ບົດຫົກ
ຈົ່ງຊ່ວຍລູກໄວຮຸ່ນໃຫ້ວັດທະນະຂຶ້ນ
1, 2. ໄລຍະໄວຮຸ່ນອາດນຳມາຊຶ່ງການທ້າທາຍແລະຄວາມຍິນດີປະການໃດແດ່?
ການມີລູກໄວຮຸ່ນຢູ່ໃນບ້ານນັບວ່າຕ່າງກັນຫຼາຍຈາກການມີລູກໄວຫ້າປີຫຼືແມ່ນແຕ່ສິບປີ. ໄລຍະໄວຮຸ່ນມັກນຳມາຊຶ່ງການທ້າທາຍແລະບັນຫາ ແຕ່ອາດນຳມາຊຶ່ງຄວາມຍິນດີແລະບຳເໜັດມາດ້ວຍ. ຕົວຢ່າງເຊັ່ນ ໂຍເຊບ, ດາວິດ, ໂຢເຊຍເຊ, ແລະຕີໂມເຕສະແດງວ່າຫນຸ່ມສາວສາມາດປະຕິບັດຢ່າງທີ່ຮູ້ຈັກຮັບຜິດຊອບແລະມີສຳພັນທະພາບທີ່ດີກັບພະເຢໂຫວາ. (ຕົ້ນເດິມ 37:2-11; 1 ຊາເມິອນ 16:11-13; 2 ກະສັດ 22:3-7; ກິດຈະການ 16:1, 2) ເດັກໄວຮຸ່ນຫຼາຍຄົນໃນທຸກມື້ນີ້ພິສູດໃຫ້ເຫັນວ່າເປັນເຊັ່ນນັ້ນ. ເຈົ້າຄົງຮູ້ຈັກບາງຄົນໃນພວກເຂົາ.
2 ແຕ່ສຳລັບລາງຄົນແລ້ວ ຕອນໄວຮຸ່ນເປັນໄລຍະທີ່ສັບສົນວຸ່ນວາຍ. ເດັກໄວນີ້ມີອາລົມບໍ່ຄົງທີ່. ເດັກຊາຍແລະເດັກຍິງໄວຮຸ່ນອາດຕ້ອງການອິດສະຫຼະຫຼາຍຂຶ້ນ ແລະອາດຂຸ່ນເຄືອງໃຈໃນຂໍ້ຈຳກັດທີ່ພໍ່ແມ່ວາງໄວ້ຕໍ່ເຂົາ. ເຖິງຢ່າງນັ້ນ ເຍົາວະຊົນດັ່ງກ່າວຍັງຂາດປະສົບການຫຼາຍແລະຈຳຕ້ອງໄດ້ຮັບຄວາມຊ່ວຍເຫຼືອດ້ວຍຄວາມຮັກ ຄວາມອົດທົນຈາກພໍ່ແມ່. ຖືກແລ້ວ ຕອນໄວຮຸ່ນອາດຈະໜ້າຕື່ນເຕັ້ນ ແຕ່ກໍອາດຈະເປັນຕອນທີ່ຫຍຸ້ງຍາກສັບສົນດ້ວຍ—ທັງສຳລັບພໍ່ແມ່ແລະໄວຮຸ່ນ. ຈະຊ່ວຍເຍົາວະຊົນໃນລະຫວ່າງຕອນປີເຫຼົ່ານີ້ໄດ້ຢ່າງໃດ?
3. ພໍ່ແມ່ສາມາດໃຫ້ໂອກາດອັນດີໃນຊີວິດແກ່ລູກໄວຮຸ່ນໄດ້ຢ່າງໃດ?
3 ພໍ່ແມ່ຊຶ່ງປະຕິບັດຕາມຄຳແນະນຳໃນຄຳພີໄບເບິນໃຫ້ໂອກາດອັນດີທີ່ສຸດເທົ່າທີ່ຈະມີໄດ້ແກ່ລູກໄວຮຸ່ນທີ່ຈະກ້າວໄປຂ້າງໜ້າຢ່າງປະສົບຜົນສຳເລັດຜ່ານການທົດລອງເຫຼົ່ານັ້ນໄປສູ່ໄວຜູ້ໃຫຍ່ທີ່ຮູ້ຈັກຮັບຜິດຊອບ. ໃນທຸກດິນແດນແລະທຸກສະໄໝ ພໍ່ແມ່ແລະໄວຮຸ່ນຊຶ່ງນຳຫຼັກການໃນຄຳພີໄບເບິນໄປໃຊ້ຮ່ວມກັນໄດ້ຮັບພະພອນດ້ວຍຄວາມສຳເລັດ.—ຄຳເພງ 119:1.
ການສື່ຄວາມທີ່ຈິງໃຈແລະການເປີດໂອກາດ
4. ເຫດໃດການສົນທະນາແບບໄວ້ເນື້ອເຊື່ອໃຈກັນຈຶ່ງສຳຄັນເປັນພິເສດໃນລະຫວ່າງໄວຮຸ່ນ?
4 ຄຳພີໄບເບິນກ່າວວ່າ “ແຜນການລົ້ມເຫຼວເມື່ອບໍ່ມີການສົນທະນາກັນແບບໄວ້ເນື້ອເຊື່ອໃຈກັນ.” (ສຸພາສິດ 15:22, ລ.ມ.) ຫາກການສົນທະນາແບບໄວ້ເນື້ອເຊື່ອໃຈກັນເປັນສິ່ງຈຳເປັນເມື່ອລູກອາຍຸນ້ອຍກວ່ານີ້ ຍ່ອມເປັນສິ່ງຈຳເປັນຍິ່ງລະຫວ່າງຕອນໄວຮຸ່ນ—ເມື່ອເດັກຫນຸ່ມສາວມັກຈະໃຊ້ເວລາຢູ່ບ້ານນ້ອຍລົງແລະໃຊ້ເວລາຢູ່ນຳຫມູ່ນັກຮຽນຫຼືຫມູ່ຄູ່ອື່ນໆ ຫຼາຍຂຶ້ນ. ຖ້າບໍ່ມີການສົນທະນາແບບໄວ້ເນື້ອເຊື່ອໃຈກັນ—ບໍ່ມີການສື່ຄວາມທີ່ຈິງໃຈແລະເປີດໂອກາດລະຫວ່າງລູກກັບພໍ່ແມ່—ເດັກໄວຮຸ່ນອາດກາຍເປັນຄົນແປກໜ້າພາຍໃນບ້ານ. ດັ່ງນັ້ນ ຈະໃຫ້ຊ່ອງທາງໃນການສື່ຄວາມເປີດຢູ່ສະເໝີໄດ້ຢ່າງໃດ?
