ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ19 ກຸມພາ ໜ້າ 2-7
  • ໃຫ້​ຮັກສາ​ຄວາມ​ສັດ​ຊື່​ຂອງ​ເຈົ້າ​ຕໍ່ໆໄປ!

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໃຫ້​ຮັກສາ​ຄວາມ​ສັດ​ຊື່​ຂອງ​ເຈົ້າ​ຕໍ່ໆໄປ!
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຄວາມ​ສັດ​ຊື່​ແມ່ນ​ຫຍັງ?
  • ເປັນ​ຫຍັງ​ເຮົາ​ຕ້ອງ​ສັດ​ຊື່?
  • ເຮົາ​ຈະ​ຮັກສາ​ຄວາມ​ສັດ​ຊື່​ໃນ​ສະໄໝ​ນີ້​ໄດ້​ແນວ​ໃດ?
  • ໂຢບຮັກສາຄວາມສັດຊື່ເຖິງແມ່ນຖືກທົດລອງ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
  • ໂຢບ​ຮັກສາ​ຄວາມ​ສັດ​ຊື່​ໝັ້ນ​ຄົງ
    ຄຳພີໄບເບິນ—ບອກເລື່ອງຫຍັງ?
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
ຫ19 ກຸມພາ ໜ້າ 2-7

ບົດ​ຄວາມ​ສຶກສາ​ທີ 6

ໃຫ້​ຮັກສາ​ຄວາມ​ສັດ​ຊື່​ຂອງ​ເຈົ້າ​ຕໍ່ໆໄປ!

“ຂ້ອຍ​ຈະ​ສັດ​ຊື່​ຕໍ່​ພະເຈົ້າ​ຈົນ​ວັນ​ຕາຍ!”—ໂຢບ 27:5, ລ.ມ.

ເພງ 34 ສັດ​ຊື່​ຕໍ່​ພະເຈົ້າ​ສະເໝີ

ໃຈ​ຄວາມ​ສຳຄັນa

1. ພະຍານ​ພະ​ເຢໂຫວາ 3 ຄົນ​ໃນ​ຂໍ້​ນີ້​ຢືນຢັດ​ຢູ່​ຝ່າຍ​ພະ​ເຢໂຫວາ​ແນວ​ໃດ?

ລອງ​ນຶກ​ພາບ​ເຖິງ 3 ເຫດການ​ຕໍ່​ໄປ​ນີ້​ທີ່​ກ່ຽວ​ຂ້ອງ​ກັບ​ພະຍານ​ພະ​ເຢໂຫວາ: (1) ເດັກ​ຍິງ​ຄົນ​ໜຶ່ງ​ຢູ່​ໂຮງ​ຮຽນ ອາຈານ​ໄດ້​ບອກ​ໃຫ້​ນັກ​ຮຽນ​ທຸກ​ຄົນ​ໃນ​ຫ້ອງ​ມາ​ສະຫຼອງ​ບຸນ​ໜຶ່ງ​ຢູ່​ໂຮງ​ຮຽນ. ແຕ່​ເດັກ​ນ້ອຍ​ຄົນ​ນີ້​ຮູ້​ວ່າ​ການ​ສະຫຼອງ​ບຸນ​ນີ້​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ພໍ​ໃຈ ດັ່ງ​ນັ້ນ ລາວ​ຈຶ່ງ​ເວົ້າ​ປະຕິເສດ​ດ້ວຍ​ຄວາມ​ນັບຖື​ວ່າ​ຈະ​ບໍ່​ເຂົ້າ​ຮ່ວມ. (2) ຊາຍ​ໜຸ່ມ​ຂີ້​ອາຍ​ຄົນ​ໜຶ່ງ​ໄປ​ປະກາດ​ຕາມ​ບ້ານ​ເຮືອນ. ລາວ​ຮູ້​ວ່າ​ເຮືອນ​ຫຼັງ​ຕໍ່​ໄປ​ເປັນ​ເຮືອນ​ຂອງ​ໝູ່​ທີ່​ຢູ່​ໂຮງ​ຮຽນ​ເຊິ່ງ​ມັກ​ເວົ້າ​ເຍາະ​ເຍີ້ຍ​ພະຍານ​ພະ​ເຢໂຫວາ ແຕ່​ລາວ​ກໍ​ໄປ​ປະກາດ​ຢູ່​ເຮືອນ​ຫຼັງ​ນັ້ນ​ແລະ​ເຄາະ​ປະຕູ. (3) ຜູ້​ຊາຍ​ຄົນ​ໜຶ່ງ​ເຮັດ​ວຽກ​ໜັກ​ເພື່ອ​ຫາ​ລ້ຽງ​ຄອບຄົວ ມີ​ມື້​ໜຶ່ງ​ຫົວ​ໜ້າ​ບອກ​ໃຫ້​ລາວ​ເຮັດ​ບາງ​ສິ່ງ​ທີ່​ບໍ່​ສັດ​ຊື່​ຫຼື​ຜິດ​ກົດ​ໝາຍ. ເຖິງ​ວ່າ​ລາວ​ອາດ​ຈະ​ຖືກ​ໄລ່​ອອກ​ຈາກ​ວຽກ ແຕ່​ລາວ​ກໍ​ກ້າ​ອະທິບາຍ​ກັບ​ຫົວ​ໜ້າ​ວ່າ​ລາວ​ຕ້ອງ​ສັດ​ຊື່​ແລະ​ເຊື່ອ​ຟັງ​ກົດ​ໝາຍ ເພາະ​ພະເຈົ້າ​ໄດ້​ຮຽກ​ຮ້ອງ​ໃຫ້​ຜູ້​ຮັບໃຊ້​ຂອງ​ພະອົງ​ເຮັດ​ແບບ​ນັ້ນ.—ໂລມ 13:1-4; ເຫບ. 13:18

2. ເຮົາ​ຈະ​ພິຈາລະນາ​ຄຳຖາມ​ຫຍັງ ແລະ​ຍ້ອນ​ຫຍັງ?

2 ເຈົ້າ​ໄດ້​ເຫັນ​ຄຸນ​ລັກສະນະ​ຫຍັງ​ໃນ 3 ຄົນ​ນີ້? ເຈົ້າ​ອາດ​ສັງເກດ​ເຫັນ​ວ່າ​ເຂົາ​ເຈົ້າ​ມີ​ຄຸນ​ລັກສະນະ​ຫຼາຍ​ຢ່າງ​ເຊັ່ນ: ຄວາມ​ກ້າຫານ​ແລະ​ຄວາມ​ສັດ​ຊື່. ແຕ່​ມີ​ຄຸນ​ລັກສະນະ​ໜຶ່ງ​ທີ່​ໂດດ​ເດັ່ນ​ເປັນ​ພິເສດ​ຄື ຄວາມ​ສັດ​ຊື່. ທັງ 3 ຄົນ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ສັດ​ຊື່​ພັກດີ​ຕໍ່​ພະ​ເຢໂຫວາ​ແລະ​ບໍ່​ຍອມ​ຝ່າ​ຝືນ​ມາດຕະຖານ​ຂອງ​ພະອົງ. ຄວາມ​ສັດ​ຊື່​ໄດ້​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ເຮັດ​ສິ່ງ​ທີ່​ເຮົາ​ໄດ້​ອ່ານ​ໃນ​ຂໍ້​ຜ່ານ​ມາ. ແນ່ນອນ ພະ​ເຢໂຫວາ​ພູມ​ໃຈ​ທີ່​ເຂົາ​ເຈົ້າ​ສັດ​ຊື່​ຕໍ່​ພະອົງ. ເຮົາ​ກໍ​ຄື​ກັນ ເຮົາ​ກໍ​ຢາກ​ໃຫ້​ພະ​ເຢໂຫວາ​ພໍ່​ໃນ​ສະຫວັນ​ພູມ​ໃຈ. ດັ່ງ​ນັ້ນ ໃຫ້​ເຮົາ​ພິຈາລະນາ​ຄຳຖາມ​ຕໍ່​ໄປ​ນີ້: ຄວາມ​ສັດ​ຊື່​ແມ່ນ​ຫຍັງ? ເປັນ​ຫຍັງ​ເຮົາ​ຕ້ອງ​ເປັນ​ຄົນ​ສັດ​ຊື່? ເຮົາ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຕັ້ງ​ໃຈ​ໃຫ້​ຫຼາຍ​ຂຶ້ນ​ທີ່​ຈະ​ຮັກສາ​ຄວາມ​ສັດ​ຊື່​ໃນ​ສະໄໝ​ທີ່​ຍາກ​ລຳບາກ​ນີ້?

