ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ17 ມິຖຸນາ ໜ້າ 28-32
  • ເຈົ້າຈະແກ້ໄຂຂໍ້ຂັດແຍ່ງແລະສ້າງສັນຕິສຸກບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າຈະແກ້ໄຂຂໍ້ຂັດແຍ່ງແລະສ້າງສັນຕິສຸກບໍ?
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ບັນຫາ​ແລະ​ທາງ​ແກ້
  • ຄວາມ​ແຕກຕ່າງ​ດ້ານ​ນິດໄສ​ເຮັດ​ໃຫ້​ປະຊາຄົມ​ມີ​ສີ​ສັນ​ຫຼາຍ​ຂຶ້ນ
  • ຢ່າ​ຍອມ​ໃຫ້​ຂໍ້​ຂັດ​ແຍ່ງ​ມີ​ຕໍ່​ໄປ
  • ແກ້ໄຂ​ຂໍ້​ຂັດ​ແຍ່ງ​ດ້ວຍ​ນ້ຳໃຈ​ຂອງ​ຄວາມ​ຮັກ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
  • ສັນຕິສຸກ—ເຮົາ​ຈະ​ມີ​ໄດ້​ແນວ​ໃດ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • “ເສີມສ້າງກັນໃຫ້ເຂັ້ມແຂງ” ຢູ່ສະເໝີ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • “ຊ່ວຍປະຊາຄົມຕ່າງໆ​ໃຫ້ເຂັ້ມແຂງຂຶ້ນ”
    ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
ຫ17 ມິຖຸນາ ໜ້າ 28-32
ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ໃຈ​ຮ້າຍ​ຢູ່​ທີ່​ການ​ປະຊຸມ​ປະຈຳ​ປະຊາຄົມ

ເຈົ້າ​ຈະ​ແກ້ໄຂ​ຂໍ້​ຂັດ​ແຍ່ງ​ແລະ​ສ້າງ​ສັນຕິສຸກ​ບໍ?

ພະ​ເຢໂຫວາ​ຢາກ​ໃຫ້​ຜູ້​ນະມັດສະການ​ພະອົງ​ມີ​ສັນຕິສຸກ​ແລະ​ໃຫ້​ຢູ່​ຮ່ວມ​ກັນ​ຢ່າງ​ສັນຕິ. ເມື່ອ​ເປັນ​ແບບ​ນັ້ນ ປະຊາຄົມ​ກໍ​ຈະ​ມີ​ສັນຕິສຸກ ແລະ​ເຮັດ​ໃຫ້​ຫຼາຍ​ຄົນ​ເຂົ້າ​ມາ​ສົມທົບ​ນຳ.

ໝໍ​ຜີ​ຄົນ​ໜຶ່ງ​ໃນ​ມາດາ​ກາ​ສະ​ກາ ສັງເກດ​ເຫັນ​ປະຊາຊົນ​ຂອງ​ພະເຈົ້າ​ມີ​ສັນຕິສຸກ ແລະ​ຄິດ​ວ່າ ‘ຖ້າ​ຂ້ອຍ​ຢາກ​ມີ​ສາສະໜາ ຂ້ອຍ​ຈະ​ເລືອກ​ສາສະໜາ​ນີ້​ແຫຼະ.’ ບໍ່​ດົນ ລາວ​ກໍ​ເຊົາ​ເຊື່ອ​ຖື​ຜີ​ແລະ​ເຮັດ​ໃຫ້​ຊີວິດ​ຄູ່​ຖືກຕ້ອງ​ຕາມ​ຫຼັກ​ພະ​ຄຳພີ ແລະ​ເຂົ້າ​ມາ​ນະມັດສະການ​ພະ​ເຢໂຫວາ​ພະເຈົ້າ​ທີ່​ມີ​ສັນຕິສຸກ.

ຄື​ກັບ​ຊາຍ​ຄົນ​ນັ້ນ ທຸກໆປີ​ມີ​ຫຼາຍ​ແສນ​ຄົນ​ເຂົ້າ​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຄົມ​ແລະ​ພົບ​ສັນຕິສຸກ​ທີ່​ເຂົາ​ເຈົ້າ​ຢາກ​ໄດ້​ມາ​ຕະຫຼອດ. ແຕ່​ຄຳພີ​ໄບເບິນ​ບອກ​ວ່າ​ຖ້າ​ໃນ​ປະຊາຄົມ​ມີ ‘ໃຈ​ຫຶງສາ [ໃຈ​ອິດສາ] ອັນ​ຂົມ ແລະ​ໃຈ​ຢາກ​ຖຽງ​ກັນ’ ຈະ​ທຳລາຍ​ມິດຕະພາບ​ແລະ​ສ້າງ​ຄວາມ​ແຕກ​ແຍກ. (ຢາໂກໂບ 3:14-16) ແຕ່​ມີ​ຄຳ​ແນະນຳ​ທີ່​ດີ​ເຊິ່ງ​ຈະ​ຊ່ວຍ​ໃຫ້​ຫຼີກ​ລ່ຽງ​ບັນຫາ ແລະ​ສ້າງ​ສັນຕິສຸກ​ກັບ​ພີ່​ນ້ອງ. ໃຫ້​ເບິ່ງ​ຕົວຢ່າງ​ຂອງ​ບາງ​ຄົນ​ທີ່​ເອົາ​ແນະນຳ​ນີ້​ໄປ​ໃຊ້​ໃນ​ຊີວິດ​ຈິງ.

