ບົດທີ 35
ຂ້ອຍຈະເປັນໝູ່ກັບພະເຈົ້າໄດ້ແນວໃດ?
ຫຼັງຈາກເຈເຣມີ້ເຈິເຫດການທີ່ເຮັດໃຫ້ທຸກໃຈ ລາວຮູ້ສຶກວ່າການເປັນໝູ່ກັບພະເຈົ້າມີຄ່າຫຼາຍ. ລາວບອກວ່າ: “ຕອນທີ່ຂ້ອຍອາຍຸ 12 ປີ ພໍ່ໄດ້ປະຖິ້ມພວກເຮົາ. ມີຄືນໜຶ່ງ ຂ້ອຍໄດ້ອະທິດຖານອ້ອນວອນພະເຢໂຫວາໃຫ້ຊ່ວຍພໍ່ຂ້ອຍກັບມາ.”
ເມື່ອເຈເຣມີ້ທຸກໃຈຫຼາຍ ລາວກໍເລີ່ມອ່ານຄຳພີໄບເບິນ. ເມື່ອລາວເປີດໄປເຈິເພງສັນລະເສີນ 10:14 ກໍເຮັດໃຫ້ລາວຕື້ນຕັນໃຈຫຼາຍ. ຂໍ້ນັ້ນເວົ້າເຖິງພະເຢໂຫວາວ່າ: “ຄົນທີ່ເປັນເຫຍື່ອກໍມາເພິ່ງພະອົງ. ພະອົງເປັນຜູ້ທີ່ຊ່ວຍເຫຼືອລູກກຳພ້າພໍ່.” ເຈເຣມີ້ບອກວ່າ: “ຂ້ອຍຮູ້ສຶກວ່າພະເຢໂຫວາກຳລັງເວົ້າກັບຂ້ອຍແລະບອກໃຫ້ຮູ້ວ່າເພິ່ນຈະຊ່ວຍເຫຼືອຂ້ອຍ. ພະເຢໂຫວາເປັນພໍ່ຂອງຂ້ອຍ ເພິ່ນເປັນພໍ່ທີ່ດີທີ່ສຸດທີ່ຂ້ອຍເຄີຍມີ.”
ບໍ່ວ່າສະພາບການຂອງເຈົ້າຈະຄືກັບເຈເຣມີ້ຫຼືບໍ່ ຄຳພີໄບເບິນກໍບອກໃຫ້ຮູ້ວ່າພະເຢໂຫວາຢາກເປັນໝູ່ກັບເຈົ້າ ໂດຍບອກວ່າ: “ໃຫ້ໃກ້ຊິດກັບພະເຈົ້າ ແລ້ວເພິ່ນຈະໃກ້ຊິດກັບພວກເຈົ້າ.” (ຢາໂກໂບ 4:8) ລອງຄິດເບິ່ງແມ້ ເຖິງວ່າເຈົ້າຈະເບິ່ງພະເຢໂຫວາບໍ່ເຫັນ ແຕ່ພະເຢໂຫວາກໍຍັງເຊີນເຈົ້າໃຫ້ມາເປັນໝູ່ກັບເພິ່ນ!
ແຕ່ການເປັນໝູ່ກັບພະເຢໂຫວາກໍຕ້ອງອອກຄວາມພະຍາຍາມເຮັດຫຍັງບາງຢ່າງນຳ. ຕົວຢ່າງເຊັ່ນ: ຖ້າເຈົ້າມີຕົ້ນໄມ້ກະຖາງໜຶ່ງ ມັນຄືຊິໃຫຍ່ເອງບໍ່ໄດ້. ເຈົ້າຕ້ອງຮູ້ວ່າມັນມັກອາກາດແບບໃດແລະຕ້ອງໝັ່ນຫົດນ້ຳເປັນປະຈຳ. ການເປັນໝູ່ກັບພະເຈົ້າກໍຄືກັນ. ເຈົ້າຈະເຮັດໃຫ້ມິດຕະພາບນັ້ນງອກງາມໄດ້ແນວໃດ?
