ວຽກປະກາດຂອງເຈົ້າເປັນຄືກັບນ້ຳໝອກບໍ?
ວຽກປະກາດຂອງເຮົາມີຄວາມສຳຄັນແລະມີຄ່າ. ແຕ່ບໍ່ແມ່ນທຸກຄົນທີ່ເຮົາປະກາດນຳຈະເຂົ້າໃຈໃນເລື່ອງນີ້. ແມ່ນແຕ່ຄົນທີ່ສົນໃຈໃນສິ່ງທີ່ຄຳພີໄບເບິນສອນ ແຕ່ເຂົາເຈົ້າບໍ່ໄດ້ຮູ້ສຶກວ່າຈຳເປັນຕ້ອງຮຽນຄຳພີໄບເບິນກັບເຮົາ.
ຂໍໃຫ້ເບິ່ງຕົວຢ່າງຂອງແກວິນ. ລາວເຂົ້າຮ່ວມການປະຊຸມຕ່າງໆຢູ່ທີ່ຫໍປະຊຸມ ແຕ່ລາວບໍ່ຕ້ອງການທີ່ຈະຮຽນຄຳພີໄບເບິນ. ແກວິນບອກວ່າລາວຮູ້ຈັກຄຳພີໄບເບິນພຽງແຕ່ໜ້ອຍດຽວ ແລະລາວບໍ່ຢາກໃຫ້ຄົນອື່ນຮູ້ໃນເລື່ອງນີ້. ລາວຢ້ານວ່າຈະຖືກຊັກຊວນໃຫ້ສົມທົບກັບສາສະໜາ ແລະລາວບໍ່ຢາກຖືກຕົວະ. ເຈົ້າຄິດແນວໃດ? ເປັນໄປໄດ້ບໍທີ່ຈະຊ່ວຍແກວິນ? ຂໍໃຫ້ຄິດເຖິງຜົນກະທົບທີ່ດີທີ່ຄຳສອນໃນຄຳພີໄບເບິນມີຕໍ່ຜູ້ຄົນ. ພະເຢໂຫວາບອກຊາວອິດສະລາແອນວ່າ: “ຖ້ອຍຄຳຂອງເຮົາຈະລົງມາເໝືອນນ້ຳໝອກ ເໝືອນຝົນຕົກຄ່ອຍໆຮຳຫຍ້າອ່ອນ.” (ພະບັນຍັດ 31:19, 30; 32:2) ໃຫ້ເຮົາຮຽນຮູ້ບາງສິ່ງກ່ຽວກັບນ້ຳໝອກແລ້ວກໍສົມທຽບນ້ຳໝອກກັບວຽກປະກາດຂອງເຮົາ ເພື່ອເຮົາຈະສາມາດຊ່ວຍ ‘ຄົນທຸກຊະນິດ’ ໃນແບບທີ່ເກີດຜົນດີ.—1 ຕີໂມເຕ 2:3, 4
ວຽກປະກາດຂອງເຮົາຈະເປັນຄືກັບນ້ຳໝອກໄດ້ແນວໃດ?
ນ້ຳໝອກອ່ອນໂຍນ. ນ້ຳໝອກເກີດຈາກອາຍນ້ຳໃນອາກາດທີ່ຈັບຕົວເຂົ້າກັນແລ້ວກາຍເປັນນ້ຳຢົດນ້ອຍໆ. ຖ້ອຍຄຳຂອງພະເຢໂຫວາ “ລົງມາເໝືອນນ້ຳໝອກ” ຄືແນວໃດ? ພະອົງເວົ້າກັບປະຊາຊົນຂອງພະອົງໃນແບບທີ່ກະລຸນາ ອ່ອນໂຍນ ແລະຫ່ວງໃຍ. ເຮົາເຮັດຕາມຕົວຢ່າງຂອງພະອົງເມື່ອເຮົາສະແດງຄວາມນັບຖືໃນສິ່ງທີ່ຄົນອື່ນເຊື່ອ. ເຮົາສະໜັບສະໜູນເຂົາເຈົ້າໃຫ້ຫາເຫດຜົນດ້ວຍຕົວເອງແລະຕັດສິນໃຈດ້ວຍຕົວເອງ. ເມື່ອເຮົາສະແດງຄວາມສົນໃຈເປັນສ່ວນຕົວແບບນັ້ນ ຜູ້ຄົນກໍເຕັມໃຈຫຼາຍຂຶ້ນທີ່ຈະຟັງໃນສິ່ງທີ່ເຮົາເວົ້າ ແລະວຽກປະກາດຂອງເຮົາກໍຈະເກີດຜົນຫຼາຍຂຶ້ນ.
