ເພງທີ 75
“ຂ້ອຍຢູ່ນີ້ຂໍສົ່ງຂ້ອຍໄປ!”
1. ມະນຸດດູຖູກຢຽດຫຍາມພະເຈົ້າ
ໝິ່ນນາມບໍລິສຸດເຢໂຫວາ
ບາງຄົນບອກວ່າພະອົງບໍ່ດີ
ບາງຄົນບອກວ່າບໍ່ມີພະເຈົ້າ
ໃຜຈະປົກປ້ອງຊື່ສຽງພະອົງ
ສັນເສີນພະອົງໃຫ້ເຂົາໄດ້ຟັງ
(ທ່ອນຊ້ຳ 1)
ຂ້ອຍຢູ່ທີ່ນີ້ ຂໍສົ່ງຂ້ອຍໄປ
ຂ້ອຍຈະສັນເສີນພະອົງສຸດໃຈ
ບໍ່ມີກຽດໃດສູງສົ່ງໄປກວ່ານີ້
ຂ້ອຍຢູ່ນີ້ ຂໍສົ່ງຂ້ອຍໄປ
2. ບາງຄົນວ່າພະເຈົ້າຊ້າເກີນໄປ
ເຂົາບໍ່ຢຳເກງພະເຢໂຫວາ
ບາງຄົນເອົາຮູບປັ້ນເປັນພະເຈົ້າ
ບາງຄົນໃຫ້ຊີຊາແທນພະອົງ
ໃຜຈະບອກໃຫ້ພວກເຂົາໄດ້ຮູ້?
ເຕືອນເຂົາເຖິງວັນໃຫຍ່ຂອງພະເຈົ້າ?
(ທ່ອນຊ້ຳ 2)
ຂ້ອຍຢູ່ທີ່ນີ້ ຂໍສົ່ງຂ້ອຍໄປ
ຈະອອກໄປເຕືອນເຂົາຢ່າງກ້າຫານ
ບໍ່ມີກຽດໃດສູງສົ່ງໄປກວ່ານີ້
ຂ້ອຍຢູ່ນີ້ ຂໍສົ່ງຂ້ອຍໄປ
3. ຄົນຖ່ອມຕ່າງພາກັນຮ້ອງຄ່ຳຄວນ
ເພາະຄວາມຊົ່ວທີ່ມີເພີ່ມທະວີ
ຄົນທີ່ສັດຊື່ຊອກຫາຄວາມຈິງ
ເພື່ອໃຫ້ໃຈເຂົາມີສັນຕິສຸກ
ໃຜຈະປອບໂຍນຄົນທີ່ຖ່ອມໃຈ?
ຊ່ວຍເຂົາພົບຄວາມຖືກຕ້ອງຊອບທຳ?
(ທ່ອນຊ້ຳ 3)
ຂ້ອຍຢູ່ທີ່ນີ້ ຂໍສົ່ງຂ້ອຍໄປ
ຂ້ອຍຈະອົດທົນສອນຄົນຖ່ອມໃຈ
ບໍ່ມີກຽດໃດສູງສົ່ງໄປກວ່ານີ້
ຂ້ອຍຢູ່ນີ້ ຂໍສົ່ງຂ້ອຍໄປ
(ເບິ່ງຕື່ມ ເພງ. 10:4; ເອເຊກ. 9:4)