ຕ້ອງສຶກສາສ່ວນໂຕ
ຄົນເຮົາຈະເປັນໝູ່ກັນໄດ້ຕ້ອງມີການເວົ້າລົມກັນ. ໃນການລົມກັນນັ້ນຕ້ອງມີທັງຝ່າຍທີ່ເວົ້າແລະຝ່າຍທີ່ຟັງ. ການເປັນໝູ່ກັບພະເຈົ້າກໍຄືກັນ ເມື່ອເຮົາອ່ານແລະສຶກສາຄຳພີໄບເບິນກໍສ່ຳກັບເຮົາກຳລັງຟັງພະເຈົ້າເວົ້າ.—ເພງສັນລະເສີນ 1:2, 3
ເຈົ້າອາດຈະເປັນຄົນບໍ່ມັກອ່ານໜັງສື. ໜຸ່ມສາວສ່ວນຫຼາຍມັກເບິ່ງໂທລະທັດ ຫຼິ້ນເກມ ຫຼືໄປທ່ຽວກັບໝູ່ຄູ່. ແຕ່ຖ້າເຈົ້າຢາກເປັນໝູ່ກັບພະເຈົ້າ ກໍບໍ່ມີວິທີອື່ນ. ເຈົ້າຕ້ອງຟັງເພິ່ນໂດຍອ່ານແລະສຶກສາຄຳເວົ້າຂອງເພິ່ນທີ່ຢູ່ໃນຄຳພີໄບເບິນ.
ເຈົ້າບໍ່ມັກອ່ານແລະບໍ່ມັກສຶກສາແມ່ນບໍ? ຄັນຊັ້ນ ການສຶກສາຄຳພີໄບເບິນອາດເບິ່ງເປັນເລື່ອງທີ່ໜ້າເບື່ອ. ແຕ່ຖ້າພະຍາຍາມຈັກໜ້ອຍໜຶ່ງ ເຈົ້າກໍຈະມັກເອງ. ສິ່ງທຳອິດທີ່ເຈົ້າຕ້ອງເຮັດຄືຈັດເວລາ. ໄລອິດສ໌ບອກວ່າ: “ຕອນທີ່ຕື່ນຂຶ້ນມາ ຂ້ອຍຈະອ່ານຄຳພີໄບເບິນໜຶ່ງບົດທຸກເຊົ້າ.” ມາເຣຍອາຍຸ 15 ປີ ຈັດເວລາອີກແບບໜຶ່ງ. ລາວບອກວ່າ: “ຂ້ອຍຈະອ່ານຄຳພີໄບເບິນກ່ອນນອນທຸກຄືນ.”
ຖ້າເຈົ້າບໍ່ຮູ້ຈະເລີ່ມສຶກສາຄຳພີໄບເບິນແນວໃດ ໃຫ້ເບິ່ງຢູ່ໜ້າ 292. ເຈົ້າຄິດວ່າຈະໃຊ້ເວລາຊ່ວງໃດເພື່ອສຶກສາຄຳພີໄບເບິນຈັກ 30 ນາທີ?
․․․․․
ການຈັດເວລາເປັນພຽງການເລີ່ມຕົ້ນ. ເມື່ອເຈົ້າເລີ່ມສຶກສາແທ້ໆເຈົ້າຈະເຫັນວ່າການອ່ານຄຳພີໄບເບິນບໍ່ງ່າຍເລີຍ. ເຈົ້າຄືຊິເຫັນດີກັບເຈດຊ໌ຣຽວ ອາຍຸ 11 ປີທີ່ເວົ້າກົງໄປກົງມາວ່າ: “ຄຳພີໄບເບິນບາງຕອນອ່ານຍາກແລະບໍ່ມ່ວນເລີຍ.” ຖ້າເຈົ້າຮູ້ສຶກແບບນັ້ນ ກໍຢ່າຟ້າວທໍ້ໃຈ. ໃຫ້ພະຍາຍາມຄິດວ່າການອ່ານຄຳພີໄບເບິນເປັນການຟັງພະເຢໂຫວາພະເຈົ້າໝູ່ຂອງເຈົ້າ. ແລ້ວການອ່ານຄຳພີໄບເບິນກໍຈະກາຍເປັນເລື່ອງທີ່ມ່ວນ!
