ເພງທີ 143
ອົດທົນເຝົ້າລະວັງແລະເຮັດວຽກຕໍ່ໄປ
1. ພະເຈົ້າຜູ້ກຳນົດລະດູການ
ຜູ້ດຽວກໍຄືພະເຢໂຫວາ
ເວລາກຳນົດພະອົງໃກ້ມາ
ພວກເຮົາໄດ້ເຫັນຫຼັກຖານແລ້ວ
(ທ່ອນຊ້ຳ)
ອົດທົນເຝົ້າລະວັງແລະເຮັດວຽກຕໍ່ໄປ
ລໍຄອຍຄວາມຫວັງດ້ວຍຄວາມຍິນດີ
ໃຊ້ຊີວິດຕາມພະເຈົ້າສອນ
2. ເວລາຖືກກຳນົດໄວ້ດົນນານ
ລູກຊາຍພະອົງພ້ອມຈະຊະນະ
ທຸກຄົນທີ່ໄດ້ຕໍ່ຕ້ານພະອົງ
ດ້ວຍດາບທ່ານຈະໄດ້ຊະນະ
(ທ່ອນຊ້ຳ)
ອົດທົນເຝົ້າລະວັງແລະເຮັດວຽກຕໍ່ໄປ
ລໍຄອຍຄວາມຫວັງດ້ວຍຄວາມຍິນດີ
ໃຊ້ຊີວິດຕາມພະເຈົ້າສອນ
3. ເຖິງວ່າເຮົາຈະເປັນທຸກເຈັບປວດ
ເຮົາຍັງຕັ້ງໃຈລໍດ້ວຍຄວາມເຊື່ອ
ວັນໃຫຍ່ຂອງເຢໂຫວາໃກ້ມາ
ເຮົາຈະໄດ້ຮັບອິດສະຫຼະ
(ທ່ອນຊ້ຳ)
ອົດທົນເຝົ້າລະວັງແລະເຮັດວຽກຕໍ່ໄປ
ລໍຄອຍຄວາມຫວັງດ້ວຍຄວາມຍິນດີ
ໃຊ້ຊີວິດຕາມພະເຈົ້າສອນ
(ເບິ່ງຕື່ມ ມັດ. 25:13; ລືກາ 12:36)