ບົດທີ 14
ພະເຈົ້າຢາກໃຫ້ເຮົານະມັດສະການເພິ່ນແນວໃດ?
ຈາກທີ່ໄດ້ຮຽນໄປໃນບົດກ່ອນ ເຮົາຮູ້ວ່າພະເຈົ້າບໍ່ໄດ້ຍອມຮັບທຸກສາສະໜາ. ແຕ່ເຮົາສາມາດນະມັດສະການພະເຈົ້າໃນແບບທີ່ເພິ່ນພໍໃຈໄດ້. ແລ້ວພະເຈົ້າຍອມຮັບ “ການນະມັດສະການ [ຫຼື ສາສະໜາ]” ແບບໃດ? (ຢາໂກໂບ 1:27, ໄຂເງື່ອນ) ໃຫ້ເຮົາມາເບິ່ງສິ່ງທີ່ຄຳພີໄບເບິນບອກນຳກັນ.
1. ເຮົາຈະຮູ້ໄດ້ແນວໃດວ່າພະເຈົ້າຍອມຮັບການນະມັດສະການແບບໃດ?
ເຮົາຈະຮູ້ເລື່ອງນີ້ໄດ້ຈາກຄຳພີໄບເບິນ. ພະເຢຊູເວົ້າກັບພະເຈົ້າວ່າ: “ຄຳເວົ້າຂອງພໍ່ເປັນຄວາມຈິງ.” (ໂຢຮັນ 17:17) ບາງສາສະໜາບໍ່ໄດ້ສອນຄຳສອນຂອງພະເຈົ້າທີ່ຢູ່ໃນຄຳພີໄບເບິນເລີຍ. ເຂົາເຈົ້າສອນທຳນຽມແລະຄຳສອນທີ່ຄົນເຮົາຄິດຂຶ້ນມາເອງ. ພະເຢໂຫວາບໍ່ພໍໃຈຄົນທີ່ “ຫາທາງຫຼີກລ່ຽງກົດໝາຍຂອງພະເຈົ້າ.” (ອ່ານມາຣະໂກ 7:9) ແຕ່ເຮົາເຮັດໃຫ້ພະເຢໂຫວາດີໃຈໄດ້ ຖ້າເຮົາເຮັດຕາມສິ່ງທີ່ໄດ້ຮຽນຈາກຄຳພີໄບເບິນ.
2. ເຮົາຄວນນະມັດສະການພະເຢໂຫວາແນວໃດ?
ພະເຢໂຫວາເປັນພະເຈົ້າທີ່ສ້າງເຮົາ ເພິ່ນຈຶ່ງເປັນຜູ້ດຽວເທົ່ານັ້ນທີ່ເຮົາຄວນນະມັດສະການ. (ພະນິມິດ 4:11) ນີ້ໝາຍຄວາມວ່າເຮົາຕ້ອງຮັກແລະນະມັດສະການເພິ່ນຜູ້ດຽວໂດຍບໍ່ໃຊ້ຮູບບູຊາບໍ່ວ່າຈະເປັນຮູບປັ້ນ ຮູບພາບ ຫຼືສັນຍະລັກອື່ນໆເພື່ອນະມັດສະການເພິ່ນ.—ອ່ານເອຊາຢາ 42:8
ການນະມັດສະການຂອງເຮົາຕ້ອງ ‘ບໍລິສຸດແລະຍອມຮັບໄດ້’ ສຳລັບພະເຢໂຫວາ. (ໂຣມ 12:1) ນີ້ໝາຍຄວາມວ່າເຮົາຕ້ອງເຮັດຕາມມາດຕະຖານທາງດ້ານສິນລະທຳຕາມທີ່ພະເຈົ້າສອນ. ຕົວຢ່າງເຊັ່ນ ຄົນທີ່ຮັກພະເຢໂຫວາຈະເຫັນຄ່າແລະເຮັດຕາມສິ່ງທີ່ເພິ່ນບອກກ່ຽວກັບເລື່ອງຊີວິດຄູ່. ນອກຈາກນັ້ນ ເຂົາເຈົ້າຍັງຈະບໍ່ເຮັດສິ່ງທີ່ອັນຕະລາຍຕໍ່ຊີວິດ ເຊັ່ນ ສູບຢາ ຄ້ຽວໝາກ ໃຊ້ຢາເສບຕິດ ຫຼືກິນເຫຼົ້າຫຼາຍເກີນໄປ.a
3. ເປັນຫຍັງເຮົາຄວນນະມັດສະການພະເຢໂຫວາຮ່ວມກັບຄົນທີ່ເຊື່ອຟັງເພິ່ນ?
