-
ຄຳຖາມຈາກຜູ້ອ່ານຫໍສັງເກດການ (ສຶກສາ)—2016 | ມິຖຸນາ
-
-
ກ່ອນປີ 607 ກ່ອນ ຄ.ສ. ພະເຢໂຫວາໄດ້ໃຫ້ນິມິດແກ່ເອເຊກຽນກ່ຽວກັບສິ່ງທີ່ຈະເກີດຂຶ້ນໃນເມືອງເຢຣຶຊາເລມກ່ອນທີ່ເມືອງນີ້ຈະຖືກທຳລາຍ. ໃນນິມິດ ເອເຊກຽນໄດ້ເຫັນສິ່ງທີ່ຊົ່ວຮ້າຍຫຼາຍຢ່າງເກີດຂຶ້ນໃນທີ່ນັ້ນ. ຈາກນັ້ນ ລາວໄດ້ເຫັນຜູ້ຊາຍຫົກຄົນເຊິ່ງແຕ່ລະຄົນຖື “ເຄື່ອງອາວຸດທຸບທຳລາຍ” ນອກຈາກນັ້ນຍັງມີຜູ້ຊາຍອີກຄົນໜຶ່ງຢູ່ກັບເຂົາເຈົ້າເຊິ່ງ “ໃສ່ຊຸດຜ້າລິນິນ” ແລະມີ “ກ່ອງນ້ຳໝຶກຂອງເລຂານຸການ.” (ເອເຊກຽນ 8:6-12; 9:2, 3, ລ.ມ.) ມີການບອກຜູ້ຊາຍຄົນນີ້ໃຫ້ໄປທົ່ວເມືອງ ‘ແລະໃຫ້ໝາຍໜ້າຜາກຄົນທີ່ທຸກໃຈແລະຮ້ອງຄາງຍ້ອນການໜ້າກຽດໜ້າຊັງທີ່ເຮັດຢູ່ໃນເມືອງນີ້.’ ຈາກນັ້ນມີການບອກຜູ້ຊາຍຫົກຄົນທີ່ຖືເຄື່ອງອາວຸດໃຫ້ຂ້າທຸກຄົນທີ່ຢູ່ໃນເມືອງນັ້ນເຊິ່ງບໍ່ມີເຄື່ອງໝາຍຢູ່ໜ້າຜາກ. (ເອເຊກຽນ 9:4-7) ເຮົາສາມາດຮຽນຮູ້ຫຍັງຈາກນິມິດນີ້ ແລະຜູ້ຊາຍທີ່ມີ “ກ່ອງນ້ຳໝຶກຂອງເລຂານຸການ” ແມ່ນໃຜ?
ເອເຊກຽນໄດ້ຮັບນິມິດນີ້ໃນປີ 612 ກ່ອນ ຄ.ສ. ນີ້ແມ່ນຄຳພະຍາກອນທີ່ສຳເລັດເປັນຈິງໃນຄັ້ງທຳອິດໃນເວລາຫ້າປີຕໍ່ມາ ເມື່ອພະເຢໂຫວາຍອມໃຫ້ກອງທະຫານບາບີໂລນທຳລາຍເມືອງເຢຣຶຊາເລມ. ໂດຍວິທີນີ້ ພະອົງໃຊ້ຊາວບາບີໂລນໃຫ້ລົງໂທດປະຊາຊົນຂອງພະອົງທີ່ບໍ່ເຊື່ອຟັງ. (ເຢເຣມີ 25:9, 15-18) ແຕ່ສຳລັບຄົນຢິວທີ່ຊອບທຳເດເຊິ່ງບໍ່ເຫັນດີກັບຄວາມຊົ່ວທຸກຢ່າງທີ່ກຳລັງເກີດຂຶ້ນໃນເມືອງນີ້? ພະເຢໂຫວາເຮັດໃຫ້ແນ່ໃຈວ່າເຂົາເຈົ້າໄດ້ຮັບການປົກປ້ອງ.
ໃນນິມິດ ເອເຊກຽນບໍ່ໄດ້ໝາຍໜ້າຜາກຂອງຜູ້ໃດແທ້ໆຫຼືມີສ່ວນໃນການທຳລາຍເມືອງ. ແຕ່ແມ່ນພວກທູດສະຫວັນເປັນຜູ້ບັນຊາການໃຫ້ທຳລາຍເມືອງເຢຣຶຊາເລມ. ດັ່ງນັ້ນ ຄຳພະຍາກອນນີ້ຈຶ່ງເປີດໂອກາດໃຫ້ເຮົາເຫັນສິ່ງທີ່ເກີດຂຶ້ນໃນສະຫວັນ. ພະເຢໂຫວາບອກພວກທູດສະຫວັນຂອງພະອົງໃຫ້ກຽມການທຳລາຍຄົນຊົ່ວແລະໃຫ້ແນ່ໃຈວ່າຄົນຊອບທຳຈະລອດຊີວິດ.a
-
-
ຄຳຖາມຈາກຜູ້ອ່ານຫໍສັງເກດການ (ສຶກສາ)—2016 | ມິຖຸນາ
-
-
ຄຳພະຍາກອນນີ້ຍັງຈະສຳເລັດເປັນຈິງໃນອະນາຄົດ. ພວກເຮົາເຄີຍເວົ້າວ່າຜູ້ຊາຍທີ່ມີກ່ອງນ້ຳໝຶກຂອງເລຂານຸການໝາຍເຖິງຜູ້ຖືກເຈີມທີ່ຍັງມີຊີວິດຢູ່ໃນໂລກນີ້. ນອກຈາກນັ້ນ ພວກເຮົາຍັງໄດ້ເວົ້າວ່າຜູ້ຄົນທີ່ຟັງແລະຍອມຮັບເອົາຂ່າວດີທີ່ເຮົາປະກາດຖືກໝາຍໄວ້ສຳລັບຄວາມລອດ. ແຕ່ເມື່ອບໍ່ດົນມານີ້ເຫັນໄດ້ແຈ້ງວ່າເຮົາຈຳເປັນຕ້ອງປ່ຽນແປງວິທີທີ່ເຮົາອະທິບາຍກ່ຽວກັບຄຳພະຍາກອນເລື່ອງນີ້. ເຮົາໄດ້ຮຽນຮູ້ຈາກມັດທາຍ 25:31-33 ວ່າ ພະເຍຊູເປັນຜູ້ທີ່ຕັດສິນຜູ້ຄົນ. ພະອົງຈະເຮັດສິ່ງນີ້ໃນອະນາຄົດໃນລະຫວ່າງຄວາມທຸກລຳບາກຄັ້ງໃຫຍ່. ໃນຕອນນັ້ນ ຄົນທີ່ຖືກຕັດສິນວ່າເປັນຄືກັບແກະຈະລອດຊີວິດ ແລະຄົນທີ່ຖືກຕັດສິນວ່າເປັນຄືກັບແບ້ຈະຖືກທຳລາຍ.