ຄວາມ​ສັດ​ຊື່​ແມ່ນ​ຫຍັງ?

3. (ກ) ຄວາມ​ສັດ​ຊື່​ໝາຍ​ເຖິງ​ຫຍັງ​ສຳລັບ​ຜູ້​ຮັບໃຊ້​ພະ​ເຢໂຫວາ? (ຂ) ມີ​ຕົວຢ່າງ​ຫຍັງ​ແດ່​ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ຄວາມ​ສັດ​ຊື່?

3 ສຳລັບ​ຜູ້​ຮັບໃຊ້​ພະ​ເຢໂຫວາ ຄວາມ​ສັດ​ຊື່​ໝາຍ​ເຖິງ​ການ​ຮັກ​ພະອົງ​ສຸດ​ຫົວໃຈ​ແລະ​ເຫຼື້ອມ​ໃສ​ໃນ​ພະອົງ​ບໍ່​ປ່ຽນ​ແປງ. ເຮົາ​ຕ້ອງ​ຄິດ​ເຖິງ​ພະອົງ​ກ່ອນ​ສະເໝີ​ບໍ່​ວ່າ​ເຮົາ​ຈະ​ຕັດສິນ​ໃຈ​ຫຍັງ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ຄຳ​ວ່າ​ຄວາມ​ສັດ​ຊື່​ທີ່​ໃຊ້​ໃນ​ຄຳພີ​ໄບເບິນ. ຕົວຢ່າງ: ຕາມ​ກົດ​ໝາຍ​ຂອງ​ໂມເຊ​ບອກ​ວ່າ​ຊາວ​ອິດສະລາແອນ​ທີ່​ຈະ​ເອົາ​ສັດ​ມາ​ຖວາຍ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ​ຕ້ອງ​ເປັນ​ສັດ​ທີ່​ດີ​ຫຼື​ສົມບູນ​ແຂງແຮງ.b (ເລວີ. 22:21, 22) ຕາມ​ກົດ​ໝາຍ​ແລ້ວ​ບໍ່​ອະນຸຍາດ​ໃຫ້​ຖວາຍ​ສັດ​ທີ່​ພິການ ເຊັ່ນ: ຂາ​ຂາດ ຫູ​ແວ່ງ ຫຼື​ຕາ​ບອດ ແລະ​ສັດ​ທີ່​ເປັນ​ພະຍາດ. ເປັນ​ເລື່ອງ​ສຳຄັນ​ສຳລັບ​ພະ​ເຢໂຫວາ​ທີ່​ສັດ​ຈະ​ຕ້ອງ​ເປັນ​ສັດ​ທີ່​ດີ ຄົບ​ຖ້ວນ​ແລະ​ບໍ່​ມີ​ຕຳໜິ. (ມລກີ. 1:6-9) ເຮົາ​ເຂົ້າ​ໃຈ​ໄດ້​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ມັກ​ສິ່ງ​ທີ່​ດີ​ແລະ​ຄົບ​ຖ້ວນ. ຕົວຢ່າງ: ຕອນ​ທີ່​ເຮົາ​ໄປ​ຊື້​ເຄື່ອງ ເຊັ່ນ ໝາກ​ໄມ້ ປຶ້ມ ຫຼື​ເຄື່ອງ​ມື ເຮົາ​ຄົງ​ບໍ່​ຢາກ​ໄດ້​ອັນ​ທີ່​ເປັນ​ຮູ​ຫຼື​ບາງ​ຊິ້ນ​ສ່ວນ​ຂາດ​ໄປ. ເຮົາ​ຢາກ​ໄດ້​ອັນ​ທີ່​ດີ ຄົບ​ຖ້ວນ ແລະ​ບໍ່​ມີ​ຕຳໜິ. ພະ​ເຢໂຫວາ​ກໍ​ຮູ້ສຶກ​ແບບ​ນັ້ນ​ຄື​ກັນ ເຮົາ​ຕ້ອງ​ໃຫ້​ຄວາມ​ຮັກ​ແລະ​ຄວາມ​ພັກດີ​ກັບ​ພະອົງ​ໃນ​ແບບ​ທີ່​ດີ​ທີ່​ສຸດ ຄົບ​ຖ້ວນ ແລະ​ບໍ່​ມີ​ຕຳໜິ.

4. (ກ) ເປັນ​ຫຍັງ​ຄົນ​ທີ່​ບໍ່​ສົມບູນ​ແບບ​ສາມາດ​ຮັກສາ​ຄວາມ​ສັດ​ຊື່​ໄດ້? (ຂ) ໃນ​ຄຳເພງ 103:12-14 ບອກ​ວ່າ​ພະ​ເຢໂຫວາ​ຄາດ​ໝາຍ​ຫຍັງ​ຈາກ​ເຮົາ?

4 ເຮົາ​ຄິດ​ວ່າ​ເຮົາ​ຕ້ອງ​ເປັນ​ຄົນ​ສົມບູນ​ແບບ​ກ່ອນ​ບໍ​ຈຶ່ງ​ຈະ​ຮັກສາ​ຄວາມ​ສັດ​ຊື່​ໄດ້? ເຮົາ​ອາດ​ຮູ້ສຶກ​ວ່າ​ຕົວ​ເອງ​ມີ​ຂໍ້​ບົກ​ຜ່ອງ​ແລະ​ເຮັດ​ຜິດ​ພາດ​ເລື້ອຍໆ. ຂໍ​ໃຫ້​ພິຈາລະນາ​ເຫດຜົນ 2 ຢ່າງ​ວ່າ​ເປັນ​ຫຍັງ​ເຮົາ​ບໍ່​ຈຳເປັນ​ຕ້ອງ​ສົມບູນ​ແບບ​ກ່ອນ​ຈຶ່ງ​ຈະ​ສັດ​ຊື່​ໄດ້. ທຳອິດ ພະ​ເຢໂຫວາ​ບໍ່​ໄດ້​ເບິ່ງ​ໄປ​ທີ່​ຂໍ້​ບົກ​ຜ່ອງ​ຂອງ​ເຮົາ. ຄຳພີ​ໄບເບິນ​ບອກ​ວ່າ: “ໂອ້​ພະ​ເຢໂຫວາ ຖ້າ​ພະອົງ​ຈະ​ກວດ​ເບິ່ງ​ການ​ອະທຳ​ທັງ​ຫຼາຍ ໂອ້​ພະອົງ​ເຈົ້າ​ໃຜ​ຈະ​ຢັ້ງຢືນ​ໄດ້?” (ເພງ. 130:3) ພະອົງ​ຮູ້​ວ່າ​ເຮົາ​ບໍ່​ສົມບູນ​ແບບ ເປັນ​ມະນຸດ​ຜິດ​ບາບ ແລະ​ພະອົງ​ກໍ​ໃຫ້​ອະໄພ​ເຮົາ​ຢ່າງ​ໃຈ​ກວ້າງ. (ເພງ. 86:5) ທີ​ສອງ ພະອົງ​ຮູ້ຈັກ​ຂີດ​ຈຳກັດ​ຂອງ​ເຮົາ ແລະ​ພະອົງ​ບໍ່​ໄດ້​ຄາດ​ໝາຍ​ເກີນ​ຄວາມ​ສາມາດ​ຂອງ​ເຮົາ. (ອ່ານ​ຄຳເພງ 103:12-14) ແລ້ວ​ເຮົາ​ຈະ​ເປັນ​ຄົນ​ທີ່​ດີ ຄົບ​ຖ້ວນ​ຫຼື​ບໍ່​ມີ​ຕຳໜິ​ໃນ​ສາຍ​ຕາ​ຂອງ​ພະອົງ​ໄດ້​ແນວ​ໃດ?