ທຸກອາທິດມີການປະຊຸມ ແລະຖ້າເຮົາໄປ ເຮົາກໍຈະໄດ້ ‘ສັນລະເສີນພະເຢໂຫວາ . . . ໃນບ່ອນປະຊຸມ’ ຮ່ວມກັບຄົນອື່ນໆ. (ເພງສັນລະເສີນ 111:1, 2) ວິທີໜຶ່ງທີ່ເຮົາຈະສັນລະເສີນພະເຈົ້າໄດ້ກໍຄືການຮ້ອງເພງໃນການປະຊຸມ. (ອ່ານເພງສັນລະເສີນ 104:33) ການທີ່ພະເຢໂຫວາບອກເຮົາໃຫ້ໄປປະຊຸມກໍຍ້ອນເພິ່ນຮັກເຮົາແລະເພິ່ນຮູ້ວ່າການປະຊຸມຈະຊ່ວຍໃຫ້ເຮົາໄດ້ຊີວິດທີ່ມີຄວາມສຸກຕະຫຼອດໄປ. ເມື່ອເຮົາໄປປະຊຸມ ເຮົາກໍຈະໄດ້ໃຫ້ກຳລັງໃຈຄົນອື່ນ ແລະຄົນອື່ນກໍຈະໃຫ້ກຳລັງໃຈເຮົານຳ.
ຮຽນຮູ້ຫຼາຍຂຶ້ນ
ມາເບິ່ງວ່າເປັນຫຍັງພະເຢໂຫວາບໍ່ໃຫ້ເຮົາໃຊ້ຮູບບູຊາໃນການນະມັດສະການເພິ່ນແລະເຮົາຈະສັນລະເສີນພະເຢໂຫວາໄດ້ແນວໃດແດ່.
4. ເຮົາບໍ່ຄວນໃຊ້ຮູບບູຊາໃນການນະມັດສະການ
ເຮົາຮູ້ໄດ້ແນວໃດວ່າພະເຈົ້າຈະບໍ່ພໍໃຈຖ້າເຮົາໃຊ້ຮູບບູຊາໃນການນະມັດສະການເພິ່ນ? ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ໃນສະໄໝກ່ອນ ບາງຄົນໃຊ້ຮູບບູຊາເພື່ອນະມັດສະການພະເຈົ້າ ແລ້ວເກີດຫຍັງຂຶ້ນເມື່ອເຂົາເຈົ້າເຮັດແບບນັ້ນ?
ບາງຄົນໃຊ້ຮູບບູຊາໃນການນະມັດສະການເພື່ອຈະຮູ້ສຶກໃກ້ຊິດກັບພະເຈົ້າຫຼາຍຂຶ້ນ. ແຕ່ເຈົ້າຄິດວ່າການເຮັດແບບນີ້ຊ່ວຍໄດ້ແທ້ໆບໍ? ອ່ານອົບພະຍົບ 20:4-6 ແລະເພງສັນລະເສີນ 106:35, 36 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ມີວັດຖຸສິ່ງຂອງຫຍັງແດ່ທີ່ຜູ້ຄົນຂາບໄຫວ້ບູຊາ?
ພະເຢໂຫວາຮູ້ສຶກແນວໃດກັບການໃຊ້ຮູບບູຊາ?
ແລ້ວເຈົ້າເດ ເຈົ້າຮູ້ສຶກແນວໃດກັບການໃຊ້ຮູບບູຊາ?
5. ຖ້າເຮົານະມັດສະການພະເຢໂຫວາພຽງຜູ້ດຽວ ເຮົາກໍຈະຫຼຸດພົ້ນຈາກຄວາມເຊື່ອຜິດໆ
ໃຫ້ເຮົາມາເບິ່ງວ່າການນະມັດສະການພະເຢໂຫວາຢ່າງຖືກຕ້ອງຈະຊ່ວຍໃຫ້ເຮົາຫຼຸດພົ້ນຈາກຄວາມເຊື່ອຜິດໆໄດ້ແນວໃດ. ເປີດວິດີໂອ.
ອ່ານເພງສັນລະເສີນ 91:14 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຖ້າເຮົາຮັກພະເຢໂຫວາແລະນະມັດສະການເພິ່ນພຽງຜູ້ດຽວ ເພິ່ນສັນຍາວ່າຈະເຮັດຫຍັງເພື່ອເຮົາ?