5. ເດັກໄວຮຸ່ນໄດ້ຮັບການສະໜັບສະຫນູນໃຫ້ມອງເບິ່ງເລື່ອງການສື່ຄວາມກັບພໍ່ແມ່ວ່າເປັນຢ່າງໃດ?
5 ທັງເດັກໄວຮຸ່ນແລະພໍ່ແມ່ຕ້ອງເຮັດສ່ວນຂອງຕົນໃນເລື່ອງນີ້. ຈິງຢູ່ ເດັກໄວຮຸ່ນອາດຈະພົບວ່າການສົນທະນາກັບພໍ່ແມ່ນັ້ນຍາກກວ່າຕອນທີ່ເຂົາເຄີຍເວົ້າລົມຕອນທີ່ອາຍຸຍັງນ້ອຍກວ່າ. ຢ່າງໃດກໍຕາມ ຂໍຈື່ໄວ້ວ່າ “ຖ້າບໍ່ມີການຊີ້ນຳຢ່າງຊຳນານ ປະຊາຊົນກໍລົ້ມລົງ; ແຕ່ມີຄວາມລອດເມື່ອມີທີ່ປຶກສາຈຳນວນຫຼາຍ.” (ສຸພາສິດ 11:14, ລ.ມ.) ຖ້ອຍຄຳເຫຼົ່ານີ້ນຳມາໃຊ້ກັບທຸກຄົນ ທັງຫນຸ່ມສາວແລະຄົນມີອາຍຸເຊັ່ນກັນ. ເດັກໄວຮຸ່ນຊຶ່ງສຳນຶກເຖິງຂໍ້ນີ້ຈະເຂົ້າໃຈວ່າ ເຂົາຍັງຈຳເປັນຕ້ອງໄດ້ຮັບການຊີ້ນຳຢ່າງຊຳນານ ເນື່ອງຈາກເຂົາຜະເຊີນບັນຫາທີ່ຊັບຊ້ອນຍິ່ງກວ່າແຕ່ກ່ອນ. ເຂົາຄວນລະນຶກວ່າ ພໍ່ແມ່ຜູ້ມີຄວາມເຊື່ອມີຄຸນສົມບັດເໝາະສົມຖານະທີ່ປຶກສາ ເພາະເຂົາມີປະສົບການໃນຊີວິດຫຼາຍກວ່າແລະໄດ້ພິສູດຄວາມຫ່ວງໃຍດ້ວຍຄວາມຮັກມາຕະຫຼອດຫຼາຍປີ. ດັ່ງນັ້ນ ໃນໄລຍະນີ້ຂອງຊີວິດ ໄວຮຸ່ນທີ່ສະຫຼາດຈະບໍ່ຫັນໜີຈາກພໍ່ແມ່.
6. ພໍ່ແມ່ທີ່ສຸຂຸມແລະປ່ຽມດ້ວຍຄວາມຮັກຈະມີທັດສະນະເຊັ່ນໃດຕໍ່ເລື່ອງການສື່ຄວາມກັບລູກໄວຮຸ່ນ?
6 ການສື່ຄວາມທີ່ເປີດໂອກາດໝາຍຄວາມວ່າ ພໍ່ແມ່ຈະພະຍາຍາມຢ່າງຈິງຈັງໃຫ້ຕົນເອງຢູ່ພ້ອມເມື່ອລູກໄວຮຸ່ນຮູ້ສຶກວ່າຈຳເປັນຕ້ອງສົນທະນາ. ຫາກເຈົ້າເປັນພໍ່ຫຼືແມ່ ຈົ່ງເຮັດໃຫ້ແນ່ໃຈວ່າ ຢ່າງນ້ອຍທີ່ສຸດເຈົ້າເປັນຝ່າຍເປີດໂອກາດໄວ້ສຳລັບການສື່ຄວາມ. ນັ້ນອາດຈະບໍ່ແມ່ນເລື່ອງງ່າຍ. ຄຳພີໄບເບິນກ່າວວ່າ “ມີເວລາມິດປາກແລະມີເວລາເວົ້າ.” (ຜູ້ເທສນາປ່າວປະກາດ 3:7) ເມື່ອລູກໄວຮຸ່ນຮູ້ສຶກວ່າເຖິງເວລາທີ່ຈະເວົ້າ ຕອນນີ້ອາດຈະເປັນເວລາທີ່ເຈົ້າຕ້ອງການມິດຢູ່. ບາງທີເຈົ້າໄດ້ຈັດເວລານັ້ນໄວ້ເພື່ອການສຶກສາສ່ວນຕົວ, ການພັກຜ່ອນ, ຫຼືເຮັດວຽກບ້ານ. ແຕ່ ຫາກລູກຕ້ອງການສົນທະນານຳເຈົ້າ ຈົ່ງພະຍາຍາມປັບແຜນການຂອງເຈົ້າແລະຮັບຟັງ. ບໍ່ສະນັ້ນ ເຂົາອາດຈະບໍ່ພະຍາຍາມອີກ. ຂໍລະນຶກເຖິງຕົວຢ່າງຂອງພະເຍຊູ. ໃນຄາວໜຶ່ງ ພະອົງກຳນົດເວລາໜຶ່ງໄວ້ເພື່ອຈະພັກຜ່ອນ. ແຕ່ເມື່ອ ຝູງຊົນຍັດຢຽດອ້ອມຮອບເພື່ອຟັງພະອົງ ພະອົງເລື່ອນເວລາພັກຜ່ອນອອກໄປແລະເລີ່ມສັ່ງສອນພວກເຂົາ. (ມາລະໂກ 6:30-34) ເດັກໄວຮຸ່ນສ່ວນໃຫຍ່ຮູ້ດີວ່າ ພໍ່ແມ່ມີຊີວິດທີ່ເຕັມດ້ວຍວຽກງານ ແຕ່ເຂົາຈຳຕ້ອງໄດ້ຮັບຄວາມໝັ້ນໃຈວ່າ ພໍ່ແມ່ຢູ່ພ້ອມຈະຊ່ວຍເຂົາເມື່ອຈຳເປັນ. ດັ່ງນັ້ນ ຈົ່ງຢູ່ພ້ອມແລະສະແດງຄວາມເຂົ້າໃຈ.
7. ພໍ່ແມ່ຕ້ອງຫຼີກເວັ້ນສິ່ງໃດ?
