ເພງທີ 97
ຊີວິດເຮົາຕ້ອງອາໄສຄຳສອນຂອງພະເຈົ້າ
1. ຊີວິດເຮົາຂຶ້ນກັບເຢໂຫວາ ທຸກສິ່ງທີ່ພະອົງສອນ
ບໍ່ແມ່ນດ້ວຍພຽງອາຫານເທົ່ານັ້ນ ແຕ່ດ້ວຍຄຳສອນພະເຈົ້າ
ເຮົາຍິນດີແລະມີສັນຕິສຸກ ອະນາຄົດຈະໄດ້ພອນ
(ທ່ອນຊ້ຳ)
ເຮົາບໍ່ຢູ່ດ້ວຍອາຫານຢ່າງດຽວ
ແຕ່ດ້ວຍຄຳສອນພະເຈົ້າ
ຊອກຫາສິ່ງທີ່ຈຳເປັນທຸກວັນ
ມີຊີວິດດ້ວຍພະຄຳ
2. ຄຳພີຂຽນເລື່ອງລາວຊີວິດຈິງ ຂອງຄົນໃນສະໄໝກ່ອນ
ທັງຊາຍຍິງຜູ້ທີ່ມີຄວາມເຊື່ອ ເຂົາສັດຊື່ແລະກ້າຫານ
ພວກເຮົາໄດ້ກຳລັງໃຈເມື່ອອ່ານ ສິ່ງເຂົາເຮັດແລະອົດທົນ
(ທ່ອນຊ້ຳ)
ເຮົາບໍ່ຢູ່ດ້ວຍອາຫານຢ່າງດຽວ
ແຕ່ດ້ວຍຄຳສອນພະເຈົ້າ
ຊອກຫາສິ່ງທີ່ຈຳເປັນທຸກວັນ
ມີຊີວິດດ້ວຍພະຄຳ
3. ເຮົາອ່ານພະຄຳພະເຈົ້າທຸກວັນ ໃຫ້ຄວາມຫວັງແລະປອບໂຍນ
ເມື່ອຊີວິດເຮົາຖືກການທົດສອບ ພະອົງໃຫ້ມີປັນຍາ
ສິ່ງທີ່ເຮົາໄດ້ອ່ານແລະໄດ້ຍິນ ເກັບຮັກສາໄວ້ໃນໃຈ
(ທ່ອນຊ້ຳ)
ເຮົາບໍ່ຢູ່ດ້ວຍອາຫານຢ່າງດຽວ
ແຕ່ດ້ວຍຄຳສອນພະເຈົ້າ
ຊອກຫາສິ່ງທີ່ຈຳເປັນທຸກວັນ
ມີຊີວິດດ້ວຍພະຄຳ
(ເບິ່ງຕື່ມ ຢຊວຍ. 1:8; ໂລມ 15:4)