ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ23 ກຸມພາ ໜ້າ 2-7
  • ສິ່ງ​ທີ່​ຄຳພີໄບເບິນ​ບອກ​ກ່ຽວກັບ​ຜູ້​ແຕ່ງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສິ່ງ​ທີ່​ຄຳພີໄບເບິນ​ບອກ​ກ່ຽວກັບ​ຜູ້​ແຕ່ງ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຄຳພີໄບເບິນ​ຊ່ວຍ​ເຮົາ​ໃຫ້​ເຫັນ​ສະຕິປັນຍາ​ຂອງ​ພະເຢໂຫວາ
  • ຄຳພີໄບເບິນ​ຊ່ວຍ​ເຮົາ​ໃຫ້​ເຫັນ​ຄວາມ​ຍຸຕິທຳ​ຂອງ​ພະເຢໂຫວາ
  • ຄຳພີໄບເບິນ​ຊ່ວຍ​ເຮົາ​ໃຫ້​ເຫັນ​ຄວາມ​ຮັກ​ຂອງ​ພະເຢໂຫວາ
  • ໃຫ້​ຖື​ວ່າ​ຄຳພີໄບເບິນ​ເປັນ “ສິ່ງ​ດີໆ” ທີ່​ມາ​ຈາກ​ພະເຈົ້າ
  • ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່​ມາ​ຈາກ​ພະເຈົ້າ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຂ່າວ​ດີ​ມາ​ຈາກ​ພະເຈົ້າ​ແທ້ໆບໍ?
    ຂ່າວດີຈາກພະເຈົ້າ!
  • ສະຕິ​ປັນຍາ​ໃນ “ຄຳສອນ​ຂອງ​ພະເຈົ້າ”
    ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ
  • ພະຄຳຂອງພະເຈົ້າມີພະລັງ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
ຫ23 ກຸມພາ ໜ້າ 2-7

ບົດຄວາມ​ສຶກສາ​ທີ 6

ສິ່ງ​ທີ່​ຄຳພີໄບເບິນ​ບອກ​ກ່ຽວກັບ​ຜູ້​ແຕ່ງ

ເຈົ້າ​ຕ້ອງ “ຂຽນ​ທຸກ​ຄຳ​ທີ່​ເຮົາ​ເວົ້າ​ກັບ​ເຈົ້າ​ໄວ້​ໃນ​ໜັງສື.”—ຢເຣ. 30:2, ລ.ມ.

ເພງ 96 ປຶ້ມ​ຄຳພີໄບເບິນ​ປຽບ​ເໝືອນ​ຊັບ​ສົມບັດ

ໃຈ​ຄວາມ​ສຳຄັນa

1. ເປັນຫຍັງ​ເຈົ້າ​ຈຶ່ງ​ຮູ້ສຶກ​ຂອບໃຈ​ທີ່​ມີ​ຄຳພີໄບເບິນ?

ເຮົາ​ຮູ້ສຶກ​ຂອບໃຈ​ພະເຢໂຫວາ​ແທ້ໆ​ທີ່​ໃຫ້​ເຮົາ​ມີ​ຄຳພີໄບເບິນ ຍ້ອນ​ຄຳພີໄບເບິນ​ມີ​ຄຳແນະນຳ​ທີ່​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ບັນຫາ​ຕ່າງໆ​ທີ່​ເຮົາ​ເຈິ​ໃນ​ທຸກ​ມື້​ນີ້​ໄດ້. ຄຳພີໄບເບິນ​ຍັງ​ໃຫ້​ຄວາມຫວັງ​ທີ່​ດີ​ເລີດ​ກັບ​ເຮົາ​ເລື່ອງ​ອະນາຄົດ. ແລະ​ທີ່​ສຳຄັນ ຄຳພີໄບເບິນ​ຊ່ວຍ​ເຮົາ​ໃຫ້​ຮູ້ຈັກ​ຄຸນລັກສະນະ​ຕ່າງໆ​ຂອງ​ພະເຢໂຫວາ. ເມື່ອ​ເຮົາ​ຄິດເຖິງ​ຄຸນລັກສະນະ​ເຫຼົ່າ​ນັ້ນ ເຮົາ​ກໍ​ຈະ​ຮູ້ສຶກ​ປະທັບໃຈ​ແລະ​ຢາກ​ເປັນ​ໝູ່​ສະໜິດ​ກັບ​ເພິ່ນ.—ເພງ. 25:14

2. ພະເຢໂຫວາ​ບອກ​ມະນຸດ​ໃຫ້​ຮູ້​ກ່ຽວກັບ​ເພິ່ນ​ໂດຍ​ວິທີ​ໃດ​ແດ່?

2 ພະເຢໂຫວາ​ຢາກ​ໃຫ້​ທຸກ​ຄົນ​ຮູ້ຈັກ​ເພິ່ນ. ໃນ​ອະດີດ​ເພິ່ນ​ບອກ​ໃຫ້​ມະນຸດ​ຮູ້​ກ່ຽວກັບ​ເພິ່ນ​ໂດຍ​ທາງ​ຄວາມ​ຝັນ ນິມິດ ແລະ​ທູດສະຫວັນ. (ຈຊບ. 12:6; ກຈກ. 10:3, 4) ເຮົາ​ຈະ​ບໍ່​ສາມາດ​ຮູ້ຈັກ​ພະເຢໂຫວາ​ໄດ້​ໂດຍ​ທາງ​ຄວາມ​ຝັນ ນິມິດ ຫຼື​ຂ່າວ​ສານ​ຈາກ​ທູດສະຫວັນ​ໄດ້​ເລີຍ​ຖ້າ​ບໍ່​ມີການ​ຂຽນ​ເລື່ອງ​ເຫຼົ່າ​ນັ້ນ. ດັ່ງນັ້ນ ພະເຢໂຫວາ​ຈຶ່ງ​ໃຫ້​ມີ​ຜູ້​ຂຽນ​ສິ່ງ​ທີ່​ເພິ່ນ​ຢາກ​ໃຫ້​ເຮົາ​ຮູ້​ໄວ້​ໃນ​ປຶ້ມ. (ຢເຣ. 30:2) ຍ້ອນ “ທຸກ​ຢ່າງ​ທີ່​ພະເຈົ້າ​ທ່ຽງແທ້​ເຮັດ​ແມ່ນ​ດີ​ທີ່ສຸດ” ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າ​ວິທີ​ທີ່​ເພິ່ນ​ຕິດຕໍ່ສື່ສານ​ກັບ​ເຮົາ​ນັ້ນ​ດີ​ທີ່ສຸດ​ແລະ​ເປັນ​ປະໂຫຍດ​ກັບ​ເຮົາ.—ເພງ. 18:30

3. ພະເຢໂຫວາ​ໄດ້​ເຮັດ​ແນວໃດ​ເພື່ອ​ໃຫ້​ຄຳພີໄບເບິນ​ຢູ່​ມາ​ຮອດ​ເຮົາ​ຈົນ​ເຖິງ​ທຸກ​ມື້​ນີ້? (ເອຊາຢາ 40:8)

