ບົດສາມ
ປັດໄຈສອງປະການສຳລັບຊີວິດສົມລົດທີ່ຍືນຍົງ
1, 2. (ກ) ມີການມຸ່ງໝາຍໃຫ້ຊີວິດສົມລົດຍືນຍົງນານພຽງໃດ? (ຂ) ເລື່ອງນີ້ເປັນໄປໄດ້ໂດຍວິທີໃດ?
ເມື່ອພະເຈົ້ານຳຊາຍຍິງຄູ່ທຳອິດມາຮ່ວມເປັນໜຶ່ງໃນການສົມລົດ ບໍ່ມີຂໍ້ບົ່ງບອກວ່າການຮ່ວມກັນນັ້ນຈະເປັນແຕ່ຊົ່ວຄາວ. ອາດາມແລະເອວາຄວນຈະຢູ່ນຳກັນຕະຫຼອດຊີວິດ. (ຕົ້ນເດິມ 2:24) ມາດຕະຖານຂອງພະເຈົ້າສຳລັບການສົມລົດທີ່ໜ້ານັບຖືນັ້ນແມ່ນການຮ່ວມກັນຂອງຊາຍໜຶ່ງແລະຍິງໜຶ່ງ. ສະເພາະການຜິດສິນທຳທາງເພດຢ່າງຮ້າຍແຮງຂອງຝ່າຍໜຶ່ງຫຼືທັງສອງຝ່າຍທໍ່ນັ້ນທີ່ຈະເຮັດໃຫ້ມີພື້ນຖານຕາມຫຼັກພະຄຳພີສຳລັບການຢ່າຮ້າງພ້ອມກັບມີທາງເປັນໄປໄດ້ໃນການແຕ່ງດອງໃໝ່.—ມັດທາຽ 5:32.
2 ເປັນໄປໄດ້ບໍທີ່ສອງບຸກຄົນຈະຢູ່ນຳກັນຢ່າງມີຄວາມສຸກເປັນເວລານານຢ່າງບໍ່ມີກຳນົດ? ເປັນໄປໄດ້ ແລະຄຳພີໄບເບິນລະບຸປັດໄຈຫຼືເຄັດລັບສຳຄັນສອງປະການທີ່ຊ່ວຍເຮັດໃຫ້ເລື່ອງນີ້ເປັນໄປໄດ້. ຫາກທັງສາມີແລະພັນລະຍານຳສິ່ງເຫຼົ່ານີ້ໄປໃຊ້ແລ້ວ ເຂົາຈະເປີດທາງໄປສູ່ຄວາມສຸກແລະພະພອນຫຼາຍປະການ. ປັດໄຈເຫຼົ່ານີ້ແມ່ນຫຍັງແດ່?
ປັດໄຈປະການທຳອິດ
3. ຄູ່ສົມລົດຄວນປູກຝັງຄວາມຮັກສາມຊະນິດອັນໃດແດ່?
3 ປັດໄຈປະການທຳອິດແມ່ນຄວາມຮັກ. ໜ້າສົນໃຈ ມີການລະບຸຄວາມຮັກຊະນິດຕ່າງໆ ກັນໃນຄຳພີໄບເບິນ. ຊະນິດໜຶ່ງແມ່ນຄວາມຮັກແພງອັນອົບອຸ່ນເປັນສ່ວນຕົວຕໍ່ລາງຄົນ ຄວາມຮັກຊະນິດທີ່ມີຢູ່ລະຫວ່າງເພື່ອນສະໜິດ. (ໂຍຮັນ 11:3) ອີກຊະນິດໜຶ່ງແມ່ນຄວາມຮັກທີ່ເກີດຂຶ້ນລະຫວ່າງສະມາຊິກໃນຄອບຄົວ. (ໂລມ 12:10) ອັນທີສາມແມ່ນຄວາມຮັກທີ່ຄົນເຮົາອາດມີຕໍ່ເພດກົງກັນຂ້າມ. (ສຸພາສິດ 5:15-20) ແນ່ນອນ ທັງໝົດນີ້ສາມີແລະພັນລະຍາຄວນຈະປູກຝັງ. ແຕ່ມີຄວາມຮັກຊະນິດທີສີ່ ຊຶ່ງສຳຄັນກວ່າຊະນິດອື່ນ?
4. ຄວາມຮັກຊະນິດທີສີ່ແມ່ນຫຍັງ?
4 ໃນພາສາເດີມຂອງພະຄຳພີຄລິດສະຕຽນພາກພາສາກຣີກ ຄຳສຳລັບຄວາມຮັກຊະນິດທີສີ່ນີ້ແມ່ນ ອະກາʹເປ. ມີການໃຊ້ຄຳນັ້ນໃນ 1 ໂຍຮັນ 4:8 ໃນນັ້ນເຮົາໄດ້ຮັບການແຈ້ງໃຫ້ຮູ້ວ່າ “ພະເຈົ້າເປັນຄວາມຮັກ.” ຈິງແລ້ວ “ຝ່າຍເຮົາທັງຫຼາຍໄດ້ຮັກ ເພາະພະອົງໄດ້ຊົງຮັກພວກເຮົາກ່ອນ.” (1 ໂຍຮັນ 4:19, ປ.ມ.) ຄລິດສະຕຽນປູກຝັງຄວາມຮັກເຊັ່ນນີ້ຕໍ່ພະເຢໂຫວາພະເຈົ້າເປັນອັນດັບທຳອິດ ແລະຄັນແລ້ວກໍຕໍ່ເພື່ອນມະນຸດ. (ມາລະໂກ 12:29-31) ມີການໃຊ້ຄຳ ອະກາʹເປ ໃນເອເຟດ 5:2 ດ້ວຍ ຊຶ່ງກ່າວວ່າ “ຈົ່ງທຽວໄປໃນຄວາມຮັກ ເໝືອນດັ່ງພະຄລິດທັງມວນໄດ້ຮັກທ່ານທັງຫຼາຍ ແລະໄດ້ມອບພະອົງເອງໄວ້ແທນເຮົາທັງຫຼາຍ.” ພະເຍຊູຕັດວ່າ ຄວາມຮັກຊະນິດນີ້ຈະລະບຸຕົວສາວົກແທ້ຂອງພະອົງ: “ໂດຍເຫດນີ້ຄົນທັງປວງຈະຮູ້ວ່າເຈົ້າທັງຫຼາຍເປັນສາວົກຂອງເຮົາ ຖ້າເຈົ້າມີຄວາມຮັກ [ອະກາʹເປ ] ລະຫວ່າງພວກເຈົ້າເອງ.” (ໂຍຮັນ 13:35, ລ.ມ.) ຂໍສັງເກດການໃຊ້ຄຳ ອະກາʹເປ ທີ່ 1 ໂກລິນໂທ 13:13 (ລ.ມ.) ດ້ວຍທີ່ວ່າ “ຍັງຄົງມີຄວາມເຊື່ອ, ຄວາມຫວັງ, ຄວາມຮັກ, ສາມຢ່າງນີ້; ແຕ່ໃຫຍ່ທີ່ສຸດແມ່ນຄວາມຮັກ [ອະກາʹເປ ].”