ນ້ຳໝອກເຮັດໃຫ້ສົດຊື່ນ. ວຽກປະກາດຂອງເຮົາຈະເຮັດໃຫ້ຄົນອື່ນສົດຊື່ນເມື່ອເຮົາຄິດເຖິງວິທີຕ່າງໆທີ່ຈະຊ່ວຍເຂົາເຈົ້າໃຫ້ຮຽນຮູ້ຫຼາຍຂຶ້ນກ່ຽວກັບຄວາມຈິງ. ພີ່ນ້ອງຄລິດສເປັນຄົນທຳອິດທີ່ຊວນແກວິນໃຫ້ສຶກສາຄຳພີໄບເບິນ ແຕ່ລາວບໍ່ໄດ້ພະຍາຍາມກົດດັນໃຫ້ແກວິນຍອມຮັບເອົາການສຶກສານັ້ນ. ກົງກັນຂ້າມ ລາວພະຍາຍາມຊອກວິທີການຕ່າງໆເພື່ອເຮັດໃຫ້ແກວິນຮູ້ສຶກສະບາຍໃຈຫຼາຍຂຶ້ນເມື່ອລົມກັນເລື່ອງຄຳພີໄບເບິນ. ຄລິດສບອກແກວິນວ່າ ມີຂ່າວສານເລື່ອງໜຶ່ງທີ່ສຳຄັນເຊິ່ງຄຳພີໄບເບິນໄດ້ເວົ້າເຖິງຕະຫຼອດ ແລະການຮຽນຮູ້ເລື່ອງຂ່າວສານນີ້ຈະຊ່ວຍແກວິນໃຫ້ເຂົ້າໃຈການປະຊຸມໄດ້ດີຂຶ້ນ.ຈາກນັ້ນ ພີ່ນ້ອງຄລິດສກໍອະທິບາຍວ່າຄຳທຳນວາຍໃນຄຳພີໄບເບິນເຮັດໃຫ້ລາວໝັ້ນໃຈດ້ວຍຕົວເອງວ່າສິ່ງທີ່ຂຽນໃນຄຳພີໄບເບິນເປັນຄວາມຈິງ. ຜົນກໍຄື ທັງສອງໄດ້ລົມກັນຫຼາຍຄັ້ງກ່ຽວກັບວິທີທີ່ຄຳທຳນວາຍຕ່າງໆໄດ້ເກີດຂຶ້ນແທ້. ການສົນທະນາເຫຼົ່ານີ້ເຮັດໃຫ້ແກວິນສົດຊື່ນ ແລະໃນທີ່ສຸດລາວກໍຕົກລົງສຶກສາຄຳພີໄບເບິນ.
ນ້ຳໝອກສຳຄັນຕໍ່ຊີວິດ.ໃນືລະຫວ່າງລະດູຮ້ອນທີ່ແຫ້ງແລ້ງໃນປະເທດອິດສະລາແອນ ຝົນອາດຈະບໍ່ຕົກເປັນເວລາຫຼາຍເດືອນ. ເມື່ອບໍ່ມີຄວາມຊຸ່ມຈາກນ້ຳໝອກ ຕົ້ນພືດກໍຈະຫ່ຽວແຫ້ງແລ້ວກໍຕາຍ. ພະເຢໂຫວາໄດ້ບອກລ່ວງໜ້າວ່າ ໃນສະໄໝຂອງເຮົາຈະເປັນຄືກັບວ່າມີຄວາມແຫ້ງແລ້ງ ນັ້ນຄືຜູ້ຄົນຈະຫິວກະຫາຍ “ຢາກຟັງພະຄຳທັງຫຼາຍຂອງພະເຢໂຫວາ.” (ອາໂມດ 8:11) ພະອົງສັນຍາວ່າຜູ້ຖືກເຈີມຈະເປັນຄືກັບ “ນ້ຳໝອກມາແຕ່ພະເຢໂຫວາ” ເມື່ອເຂົາເຈົ້າປະກາດຂ່າວດີເລື່ອງລາຊະອານາຈັກເຊິ່ງໄດ້ຮັບການສະໜັບສະໜູນໂດຍ “ແກະອື່ນ.” (ມີເກ 5:7; ໂຢຮັນ 10:16) ຂ່າວສານທີ່ເຮົາປະກາດເປັນສ່ວນໜຶ່ງໃນການຈັດຕຽມຂອງພະເຢໂຫວາທີ່ຈະປະທານຊີວິດໃຫ້ແກ່ຄົນທີ່ຫິວກະຫາຍຄວາມຈິງ. ເຮົາຮູ້ຄຸນຄ່າຕໍ່ກັບຂ່າວສານນີ້ບໍ?