7 ພະຍາຍາມລະນຶກວ່າ ຕອນເຈົ້າເປັນເດັກໄວຮຸ່ນນັ້ນເປັນຢ່າງໃດ ແລະຢ່າໝົດອາລົມຂົບຂັນ! ພໍ່ແມ່ຄວນຍິນດີໃນການຢູ່ກັບລູກຂອງຕົນ. ເມື່ອມີເວລາວ່າງ ພໍ່ແມ່ໃຊ້ເວລານັ້ນຢ່າງໃດ? ຖ້າເຂົາຕ້ອງການໃຊ້ເວລາວ່າງຂອງຕົນເຮັດສິ່ງທີ່ບໍ່ລວມເອົາຄອບຄົວເຂົ້າໄວ້ນຳສະເໝີ ລູກໄວຮຸ່ນຂອງເຂົາຈະໄວໃນການສັງເກດເຫັນ. ຫາກເດັກໄວຮຸ່ນຕັດສິນໃຈວ່າຫມູ່ນັກຮຽນນິຍົມຊົມຊອບເຂົາຍິ່ງກວ່າພໍ່ແມ່ແລ້ວ ເຂົາຈະມີບັນຫາແນ່ໆ.
ເລື່ອງທີ່ເພີງນຳມາສົນທະນາກັນ
8. ຄວາມຢັ່ງຮູ້ສຳນຶກໃນເລື່ອງຄວາມສັດຊື່, ການດຸໝັ່ນເຮັດການ, ແລະຄວາມປະພຶດທີ່ເໝາະສົມຈະຝັງເຂົ້າໃນໃຈລູກໄດ້ຢ່າງໃດ?
8 ຖ້າພໍ່ແມ່ຍັງບໍ່ເຄີຍບົ່ມສອນລູກໃຫ້ມີຄວາມຢັ່ງຮູ້ສຳນຶກໃນເລື່ອງຄວາມສັດຊື່ແລະການເຮັດວຽກຢ່າງດຸໝັ່ນແລ້ວ ເຂົາກໍໜ້າຈະເຮັດເຊັ່ນນັ້ນໃນລະຫວ່າງໄວຮຸ່ນ. (1 ເທຊະໂລນີກ 4:11; 2 ເທຊະໂລນີກ 3:10) ເປັນສິ່ງຈຳເປັນຫຼາຍຄືກັນສຳລັບພໍ່ແມ່ທີ່ຈະໝັ້ນໃຈວ່າ ລູກໆ ເຊື່ອຢ່າງສຸດຫົວໃຈໃນຄວາມສຳຄັນຂອງການດຳເນີນຊີວິດທີ່ມີສິນທຳແລະສະອາດ. (ສຸພາສິດ 20:11) ພໍ່ແມ່ບອກໃຫ້ຮູ້ໃນເລື່ອງເຫຼົ່ານີ້ໂດຍທາງຕົວຢ່າງເປັນສ່ວນຫຼາຍ. ເຊັ່ນດຽວກັບສາມີທີ່ບໍ່ມີຄວາມເຊື່ອ ‘ເຂົາກໍອາດຖືກໂນ້ມນ້າວໂດຍການປະພຶດຂອງພັນລະຍາແມ່ນນາງບໍ່ເອີຍປາກ’ ດັ່ງນັ້ນ ເດັກໄວຮຸ່ນອາດຮຽນຮູ້ຫຼັກການທີ່ຖືກຕ້ອງຈາກຄວາມປະພຶດຂອງພໍ່ແມ່. (1 ເປໂຕ 3:1, ລ.ມ.) ເຖິງຢ່າງນັ້ນກໍຕາມ ຕົວຢ່າງດ້ວຍຕົວມັນເອງແລ້ວຍັງບໍ່ພໍ ເນື່ອງຈາກລູກເຫັນຕົວຢ່າງທີ່ບໍ່ດີແລະການໂຄສະນາທີ່ລໍ້ໃຈຫຼວງຫຼາຍນອກບ້ານ. ດ້ວຍເຫດນີ້ ພໍ່ແມ່ທີ່ຫ່ວງໃຍຈຳຕ້ອງຮູ້ທັດສະນະຂອງລູກໄວຮຸ່ນຕໍ່ສິ່ງທີ່ເຂົາເຫັນແລະຟັງ ແລະທັງນີ້ຈຳເປັນຕ້ອງມີການສົນທະນາກັນຢ່າງມີຄວາມໝາຍ.—ສຸພາສິດ 20:5.
9, 10. ເຫດໃດພໍ່ແມ່ຄວນເຮັດໃຫ້ແນ່ໃຈທີ່ຈະສັ່ງສອນເລື່ອງເພດແກ່ລູກຂອງຕົນ ແລະເຂົາຈະເຮັດເຊັ່ນນັ້ນໄດ້ໂດຍວິທີໃດ?
9 ເລື່ອງນີ້ເປັນຄວາມຈິງໂດຍສະເພາະເມື່ອມາເຖິງເລື່ອງເພດ. ພໍ່ແມ່ທັງຫຼາຍ ເຈົ້າຮູ້ສຶກອຶດອັດໃຈທີ່ຈະສົນທະນາເລື່ອງເພດກັບລູກຂອງເຈົ້າບໍ? ແມ່ນວ່າເຈົ້າຮູ້ສຶກເຊັ່ນນັ້ນ ຈົ່ງພະຍາຍາມທີ່ຈະເວົ້າເລື່ອງນັ້ນ ເພາະລູກທີ່ໄວເຍົາຂອງເຈົ້າຈະຮຽນເລື່ອງນັ້ນຈາກຜູ້ໃດຜູ້ໜຶ່ງແນ່ໆ. ຖ້າເຂົາບໍ່ໄດ້ຮຽນຮູ້ຈາກເຈົ້າ ໃຜຈະຮູ້ວ່າເຂົາຈະໄດ້ຮັບຂໍ້ມູນອັນໃດທີ່ບິດເບືອນໄປ? ໃນຄຳພີໄບເບິນ ພະເຢໂຫວາບໍ່ໄດ້ຫຼີກເວັ້ນເລື່ອງກ່ຽວກັບເພດ ແລະພໍ່ແມ່ກໍບໍ່ຄວນເວັ້ນເລື່ອງນັ້ນດ້ວຍ.—ສຸພາສິດ 4:1-4; 5:1-21.