ຕ້ອງອະທິດຖານ
ການອະທິດຖານເປັນການລົມກັບພະເຈົ້າ. ລອງຄິດເບິ່ງແມ້ວ່າ ນັ້ນເປັນຂອງຂວັນທີ່ວິເສດສ່ຳໃດ! ເຈົ້າຈະລົມກັບພະເຈົ້າຕອນໃດກໍໄດ້ ບໍ່ວ່າຈະເປັນຕອນກາງເວັນຫຼືກາງຄືນ. ເພິ່ນພ້ອມຈະຟັງເຈົ້າສະເໝີ. ບໍ່ແມ່ນແຕ່ເທົ່ານັ້ນ ເພິ່ນຍັງຢາກຟັງເຈົ້ານຳ. ຍ້ອນແນວນີ້ ຄຳພີໄບເບິນຈຶ່ງຊວນເຈົ້າວ່າ: “ໃຫ້ອະທິດຖານເຖິງພະເຈົ້າຕະຫຼອດ. ອ້ອນວອນຂໍໃຫ້ເພິ່ນຊີ້ນຳແລະໃຫ້ຂອບໃຈເພິ່ນພ້ອມ.”—ຟີລິບປອຍ 4:6
ຕາມທີ່ຄຳພີໄບເບິນຂໍ້ນີ້ບອກ ມີຫຼາຍສິ່ງທີ່ເຈົ້າລົມກັບພະເຢໂຫວາໄດ້ ບໍ່ວ່າຈະເປັນບັນຫາທີ່ເກີດຂຶ້ນຫຼືເລື່ອງທີ່ເຈົ້າກັງວົນ. ເມື່ອຄິດເຖິງສິ່ງດີໆທີ່ໄດ້ຮັບ ເຈົ້າຄືຊິຢາກຂອບໃຈພະເຈົ້າ. ຖ້າໝູ່ເຮັດແນວດີໆໃຫ້ ເຈົ້າຄືຊິຢາກຂອບໃຈລາວແມ່ນບໍ? ຄ້າຍຄືກັນ ເຈົ້າຄວນຂອບໃຈພະເຢໂຫວາຍ້ອນເພິ່ນໃຫ້ແນວດີໆກັບເຈົ້າຫຼາຍຢ່າງເກີນກວ່າທີ່ໝູ່ຄົນໃດຈະໃຫ້ໄດ້.—ເພງສັນລະເສີນ 106:1
ມີຫຍັງແດ່ທີ່ເຈົ້າຢາກຂອບໃຈພະເຢໂຫວາ?
․․․․․
ບາງເທື່ອເຈົ້າຄືຊິຮູ້ສຶກຢ້ານແລະກັງວົນ. ເພງສັນລະເສີນ 55:22 ບອກວ່າ: “ໃຫ້ເອົາຄວາມກັງວົນຂອງເຈົ້າຝາກໄວ້ກັບພະເຢໂຫວາ ແລະເພິ່ນຈະຊ່ວຍເຈົ້າ. ເພິ່ນຈະບໍ່ຍອມໃຫ້ຄົນທີ່ເຮັດສິ່ງທີ່ຖືກຕ້ອງລົ້ມລົງ.”
ມີເລື່ອງຫຍັງແດ່ທີ່ເຈົ້າກັງວົນແລະຢາກບອກເພິ່ນ?
․․․․․
ປະສົບການສ່ວນຕົວ
ການເປັນໝູ່ກັບພະເຈົ້າຍັງມີອີກດ້ານໜຶ່ງທີ່ບໍ່ຄວນເບິ່ງຂ້າມ. ດາວິດຜູ້ຂຽນເພງສັນລະເສີນບອກວ່າ: “ລອງຊີມເບິ່ງ ແລ້ວຈະເຫັນວ່າພະເຢໂຫວາດີສ່ຳໃດ.” (ເພງສັນລະເສີນ 34:8) ຕອນທີ່ດາວິດຂຽນເພງສັນລະເສີນບົດທີ 34 ລາວຫາກໍຜ່ານເຫດການທີ່ເປັນຕາຢ້ານມາ. ນອກຈາກຈະຖືກກະສັດຊາອູນໄລ່ຂ້າແລ້ວ ລາວຍັງຕ້ອງໜີໄປລີ້ໃນເມືອງຄົນຟີລິດສະຕີນທີ່ເປັນສັດຕູຂອງລາວ. ໃນຕອນນັ້ນລາວຕ້ອງທຳທ່າເປັນບ້າເພື່ອເອົາໂຕລອດ.—1 ຊາມູເອນ 21:10-15