5. ເປັນ​ຫຍັງ​ຜູ້​ຮັບໃຊ້​ພະ​ເຢໂຫວາ​ຕ້ອງ​ມີ​ຄວາມ​ຮັກ​ເພື່ອ​ຈະ​ຮັກສາ​ຄວາມ​ສັດ​ຊື່​ໄດ້?

5 ສຳລັບ​ຜູ້​ຮັບໃຊ້​ພະ​ເຢໂຫວາ ສິ່ງ​ສຳຄັນ​ທີ່​ຈະ​ຊ່ວຍ​ໃຫ້​ເຮົາ​ສັດ​ຊື່​ຕໍ່​ພະອົງ​ຄື​ຄວາມ​ຮັກ. ຄວາມ​ຮັກ​ແລະ​ຄວາມ​ເຫຼື້ອມ​ໃສ​ທີ່​ເຮົາ​ມີ​ຕໍ່​ພະເຈົ້າ​ຜູ້​ເປັນ​ພໍ່​ໃນ​ສະຫວັນ​ຕ້ອງ​ດີ ຄົບ​ຖ້ວນ ແລະ​ບໍ່​ມີ​ຕຳໜິ. ຖ້າ​ຄວາມ​ຮັກ​ຂອງ​ເຮົາ​ເປັນ​ແບບ​ນັ້ນ​ສະເໝີ​ເຖິງ​ວ່າ​ເຮົາ​ກຳລັງ​ຖືກ​ທົດ​ສອບ ເຮົາ​ກໍ​ຍັງ​ຈະ​ສັດ​ຊື່​ຕໍ່ໆໄປ. (1 ຂ່າວ. 28:9; ມັດ. 22:37) ຂໍ​ໃຫ້​ຄິດ​ເຖິງ​ພະຍານ​ພະ​ເຢໂຫວາ 3 ຄົນ​ອີກ​ເທື່ອ​ໜຶ່ງ​ທີ່​ເວົ້າ​ເຖິງ​ໃນ​ຕອນ​ທຳອິດ. ເປັນ​ຫຍັງ​ເຂົາ​ເຈົ້າ​ເຮັດ​ແບບ​ນັ້ນ? ເດັກ​ຍິງ​ບໍ່​ຢາກ​ມ່ວນ​ຊື່ນ​ຢູ່​ໂຮງ​ຮຽນ​ບໍ ຫຼື​ຊາຍ​ໜຸ່ມ​ຄົນ​ນັ້ນ​ຢາກ​ອັບອາຍ​ຂາຍ​ໜ້າ​ຢູ່​ໜ້າ​ປະຕູ​ບໍ ຫຼື​ຜູ້​ຊາຍ​ທີ່​ມີ​ຄອບຄົວ​ຢາກ​ຕົກ​ວຽກ​ບໍ? ບໍ່. ເຂົາ​ເຈົ້າ​ຮູ້​ວ່າ​ພະ​ເຢໂຫວາ​ມີ​ມາດຕະຖານ​ທີ່​ຖືກຕ້ອງ​ຊອບທຳ ແລະ​ເຂົາ​ເຈົ້າ​ຢາກ​ເຮັດ​ສິ່ງ​ທີ່​ພະອົງ​ພໍ​ໃຈ. ຍ້ອນ​ເຂົາ​ເຈົ້າ​ຮັກ​ພະອົງ ເຂົາ​ເຈົ້າ​ຈຶ່ງ​ຄິດ​ເຖິງ​ພະອົງ​ສະເໝີ​ກ່ອນ​ທີ່​ຈະ​ຕັດສິນ​ໃຈ​ເລື່ອງ​ຕ່າງໆ. ໂດຍ​ວິທີ​ນີ້​ເຂົາ​ເຈົ້າ​ກໍ​ພິສູດ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ສັດ​ຊື່​ແທ້ໆ.

ເປັນ​ຫຍັງ​ເຮົາ​ຕ້ອງ​ສັດ​ຊື່?

6. (ກ) ເປັນ​ຫຍັງ​ເຈົ້າ​ຕ້ອງ​ຮັກສາ​ຄວາມ​ສັດ​ຊື່? (ຂ) ອັນ​ໃດ​ເຮັດ​ໃຫ້​ອາດາມ​ແລະ​ເອວາ​ບໍ່​ສັດ​ຊື່​ຕໍ່​ພະເຈົ້າ?

6 ເປັນ​ຫຍັງ​ເຮົາ​ຕ້ອງ​ສັດ​ຊື່? ເຮົາ​ຕ້ອງ​ສັດ​ຊື່​ເພາະ​ຊາຕານ​ທ້າທາຍ​ພະ​ເຢໂຫວາ​ແລະ​ມັນ​ກໍ​ທ້າທາຍ​ເຈົ້າ​ຄື​ກັນ. ໃຫ້​ຫວນ​ກັບ​ໄປ​ທີ່​ສວນ​ເອເດນ ທູດ​ສະຫວັນ​ທີ່​ກະບົດ​ນີ້​ກາຍ​ເປັນ​ຊາຕານ​ຫຼື “ຜູ້​ຕໍ່​ຕ້ານ.” ມັນ​ພະຍາຍາມ​ທຳລາຍ​ຊື່ສຽງ​ຂອງ​ພະ​ເຢໂຫວາ​ໂດຍ​ບອກ​ວ່າ​ພະອົງ​ເປັນ​ຜູ້​ປົກຄອງ​ທີ່​ບໍ່​ດີ ເຫັນ​ແກ່​ຕົວ​ແລະ​ບໍ່​ຊື່​ສັດ. ໜ້າ​ເສົ້າ​ທີ່​ອາດາມ​ແລະ​ເອວາ​ເລືອກ​ຢູ່​ຝ່າຍ​ຊາຕານ​ທີ່​ກະບົດ​ຕໍ່​ພະ​ເຢໂຫວາ. (ຕົ້ນ. 3:1-6) ຊີວິດ​ໃນ​ສວນ​ເອເດນ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ໂອກາດ​ຫຼາຍ​ຢ່າງ​ທີ່​ຈະ​ເສີມ​ສ້າງ​ຄວາມ​ຮັກ​ຕໍ່​ພະ​ເຢໂຫວາ. ແຕ່​ຕອນ​ທີ່​ຊາຕານ​ມາ​ທ້າທາຍ ຄວາມ​ຮັກ​ທີ່​ເຂົາ​ເຈົ້າ​ມີ​ຕໍ່​ພະ​ເຢໂຫວາ​ບໍ່​ໄດ້​ດີ​ທີ່​ສຸດ ບໍ່​ຄົບ​ຖ້ວນ ແລະ​ມີ​ຕຳໜິ. ດັ່ງ​ນັ້ນ​ຈຶ່ງ​ເກີດ​ມີ​ຄຳຖາມ​ທີ່​ວ່າ: ຈະ​ມີ​ມະນຸດ​ຄົນ​ໃດ​ບໍ​ທີ່​ຈະ​ພັກດີ​ຕໍ່​ພະ​ເຢໂຫວາ​ຍ້ອນ​ວ່າ​ຮັກ​ພະອົງ? ຫຼື​ອີກ​ຢ່າງ​ໜຶ່ງ​ຄື ມະນຸດ​ຈະ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ໄດ້​ບໍ? ຄຳຖາມ​ນີ້​ເຄີຍ​ເກີດ​ຂຶ້ນ​ໃນ​ກໍລະນີ​ຂອງ​ໂຢບ.