10 ໜ້າຍິນດີ ຄຳພີໄບເບິນມີການຊີ້ແນະຊັດເຈນໃນເລື່ອງຄວາມປະພຶດທາງເພດ ແລະສະມາຄົມວອຊເທົາເວີຣ໌ໄດ້ຈັດພິມຄວາມຮູ້ທີ່ເປັນປະໂຫຍດຫຼາຍຢ່າງຊຶ່ງສະແດງວ່າ ການຊີ້ແນະນີ້ຍັງຄົງນຳມາໃຊ້ໄດ້ໃນໂລກສະໄໝປັດຈຸບັນ. ເປັນຫຍັງບໍ່ໃຊ້ເຄື່ອງຊ່ວຍນີ້ໃຫ້ເກີດປະໂຫຍດລະ? ເພື່ອເປັນຕົວຢ່າງ ເຫດໃດບໍ່ເບິ່ງກັບລູກໃນບົດຕ່າງ ໆ ທີ່ເໝາະສົມ ໃນປຶ້ມຄຳຖາມທີ່ຫນຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1 (ພາສາລາວ) ແລະເຫຼັ້ມທີ 2 (ພາສາອັງກິດ)? ເຈົ້າອາດຈະປະຫຼາດໃຈແລະຍິນດີໃນຜົນທີ່ເກີດຂຶ້ນ.
11. ວິທີທີ່ໄດ້ຜົນຫຼາຍທີ່ສຸດວິທີໜຶ່ງສຳລັບພໍ່ແມ່ທີ່ຈະສອນລູກໃຫ້ຮັບໃຊ້ພະເຢໂຫວານັ້ນແມ່ນຫຍັງ?
11 ອັນໃດແມ່ນເລື່ອງສຳຄັນທີ່ສຸດທີ່ພໍ່ແມ່ກັບລູກຄວນຫາລືນຳກັນ? ອັກຄະສາວົກໂປໂລອ້າງເຖິງເລື່ອງນັ້ນເມື່ອທ່ານຂຽນວ່າ “ຈົ່ງອົບຮົມ [ລູກຂອງເຈົ້າ] ດ້ວຍການຕີສອນແລະການປັບຄວາມຄຶດຈິດໃຈຕາມຫຼັກການຂອງພະເຢໂຫວາ.” (ເອເຟດ 6:4, ລ.ມ.) ລູກຈຳເປັນຕ້ອງຮຽນຮູ້ເລື່ອງພະເຢໂຫວາເລື້ອຍໆ ໄປ. ໂດຍສະເພາະ ເຂົາຕ້ອງຮຽນທີ່ຈະຮັກພະອົງ ແລະເຂົາຄວນຕ້ອງການຮັບໃຊ້ພະອົງ. ນີ້ກໍຄືກັນ ຈະສອນໄດ້ຫຼາຍໂດຍທາງຕົວຢ່າງ. ຫາກເດັກໄວຮຸ່ນເຫັນວ່າ ພໍ່ແມ່ຂອງເຂົາຮັກພະເຈົ້າ ‘ດ້ວຍສຸດໃຈ ສຸດຈິດ ແລະດ້ວຍສິ້ນສຸດຄວາມຄຶດ’ ແລະເຫັນວ່າເລື່ອງນີ້ເກີດຜົນດີໃນຊີວິດຂອງພໍ່ແມ່ແລ້ວ ເຂົາກໍຄົງຈະໄດ້ຮັບການຊັກຈູງໃຫ້ເຮັດຢ່າງດຽວກັນ. (ມັດທາຽ 22:37) ໃນທຳນອງດຽວກັນ ຫາກເຍົາວະຊົນເຫັນວ່າ ພໍ່ແມ່ມີທັດສະນະທີ່ເໝາະສົມດ້ວຍເຫດຜົນຕໍ່ສິ່ງຝ່າຍວັດຖຸ ໂດຍຈັດເອົາລາຊະອານາຈັກຂອງພະເຈົ້າໄວ້ເປັນອັນດັບທຳອິດແລ້ວ ເຂົາຈະໄດ້ຮັບການຊ່ວຍເຫຼືອໃຫ້ພັດທະນາເຈຕະຄະຕິຢ່າງດຽວກັນ.—ຜູ້ເທສນາປ່າວປະກາດ 7:12; ມັດທາຽ 6:31-33.
12, 13. ຄວນຈື່ຈຳສິ່ງໃດໄວ້ສະເໝີເພື່ອການສຶກສາປະຈຳຄອບຄົວຈະປະສົບຜົນສຳເລັດ?
12 ການສຶກສາຄຳພີໄບເບິນປະຈຳຄອບຄົວທຸກສັບປະດານັບວ່າເປັນເຄື່ອງຊ່ວຍທີ່ເດັ່ນໃນການຖ່າຍທອດຄ່ານິຍົມຝ່າຍວິນຍານແກ່ເຍົາວະຊົນ. (ຄຳເພງ 119:33, 34; ສຸພາສິດ 4:20-23) ການສຶກສາດັ່ງນີ້ເປັນປະຈຳນັບວ່າສຳຄັນຍິ່ງ. (ຄຳເພງ 1:1-3) ພໍ່ແມ່ກັບລູກຄວນສຳນຶກວ່າ ການສຶກສາປະຈຳຄອບຄົວຕ້ອງມາກ່ອນກິດຈະກຳອື່ນໆ ທີ່ກຳນົດໄວ້ໃນຕາລາງເວລາ ບໍ່ແມ່ນກັບກັນ. ນອກນັ້ນ ເຈຕະຄະຕິທີ່ຖືກຕ້ອງເປັນສິ່ງສຳຄັນເພື່ອການສຶກສາປະຈຳຄອບຄົວຈະບັງເກີດຜົນ. ພໍ່ຄົນໜຶ່ງບອກວ່າ “ເຄັດລັບສຳລັບຜູ້ນຳການສຶກສາແມ່ນສົ່ງເສີມບັນຍາກາດທີ່ຜ່ອນຄາຍ ນອກນີ້ຍັງສະແດງຄວາມນັບຖືລະຫວ່າງການສຶກສາປະຈຳຄອບຄົວ—ບໍ່ເປັນທາງການແຕ່ກໍບໍ່ອໍ້ແອ້. ອາດຈະບໍ່ງ່າຍສະເໝີໄປທີ່ຈະບັນລຸຄວາມສົມດຸນທີ່ຖືກຕ້ອງ ແລະເຍົາວະຊົນຈຳເປັນໄດ້ຮັບການປັບປ່ຽນເຈຕະຄະຕິຢູ່ເລື້ອຍໆ. ຫາກເຫດການບໍ່ດຳເນີນໄປດ້ວຍດີເທື່ອໜຶ່ງຫຼືສອງເທື່ອ ຈົ່ງບາກບັ່ນພາກພຽນ ຄອຍໂອກາດໜ້າ.” ພໍ່ຜູ້ດຽວກັນນີ້ກ່າວວ່າ ໃນຄຳອະທິດຖານຂອງເຂົາກ່ອນສຶກສາແຕ່ລະເທື່ອ ເຂົາເຈາະຈົງຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາ ເພື່ອໃຫ້ທຸກຄົນທີ່ຮ່ວມນຳມີເຈຕະຄະຕິທີ່ຖືກຕ້ອງ.—ຄຳເພງ 119:66.