ດາວິດບໍ່ໄດ້ຄິດວ່າທີ່ລາວລອດຕາຍມາໄດ້ເປັນຍ້ອນວ່າລາວສະຫຼາດ ແຕ່ລາວບອກວ່າຍ້ອນພະເຢໂຫວາຊ່ວຍລາວ. ລາວບອກໄວ້ໃນເພງສັນລະເສີນວ່າ: “ຂ້ອຍໄດ້ຖາມພະເຢໂຫວາແລະເພິ່ນກໍຕອບຂ້ອຍ. ເພິ່ນຊ່ວຍຂ້ອຍໃຫ້ເອົາຊະນະຄວາມຢ້ານທຸກຢ່າງ.” (ເພງສັນລະເສີນ 34:4) ຍ້ອນດາວິດປະສົບດ້ວຍໂຕເອງ ລາວຈຶ່ງຊວນຄົນອື່ນໃຫ້ “ລອງຊີມເບິ່ງ ແລ້ວຈະເຫັນວ່າພະເຢໂຫວາດີສ່ຳໃດ.”a
ເຈົ້າເຄີຍເຈິບາງເຫດການບໍທີ່ເຮັດໃຫ້ເຈົ້າເຫັນດ້ວຍໂຕເອງວ່າພະເຢໂຫວາເປັນຫ່ວງເຈົ້າ? ຖ້າແມ່ນ ຂໍໃຫ້ເຈົ້າຂຽນອອກມາ. ບໍ່ຕ້ອງເປັນປະສົບການທີ່ໜ້າຕື່ນເຕັ້ນຫຼາຍກໍໄດ້. ໃຫ້ລອງຄິດເຖິງສິ່ງດີໆທີ່ເຈົ້າໄດ້ຮັບໃນແຕ່ລະມື້ ເຊິ່ງບາງເທື່ອເຈົ້າອາດຈະເບິ່ງຂ້າມໄປ.
․․․․․
ພໍ່ແມ່ຄືຊິສອນຄວາມຈິງໃນຄຳພີໄບເບິນໃຫ້ເຈົ້າຢູ່ແລ້ວ ແຕ່ເຈົ້າກໍຕ້ອງສ້າງສາຍສຳພັນກັບພະເຢໂຫວາດ້ວຍໂຕເອງ. ຖ້າເຈົ້າຍັງບໍ່ໄດ້ເຮັດ ຄຳແນະນຳໃນບົດນີ້ຈະຊ່ວຍເຈົ້າໄດ້. ພະເຢໂຫວາຈະຊ່ວຍເຈົ້າໃຫ້ເຮັດໄດ້ສຳເລັດ. ຄຳພີໄບເບິນບອກວ່າ: “ໃຫ້ຂໍຕໍ່ໆໄປແລ້ວພວກເຈົ້າຈະໄດ້ຮັບ ໃຫ້ຊອກຕໍ່ໆໄປແລ້ວພວກເຈົ້າຈະເຫັນ.”—ມັດທາຍ 7:7
ອ່ານເລື່ອງນີ້ເພີ່ມຕື່ມໄດ້ໃນເຫຼັ້ມ 1 ບົດທີ 38 ແລະ 39
ເຈົ້າຄິດວ່າການເວົ້າເລື່ອງພະເຈົ້າກັບຄົນອື່ນເປັນເລື່ອງຍາກບໍ? ເຮັດແນວໃດເຈົ້າຈຶ່ງຈະກ້າເວົ້າເລື່ອງຄວາມເຊື່ອຂອງໂຕເອງ?
[ຂໍ້ຄວາມໄຂເງື່ອນ]
a ຄຳພີໄບເບິນບາງສະບັບແປຄຳວ່າ “ຊີມເບິ່ງແລ້ວຈະເຫັນ” ມາເປັນຄຳວ່າ “ຄົ້ນພົບດ້ວຍໂຕເອງ” “ຄົ້ນຫາດ້ວຍໂຕເອງ” ແລະ “ຮູ້ຈາກປະສົບການ.”—ສະບັບຄອນເທມໂພຣາຣີອິງລິດຊ໌ ສະບັບທູເດສ໌ອິງລິດຊ໌ ແລະສະບັບເດິໄບເບິນອິນເບສິກອິງລິດຊ໌
ຂໍ້ຄຳພີຫຼັກ
“ຄົນທີ່ຮູ້ໂຕວ່າຕ້ອງໃຫ້ພະເຈົ້າຊີ້ນຳກໍມີຄວາມສຸກ.”—ມັດທາຍ 5:3
ຄຳແນະນຳ
ໃຫ້ອ່ານຄຳພີໄບເບິນມື້ລະຫ້າຫາຫົກໜ້າ ແລ້ວເຈົ້າຈະອ່ານຄຳພີໄບເບິນໝົດຫົວໄດ້ພາຍໃນໜຶ່ງປີ.