-
-
ຄຳຖາມຈາກຜູ້ອ່ານຫໍສັງເກດການ (ສຶກສາ)—2016 | ມິຖຸນາ
-
-
ຄົນທີ່ໄດ້ຮັບການຊ່ວຍໃຫ້ລອດຊີວິດໃນສະໄໝຂອງເອເຊກຽນບໍ່ມີເຄື່ອງໝາຍແທ້ໆຢູ່ທີ່ໜ້າຜາກຂອງເຂົາເຈົ້າ. ໃນທຸກມື້ນີ້ ຄົນທີ່ຈະໄດ້ຮັບການຊ່ວຍໃຫ້ລອດຊີວິດກໍຈະບໍ່ມີເຄື່ອງໝາຍຢູ່ໜ້າຜາກຂອງເຂົາເຈົ້າເຊັ່ນກັນ. ຜູ້ຄົນຕ້ອງເຮັດຫຍັງເພື່ອຈະລອດຜ່ານຄວາມທຸກລຳບາກຄັ້ງໃຫຍ່? ເມື່ອໄດ້ຍິນຄຳເຕືອນ ເຂົາເຈົ້າຕ້ອງຮຽນແບບພະຄລິດ ອຸທິດຊີວິດໃຫ້ແກ່ພະເຈົ້າ ແລະສະໜັບສະໜູນພີ່ນ້ອງຂອງພະຄລິດໂດຍການປະກາດຂ່າວດີ. (ມັດທາຍ 25:35-40) ໃນລະຫວ່າງຄວາມທຸກລຳບາກຄັ້ງໃຫຍ່ ຄົນເຫຼົ່ານີ້ຈະໄດ້ຮັບເຄື່ອງໝາຍ ເຊິ່ງກໍໝາຍຄວາມວ່າເຂົາເຈົ້າຈະຖືກເລືອກໃຫ້ລອດຊີວິດ.
ຜູ້ຊາຍທີ່ມີກ່ອງນ້ຳໝຶກໝາຍເຖິງພະເຍຊູ. ໃນລະຫວ່າງຄວາມທຸກລຳບາກຄັ້ງໃຫຍ່ ພະເຍຊູຈະໝາຍຊົນຝູງໃຫຍ່ເມື່ອພະອົງຕັດສິນເຂົາເຈົ້າວ່າເປັນຄືກັບແກະ. ຈາກນັ້ນ ເຂົາເຈົ້າຈະມີໂອກາດທີ່ຈະມີຊີວິດຕະຫຼອດໄປໃນໂລກນີ້.—ມັດທາຍ 25:34, 46b
-
-
ຄຳຖາມຈາກຜູ້ອ່ານຫໍສັງເກດການ (ສຶກສາ)—2016 | ມິຖຸນາ
-
-
a ຄົນທີ່ໄດ້ຮັບການຊ່ວຍຊີວິດ ເຊັ່ນ: ບາຣຶກ (ເລຂານຸການຂອງເຢເຣມີ) ເອເບດເມເລກຊາວເອທິໂອປີ ແລະຊາວເຣກາບີດ ເຂົາເຈົ້າບໍ່ໄດ້ຮັບເຄື່ອງໝາຍແທ້ໆຢູ່ທີ່ໜ້າຜາກ. (ເຢເຣມີ 35:1-19; 39:15-18; 45:1-5) ສັນຍະລັກທີ່ເປັນເຄື່ອງໝາຍພຽງແຕ່ໝາຍຄວາມວ່າເຂົາເຈົ້າຈະລອດຊີວິດ.
-
-
ຄຳຖາມຈາກຜູ້ອ່ານຫໍສັງເກດການ (ສຶກສາ)—2016 | ມິຖຸນາ
-
-
b ຜູ້ຖືກເຈີມທີ່ສັດຊື່ບໍ່ຈຳເປັນຕ້ອງໄດ້ຮັບເຄື່ອງໝາຍນີ້ເພື່ອຈະລອດຊີວິດ. ແຕ່ເຂົາເຈົ້າຈະໄດ້ຮັບການປະທັບກາຄັ້ງສຸດທ້າຍອາດຈະກ່ອນທີ່ເຂົາເຈົ້າຕາຍຫຼືກ່ອນທີ່ຄວາມທຸກລຳບາກຄັ້ງໃຫຍ່ເລີ່ມຕົ້ນ.—ຄຳປາກົດ 7:1, 3
-