13 ການນຳການສຶກສາປະຈຳຄອບຄົວເປັນໜ້າທີ່ຮັບຜິດຊອບຂອງພໍ່ແມ່ທີ່ມີຄວາມເຊື່ອ. ຈິງຢູ່ ພໍ່ແມ່ລາງຄົນອາດບໍ່ແມ່ນຄູທີ່ມີພອນສະຫວັນ ແລະອາດເປັນເລື່ອງຍາກສຳລັບເຂົາທີ່ຈະຫາວິທີເຮັດໃຫ້ການສຶກສາຄອບຄົວເປັນທີ່ໜ້າສົນໃຈ. ຢ່າງໃດກໍຕາມ ຫາກເຈົ້າຮັກລູກໄວຮຸ່ນຂອງເຈົ້າ “ດ້ວຍການກະທຳແລະຄວາມຈິງ” ແລ້ວ ເຈົ້າຄົງຢາກຈະຊ່ວຍເຂົາດ້ວຍທ່າທີຖ່ອມໃຈແລະສັດຊື່ເພື່ອກ້າວໜ້າດ້ານຝ່າຍວິນຍານ. (1 ໂຍຮັນ 3:18, ລ.ມ.) ພວກເຂົາອາດຈະຈົ່ມເປັນບາງເທື່ອ ແຕ່ເຂົາຄົງຈະສັງເກດເຫັນຄວາມສົນໃຈເລິກເຊິ່ງຂອງເຈົ້າຕໍ່ສະຫວັດດີພາບຂອງເຂົາ.
14. ຈະເອົາພະບັນຍັດຕິທີ2 11:18, 19 ມາໃຊ້ໄດ້ຢ່າງໃດເມື່ອຖ່າຍທອດສິ່ງຝ່າຍວິນຍານໃຫ້ເດັກໄວຮຸ່ນ?
14 ການສຶກສາປະຈຳຄອບຄົວບໍ່ແມ່ນວ່າເປັນໂອກາດດຽວທີ່ຈະຖ່າຍທອດສິ່ງສຳຄັນຝ່າຍວິນຍານເທົ່ານັ້ນ. ເຈົ້າຈື່ຄຳສັ່ງທີ່ພະເຢໂຫວາໃຫ້ກັບພໍ່ແມ່ໄດ້ບໍ? ພະອົງຕັດວ່າ “ຖ້ອຍຄຳທັງຫຼາຍນີ້ຂອງເຮົາຈົ່ງເອົາໄວ້ໃນໃຈແລະໃນຈິດຂອງທ່ານ ແລະຈົ່ງຜູກໄວ້ເປັນສຳຄັນຕິດມືແລະຕັ້ງໄວ້ຫວ່າງກາງຄິ້ວຕາຂອງທ່ານ. ແລະຈົ່ງສັ່ງສອນຄຳທັງຫຼາຍນີ້ໃຫ້ພວກລູກຟັງ ຈົ່ງປາກແກ່ເຂົາວ່າດ້ວຍຄຳທັງຫຼາຍນີ້ເມື່ອເຈົ້ານັ່ງຢູ່ເຮືອນ ແລະເມື່ອທຽວໄປໃນຫົນທາງ ແລະເມື່ອນອນແລະລຸກແຕ່ນອນ.” (ພະບັນຍັດຕິທີ2 11:18, 19; ເບິ່ງພະບັນຍັດຕິທີ2 6:6, 7 ດ້ວຍ.) ນີ້ບໍ່ໄດ້ໝາຍຄວາມວ່າ ພໍ່ແມ່ມຸ່ງແຕ່ເທດໃຫ້ລູກຟັງ. ແຕ່ປະມຸກຄອບຄົວທີ່ສະແດງຄວາມຮັກຄວນຕື່ນຕົວຕໍ່ໂອກາດຕ່າງໆ ທີ່ຈະເສີມສ້າງທັດສະນະຝ່າຍວິນຍານຂອງຄອບຄົວ.
ການຕີສອນແລະຄວາມນັບຖື
15, 16. (ກ) ການຕີສອນແມ່ນຫຍັງ? (ຂ) ໃຜຮັບຜິດຊອບໃນການດຳເນີນການຕີສອນ ແລະໃຜມີໜ້າທີ່ຮັບຜິດຊອບທີ່ຈະຕ້ອງເອົາໃຈໃສ່ຟັງການຕີສອນນັ້ນ?
15 ການຕີສອນເປັນການຝຶກສອນເພື່ອແກ້ໄຂ ແລະໝາຍລວມເຖິງການສື່ຄວາມ. ການຕີສອນແຝງໄວ້ດ້ວຍແນວຄຶດໃນການແກ້ໄຂຫຼາຍກວ່າການລົງໂທດ—ແມ່ນແຕ່ການລົງໂທດອາດມີສ່ວນດ້ວຍ. ລູກຂອງເຈົ້າຕ້ອງໄດ້ຮັບການຕີສອນຕອນທີ່ເຂົານ້ອຍຢູ່ ແລະດຽວນີ້ເມື່ອເຂົາເປັນເດັກໄວຮຸ່ນ ເຂົາຍັງຈຳເປັນຕ້ອງໄດ້ຮັບການຕີສອນບາງຮູບແບບ ບາງທີຄວນໃຫ້ຫຼາຍຂຶ້ນອີກ. ເດັກໄວຮຸ່ນທີ່ສະຫຼາດຮູ້ວ່າ ນັ້ນແມ່ນຄວາມຈິງ.
