເປັນ​ເຈົ້າ​ຂອງ​ດິນ​ທີ່​ສວຍ​ງາມ ຕອນ​ນີ້​ຂ້ອຍ​ຮູ້ສຶກ​ຄື​ກັບ​ວ່າ​ເປັນ​ເຈົ້າ​ຂອງ​ບ່ອນ​ຖິ້ມ​ຂີ້ເຫຍື້ອ​ປົນ​ເປື້ອນ​ສານ​ພິດ​ໄປ​ແລ້ວ.”—ເອຣິນ ແທມເບີ ຜູ້​ທີ່​ອາໄສ​ຢູ່​ໃນ​ເຂດ​ຊາຍ​ຝັ່ງ​ອ່າວ​ແມັກຊິກ ສະຫະລັດ​ອາເມຣິກາ ໄດ້​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ຜົນ​ກະທົບ​ຂອງ​ຄາບ​ນ້ຳ​ມັນ​ທີ່​ຮົ່ວ​ໄຫຼ​ໃນ​ອ່າວ​ແມັກຊິກ​ປີ 2010.

      [ຂອບ]

      ພະເຈົ້າ​ຕ້ອງ​ຮັບ​ຜິດ​ຊອບ​ບໍ?

      ເນື່ອງ​ຈາກ​ພະເຈົ້າ​ໄດ້​ພະຍາກອນ​ໄວ້​ໃນ​ຄຳພີ​ໄບເບິນ​ວ່າ​ຈະ​ເກີດ​ເຫດການ​ຊົ່ວ​ຮ້າຍ​ຕ່າງໆທີ່​ເຮົາ​ເຫັນ​ຢູ່​ໃນ​ທຸກ​ມື້​ນີ້ ນັ້ນ​ໝາຍ​ຄວາມ​ວ່າ​ພະເຈົ້າ​ຕ້ອງ​ເປັນ​ຜູ້​ຮັບ​ຜິດ​ຊອບ​ໃນ​ເລື່ອງ​ເຫຼົ່າ​ນີ້​ບໍ? ພະເຈົ້າ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ເຮົາ​ຕ້ອງ​ເຈິ​ຄວາມ​ທຸກ​ບໍ? ເຈົ້າ​ຈະ​ພົບ​ຄຳ​ຕອບ​ທີ່​ໜ້າ​ພໍ​ໃຈ​ສຳລັບ​ຄຳ​ຖາມ​ເຫຼົ່າ​ນີ້​ໃນ​ບົດ 11 ຂອງ​ປຶ້ມ​ຮຽນ​ຄຳພີ​ໄບເບິນ​ແລ້ວ​ໄດ້​ຫຍັງ? ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.

      [ທີ່​ມາ​ຂອງ​ຮູບ]

      U.S. Coast Guard photo

  • 6. ວຽກ​ປະກາດ​ຂ່າວ​ດີ​ທົ່ວ​ໂລກ
    ຫໍສັງເກດການ—2011 | 1 ພຶດສະພາ
    • 6. ວຽກ​ປະກາດ​ຂ່າວ​ດີ​ທົ່ວ​ໂລກ

      “ຈະ​ມີ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໄປ​ທົ່ວ​ໂລກ.”—ມັດທາຍ 24:14

      ● ໄວອາເທຍ​ອາໄສ​ຢູ່​ໃນ​ເກາະ​ແຫ່ງ​ໜຶ່ງ​ໃນ​ໝູ່​ເກາະ​ຕູອາ​ໂມຕູ​ທີ່​ຫ່າງ​ໄກ​ໃນ​ມະຫາ​ສະໝຸດ​ປາຊີຟິກ. ເຖິງ​ວ່າ​ໝູ່​ເກາະ​ຕູ​ອາ​ໂມ​ຕູ​ຈະ​ມີ​ເນື້ອ​ທີ່​ຫຼາຍ​ກວ່າ 802.900 ຕາລາງ​ກິໂລແມັດ​ແລະ​ມີ​ເກາະ​ທີ່​ເປັນ​ຮູບ​ວົງ​ແຫວນ​ທີ່​ເກີດ​ຈາກ​ປະ​ກາ​ລັງ​ກະຈັດກະຈາຍ​ຢູ່​ເກືອບ 80 ເກາະ ແຕ່​ໝູ່​ເກາະ​ນີ້​ມີ​ພົນລະເມືອງ​ອາໄສ​ຢູ່​ປະມານ 16.000 ຄົນ​ເທົ່າ​ນັ້ນ. ເຖິງ​ວ່າ​ຈະ​ເປັນ​ແບບ​ນັ້ນ ໄວອາເທຍ​ກັບ​ເພື່ອນ​ບ້ານ​ຂອງ​ລາວ​ກໍ​ໄດ້​ພົບ​ກັບ​ພະຍານ​ພະ​ເຢໂຫວາ. ຍ້ອນ​ຫຍັງ? ກໍ​ຍ້ອນ​ວ່າ​ພະຍານ​ຕ້ອງການ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໃຫ້​ກັບ​ທຸກ​ຄົນ​ບໍ່​ວ່າ​ຈະ​ຢູ່​ໃສ​ກໍ​ຕາມ.

