ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ນມ ບົດທີ 11 ໜ້າ 101-109
  • ‘ຈົ່ງຊອກຫາ ລາຊະອານາຈັກແຫ່ງພະເຈົ້າກ່ອນ’

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ‘ຈົ່ງຊອກຫາ ລາຊະອານາຈັກແຫ່ງພະເຈົ້າກ່ອນ’
  • ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຢ່າ​ປ່ອຍ​ໃຫ້​ຄວາມ​ຈິງ​ເລື່ອງ​ລາຊະອານາຈັກ​ຖືກ​ປິດ​ກັ້ນ
  • ລູກ​ສິດ​ຮຸ່ນ​ທຳອິດ​ວາງ​ແບບ​ຢ່າງ​ໄວ້
  • ຈົ່ງ​ຈັດ​ໃຫ້​ລາຊະອານາຈັກ​ມາ​ເປັນ​ອັນ​ດັບ​ທຳອິດ​ໃນ​ຊີວິດ​ຂອງ​ເຮົາ
  • ລາຊະອານາຈັກ “ທີ່ຈະບໍ່ຈິບຫາຍສັກເທື່ອ”
    ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
ນມ ບົດທີ 11 ໜ້າ 101-109

ບົດ​ສິບ​ເອັດ

‘ຈົ່ງ​ຊອກ​ຫາ ລາຊະອານາຈັກ​ແຫ່ງ​ພະເຈົ້າ​ກ່ອນ’

1. (ກ) ດ້ວຍ​ເຫດ​ໃດ​ພະ​ເຍຊູ​ຈຶ່ງ​ກະຕຸ້ນ​ຜູ້​ຟັງ​ຂອງ​ພະອົງ​ໃຫ້​ຊອກ​ຫາ​ລາຊະອານາຈັກ​ກ່ອນ? (ຂ) ເຮົາ​ຄວນ​ຖາມ​ຕົວ​ເອງ​ແນວ​ໃດ​ໃນ​ເລື່ອງ​ນີ້?

ຫຼາຍ​ກວ່າ 1,900 ປີ​ຜ່ານ​ໄປ​ແລ້ວ​ເມື່ອ​ພະ​ເຍຊູ​ເທດ​ສະ​ໜາ​ຢູ່​ຄາລິເລ ພະອົງ​ກະຕຸ້ນ​ໃຈ​ຜູ້​ຟັງ​ວ່າ “ຈົ່ງ​ຊອກ​ຫາ​ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ແຫ່ງ​ພະເຈົ້າ​ແລະ​ຄວາມ​ຊອບທຳ​ແຫ່ງ​ພະອົງ​ກ່ອນ.” ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ຮີບ​ດ່ວນ​ຂະໜາດ​ນັ້ນ? ເວລາ​ທີ່​ພະ​ເຍຊູ​ຈະ​ໄດ້​ຮັບ​ອຳນາດ​ແຫ່ງ​ລາຊະອານາຈັກ​ບໍ່​ແມ່ນ​ຍັງ​ອີກ​ຫຼາຍ​ສະຕະວັດ​ຕໍ່​ມາ​ບໍ? ແມ່ນ​ແລ້ວ ແຕ່​ວ່າ​ລາຊະອານາຈັກ​ເມຊີ​ນັ້ນ​ຈະ​ເປັນ​ຊ່ອງ​ທາງ​ທີ່​ພະ​ເຢໂຫວາ​ຈະ​ພິສູດ​ເຖິງ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະອົງ ແລະ​ເຮັດ​ໃຫ້​ພະ​ປະສົງ​ຂອງ​ພະອົງ​ສຳລັບ​ແຜ່ນດິນ​ໂລກ​ສຳເລັດ​ເປັນ​ຈິງ. ໃຜ​ກໍ​ຕາມ​ທີ່​ຮູ້​ຄຸນຄ່າ​ຄວາມ​ສຳຄັນ​ຂອງ​ສິ່ງ​ເຫຼົ່າ​ນັ້ນ​ຢ່າງ​ແທ້​ຈິງ​ຈະ​ຈັດ​ໃຫ້​ລາຊະອານາຈັກ​ມາ​ເປັນ​ອັນ​ດັບ​ທຳອິດ​ໃນ​ຊີວິດ​ຂອງ​ຕົນ. ຖ້າ​ເລື່ອງ​ນີ້​ເປັນ​ຄວາມ​ຈິງ​ໃນ​ສະຕະວັດ​ທຳອິດ ມັນ​ຈະ​ເປັນ​ຄວາມ​ຈິງ​ຫຼາຍ​ຂະໜາດ​ໃດ​ໃນ​ທຸກ​ມື້​ນີ້ ເພາະ​ວ່າ​ພະ​ຄລິດ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ກະສັດ​ແລ້ວ! ສະນັ້ນ ຈຶ່ງ​ເກີດ​ມີ​ຄຳຖາມ​ວ່າ ຮູບ​ແບບ​ການ​ດຳລົງ​ຊີວິດ​ຂອງ​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ກຳລັງ​ຊອກ​ຫາ​ລາຊະອານາຈັກ​ຂອງ​ພະເຈົ້າ​ກ່ອນ​ສິ່ງ​ອື່ນ​ບໍ?—ມັດທາຍ 6:33.