5, 6. (ກ) ເປັນຫຍັງຄວາມຮັກຈຶ່ງໃຫຍ່ກວ່າຄວາມເຊື່ອແລະຄວາມຫວັງ? (ຂ) ມີເຫດຜົນອັນໃດແດ່ທີ່ຄວາມຮັກຈະຊ່ວຍເຮັດໃຫ້ຊີວິດສົມລົດຍືນຍົງ?
5 ອັນໃດເຮັດໃຫ້ຄວາມຮັກອະກາʹເປ ໃຫຍ່ກວ່າຄວາມເຊື່ອແລະຄວາມຫວັງ? ຄວາມຮັກແບບນີ້ຖືກຄອບຄຸມໂດຍຫຼັກການ—ຫຼັກການທີ່ຖືກຕ້ອງ—ຊຶ່ງພົບໃນພະຄຳຂອງພະເຈົ້າ. (ຄຳເພງ 119:105) ນັ້ນເປັນຄວາມຫ່ວງໃຍແບບບໍ່ເຫັນແກ່ຕົວໃນການເຮັດສິ່ງທີ່ຖືກຕ້ອງແລະດີຕາມທັດສະນະຂອງພະເຈົ້າຕໍ່ຜູ້ອື່ນ ບໍ່ວ່າຜູ້ຮັບເບິ່ງຄືຈະສົມຄວນໄດ້ຄວາມຮັກນັ້ນຫຼືບໍ່ກໍຕາມ. ຄວາມຮັກແບບນີ້ເຮັດໃຫ້ຄູ່ສົມລົດສາມາດທຳຕາມຄຳແນະນຳໃນຄຳພີໄບເບິນທີ່ວ່າ “ຈົ່ງທົນຕໍ່ກັນແລະກັນຢູ່ເລື້ອຍໄປ ແລະຈົ່ງອະໄພໃຫ້ກັນແລະກັນຢ່າງໃຈກວ້າງ ຖ້າແມ່ນຜູ້ໃດມີສາເຫດຈົ່ມວ່າຄົນອື່ນ. ພະເຢໂຫວາໃຫ້ອະໄພທ່ານຢ່າງໃຈກວ້າງສັນໃດ ທ່ານທັງຫຼາຍຈົ່ງເຮັດຢ່າງນັ້ນດ້ວຍ.” (ໂກໂລດ 3:13, ລ.ມ.) ຄູ່ສົມລົດທີ່ສະແດງຄວາມຮັກມີແລະປູກຝັງ “ຄວາມຮັກ [ອະກາʹເປ ] ອັນແຮງກ້າຕໍ່ກັນແລະກັນ ເພາະຄວາມຮັກປົກປິດຄວາມຜິດໄວ້ມາກຫຼາຍ.” (1 ເປໂຕ 4:8, ລ.ມ.) ຂໍສັງເກດວ່າຄວາມຮັກປົກປິດຂໍ້ຜິດພາດ. ຄວາມຮັກນັ້ນບໍ່ໄດ້ກຳຈັດຄວາມຜິດພາດ ເນື່ອງຈາກບໍ່ມີມະນຸດບໍ່ສົມບູນຄົນໃດສາມາດພົ້ນຈາກຄວາມຜິດໄດ້.—ຄຳເພງ 130:3, 4; ຍາໂກໂບ 3:2.
6 ເມື່ອຄູ່ສົມລົດປູກຝັງຄວາມຮັກເຊັ່ນນັ້ນຕໍ່ພະເຈົ້າແລະຕໍ່ກັນແລະກັນ ຊີວິດສົມລົດຂອງເຂົາຈະຍືນຍົງແລະມີຄວາມສຸກສະບາຍ ເພາະ “ຄວາມຮັກບໍ່ລົ້ມເຫຼວເລີຍ.” (1 ໂກລິນໂທ 13:8, ລ.ມ.) ຄວາມຮັກເປັນ “ເຄື່ອງເຊື່ອມສາມັກຄີທີ່ດີພ້ອມ.” (ໂກໂລດ 3:14, ລ.ມ.) ຖ້າເຈົ້າແຕ່ງດອງແລ້ວ ເຈົ້າກັບຄູ່ຊີວິດຈະປູກຝັງຄວາມຮັກຊະນິດນີ້ໄດ້ຢ່າງໃດ? ຈົ່ງອ່ານພະຄຳຂອງພະເຈົ້າດ້ວຍກັນ ແລະສົນທະນາກັນເຖິງເລື່ອງທີ່ອ່ານນັ້ນ. ຈົ່ງສຶກສາຕົວຢ່າງຂອງພະເຍຊູເລື່ອງຄວາມຮັກແລະພະຍາຍາມກ່າຍເອົາແບບຢ່າງພະອົງ ຄຶດແລະກະທຳຄືພະອົງ. ນອກນີ້ ຈົ່ງເຂົ້າຮ່ວມການປະຊຸມຄລິດສະຕຽນທີ່ມີການສອນພະຄຳຂອງພະເຈົ້າ. ແລະອະທິດຖານຂໍຄວາມຊ່ວຍເຫຼືອຈາກພະເຈົ້າເພື່ອພັດທະນາຄວາມຮັກຊະນິດສູງສົ່ງນີ້ ຊຶ່ງເປັນຜົນແຫ່ງພະວິນຍານບໍລິສຸດຂອງພະເຈົ້າ.—ສຸພາສິດ 3:5, 6; ໂຍຮັນ 17:3; ຄາລາຊີ 5:22; ເຫບເລິ 10:24, 25.
ປັດໄຈປະການທີສອງ
7. ຄວາມນັບຖືແມ່ນຫຍັງ ແລະໃນຊີວິດສົມລົດໃຜຄວນສະແດງຄວາມນັບຖື?
7 ຖ້າຄູ່ສົມລົດຮັກກັນແລະກັນແທ້ໆ ດັ່ງນັ້ນແລ້ວ ເຂົາຈະມີຄວາມນັບຖືຕໍ່ກັນແລະກັນດ້ວຍ ແລະຄວາມນັບຖືເປັນປັດໄຈປະການທີສອງຂອງຊີວິດສົມລົດທີ່ມີຄວາມສຸກ. ຄວາມນັບຖືຖືກນິຍາມໄວ້ວ່າ “ຄຶດເຖິງຜູ້ອື່ນ ໃຫ້ກຽດເຂົາ.” ພະຄຳຂອງພະເຈົ້າແນະນຳຄລິດສະຕຽນທຸກຄົນ ລວມທັງສາມີແລະພັນລະຍາວ່າ “ໃນການໃຫ້ກຽດແກ່ກັນແລະກັນນັ້ນຈົ່ງນຳໜ້າ.” (ໂລມ 12:10, ລ.ມ.) ອັກຄະສາວົກເປໂຕຂຽນວ່າ “ທ່ານທັງຫຼາຍທີ່ເປັນສາມີ ຈົ່ງຢູ່ກັບ [ພັນລະຍາຂອງທ່ານ] ຕໍ່ໆ ໄປໃນລັກສະນະດຽວກັນຕາມຄວາມຮູ້ ໃຫ້ກຽດແກ່ເຂົາທັງຫຼາຍເໝືອນໜຶ່ງເປັນພາຊະນະທີ່ອ່ອນແອກວ່າ ຄືເພດຍິງ.” (1 ເປໂຕ 3:7, ລ.ມ.) ພັນລະຍາໄດ້ຮັບຄຳແນະນຳໃຫ້ “ສະແດງຄວາມນັບຖືຢ່າງສຸດຊຶ້ງຕໍ່ສາມີຂອງຕົນ.” (ເອເຟດ 5:33, ລ.ມ.) ຫາກເຈົ້າຕ້ອງການໃຫ້ກຽດຄົນໃດຄົນໜຶ່ງ ເຈົ້າຈະສະແດງຄວາມກະລຸນາຕໍ່ເຂົາ ນັບຖືສັກສີຂອງເຂົາແລະຄວາມຄຶດເຫັນທີ່ເຂົາສະແດງອອກ ແລະພ້ອມທີ່ຈະເຮັດຕາມຄຳຂໍຮ້ອງໃດໆ ທີ່ມີເຫດຜົນຂອງເຂົາ.