ບັນຫາ​ແລະ​ທາງ​ແກ້

“ຂ້ອຍ​ເຮັດ​ວຽກ​ກັບ​ພີ່​ນ້ອງ​ຄົນ​ໜຶ່ງ​ແລະ​ມີ​ບັນຫາ​ກັນ. ມີ​ເທື່ອ​ໜຶ່ງ​ເຮົາ​ຮ້ອງ​ໃສ່​ກັນ​ແລະ​ມີ​ສອງ​ຄົນ​ເຫັນ​ຕອນ​ທີ່​ເຮົາ​ຜິດ​ກັນ.”—ຄລິດ

ພີ່​ນ້ອງ​ຍິງ​ສອງ​ຄົນ​ຈ້ອງ​ເບິ່ງ​ໜ້າ​ກັນ

“ຢູ່​ດີໆພີ່​ນ້ອງ​ຍິງ​ທີ່​ຂ້ອຍ​ມັກ​ໄປ​ປະກາດ​ນຳ​ເລື້ອຍໆກໍ​ຍົກ​ເລີກ​ນັດ​ທີ່​ຈະ​ໄປ​ຮັບໃຊ້​ນຳ​ກັນ. ແລ້ວ​ລາວ​ກໍ​ບໍ່​ລົມ​ກັບ​ຂ້ອຍ​ເລີຍ. ຂ້ອຍ​ບໍ່​ຮູ້​ວ່າ​ເກີດ​ຫຍັງ​ຂຶ້ນ.”—ເຈ​ເນັດ

“ຂ້ອຍ​ປະຊຸມ​ທາງ​ໂທລະສັບ​ກັບ​ສາມ​ຄົນ. ຄົນ​ໜຶ່ງ​ບອກ​ລາ ຂ້ອຍ​ຄິດ​ວ່າ​ລາວ​ວາງ​ສາຍ​ແລ້ວ ຂ້ອຍ​ຈຶ່ງ​ເວົ້າ​ເລື່ອງ​ບໍ່​ດີ​ຂອງ​ລາວ​ສູ່​ອີກ​ຄົນ​ໜຶ່ງ​ຟັງ ແຕ່​ແທ້ໆແລ້ວ​ລາວ​ຍັງ​ບໍ່​ວາງ.”—ໄມເຄິນ

“ໃນ​ປະຊາຄົມ​ໄພໂອເນຍ​ສອງ​ຄົນ​ເລີ່ມ​ມີ​ບັນຫາ​ກັນ. ຄົນ​ໜຶ່ງ​ເວົ້າ​ໃຫ້​ອີກ​ຄົນ​ໜຶ່ງ ແລ້ວ​ກໍ​ຖຽງ​ກັນ ເມື່ອ​ຄົນ​ອື່ນ​ໃນ​ປະຊາຄົມ​ເຫັນ​ກໍ​ໝົດ​ກຳລັງ​ໃຈ.”—ແກຣີ

ບັນຫາ​ເຫຼົ່າ​ນີ້​ອາດ​ເບິ່ງ​ຄື​ບໍ່​ຮ້າຍແຮງ ແຕ່​ອາດ​ເຮັດ​ໃຫ້​ຄົນ​ທີ່​ກ່ຽວ​ຂ້ອງ​ຮູ້ສຶກ​ບໍ່​ດີ​ແລະ​ອາດ​ທຳລາຍ​ສັນຕິສຸກ​ໃນ​ປະຊາຄົມ. ໜ້າ​ດີ​ໃຈ​ທີ່​ພີ່​ນ້ອງ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ພະ​ຄຳພີ​ແລະ​ສາມາດ​ມີ​ສັນຕິສຸກ​ນຳ​ກັນ​ອີກ. ເຈົ້າ​ຄິດ​ວ່າ​ພະ​ຄຳພີ​ຂໍ້​ໃດ​ແດ່​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້?

“ຢ່າຊູ່​ພາ​ກັນ​ຖຽງ​ກັນ​ໃນ​ກາງ​ທາງ.” (ຕົ້ນເດີມ 45:24) ໂຢເຊບ​ແນະນຳ​ພວກ​ອ້າຍ​ຢ່າງ​ສຸຂຸມ​ຕອນ​ທີ່​ເຂົາ​ເຈົ້າ​ກຳລັງ​ກັບ​ໄປ​ຫາ​ພໍ່. ຖ້າ​ຄົນ​ເຮົາ​ບໍ່​ໄດ້​ຄວບຄຸມ​ອາລົມ​ແລະ​ປ່ອຍ​ໃຫ້​ຕົວ​ເອງ​ຄຽດ​ງ່າຍ ເລື່ອງ​ບໍ່​ດີ​ອາດ​ຮ້າຍແຮງ​ຂຶ້ນ. ບາງ​ຄົນ​ກໍ​ໃຈ​ຮ້າຍ. ຄລິດ​ຍອມ​ຮັບ​ວ່າ​ບໍ່​ງ່າຍ​ທີ່​ຈະ​ຖ່ອມ​ແລະ​ເຮັດ​ຕາມ​ຄຳ​ແນະນຳ. ລາວ​ຢາກ​ປ່ຽນ​ແປງ ດັ່ງ​ນັ້ນ​ຈຶ່ງ​ຂໍ​ໂທດ​ພີ່​ນ້ອງ​ຄົນ​ນັ້ນ. ຕໍ່​ມາ​ຄລິດ​ໄດ້​ພະຍາຍາມ​ຫຼາຍ​ເພື່ອ​ຄວບຄຸມ​ອາລົມ​ຂອງ​ຕົນ. ເມື່ອ​ພີ່​ນ້ອງ​ຄົນ​ນັ້ນ​ສັງເກດ​ເຫັນ ລາວ​ກໍ​ເຮັດ​ແບບ​ດຽວ​ກັນ. ຕອນ​ນີ້​ເຂົາ​ເຈົ້າ​ຮັບໃຊ້​ພະ​ເຢໂຫວາ​ຮ່ວມ​ກັນ​ຢ່າງ​ມີ​ຄວາມ​ສຸກ.