2. ຄົນ​ທົ່ວ​ໄປ​ມັກ​ໃຝ່​ຫາ​ສິ່ງ​ໃດ​ດ້ວຍ​ໃຈ​ຈົດ​ຈໍ່?

2 ຄວາມ​ຈິງ​ແລ້ວ ໃນ​ປັດຈຸບັນ​ນີ້​ສິ່ງ​ທຳອິດ​ທີ່​ຫຼາຍ​ລ້ານ​ຄົນ​ກຳລັງ​ຊອກ​ຫາ​ແມ່ນ​ລາຊະອານາຈັກ. ເຂົາ​ເຈົ້າ​ສະແດງ​ໃຫ້​ເຫັນ​ວ່າ​ຕົນ​ເອງ​ສະໜັບສະຫນູນ​ການ​ປົກຄອງ​ແຫ່ງ​ລາຊະອານາຈັກ ໂດຍ​ໃຫ້​ຊີວິດ​ຂອງ​ຕົນ​ລວມ​ຈຸດ​ຢູ່​ໃນ​ການ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະ​ເຢໂຫວາ​ດ້ວຍ​ການ​ອຸທິດ​ຕົວ​ແກ່​ພະອົງ. ແຕ່​ມະນຸດ​ຊາດ​ສ່ວນ​ໃຫຍ່​ຈະ​ສຸມ​ຈິດ​ສຸມ​ໃຈ​ໃສ່​ບັນຫາ​ໃນ​ຊີວິດ​ປະຈຳ​ວັນ. ຜູ້​ຄົນ​ສະແຫວງ​ຫາ​ເງິນ​ຄຳ, ຊັບ​ສົມບັດ, ແລະ​ຄວາມ​ເພີດເພີນ​ເຊິ່ງ​ເງິນ​ສາມາດ​ຊື້​ໄດ້. ຖ້າ​ບໍ່​ດັ່ງ​ນັ້ນ​ກໍ​ທຸ່ມ​ເທ​ກຳລັງ​ສ່ວນ​ໃຫຍ່​ເພື່ອ​ສົ່ງເສີມ​ອາຊີບ​ຂອງ​ຕົນ. ຮູບ​ແບບ​ການ​ດຳລົງ​ຊີວິດ​ຂອງ​ເຂົາ​ເຈົ້າ​ສະທ້ອນ​ໃຫ້​ເຫັນ​ວ່າ ເຂົາ​ເຈົ້າ​ໝົກມຸ່ນ​ຢູ່​ກັບ​ຕົນ​ເອງ, ສິ່ງ​ຝ່າຍ​ວັດຖຸ, ແລະ​ຄວາມ​ເພີດເພີນ. ຖ້າ​ແມ່ນ​ວ່າ​ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ ເຂົາ​ເຈົ້າ​ຍັງ​ຈັດ​ໃຫ້​ພະເຈົ້າ​ຢູ່​ໃນ​ອັນ​ດັບ​ຮອງ​ລົງ​ມາ.—ມັດທາຍ 6:31, 32.