      ຄວາມ​ຈິງ​ເປັນ​ແນວ​ໃດ? ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ກຳ​ລັງ​ໄດ້​ຮັບ​ການ​ປະກາດ​ໄປ​ທົ່ວ​ໂລກ. ໃນ​ປີ 2010 ພຽງ​ປີ​ດຽວ ພະຍານ​ພະ​ເຢໂຫວາ​ໃຊ້​ເວລາ​ຫຼາຍ​ກວ່າ 1,6 ພັນ​ລ້ານ​ຊົ່ວ​ໂມງ​ເພື່ອ​ປະກາດ​ຂ່າວ​ດີ​ນີ້​ໃນ 236 ດິນແດນ. ສະເລ່ຍ​ແລ້ວ​ພະຍານ​ແຕ່​ລະ​ຄົນ​ໃຊ້​ເວລາ​ປະກາດ​ມື້​ລະ 30 ນາທີ​ທຸກ​ມື້. ໃນ​ໄລຍະ 10 ປີ​ທີ່​ຜ່ານ​ມາ ເຂົາ​ເຈົ້າ​ໄດ້​ຜະລິດ​ແລະ​ແຈກ​ຢາຍ​ປຶ້ມ​ທີ່​ໃຊ້​ໃນ​ການ​ສຶກສາ​ຄຳພີ​ໄບເບິນ​ຫຼາຍ​ກວ່າ 20 ພັນ​ລ້ານ​ຫົວ.

      ຄົນ​ທົ່ວໄປ​ໂຕ້​ແຍ່ງ​ວ່າ​ແນວ​ໃດ? ມີ​ການ​ປະກາດ​ຂ່າວ​ສານ​ຈາກ​ຄຳພີ​ໄບເບິນ​ມາ​ດົນ​ເປັນ​ພັນໆປີ​ແລ້ວ.

      ຂໍ້​ໂຕ້​ແຍ່ງ​ນີ້​ມີ​ເຫດຜົນ​ບໍ? ກໍ​ແມ່ນ​ຢູ່ ມີ​ຫຼາຍ​ຄົນ​ເຄີຍ​ເຜີຍ​ແຜ່​ຂ່າວ​ສານ​ບາງ​ຢ່າງ​ຈາກ​ຄຳພີ​ໄບເບິນ. ແຕ່​ສ່ວນ​ຫຼາຍ​ກໍ​ເຮັດ​ໃນ​ໄລຍະ​ເວລາ​ສັ້ນໆແລະ​ເຮັດ​ໃນ​ບາງ​ບ່ອນ​ເທົ່າ​ນັ້ນ. ກົງ​ກັນ​ຂ້າມ ພະຍານ​ພະ​ເຢໂຫວາ​ກຳ​ລັງ​ເຮັດ​ວຽກ​ປະກາດ​ນີ້​ໄປ​ທົ່ວ​ໂລກ​ຢ່າງ​ເປັນ​ລະບົບ​ແລະ​ເຂົ້າ​ເຖິງ​ຜູ້​ຄົນ​ຫຼາຍ​ຮ້ອຍ​ລ້ານ​ຄົນ. ພະຍານ​ພະ​ເຢໂຫວາ​ດຸ​ໝັ່ນ​ຫ້າວຫັນ​ເຮັດ​ວຽກ​ປະກາດ​ຢ່າງ​ບໍ່​ທໍ້​ຖອຍ​ເຖິງ​ວ່າ​ບາງ​ເທື່ອ​ເຂົາ​ເຈົ້າ​ຈະ​ຖືກ​ຕໍ່​ຕ້ານ​ຢ່າງ​ຮຸນແຮງ​ຈາກ​ພວກ​ຜູ້​ມີ​ອຳນາດ​ແລະ​ອົງກອນ​ທີ່​ໂຫດ​ຮ້າຍ​ທີ່​ສຸດ​ໃນ​ປະຫວັດສາດ.a (ມາຣະໂກ 13:13) ນອກ​ຈາກ​ນີ້ ພະຍານ​ພະ​ເຢໂຫວາ​ເຮັດ​ວຽກ​ປະກາດ​ໂດຍ​ບໍ່​ໄດ້​ຮັບ​ຄ່າ​ຈ້າງ. ເຂົາ​ເຈົ້າ​ເຕັມ​ໃຈ​ສະລະ​ເວລາ​ຂອງ​ໂຕ​ເອງ ແລະ​ແຈກ​ຢາຍ​ສິ່ງ​ພິມ​ໃຫ້​ຄົນ​ອື່ນ​ແບບ​ຟຣີໆ. ວຽກ​ທັງ​ໝົດ​ຂອງ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ສະໜັບສະໜູນ​ໂດຍ​ການ​ບໍລິຈາກ​ດ້ວຍ​ຄວາມ​ສະໝັກ​ໃຈ.

