ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ເຢເຣມີ 17-21
ໃຫ້ພະເຢໂຫວານວດປັ້ນຄວາມຄິດແລະການປະພຶດຂອງເຈົ້າ
ເຮົາຄວນຍອມຮັບການນວດປັ້ນຈາກພະເຢໂຫວາ
ພະເຢໂຫວານວດປັ້ນເຮົາໃຫ້ມີຄຸນລັກສະນະແບບຄລິດ ສະຕຽນໂດຍຜ່ານທາງຄຳແນະນຳຫຼືການຕີສອນ
ເຮົາຕ້ອງອ່ອນນ້ອມແລະເຊື່ອຟັງ
ພະເຢໂຫວາບໍ່ເຄີຍບັງຄັບເຮົາໃຫ້ເຮັດແບບຝືນໃຈ
ຊ່າງປັ້ນອາດປ່ຽນໃຈໃນສິ່ງທີ່ລາວຈະເຮັດກັບພາຊະນະທີ່ປັ້ນຂຶ້ນມາ
ຍ້ອນວ່າພະເຢໂຫວາໄດ້ສ້າງເຮົາໃຫ້ມີສິດໃນການເລືອກ ເຮົາຈຶ່ງສາມາດເລືອກທີ່ຈະຍອມຮັບຫຼືບໍ່ຍອມຮັບການນວດປັ້ນຈາກພະອົງ
ພະເຢໂຫວາປັບການປະຕິບັດຕໍ່ມະນຸດຕາມວິທີທີ່ເຂົາເຈົ້າຕອບສະໜອງຕໍ່ການຊີ້ນຳຈາກພະອົງ