“ຖ້າ​ບໍ່​ມີ​ຄວາມ​ປຶກສາ​ກັນ​ຄວາມ​ໝາຍ​ໃຈ [“ແຜນການ,” ລ.ມ.] ກໍ​ບໍ່​ຊະນະ.” (ສຸພາສິດ 15:22) ເມື່ອ​ພີ່​ນ້ອງ​ຄົນ​ນັ້ນ​ບໍ່​ລົມ​ນຳ ເຈ​ເນັດ​ຈຶ່ງ​ເຮັດ​ຕາມ​ຂໍ້​ນີ້ ໂດຍ​ໄປ​ປຶກສາ​ຫຼື​ລົມ​ນຳ​ລາວ. ເຈ​ເນັດ​ຖາມ​ວ່າ​ລາວ​ໄດ້​ເຮັດ​ຫຍັງ​ໃຫ້​ພີ່​ນ້ອງ​ຄົນ​ນັ້ນ​ຄຽດ​ບໍ. ທຳອິດ​ກໍ​ບໍ່​ງ່າຍ ແຕ່​ທັງ​ສອງ​ກໍ​ຍັງ​ລົມ​ກັນ​ແບບ​ຄ່ອຍ​ເປັນ​ຄ່ອຍ​ໄປ​ຈົນ​ສາມາດ​ລົມ​ກັນ​ໄດ້​ງ່າຍ​ຂຶ້ນ. ພີ່​ນ້ອງ​ຄົນ​ນີ້​ຈຶ່ງ​ຮູ້​ວ່າ​ເຂົ້າ​ໃຈ​ຜິດ ແລະ​ເຈ​ເນັດ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ. ລາວ​ຂໍ​ໂທດ​ເຈ​ເນັດ ຕອນ​ນີ້​ເຂົາ​ເຈົ້າ​ກັບ​ມາ​ເປັນ​ໝູ່​ກັນ​ແລະ​ຮັບໃຊ້​ນຳ​ກັນ​ອີກ.

“ເຫດ​ສັນນີ້​ຖ້າ​ທ່ານ​ເອົາ​ເຄື່ອງ​ບູຊາ​ມາ​ຖວາຍ​ເທິງ​ແທ່ນ​ບູຊາ​ແລະ​ທີ່​ນັ້ນ​ຈື່​ຈຳ​ວ່າ​ພີ່​ນ້ອງ​ມີ​ຄວາມ​ປະການ​ໃດ​ປະການ​ໜຶ່ງ​ຕໍ່​ທ່ານ ຈົ່ງ​ວາງ​ຂອງ​ຖວາຍ​ລົງ​ໄວ້​ຕໍ່​ໜ້າ​ແທ່ນ​ນັ້ນ ແລະ​ຈົ່ງ​ໄປ​ກະທຳ​ໃຫ້​ດີ​ກັນ​ກັບ​ພີ່​ນ້ອງ​ກ່ອນ.” (ມັດທາຍ 5:23, 24) ນີ້​ເປັນ​ຄຳ​ແນະນຳ​ຂອງ​ພະ​ເຍຊູ. ຫຼັງ​ຈາກ​ເວົ້າ​ສິ່ງ​ບໍ່​ດີ​ໃຫ້​ພີ່​ນ້ອງ​ຄົນ​ນັ້ນ ໄມເຄິນ​ຮູ້ສຶກ​ເສຍໃຈ​ຫຼາຍ. ລາວ​ຢາກ​ແກ້ໄຂ​ເລື່ອງ​ນັ້ນ ລາວ​ຈຶ່ງ​ໄປ​ຫາ​ພີ່​ນ້ອງ​ຄົນ​ນັ້ນ​ເພື່ອ​ຂໍ​ໂທດ​ແລະ​ບອກ​ວ່າ​ລາວ​ເສຍໃຈ​ແທ້ໆ. ຜົນ​ເປັນ​ແນວ​ໃດ? ໄມເຄິນ​ເລົ່າ​ວ່າ: “ພີ່​ນ້ອງ​ຍົກ​ໂທດ​ໃຫ້​ຂ້ອຍ​ແທ້ໆ.” ແລ້ວ​ເຂົາ​ເຈົ້າ​ກໍ​ກັບ​ມາ​ເປັນ​ໝູ່​ກັນ​ອີກ.

“ຈົ່ງ​ອົດ​ກັ້ນ​ໄວ້​ກັນ​ແລະ​ກັນ ແລະ​ຍົກ​ໂທດ​ໃຫ້​ກັນ​ແລະ​ກັນ​ຖ້າ​ແມ່ນ​ຜູ້​ໃດ​ມີ​ຂໍ້​ຄວາມ​ຟ້ອງ​ຕໍ່​ຄົນ​ອື່ນ.” (ໂກໂລດ 3:12-14) ໄພໂອເນຍ​ສອງ​ຄົນ​ທີ່​ຂັດ​ແຍ່ງ​ກັນ​ເຊິ່ງ​ກ່າວ​ເຖິງ​ກ່ອນ​ໜ້າ​ນີ້ ຜູ້​ເຖົ້າ​ແກ່​ໄດ້​ຊ່ວຍ​ຢ່າງ​ກະລຸນາ​ໃຫ້​ເຂົາ​ເຈົ້າ​ເຫັນ​ວ່າ​ໄດ້​ເຮັດ​ໃຫ້​ຄົນ​ອື່ນ​ຮູ້ສຶກ​ບໍ່​ດີ​ແລະ​ອຶດ​ອັດ. ລາວ​ເຕືອນ​ທັງ​ສອງ​ໃຫ້​ອົດ​ທົນ​ຕໍ່​ກັນ​ແລະ​ຮັກສາ​ສັນຕິສຸກ​ໃນ​ປະຊາຄົມ. ເຂົາ​ເຈົ້າ​ຍອມ​ຮັບ​ແລະ​ໃຊ້​ຄຳ​ແນະນຳ​ນັ້ນ ແລະ​ຕອນ​ນີ້​ກໍ​ຮັບໃຊ້​ນຳ​ກັນ​ຢ່າງ​ດີ.