3 ອ່ານ​ເອຊາຢາ 40:8. ຄຳພີໄບເບິນ​ມີ​ຄຳແນະນຳ​ທີ່​ດີ​ແລະ​ເປັນ​ປະໂຫຍດ​ແກ່​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ພະເຢໂຫວາ​ມາ​ຫຼາຍ​ພັນ​ປີ​ແລ້ວ. ເປັນ​ແບບນັ້ນ​ໄດ້​ແນວໃດ? ເພາະ​ທີ່​ຈິງ ຄຳພີໄບເບິນ​ຖືກ​ຂຽນ​ໄວ້​ໃນ​ວັດຖຸ​ທີ່​ຍ່ອຍ​ສະ​ຫຼາຍ​ໄດ້. ດັ່ງນັ້ນ ຄຳພີໄບເບິນ​ທີ່​ເປັນ​ຕົ້ນ​ສະບັບ​ດັ້ງເດີມຈຶ່ງ​ບໍ່​ເຫຼືອ​ມາ​ຮອດ​ເຮົາ​ໃນ​ທຸກ​ມື້​ນີ້. ແຕ່​ພະເຢໂຫວາ​ກໍ​ໃຫ້​ມີການ​ຄັດລອກ​ຄຳພີໄບເບິນ​ໄວ້. ເຖິງ​ວ່າ​ຜູ້​ທີ່​ຄັດລອກ​ຈະ​ບໍ່​ແມ່ນ​ຄົນ​ສົມບູນແບບ ແຕ່​ເຂົາເຈົ້າ​ກໍ​ເຮັດ​ວຽກ​ຢ່າງ​ລະ​ມັດ​ລະວັງ​ແລະ​ລະອຽດ​ທີ່​ຖ້ວນ. ນັກ​ຄົ້ນຄວ້າ​ດ້ານ​ຄຳພີໄບເບິນ​ຄົນ​ໜຶ່ງ​ເວົ້າ​ເຖິງ​ພະຄຳພີ​ພາກ​ພາສາ​ເຮັບເຣີ​ວ່າ “ພວກ​ເຮົາ​ໝັ້ນໃຈ​ໄດ້​ເລີຍ​ວ່າ ບໍ່​ມີ​ປຶ້ມ​ໃດ​ໃນ​ສະໄໝ​ກ່ອນ​ທີ່​ໄດ້​ຖ່າຍ​ທອດ​ຢ່າງ​ຖືກຕ້ອງ​ຄື​ກັບ​ຄຳພີໄບເບິນ.” ດັ່ງນັ້ນ ເຖິງ​ວ່າ​ຄຳພີໄບເບິນ​ຈະ​ຖືກ​ຂຽນ​ມາ​ຫຼາຍ​ປີ​ແລ້ວ ແຖມ​ຍັງ​ຂຽນ​ໄວ້​ໃນ​ວັດຖຸ​ທີ່​ຍ່ອຍ​ສະ​ຫຼາຍ​ໄດ້ ແລະ​ຜູ້​ທີ່​ຄັດລອກ​ກໍ​ເປັນ​ຄົນ​ບໍ່​ສົມບູນແບບ ແຕ່​ເຮົາ​ກໍ​ໝັ້ນໃຈ​ວ່າ​ເນື້ອ​ໃນ​ຂອງ​ຄຳພີໄບເບິນ​ທີ່​ເຮົາ​ອ່ານ​ໃນ​ທຸກ​ມື້​ນີ້​ເປັນ​ຄວາມຄິດ​ຂອງ​ພະເຢໂຫວາ​ຜູ້​ທີ່​ແຕ່ງ​ປຶ້ມ​ນີ້​ແທ້ໆ.

4. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດຄວາມ​ນີ້?

4 “ສິ່ງ​ດີໆ​ແລະ​ສົມບູນ​ທຸກ​ຢ່າງ​ມາ​ຈາກ” ພະເຢໂຫວາ. (ຢກບ. 1:17) ຄຳພີໄບເບິນ​ເປັນ​ຂອງຂວັນ​ທີ່​ດີ​ທີ່ສຸດ​ຢ່າງ​ໜຶ່ງ​ທີ່​ພະເຢໂຫວາ​ໄດ້​ໃຫ້​ກັບ​ເຮົາ. ຂອງຂວັນ​ຈະ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ຜູ້​ທີ່​ໃຫ້​ເປັນ​ຄົນ​ແນວໃດ ຮູ້ຈັກ​ເຮົາ​ດີ​ຂະໜາດ​ໃດ ແລະ​ຮູ້ຈັກ​ວ່າ​ເຮົາ​ຕ້ອງການ​ຫຍັງ. ພະເຈົ້າ​ຜູ້​ທີ່​ໃຫ້​ຄຳພີໄບເບິນ​ກັບ​ເຮົາ​ກໍ​ຄື​ກັນ. ເມື່ອ​ເຮົາ​ອ່ານ​ຄຳພີໄບເບິນ​ທີ່​ເປັນ​ຂອງຂວັນ​ທີ່​ມາ​ຈາກ​ພະເຢໂຫວາ ເຮົາ​ກໍ​ຈະ​ໄດ້​ຮຽນຮູ້​ຫຼາຍ​ຢ່າງ​ກ່ຽວກັບ​ເພິ່ນ. ເຮົາ​ໄດ້​ຮຽນຮູ້​ວ່າ​ພະເຢໂຫວາ​ຮູ້ຈັກ​ເຮົາ​ດີ​ສ່ຳ​ໃດ​ແລະ​ຮູ້​ວ່າ​ເຮົາ​ຕ້ອງການ​ຫຍັງ. ໃນ​ບົດຄວາມ​ນີ້​ເຮົາ​ຈະ​ມາ​ເບິ່ງ​ວ່າ ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຄຳພີໄບເບິນ​ກ່ຽວກັບ​ຄຸນລັກສະນະ​ສາມ​ຢ່າງ​ຂອງ​ພະເຢໂຫວາ ເຊັ່ນ: ສະຕິປັນຍາ ຄວາມ​ຍຸຕິທຳ ແລະ​ຄວາມ​ຮັກ​ຂອງ​ເພິ່ນ. ກ່ອນ​ອື່ນ ເຮົາ​ຈະ​ມາ​ເບິ່ງ​ວ່າ​ຄຳພີໄບເບິນ​ຊ່ວຍ​ເຮົາ​ໃຫ້​ເຫັນ​ສະຕິປັນຍາ​ຂອງ​ພະເຢໂຫວາ​ແນວໃດ.

ຄຳພີໄບເບິນ​ຊ່ວຍ​ເຮົາ​ໃຫ້​ເຫັນ​ສະຕິປັນຍາ​ຂອງ​ພະເຢໂຫວາ

5. ຄຳພີໄບເບິນ​ຊ່ວຍ​ເຮົາ​ໃຫ້​ເຫັນ​ສະຕິປັນຍາ​ຂອງ​ພະເຢໂຫວາ​ໃນ​ເລື່ອງ​ຫຍັງ?