3. (ກ) ພະ​ເຍຊູ​ແນະນຳ​ໃຫ້​ລູກ​ສິດ​ຂອງ​ພະອົງ​ຊອກ​ຫາ​ຊັບ​ສົມບັດ​ປະເພດ​ໃດ ແລະ​ຍ້ອນ​ຫຍັງ? (ຂ) ເປັນ​ຫຍັງ​ຈຶ່ງ​ບໍ່​ຄວນ​ເປັນ​ຫ່ວງ​ຫຼາຍ​ເກີນ​ໄປ​ກ່ຽວ​ກັບ​ສິ່ງ​ຝ່າຍ​ວັດຖຸ?

3 ຢ່າງ​ໃດ​ກໍ​ຕາມ ພະ​ເຍຊູ​ໄດ້​ໃຫ້​ຄຳ​ແນະນຳ​ແກ່​ລູກ​ສິດ​ຂອງ​ພະອົງ​ວ່າ “ຢ່າຊູ​ໂຮມ​ເອົາ​ເຂົ້າ​ຂອງ​ແພງ​ໄວ້​ສຳລັບ​ຕົນ​ໃນ​ແຜ່ນດິນ​ໂລກ” ເນື່ອງ​ຈາກ​ຊັບ​ສົມບັດ​ເຫຼົ່າ​ນັ້ນ​ບໍ່​ຄົງ​ທົນ​ຖາວອນ. ພະອົງ​ກ່າວ​ດັ່ງ​ນີ້: “ແຕ່​ວ່າ ຈົ່ງ​ໂຮມ​ເອົາ​ເຂົ້າ​ຂອງ​ແພງ​ໄວ້​ສຳລັບ​ຕົນ​ໃນ​ສະຫວັນ” ໂດຍ​ການ​ຮັບໃຊ້​ພະ​ເຢໂຫວາ. ພະ​ເຍຊູ​ກະຕຸ້ນ​ພວກ​ລູກ​ສິດ​ໃຫ້​ຮັກສາ​ຕາ​ໃຫ້ “ຊື່​ດີ” ຫຼື​ປົກກະຕິ​ໂດຍ​ການ​ສຸມ​ຈິດ​ສຸມ​ໃຈ​ແລະ​ທຸ່ມ​ເທ​ກຳລັງ​ວັງ​ຊາ​ໃນ​ການ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ. ພະອົງ​ບອກ​ເຂົາ​ເຈົ້າ​ວ່າ “ທ່ານ​ທັງ​ຫຼາຍ​ອາດ​ເປັນ​ຂ້າ​ໃຊ້​ຂອງ​ພະເຈົ້າ​ແລະ​ຂ້າ​ໃຊ້​ຂອງ​ເຂົ້າ​ຂອງ​ເງິນ​ຄຳ​ກໍ​ບໍ່​ໄດ້.” ຖ້າ​ເປັນ​ແນວ​ນັ້ນ ສຳລັບ​ຄວາມ​ຈຳເປັນ​ທາງ​ດ້ານ​ວັດຖຸ​ເຊັ່ນ ອາຫານ, ເຄື່ອງ​ນຸ່ງ​ຫົ່ມ, ແລະ​ບ່ອນ​ຢູ່​ອາໄສ​ເດ? ພະ​ເຍຊູ​ແນະນຳ​ວ່າ “ຢ່າຊູ​ອຸກ​ໃຈ.” ພະອົງ​ຊີ້​ໃຫ້​ເຂົາ​ເຈົ້າ​ເຫັນ​ຝູງ​ນົກ​ທີ່​ພະເຈົ້າ​ໄດ້​ລ້ຽງ​ໄວ້. ພະ​ເຍຊູ​ເນັ້ນ​ໃຫ້​ຜູ້​ຕິດ​ຕາມ​ພະອົງ​ຮຽນ​ເອົາ​ບົດຮຽນ​ຈາກ​ດອກ​ໄມ້​ທີ່​ພະເຈົ້າ​ໄດ້​ຕົບ​ແຕ່ງ​ໄວ້. ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທີ່​ເປັນ​ມະນຸດ​ເຊິ່ງ​ມີ​ຄວາມ​ຮູ້ສຶກ​ນຶກ​ຄິດ​ຈະ​ບໍ່​ມີ​ຄຸນຄ່າ​ຫຼາຍ​ກວ່າ​ນັ້ນ​ບໍ? ພະ​ເຍຊູ​ກ່າວ​ວ່າ “ຈົ່ງ​ຊອກ​ຫາ​ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ແຫ່ງ​ພະເຈົ້າ​ແລະ​ຄວາມ​ຊອບທຳ​ແຫ່ງ​ພະອົງ​ກ່ອນ ແລະ​ສິ່ງ​ຂອງ​ທັງ​ປວງ [ທີ່​ຈຳເປັນ] ນີ້ ຈະ​ເປັນ​ທີ່​ຕື່ມ​ໃຫ້​ແກ່​ທ່ານ​ທັງ​ຫຼາຍ.” (ມັດທາຍ 6:19-34) ການ​ດຳລົງ​ຊີວິດ​ຂອງ​ເຮົາ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ເຊື່ອ​ໃນ​ເລື່ອງ​ນັ້ນ​ບໍ?