ຖ້າ​ມີ​ຄົນ​ເຮັດ​ໃຫ້​ເຈົ້າ​ຮູ້​ສຶກ​ເຈັບ​ໃຈ ຄຳ​ແນະນຳ​ໃນ​ໂກໂລດ 3:12-14 ຈະ​ຊ່ວຍ​ເຈົ້າ​ໃຫ້​ຖ່ອມ​ໃຈ ໃຫ້​ອະໄພ ແລະ​ລືມ​ເລື່ອງ​ນັ້ນ​ໄດ້. ແຕ່​ຖ້າ​ເຮົາ​ພະຍາຍາມ​ແລ້ວ ແຕ່​ກໍ​ຍັງ​ໃຫ້​ອະໄພ​ບໍ່​ໄດ້​ເດ? ຫຼັກ​ການ​ໃນ​ມັດທາຍ 18:15 ຈະ​ຊ່ວຍ​ໄດ້. ຄຳ​ແນະນຳ​ນີ້​ພະ​ເຍຊູ​ເນັ້ນ​ເຖິງ​ຄວາມ​ຜິດ​ທີ່​ຮ້າຍແຮງ ແຕ່​ຫຼັກ​ການ​ນີ້​ຍັງ​ໃຊ້​ໄດ້​ເມື່ອ​ເຮົາ​ມີ​ບັນຫາ​ກັບ​ພີ່​ນ້ອງ. ເຮົາ​ຄວນ​ໄປ​ຫາ​ຄົນ​ນັ້ນ​ເພື່ອ​ລົມ​ກັນ​ດີໆດ້ວຍ​ຄວາມ​ຖ່ອມ ແລະ​ພະຍາຍາມ​ຄືນ​ດີ​ກັນ​ໃຫ້​ໄດ້.

ຍັງ​ມີ​ຄຳ​ແນະນຳ​ອື່ນ​ອີກ​ທີ່​ໃຊ້​ໄດ້. ຖ້າ​ເຮົາ​ຢາກ​ແກ້ໄຂ​ຂໍ້​ຂັດ​ແຍ່ງ​ເຮົາ​ຕ້ອງ​ເພິ່ງ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ ເຊິ່ງ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄຸນ​ລັກສະນະ​ຕ່າງໆທີ່​ເປັນ “ຜົນ​ແຫ່ງ​ພະ​ວິນຍານ” ເຊັ່ນ: “ຄວາມ​ຮັກ ຄວາມ​ຍິນດີ ສັນຕິສຸກ ຄວາມ​ອົດ​ທົນ ຄວາມ​ເມດຕາ​ກະລຸນາ ຄວາມ​ດີ ແລະ​ຄວາມ​ສັດ​ຊື່ ຄວາມ​ຖ່ອມ​ຕົວ ແລະ​ການ​ຮູ້ຈັກ​ບັງຄັບ​ຕົນ.” (ຄາລາຊີ 5:22, 23, ທ.ປ.) ເພື່ອ​ໃຫ້​ເຄື່ອງ​ຈັກ​ເຮັດ​ວຽກ​ໄດ້​ດີ​ເຮົາ​ຕ້ອງ​ຢອດ​ນ້ຳມັນ​ໃສ່ ຄ້າຍ​ຄື​ກັນ​ຖ້າ​ເຮົາ​ຢາກ​ແກ້ໄຂ​ຂໍ້​ຂັດ​ແຍ່ງ​ແລະ​ມີ​ສາຍ​ສຳພັນ​ທີ່​ດີ​ຕໍ່​ກັນ ເຮົາ​ຕ້ອງ​ສະແດງ​ຄຸນ​ລັກສະນະ​ທີ່​ດີ​ຈາກ​ພະ​ເຢໂຫວາ.

ຄວາມ​ແຕກຕ່າງ​ດ້ານ​ນິດໄສ​ເຮັດ​ໃຫ້​ປະຊາຄົມ​ມີ​ສີ​ສັນ​ຫຼາຍ​ຂຶ້ນ

ເຮົາ​ແຕ່​ລະ​ຄົນ​ມີ​ນິດໄສ​ຕ່າງ​ກັນ​ໃນ​ດ້ານ​ບຸກຄະລິກ ການ​ເບິ່ງ​ສິ່ງ​ຕ່າງໆ ແລະ​ການ​ສະແດງ​ອອກ. ເມື່ອ​ຢູ່​ນຳ​ກັນ​ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ຫຼາກ​ຫຼາຍ​ແລະ​ບໍ່​ໜ້າ​ເບື່ອ. ແຕ່​ຈຸດ​ນີ້​ກໍ​ອາດ​ເຮັດ​ໃຫ້​ເຂົ້າ​ໃຈ​ຜິດ​ແລະ​ຂັດ​ແຍ່ງ​ກັນ​ໄດ້. ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ເຫັນ​ວ່າ​ສິ່ງ​ນີ້​ເກີດ​ຂຶ້ນ​ໄດ້ ລາວ​ເລົ່າ​ວ່າ: “ຄົນ​ທີ່​ຂີ້​ອາຍ​ອາດ​ຈະ​ອຶດ​ອັດ​ເມື່ອ​ຢູ່​ກັບ​ຄົນ​ທີ່​ມັກ​ສະແດງ​ອອກ. ຄວາມ​ຕ່າງ​ກັນ​ແບບ​ນີ້​ອາດ​ເບິ່ງ​ຄື​ວ່າ​ເປັນ​ເລື່ອງ​ບໍ່​ສຳຄັນ ແຕ່​ກໍ​ອາດ​ເປັນ​ບັນຫາ​ໃຫຍ່​ໄດ້.” ເຈົ້າ​ຄິດ​ວ່າ​ຄົນ​ທີ່​ມີ​ນິດໄສ​ຕ່າງ​ກັນ​ເຂົ້າ​ກັນ​ບໍ່​ໄດ້​ເລີຍ​ບໍ? ໃຫ້​ເຮົາ​ເບິ່ງ​ອັກຄະສາວົກ​ສອງ​ຄົນ​ເປັນ​ຕົວຢ່າງ. ຖ້າ​ເວົ້າ​ເຖິງ​ເປໂຕ​ເຮົາ​ກໍ​ຈະ​ຄິດ​ເຖິງ​ຄົນ​ທີ່​ກົງໆຄິດ​ແນວ​ໃດ​ກໍ​ເວົ້າ​ອອກ​ມາ​ໂລດ. ຖ້າ​ເວົ້າ​ເຖິງ​ໂຢຮັນ​ເຮົາ​ກໍ​ຄິດ​ເຖິງ​ຄົນ​ທີ່​ອົບອຸ່ນ ແລະ​ຄິດ​ກ່ອນ​ເວົ້າ​ຫຼື​ເຮັດ. ເປໂຕ​ແລະ​ໂຢຮັນ​ມີ​ນິດໄສ​ຕ່າງ​ກັນ ແຕ່​ທັງ​ສອງ​ກໍ​ຮັບໃຊ້​ພະ​ເຢໂຫວາ​ນຳ​ກັນ​ຢ່າງ​ດີ. (ກິດຈະການ 8:14; ຄາລາຊີ 2:9) ເຮົາ​ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ ເຖິງ​ວ່າ​ຈະ​ມີ​ນິດໄສ​ຕ່າງ​ກັນ ແຕ່​ເຮົາ​ກໍ​ຮັບໃຊ້​ນຳ​ກັນ​ຢ່າງ​ດີ.