8-10. ໃນທາງໃດແດ່ທີ່ຄວາມນັບຖືຈະຊ່ວຍເຮັດໃຫ້ຊີວິດສົມລົດໝັ້ນຄົງແລະມີຄວາມສຸກ?
8 ຄົນເຫຼົ່ານັ້ນຊຶ່ງປາຖະໜາຊີວິດສົມລົດທີ່ເປັນສຸກສະແດງຄວາມນັບຖືຕໍ່ຄູ່ຄອງຂອງເຂົາ ໂດຍ “ເອົາໃຈໃສ່ບໍ່ພຽງແຕ່ປະໂຫຍດສ່ວນຕົວເທົ່ານັ້ນ ແຕ່ເອົາໃຈໃສ່ປະໂຫຍດຂອງ [ຄູ່ຄອງຂອງຕົນ] ດ້ວຍ.” (ຟີລິບ 2:4, ລ.ມ.) ເຂົາບໍ່ຄຳນຶງເຖິງແຕ່ສິ່ງທີ່ດີເພື່ອຕົນເອງເທົ່ານັ້ນ—ຊຶ່ງຄົງຈະເປັນການເຫັນແກ່ຕົວ. ແທນທີ່ຈະເຮັດເຊັ່ນນັ້ນ ເຂົາຄຳນຶງເຖິງສິ່ງທີ່ດີທີ່ສຸດຕໍ່ຄູ່ສົມລົດຂອງເຂົາດ້ວຍ. ທີ່ຈິງເຂົາໃຫ້ຜົນປະໂຫຍດຂອງຄູ່ສົມລົດມາກ່ອນ.
9 ຄວາມນັບຖືຈະຊ່ວຍຄູ່ສົມລົດໃຫ້ຍອມຮັບຄວາມແຕກຕ່າງໃນດ້ານທັດສະນະ. ເປັນເລື່ອງບໍ່ມີເຫດຜົນທີ່ຈະຄາດໝາຍວ່າ ສອງຄົນຈະມີທັດສະນະເໝືອນກັນໃນທຸກສິ່ງ. ສິ່ງທີ່ອາດສຳຄັນສຳລັບສາມີອາດບໍ່ສຳຄັນສຳລັບພັນລະຍາ ແລະສິ່ງທີ່ພັນລະຍາມັກອາດຈະເປັນສິ່ງທີ່ສາມີບໍ່ມັກ. ແຕ່ວ່າ ແຕ່ລະຝ່າຍຄວນນັບຖືທັດສະນະແລະການເລືອກຂອງອີກຝ່າຍໜຶ່ງ ຕາບເທົ່າທີ່ສິ່ງເຫຼົ່ານີ້ຢູ່ພາຍໃນຂອບເຂດແຫ່ງກົດໝາຍແລະຫຼັກການຂອງພະເຢໂຫວາ. (1 ເປໂຕ 2:16; ທຽບກັບຟີເລໂມນ 14.) ນອກຈາກນີ້ ແຕ່ລະຝ່າຍຄວນນັບຖືສັກສີຂອງກັນແລະກັນໂດຍບໍ່ເຮັດໃຫ້ອີກຝ່າຍໜຶ່ງເປັນເປົ້າຂອງຄຳວິຈານຫຼືການຢອກລໍ້ທີ່ລົດກຽດບໍ່ວ່າຕໍ່ໜ້າສາທາລະນະຫຼືເປັນສ່ວນຕົວ.
10 ຖືກແລ້ວ ຄວາມຮັກຕໍ່ພະເຈົ້າແລະຕໍ່ກັນແລະກັນກັບຄວາມນັບຖືກັນຂອງທັງສອງເປັນປັດໄຈສຳຄັນສອງປະການຕໍ່ຊີວິດສົມລົດທີ່ປະສົບຜົນສຳເລັດ. ຈະນຳປັດໄຈເຫຼົ່ານີ້ມາໃຊ້ໃນບາງຂອບເຂດທີ່ສຳຄັນກວ່າຂອງຊີວິດສົມລົດໄດ້ຢ່າງໃດ?
ຕຳແໜ່ງປະມຸກແບບພະຄລິດ
11. ຕາມຫຼັກພະຄຳພີແລ້ວ ໃຜເປັນປະມຸກໃນຊີວິດສົມລົດ?
11 ຄຳພີໄບເບິນບອກເຮົາວ່າ ຜູ້ຊາຍຖືກສ້າງຂຶ້ນພ້ອມກັບຄຸນລັກສະນະທີ່ຈະເຮັດໃຫ້ເຂົາເປັນປະມຸກທີ່ປະສົບຜົນສຳເລັດ. ໃນຖານະເຊັ່ນນັ້ນ ຜູ້ຊາຍຈະຮັບຜິດຊອບສະເພາະພະພັກພະເຢໂຫວາໃນເລື່ອງສະຫວັດດີພາບຝ່າຍວິນຍານແລະທາງຮ່າງກາຍຂອງພັນລະຍາແລະລູກໆ. ເຂົາຈະຕ້ອງເຮັດການຕັດສິນໃຈທີ່ສົມດຸນຊຶ່ງສະທ້ອນນ້ຳພະໄທປະສົງຂອງພະເຢໂຫວາແລະເປັນຕົວຢ່າງທີ່ດີກ່ຽວກັບຄວາມປະພຶດທີ່ເຫຼື້ອມໃສພະເຈົ້າ. “ຈົ່ງໃຫ້ພັນລະຍາທັງຫຼາຍຍອມຢູ່ໃຕ້ອຳນາດສາມີຂອງຕົນເໝືອນກະທຳຕໍ່ອົງພະຜູ້ເປັນເຈົ້າ ເພາະວ່າສາມີເປັນປະມຸກຂອງພັນລະຍາຂອງຕົນເໝືອນພະຄລິດເປັນປະມຸກຂອງປະຊາຄົມດ້ວຍ.” (ເອເຟດ 5:22, 23, ລ.ມ.) ຢ່າງໃດກໍຕາມ ຄຳພີໄບເບິນແຈ້ງວ່າ ສາມີມີປະມຸກດ້ວຍ ພະອົງຜູ້ນັ້ນທີ່ມີອຳນາດເໜືອເຂົາ. ອັກຄະສາວົກໂປໂລຂຽນວ່າ “ເຮົາຢາກໃຫ້ທ່ານທັງຫຼາຍຮູ້ວ່າ ພະຄລິດເປັນປະມຸກຂອງຜູ້ຊາຍທຸກຄົນ, ແລະຜູ້ຊາຍເປັນປະມຸກຂອງຜູ້ຍິງ, ແລະພະເຈົ້າເປັນປະມຸກຂອງພະຄລິດ.” (1 ໂກລິນໂທ 11:3, ລ.ມ.) ສາມີທີ່ສຸຂຸມຮຽນຮູ້ວິທີໃຊ້ຕຳແໜ່ງປະມຸກໂດຍການເອົາແບບຢ່າງພະເຍຊູຄລິດ ປະມຸກຂອງເຂົາເອງ.