      ເຈົ້າ​ຄິດ​ແນວ​ໃດ? “ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ” ກຳ​ລັງ​ໄດ້​ຮັບ​ການ​ປະກາດ​ໄປ​ທົ່ວ​ໂລກ​ບໍ? ການ​ທີ່​ຄຳ​ພະຍາກອນ​ນີ້​ເກີດ​ຂຶ້ນ​ແທ້​ສະແດງ​ວ່າ​ອະນາຄົດ​ທີ່​ດີ​ກວ່າ​ກຳ​ລັງ​ໃກ້​ເຂົ້າ​ມາ​ແລ້ວ​ແມ່ນ​ບໍ?

      [ຂໍ້​ຄວາມ​ໄຂ​ເງື່ອນ]

      a ສຳລັບ​ລາຍ​ລະອຽດ​ເພີ່ມ​ເຕີມ​ຂໍ​ໃຫ້​ເບິ່ງ​ວິດີໂອ​ເລື່ອງ “ສັດ​ຊື່​ພາຍ​ໃຕ້​ການ​ທົດລອງ” “ສາມ​ຫຼ່ຽມ​ສີ​ມ່ວງ” ແລະ “ພະຍານ​ພະ​ເຢໂຫວາ​ຢືນຢັດ​ໝັ້ນ​ຄົງ​ພາຍ​ໃຕ້​ການ​ໂຈມຕີ​ຂອງ​ນາຊີ” (ພາສາ​ອັງກິດ) ເຮັດ​ຂຶ້ນ​ໂດຍ​ພະຍານ​ພະ​ເຢໂຫວາ.

      [ຖ້ອຍຄຳທີ່ຍົກມາ]

      “ເທົ່າ​ທີ່​ພະ​ເຢໂຫວາ​ອະນຸຍາດ ເຮົາ​ຈະ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ຕໍ່ໆໄປ​ດ້ວຍ​ຄວາມ​ກະຕືລືລົ້ນ ແລະ​ໃຊ້​ທຸກ​ວິທີ​ທີ່​ເປັນ​ໄປ​ໄດ້​ເພື່ອ​ເຂົ້າ​ເຖິງ​ຜູ້​ຄົນ.”—ປຶ້ມ​ປະຈຳ​ປີ​ຂອງ​ພະຍານ​ພະ​ເຢໂຫວາ 2010.

  • ຍຸກ​ສະໄໝ​ທີ່​ດີ​ກວ່າ​ໃກ້​ເຂົ້າ​ມາ​ແລ້ວ!
    ຫໍສັງເກດການ—2011 | 1 ພຶດສະພາ
    • ຍຸກ​ສະໄໝ​ທີ່​ດີ​ກວ່າ​ໃກ້​ເຂົ້າ​ມາ​ແລ້ວ!

      “ອີກ​ຈັກ​ໜ້ອຍ​ຈະ​ບໍ່​ມີ​ຄົນ​ຊົ່ວ​ເລີຍ . . . ແຕ່​ຄົນ​ທີ່​ອ່ອນ​ນ້ອມ​ຖ່ອມ​ຕົນ​ຈະ​ໄດ້​ຢູ່​ໃນ​ໂລກ ເຂົາ​ເຈົ້າ​ຈະ​ຊື່ນຊົມ​ຍິນດີ​ແລະ​ມີ​ແຕ່​ຄວາມ​ສະຫງົບ​ສຸກ.”—ຄຳເພງ 37:10, 11, ລ.ມ.

      ເຈົ້າ​ຢາກ​ເຫັນ​ຄຳ​ພະຍາກອນ​ທີ່​ຍົກ​ມາ​ທາງ​ເທິງ​ນີ້​ເກີດ​ຂຶ້ນ​ແທ້​ບໍ? ເຈົ້າ​ຄື​ຊິ​ຢາກ​ເຫັນ​ແທ້ໆ. ມີ​ເຫດຜົນ​ໜັກແໜ້ນ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ເຊື່ອ​ໄດ້​ວ່າ​ຄຳ​ພະຍາກອນ​ນີ້​ຈະ​ເກີດ​ຂຶ້ນ​ແທ້​ໃນ​ອີກ​ບໍ່​ດົນ.