5 ພະເຢໂຫວາ​ຮູ້​ວ່າ​ພວກ​ເຮົາ​ຈຳເປັນ​ຕ້ອງ​ມີ​ຄຳແນະນຳ​ທີ່​ສະຫຼາດ​ແລະ​ສຸຂຸມ. ຄຳພີໄບເບິນ​ເຕັມ​ໄປ​ດ້ວຍ​ສະຕິປັນຍາ​ທີ່​ມາ​ຈາກ​ພະເຢໂຫວາ. ຄຳແນະນຳ​ໃນ​ຄຳພີໄບເບິນ​ມີ​ຜົນ​ດີ​ຕໍ່​ຊີວິດ​ຂອງ​ຄົນ​ເຮົາ​ແລະ​ສາມາດ​ປ່ຽນ​ຊີວິດ​ຂອງ​ເຮົາ​ໄດ້. ເມື່ອ​ໂມເຊ​ຂຽນ​ສ່ວນ​ທຳອິດ​ຂອງ​ຄຳພີໄບເບິນ​ແລ້ວ ລາວ​ກໍ​ເວົ້າ​ກັບ​ຄົນ​ອິດສະຣາເອນ​ວ່າ “ກົດໝາຍ​ນີ້​ມີຄ່າ​ຫຼາຍ​ສຳລັບ​ພວກເຈົ້າ ເພາະ​ມັນ​ໝາຍເຖິງ​ຊີວິດ​ຂອງ​ພວກເຈົ້າ.” (ພບຍ. 32:47) ຜູ້​ທີ່​ເຊື່ອຟັງ​ຄຳແນະນຳ​ໃນ​ຄຳພີໄບເບິນ​ຈະ​ມີ​ຄວາມສຸກ​ແລະ​ປະສົບ​ຜົນ​ສຳເລັດ​ໃນ​ຊີວິດ. (ເພງ. 1:2, 3) ເຖິງ​ວ່າ​ຄຳພີໄບເບິນ​ຈະ​ຂຽນ​ມາ​ດົນ​ແລ້ວ ແຕ່​ກໍ​ມີ​ພະລັງ​ທີ່​ສາມາດ​ປ່ຽນ​ຊີວິດ​ຄົນ​ໃຫ້​ດີ​ຂຶ້ນ​ໄດ້ ເຊັ່ນ: ບົດຄວາມ​ຊຸດ “ຄຳພີໄບເບິນ​ປ່ຽນ​ຊີວິດ​ຄົນ” ທີ່​ລົງ​ຢູ່​ໃນ​ເວັບໄຊ jw.org ເຊິ່ງ​ມີ​ປະສົບການ​ຈິງ​ຫຼາຍ​ກວ່າ 50 ເລື່ອງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ ຄຳພີໄບເບິນ​ມີ​ພະລັງ​ແລະ “ເກີດ​ຜົນ​ກັບ [ຄົນ] ທີ່​ເປັນ​ຜູ້​ເຊື່ອຖື” ໃນ​ທຸກ​ມື້​ນີ້.—1ທຊ. 2:13

6. ເປັນຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ຄຳພີໄບເບິນ​ບໍ່​ຄື​ກັບ​ປຶ້ມ​ຫົວ​ອື່ນໆ?

6 ຄຳພີໄບເບິນ​ຕ່າງ​ຈາກ​ປຶ້ມ​ຫົວ​ອື່ນໆ. ເປັນຫຍັງ​ຄື​ເວົ້າ​ແນວ​ນັ້ນ? ເພາະ​ວ່າ​ຜູ້​ທີ່​ແຕ່ງ​ຄຳພີໄບເບິນ​ແມ່ນ​ພະເຢໂຫວາ​ພະເຈົ້າ​ຜູ້​ທີ່​ມີ​ອຳນາດ​ສູງ​ສຸດ​ທີ່​ບໍ່​ມີ​ວັນ​ຕາຍ ແລະ​ສະຫຼາດ​ກວ່າ​ໝົດ​ທຸກ​ຄົນ. ສ່ວນ​ປຶ້ມ​ອື່ນໆ​ຜູ້​ຂຽນ​ກໍ​ຕາຍ​ໄປ​ແລະ​ຄຳແນະນຳ​ອາດ​ຫຼ້າ​ສະໄໝ​ໄປ​ແລ້ວ. ແຕ່​ຫຼັກການ​ໃນ​ຄຳພີໄບເບິນ​ໃຊ້​ໄດ້​ຕະຫຼອດ ທຸກ​ຍຸກ​ທຸກ​ສະໄໝ ແລະ​ເປັນ​ປະໂຫຍດ​ຕໍ່​ທຸກ​ຄົນ ບໍ່​ວ່າ​ຈະ​ຢູ່​ໃນ​ສະໄໝ​ໃດ​ກໍ​ຕາມ. ເມື່ອ​ເຮົາ​ອ່ານ​ຄຳພີໄບເບິນ​ແລ້ວ​ຄິດຕຶກຕອງ ພະເຢໂຫວາ​ກໍ​ຈະ​ໃຊ້​ພະລັງບໍລິສຸດ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ ຈະ​ເອົາ​ຄຳແນະນຳ​ໃນ​ຄຳພີໄບເບິນ​ມາ​ໃຊ້​ໃນ​ຊີວິດ​ແນວໃດ. (ເພງ. 119:27; ມລກີ. 3:16; ຮຣ. 4:12) ເຮົາ​ເຫັນ​ໄດ້​ວ່າ​ພະເຢໂຫວາ​ຜູ້​ທີ່​ແຕ່ງ​ຄຳພີໄບເບິນ​ຢາກ​ຊ່ວຍ​ເຮົາ​ແທ້ໆ. ດັ່ງນັ້ນ ເຮົາ​ຈຶ່ງ​ຢາກ​ອ່ານ​ຄຳພີໄບເບິນ​ທຸກ​ມື້!

ຮູບພາບ: 1. ຄຳພີໄບເບິນ​ໃນ​ຮູບແບບ​ເປັນ​ເຈ້ຍ ເຊັ່ນ: ມ້ວນ​ໜັງສື ໂຄເດັກສ໌ ແບບ​ເປັນ​ເຫຼັ້ມ​ໃນ​ປັດຈຸບັນ ແລະ​ຄຳພີໄບເບິນ​ໃນ​ຮູບແບບ​ເອເລັກໂຕຣນິກ. 2. ຜູ້ຄົນ​ຈາກ​ຫຼາຍ​ເຊື້ອ​ຊາດ​ແລະ​ຫຼາຍ​ວັດທະນະທຳ​ອ່ານ​ຄຳພີໄບເບິນ​ທັງ​ແບບ​ທີ່​ເປັນ​ເຫຼັ້ມ​ແລະ​ແບບ​ເອເລັກໂຕຣນິກ​ບໍ່​ວ່າ​ຈະ​ຢູ່​ເຮືອນ ບ່ອນ​ເຮັດ​ວຽກ ແລະ​ຢູ່​ເທິງ​ລົດ​ໂດຍ​ສານ.

ຄຳພີໄບເບິນ​ຊ່ວຍ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ເປັນ​ນ້ຳໜຶ່ງໃຈດຽວກັນ​ແນວໃດ​ທັງ​ໃນ​ອະດີດ​ແລະ​ໃນ​ປັດຈຸບັນ? (ເບິ່ງ​ຂໍ້ 7-8)

7. ໃນ​ອະດີດ​ຄຳພີໄບເບິນ​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ເປັນ​ນ້ຳໜຶ່ງໃຈດຽວກັນ​ແນວໃດ?