7. ໃນ​ໂຢບ 1:8-11 ບອກ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກັບ​ຄວາມ​ສັດ​ຊື່​ຂອງ​ໂຢບ ແລະ​ຊາຕານ​ຮູ້ສຶກ​ແນວ​ໃດ?

7 ໂຢບ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ທີ່​ຊາວ​ອິດສະລາແອນ​ຍັງ​ຢູ່​ເອຢິບ. ຕອນ​ທີ່​ໂຢບ​ຍັງ​ມີ​ຊີວິດ​ຢູ່ ບໍ່​ມີ​ມະນຸດ​ຄົນ​ໃດ​ທີ່​ຈະ​ສັດ​ຊື່​ເທົ່າ​ລາວ. ໂຢບ​ກໍ​ເປັນ​ຄົນ​ບໍ່​ສົມບູນ​ແບບ​ແລະ​ເຮັດ​ຜິດ​ພາດ​ຄື​ກັນ​ກັບ​ເຮົາ ແຕ່​ພະ​ເຢໂຫວາ​ກໍ​ຮັກ​ໂຢບ​ເພາະ​ວ່າ​ລາວ​ສັດ​ຊື່. ກ່ອນ​ໜ້າ​ນັ້ນ​ເບິ່ງ​ຄື​ວ່າ​ຊາຕານ​ເຄີຍ​ເຍາະ​ເຍີ້ຍ​ພະ​ເຢໂຫວາ​ກ່ຽວ​ກັບ​ຄວາມ​ສັດ​ຊື່​ຂອງ​ມະນຸດ. ດັ່ງ​ນັ້ນ ພະອົງ​ຈຶ່ງ​ບອກ​ຊາຕານ​ໃຫ້​ເບິ່ງ​ໂຢບ​ເພາະ​ຊີວິດ​ຂອງ​ໂຢບ​ພິສູດ​ໃຫ້​ເຫັນ​ວ່າ​ຊາຕານ​ຂີ້​ຕົວະ. ຊາຕານ​ຈຶ່ງ​ບອກ​ວ່າ​ຕ້ອງ​ມີ​ການ​ທົດ​ສອບ​ຄວາມ​ສັດ​ຊື່​ຂອງ​ໂຢບ. ພະ​ເຢໂຫວາ​ໄວ້​ໃຈ​ໂຢບ​ໝູ່​ຂອງ​ພະອົງ ແລະ​ພະອົງ​ກໍ​ຍອມ​ໃຫ້​ຊາຕານ​ທົດ​ສອບ​ລາວ.—ອ່ານ​ໂຢບ 1:8-11

8. ຊາຕານ​ໂຈມຕີ​ໂຢບ​ແນວ​ໃດ?

8 ຊາຕານ​ເປັນ​ຄາຕະກອນ​ທີ່​ໂຫດ​ຫ້ຽມ. ມັນ​ທຳລາຍ​ທຸກ​ສິ່ງ​ທຸກ​ຢ່າງ​ຂອງ​ໂຢບ ຂ້າ​ຄົນ​ຮັບໃຊ້ ແລະ​ທຳລາຍ​ຊື່ສຽງ​ຂອງ​ລາວ. ມັນ​ຍັງ​ທຳລາຍ​ຄອບຄົວ​ຂອງ​ໂຢບ​ໂດຍ​ເຮັດ​ໃຫ້​ລູກ​ທີ່​ລາວ​ຮັກ​ທັງ 10 ຄົນ​ຕາຍ. ແລ້ວ​ມັນ​ກໍ​ທຳ​ຮ້າຍ​ຕົວ​ໂຢບ​ນຳ ໂດຍ​ເຮັດ​ໃຫ້​ລາວ​ເປັນ​ຝີ​ເຕັມ​ຕົວ​ຕັ້ງ​ແຕ່​ຫົວ​ຮອດ​ຕີນ. ເມຍ​ຂອງ​ໂຢບ​ກໍ​ທຸກ​ໃຈ​ແລະ​ເສຍໃຈ​ແຮງ ລາວ​ຈຶ່ງ​ບອກ​ໃຫ້​ໂຢບ​ຍອມ​ແພ້ ປ້ອຍ​ດ່າ​ພະເຈົ້າ​ແລ້ວ​ຕາຍ​ຊະ. ໂຢບ​ເອງ​ກໍ​ຢາກ​ຕາຍ ແຕ່​ລາວ​ກໍ​ຍັງ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະເຈົ້າ. ຊາຕານ​ຈຶ່ງ​ພະຍາຍາມ​ໃຊ້​ວິທີ​ໃໝ່ ມັນ​ໄດ້​ໃຊ້​ໝູ່ 3 ຄົນ​ຂອງ​ໂຢບ. ເຂົາ​ເຈົ້າ​ໄດ້​ມາ​ຢາມ​ໂຢບ​ຫຼາຍ​ມື້​ແຕ່​ກໍ​ບໍ່​ໄດ້​ໃຫ້​ກຳລັງ​ໃຈ​ລາວ. ເຂົາ​ເຈົ້າ​ໃຫ້​ຄຳ​ແນະນຳ​ແບບ​ບໍ່​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ໂຢບ​ແລະ​ຕຳໜິ​ລາວ. ເຂົາ​ເຈົ້າ​ອ້າງ​ວ່າ​ພະເຈົ້າ​ຢູ່​ເບື້ອງ​ຫຼັງ​ສິ່ງ​ທີ່​ໂຫດ​ຮ້າຍ​ທີ່​ເກີດ​ຂຶ້ນ​ກັບ​ໂຢບ ແລະ​ບໍ່​ໄດ້​ສົນ​ໃຈ​ວ່າ​ລາວ​ຈະ​ຮັກສາ​ຄວາມ​ສັດ​ຊື່​ຫຼື​ບໍ່. ເຂົາ​ເຈົ້າ​ເຖິງ​ກັບ​ບອກ​ວ່າ​ໂຢບ​ເປັນ​ຄົນ​ຊົ່ວ​ເຊິ່ງ​ສົມຄວນ​ປະສົບ​ກັບ​ສິ່ງ​ທີ່​ບໍ່​ດີ​ເຫຼົ່າ​ນີ້!—ໂຢບ 1:13-22; 2:7-11; 15:4, 5; 22:3-6; 25:4-6

9. ໂຢບ​ບໍ່​ຍອມ​ເຮັດ​ຫຍັງ ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຍາກ​ລຳບາກ?

