ເພງທີ 65
ກ້າວໜ້າຕໍ່ຕໍ່ໄປ!
1. ກ້າວໜ້າໄປ ກ້າວໜ້າໄປ ສູ່ຄວາມເປັນຜູ້ໃຫຍ່
ໃຫ້ສ່ອງແສງ ຂອງຄວາມຈິງ ອອກໄປໃຫ້ທຸກຄົນໄດ້ເຫັນ
ໝັ່ນປັບປຸງ ວຽກຮັບໃຊ້ ຂອງພວກເຮົາໃຫ້ດີ
ພະອົງຈະ ຊ່ວຍເຮົາແນ່ນອນ
ວຽກຮັບໃຊ້ ມີໃຫ້ເຮົາ ເຮັດທຸກບ່ອນ
ເຮົາຈື່ໄດ້ ທີ່ເຍຊູ ເຄີຍເຮັດມາ
ຖ້າພວກເຮົາເພິ່ງພະເຈົ້າເຮົາຈະບໍ່ຜິດຫວັງ
ຍຶດແນວທາງແຫ່ງຄວາມຊອບທຳ
2. ກ້າວໜ້າໄປ ກ້າວໜ້າໄປ ປະກາດຢ່າງກ້າຫານ
ນຳຂ່າວດີ ນິລັນດອນ ອອກໄປບອກທຸກຄົນໃຫ້ຮູ້
ໃຫ້ພວກເຂົາ ມາສັນເສີນ ເຢໂຫວາກະສັດ
ເຮົາປະກາດ ທຸກບ້ານທຸກເຮືອນ
ພວກສັດຕູ ຕ້ອງການເຮັດ ໃຫ້ເຮົາຢ້ານ
ເຮົາບໍ່ຢ້ານ ເພາະຕ້ອງການ ບອກຜູ້ຄົນ
ວ່າລາຊະອານາຈັກພະເຈົ້າໄດ້ຕັ້ງແລ້ວ
ສອນທຸກຄົນໃຫ້ເຂົາເຂົ້າໃຈ
3. ກ້າວໜ້າໄປ ກ້າວໜ້າໄປ ກ້າວໜ້າຕໍ່ຕໍ່ໄປ
ພັດທະນາ ໃຫ້ຊຳນານ ເພາະມີວຽກຫຼາຍຢ່າງຕ້ອງເຮັດ
ໃຫ້ພະລັງ ຂອງພະເຈົ້າ ຊ່ວຍຊີ້ນຳເຮົາໄປ
ເຮົາຈະພົບ ກັບຄວາມສຸກແທ້
ດ້ວຍຄວາມຮັກ ຕໍ່ຜູ້ຄົນ ເຮົາຊອກຫາ
ກັບໄປຢາມ ເພື່ອສອນເຂົາ ໃຫ້ເຂົ້າໃຈ
ສອນພວກເຂົາໃຫ້ທຳຕາມແລະກາຍເປັນຜູ້ໃຫຍ່
ໃຫ້ຄວາມຈິງສ່ອງແສງອອກໄປ
(ເບິ່ງຕື່ມ ຟີລິບ 1:27; 3:16; ເຫບ. 10:39)