7 ອີກ​ສິ່ງ​ໜຶ່ງ​ທີ່​ຄຳພີໄບເບິນ​ສະແດງ​ໃຫ້​ເຫັນ​ສະຕິປັນຍາ​ຂອງ​ພະເຈົ້າ​ກໍ​ຄື ຄຳພີໄບເບິນ​ຊ່ວຍ​ໃຫ້​ປະຊາຊົນ​ຂອງ​ພະເຈົ້າ​ເປັນ​ນ້ຳໜຶ່ງໃຈດຽວກັນ. ຕອນ​ທີ່​ຄົນ​ອິດສະຣາເອນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ຕາມ​ຄຳ​ສັນຍາ ເຂົາເຈົ້າ​ໄດ້​ຕັ້ງ​ຖິ່ນຖານ​ກະຈັດກະຈາຍ​ກັນ​ຢູ່. ບາງຄົນ​ມີ​ອາຊີບ​ເປັນ​ຄົນ​ຫາ​ປາ ບາງຄົນ​ກໍ​ລ້ຽງ​ສັດ ແລະ​ຄົນ​ອື່ນໆ​ກໍ​ເຮັດ​ໄຮ່​ເຮັດ​ນາ. ນີ້​ຈຶ່ງ​ເຮັດ​ໃຫ້​ເຂົາເຈົ້າ​ອາໄສ​ຢູ່​ໃນ​ພື້ນທີ່​ທີ່​ແຕກຕ່າງ​ກັນ ແຕ່​ພະເຢໂຫວາ​ໄດ້​ຈັດ​ໃຫ້​ຄົນ​ອິດສະຣາເອນ​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ຟັງ​ການ​ອ່ານ​ແລະ​ການ​ອະທິບາຍ​ກົດໝາຍ​ຂອງ​ເພິ່ນ​ໃນ​ຫຼາຍໆ​ໂອກາດ. (ພບຍ. 31:10-13; ນຮຢ. 8:2, 8, 18) ລອງ​ນຶກພາບ​ເບິ່ງ​ວ່າ​ຄົນ​ອິດສະຣາເອນ​ຈະ​ຮູ້ສຶກ​ແນວໃດ​ເມື່ອ​ໄປ​ຮອດ​ເຢຣູຊາເລັມ​ແລະ​ໄດ້​ເຫັນ​ຜູ້​ທີ່​ມີ​ຄວາມເຊື່ອ​ດຽວ​ກັນ​ເປັນ​ລ້ານ​ຄົນ​ທີ່​ມາ​ຈາກ​ທຸກ​ພາກ​ສ່ວນ​ຂອງ​ປະເທດ. ນີ້​ເປັນ​ວິທີ​ທີ່​ພະເຢໂຫວາ​ຊ່ວຍ​ເຂົາເຈົ້າ​ໃຫ້​ເປັນ​ນ້ຳໜຶ່ງໃຈດຽວກັນ. ຕໍ່ມາ​ກໍ​ມີການ​ຕັ້ງ​ປະຊາຄົມ​ຄລິດສະຕຽນ​ເຊິ່ງ​ປະກອບ​ດ້ວຍ​ຜູ້​ຊາຍ​ແລະ​ຜູ້ຍິງ​ທີ່​ເວົ້າ​ພາສາ​ແຕກຕ່າງ​ກັນ ມາ​ຈາກ​ຫຼາຍ​ຊົນຊາດ​ແລະ​ຫຼາຍ​ວັດທະນະທຳ. ແຕ່​ຍ້ອນ​ວ່າ​ທຸກ​ຄົນ​ຮັກ​ຄຳພີໄບເບິນ ເຂົາເຈົ້າ​ຈຶ່ງ​ນະມັດສະການ​ພະເຈົ້າ​ທ່ຽງແທ້​ຢ່າງ​ເປັນ​ນ້ຳໜຶ່ງໃຈດຽວກັນ. ຜູ້​ທີ່​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ຈະ​ເຂົ້າໃຈ​ຄຳພີໄບເບິນ​ໄດ້​ເມື່ອ​ເຂົາເຈົ້າ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ເພື່ອນ​ຮ່ວມ​ຄວາມເຊື່ອ​ແລະ​ຈາກ​ການ​ມາ​ປະຊຸມ​ຮ່ວມ​ກັນ.—ກຈກ. 2:42; 8:30, 31

8. ໃນ​ທຸກ​ມື້​ນີ້ ຄຳພີໄບເບິນ​ເຮັດ​ໃຫ້​ປະຊາຊົນ​ຂອງ​ພະເຢໂຫວາ​ເປັນ​ນ້ຳໜຶ່ງໃຈດຽວກັນ​ແນວໃດ?

8 ໃນ​ທຸກ​ມື້​ນີ້ ພະເຢໂຫວາ​ຍັງ​ໃຊ້​ຄຳພີໄບເບິນ​ເພື່ອ​ສອນ​ແລະ​ເຮັດ​ໃຫ້​ປະຊາຊົນ​ຂອງ​ເພິ່ນ​ເປັນ​ນ້ຳໜຶ່ງໃຈດຽວກັນ. ໃນ​ຄຳພີໄບເບິນ​ຈະ​ມີ​ຄວາມຈິງ​ຫຼາຍ​ເລື່ອງ​ກ່ຽວກັບ​ພະເຢໂຫວາ​ທີ່​ເຮົາ​ຕ້ອງ​ຮູ້. ເຮົາ​ໄດ້​ຟັງ​ການ​ອ່ານ ການ​ອະທິບາຍ ແລະ​ການສຶກສາ​ຄຳພີໄບເບິນ​ເປັນ​ປະຈຳ​ຢູ່​ທີ່​ການ​ປະຊຸມ​ປະຈຳ​ປະຊາຄົມ ການ​ປະຊຸມ​ໝວດ ແລະ​ການ​ປະຊຸມ​ພາກ. ດັ່ງນັ້ນ ເຮົາ​ເຫັນ​ໄດ້​ວ່າ​ຄຳພີໄບເບິນ​ເປັນ​ປຶ້ມ​ທີ່​ສຳຄັນ​ທີ່​ພະເຢໂຫວາ​ໃຊ້​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ຂອງ​ເພິ່ນ “ຮັບໃຊ້​ເພິ່ນ​ຄຽງ​ບ່າ​ຄຽງ​ໄຫຼ່​ກັນ.”—ຊໂຟ. 3:9, ລ.ມ.