ຢ່າ​ປ່ອຍ​ໃຫ້​ຄວາມ​ຈິງ​ເລື່ອງ​ລາຊະອານາຈັກ​ຖືກ​ປິດ​ກັ້ນ

4. ຖ້າ​ຄົນ​ເຮົາ​ໃຫ້​ຄວາມ​ສຳຄັນ​ກ່ຽວ​ກັບ​ສິ່ງ​ຝ່າຍ​ວັດຖຸ​ຫຼາຍ​ເກີນ​ໄປ ຜົນ​ທີ່​ຕາມ​ມາ​ອາດ​ເປັນ​ແນວ​ໃດ?

4 ເປັນ​ເລື່ອງ​ເໝາະ​ສົມ​ແລ້ວ​ທີ່​ຈະ​ເປັນ​ຫ່ວງ​ໃນ​ການ​ສະໜອງ​ຄວາມ​ຈຳເປັນ​ຢ່າງ​ພຽງ​ພໍ​ທາງ​ດ້ານ​ວັດຖຸ​ຕໍ່​ຕົນ​ເອງ​ແລະ​ຄອບຄົວ. ແນວ​ໃດ​ກໍ​ຕາມ ຖ້າ​ຄົນ​ຜູ້​ໜຶ່ງ​ເປັນ​ຫ່ວງ​ກ່ຽວ​ກັບ​ສິ່ງ​ຝ່າຍ​ວັດຖຸ​ຫຼາຍ​ເກີນ​ໄປ​ອາດ​ເປັນ​ຜົນ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ຫາຍະນະ​ໄດ້. ເຖິງ​ແມ່ນ​ວ່າ​ຄົນ​ຜູ້​ນັ້ນ​ອາດ​ອ້າງ​ວ່າ​ເຊື່ອ​ໃນ​ລາຊະອານາຈັກ​ກໍ​ຕາມ ແຕ່​ຖ້າ​ລາວ​ຈັດ​ເອົາ​ສິ່ງ​ອື່ນໆໄວ້​ເປັນ​ອັນ​ດັບ​ທຳອິດ​ໃນ​ຫົວໃຈ ຄວາມ​ຈິງ​ແຫ່ງ​ລາຊະອານາຈັກ​ກໍ​ຈະ​ຖືກ​ປິດ​ກັ້ນ​ໄວ້. (ມັດທາຍ 13:18-22) ຕົວຢ່າງ ໃນ​ໂອກາດ​ໜຶ່ງ​ຜູ້​ປົກຄອງ​ຫນຸ່ມ​ທີ່​ຮັ່ງມີ​ຄົນ​ໜຶ່ງ​ໄດ້​ຖາມ​ພະ​ເຍຊູ​ວ່າ “ຂ້າພະເຈົ້າ​ຈະ​ກະທຳ​ສິ່ງ​ໃດ​ເພື່ອ​ຈະ​ຮັບ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ​ມາ​ເປັນ​ມູນລະດົກ”? ລາວ​ໄດ້​ດຳເນີນ​ຊີວິດ​ຢ່າງ​ມີ​ສິນ​ລະ​ທຳ​ແລະ​ປະຕິບັດ​ດີ​ກັບ​ຄົນ​ອື່ນ ແຕ່​ລາວ​ຊ້ຳ​ພັດ​ຕິດ​ພັນ​ກັບ​ຊັບ​ສົມບັດ​ຝ່າຍ​ວັດຖຸ​ຫຼາຍ​ໂພດ. ລາວ​ບໍ່​ສາມາດ​ປະ​ຖິ້ມ​ຊັບ​ສົມບັດ​ຂອງ​ຕົນ​ເພື່ອ​ເຂົ້າ​ມາ​ເປັນ​ຜູ້​ຕິດ​ຕາມ​ພະ​ຄລິດ​ໄດ້. ດ້ວຍ​ເຫດ​ນັ້ນ ລາວ​ຈຶ່ງ​ພາດ​ໂອກາດ​ທີ່​ຈະ​ໄດ້​ຢູ່​ຮ່ວມ​ກັບ​ພະ​ຄລິດ​ໃນ​ລາຊະອານາຈັກ​ທາງ​ພາກ​ສະຫວັນ. ພະ​ເຍຊູ​ກ່າວ​ໃນ​ໂອກາດ​ນັ້ນ​ວ່າ “ທີ່​ຄົນ​ຮັ່ງມີ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພະເຈົ້າ​ກໍ​ຍາກ​ແທ້!”—ມາລະໂກ 10:17-22, 23, ທ.ປ.