ແຕ່​ຖ້າ​ບາງ​ຄົນ​ໃນ​ປະຊາຄົມ​ເວົ້າ​ຫຼື​ເຮັດ​ສິ່ງ​ທີ່​ເຈົ້າ​ບໍ່​ສະບາຍ​ໃຈ​ເດ? ຈະ​ດີ​ຖ້າ​ເຮົາ​ຈື່​ວ່າ​ພະ​ຄລິດ​ໄດ້​ຕາຍ​ເພື່ອ​ພີ່​ນ້ອງ​ຄົນ​ນັ້ນ​ຄື​ກັບ​ທີ່​ຕາຍ​ເພື່ອ​ເຈົ້າ ແລະ​ເຈົ້າ​ກໍ​ຄວນ​ຮັກ​ພີ່​ນ້ອງ. (ໂຢຮັນ 13:34, 35; ໂລມ 5:6-8) ແທນ​ທີ່​ຈະ​ໜີ​ໜ້າ​ຫຼື​ບໍ່​ເປັນ​ໝູ່​ນຳ​ລາວ ແຕ່​ເຈົ້າ​ຄວນ​ຖາມ​ຕົວ​ເອງ​ວ່າ: ‘ພີ່​ນ້ອງ​ຄົນ​ນີ້​ເຮັດ​ສິ່ງ​ທີ່​ຜິດ​ຫຼັກ​ການ​ຂອງ​ພະ​ເຢໂຫວາ​ບໍ? ລາວ​ຕັ້ງ​ໃຈ​ເຮັດ​ໃຫ້​ຂ້ອຍ​ເຈັບ​ໃຈ​ບໍ? ຫຼື​ພຽງ​ແຕ່​ເຮົາ​ມີ​ນິດໄສ​ຕ່າງ​ກັນ? ທີ່​ຈິງ ຄວນ​ຖາມ​ຕົວ​ເອງ​ວ່າ ນິດໄສ​ທີ່​ດີ​ຫຍັງ​ແດ່​ທີ່​ຂ້ອຍ​ຢາກ​ຮຽນ​ຈາກ​ລາວ?’

ຕົວຢ່າງ​ເຊັ່ນ: ຖ້າ​ລາວ​ມັກ​ເວົ້າ​ແຕ່​ເຈົ້າ​ພັດ​ເປັນ​ຄົນ​ມິດ​ງຽບ​ເດ? ໃຫ້​ລອງ​ໄປ​ປະກາດ​ນຳ​ກັນ ແລະ​ຮຽນ​ຮູ້​ຈາກ​ລາວ. ຫຼື​ຖ້າ​ລາວ​ເປັນ​ຄົນ​ເອື້ອເຟື້ອ​ຫຼາຍ​ກວ່າ​ເຈົ້າ ເຈົ້າ​ອາດ​ເຫັນ​ວ່າ​ລາວ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ຊ່ວຍ​ຄົນ​ສູງ​ອາຍຸ ຄົນ​ເຈັບ​ປ່ວຍ ຫຼື​ຄົນ​ທີ່​ມີ​ຄວາມ​ຈຳເປັນ. ເຈົ້າ​ອາດ​ຮຽນ​ຈາກ​ລາວ​ເພື່ອ​ຈະ​ເປັນ​ຄົນ​ເອື້ອເຟື້ອ​ຫຼາຍ​ຂຶ້ນ. ຈຸດ​ສຳຄັນ​ກໍ​ຄື​ເຖິງ​ວ່າ​ເຈົ້າ​ມີ​ນິດໄສ​ຕ່າງ​ກັນ ແຕ່​ກໍ​ສາມາດ​ເບິ່ງ​ຈຸດ​ທີ່​ດີ​ຂອງ​ລາວ. ເຖິງ​ວ່າ​ເປັນ​ໝູ່​ສະໜິດ​ກັນ​ບໍ່​ໄດ້ ແຕ່​ເຈົ້າ​ຈະ​ຮູ້ຈັກ​ກັນ​ຫຼາຍ​ຂຶ້ນ. ສິ່ງ​ນີ້​ຈະ​ຊ່ວຍ​ໃຫ້​ເຈົ້າ​ແລະ​ປະຊາຄົມ​ມີ​ສັນຕິສຸກ.

