-
ເຈົ້າເບິ່ງໄປທີ່ພະເຢໂຫວາສະເໝີບໍ?ຫໍສັງເກດການ (ສຶກສາ)—2018 | ກໍລະກົດ
-
-
9. ພະເຢໂຫວາໃຫ້ຄຳແນະນຳຫຍັງກັບໂມເຊ? ແຕ່ໂມເຊໄດ້ເຮັດຫຍັງ? (ເບິ່ງຮູບທຳອິດ)
9 ໂມເຊໄດ້ເຮັດຫຍັງຕອນທີ່ພວກອິດສະລາແອນກະບົດ? ຄືກັບເທື່ອກ່ອນໂມເຊເບິ່ງໄປທີ່ພະເຢໂຫວາເພື່ອຂໍຄຳແນະນຳ. ແຕ່ໃນເທື່ອນີ້ພະເຢໂຫວາບໍ່ໄດ້ບອກໃຫ້ໂມເຊຕີຫີນ ພະອົງບອກໃຫ້ລາວເອົາໄມ້ເທົ້າໄປ ພາປະຊາຊົນໄປໃກ້ໆຫີນ ແລ້ວກໍໃຫ້ໂມເຊເວົ້າກັບຫີນ. (ຈົດເຊັນບັນຊີ 20:6-8) ໂມເຊໄດ້ເຮັດຕາມບໍ? ບໍ່. ລາວໃຈຮ້າຍໃຫ້ປະຊາຊົນຫຼາຍແລະຮ້ອງອອກມາວ່າ: “ຈົ່ງຟັງທາງນີ້ ພວກເຈົ້າຄົນກະບົດເອີຍ! ພວກເຮົາຈະຕ້ອງເອົານ້ຳອອກມາຈາກໂງ່ນຫີນນີ້ ໃຫ້ພວກເຈົ້າດື່ມຊັ້ນບໍ?” ແລະລາວບໍ່ໄດ້ຕີຫີນພຽງເທື່ອດຽວ ແຕ່ລາວຕີຕັ້ງສອງເທື່ອ.—ຈົດເຊັນບັນຊີ 20:10, 11, ທ.ປ.
ໂມເຊບໍ່ໄດ້ເຮັດຕາມຄຳແນະນຳໃໝ່ທີ່ພະເຢໂຫວາໃຫ້ລາວ
-
-
ເຈົ້າເບິ່ງໄປທີ່ພະເຢໂຫວາສະເໝີບໍ?ຫໍສັງເກດການ (ສຶກສາ)—2018 | ກໍລະກົດ
-
-
ໂມເຊຂັດຄຳສັ່ງໄດ້ແນວໃດ
12. ຍັງມີເຫດຜົນຫຍັງອີກທີ່ພະເຢໂຫວາໃຈຮ້າຍໃຫ້ກັບໂມເຊແລະອາໂລນ?
12 ອາດມີເຫດຜົນອື່ນອີກທີ່ພະເຢໂຫວາໃຈຮ້າຍໃຫ້ໂມເຊແລະອາໂລນ. ໂມເຊບອກປະຊາຊົນວ່າ: “ພວກເຮົາຈະຕ້ອງເອົານ້ຳອອກມາຈາກໂງ່ນຫີນນີ້ ໃຫ້ພວກເຈົ້າດື່ມຊັ້ນບໍ?” ເມື່ອໂມເຊເວົ້າຄຳວ່າ: “ພວກເຮົາ” ລາວອາດໝາຍລວມເຖິງຕົວລາວກັບອາໂລນ. ຄຳເວົ້າຂອງໂມເຊບໍ່ໄດ້ໃຫ້ກຽດພະເຢໂຫວາເລີຍ ເພາະລາວບໍ່ໄດ້ໃຫ້ການອັດສະຈັນທັງໝົດນັ້ນນຳຄຳສັນລະເສີນມາສູ່ພະເຢໂຫວາ. ຄຳເພງ 106:32, 33 (ລ.ມ.) ບອກວ່າ: “ເຂົາໄດ້ຍົວະໃຫ້ພະອົງໂມໂຫທີ່ນ້ຳເມລີບາ ໂມເຊຈຶ່ງເດືອດຮ້ອນເພາະພວກເຂົາ ພວກເຂົາເຮັດໃຫ້ໂມເຊໂມໂຫ ລາວຈຶ່ງເວົ້າອອກມາໂດຍບໍ່ຄິດ.”c (ເບິ່ງໄຂເງື່ອນ) (ຈົດເຊັນບັນຊີ 27:14) ໂມເຊບໍ່ໄດ້ໃຫ້ກຽດນັ້ນມາສູ່ພະເຢໂຫວາ. ພະອົງຈຶ່ງເວົ້າກັບໂມເຊແລະອາໂລນວ່າ: “ພວກເຈົ້າທັງສອງໄດ້ກະບົດຕໍ່ຄຳສັ່ງຂອງເຮົາ.” (ຈົດເຊັນບັນຊີ 20:24, ທ.ປ.) ນີ້ເປັນຄວາມຜິດທີ່ຮ້າຍແຮງແທ້ໆ!
13. ເປັນຫຍັງວິທີທີ່ພະເຢໂຫວາລົງໂທດໂມເຊຈຶ່ງເປັນເລື່ອງທີ່ຍຸຕິທຳແລະຖືກຕ້ອງ?
13 ເນື່ອງຈາກໂມເຊແລະອາໂລນເປັນຜູ້ນຳປະຊາຊົນຂອງພະເຢໂຫວາ ພະອົງຈຶ່ງຄາດໝາຍໃນຕົວເຂົາເຈົ້າຫຼາຍເປັນພິເສດ. (ລືກາ 12:48) ໃນອະດີດ ພະເຢໂຫວາບໍ່ໄດ້ອະນຸຍາດໃຫ້ຄົນອິດສະລາແອນຮຸ່ນໜຶ່ງເຂົ້າໄປໃນແຜ່ນດິນທີ່ພະອົງໄດ້ສັນຍາໄວ້ຍ້ອນວ່າເຂົາເຈົ້າໄດ້ຂັດຄຳສັ່ງພະອົງ. (ຈົດເຊັນບັນຊີ 14:26-30, 34) ດັ່ງນັ້ນ ເມື່ອໂມເຊຂັດຄຳສັ່ງຂອງພະເຢໂຫວາຈຶ່ງເປັນເລື່ອງທີ່ຍຸຕິທຳແລະຖືກຕ້ອງທີ່ພະອົງໄດ້ລົງໂທດລາວໃນວິທີດຽວກັນ. ຄືກັບພວກອິດສະລາແອນທີ່ກະບົດ ໂມເຊກໍບໍ່ໄດ້ເຂົ້າໃນແຜ່ນດິນທີ່ພະເຈົ້າສັນຍາ.
-