9. ເຮົາ​ຕ້ອງ​ເປັນ​ຄົນ​ແບບ​ໃດ​ຈຶ່ງ​ຈະ​ເຂົ້າໃຈ​ຄຳພີໄບເບິນ​ໄດ້? (ລູກາ 10:21)

9 ໃຫ້​ເຮົາ​ມາ​ເບິ່ງ​ຫຼັກ​ຖານ​ອີກ​ຢ່າງ​ໜຶ່ງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ສະຫຼາດ. ຫຼາຍ​ສ່ວນ​ໃນ​ຄຳພີໄບເບິນ​ຖືກ​ຂຽນ​ໃນ​ແບບ​ທີ່​ມີ​ແຕ່​ຄົນ​ຖ່ອມ​ເທົ່າ​ນັ້ນ​ທີ່​ເຂົ້າໃຈ​ໄດ້. (ອ່ານ​ລູກາ 10:21) ບໍ່​ວ່າ​ຄົນ​ຈະ​ຢູ່​ສ່ວນ​ໃດ​ໃນ​ໂລກ ກໍ​ສາມາດ​ຫາ​ອ່ານ​ຄຳພີໄບເບິນ​ໄດ້. ຄື​ກັບ​ທີ່​ນັກ​ຄົ້ນຄວ້າ​ດ້ານ​ຄຳພີໄບເບິນ​ຄົນ​ໜຶ່ງ​ບອກ​ວ່າ: “ຄຳພີໄບເບິນ​ບໍ່​ໄດ້​ເປັນ​ພຽງ​ປຶ້ມ​ທີ່​ຄົນ​ອ່ານ​ຫຼາຍ​ທີ່ສຸດ​ໃນ​ໂລກ​ເທົ່າ​ນັ້ນ ແຕ່​ຍັງ​ເປັນ​ປຶ້ມ​ທີ່​ມີ​ການ​ສຶກສາ​ຄົ້ນຄວ້າ​ຢ່າງ​ລະອຽດ​ຖີ່​ຖ້ວນ​ທີ່ສຸດ​ນຳ.” ແຕ່​ມີ​ພຽງ​ແຕ່​ຄົນ​ຖ່ອມ​ເທົ່າ​ນັ້ນ​ທີ່​ເຂົ້າໃຈ​ຄຳພີໄບເບິນ​ແທ້ໆ​ແລະ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້​ໃນ​ຊີວິດ.—2ກຣ. 3:15, 16

10. ຄຳພີໄບເບິນ​ຊ່ວຍ​ເຮົາ​ໃຫ້​ເຫັນ​ສະຕິປັນຍາ​ຂອງ​ພະເຢໂຫວາ​ໃນ​ແງ່​ໃດ​ອີກ?

10 ຄຳພີໄບເບິນ​ຍັງ​ຊ່ວຍ​ເຮົາ​ໃຫ້​ເຫັນ​ສະຕິປັນຍາ​ຂອງ​ພະເຢໂຫວາ​ໃນ​ອີກ​ແງ່​ໜຶ່ງ. ພະເຢໂຫວາ​ບໍ່​ພຽງ​ແຕ່​ໃຊ້​ຄຳພີໄບເບິນ​ເພື່ອ​ສອນ​ເຮົາ​ເປັນ​ກຸ່ມ​ເທົ່າ​ນັ້ນ ແຕ່​ຍັງ​ສອນ​ແລະ​ໃຫ້​ກຳລັງໃຈ​ເຮົາ​ເປັນ​ສ່ວນຕົວ​ນຳ. ເມື່ອ​ເຮົາ​ອ່ານ​ຄຳພີໄບເບິນ ເຮົາ​ກໍ​ຮູ້​ເລີຍ​ວ່າ​ພະເຢໂຫວາ​ສົນໃຈ​ເຮົາ​ແຕ່​ລະ​ຄົນ​ເປັນ​ສ່ວນ​ຕົວ. (ອຊຢ. 30:21) ຕອນ​ທີ່​ເຈົ້າ​ເຈິ​ບັນຫາ ເຈົ້າ​ເຄີຍ​ຮູ້ສຶກ​ບໍ​ວ່າ​ຂໍ້​ຄຳພີ​ທີ່​ເຈົ້າ​ອ່ານ​ມັນ​ກົງ​ກັບ​ເຈົ້າ​ແທ້ໆ. ເຖິງ​ວ່າ​ພະເຢໂຫວາ​ຈະ​ໃຫ້​ຂຽນ​ຄຳພີໄບເບິນ​ເພື່ອ​ຫຼາຍ​ລ້ານ​ຄົນ ແຕ່​ເປັນຫຍັງ​ຄຳແນະນຳ​ບາງ​ຢ່າງ​ຈຶ່ງ​ກົງ​ກັບ​ຄວາມ​ຕ້ອງການ​ຂອງ​ເຈົ້າ ພໍ​ດີ​ເລີຍ? ທີ່​ເປັນ​ແບບນັ້ນ​ກໍ​ຍ້ອນ​ວ່າ ຜູ້​ທີ່​ແຕ່ງ​ຄຳພີໄບເບິນ​ແມ່ນ​ພະເຢໂຫວາ​ເຊິ່ງ​ເປັນ​ພະເຈົ້າ​ທີ່​ສະຫຼາດ​ທີ່ສຸດ​ໃນ​ເອກະພົບ.—2ຕມ. 3:16, 17

ຄຳພີໄບເບິນ​ຊ່ວຍ​ເຮົາ​ໃຫ້​ເຫັນ​ຄວາມ​ຍຸຕິທຳ​ຂອງ​ພະເຢໂຫວາ

11. ພະເຢໂຫວາ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ ເພິ່ນ​ເປັນ​ພະເຈົ້າ​ທີ່​ບໍ່​ລຳອຽງ​ຕອນ​ທີ່​ໃຫ້​ມີການ​ຂຽນ​ຄຳພີໄບເບິນ?

11 ຄຸນລັກສະນະ​ອີກ​ຢ່າງ​ໜຶ່ງ​ຂອງ​ພະເຢໂຫວາ​ກໍ​ຄື ຄວາມ​ຍຸຕິທຳ. (ພບຍ. 32:4) ຄວາມ​ຍຸຕິທຳ​ກ່ຽວຂ້ອງ​ກັບ​ການ​ບໍ່​ເລືອກ​ໜ້າ​ຄົນ​ຫຼື​ບໍ່​ລຳອຽງ ແລະ​ພະເຢໂຫວາ​ກໍ​ເປັນ​ພະເຈົ້າ​ທີ່​ບໍ່​ລຳອຽງ. (ກຈກ. 10:34, 35; ຣມ. 2:11) ສິ່ງ​ໜຶ່ງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະເຢໂຫວາ​ເປັນ​ພະເຈົ້າ​ທີ່​ບໍ່​ລຳອຽງ​ກໍ​ຄື ເພິ່ນ​ໃຫ້​ມີການ​ຂຽນ​ຄຳພີໄບເບິນ​ໃນ​ຫຼາຍ​ພາສາ. ໃນ​ຄຳພີໄບເບິນ​ສ່ວນ​ທຳອິດ​ມີ 39 ຫົວ ສ່ວນ​ຫຼາຍ​ແມ່ນ​ຂຽນ​ເປັນ​ພາສາ​ເຮັບເຣີ ແລະ​ຂຽນ​ໃນ​ແບບ​ທີ່​ປະຊາຊົນ​ຂອງ​ພະເຢໂຫວາ​ເຂົ້າໃຈ​ໄດ້​ງ່າຍ. ແຕ່​ພໍ​ຮອດ​ສະຕະວັດ​ທຳອິດ ຄົນ​ສ່ວນ​ຫຼາຍ​ໃຊ້​ພາສາ​ກຣີກ. ດັ່ງນັ້ນ ຄຳພີໄບເບິນ​ສ່ວນ​ສຸດທ້າຍ​ທີ່​ມີ 27 ຫົວ​ຈຶ່ງ​ຂຽນ​ເປັນ​ພາສາ​ກຣີກ. ພະເຢໂຫວາ​ບໍ່​ໄດ້​ຈຳກັດ​ວ່າ​ຖ້ອຍຄຳ​ຂອງ​ເພິ່ນ​ຕ້ອງ​ຂຽນ​ເປັນ​ພາສາ​ໃດ​ພາສາ​ໜຶ່ງ​ເທົ່າ​ນັ້ນ. ໃນ​ທຸກ​ມື້​ນີ້ ຢູ່​ທົ່ວ​ໂລກ​ມີ​ປະຊາກອນ​ທັງໝົດ​ເກືອບ 8 ຕື້​ຄົນ ແລະ​ເຂົາເຈົ້າ​ເວົ້າ​ພາສາ​ທີ່​ແຕກຕ່າງ​ກັນ. ແລ້ວ​ຄົນ​ເຫຼົ່າ​ນັ້ນ​ຈະ​ໄດ້​ມີ​ໂອກາດ​ຮຽນຮູ້​ກ່ຽວກັບ​ພະເຢໂຫວາ​ໄດ້​ແນວໃດ?

