ເພງທີ 115
ຂອບໃຈພະເຈົ້າທີ່ອົດທົນ
1. ພະເຢໂຫວາ ມີອຳນາດຍິ່ງໃຫຍ່
ສະແດງຄວາມຮັກ ແລະຄວາມຊອບທຳ
ເຖິງວ່າໂລກນີ້ ມີແຕ່ຄວາມຊົ່ວ
ໃຫ້ເຮົາເຈັບປວດ ແຕ່ພະອົງຮູ້
ບໍ່ໄດ້ຊັກຊ້າ ດັ່ງທີ່ເຂົາເວົ້າກັນ
ໃກ້ເຖິງວັນພະອົງທຳລາຍຄວາມຊົ່ວ
(ທ່ອນຊ້ຳ)
ພວກເຮົາເບິ່ງໄປ ທີ່ຄວາມຫວັງໃໝ່
ສັນເສີນນາມຊື່ ພະອົງສຸດຫົວໃຈ
2. ເວລາພັນປີ ສຳລັບພະເຈົ້ານັ້ນ
ປຽບດັ່ງໜຶ່ງວັນ ທີ່ເລີຍຜ່ານໄປ
ວັນໃຫຍ່ມາໃກ້ ເຫຼືອອີກບໍ່ດົນ
ໃກ້ມາຮອດແລ້ວ ຈະບໍ່ຊັກຊ້າ
ພະເຈົ້າບໍ່ພໍ ໃຈໃນຄົນທີ່ຊົ່ວ
ພະອົງຍິນດີເມື່ອຄົນບາບກັບໃຈ
(ທ່ອນຊ້ຳ)
ພວກເຮົາເບິ່ງໄປ ທີ່ຄວາມຫວັງໃໝ່
ສັນເສີນນາມຊື່ ພະອົງສຸດຫົວໃຈ
(ເບິ່ງຕື່ມ ນເຫ. 9:30; ລືກາ 15:7; 2 ເປ. 3:8, 9)