9 ໂຢບ​ຮັບ​ມື​ແນວ​ໃດ​ກັບ​ສິ່ງ​ທີ່​ບໍ່​ດີ​ທັງ​ໝົດ​ນີ້? ລາວ​ເອງ​ກໍ​ເປັນ​ຄົນ​ບໍ່​ສົມບູນ​ແບບ. ລາວ​ໃຈ​ຮ້າຍ​ໃຫ້​ໝູ່​ຈອມ​ປອມ​ຂອງ​ລາວ ແລະ​ລາວ​ໄດ້​ເວົ້າ​ບາງ​ຢ່າງ​ອອກ​ມາ​ເຊິ່ງ​ຕໍ່​ມາ​ລາວ​ຍອມ​ຮັບ​ວ່າ​ໄດ້​ເວົ້າ​ແບບ​ບໍ່​ຄິດ. ລາວ​ພະຍາຍາມ​ພິສູດ​ວ່າ​ຕົວ​ເອງ​ເປັນ​ຝ່າຍ​ຖືກ​ຫຼາຍ​ກວ່າ​ພະເຈົ້າ. (ໂຢບ 6:3; 13:4, 5; 32:2; 34:5) ເຖິງ​ວ່າ​ຈະ​ປະສົບ​ເລື່ອງ​ທີ່​ບໍ່​ດີ ແຕ່​ລາວ​ກໍ​ບໍ່​ຖິ້ມ​ພະ​ເຢໂຫວາ. ລາວ​ບໍ່​ເຊື່ອ​ຄຳ​ຕົວະ​ຂອງ​ໝູ່​ຈອມ​ປອມ​ເຫຼົ່າ​ນັ້ນ. ລາວ​ບອກ​ວ່າ: “ຂ້ອຍ​ຈະ​ບໍ່​ມີ​ວັນ​ບອກ​ວ່າ​ພວກ​ເຈົ້າ​ເປັນ​ຝ່າຍ​ຖືກ ແລະ​ຂ້ອຍ​ຈະ​ສັດ​ຊື່​ຕໍ່​ພະເຈົ້າ​ຈົນ​ວັນ​ຕາຍ!” (ໂຢບ 27:5, ລ.ມ.) ຄຳ​ເວົ້າ​ນີ້​ສະແດງ​ໃຫ້​ເຫັນ​ວ່າ​ໂຢບ​ຕັ້ງ​ໃຈ​ຮັກສາ​ຄວາມ​ສັດ​ຊື່​ບໍ່​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກໍ​ຕາມ ແລະ​ເຮົາ​ກໍ​ສາມາດ​ເຮັດ​ໄດ້​ຄື​ກັນ.

10. ເລື່ອງ​ທີ່​ຊາຕານ​ກ່າວ​ຫາ​ໂຢບ​ໄດ້​ກ່ຽວ​ຂ້ອງ​ກັບ​ເຮົາ​ແນວ​ໃດ?

10 ເລື່ອງ​ທີ່​ຊາຕານ​ກ່າວ​ຫາ​ໂຢບ​ກ່ຽວ​ຂ້ອງ​ກັບ​ເຈົ້າ​ແນວ​ໃດ? ທີ່​ຈິງ ມັນ​ກ່າວ​ຫາ​ວ່າ​ເຈົ້າ​ບໍ່​ໄດ້​ຮັກ​ພະ​ເຢໂຫວາ​ແທ້ໆ ຖ້າ​ເຈົ້າ​ເຈິ​ຄວາມ​ລຳບາກ​ເຈົ້າ​ຈະ​ບໍ່​ສັດ​ຊື່​ແລະ​ຈະ​ເຊົາ​ຮັບໃຊ້​ພະອົງ. (ໂຢບ 2:4, 5; ຄຳປ. 12:10) ຂໍ້​ກ່າວ​ຫາ​ນີ້​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ແນວ​ໃດ? ມັນ​ເຈັບ​ປວດ​ແມ່ນ​ບໍ? ແຕ່​ລອງ​ຄິດ​ເບິ່ງ​ວ່າ​ພະ​ເຢໂຫວາ​ໄວ້​ໃຈ​ເຈົ້າ​ຫຼາຍ​ຈົນ​ໃຫ້​ໂອກາດ​ທີ່​ພິເສດ​ກັບ​ເຈົ້າ. ພະອົງ​ຍອມ​ໃຫ້​ຊາຕານ​ທົດ​ສອບ​ຄວາມ​ສັດ​ຊື່​ຂອງ​ເຈົ້າ. ພະອົງ​ໝັ້ນ​ໃຈ​ວ່າ​ເຈົ້າ​ຈະ​ຮັກສາ​ຄວາມ​ສັດ​ຊື່​ໄດ້ ແລະ​ພິສູດ​ວ່າ​ຊາຕານ​ຂີ້​ຕົວະ. ພະອົງ​ຍັງ​ສັນຍາ​ວ່າ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ສຳເລັດ. (ເຫບ. 13:6) ເປັນ​ສິດທິ​ພິເສດ​ແທ້ໆທີ່​ພະເຈົ້າ​ອົງ​ຍິ່ງໃຫຍ່​ສູງ​ສຸດ​ແຫ່ງ​ເອກະພົບ​ໄວ້​ໃຈ​ເຈົ້າ! ເຈົ້າ​ເຫັນ​ບໍ​ວ່າ​ເປັນ​ຫຍັງ​ຄວາມ​ສັດ​ຊື່​ຈຶ່ງ​ສຳຄັນ​ຫຼາຍ​ແທ້ໆ? ຄວາມ​ສັດ​ຊື່​ເຮັດ​ໃຫ້​ເຮົາ​ພິສູດ​ໄດ້​ວ່າ​ຊາຕານ​ຂີ້​ຕົວະ ແລະ​ຍັງ​ຍົກຍ້ອງ​ນາມ​ຊື່​ຂອງ​ພະ​ເຢໂຫວາ​ແລະ​ສະໜັບສະໜູນ​ການ​ປົກຄອງ​ຂອງ​ພະອົງ. ເຮົາ​ຈະ​ຮັກສາ​ຄວາມ​ສັດ​ຊື່​ໄດ້​ແນວ​ໃດ?

ເຮົາ​ຈະ​ຮັກສາ​ຄວາມ​ສັດ​ຊື່​ໃນ​ສະໄໝ​ນີ້​ໄດ້​ແນວ​ໃດ?

11. ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ຈາກ​ເລື່ອງ​ຂອງ​ໂຢບ?

11 ຊາຕານ​ໂຈມຕີ​ປະຊາຊົນ​ຂອງ​ພະເຈົ້າ​ແຮງ​ຂຶ້ນ “ໃນ​ສະໄໝ​ສຸດ​ທ້າຍ.” (2 ຕີໂມ. 3:1, ລ.ມ.) ໃນ​ສະໄໝ​ທີ່​ຍາກ​ລຳບາກ​ນີ້ ເຮົາ​ຈະ​ເຮັດ​ໃຫ້​ຕົວ​ເອງ​ເຂັ້ມແຂງ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ​ເພື່ອ​ຈະ​ຮັກສາ​ຄວາມ​ສັດ​ຊື່? ເຮົາ​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ​ຈາກ​ເລື່ອງ​ໂຢບ. ເປັນ​ເວລາ​ດົນ​ກ່ອນ​ທີ່​ລາວ​ຈະ​ຖືກ​ທົດ​ສອບ ລາວ​ກໍ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະເຈົ້າ​ຫຼາຍ​ເທື່ອ​ແລ້ວ. ໃຫ້​ເຮົາ​ມາ​ເບິ່ງ​ບົດຮຽນ 3 ຢ່າງ​ທີ່​ເຮົາ​ຈະ​ຮຽນ​ຈາກ​ລາວ ເລື່ອງ​ການ​ເຮັດ​ໃຫ້​ຕົວ​ເອງ​ເຂັ້ມແຂງ​ຂຶ້ນ​ເພື່ອ​ຈະ​ຮັກສາ​ຄວາມ​ສັດ​ຊື່.

