ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໃຫ້​ຮັກສາ​ຄວາມ​ສັດ​ຊື່​ຂອງ​ເຈົ້າ​ຕໍ່ໆໄປ!
    ຫໍສັງເກດການ (ສຶກສາ)—2019 | ກຸມພາ
    • 3. (ກ) ຄວາມ​ສັດ​ຊື່​ໝາຍ​ເຖິງ​ຫຍັງ​ສຳລັບ​ຜູ້​ຮັບໃຊ້​ພະ​ເຢໂຫວາ? (ຂ) ມີ​ຕົວຢ່າງ​ຫຍັງ​ແດ່​ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ຄວາມ​ສັດ​ຊື່?

      3 ສຳລັບ​ຜູ້​ຮັບໃຊ້​ພະ​ເຢໂຫວາ ຄວາມ​ສັດ​ຊື່​ໝາຍ​ເຖິງ​ການ​ຮັກ​ພະອົງ​ສຸດ​ຫົວໃຈ​ແລະ​ເຫຼື້ອມ​ໃສ​ໃນ​ພະອົງ​ບໍ່​ປ່ຽນ​ແປງ. ເຮົາ​ຕ້ອງ​ຄິດ​ເຖິງ​ພະອົງ​ກ່ອນ​ສະເໝີ​ບໍ່​ວ່າ​ເຮົາ​ຈະ​ຕັດສິນ​ໃຈ​ຫຍັງ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ຄຳ​ວ່າ​ຄວາມ​ສັດ​ຊື່​ທີ່​ໃຊ້​ໃນ​ຄຳພີ​ໄບເບິນ. ຕົວຢ່າງ: ຕາມ​ກົດ​ໝາຍ​ຂອງ​ໂມເຊ​ບອກ​ວ່າ​ຊາວ​ອິດສະລາແອນ​ທີ່​ຈະ​ເອົາ​ສັດ​ມາ​ຖວາຍ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ​ຕ້ອງ​ເປັນ​ສັດ​ທີ່​ດີ​ຫຼື​ສົມບູນ​ແຂງແຮງ.b (ເລວີ. 22:21, 22) ຕາມ​ກົດ​ໝາຍ​ແລ້ວ​ບໍ່​ອະນຸຍາດ​ໃຫ້​ຖວາຍ​ສັດ​ທີ່​ພິການ ເຊັ່ນ: ຂາ​ຂາດ ຫູ​ແວ່ງ ຫຼື​ຕາ​ບອດ ແລະ​ສັດ​ທີ່​ເປັນ​ພະຍາດ. ເປັນ​ເລື່ອງ​ສຳຄັນ​ສຳລັບ​ພະ​ເຢໂຫວາ​ທີ່​ສັດ​ຈະ​ຕ້ອງ​ເປັນ​ສັດ​ທີ່​ດີ ຄົບ​ຖ້ວນ​ແລະ​ບໍ່​ມີ​ຕຳໜິ. (ມລກີ. 1:6-9) ເຮົາ​ເຂົ້າ​ໃຈ​ໄດ້​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ມັກ​ສິ່ງ​ທີ່​ດີ​ແລະ​ຄົບ​ຖ້ວນ. ຕົວຢ່າງ: ຕອນ​ທີ່​ເຮົາ​ໄປ​ຊື້​ເຄື່ອງ ເຊັ່ນ ໝາກ​ໄມ້ ປຶ້ມ ຫຼື​ເຄື່ອງ​ມື ເຮົາ​ຄົງ​ບໍ່​ຢາກ​ໄດ້​ອັນ​ທີ່​ເປັນ​ຮູ​ຫຼື​ບາງ​ຊິ້ນ​ສ່ວນ​ຂາດ​ໄປ. ເຮົາ​ຢາກ​ໄດ້​ອັນ​ທີ່​ດີ ຄົບ​ຖ້ວນ ແລະ​ບໍ່​ມີ​ຕຳໜິ. ພະ​ເຢໂຫວາ​ກໍ​ຮູ້ສຶກ​ແບບ​ນັ້ນ​ຄື​ກັນ ເຮົາ​ຕ້ອງ​ໃຫ້​ຄວາມ​ຮັກ​ແລະ​ຄວາມ​ພັກດີ​ກັບ​ພະອົງ​ໃນ​ແບບ​ທີ່​ດີ​ທີ່​ສຸດ ຄົບ​ຖ້ວນ ແລະ​ບໍ່​ມີ​ຕຳໜິ.

  • ໃຫ້​ຮັກສາ​ຄວາມ​ສັດ​ຊື່​ຂອງ​ເຈົ້າ​ຕໍ່ໆໄປ!
    ຫໍສັງເກດການ (ສຶກສາ)—2019 | ກຸມພາ
    • b ຄຳ​ພາສາ​ເຫບເລີ​ທີ່​ແປ​ວ່າ: “ສົມບູນ​ແຂງແຮງ” ທີ່​ໃຊ້​ກັບ​ສັດ​ກ່ຽວ​ຂ້ອງ​ກັບ​ຄຳ​ພາສາ​ເຫບເລີ​ທີ່​ແປ​ວ່າ “ຄວາມ​ສັດ​ຊື່” ທີ່​ໃຊ້​ກັບ​ຄົນ.

ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