6. ເຮົານະມັດສະການພະເຈົ້າຢູ່ການປະຊຸມຂອງປະຊາຄົມ
ໃນການປະຊຸມ ເຮົາຈະໄດ້ສັນລະເສີນພະເຢໂຫວາໂດຍການຮ້ອງເພງແລະໃຫ້ກຳລັງໃຈຄົນອື່ນໂດຍການອອກຄວາມຄິດເຫັນ. ອ່ານເພງສັນລະເສີນ 22:22 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຈົ້າມັກຟັງຄົນອື່ນອອກຄວາມຄິດເຫັນໃນການປະຊຸມບໍ?
ເຈົ້າຢາກກຽມເພື່ອຈະອອກຄວາມຄິດເຫັນໃນການປະຊຸມຄືກັນບໍ?
7. ພະເຢໂຫວາຈະດີໃຈຖ້າເຮົາເລົ່າສິ່ງທີ່ໄດ້ຮຽນໃຫ້ຄົນອື່ນຟັງ
ມີຫຼາຍວິທີທີ່ເຮົາຈະເລົ່າສິ່ງທີ່ໄດ້ຮຽນຈາກຄຳພີໄບເບິນໃຫ້ຄົນອື່ນຟັງໄດ້. ອ່ານເພງສັນລະເສີນ 9:1 ແລະ 34:1 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ມີເລື່ອງໃດແດ່ທີ່ເຈົ້າໄດ້ຮຽນຈາກຄຳພີໄບເບິນແລ້ວຢາກເລົ່າໃຫ້ຄົນອື່ນຟັງ?
ບາງຄົນເວົ້າວ່າ: “ເຮົາຈະເຮັດຫຍັງ ພະເຈົ້າກໍຍອມຮັບໝົດຫັ້ນແຫຼະ ເລື່ອງແບບນີ້ມັນຢູ່ທີ່ໃຈ.”
ເຈົ້າຄິດແນວໃດ?
ສະຫຼຸບ
ເຮົາຈະເຮັດໃຫ້ພະເຈົ້າດີໃຈຖ້າເຮົານະມັດສະການເພິ່ນພຽງຜູ້ດຽວ ສັນລະເສີນເພິ່ນໃນການປະຊຸມ ແລະເລົ່າສິ່ງທີ່ເຮົາຮຽນໃຫ້ຄົນອື່ນຟັງ.
ຄຳຖາມທົບທວນ
ເຮົາຈະຮູ້ໄດ້ແນວໃດວ່າພະເຈົ້າຍອມຮັບການນະມັດສະການແບບໃດ?
ເປັນຫຍັງເຮົາຄວນນະມັດສະການພະເຢໂຫວາພຽງຜູ້ດຽວເທົ່ານັ້ນ?
ເປັນຫຍັງເຮົາຄວນນະມັດສະການພະເຢໂຫວາຮ່ວມກັບຄົນທີ່ເຊື່ອຟັງເພິ່ນ?
ເບິ່ງເພີ່ມເຕີມ
ອ່ານເລື່ອງ “ຂ້ອຍບໍ່ເປັນທາດຮູບບູຊາອີກຕໍ່ໄປ” ເພື່ອເບິ່ງວ່າເປັນຫຍັງຜູ້ຍິງຄົນໜຶ່ງດີໃຈທີ່ໄດ້ເຊົານະມັດສະການຮູບບູຊາ.
ເບິ່ງວ່າອັນໃດຈະຊ່ວຍເຈົ້າໃຫ້ອອກຄວາມຄິດເຫັນຢູ່ການປະຊຸມໄດ້.
“ສັນລະເສີນພະເຢໂຫວາໃນການປະຊຸມ” (ຫໍສັງເກດການ ເດືອນມັງກອນ ປີ 2019)
ຜູ້ຊາຍຄົນໜຶ່ງໄດ້ຮັບປະໂຫຍດຫຍັງຈາກການເຂົ້າຮ່ວມປະຊຸມເຖິງວ່າການເຮັດແບບນັ້ນຈະບໍ່ແມ່ນເລື່ອງງ່າຍສຳລັບລາວ.
ຫຼາຍຄົນເບິ່ງວ່າໄມ້ກາງເຂນເປັນເຄື່ອງໝາຍຂອງສາສະໜາຄລິດແຕ່ແທ້ໆແລ້ວເຮົາຄວນໃຊ້ໄມ້ກາງເຂນໃນການນະມັດສະການບໍ?
“ເປັນຫຍັງພະຍານພະເຢໂຫວາບໍ່ໃຊ້ໄມ້ກາງເຂນ?” (ບົດຄວາມໃນເວັບໄຊ)
a ເຮົາຈະລົມເລື່ອງເຫຼົ່ານີ້ໃນບົດອື່ນໆ.