12. ຄຳ​ພະຍາກອນ​ໃນ​ດານີເອນ 12:4 ເກີດ​ຂຶ້ນ​ແທ້​ແນວໃດ​ໃນ​ສະໄໝ​ສຸດທ້າຍ?

12 ພະເຢໂຫວາ​ໄດ້​ໃຫ້​ຜູ້ພະຍາກອນ​ດານີເອນ​ຂຽນ​ຄຳ​ສັນຍາ​ຂອງ​ເພິ່ນ​ວ່າ ໃນ​ສະໄໝ​ສຸດທ້າຍ “ຄວາມ​ຮູ້​ແທ້” ໃນ​ຄຳພີໄບເບິນ​ຈະ “ມີ​ຢ່າງ​ຫຼວງ​ຫຼາຍ.” (ອ່ານ​ດານີເອນ 12:4, ລ.ມ.) ວິທີ​ໜຶ່ງ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ຮູ້​ແທ້​ໃນ​ຄຳພີໄບເບິນ​ມີ​ຢ່າງ​ຫຼວງ​ຫຼາຍ​ກໍ​ຄື​ໂດຍ​ການ​ແປ ການ​ຈັດພິມ ການ​ແຈກ​ຢາຍ​ຄຳພີໄບເບິນ​ແລະ​ປຶ້ມ​ອື່ນໆ​ທີ່​ອະທິບາຍ​ຄຳພີໄບເບິນ. ຄຳພີໄບເບິນ​ເປັນ​ປຶ້ມ​ທີ່​ໄດ້​ຮັບ​ການ​ແປ​ແລະ​ແຈກ​ຢາຍ​ຫຼາຍ​ທີ່ສຸດ​ໃນ​ໂລກ. ຄຳພີໄບເບິນ​ທີ່​ຜະລິດ​ອອກ​ມາ​ບາງເທື່ອ​ກໍ​ມີ​ລາຄາ​ແພງ​ຫຼາຍ. ແຕ່​ພະຍານ​ພະເຢໂຫວາ​ໄດ້​ແປ​ຄຳພີໄບເບິນ​ແບບ​ຄົບ​ຊຸດ​ແລະ​ບາງ​ສ່ວນ​ຫຼາຍ​ກວ່າ 240 ພາສາ. ຜູ້​ໃດ​ທີ່​ຢາກ​ໄດ້​ຫຼື​ຢາກ​ອ່ານ​ກໍ​ສາມາດ​ຮັບ​ໄດ້​ຟຣີ. ນີ້​ຈຶ່ງ​ເຮັດ​ໃຫ້​ຄົນ​ຈາກ​ທຸກ​ຊາດ​ໄດ້​ຮຽນຮູ້ “ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ” ກ່ອນ​ທີ່​ຈຸດຈົບ​ຈະ​ມາ​ເຖິງ. (ມທ. 24:14) ພະເຈົ້າ​ທີ່​ຍຸຕິທຳ​ຕ້ອງການ​ໃຫ້​ທຸກ​ຄົນ​ໄດ້​ມີ​ໂອກາດ​ຮູ້ຈັກ​ເພິ່ນ​ໂດຍ​ການ​ອ່ານ​ຄຳພີໄບເບິນ. ນີ້​ສະແດງ​ໃຫ້​ເຫັນ​ວ່າ​ພະເຢໂຫວາ​ຮັກ​ເຮົາ​ທຸກ​ຄົນ​ຫຼາຍ​ແທ້ໆ.

ຄຳພີໄບເບິນ​ຊ່ວຍ​ເຮົາ​ໃຫ້​ເຫັນ​ຄວາມ​ຮັກ​ຂອງ​ພະເຢໂຫວາ

13. ຄຳພີໄບເບິນ​ຊ່ວຍ​ເຮົາ​ໃຫ້​ເຫັນ​ຄວາມ​ຮັກ​ຂອງ​ພະເຢໂຫວາ​ແນວໃດ? (ໂຢຮັນ 21:25)

13 ຄຳພີໄບເບິນ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ວ່າ​ຄຸນລັກສະນະ​ທີ່​ເດັ່ນ​ທີ່ສຸດ​ຂອງ​ພະເຢໂຫວາ​ກໍ​ຄື ຄວາມ​ຮັກ. (1ຢຮ. 4:8) ໃຫ້​ເຮົາ​ຄິດເຖິງ​ສິ່ງ​ທີ່​ພະເຢໂຫວາ​ໃຫ້​ຂຽນ​ໄວ້​ໃນ​ຄຳພີໄບເບິນ​ແລະ​ສິ່ງ​ທີ່​ເພິ່ນ​ບໍ່​ໄດ້​ໃຫ້​ຂຽນ​ໄວ້. ສິ່ງ​ທີ່​ພະເຢໂຫວາ​ໃຫ້​ຂຽນ​ໄວ້​ກໍ​ຄື​ສິ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ສະໜິດ​ກັບ​ເພິ່ນ ຊ່ວຍ​ເຮົາ​ໃຫ້​ມີ​ຄວາມສຸກ​ໃນ​ຕອນນີ້ ແລະ​ຊ່ວຍ​ເຮົາ​ໃຫ້​ມີ​ຊີວິດ​ຕະຫຼອດໄປ. ແຕ່​ຍ້ອນ​ພະເຢໂຫວາ​ຮັກ​ເຮົາ​ຫຼາຍ ເພິ່ນ​ຈຶ່ງ​ບໍ່​ໄດ້​ໃຫ້​ຂຽນ​ລາຍ​ລະອຽດ​ປີກ​ຍ່ອຍ​ຫຼາຍ​ເກີນ​ໄປ​ໃນ​ຄຳພີໄບເບິນ.—ອ່ານ​ໂຢຮັນ 21:25

14. ມີ​ສິ່ງ​ໃດ​ອີກ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ພະເຢໂຫວາ​ຮັກ​ເຮົາ?