ໃນ​ສະຕະວັດ​ທຳອິດ​ມີ​ພີ່​ນ້ອງ​ຍິງ​ສອງ​ຄົນ​ຊື່​ເອໂວດີ​ແລະ​ຊີນຕີເກ. ເບິ່ງ​ຄື​ວ່າ​ເຂົາ​ເຈົ້າ​ມີ​ນິດໄສ​ທີ່​ຕ່າງ​ກັນ​ຫຼາຍ ແຕ່​ໂປໂລ​ໄດ້​ກະຕຸ້ນ​ທັງ​ສອງ​ໃຫ້ “ມີ​ຄວາມ​ຄຶດ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ພະອົງ​ເຈົ້າ.” (ຟີລິບ 4:2) ເຮົາ​ກໍ​ຄື​ກັນ​ຢາກ​ນະມັດສະການ​ພະ​ເຢໂຫວາ​ຮ່ວມ​ກັບ​ພີ່​ນ້ອງ​ແລະ​ສ້າງ​ສັນຕິສຸກ​ໃນ​ປະຊາຄົມ.

ຢ່າ​ຍອມ​ໃຫ້​ຂໍ້​ຂັດ​ແຍ່ງ​ມີ​ຕໍ່​ໄປ

ເປັນ​ຫຍັງ​ເຮົາ​ຄວນ​ກຳຈັດ​ຄວາມ​ຮູ້ສຶກ​ທີ່​ບໍ່​ດີ​ຕໍ່​ຄົນ​ອື່ນ​ອອກ​ໄປ​ໃຫ້​ໄວ? ເຮົາ​ອາດ​ປຽບ​ທຽບ​ຄວາມ​ຮູ້ສຶກ​ນັ້ນ​ຄື​ກັບ​ຫຍ້າ​ຮົກ​ເຊິ່ງ​ປົນ​ຢູ່​ໃນ​ສວນ​ດອກ​ໄມ້​ທີ່​ງາມໆ. ຖ້າ​ບໍ່​ຫຼົກ​ຫຍ້າ​ນັ້ນ​ອອກ ມັນ​ກໍ​ຈະ​ແຜ່​ຮົກ​ໄປ​ທົ່ວ​ສວນ. ຄ້າຍ​ຄື​ກັນ ຖ້າ​ຄວາມ​ຮູ້ສຶກ​ບໍ່​ດີ​ທີ່​ເຮົາ​ມີ​ຕໍ່​ຄົນ​ອື່ນ​ຮຸນແຮງ​ຂຶ້ນ ສິ່ງ​ນີ້​ຈະ​ສົ່ງ​ຜົນ​ເສຍ​ໄປ​ທົ່ວ​ປະຊາຄົມ. ແຕ່​ຖ້າ​ເຮົາ​ຮັກ​ພະ​ເຢໂຫວາ​ແລະ​ຮັກ​ພີ່​ນ້ອງ ເຮົາ​ຈະ​ເຮັດ​ທຸກ​ຢ່າງ​ໃຫ້​ປະຊາຄົມ​ມີ​ສັນຕິສຸກ.

ພີ່​ນ້ອງ​ຍິງ​ສອງ​ຄົນ​ລົມ​ກັນ​ເພື່ອ​ຈະ​ປັບ​ຄວາມ​ເຂົ້າ​ໃຈ​ກັນ

ຖ້າ​ເຈົ້າ​ຖ່ອມ​ຕົວ​ແລະ​ພະຍາຍາມ​ສ້າງ​ສັນຕິສຸກ​ກັບ​ຄົນ​ອື່ນ ເຈົ້າ​ຈະ​ເຫັນ​ຜົນ​ດີ​ເກີນ​ຄາດ

ເມື່ອ​ເຮົາ​ພະຍາຍາມ​ສ້າງ​ສັນຕິສຸກ​ກັບ​ຄົນ​ອື່ນ ເຮົາ​ອາດ​ເຫັນ​ຜົນ​ດີ​ເກີນ​ຄາດ. ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ປະສົບ​ດ້ວຍ​ຕົວ​ເອງ ລາວ​ເລົ່າ​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ເຮັດ​ຄື​ຂ້ອຍ​ເປັນ​ເດັກ​ນ້ອຍ. ຂ້ອຍ​ຫງຸດຫງິດ​ແລະ​ເບື່ອ​ລາວ ຂ້ອຍ​ກໍ​ເສຍ​ມາລະຍາດ​ກັບ​ລາວ. ຂ້ອຍ​ຄິດ​ວ່າ ‘ຖ້າ​ລາວ​ບໍ່​ນັບຖື​ຂ້ອຍ ຂ້ອຍ​ກໍ​ຈະ​ບໍ່​ນັບຖື​ລາວ​ຄື​ກັນ.’”

ຈາກ​ນັ້ນ​ພີ່​ນ້ອງ​ຄົນ​ນີ້​ກໍ​ເບິ່ງ​ຄືນ​ການ​ປະພຶດ​ຂອງ​ຕົວ​ເອງ. ລາວ​ເລົ່າ​ວ່າ “ຂ້ອຍ​ເລີ່ມ​ເຫັນ​ວ່າ​ຕົວ​ເອງ​ມີ​ນິດໄສ​ທີ່​ບໍ່​ດີ​ຄື​ກັນ ແລະ​ກໍ​ຜິດ​ຫວັງ​ໃນ​ຕົວ​ເອງ​ຫຼາຍ. ຂ້ອຍ​ສຳນຶກ​ວ່າ​ຕ້ອງ​ປັບ​ຄວາມ​ຄິດ. ຂ້ອຍ​ອະທິດຖານ​ເລື່ອງ​ນີ້​ກັບ​ພະ​ເຢໂຫວາ ແລ້ວ​ເອົາ​ຂອງ​ຂວັນ​ໃຫ້​ລາວ​ແລະ​ຂຽນ​ກາດ​ຂໍ​ໂທດ​ທີ່​ຄິດ​ບໍ່​ດີ​ຕໍ່​ລາວ. ເຮົາ​ກອດ​ກັນ​ແລະ​ລົມ​ກັນ​ວ່າ​ຈະ​ລືມ​ເລື່ອງ​ນັ້ນ. ຈາກ​ນັ້ນ​ເຮົາ​ກໍ​ບໍ່​ມີ​ບັນຫາ​ກັນ​ອີກ​ເລີຍ.”