12. ພະເຍຊູໄດ້ວາງຕົວຢ່າງທີ່ດີອັນໃດທັງໃນການຍິນຍອມຢູ່ໃຕ້ອຳນາດແລະການໃຊ້ຕຳແໜ່ງປະມຸກ?
12 ພະເຍຊູມີປະມຸກດ້ວຍ ແມ່ນພະເຢໂຫວາ ແລະພະອົງຍິນຍອມຢູ່ໃຕ້ອຳນາດພະເຢໂຫວາຢ່າງເໝາະສົມ. ພະເຍຊູຕັດວ່າ “ເຮົາບໍ່ໄດ້ມຸ່ງທີ່ຈະທຳຕາມຄວາມປະສົງຂອງເຮົາເອງ ແຕ່ຕາມຄວາມປະສົງຂອງພະອົງຜູ້ໃຊ້ເຮົາມາ.” (ໂຍຮັນ 5:30, ລ.ມ.) ຊ່າງເປັນຕົວຢ່າງຍອດຢ້ຽມແທ້ໆ! ພະເຍຊູ “ເປັນບຸດຫົວທີແຫ່ງສັບພະທຸກສິ່ງທີ່ສ້າງແລ້ວ.” (ໂກໂລດ 1:15) ພະອົງກາຍເປັນພະເມຊີ. ພະອົງຈະມາເປັນປະມຸກຂອງປະຊາຄົມຄລິດສະຕຽນຜູ້ຖືກເຈີມແລະກະສັດທີ່ຖືກເລືອກແຫ່ງລາຊະອານາຈັກຂອງພະເຈົ້າ. ຢູ່ເໜືອທູດສະຫວັນທັງໝົດ. (ຟີລິບ 2:9-11; ເຫບເລິ 1:4) ເຖິງແມ່ນຢູ່ໃນຕຳແໜ່ງສູງສົ່ງແລະມີຄວາມຫວັງດີເລີດຢູ່ຂ້າງໜ້າເຊັ່ນນັ້ນກໍຕາມ ພະເຍຊູຂະນະທີ່ເປັນມະນຸດກໍບໍ່ກ້ຽວກາດ, ເຄັ່ງຄັດ, ຫຼືຮຽກຮ້ອງຫຼາຍເກີນໄປ. ພະອົງບໍ່ເປັນຜູ້ຜະເດັດການ ຄອຍເຕືອນສາວົກຂອງພະອົງສະເໝີວ່າ ພວກເຂົາຕ້ອງເຊື່ອຟັງພະອົງ. ພະເຍຊູສະແດງຄວາມຮັກແລະຄວາມເຫັນອົກເຫັນໃຈໂດຍສະເພາະຢ່າງຍິ່ງຕໍ່ຜູ້ຖືກກົດຂີ່. ພະອົງຕັດວ່າ “ບັນດາຜູ້ທີ່ທຳງານໜັກແລະມີພາລະຫຼາຍ ຈົ່ງມາຫາເຮົາ ແລະເຮົາຈະທຳໃຫ້ເຈົ້າທັງຫຼາຍສົດຊື່ນ. ຈົ່ງຮັບແອກຂອງເຮົາໄວ້ເທິງເຈົ້າທັງຫຼາຍ ແລະຮຽນຈາກເຮົາ ເພາະເຮົາມີຈິດໃຈອ່ອນໂຍນແລະຫົວໃຈຖ່ອມ ແລະເຈົ້າຈະໄດ້ຄວາມສົດຊື່ນສຳລັບຈິດວິນຍານຂອງເຈົ້າ. ເພາະແອກຂອງເຮົາກໍພໍເໝາະແລະພາລະຂອງເຮົາກໍເບົາ.” (ມັດທາຽ 11:28-30, ລ.ມ.) ການໄດ້ຢູ່ໃກ້ຊິດກັບພະອົງເປັນຄວາມຍິນດີຢ່າງຍິ່ງ.
13, 14. ສາມີທີ່ສະແດງຄວາມຮັກຈະໃຊ້ຕຳແໜ່ງປະມຸກຂອງເຂົາຢ່າງໃດ ໃນການກ່າຍເອົາແບບຢ່າງຂອງພະເຍຊູ?
13 ສາມີຜູ້ປາຖະໜາຊີວິດຄອບຄົວທີ່ມີຄວາມສຸກຄວນພິຈາລະນາຄຸນລັກສະນະນິດໄສທີ່ດີຂອງພະເຍຊູ. ສາມີທີ່ດີຈະບໍ່ກ້ຽວກາດແລະສະແດງອຳນາດບາດໃຫຍ່ ໃຊ້ຕຳແໜ່ງປະມຸກຂອງເຂົາຢ່າງຜິດໆ ຄືເປັນໄມ້ຄ້ອນເພື່ອຂົ່ມຂູ່ພັນລະຍາ. ແທນທີ່ເຮັດດັ່ງນັ້ນ ເຂົາຮັກແລະໃຫ້ກຽດນາງ. ຫາກພະເຍຊູ “ຫົວໃຈຖ່ອມ” ສາມີກໍມີເຫດຜົນຫຼາຍກວ່າທີ່ຈະເປັນເຊັ່ນນັ້ນ ເພາະຕ່າງກັບພະເຍຊູ ເຂົາເຮັດຜິດໄດ້. ເມື່ອເຂົາເຮັດຜິດ ເຂົາຕ້ອງການຄວາມເຂົ້າໃຈຈາກພັນລະຍາ. ດັ່ງນັ້ນ ສາມີທີ່ຖ່ອມໃຈຍອມຮັບຄວາມຜິດພາດຂອງຕົນ ເຖິງແມ່ນຄຳເວົ້າ “ຂ້ອຍຂໍໂທດ ເຈົ້າເປັນຝ່າຍຖືກ” ອາດຈະເປັນຄຳທີ່ເວົ້າຍາກ. ພັນລະຍາຈະພົບວ່າ ທີ່ຈະນັບຖືຄວາມເປັນປະມຸກຂອງສາມີທີ່ຈຽມຕົວແລະຖ່ອມໃຈນັ້ນງ່າຍຍິ່ງກວ່າສາມີທີ່ຍິ່ງທະນົງແລະດື້ດຶງ. ເຊັ່ນດຽວກັນ ພັນລະຍາທີ່ສະແດງຄວາມນັບຖືກໍຂໍອະໄພໂທດດ້ວຍເມື່ອນາງເຮັດຜິດ.