16 ຄຳພີໄບເບິນບອກວ່າ “ຄົນໂງ່ປະໝາດການຕີສອນຂອງພໍ່ຕົນ; ແຕ່ຜູ້ນັບຖືການວ່າກ່າວເປັນຄົນຮອບຄອບ.” (ສຸພາສິດ 15:5, ລ.ມ.) ເຮົາຮຽນຮູ້ຫຼາຍຈາກຂໍ້ພະຄຳພີນີ້ ຊຶ່ງບອກເປັນໄນວ່າຈະມີການຕີສອນ. ເດັກໄວຮຸ່ນບໍ່ສາມາດ ‘ນັບຖືການວ່າກ່າວ’ ຫາກບໍ່ມີການວ່າກ່າວນັ້ນ. ພະເຢໂຫວາມອບໜ້າທີ່ຮັບຜິດຊອບໃນການຕີສອນໃຫ້ພໍ່ແມ່ ໂດຍສະເພາະພໍ່. ຢ່າງໃດກໍດີ ໜ້າທີ່ຮັບຜິດຊອບໃນການຮັບຟັງການຕີສອນນັ້ນເປັນຂອງເດັກໄວຮຸ່ນ. ເຂົາຈະຮຽນຮູ້ຫຼາຍຂຶ້ນແລະເຮັດຜິດພາດນ້ອຍລົງຫາກເຂົາສົນໃຈຟັງການຕີສອນທີ່ສຸຂຸມຂອງພໍ່ແລະແມ່. (ສຸພາສິດ 1:8) ຄຳພີໄບເບິນບອກວ່າ “ຄົນທີ່ປະຖິ້ມຄຳສັ່ງສອນ [“ການຕີສອນ,” ລ.ມ.] ກໍກາຍເປັນຈົນແລະຖືກລັກອາຍ ແຕ່ວ່າຄົນທີ່ຟັງຄຳຕິຕຽນຈະໄດ້ຄວາມນັບຖື.”—ສຸພາສິດ 13:18.
17. ພໍ່ແມ່ຕ້ອງມຸ່ງຢູ່ທີ່ຄວາມສົມດຸນເຊັ່ນໃດເມື່ອດຳເນີນການຕີສອນ?
17 ເມື່ອຕີສອນເດັກໄວຮຸ່ນ ພໍ່ແມ່ຕ້ອງເປັນຄົນສົມດຸນ. ເຂົາຄວນຫຼີກເວັ້ນການເປັນຄົນເຂັ້ມງວດເກີນໄປຈົນເຮັດໃຫ້ລູກຂັດເຄືອງໃຈ ບາງທີເຖິງກັບທຳລາຍຄວາມໝັ້ນໃຈໃນຕົວເອງຂອງລູກອີກ. (ໂກໂລດ 3:21) ແຕ່ເຖິງປານນັ້ນ ພໍ່ແມ່ກໍບໍ່ຢາກຕາມໃຈຫຼາຍຈົນເດັກຫນຸ່ມສາວຂາດການຝຶກອົບຮົມທີ່ຈຳເປັນຍິ່ງນັ້ນໄປ. ການຕາມໃຈດັ່ງນີ້ອາດຍັງຄວາມຫາຍະນະ. ສຸພາສິດ 29:17 ບອກວ່າ “ຈົ່ງຕີສອນລູກຊາຍຂອງເຈົ້າ ແລະເພິ່ນຈະໃຫ້ເຈົ້າໄດ້ຄວາມຫາຍເມື່ອຍແລະໃຫ້ຈິດໃຈເຈົ້າມີຄວາມສະຫນຸກ.” ຢ່າງໃດກໍດີ ຂໍ້ 21 (ລ.ມ.) ບອກວ່າ “ຖ້າຜູ້ໃດຕາມໃຈຄົນໃຊ້ຂອງຕົນຕັ້ງແຕ່ໄວເຍົາ ໃນໄລຍະຊີວິດຕໍ່ມາເຂົາຈະກາຍເປັນຄົນບໍ່ສຳນຶກບຸນຄຸນເສຍເລີຍ.” ເຖິງແມ່ນວ່າຂໍ້ນີ້ພວມກ່າວເຖິງຄົນໃຊ້ກໍຕາມ ແຕ່ກໍໃຊ້ໄດ້ເຊັ່ນກັນກັບລູກໄວຮຸ່ນຄົນໃດຄົນໜຶ່ງໃນບ້ານ.
18. ການຕີສອນເປັນຫຼັກຖານເຖິງສິ່ງໃດ ແລະເພີງຫຼີກເວັ້ນສິ່ງໃດເມື່ອພໍ່ແມ່ດຳເນີນການຕີສອນທີ່ສະເໝີຕົ້ນສະເໝີປາຍ?
18 ແທ້ຈິງແລ້ວ ການຕີສອນທີ່ເໝາະສົມເປັນຂໍ້ພິສູດຄວາມຮັກຂອງພໍ່ແມ່ທີ່ມີຕໍ່ລູກ. (ເຫບເລິ 12:6, 11) ຖ້າເຈົ້າເປັນພໍ່ຫຼືແມ່ ເຈົ້າຍ່ອມຮູ້ວ່າເປັນເລື່ອງຍາກທີ່ຈະຮັກສາໄວ້ຊຶ່ງການຕີສອນທີ່ສົມເຫດສົມຜົນສະເໝີຕົ້ນສະເໝີປາຍ. ເພື່ອເຫັນແກ່ຄວາມສະຫງົບສຸກ ອາດເບິ່ງຄືຈະງ່າຍກວ່າທີ່ຈະຍອມໃຫ້ເດັກໄວຮຸ່ນຫົວດື້ເຮັດຕາມໃຈ. ຢ່າງໃດກໍດີ ໃນໄລຍະຍາວ ພໍ່ຫຼືແມ່ຜູ້ເຮັດຕາມແນວທາງນີ້ຈະເກັບກ່ຽວຜົນຄື ຄອບຄົວທີ່ຄວບຄຸມບໍ່ໄດ້.—ສຸພາສິດ 29:15; ຄາລາຊີ 6:9.
ເຮັດວຽກແລະຫຼິ້ນ
19, 20. ພໍ່ແມ່ສາມາດຈັດການຢ່າງສຸຂຸມໄດ້ຢ່າງໃດກ່ຽວກັບເລື່ອງນັນທະນາການຂອງລູກໄວຮຸ່ນ?
19 ສະໄໝກ່ອນຕາມປົກກະຕິມີການຄາດໝາຍໃຫ້ເດັກຊ່ວຍວຽກໃນບ້ານຫຼືທີ່ໄຮ່ນາ. ທຸກມື້ນີ້ ເດັກໄວຮຸ່ນຫຼາຍຄົນມີເວລາວ່າງຫຼາກຫຼາຍແບບບໍ່ມີການຄວບຄຸມດູແລ. ເພື່ອຂ້າເວລານັ້ນ ໂລກການຄ້າຈັດໃຫ້ມີສິ່ງຕ່າງໆ ຢ່າງເຫຼືອລົ້ນເພື່ອຄວາມບັນເທີງໃນຍາມວ່າງ. ນອກນັ້ນ ຍັງມີຂໍ້ເທດຈິງທີ່ວ່າ ໂລກແທບຈະບໍ່ໃຫ້ຄວາມສຳຄັນກັບມາດຕະຖານຂອງຄຳພີໄບເບິນກ່ຽວກັບສິນທຳ ແລະນັ້ນຈຶ່ງເປັນອົງປະກອບທີ່ອາດນຳໄປສູ່ຄວາມຫາຍະນະໄດ້.