ຕອນ​ໂຢບ​ຍັງ​ໜຸ່ມ ລາວ​ໄດ້​ສອນ​ລູກ​ກ່ຽວ​ກັບ​ສິ່ງ​ມະຫັດສະຈັນ​ທີ່​ພະ​ເຢໂຫວາ​ສ້າງ

ເຮົາ​ຈະ​ເຮັດ​ໃຫ້​ຕົວ​ເອງ​ເຂັ້ມແຂງ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ​ເພື່ອ​ຈະ​ຮັກສາ​ຄວາມ​ສັດ​ຊື່? (ເບິ່ງ​ຂໍ້ 12)c

12. (ກ) ຕາມ​ທີ່​ຍົກ​ມາ​ໃນ​ໂຢບ 26:7, 8, 14 ອັນ​ໃດ​ເຮັດ​ໃຫ້​ໂຢບ​ຢ້ານຢຳ​ແລະ​ນັບຖື​ພະ​ເຢໂຫວາ? (ຂ) ເຮົາ​ຈະ​ຢ້ານຢຳ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

12 ໂຢບ​ຮັກ​ພະເຈົ້າ​ຫຼາຍ​ຂຶ້ນ​ເພາະ​ລາວ​ຢ້ານຢຳ​ພະ​ເຢໂຫວາ. ໂຢບ​ໃຊ້​ເວລາ​ຄິດ​ຕຶກຕອງ​ເຖິງ​ສິ່ງ​ມະຫັດສະຈັນ​ຕ່າງໆທີ່​ພະ​ເຢໂຫວາ​ສ້າງ. (ອ່ານ​ໂຢບ 26:7, 8, 14) ລາວ​ຮູ້ສຶກ​ຢ້ານຢຳ​ເມື່ອ​ຄິດ​ຕຶກຕອງ​ກ່ຽວ​ກັບ​ໜ່ວຍ​ໂລກ ທ້ອງຟ້າ ເມກ ແລະ​ຟ້າ​ຮ້ອງ ແຕ່​ລາວ​ກໍ​ຮູ້​ຕົວ​ວ່າ ລາວ​ຮູ້​ພຽງ​ແຕ່​ໜ້ອຍ​ດຽວ​ກ່ຽວ​ກັບ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ. ລາວ​ຍັງ​ເຫັນ​ຄຸນຄ່າ​ຖ້ອຍຄຳ​ຂອງ​ພະເຈົ້າ ລາວ​ບອກ​ວ່າ: “ຂ້ອຍ​ໄດ້​ຖື​ຮັກສາ​ພະ​ຄຳ​ແຕ່​ປາກ​ຂອງ​ພະອົງ.” (ໂຢບ 23:12) ໂຢບ​ຢ້ານຢຳ​ແລະ​ນັບຖື​ພະ​ເຢໂຫວາ​ຫຼາຍ ລາວ​ຈຶ່ງ​ຮັກ​ພະອົງ​ແລະ​ຢາກ​ເຮັດ​ໃຫ້​ພະອົງ​ພໍ​ໃຈ. ຜົນ​ກໍ​ຄື ລາວ​ຕັ້ງ​ໃຈ​ຫຼາຍ​ຂຶ້ນ​ທີ່​ຈະ​ຮັກສາ​ຄວາມ​ສັດ​ຊື່. ເຮົາ​ກໍ​ຕ້ອງ​ເຮັດ​ຄື​ກັນ​ກັບ​ໂຢບ ເພາະ​ເຮົາ​ມີ​ຄວາມ​ຮູ້​ຫຼາຍ​ກວ່າ​ຄົນ​ໃນ​ສະໄໝ​ຂອງ​ໂຢບ​ກ່ຽວ​ກັບ​ສິ່ງ​ມະຫັດສະຈັນ​ຕ່າງໆທີ່​ພະ​ເຢໂຫວາ​ສ້າງ ແລະ​ເຮົາ​ຍັງ​ມີ​ຄຳພີ​ໄບເບິນ​ນຳ​ອີກ​ທີ່​ຈະ​ຊ່ວຍ​ໃຫ້​ຮູ້ຈັກ​ພະ​ເຢໂຫວາ​ແທ້ໆ. ທຸກ​ສິ່ງ​ທີ່​ເຮົາ​ຮຽນ​ຈະ​ຊ່ວຍ​ໃຫ້​ເຮົາ​ຢ້ານຢຳ​ພະອົງ. ຖ້າ​ເຮົາ​ຢ້ານຢຳ​ແລະ​ນັບຖື​ພະອົງ ເຮົາ​ກໍ​ຈະ​ຮັກ​ແລະ​ເຊື່ອ​ຟັງ​ພະອົງ ແລະ​ຢາກ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະອົງ​ຫຼາຍ​ຂຶ້ນ.—ໂຢບ 28:28

ໝູ່​ຢູ່​ບ່ອນ​ເຮັດ​ວຽກ​ຊວນ​ເບິ່ງ​ສິ່ງ​ລາມົກ ແຕ່​ພີ່​ນ້ອງ​ຊາຍ​ໄດ້​ປະຕິເສດ

ເຮົາ​ຈະ​ເຮັດ​ໃຫ້​ຕົວ​ເອງ​ເຂັ້ມແຂງ​ຫຼາຍ​ຂຶ້ນ​ເພື່ອ​ຈະ​ຮັກສາ​ຄວາມ​ສັດ​ຊື່ ໂດຍ​ບໍ່​ເບິ່ງ​ສິ່ງ​ລາມົກ ມີ​ຄວາມ​ສົມດຸນ​ໃນ​ເລື່ອງ​ຊັບ​ສົມບັດ​ວັດຖຸ ແລະ​ມີ​ຄວາມ​ຫວັງ​ຢູ່​ສະເໝີ (ເບິ່ງ​ຂໍ້ 13)d

13-14. (ກ) ໃນ​ໂຢບ 31:1 ໂຢບ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ລາວ​ເປັນ​ຄົນ​ເຊື່ອ​ຟັງ? (ຂ) ເຮົາ​ອາດ​ຮຽນ​ແບບ​ຕົວຢ່າງ​ຂອງ​ໂຢບ​ແນວ​ໃດ?

13 ການ​ທີ່​ໂຢບ​ເຊື່ອ​ຟັງ​ທຸກ​ຢ່າງ​ຊ່ວຍ​ລາວ​ໃຫ້​ຮັກສາ​ຄວາມ​ສັດ​ຊື່. ໂຢບ​ຮູ້​ວ່າ​ເພື່ອ​ລາວ​ຈະ​ສັດ​ຊື່ ລາວ​ຕ້ອງ​ເຊື່ອ​ຟັງ​ພະ​ເຢໂຫວາ. ທີ່​ຈິງ ທຸກ​ຄັ້ງ​ທີ່​ເຮົາ​ເຊື່ອ​ຟັງ​ກໍ​ຈະ​ເຮັດ​ໃຫ້​ເຮົາ​ຕັ້ງ​ໃຈ​ຫຼາຍ​ຂຶ້ນ​ທີ່​ຈະ​ຮັກສາ​ຄວາ​ສັດ​ຊື່. ໂຢບ​ພະຍາຍາມ​ທີ່​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ​ທຸກ​ມື້ ຕົວຢ່າງ: ລາວ​ລະ​ມັດ​ລະວັງ​ຕົວ​ເມື່ອ​ຢູ່​ກັບ​ຜູ້​ຍິງ​ຄົນ​ອື່ນ. (ອ່ານ​ໂຢບ 31:1) ລາວ​ແຕ່ງ​ດອງ​ແລ້ວ ລາວ​ຮູ້​ວ່າ​ບໍ່​ເໝາະ​ສົມ​ທີ່​ຈະ​ສົນ​ໃຈ​ແບບ​ຊູ້​ສາວ​ກັບ​ຜູ້​ຍິງ​ຄົນ​ອື່ນ​ທີ່​ບໍ່​ແມ່ນ​ເມຍ​ຂອງ​ລາວ. ທຸກ​ມື້​ນີ້ ເຮົາ​ຢູ່​ໃນ​ໂລກ​ທີ່​ລໍ້​ໃຈ​ໃຫ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ເຮົາ​ເປັນ​ຄື​ກັບ​ໂຢບ​ບໍ​ທີ່​ບໍ່​ໄດ້​ໃຫ້​ຄວາມ​ສົນ​ໃຈ​ແບບ​ບໍ່​ເໝາະ​ສົມ​ກັບ​ຄົນ​ອື່ນ​ທີ່​ບໍ່​ແມ່ນ​ຜົວ​ຫຼື​ເມຍ​ຂອງ​ເຮົາ? ແລະ​ເຮົາ​ບໍ່​ເບິ່ງ​ສິ່ງ​ລາມົກ​ທຸກ​ຮູບ​ແບບ​ບໍ? (ມັດ. 5:28) ຖ້າ​ເຮົາ​ຄວບຄຸມ​ຕົວ​ເອງ​ແບບ​ນີ້​ທຸກ​ມື້ ເຮົາ​ຈະ​ເຮັດ​ໃຫ້​ຕົວ​ເອງ​ເຂັ້ມແຂງ​ຫຼາຍ​ຂຶ້ນ​ເພື່ອ​ຈະ​ຮັກສາ​ຄວາມ​ສັດ​ຊື່.