14 ພະເຈົ້າສ້າງຜູ້ຍິງພ້ອມກັບຄຸນສົມບັດທີ່ດີຊຶ່ງນາງສາມາດໃຊ້ໄດ້ໃນການສົ່ງເສີມຊີວິດສົມລົດທີ່ມີຄວາມສຸກ. ສາມີທີ່ສຸຂຸມຈະຍອມຮັບຮູ້ໃນເລື່ອງນີ້ແລະຈະບໍ່ປິດກັ້ນນາງ. ຜູ້ຍິງຫຼາຍຄົນມັກຈະມີຄວາມເຫັນອົກເຫັນໃຈແລະຄວາມຮູ້ສຶກໄວຫຼາຍກວ່າຜູ້ຊາຍ ຊຶ່ງເປັນຄຸນລັກສະນະທີ່ຈຳເປັນໃນການເບິ່ງແຍງຄອບຄົວແລະບຳລຸງມະນຸດສຳພັນໄວ້. ຕາມປົກກະຕິ ຜູ້ຍິງຊຳນານແທ້ໆ ໃນການຕົກແຕ່ງບ້ານໃຫ້ເປັນສະຖານທີ່ໜ້າຢູ່. “ຜູ້ຍິງຜູ້ດີບໍລິສຸດ [“ພັນລະຍາທີ່ມີຄວາມສາມາດ,” ລ.ມ.]” ທີ່ພັນລະນາເຖິງໃນສຸພາສິດບົດ 31 ມີຄຸນລັກສະນະຍອດຢ້ຽມແລະພອນສະຫວັນອັນດີເລີດຫຼາຍຢ່າງ ແລະຄອບຄົວຂອງນາງໄດ້ຮັບປະໂຫຍດຢ່າງເຕັມທີຈາກຄຸນລັກສະນະເຫຼົ່ານັ້ນ. ເພາະເຫດໃດ? ເພາະຫົວໃຈຂອງສາມີ “ປົງໃຈ” ໃນນາງ.—ສຸພາສິດ 31:10, 11.
15. ສາມີຈະສະແດງຄວາມຮັກແລະຄວາມນັບຖືແບບພະເຍຊູຕໍ່ພັນລະຍາໄດ້ຢ່າງໃດ?
15 ໃນບາງວັດທະນະທຳ ມີການເນັ້ນອຳນາດຂອງສາມີຫຼາຍເກີນໄປ ຈົນກະທັ່ງແມ່ນແຕ່ການຖາມຄຳຖາມເຂົາກໍຖືກັນວ່າເປັນການບໍ່ນັບຖື. ເຂົາອາດປະຕິບັດກັບພັນລະຍາເກືອບຈະຄືທາດ. ການໃຊ້ຕຳແໜ່ງປະມຸກຢ່າງຜິດໆ ດັ່ງນີ້ບໍ່ພຽງກໍ່ໃຫ້ເກີດສາຍສຳພັນບໍ່ດີກັບພັນລະຍາທໍ່ນັ້ນ ແຕ່ກັບພະເຈົ້າດ້ວຍ. (ທຽບກັບ 1 ໂຍຮັນ 4:20, 21.) ໃນອີກດ້ານໜຶ່ງ ສາມີລາງຄົນບໍ່ນຳໜ້າແລະປ່ອຍໃຫ້ພັນລະຍາປົກຄອງຄອບຄົວ. ສາມີຜູ້ຍອມຢູ່ໃຕ້ພະຄລິດຢ່າງເໝາະສົມບໍ່ເອົາປຽບພັນລະຍາຫຼືເຮັດໃຫ້ນາງເສຍສັກສີ. ແທນທີ່ຈະເປັນເຊັ່ນນັ້ນ ເຂົາເອົາແບບຄວາມຮັກທີ່ເສຍສະລະຕົວເອງຂອງພະເຍຊູ ແລະເຮັດຕາມທີ່ໂປໂລແນະນຳວ່າ “ສາມີທັງຫຼາຍ ຈົ່ງຮັກພັນລະຍາຂອງຕົນຕໍ່ໆ ໄປເຊັ່ນດຽວກັບພະຄລິດໄດ້ຮັກປະຊາຄົມແລະໄດ້ສະລະພະອົງເອງເພື່ອປະຊາຄົມ.” (ເອເຟດ 5:25, ລ.ມ.) ພະເຍຊູຄລິດຮັກເຫຼົ່າສາວົກຂອງພະອົງຫຼາຍຈົນສິ້ນພະຊົນເພື່ອພວກເຂົາ. ສາມີທີ່ດີຈະພະຍາຍາມກ່າຍເອົາແບບຢ່າງເຈຕະຄະຕິທີ່ບໍ່ເຫັນແກ່ຕົວນັ້ນ ສະແຫວງຫາຜົນປະໂຫຍດຂອງພັນລະຍາ ແທນທີ່ຈະຮຽກຮ້ອງຈາກນາງ. ເມື່ອສາມີຍອມຢູ່ໃຕ້ພະຄລິດແລະສະແດງຄວາມຮັກແລະຄວາມນັບຖືແບບພະຄລິດແລ້ວ ພັນລະຍາກໍຈະໄດ້ຮັບການກະຕຸ້ນໃຫ້ຍອມຕົວຢູ່ໃຕ້ອຳນາດເຂົາ.—ເອເຟດ 5:28, 29, 33.
ການຍອມຢູ່ໃຕ້ອຳນາດຖານະພັນລະຍາ
16. ພັນລະຍາຄວນສະແດງຄຸນລັກສະນະອັນໃດແດ່ໃນຄວາມສຳພັນຂອງນາງກັບສາມີ?
16 ຫຼັງຈາກສ້າງອາດາມຂຶ້ນໄດ້ໄລຍະໜຶ່ງແລ້ວ “ພະເຢໂຫວາພະເຈົ້າໄດ້ກ່າວວ່າ ‘ຄົນຊາຍນັ້ນຈະຢູ່ຜູ້ດຽວກໍບໍ່ດີ ເຮົາຈະສ້າງຄົນໜຶ່ງອີກຄືກັນ ໃຫ້ເປັນຜູ້ຊົດຊ່ອຍເພິ່ນ.’” (ຕົ້ນເດິມ 2:18) ພະເຈົ້າສ້າງເອວາໃຫ້ເປັນ “ຜູ້ຊົດຊ່ອຍ” ບໍ່ແມ່ນຄູ່ແຂ່ງ. ຊີວິດສົມລົດຕ້ອງບໍ່ເປັນຄືເຮືອທີ່ມີຜູ້ບັງຄັບການທີ່ແຂ່ງຂັນຊີງໄຊກັນສອງຄົນ. ສາມີຕ້ອງໃຊ້ຕຳແໜ່ງປະມຸກດ້ວຍຄວາມຮັກ ແລະພັນລະຍາຕ້ອງສະແດງຄວາມຮັກ, ຄວາມນັບຖື, ແລະການຍອມອ່ອນນ້ອມຢ່າງເຕັມໃຈ.