20 ດັ່ງນັ້ນ ພໍ່ຫຼືແມ່ທີ່ຮອບຄອບຈະຮັກສາໄວ້ຊຶ່ງສິດທິໃນການຕັດສິນໃຈຂັ້ນສຸດທ້າຍໃນເລື່ອງນັນທະນາການ. ແຕ່ຢ່າລືມວ່າ ເດັກໄວຮຸ່ນພວມໃຫຍ່ຂຶ້ນ. ແຕ່ລະປີ ເຂົາຄົງຫວັງຈະໄດ້ຮັບການປະຕິບັດເໝືອນເຂົາເປັນຜູ້ໃຫຍ່ຫຼາຍຂຶ້ນ. ສະນັ້ນ ນັບວ່າເປັນການສຸຂຸມສຳລັບພໍ່ແມ່ທີ່ຈະອະນຸຍາດໃຫ້ມີເສລີພາບຫຼາຍຂຶ້ນໃນການເລືອກນັນທະນາການຂະນະທີ່ລູກໄວຮຸ່ນອາຍຸຫຼາຍຂຶ້ນ—ຕາບເທົ່າທີ່ການເລືອກນັ້ນສະທ້ອນໃຫ້ເຫັນຄວາມກ້າວໜ້າສູ່ຄວາມອາວຸໂສຝ່າຍວິນຍານ. ບາງເທື່ອ ເດັກໄວຮຸ່ນອາດທຳການເລືອກຢ່າງບໍ່ສຸຂຸມໃນເລື່ອງດົນຕີ, ຜູ້ທີ່ຄົບຫາສະມາຄົມ, ແລະສິ່ງອື່ນໆ. ເມື່ອເລື່ອງນີ້ເກີດຂຶ້ນ ຄວນຫາລືກັບເດັກໄວຮຸ່ນເພື່ອຈະມີການເລືອກທີ່ດີກວ່າໃນອະນາຄົດ.
21. ການໃຊ້ເວລາຢ່າງພໍເໝາະໄປໃນນັນທະນາການຈະປ້ອງກັນເດັກໄວຮຸ່ນຢ່າງໃດ?
21 ຄວນຈັດແບ່ງເວລາໃຫ້ກັບການນັນທະນາການຫຼາຍນ້ອຍປານໃດ? ໃນບາງປະເທດ ເດັກໄວຮຸ່ນຖືກຊັກຈູງໃຫ້ເຊື່ອວ່າ ເຂົາມີສິດໄດ້ຮັບຄວາມບັນເທີງຢ່າງຕໍ່ເນື່ອງ. ດັ່ງນັ້ນ ເດັກໄວຮຸ່ນອາດກຳນົດຕາລາງເວລາເພື່ອເຂົາຈະມີການສະຫນຸກສະໜານຈາກລາຍການໜຶ່ງໄປອີກລາຍການໜຶ່ງ. ພໍ່ແມ່ຄວນຖ່າຍທອດບົດຮຽນທີ່ວ່າຄວນໃຊ້ເວລາໃນເລື່ອງອື່ນເຊັ່ນ ຄອບຄົວ, ການສຶກສາສ່ວນຕົວ, ການຄົບຫາສະມາຄົມກັບພີ່ນ້ອງອາວຸໂສຝ່າຍວິນຍານ, ການປະຊຸມຄລິດສະຕຽນ, ແລະວຽກບ້ານ. ສິ່ງເຫຼົ່ານີ້ຈະປ້ອງກັນບໍ່ໃຫ້ “ຄວາມສະຫນຸກແຫ່ງຊີວິດ” ຫງຳຮັດພະຄຳຂອງພະເຈົ້າ.—ລຶກາ 8:11-15.
22. ຄວນເຮັດໃຫ້ນັນທະນາການສົມດຸນກັບອັນໃດໃນຊີວິດຂອງເດັກໄວຮຸ່ນ?
22 ກະສັດຊາໂລໂມນກ່າວວ່າ “ຂ້ອຍໄດ້ຮູ້ຈັກວ່າບໍ່ມີສິ່ງໜຶ່ງສິ່ງໃດອັນດີສຳລັບເຂົາ ເທົ່າເວັ້ນໄວ້ແຕ່ຊົມຊື່ນຍິນດີ ແລະແຕ່ເຮັດການດີແກ່ຕົວເອງຈົນສິ້ນຊີວິດ. ອີກໃຫ້ຄົນທຸກຄົນກິນແລະດື່ມແລະຊົມຊື່ນຍິນດີໃນຄວາມສຳບາຍໃນການງານທັງສິ້ນແຫ່ງຕົນ ອັນນີ້ແມ່ນຂອງປະທານມາແຕ່ພະເຈົ້າ.” (ຜູ້ເທສນາປ່າວປະກາດ 3:12, 13) ຖືກແລ້ວ ການຊົມຊື່ນຍິນດີເປັນສ່ວນໜຶ່ງຂອງຊີວິດທີ່ສົມດຸນ. ການເຮັດວຽກໜັກກໍເປັນເຊັ່ນກັນ. ເດັກໄວຮຸ່ນຫຼາຍຄົນໃນສະໄໝນີ້ບໍ່ໄດ້ຮຽນຮູ້ຄວາມພໍໃຈທີ່ມາຈາກການເຮັດວຽກໜັກຫຼືຄວາມຮູ້ສຶກນັບຖືຕົນເອງຊຶ່ງເກີດຈາກການຈັດການກັບບັນຫາແລະແກ້ບັນຫານັ້ນ. ບາງຄົນບໍ່ໄດ້ຮັບໂອກາດທີ່ຈະພັດທະນາທັກສະຫຼືອາຊີບທີ່ຈະໃຊ້ຫາລ້ຽງຕົນເອງໃນພາຍຫຼັງ. ນີ້ແມ່ນການທ້າທາຍແທ້ໆ ຂອງພໍ່ແມ່. ເຈົ້າຈະເຮັດໃຫ້ແນ່ໃຈບໍວ່າ ລູກໄວເຍົາຂອງເຈົ້າມີໂອກາດເຊັ່ນນັ້ນ? ຫາກເຈົ້າສາມາດປະສົບຜົນສຳເລັດໃນການສອນລູກໄວຮຸ່ນທີ່ຈະຢັ່ງຮູ້ຄ່າວຽກໜັກແລະຊ້ຳຍັງຍິນດີກັບວຽກນັ້ນດ້ວຍ ເຂົາຈະພັດທະນາທັດສະນະທີ່ດີງາມຊຶ່ງຈະນຳຜົນປະໂຫຍດມາໃຫ້ຕະຫຼອດຊີວິດ.