ພະນັກງານ​ຂາຍ​ຊັກຊວນ​ພີ່​ນ້ອງ​ຊາຍ​ໃຫ້​ຊື້​ໂທລະທັດ​ໜ່ວຍ​ໃຫຍ່​ລາຄາ​ແພງ ແຕ່​ລາວ​ບໍ່​ຊື້​ເພາະ​ມັນ​ບໍ່​ຈຳເປັນ​ແລະ​ແພງ​ໂພດ

ເຮົາ​ຈະ​ເຮັດ​ໃຫ້​ຕົວ​ເອງ​ເຂັ້ມແຂງ​ຫຼາຍ​ຂຶ້ນ​ເພື່ອ​ຈະ​ຮັກສາ​ຄວາມ​ສັດ​ຊື່ ໂດຍ​ບໍ່​ເບິ່ງ​ສິ່ງ​ລາມົກ ມີ​ຄວາມ​ສົມດຸນ​ໃນ​ເລື່ອງ​ຊັບ​ສົມບັດ​ວັດຖຸ ແລະ​ມີ​ຄວາມ​ຫວັງ​ຢູ່​ສະເໝີ (ເບິ່ງ​ຂໍ້ 14)e

14 ໂຢບ​ຍັງ​ເຊື່ອ​ຟັງ​ພະ​ເຢໂຫວາ​ໃນ​ເລື່ອງ​ຊັບ​ສົມບັດ. ໂຢບ​ຮູ້​ວ່າ​ຖ້າ​ລາວ​ໄວ້​ໃຈ​ໃນ​ຊັບ​ສົມບັດ ລາວ​ກໍ​ເຮັດ​ບາບ​ຮ້າຍແຮງ​ແລະ​ສົມຄວນ​ໄດ້​ຮັບ​ການ​ລົງໂທດ. (ໂຢບ 31:24, 25, 28) ທຸກ​ມື້​ນີ້​ເຮົາ​ຢູ່​ໃນ​ໂລກ​ທີ່​ນິຍົມ​ວັດຖຸ​ຫຼາຍ. ຖ້າ​ເຮົາ​ພະຍາຍາມ​ມີ​ຄວາມ​ຄິດ​ທີ່​ສົມດຸນ​ໃນ​ເລື່ອງ​ເງິນ​ແລະ​ຊັບ​ສົມບັດ​ຄື​ກັບ​ທີ່​ຄຳພີ​ໄບເບິນ​ເຕືອນ ເຮົາ​ກໍ​ຈະ​ເຮັດ​ໃຫ້​ຕົວ​ເອງ​ຕັ້ງ​ໃຈ​ຫຼາຍ​ຂຶ້ນ​ທີ່​ຈະ​ຮັກສາ​ຄວາມ​ສັດ​ຊື່.—ສຸພາ. 30:8, 9; ມັດ. 6:19-21

ພີ່​ນ້ອງ​ຊາຍ​ໃຊ້​ເວລາ​ຄິດ​ຕຶກຕອງ​ແລະ​ອະທິດຖານ​ກ່ຽວ​ກັບ​ຄວາມ​ຫວັງ​ເລື່ອງ​ອຸທິຍານ

ເຮົາ​ຈະ​ເຮັດ​ໃຫ້​ຕົວ​ເອງ​ເຂັ້ມແຂງ​ຫຼາຍ​ຂຶ້ນ​ເພື່ອ​ຈະ​ຮັກສາ​ຄວາມ​ສັດ​ຊື່ ໂດຍ​ບໍ່​ເບິ່ງ​ສິ່ງ​ລາມົກ ມີ​ຄວາມ​ສົມດຸນ​ໃນ​ເລື່ອງ​ຊັບ​ສົມບັດ​ວັດຖຸ ແລະ​ມີ​ຄວາມ​ຫວັງ​ຢູ່​ສະເໝີ (ເບິ່ງ​ຂໍ້ 15)f

15. (ກ) ຄວາມ​ຫວັງ​ກ່ຽວ​ກັບ​ລາງວັນ​ຫຍັງ​ທີ່​ຊ່ວຍ​ໂຢບ​ໃຫ້​ຮັກສາ​ຄວາມ​ສັດ​ຊື່? (ຂ) ການ​ຄິດ​ເຖິງ​ລາງວັນ​ທີ່​ພະ​ເຢໂຫວາ​ຈະ​ໃຫ້​ຊ່ວຍ​ເຮົາ​ແນວ​ໃດ?

15 ໂຢບ​ຮັກສາ​ຄວາມ​ສັດ​ຊື່​ສະເໝີ​ໂດຍ​ເບິ່ງ​ໄປ​ທີ່​ຄວາມ​ຫວັງ​ກ່ຽວ​ກັບ​ລາງວັນ​ທີ່​ພະເຈົ້າ​ຈະ​ໃຫ້​ລາວ. ລາວ​ເຊື່ອ​ວ່າ​ພະເຈົ້າ​ສົນ​ໃຈ​ວ່າ​ລາວ​ຮັກສາ​ຄວາມ​ສັດ​ຊື່​ຫຼື​ບໍ່. (ໂຢບ 31:6) ເຖິງ​ວ່າ​ຈະ​ປະສົບ​ຄວາມ​ຍາກ​ລຳບາກ ໂຢບ​ກໍ​ໝັ້ນ​ໃຈ​ວ່າ​ເມື່ອ​ເຖິງ​ເວລາ​ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ກັບ​ລາວ. ຄວາມ​ໝັ້ນ​ໃຈ​ນີ້​ຊ່ວຍ​ລາວ​ສັດ​ຊື່​ຕໍ່ໆໄປ. ພະ​ເຢໂຫວາ​ດີ​ໃຈ​ທີ່​ໂຢບ​ສັດ​ຊື່​ແລະ​ພະອົງ​ກໍ​ໃຫ້​ລາງວັນ​ຢ່າງ​ຫຼວງ​ຫຼາຍ ທັງໆທີ່​ລາວ​ກໍ​ຍັງ​ເປັນ​ຄົນ​ບໍ່​ສົມບູນ​ແບບ! (ໂຢບ 42:12-17; ຢໂກ. 5:11) ແລະ​ໂຢບ​ຍັງ​ຈະ​ໄດ້​ຮັບ​ລາງວັນ​ທີ່​ຍິ່ງໃຫຍ່​ກວ່າ​ນັ້ນ​ອີກ​ໃນ​ອະນາຄົດ. ເຈົ້າ​ໝັ້ນ​ໃຈ​ບໍ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ຍ້ອນ​ເຈົ້າ​ຮັກສາ​ຄວາມ​ສັດ​ຊື່? ພະເຈົ້າ​ບໍ່​ປ່ຽນ​ແປງ. (ມລກີ. 3:6) ຖ້າ​ເຮົາ​ຈື່​ວ່າ​ພະອົງ​ເຫັນ​ຄຸນຄ່າ​ຄວາມ​ສັດ​ຊື່​ຂອງ​ເຮົາ ຄວາມ​ຫວັງ​ທີ່​ສົດ​ໃສ​ໃນ​ເລື່ອງ​ອະນາຄົດ​ກໍ​ຈະ​ແຈ່ມແຈ້ງ​ໃນ​ໃຈ​ຂອງ​ເຮົາ​ສະເໝີ.—1 ເທ. 5:8, 9

16. ເຮົາ​ຄວນ​ຕັ້ງ​ໃຈ​ເຮັດ​ຫຍັງ?