17, 18. ພັນລະຍາຈະເປັນຜູ້ຊ່ວຍແທ້ຂອງສາມີໄດ້ໃນທາງໃດແດ່?
17 ຢ່າງໃດກໍດີ ພັນລະຍາທີ່ດີບໍ່ພຽງແຕ່ຍອມອ່ອນນ້ອມທໍ່ນັ້ນ. ນາງຈະພະຍາຍາມເປັນຜູ້ຊ່ວຍແທ້ ສະໜັບສະຫນູນສາມີໃນການຕັດສິນໃຈທີ່ເຂົາເຮັດນັ້ນ. ແນ່ນອນ ການເຮັດເຊັ່ນນັ້ນງ່າຍກວ່າສຳລັບນາງເມື່ອເຫັນພ້ອມກັບການຕັດສິນໃຈຂອງເຂົາ. ແຕ່ເຖິງແມ່ນເມື່ອນາງບໍ່ເຫັນດ້ວຍກໍຕາມ ການສະໜັບສະຫນູນຮ່ວມມືຂອງນາງອາດຊ່ວຍໃຫ້ການຕັດສິນໃຈຂອງເຂົາໄດ້ຜົນສຳເລັດຫຼາຍຂຶ້ນໄດ້.
18 ພັນລະຍາອາດຊ່ວຍໃຫ້ສາມີເປັນປະມຸກທີ່ດີໃນວິທີອື່ນໆ. ນາງອາດສະແດງຄວາມຢັ່ງຮູ້ຄ່າຕໍ່ຄວາມພະຍາຍາມຂອງເຂົາໃນການນຳໜ້າ ແທນການຕິເຂົາຫຼືເຮັດໃຫ້ເຂົາຮູ້ສຶກວ່າບໍ່ມີທາງທີ່ຈະເຮັດໃຫ້ນາງພໍໃຈເລີຍ. ທີ່ຈະປະຕິບັດໃນແນວສ້າງສັນຕໍ່ສາມີ ນາງຄວນຈື່ໄວ້ວ່າ “ນ້ຳໃຈສະຫງົບສະຫງຽມແລະອ່ອນໂຍນ . . . ເປັນສິ່ງທີ່ມີຄ່າຫຼາຍໃນສາຍຕາຂອງພະເຈົ້າ” ບໍ່ພຽງແຕ່ໃນສາຍຕາຂອງສາມີເທົ່ານັ້ນ. (1 ເປໂຕ 3:3, 4, ລ.ມ.; ໂກໂລດ 3:12) ຈະວ່າຢ່າງໃດຖ້າສາມີບໍ່ແມ່ນຜູ້ມີຄວາມເຊື່ອ? ບໍ່ວ່າເຂົາເປັນຜູ້ມີຄວາມເຊື່ອຫຼືບໍ່ກໍຕາມ ພະຄຳພີສະໜັບສະຫນູນພັນລະຍາ “ໃຫ້ຮັກສາມີຂອງຕົນ, ໃຫ້ຮັກລູກຂອງຕົນ, ໃຫ້ເປັນຄົນມີສຸຂະພາບຈິດດີ, ໃຫ້ເປັນຄົນບໍລິສຸດ, ເປັນຄົນເຮັດງານທີ່ບ້ານ, ເປັນຄົນດີ, ຍອມຢູ່ໃຕ້ສາມີຂອງຕົນ ເພື່ອຈະບໍ່ມີຜູ້ໃດເວົ້າລົບຫລູ່ພະຄຳຂອງພະເຈົ້າ.” (ຕິໂຕ 2:4, 5, ລ.ມ.) ຫາກເກີດເລື່ອງກ່ຽວກັບສະຕິຮູ້ສຶກຜິດຊອບຂຶ້ນ ຄົງຈະມີທາງເປັນໄປໄດ້ຫຼາຍກວ່າທີ່ສາມີຊຶ່ງບໍ່ມີຄວາມເຊື່ອນັ້ນຈະນັບຖືທ່າທີຂອງພັນລະຍາ ຖ້າມີການບອກເລົ່າເລື່ອງນັ້ນດ້ວຍ “ອາລົມອ່ອນໂຍນແລະຄວາມນັບຖືອັນສຸດຊຶ້ງ.” ສາມີທີ່ບໍ່ມີຄວາມເຊື່ອລາງຄົນ “ຖືກໂນ້ມນ້າວໂດຍການປະພຶດຂອງພັນລະຍາ ເນື່ອງຈາກໄດ້ເຫັນປະຈັກເຖິງການປະພຶດອັນບໍລິສຸດ [ຂອງນາງ] ພ້ອມກັບຄວາມນັບຖືອັນສຸດຊຶ້ງ.”—1 ເປໂຕ 3:1, 2, 15, ລ.ມ.; 1 ໂກລິນໂທ 7:13-16.
19. ຈະວ່າຢ່າງໃດຫາກສາມີຮຽກຮ້ອງໃຫ້ພັນລະຍາຝ່າຝືນກົດໝາຍຂອງພະເຈົ້າ?
19 ຈະວ່າແນວໃດຫາກສາມີຮຽກຮ້ອງໃຫ້ພັນລະຍາເຮັດສິ່ງທີ່ພະເຈົ້າຫ້າມ? ຖ້າເກີດສິ່ງນັ້ນຂຶ້ນ ນາງຕ້ອງຈຳໄວ້ວ່າ ພະເຈົ້າເປັນຜູ້ປົກຄອງອັນດັບສູງສຸດຂອງນາງ. ນາງຍຶດເອົາສິ່ງທີ່ອັກຄະສາວົກເຮັດນັ້ນເປັນຕົວຢ່າງເມື່ອພວກເຂົາຖືກຜູ້ມີອຳນາດຮຽກຮ້ອງໃຫ້ລະເມີດກົດໝາຍຂອງພະເຈົ້າ. ກິດຈະການ 5:29 (ລ.ມ.) ກ່າວວ່າ “ເປໂຕແລະພວກອັກຄະສາວົກອື່ນໆ ຕອບວ່າ ‘ພວກຂ້າພະເຈົ້າຈຳຕ້ອງເຊື່ອຟັງພະເຈົ້າໃນຖານະເປັນຜູ້ຄອບຄອງຍິ່ງກວ່າຟັງມະນຸດ.’”
ການສື່ຄວາມທີ່ດີ
20. ໃນຂອບເຂດທີ່ສຳຄັນຍິ່ງອັນໃດຊຶ່ງຄວາມຮັກແລະຄວາມນັບຖືເປັນສິ່ງຈຳເປັນ?