      ບົດ​ຄວາມ​ກ່ອນ​ໜ້າ​ນີ້​ໄດ້​ພິຈາລະນາ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ພຽງ​ບາງ​ຂໍ້​ທີ່​ສະແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ເຮົາ​ກຳລັງ​ຢູ່​ໃນ “ສະໄໝ​ສຸດ​ທ້າຍ.” (2 ຕີໂມທຽວ 3:1-5) ພະເຈົ້າ​ດົນ​ໃຈ​ຜູ້​ຂຽນ​ຄຳພີ​ໄບເບິນ​ໃຫ້​ບອກ​ລ່ວງ​ໜ້າ​ກ່ຽວ​ກັບ​ເຫດການ​ເຫຼົ່າ​ນັ້ນ​ເພື່ອ​ເຮົາ​ຈະ​ມີ​ຄວາມ​ຫວັງ. (ໂຣມ 15:4) ການ​ທີ່​ຄຳ​ພະຍາກອນ​ເຫຼົ່າ​ນັ້ນ​ເກີດ​ຂຶ້ນ​ແທ້​ສະແດງ​ວ່າ​ຄວາມ​ທຸກ​ຍາກ​ທີ່​ເຮົາ​ກຳລັງ​ເຈິ​ຢູ່​ໃນ​ທຸກ​ມື້​ນີ້​ໃກ້​ຈະ​ຈົບ​ລົງ​ແລ້ວ.

      ຈະ​ເກີດ​ຫຍັງ​ຂຶ້ນ​ຫຼັງ​ຈາກ​ສະໄໝ​ສຸດ​ທ້າຍ​ຈົບ​ລົງ? ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ປົກຄອງ​ມະນຸດ​ທຸກ​ຄົນ​ທົ່ວ​ໂລກ. (ມັດທາຍ 6:9) ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຄຳພີ​ໄບເບິນ​ບອກ​ແນວ​ໃດ​ກ່ຽວ​ກັບ​ສະພາບການ​ຂອງ​ໂລກ​ໃນ​ສະໄໝ​ນັ້ນ:

      ● ຄວາມ​ອຶດຢາກ​ຫິວ​ໂຫຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ. “ຈະ​ມີ​ເຂົ້າ​ຢ່າງ​ຫຼວງ​ຫຼາຍ​ໃນ​ແຜ່ນດິນ ເທິງ​ຍອດ​ເຂົາ​ທັງ​ຫຼາຍ​ຈະ​ມີ​ເຂົ້າ​ອຸດົມ​ສົມບູນ.”—ຄຳເພງ 72:16, ລ.ມ.

      ● ພະຍາດ​ຕ່າງໆຈະ​ຖືກ​ກຳຈັດ​ໃຫ້​ໝົດ​ໄປ. “ຈະ​ບໍ່​ມີ​ໃຜ​ທີ່​ຢູ່​ໃນ​ແຜ່ນດິນ​ນັ້ນ​ເວົ້າ​ວ່າ ‘ຂ້ອຍ​ປ່ວຍ.’”—ເອຊາອີ 33:24, ລ.ມ.

      ● ແຜ່ນດິນ​ໂລກ​ຈະ​ໄດ້​ຮັບ​ການ​ຟື້ນຟູ. “ບ່ອນ​ກັນດານ​ແລະ​ດິນແດນ​ທີ່​ແຫ້ງ​ແລ້ງ​ຈະ​ປາບ​ປື້ມ​ຍິນດີ ທົ່ງ​ພຽງ​ກັນດານ​ຈະ​ມີ​ຄວາມ​ສຸກ​ແລະ​ມີ​ດອກ​ໄມ້​ເຕັມ​ໄປ​ໝົດ.”—ເອຊາອີ 35:1, ລ.ມ.

      ນີ້​ເປັນ​ພຽງ​ບາງ​ຕົວຢ່າງ​ຂອງ​ຄຳ​ພະຍາກອນ​ທີ່​ໃຫ້​ກຳລັງ​ໃຈ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ຈະ​ເກີດ​ຂຶ້ນ​ແທ້​ໃນ​ອີກ​ບໍ່​ດົນ​ນີ້. ເຈົ້າ​ຢາກ​ໃຫ້​ພະຍານ​ພະ​ເຢໂຫວາ​ອະທິບາຍ​ໃຫ້​ເຈົ້າ​ຟັງ​ບໍ​ວ່າ​ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ໝັ້ນ​ໃຈ​ວ່າ​ຍຸກ​ສະໄໝ​ທີ່​ດີ​ກວ່າ​ໃກ້​ເຂົ້າ​ມາ​ແລ້ວ?

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