14 ພະເຢໂຫວາ​ຍັງ​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ​ໂດຍ​ການ​ໃຫ້​ຂຽນ​ຄຳພີໄບເບິນ​ໃນ​ແບບ​ທີ່​ໃຫ້​ກຽດ​ເຮົາ. ພະເຢໂຫວາ​ບໍ່​ໄດ້​ໃຫ້​ຂຽນ​ກົດ​ທຸກ​ຢ່າງ​ເພື່ອ​ຄວບຄຸມ​ຊີວິດ​ເຮົາ​ວ່າ ອັນ​ໃດ​ເຮັດ​ໄດ້ ອັນ​ໃດ​ເຮັດ​ບໍ່​ໄດ້. ແຕ່​ເພິ່ນ​ໄດ້​ໃຊ້​ເລື່ອງ​ຊີວິດ​ຈິງ ຄຳ​ພະຍາກອນ​ທີ່​ໜ້າ​ຕື່ນເຕັ້ນ ແລະ​ຄຳແນະນຳ​ທີ່​ດີ​ຈາກ​ຄຳພີໄບເບິນ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຕັດສິນໃຈ​ໄດ້​ຢ່າງ​ຖືກຕ້ອງ. ນີ້​ຈຶ່ງ​ເຮັດ​ໃຫ້​ເຮົາ​ຮັກ​ແລະ​ຢາກ​ເຊື່ອຟັງ​ເພິ່ນ​ຈາກ​ຫົວໃຈ.

ຮູບພາບ: 1. ເດັກນ້ອຍ​ຜູ້ຍິງ​ອ່ານ​ປຶ້ມ “ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີໄບເບິນ” ແລະ​ຄິດຕຶກຕອງ​ກ່ຽວກັບ​ເລື່ອງ​ຂອງ​ເດັກນ້ອຍ​ຜູ້ຍິງ​ຄົນ​ອິດສະຣາເອນ​ທີ່​ກຳລັງ​ເວົ້າ​ກັບ​ເຈົ້າ​ນາຍ. 2. ພີ່ນ້ອງ​ຊາຍ​ທີ່​ຍັງ​ໜຸ່ມ​ອ່ານ​ຄຳພີໄບເບິນ​ແລະ​ຄິດຕຶກຕອງ​ກ່ຽວກັບ​ເລື່ອງ​ຂອງ​ໂຢເຊັບ​ຕອນ​ທີ່​ກຳລັງ​ໜີ​ຈາກ​ເມຍ​ໂປຕີຟາ. 3. ພີ່ນ້ອງ​ຍິງ​ທີ່​ສູງ​ອາຍຸ​ອ່ານ​ຄຳພີໄບເບິນ​ແລະ​ຄິດຕຶກຕອງ​ກ່ຽວກັບ​ເລື່ອງ​ຂອງ​ຜູ້ພະຍາກອນ​ຍິງ​ອານາ​ທີ່​ເຫັນ​ແອ​ນ້ອຍ​ເຢຊູ.

ເປັນຫຍັງ​ເຮົາ​ຄວນ​ຄິດຕຶກຕອງ​ເຖິງ​ວິທີ​ທີ່​ພະເຢໂຫວາ​ປະຕິບັດ​ກັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃນ​ອະດີດ? (ເບິ່ງ​ຂໍ້ 15)

15. (ກ) ຄຳພີໄບເບິນ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ​ພະເຢໂຫວາ​ເປັນຫ່ວງ​ພວກເຮົາ? (ຂ) ຕາມ​ຮູບພາບ ເດັກນ້ອຍ​ຜູ້ຍິງ ພີ່ນ້ອງ​ຊາຍ ແລະ​ພີ່ນ້ອງ​ຍິງ​ທີ່​ສູງ​ອາຍຸ​ກຳລັງ​ຄິດເຖິງ​ຜູ້​ໃດ​ແດ່​ໃນ​ພະຄຳພີ? (ປຖກ. 39:1, 10-12; 2ກສ. 5:1-3; ລກ. 2:25-38)

15 ຄຳພີໄບເບິນ​ບອກ​ໃຫ້​ຮູ້​ວ່າ​ພະເຢໂຫວາ​ເປັນຫ່ວງ​ພວກ​ເຮົາ​ຫຼາຍ ເພາະ​ຄຳພີໄບເບິນ​ມີ​ເລື່ອງ​ເລົ່າ​ທີ່​ສະແດງ​ໃຫ້​ເຫັນ​ເຖິງ​ອາລົມ​ຄວາມ​ຮູ້ສຶກ​ຂອງ​ຄົນ​ເຮົາ. ເຮົາ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ຄົນ​ໃນ​ສະໄໝ​ທີ່​ຂຽນ​ຄຳພີໄບເບິນ​ໄດ້ ເພາະ​ເຂົາເຈົ້າ “ເປັນ​ຄົນ​ທຳມະດາ​ຄື​ພວກ​ເຮົາ.” (ຢກບ. 5:17) ທີ່​ສຳຄັນ ເມື່ອ​ເຫັນ​ວິທີ​ທີ່​ພະເຢໂຫວາ​ປະຕິບັດ​ກັບ​ເຂົາເຈົ້າ ກໍ​ສະແດງ​ໃຫ້​ເຫັນ​ເລີຍ​ວ່າ “ພະເຢໂຫວາ​ເມດຕາ​ແລະ​ມີ​ຄວາມ​ເຫັນອົກເຫັນໃຈ​ແທ້ໆ.”—ຢກບ. 5:11

16. ເມື່ອ​ເຮົາ​ອ່ານ​ຄຳພີໄບເບິນ​ກ່ຽວກັບ​ຜູ້​ທີ່​ເຮັດ​ຜິດ​ພາດ ເຮົາ​ໄດ້​ຮຽນຮູ້​ຫຍັງ​ກ່ຽວກັບ​ພະເຢໂຫວາ? (ເອຊາຢາ 55:7)