20 ຄວາມຮັກແລະຄວາມນັບຖືເປັນສິ່ງຈຳເປັນໃນອີກຂອບເຂດໜຶ່ງຂອງຊີວີດສົມລົດ ນັ້ນແມ່ນ ການສື່ຄວາມ. ສາມີຜູ້ປ່ຽມດ້ວຍຄວາມຮັກຈະສົນທະນາກັບພັນລະຍາໃນເລື່ອງກິດຈະການຕ່າງໆ ຂອງນາງ, ບັນຫາ, ຫຼືທັດສະນະຂອງນາງຕໍ່ເລື່ອງຕ່າງໆ. ນາງຕ້ອງການສິ່ງນີ້. ສາມີຊຶ່ງໃຊ້ເວລາສົນທະນາກັບພັນລະຍາແລະຮັບຟັງສິ່ງທີ່ນາງເວົ້າຢ່າງແທ້ຈິງນັ້ນສະແດງຄວາມຮັກແລະຄວາມນັບຖືຕໍ່ນາງ. (ຍາໂກໂບ 1:19) ພັນລະຍາລາງຄົນຈົ່ມວ່າ ສາມີໃຊ້ເວລານ້ອຍຫຼາຍໃນການສົນທະນາກັບນາງ. ນັ້ນເປັນເລື່ອງໜ້າເສົ້າ. ຈິງຢູ່ ໃນຍຸກທີ່ເຕັມໄປດ້ວຍວຽກງານນີ້ ສາມີອາດເຮັດວຽກນອກບ້ານນານຫຼາຍຊົ່ວໂມງ ແລະສະພາບການທາງເສດຖະກິດອາດເຮັດໃຫ້ພັນລະຍາລາງຄົນຕ້ອງເຮັດງານອາຊີບເຊັ່ນກັນ. ແຕ່ຄູ່ສົມລົດຈຳເປັນຕ້ອງສະຫງວນເວລາໄວ້ໃຫ້ກັນແລະກັນ. ຖ້າບໍ່ດັ່ງນັ້ນ ພວກເຂົາອາດກາຍເປັນວ່າຢູ່ໃຜຢູ່ລາວ. ນັ້ນອາດຈະນຳໄປສູ່ບັນຫາໜັກຫາກເຂົາຮູ້ສຶກຖືກບັງຄັບໃຫ້ຊອກຄວາມເປັນຫມູ່ທີ່ເຫັນໃຈກັນກັບຄົນທີ່ຢູ່ນອກສາຍສົມລົດ.
21. ຄຳເວົ້າທີ່ເໝາະສົມຈະຊ່ວຍຮັກສາຄວາມສຸກໃນຊີວິດສົມລົດໄວ້ໄດ້ຢ່າງໃດ?
21 ວິທີທີ່ສາມີແລະພັນລະຍາສື່ຄວາມກັນນັ້ນສຳຄັນຫຼາຍ. “ຖ້ອຍຄຳທັງຫຼາຍທີ່ມ່ວນແກ່ຫູ . . . ຫວານແກ່ຈິດໃຈ ແລະໃຫ້ກະດູກທັງຫຼາຍສຳບາຍຢູ່.” (ສຸພາສິດ 16:24) ບໍ່ວ່າຄູ່ຄອງເປັນຜູ້ມີຄວາມເຊື່ອຫຼືບໍ່ກໍຕາມ ຄຳແນະນຳຂອງຄຳພີໄບເບິນນຳມາໃຊ້ໄດ້ທີ່ວ່າ “ໃຫ້ວາຈາຂອງເຈົ້າທັງຫຼາຍປະກອບດ້ວຍເມດຕາຄຸນຢູ່ສະເໝີ ປະສົມດ້ວຍເກືອ.” ນັ້ນແມ່ນ ຄຳເວົ້າທີ່ມ່ວນຫູ. (ໂກໂລດ 4:6, ປ.ມ.) ເມື່ອຄົນເຮົາປະສົບກັບຄວາມຫຍຸ້ງຍາກຕະຫຼອດມື້ ຄຳເວົ້າທີ່ກະລຸນາເຫັນອົກເຫັນໃຈບໍ່ຈັກຄຳຈາກຄູ່ຄອງອາດກໍ່ຜົນດີຫຼາກຫຼາຍ. “ຖ້ອຍຄຳຂໍ້ໜຶ່ງທີ່ກ່າວຖືກເວລາສົມຄວນກໍເປັນຄືໝາກທະພູອາ [“ໝາກແອັບເປິນ,” ລ.ມ.] ທຳດ້ວຍຄຳຢູ່ໃນກະຕ່າທຳດ້ວຍເງິນ.” (ສຸພາສິດ 25:11) ນ້ຳສຽງແລະການເລືອກຄຳເວົ້ານັບວ່າສຳຄັນຫຼາຍ. ຕົວຢ່າງເຊັ່ນ ດ້ວຍທ່າທາງແຄ້ນເຄືອງ, ມັກຮຽກຮ້ອງ ຄົນເຮົາອາດຈະສັ່ງຜູ້ອື່ນວ່າ “ປິດປະຕູນັ້ນຊາ!” ແຕ່ຈະດີກວ່າສັກພຽງໃດຖ້າຈະໃຊ້ຖ້ອຍຄຳ “ທີ່ປະສົມດ້ວຍເກືອໃຫ້ມີລົດຊາດ” ເວົ້າຢ່າງສຸພາບສະແດງຄວາມເຂົ້າໃຈວ່າ “ເຈົ້າຈະກະລຸນາປິດປະຕູໄດ້ບໍ?”
22. ຄູ່ສົມລົດຈຳເປັນຕ້ອງມີເຈຕະຄະຕິອັນໃດເພື່ອຈະຮັກສາການສື່ຄວາມທີ່ດີໄວ້?
22 ການສື່ຄວາມທີ່ດີເພີ່ມພູນຂຶ້ນເມື່ອມີການໃຊ້ຄຳເວົ້ານຸ່ມນວນ, ລັກສະນະທ່າທາງແລະອາກັບກິລິຍາທີ່ສຸພາບ, ຄວາມກະລຸນາ, ຄວາມເຂົ້າໃຈ, ແລະຄວາມອ່ອນໂຍນ. ໂດຍການພະຍາຍາມຢ່າງເຕັມກຳລັງທີ່ຈະຮັກສາການສື່ຄວາມທີ່ດີໄວ້ ທັງສາມີແລະພັນລະຍາຈະຮູ້ສຶກສະດວກໃຈທີ່ຈະເປີດເຜີຍຄວາມຕ້ອງການຂອງຕົນ ແລະເຂົາອາດຈະເປັນແຫຼ່ງຊຶ່ງໃຫ້ການປອບໂຍນແລະຊ່ວຍເຫຼືອກັນແລະກັນໃນຍາມທີ່ເກີດຄວາມຜິດຫວັງຫຼືຄວາມຕຶງຄຽດ. ພະຄຳຂອງພະເຈົ້າກະຕຸ້ນໃຫ້ “ເວົ້າປອບໂຍນຜູ້ທີ່ຫົດຫູ່ໃຈ.” (1 ເທຊະໂລນີກ 5:14, ລ.ມ.) ຈະມີຕອນທີ່ສາມີໝົດກຳລັງໃຈ ແລະຕອນທີ່ພັນລະຍາຮູ້ສຶກເຊັ່ນນັ້ນດ້ວຍ. ເຂົາສາມາດ “ເວົ້າປອບໂຍນ” ເສີມສ້າງກັນແລະກັນຂຶ້ນ.—ໂລມ 15:2.