ເຈົ້າຮູ້ບໍ . . . ?
ການທີ່ເຈົ້າໄດ້ອ່ານປຶ້ມຫົວນີ້ແລະເອົາຄຳແນະນຳຕ່າງໆໄປໃຊ້ສະແດງວ່າພະເຢໂຫວາສົນໃຈເຈົ້າແທ້ໆ.—ໂຢຮັນ 6:44.
ແຜນພາກປະຕິບັດ!
ເພື່ອຈະໄດ້ຮັບປະໂຫຍດຫຼາຍຂຶ້ນຈາກການສຶກສາສ່ວນໂຕ ຂ້ອຍຈະ
ເພື່ອຈະອະທິດຖານຫຼາຍຂຶ້ນ ຂ້ອຍຈະ
ສິ່ງທີ່ຂ້ອຍຢາກຖາມພໍ່ແມ່ກ່ຽວກັບເລື່ອງນີ້ແມ່ນ
ເຈົ້າຄິດແນວໃດ?
● ເຈົ້າຈະເຮັດໃຫ້ການສຶກສາຄຳພີໄບເບິນມ່ວນຫຼາຍຂຶ້ນໄດ້ແນວໃດ?
● ເປັນຫຍັງພະເຢໂຫວາຢາກຟັງຄຳອະທິດຖານຂອງມະນຸດທີ່ບໍ່ສົມບູນແບບ?
● ເຈົ້າຈະປັບປຸງຄຳອະທິດຖານຂອງເຈົ້າໄດ້ແນວໃດ?
[ຖ້ອຍຄຳທີ່ຍົກມາໜ້າ 291]
“ຕອນຍັງນ້ອຍ ຂ້ອຍຈະອະທິດຖານຊ້ຳໄປຊ້ຳມາແບບເກົ່າເລື້ອຍໆ. ແຕ່ຕອນນີ້ຂ້ອຍພະຍາຍາມອະທິດຖານທັງເລື່ອງທີ່ດີແລະເລື່ອງທີ່ບໍ່ດີທີ່ເກີດຂຶ້ນໃນແຕ່ລະມື້. ນີ້ເຮັດໃຫ້ຂ້ອຍບໍ່ໄດ້ອະທິດຖານແບບເກົ່າທຸກມື້ ເພາະແຕ່ລະມື້ບໍ່ຄືກັນ.”—ອີບຟ໌
[ຂອບ/ຮູບພາບໜ້າ 292]
ວິທີຄົ້ນຄວ້າຄຳພີໄບເບິນ
1. ເລືອກຈັກເລື່ອງໜຶ່ງໃນຄຳພີໄບເບິນທີ່ເຈົ້າຢາກອ່ານ. ອະທິດຖານຂໍໃຫ້ພະເຢໂຫວາຊ່ວຍເຈົ້າເຂົ້າໃຈເລື່ອງນັ້ນ.
2. ອ່ານແລ້ວນຶກພາບໄປນຳ. ໃຫ້ນຶກພາບວ່າເຈົ້າຢູ່ໃນເຫດການນັ້ນແທ້ໆເຊັ່ນ ໄດ້ຍິນສຽງຄົນເວົ້າ ຮັບຮູ້ລົດຊາດຂອງອາຫານ ໄດ້ກິ່ນແລະເຫັນພາບເຫດການທີ່ເກີດຂຶ້ນ!
3. ຄິດເຖິງເລື່ອງທີ່ຫາກໍອ່ານ. ໃຫ້ຖາມໂຕເອງດ້ວຍຄຳຖາມຕໍ່ໄປນີ້:
● ເປັນຫຍັງພະເຢໂຫວາບັນທຶກເລື່ອງນີ້ໄວ້ໃນຄຳພີໄບເບິນ?
● ຕົວຢ່າງໃດທີ່ເຮົາຄວນຮຽນແບບແລະຕົວຢ່າງໃດທີ່ເຮົາຄວນຫຼີກລ່ຽງ?
● ມີບົດຮຽນຫຍັງແດ່ທີ່ຂ້ອຍຈະເອົາໄປໃຊ້ໄດ້?