ບໍ່​ມີ​ໃຜ​ຢາກ​ມີ​ບັນຫາ ແຕ່​ຄວາມ​ຮູ້ສຶກ​ບໍ່​ໝັ້ນ​ໃຈ​ຫຼື​ຄວາມ​ຍິ່ງ​ອາດ​ເຮັດ​ໃຫ້​ຄົນ​ເຮົາ​ທຳລາຍ​ສັນຕິສຸກ. ເຖິງ​ວ່າ​ເປັນ​ເລື່ອງ​ທຳມະດາ​ໃນ​ໂລກ ແຕ່​ພະ​ເຢໂຫວາ​ຄາດ​ໝາຍ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະອົງ​ບໍ່​ເປັນ​ແບບ​ນັ້ນ. ພະຍານ​ພະ​ເຢໂຫວາ​ຄວນ​ມີ​ສັນຕິສຸກ​ແລະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ພະ​ເຢໂຫວາ​ດົນ​ໃຈ​ໃຫ້​ໂປໂລ​ຂຽນ​ວ່າ: “ໃຫ້​ໃຊ້​ຊີວິດ​ໃຫ້​ສົມ​ກັບ​ການ​ເປັນ​ຄົນ​ທີ່​ພະເຈົ້າ​ຮຽກ” ຕາມ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ. ລາວ​ກະຕຸ້ນ​ຄລິດສະຕຽນ​ໃຫ້ “ເປັນ​ຄົນ​ຖ່ອມ​ຕົວ​ແລະ​ອ່ອນ​ໂຍນ ມີ​ຄວາມ​ອົດ​ທົນ​ອົດ​ກັ້ນ ຍອມ​ທົນ​ກັນ​ແລະ​ກັນ​ດ້ວຍ​ຄວາມ​ຮັກ ພະຍາຍາມ​ເຕັມທີ​ທີ່​ຈະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ດ້ວຍ​ພະລັງ​ຂອງ​ພະເຈົ້າ ແລະ​ມີ​ສັນຕິສຸກ​ທີ່​ຜູກ​ພັນ​ຄົນ​ເຮົາ​ໃຫ້​ເປັນ​ໜຶ່ງ​ດຽວ.” (ເອເຟດ 4:1-3, ລ.ມ.) ປະຊາຊົນ​ຂອງ​ພະເຈົ້າ​ເຫັນ​ວ່າ “ສັນຕິສຸກ​ທີ່​ຜູກ​ພັນ​ຄົນ​ເຮົາ​ໃຫ້​ເປັນ​ໜຶ່ງ​ດຽວ” ມີ​ຄ່າ​ຫຼາຍ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ທຸກ​ຄົນ​ເຮັດ​ທຸກ​ສິ່ງ​ເພື່ອ​ກຳຈັດ​ຂໍ້​ຂັດ​ແຍ່ງ​ກັບ​ພີ່​ນ້ອງ​ແລະ​ມີ​ສັນຕິສຸກ​ຫຼາຍ​ຂຶ້ນ.

ໂປໂລ​ແລະ​ບານາບາ—​ມີ​ນິດໄສ​ຕ່າງ​ກັນ​ແຕ່​ກໍ​ເປັນ​ພີ່​ນ້ອງ​ກັນ

ໂປໂລ​ແລະ​ບານາບາ

ກ່ອນ​ເຂົ້າ​ມາ​ເປັນ​ຄລິດສະຕຽນ ໂປໂລ​ເປັນ​ຄົນ​ທີ່​ມີ​ອາລົມ​ຮຸນແຮງ. ລາວ​ໄດ້ “ຂົ່ມ​ຂູ່​ສາວົກ​ຂອງ​ຜູ້​ເປັນ​ນາຍ ແລະ​ຢາກ​ຈະ​ຂ້າ​ພວກ​ເຂົາ.” (ກິດຈະການ 9:1, ລ.ມ.) ຕໍ່​ມາ​ລາວ​ເວົ້າ​ເຖິງ​ຄວາມ​ຮູ້ສຶກ​ທີ່​ເຄີຍ​ມີ​ຕໍ່​ຄລິດສະຕຽນ​ວ່າ: “ຂ້ອຍ​ຄຽດ​ແຄ້ນ​ຫຼາຍ” ຕໍ່​ເຂົາ​ເຈົ້າ.—ກິດຈະການ 26:11, ລ.ມ.