23, 24. ຄວາມຮັກແລະຄວາມນັບຖືຈະຊ່ວຍໄດ້ຢ່າງໃດເມື່ອມີຄວາມບໍ່ລົງຮອຍກັນ? ຈົ່ງຍົກຕົວຢ່າງ.
23 ຄູ່ສົມລົດທີ່ສະແດງຄວາມຮັກແລະຄວາມນັບຖືຈະບໍ່ມອງຄວາມບໍ່ເຫັນພ້ອມກັນວ່າເປັນບັນຫາໃຫຍ່. ເຂົາຈະພະຍາຍາມບໍ່ເວົ້າຄຳ “ເຜັດຮ້ອນ” ຕໍ່ກັນແລະກັນ. (ໂກໂລດ 3:19) ທັງຄູ່ຄວນຈື່ວ່າ “ຄຳຕອບອ່ອນຫວານກໍໃຫ້ຄວາມຄຽດຮ້ອນລົ້ນຖອຍຫາຍໄປ.” (ສຸພາສິດ 15:1) ຈົ່ງລະວັງທີ່ຈະບໍ່ດູຖູກຫຼືຕຳໜິຄູ່ຊີວິດທີ່ລະບາຍຄວາມຮູ້ສຶກຈາກໃຈຈິງອອກມາ. ແທນທີ່ຈະເຮັດເຊັ່ນນັ້ນ ຈົ່ງຖືວ່າການສະແດງອອກແບບນີ້ໃຫ້ໂອກາດທີ່ຈະຢັ່ງເຫັນເຂົ້າໃຈທັດສະນະຂອງອີກຝ່າຍໜຶ່ງ. ຈົ່ງພະຍາຍາມຈັດການກັບຂໍ້ແຕກຕ່າງນຳກັນແລະລົງທ້າຍດ້ວຍຄວາມກົມກຽວກັນ.
24 ຂໍໃຫ້ນຶກເຖິງຄາວທີ່ຊາລາໄດ້ສະເໜີແນະທາງແກ້ບັນຫາເລື່ອງໜຶ່ງແກ່ອັບລາຫາມສາມີຂອງນາງ ແລະນັ້ນບໍ່ກົງກັບຄວາມຮູ້ສຶກຂອງທ່ານ. ເຖິງຢ່າງນັ້ນກໍດີ ພະເຈົ້າບອກກັບອັບລາຫາມວ່າ “ຈົ່ງຟັງນາງເຖີດ.” (ຕົ້ນເດິມ 21:9-12) ອັບລາຫາມຍອມຟັງ ແລະທ່ານໄດ້ຮັບພະພອນ. ຄ້າຍໆ ກັນ ຫາກພັນລະຍາສະເໜີບາງສິ່ງທີ່ຕ່າງຈາກສິ່ງທີ່ສາມີຄຶດໄວ້ ຢ່າງນ້ອຍທີ່ສຸດເຂົາກໍຄວນຈະຮັບຟັງ. ໃນຂະນະດຽວກັນ ພັນລະຍາບໍ່ຄວນເວົ້າແຕ່ຝ່າຍດຽວ ແຕ່ສົມຄວນຟັງສິ່ງທີ່ສາມີຂອງເຂົາກ່າວ. (ສຸພາສິດ 25:24) ເພາະການທີ່ສາມີຫຼືບໍ່ກໍພັນລະຍາຢືນການທີ່ຈະເຮັດຕາມອຳເພີໃຈຕົນເອງຕະຫຼອດເວລາເປັນການຂາດຄວາມຮັກແລະຄວາມນັບຖື.
25. ການສື່ຄວາມທີ່ດີຈະສົ່ງເສີມຄວາມສຸກໃນແງ່ມຸມທີ່ໃກ້ຊິດທີ່ສຸດຂອງຊີວິດສົມລົດໄດ້ຢ່າງໃດ?
25 ການສື່ຄວາມທີ່ດີເປັນສິ່ງສຳຄັນໃນເລື່ອງເພດສຳພັນຂອງຄູ່ສົມລົດດ້ວຍ. ຄວາມເຫັນແກ່ຕົວແລະການຂາດການຮູ້ຈັກບັງຄັບຕົນອາດກໍ່ຄວາມເສຍຫາຍແກ່ຄວາມສຳພັນທີ່ໃກ້ຊິດທີ່ສຸດນີ້ໃນຊີວິດສົມລົດ. ການສື່ຄວາມຢ່າງເປີດເຜີຍພ້ອມດ້ວຍຄວາມອົດທົດເປັນສິ່ງສຳຄັນ. ເມື່ອແຕ່ລະຄົນສະແຫວງຫາສະຫວັດດີພາບຂອງອີກຝ່າຍໜຶ່ງຢ່າງບໍ່ເຫັນແກ່ຕົວ ເລື່ອງເພດກໍບໍ່ຄ່ອຍຈະເປັນບັນຫາໃຫຍ່. ໃນເລື່ອງນີ້ກັບເລື່ອງອື່ນໆ ກໍຄືກັນ “ຢ່າໃຫ້ຜູ້ໃດຫາປະໂຫຍດຂອງຕົວເອງ ແຕ່ວ່າໃຫ້ທຸກຄົນຫາປະໂຫຍດຂອງເພື່ອນບ້ານ.”—1 ໂກລິນໂທ 7:3-5; 10:24.
26. ເຖິງແມ່ນວ່າຊີວິດສົມລົດຈະມີທັງສິ່ງດີແລະບໍ່ດີກໍຕາມ ການຮັບຟັງພະຄຳຂອງພະເຈົ້າຈະຊ່ວຍຄູ່ສົມລົດພົບຄວາມສຸກໄດ້ຢ່າງໃດ?
26 ພະຄຳຂອງພະເຈົ້າໃຫ້ຄຳແນະນຳທີ່ດີແທ້ໆ! ແມ່ນຢູ່ ຊີວິດສົມລົດທຸກຄູ່ຈະປະສົບທັງສິ່ງດີແລະບໍ່ດີ. ແຕ່ເມື່ອຄູ່ສົມລົດຕິດຕາມແນວຄຶດຂອງພະເຢໂຫວາ ດັ່ງທີ່ເປີດເຜີຍໄວ້ໃນຄຳພີໄບເບິນ ແລະໃຫ້ຄວາມສຳພັນຂອງເຂົາທັງຄູ່ຂຶ້ນຢູ່ກັບຄວາມຮັກທີ່ອາໄສຫຼັກການແລະຄວາມນັບຖືແລ້ວ ທັງສອງກໍໝັ້ນໃຈໄດ້ວ່າ ຊີວິດສົມລົດຂອງເຂົາຈະຍືນຍົງແລະມີຄວາມສຸກ. ໂດຍວິທີນີ້ ເຂົາບໍ່ພຽງໃຫ້ກຽດຊຶ່ງກັນແລະກັນທໍ່ນັ້ນແຕ່ຍັງຖວາຍພະກຽດແດ່ພະເຢໂຫວາພະເຈົ້າ ຜູ້ລິເລີ່ມການສົມລົດດ້ວຍ.