16 ຄຳພີໄບເບິນ​ຍັງ​ຊ່ວຍ​ເຮົາ​ໃຫ້​ເຫັນ​ຄວາມ​ຮັກ​ຂອງ​ພະເຢໂຫວາ​ໃນ​ອີກ​ແງ່​ໜຶ່ງ. ຄຳພີໄບເບິນ​ຮັບຮອງ​ກັບ​ເຮົາ​ວ່າ ພະເຢໂຫວາ​ຈະ​ບໍ່​ປະຖິ້ມ​ເຮົາ​ເຖິງ​ວ່າ​ເຮົາ​ຈະ​ເຮັດ​ຜິດ​ພາດ. ຄົນ​ອິດສະຣາເອນ​ໄດ້​ເຮັດ​ຜິດ​ຕໍ່​ພະເຢໂຫວາ​ຊ້ຳ​ແລ້ວ​ຊ້ຳ​ອີກ ແຕ່​ເມື່ອ​ເຂົາເຈົ້າ​ກັບໃຈ​ແທ້ໆ​ເພິ່ນ​ກໍ​ໃຫ້​ອະໄພ. (ອ່ານ​ເອຊາຢາ 55:7) ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ກໍ​ຄື​ກັນ. ເຂົາເຈົ້າ​ຮູ້​ວ່າ​ພະເຢໂຫວາ​ຮັກ​ເຂົາເຈົ້າ​ຫຼາຍ. ອັກຄະສາວົກ​ໂປໂລ​ໄດ້​ຮັບ​ການ​ດົນໃຈ​ໃຫ້​ຂຽນ​ເພື່ອ​ກະຕຸ້ນ​ຄລິດສະຕຽນ “ໃຫ້​ອະໄພ​ແລະ​ປອບ​ໃຈ” ຜູ້​ຊາຍ​ທີ່​ໄດ້​ເຮັດ​ຜິດ​ຮ້າຍແຮງ​ແຕ່​ໄດ້​ກັບໃຈ​ແລ້ວ. (2ກຣ. 2:6, 7; 1ກຣ. 5:1-5) ເປັນ​ສິ່ງ​ທີ່​ໜ້າ​ປະທັບໃຈ​ແທ້ໆ​ທີ່​ພະເຢໂຫວາ​ບໍ່​ໄດ້​ປະຖິ້ມ​ເຂົາເຈົ້າ! ແຕ່​ຍ້ອນ​ເພິ່ນ​ຮັກ​ເຂົາເຈົ້າ ເພິ່ນ​ຈຶ່ງ​ຊ່ວຍ​ເຂົາເຈົ້າ​ໃຫ້​ປ່ຽນແປງ​ໂຕເອງ​ແລະ​ເຊີນ​ໃຫ້​ມາ​ເປັນ​ໝູ່​ກັບ​ເພິ່ນ​ອີກ. ໃນ​ທຸກ​ມື້​ນີ້ ພະເຢໂຫວາ​ກໍ​ສັນຍາ​ວ່າ​ຈະ​ເຮັດ​ແບບ​ດຽວ​ກັນ​ກັບ​ຜູ້​ຮັບໃຊ້​ທີ່​ກັບໃຈ​ແລ້ວ​ທຸກ​ຄົນ.—ຢກບ. 4:8-10

ໃຫ້​ຖື​ວ່າ​ຄຳພີໄບເບິນ​ເປັນ “ສິ່ງ​ດີໆ” ທີ່​ມາ​ຈາກ​ພະເຈົ້າ

17. ເປັນຫຍັງ​ຄຳພີໄບເບິນ​ຈຶ່ງ​ເປັນ​ຂອງຂວັນ​ທີ່​ມີຄ່າ​ຫຼາຍ​ແທ້ໆ?

17 ພະເຢໂຫວາ​ໄດ້​ໃຫ້​ຂອງຂວັນ​ທີ່​ມີຄ່າ​ທີ່ສຸດ​ກັບ​ເຮົາ ນັ້ນ​ກໍ​ຄື​ຄຳພີໄບເບິນ. ເຮົາ​ໄດ້​ຮຽນ​ວ່າ​ຄຳພີໄບເບິນ​ບອກ​ໃຫ້​ຮູ້​ກ່ຽວກັບ​ສະຕິປັນຍາ ຄວາມ​ຍຸຕິທຳ ແລະ​ຄວາມ​ຮັກ​ຂອງ​ພະເຢໂຫວາ. ແລະ​ຄຳພີໄບເບິນ​ຍັງ​ບອກ​ໃຫ້​ຮູ້​ອີກ​ວ່າ ພະເຢໂຫວາ​ຢາກ​ໃຫ້​ເຮົາ​ຮູ້ຈັກ​ເພິ່ນ​ແລະ​ເປັນ​ໝູ່​ກັບ​ເພິ່ນ.

18. ເຮົາ​ຈະ​ສະແດງ​ໃຫ້​ເຫັນ​ແນວໃດ​ວ່າ ເຮົາ​ເຫັນຄ່າ​ຄຳພີໄບເບິນ​ທີ່​ເປັນ “ສິ່ງ​ດີໆ” ທີ່​ມາ​ຈາກ​ພະເຈົ້າ?

18 ເຮົາ​ຢາກ​ຈື່​ໄວ້​ສະເໝີ​ວ່າ ຄຳພີໄບເບິນ​ເປັນ “ສິ່ງ​ດີໆ” ທີ່​ມາ​ຈາກ​ພະເຈົ້າ. (ຢກບ. 1:17) ດັ່ງນັ້ນ ເຮົາ​ຢາກ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຫັນຄ່າ​ຄຳພີໄບເບິນ​ໂດຍ​ການ​ອ່ານ​ແລະ​ຄິດຕຶກຕອງ​ສິ່ງ​ທີ່​ໄດ້​ອ່ານ​ເປັນ​ປະຈຳ. ເມື່ອ​ເຮົາ​ເຮັດ​ແບບນັ້ນ ເຮົາ​ກໍ​ໝັ້ນໃຈ​ໄດ້​ວ່າ​ພະເຢໂຫວາ​ຜູ້​ທີ່​ແຕ່ງ​ຄຳພີໄບເບິນ​ຈະ​ອວຍພອນ​ເຮົາ​ທີ່​ພະຍາຍາມ​ເຮັດ​ແບບນັ້ນ. ແລະ​ເຮົາ​ກໍ “ຈະ​ພົບ​ຄວາມ​ຮູ້​ກ່ຽວກັບ​ພະເຈົ້າ.”—ສຸພາ. 2:5, ລ.ມ.

ຄຳພີໄບເບິນ​ບອກ​ໃຫ້​ເຮົາ​ຮູ້​ຫຍັງ​ກ່ຽວກັບ​ຄຸນລັກສະນະ​ຂອງ​ພະເຢໂຫວາ . . .

  • ສະຕິປັນຍາ?

  • ຄວາມ​ຍຸຕິທຳ?

  • ຄວາມ​ຮັກ?

ເພງ 98 ພະຄຳພີ​ຂຽນ​ຂຶ້ນ​ໂດຍ​ການ​ດົນໃຈ​ຈາກ​ພະເຈົ້າ

a ຄຳພີໄບເບິນ​ຊ່ວຍ​ເຮົາ​ໃຫ້​ໃກ້ຊິດ​ກັບ​ພະເຢໂຫວາ. ຄຳພີໄບເບິນ​ສອນ​ເຮົາ​ເລື່ອງ​ສະຕິປັນຍາ ຄວາມ​ຍຸຕິທຳ ແລະ​ຄວາມ​ຮັກ​ຂອງ​ເພິ່ນ. ເມື່ອ​ເຮົາ​ຮຽນ​ເລື່ອງ​ນີ້ ເຮົາ​ກໍ​ຈະ​ເຫັນຄ່າ​ຄຳພີໄບເບິນ​ຫຼາຍ​ຂຶ້ນ​ແລະ​ເຫັນ​ວ່າ​ຄຳພີໄບເບິນ​ເປັນ​ຂອງຂວັນ​ຈາກ​ພໍ່​ທີ່​ຢູ່​ໃນ​ສະຫວັນ​ຂອງ​ເຮົາ​ແທ້ໆ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