ເມື່ອ​ຮັບ​ບັບເຕມາ ໂປໂລ​ກໍ​ປ່ຽນ​ເປັນ​ຄົນ​ລະ​ຄົນ ແຕ່​ຜູ້​ຄົນ​ຍັງ​ຈື່​ນິດໄສ​ເກົ່າໆຂອງ​ລາວ. ແມ່ນ​ແຕ່​ຫຼັງ​ຈາກ​ທີ່​ລາວ​ເປັນ​ຄລິດສະຕຽນ​ແລ້ວ ພີ່​ນ້ອງ​ກໍ​ຍັງ ‘ຢ້ານ​ລາວ​ເພາະ​ບໍ່​ເຊື່ອ​ວ່າ​ລາວ​ເປັນ​ລູກ​ສິດ.’—ກິດຈະການ 9:26

ເມື່ອ​ໂປໂລ​ໄປ​ເຢຣຶຊາເລມ ພີ່​ນ້ອງ​ຢູ່​ທີ່​ນັ້ນ​ກໍ​ບໍ່​ໄວ້​ໃຈ​ລາວ. ແຕ່​ພີ່​ນ້ອງ​ຈາກ​ຊີບເປ​ທີ່​ຊື່​ໂຢເຊບ​ຊ່ວຍ​ລາວ. ໂຢເຊບ​ເປັນ​ຄົນ​ໃຈ​ດີ​ແລະ​ພີ່​ນ້ອງ​ຮັກ​ແລະ​ນັບຖື​ລາວ. ພີ່​ນ້ອງ​ເອີ້ນ​ໂຢເຊບ​ວ່າ​ບານາບາ​ທີ່​ມີ​ຄວາມ​ໝາຍ​ວ່າ: “ລູກ​ແຫ່ງ​ຄວາມ​ເລົ້າໂລມ” ຫຼື​ຜູ້​ໃຫ້​ກຳລັງ​ໃຈ. (ກິດຈະການ 4:36, 37) ບານາບາ​ໄດ້​ຊ່ວຍ​ໂປໂລ​ແນວ​ໃດ? ເຮົາ​ຮູ້​ວ່າ: “ທ່ານ​ບານາບາ​ໄດ້​ເອົາ​ທ່ານ​ພາ​ໄປ​ຫາ​ພວກ​ລາຊະທູດ​ແລະ​ໄດ້​ເລົ່າ​ເລື່ອງ​ໃຫ້​ເຂົາ​ຟັງ​ວ່າ ທ່ານ​ໄດ້​ເຫັນ​ພະອົງ​ເຈົ້າ​ທີ່​ຫົນ​ທາງ​ນັ້ນ​ແນວ​ໃດ ແລະ​ພະອົງ​ໄດ້​ປາກ​ແກ່​ທ່ານ ແລະ​ທ່ານ​ໄດ້​ປ່າວ​ປະກາດ​ດ້ວຍ​ໃຈ​ກ້າ​ໃນ​ເມືອງ​ດາມາເຊ​ໃນ​ນາມ​ຊື່​ແຫ່ງ​ພະ​ເຍຊູ​ສັນ​ໃດ.” (ກິດຈະການ 9:26-28) ເມື່ອ​ພີ່​ນ້ອງ​ໃນ​ເຢຣຶຊາເລມ​ໄດ້​ຍິນ​ເລື່ອງ​ທີ່​ບານາບາ​ເລົ່າ ເຂົາ​ເຈົ້າ​ເລີ່ມ​ໄວ້​ໃຈ​ແລະ​ຍອມ​ຮັບ​ໂປໂລ. ບໍ່​ດົນ​ໂປໂລ​ແລະ​ບານາບາ​ກໍ​ເປັນ​ມິດຊັນນາລີ​ນຳ​ກັນ.—ກິດຈະການ 13:2, 3

ບານາບາ​ຮູ້​ຄຸນຄ່າ​ຄວາມ​ກະຕືລືລົ້ນ​ແລະ​ຄວາມ​ຈິງ​ໃຈ​ຂອງ​ໂປໂລ​ທີ່​ເວົ້າ​ແລະ​ເຮັດ​ດ້ວຍ​ຄວາມ​ກ້າຫານ. ສ່ວນ​ໂປໂລ​ກໍ​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ໄດ້​ເຮັດ​ວຽກ​ກັບ​ຄົນ​ຄື​ບານາບາ​ທີ່​ໃຈ​ດີ​ແລະ​ຫ່ວງໃຍ​ຄົນ​ອື່ນ.

ແຕ່​ຄຳພີ​ໄບເບິນ​ກ່າວ​ວ່າ​ມີ​ເທື່ອ​ໜຶ່ງ​ທີ່​ເຂົາ​ເຈົ້າ ‘ຖຽງ​ກັນ​ຈົນ​ໄດ້​ພາກ​ຈາກ​ກັນ.’ ເປັນ​ຫຍັງ​ຈຶ່ງ​ຖຽງ​ກັນ? ເຂົາ​ເຈົ້າ​ບໍ່​ໄດ້​ຖຽງ​ກັນ​ຍ້ອນ​ນິດໄສ​ທີ່​ຕ່າງ​ກັນ ແຕ່​ຍ້ອນ​ໂຢຮັນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ມາລາໂກ ເຂົາ​ເຈົ້າ​ມີ​ຄວາມ​ຄິດ​ເຫັນ​ຕ່າງ​ກັນ​ວ່າ​ມາລະໂກ​ມີ​ຄຸນສົມບັດ​ເປັນ​ມິດຊັນນາລີ​ຫຼື​ບໍ່.—ກິດຈະການ 15:36-40

ເຖິງ​ວ່າ​ໂປໂລ​ແລະ​ບານາບາ​ມີ​ນິດໄສ​ຕ່າງ​ກັນ ແຕ່​ທັງ​ສອງ​ກໍ​ຮັບໃຊ້​ນຳ​ກັນ​ໄດ້​ດີ. ເຂົາ​ເຈົ້າ​ແກ້ໄຂ​ເລື່ອງ​ນັ້ນ​ໄດ້ ເພາະ​ຕໍ່​ມາ​ມາລະໂກ​ກໍ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ໂປໂລ​ອີກ​ຄັ້ງ. (ໂກໂລດ 4:10) ຄື​ກັບ​ໂປໂລ​ແລະ​ບານາບາ ເຮົາ​ທຸກ​ຄົນ​ມີ​ນິດໄສ​ຕ່າງ​ກັນ ແຕ່​ເຮົາ​ກໍ​ຮັບໃຊ້​ພະ​ເຢໂຫວາ​ຮ່ວມ​ກັນ​ຢ່າງ​ດີ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