16 ຂໍ​ໃຫ້​ເຮົາ​ຕັ້ງ​ໃຈ​ຮັກສາ​ຄວາມ​ສັດ​ຊື່​ຕໍ່ໆໄປ! ບາງ​ເທື່ອ​ເຈົ້າ​ອາດ​ຮູ້ສຶກ​ເຫງົາ ເພາະ​ຜູ້​ຄົນ​ອ້ອມ​ຂ້າງ​ເຈົ້າ​ບໍ່​ມີ​ໃຜ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະເຈົ້າ ແຕ່​ເຈົ້າ​ຈະ​ບໍ່​ມີ​ວັນ​ໂດດ​ດ່ຽວ. ເຈົ້າ​ຍັງ​ມີ​ພີ່​ນ້ອງ​ຫຼາຍ​ລ້ານ​ຄົນ​ທົ່ວ​ໂລກ​ທີ່​ຮັກສາ​ຄວາມ​ສັດ​ຊື່. ນອກ​ຈາກ​ນັ້ນ ເຈົ້າ​ຍັງ​ເຮັດ​ຄື​ກັບ​ຜູ້​ຮັບໃຊ້​ໃນ​ອະດີດ​ຂອງ​ພະເຈົ້າ​ທີ່​ຮັກສາ​ຄວາມ​ສັດ​ຊື່ ເຖິງ​ວ່າ​ຈະ​ຕ້ອງ​ສ່ຽງ​ຊີວິດ. (ເຫບ. 11:36-38; 12:1) ຂໍ​ໃຫ້​ເຮົາ​ທຸກ​ຄົນ​ໃຫ້​ຕັ້ງ​ໃຈ​ຮັກສາ​ຄວາມ​ສັດ​ຊື່​ຄື​ກັນ​ກັບ​ໂຢບ ເຊິ່ງ​ລາວ​ບອກ​ວ່າ: “ຂ້ອຍ​ຈະ​ສັດ​ຊື່​ຕໍ່​ພະເຈົ້າ​ຈົນ​ວັນ​ຕາຍ!” ແລະ​ໃຫ້​ຄວາມ​ສັດ​ຊື່​ຂອງ​ເຮົາ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ການ​ຍົກຍ້ອງ​ສັນລະເສີນ​ຕະຫຼອດ​ໄປ!

ເຈົ້າ​ຈະ​ຕອບ​ແນວ​ໃດ?

  • ຄວາມ​ສັດ​ຊື່​ແມ່ນ​ຫຍັງ?

  • ເປັນ​ຫຍັງ​ເຈົ້າ​ຕ້ອງ​ສັດ​ຊື່?

  • ເຈົ້າ​ຈະ​ເຮັດ​ໃຫ້​ຕົວ​ເອງ​ເຂັ້ມແຂງ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ​ເພື່ອ​ຈະ​ຮັກສາ​ຄວາມ​ສັດ​ຊື່?

ເພງ 124 ສັດ​ຊື່​ຕະຫຼອດ​ໄປ

a ຄວາມ​ສັດ​ຊື່​ແມ່ນ​ຫຍັງ? ເປັນ​ຫຍັງ​ຜູ້​ຮັບໃຊ້​ທີ່​ສະແດງ​ຄວາມ​ສັດ​ຊື່​ຈຶ່ງ​ມີ​ຄ່າ​ຕໍ່​ພະ​ເຢໂຫວາ​ຫຼາຍ? ເປັນ​ຫຍັງ​ຄວາມ​ສັດ​ຊື່​ຈຶ່ງ​ສຳຄັນ​ສຳລັບ​ເຮົາ? ເຮົາ​ຈະ​ໄດ້​ຄຳຕອບ​ໃນ​ບົດ​ຄວາມ​ນີ້ ແລະ​ບົດ​ຄວາມ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ເຫັນ​ແຈ້ງ​ວ່າ​ເຮົາ​ຈະ​ເຮັດ​ໃຫ້​ຕົວ​ເອງ​ເຂັ້ມແຂງ​ຂຶ້ນ​ໄດ້​ແນວ​ໃດ​ເພື່ອ​ທີ່​ຈະ​ຮັກສາ​ຄວາມ​ສັດ​ຊື່​ໃນ​ແຕ່​ລະ​ມື້​ໄດ້. ການ​ເຮັດ​ແບບ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ພອນ​ຫຼາຍ​ຢ່າງ.

b ຄຳ​ພາສາ​ເຫບເລີ​ທີ່​ແປ​ວ່າ: “ສົມບູນ​ແຂງແຮງ” ທີ່​ໃຊ້​ກັບ​ສັດ​ກ່ຽວ​ຂ້ອງ​ກັບ​ຄຳ​ພາສາ​ເຫບເລີ​ທີ່​ແປ​ວ່າ “ຄວາມ​ສັດ​ຊື່” ທີ່​ໃຊ້​ກັບ​ຄົນ.

c ຄຳ​ອະທິບາຍ​ຮູບ​ພາບ: ຕອນ​ໂຢບ​ຍັງ​ໜຸ່ມ ລາວ​ໄດ້​ສອນ​ລູກ​ກ່ຽວ​ກັບ​ສິ່ງ​ມະຫັດສະຈັນ​ທີ່​ພະ​ເຢໂຫວາ​ສ້າງ

d ຄຳ​ອະທິບາຍ​ຮູບ​ພາບ: ໝູ່​ຢູ່​ບ່ອນ​ເຮັດ​ວຽກ​ຊວນ​ເບິ່ງ​ສິ່ງ​ລາມົກ ແຕ່​ພີ່​ນ້ອງ​ຊາຍ​ໄດ້​ປະຕິເສດ

e ຄຳ​ອະທິບາຍ​ຮູບ​ພາບ: ພະນັກງານ​ຂາຍ​ຊັກຊວນ​ພີ່​ນ້ອງ​ຊາຍ​ໃຫ້​ຊື້​ໂທລະທັດ​ໜ່ວຍ​ໃຫຍ່​ລາຄາ​ແພງ ແຕ່​ລາວ​ບໍ່​ຊື້​ເພາະ​ມັນ​ບໍ່​ຈຳເປັນ​ແລະ​ແພງ​ໂພດ

f ຄຳ​ອະທິບາຍ​ຮູບ​ພາບ: ພີ່​ນ້ອງ​ຊາຍ​ໃຊ້​ເວລາ​ຄິດ​ຕຶກຕອງ​ແລະ​ອະທິດຖານ​ກ່ຽວ​ກັບ​ຄວາມ​ຫວັງ​ເລື່ອງ​ອຸທິຍານ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