ນ້ຳໝອກເປັນພະພອນຈາກພະເຢໂຫວາ. (ພະບັນຍັດ 33:13) ວຽກປະກາດຂອງເຮົາສາມາດເປັນພະພອນ ຫຼືເປັນຂອງຂວັນສຳລັບຄົນທີ່ຕອບຮັບເອົາ. ການສຶກສາຄຳພີໄບເບິນເປັນພະພອນສຳລັບແກວິນເພາະນັ້ນຊ່ວຍລາວໃຫ້ພົບຄຳຕອບສຳລັບຄຳຖາມທຸກຂໍ້ທີ່ລາວມີ. ແກວິນກ້າວໜ້າໄວຫຼາຍ ແລະລາວໄດ້ຮັບບັບເຕມາ. ຕອນນີ້ລາວມີຄວາມຍິນດີໃນການປະກາດຂ່າວດີເລື່ອງລາຊະອານາຈັກຮ່ວມກັບຈອຍ ເມຍຂອງລາວ.
ພະຍານພະເຢໂຫວາກຳລັງເຮັດໃຫ້ໂລກນີ້ເຕັມໄປດ້ວຍຂ່າວດີເລື່ອງລາຊະອານາຈັກ
ຮູ້ຄຸນຄ່າວຽກປະກາດຂອງເຈົ້າ
ວຽກປະກາດຂອງເຮົາປຽບຄືກັບນ້ຳໝອກ ດັ່ງນັ້ນ ຄວາມພະຍາຍາມຂອງເຮົາແຕ່ລະຄົນໃນວຽກປະກາດຈຶ່ງເປັນສິ່ງທີ່ມີຄ່າ. ເປັນເຊັ່ນນັ້ນໄດ້ແນວໃດ? ນ້ຳຢົດດຽວເກືອບຈະບໍ່ມີຜົນຫຍັງ ແຕ່ນ້ຳໝອກຫຼາຍລ້ານຢົດເຮັດໃຫ້ດິນຊຸ່ມໄດ້. ຄ້າຍຄືກັນ ສິ່ງທີ່ເຮົາເຮັດເປັນສ່ວນຕົວໃນວຽກປະກາດອາດເບິ່ງຄືວ່າເກືອບຈະບໍ່ມີຜົນຫຍັງ ແຕ່ເມື່ອເອົາຜົນໄດ້ຮັບຈາກຄວາມພະຍາຍາມຂອງຜູ້ຮັບໃຊ້ຂອງພະເຢໂຫວາຫຼາຍລ້ານຄົນມາລວມກັນ ກໍມີການໃຫ້ຄຳພະຍານແກ່ “ມະນຸດທຸກຊາດ.” (ມັດທາຍ 24:14, ທ.ປ.) ວຽກປະກາດຂອງເຮົາຈະເປັນພະພອນຈາກພະເຢໂຫວາສຳລັບຄົນອື່ນບໍ? ເປັນແທ້ ເພາະຂ່າວສານຂອງເຮົາຈະເປັນຄືກັບນ້ຳໝອກ ນັ້ນຄືອ່ອນໂຍນ ສົດຊື່ນ ແລະສຳຄັນຕໍ່ຊີວິດ!