● ເລື່ອງນີ້ສອນຫຍັງຂ້ອຍກ່ຽວກັບພະເຢໂຫວາແລະເຫດຜົນທີ່ເພິ່ນເຮັດແບບນັ້ນ?
4. ອະທິດຖານຫາພະເຢໂຫວາສັ້ນໆ. ບອກເພິ່ນວ່າເຈົ້າໄດ້ຮຽນຫຍັງຈາກເລື່ອງທີ່ເຈົ້າອ່ານແລະຈະເອົາໄປໃຊ້ໃນຊີວິດແນວໃດ ແລະໃຫ້ຂອບໃຈພະເຢໂຫວາສະເໝີທີ່ເພິ່ນໃຫ້ຄຳພີໄບເບິນພະຄຳຂອງເພິ່ນກັບເຮົາ ເຊິ່ງເປັນຂອງຂວັນທີ່ມີຄ່າຫຼາຍ!
[ຮູບພາບ]
“ຄຳເວົ້າຂອງພະອົງເປັນຕະກຽງສ່ອງທາງຕອນທີ່ລູກຍ່າງ ແລະເປັນແສງສະຫວ່າງສຳລັບທາງຂອງລູກ.”—ເພງສັນລະເສີນ 119:105
[ຂອບ/ຮູບພາບໜ້າ 294]
ສິ່ງສຳຄັນຕ້ອງມາກ່ອນ
ເຈົ້າບໍ່ມີເວລາອະທິດຖານຫຼືສຶກສາຄຳພີໄບເບິນບໍ? ສ່ວນໃຫຍ່ແລ້ວມັນຂຶ້ນຢູ່ກັບວ່າເຈົ້າໃຫ້ຄວາມສຳຄັນກັບຫຍັງ.
ລອງເຮັດແບບນີ້: ໃຫ້ເອົາຄຸໜ່ວຍໜຶ່ງແລ້ວໃສ່ຫີນກ້ອນໃຫຍ່ໆລົງໄປ. ຈາກນັ້ນ ຖອກຊາຍໃສ່ໃຫ້ເຕັມຄຸ. ຕອນນີ້ໃນຄຸກໍຈະມີທັງຫີນແລະຊາຍ.
ບັດນີ້ໃຫ້ຖອກຫີນແລະຊາຍອອກມາຈາກຄຸໃຫ້ໝົດ. ເທື່ອນີ້ເຮັດປີ້ນກັນ ໃຫ້ໃສ່ຊາຍລົງໄປກ່ອນ ແລ້ວຈຶ່ງໃສ່ຫີນລົງໄປ. ໃສ່ຫີນບໍ່ໝົດແມ່ນບໍ? ນັ້ນເປັນຍ້ອນເຈົ້າໃສ່ຊາຍລົງໄປກ່ອນ.
ບົດຮຽນແມ່ນຫຍັງ? ຄຳພີໄບເບິນບອກວ່າ: ‘ເບິ່ງໃຫ້ອອກວ່າສິ່ງໃດສຳຄັນກວ່າ.’ (ຟີລິບປອຍ 1:10) ຖ້າເຈົ້າເຮັດສິ່ງທີ່ບໍ່ສຳຄັນກ່ອນ ເຊັ່ນ ການພັກຜ່ອນຢ່ອນໃຈ ເຈົ້າຈະບໍ່ມີເວລາພໍສຳລັບສິ່ງທີ່ສຳຄັນໃນຊີວິດຄືກິດຈະກຳຄລິດສະຕຽນ. ແຕ່ຖ້າເຈົ້າເຮັດຕາມຄຳແນະນຳໃນຄຳພີໄບເບິນ ເຈົ້າຈະມີເວລາສຳລັບທັງສອງສິ່ງຄືຮັບໃຊ້ພະເຈົ້າແລະມີການພັກຜ່ອນຢ່ອນໃຈແບບເໝາະສົມ. ນີ້ຂຶ້ນຢູ່ກັບວ່າເຈົ້າຈະເຮັດຫຍັງກ່ອນ!
[ຮູບພາບໜ້າ 290]
ສາຍສຳພັນຂອງເຈົ້າກັບພະເຢໂຫວາກໍເປັນຄືກັບຕົ້ນໄມ້ ຕ້ອງເອົາໃຈໃສ່ເບິ່ງແຍງມັນຈຶ່ງຈະໃຫຍ່.