ຈາກໄວຮຸ່ນສູ່ໄວຜູ້ໃຫຍ່
23. ພໍ່ແມ່ສາມາດຫນູນກຳລັງໃຈລູກໄວຮຸ່ນໄດ້ຢ່າງໃດ?
23 ແມ່ນວ່າຕອນເຈົ້າມີບັນຫາກັບລູກໄວຮຸ່ນກໍຕາມ ຂໍ້ພະຄຳພີນີ້ຍັງເປັນຄວາມຈິງທີ່ວ່າ “ຄວາມຮັກບໍ່ລົ້ມເຫຼວເລີຍ.” (1 ໂກລິນໂທ 13:8, ລ.ມ.) ຢ່າຢຸດສະແດງຄວາມຮັກທີ່ເຈົ້າມີຢ່າງບໍ່ຕ້ອງສົງໄສ. ຖາມຕົນເອງວ່າ ‘ຂ້ອຍຊົມເຊີຍລູກແຕ່ລະຄົນເລື່ອງຄວາມສຳເລັດຂອງເຂົາໃນການຈັດການກັບບັນຫາຫຼືເອົາຊະນະອຸປະສັກບໍ? ຂ້ອຍສວຍໂອກາດທີ່ຈະສະແດງຄວາມຮັກແລະຢັ່ງຮູ້ຄ່າກັບລູກກ່ອນທີ່ໂອກາດເຫຼົ່ານັ້ນຜ່ານໄປບໍ?’ ແມ່ນວ່າບາງເທື່ອອາດຈະມີການເຂົ້າໃຈຜິດກໍຕາມ ຫາກລູກໄວຮຸ່ນຮູ້ສຶກໝັ້ນໃຈໃນຄວາມຮັກຂອງເຈົ້າທີ່ມີຕໍ່ເຂົາແລ້ວ ຄົງເປັນໄປໄດ້ຫຼາຍຂຶ້ນທີ່ເຂົາຈະຕອບແທນຄວາມຮັກນັ້ນ.
24. ຫຼັກການໃນພະຄຳພີຂໍ້ໃດໃຊ້ເປັນກົດທົ່ວໄປໄດ້ໃນການລ້ຽງດູລູກ ແຕ່ຄວນຈື່ຈຳອັນໃດ?
24 ແນ່ນອນ ເມື່ອລູກເຕີບໂຕສູ່ໄວຜູ້ໃຫຍ່ ໃນທີ່ສຸດເຂົາກໍຈະເຮັດການຕັດສິນໃຈເລື່ອງສຳຄັນໆ ດ້ວຍຕົວເອງ. ບາງກໍລະນີ ພໍ່ແມ່ອາດບໍ່ມັກການຕັດສິນໃຈເຊັ່ນນັ້ນ. ຈະວ່າຢ່າງໃດຖ້າລູກຕັດສິນໃຈທີ່ຈະບໍ່ຮັບໃຊ້ພະເຢໂຫວາຕໍ່ໄປ? ເລື່ອງນີ້ອາດຈະເກີດຂຶ້ນໄດ້. ແມ່ນແຕ່ບຸດທີ່ເປັນກາຍວິນຍານລາງອົງຂອງພະເຢໂຫວາເອງກໍໄດ້ປະຕິເສດຄຳແນະນຳຂອງພະອົງແລະແຂງຂໍ້ຂັດຂືນ. (ຕົ້ນເດິມ 6:2; ຍູເດ 6) ລູກບໍ່ແມ່ນເຄື່ອງຄອມພິວເຕີ ຊຶ່ງສາມາດຕັ້ງໂປຣແກຣມໃຫ້ປະຕິບັດງານຕາມແບບທີ່ເຮົາຕ້ອງການ. ເຂົາເປັນສິ່ງທີ່ມີຊີວິດທີ່ມີເຈດຈຳນົງເສລີ ເປັນຜູ້ຮັບຜິດຊອບຕໍ່ພະເຢໂຫວາສຳລັບການຕັດສິນໃຈທີ່ເຂົາເຮັດ. ເຖິງຢ່າງນັ້ນ ສຸພາສິດ 22:6 ໃຊ້ເປັນກົດທົ່ວໄປໄດ້ “ຈົ່ງຝຶກຫັດເດັກນ້ອຍຕາມລະບຽບຮີດຄອງແຫ່ງຕົນ ແລະເມື່ອເຖິງເຖົ້າແລ້ວເພິ່ນຈະບໍ່ເວັ້ນໜີຈາກຮີດຄອງນັ້ນ.”
25. ວິທີດີທີ່ສຸດຊຶ່ງພໍ່ແມ່ຈະສະແດງຄວາມກະຕັນຍູຕໍ່ພະເຢໂຫວາສຳລັບສິດທິພິເສດໃນການເປັນພໍ່ແມ່ນັ້ນແມ່ນຫຍັງ?
25 ດັ່ງນັ້ນ ຈົ່ງສະແດງຄວາມຮັກກັບລູກຂອງເຈົ້າໃຫ້ຫຼາຍ. ພະຍາຍາມສຸດຄວາມສາມາດທີ່ຈະປະຕິບັດຕາມຫຼັກການຂອງຄຳພີໄບເບິນໃນການອົບຮົມພວກເຂົາ. ຈົ່ງວາງຕົວຢ່າງທີ່ດີໃນຄວາມປະພຶດດ້ວຍຄວາມເຫຼື້ອມໃສໃນພະເຈົ້າ. ໂດຍວິທີນີ້ເຈົ້າຈະໃຫ້ໂອກາດດີທີ່ສຸດແກ່ລູກຂອງເຈົ້າທີ່ຈະເຕີບໂຕຂຶ້ນເປັນຜູ້ໃຫຍ່ທີ່ຮູ້ຈັກຮັບຜິດຊອບ ຢຳເກງພະເຈົ້າ. ນີ້ເປັນວິທີລ້ຳເລີດທີ່ສຸດສຳລັບພໍ່ແມ່ທີ່ຈະສະແດງຄວາມກະຕັນຍູຕໍ່ພະເຢໂຫວາສຳລັບສິດທິພິເສດໃນການເປັນພໍ່ແມ່.