5. (ກ) ໂປໂລ​ກະຕຸ້ນ​ຕີໂມເຕ​ໃຫ້​ພໍ​ໃຈ​ກັບ​ສິ່ງ​ໃດ ແລະ​ເພາະ​ເຫດ​ໃດ? (ຂ) ຊາຕານ​ໃຊ້ “ຄວາມ​ຮັກ​ເງິນ​ຄຳ” ເປັນ​ບ້ວງ​ແຮ້ວ​ທີ່​ພາ​ໄປ​ສູ່​ຄວາມ​ຈິບຫາຍ​ແນວ​ໃດ?

5 ຫຼາຍ​ປີ​ຕໍ່​ມາ ອັກຄະສາວົກ​ໂປໂລ​ໄດ້​ຂຽນ​ເຖິງ​ຕີໂມເຕ​ເຊິ່ງ​ຕອນ​ນັ້ນ​ຢູ່​ເມືອງ​ເອເຟດ ທີ່​ເປັນ​ສູນ​ກາງ​ການ​ຄ້າ​ທີ່​ຈະເລີນ​ຮຸ່ງເຮືອງ​ຫຼາຍ. ໂປໂລ​ເຕືອນ​ລາວ​ວ່າ “ເພາະ​ວ່າ​ເຮົາ​ທັງ​ຫຼາຍ​ບໍ່​ໄດ້​ເອົາ​ສິ່ງ​ໜຶ່ງ​ສິ່ງ​ໃດ​ຖື​ມາ​ໃນ​ໂລກ ແລະ​ເປັນ​ແທ້​ວ່າ ເຮົາ​ທັງ​ຫຼາຍ​ຈະ​ເອົາ​ສິ່ງ​ໜຶ່ງ​ສິ່ງ​ໃດ​ຖື​ໄປ​ຈາກ​ໂລກ​ກໍ​ບໍ່​ໄດ້. ແຕ່​ວ່າ​ຖ້າ​ເຮົາ​ທັງ​ຫຼາຍ​ມີ​ອາຫານ​ລ້ຽງ​ຕົວ​ແລະ​ມີ​ທີ່​ອາໄສ ເຮົາ​ທັງ​ຫຼາຍ​ຈະ​ດີໃຈ​ດ້ວຍ​ສິ່ງ​ຂອງ​ນັ້ນ.” ການ​ເຮັດ​ວຽກ​ເພື່ອ​ຈັດ​ຫາ “ອາຫານ​ລ້ຽງ​ຕົວ​ແລະ​ມີ​ທີ່​ອາໄສ” ສຳລັບ​ຕົນ​ເອງ​ແລະ​ຄອບຄົວ​ເປັນ​ເລື່ອງ​ທີ່​ສົມຄວນ​ແລ້ວ. ແນວ​ໃດ​ກໍ​ຕາມ ໂປໂລ​ຕັກ​ເຕືອນ​ວ່າ “ຄົນ​ທັງ​ຫຼາຍ​ທີ່​ຢາກ​ໄດ້​ຫາ​ເປັນ​ຄົນ​ມັ່ງ​ມີ ກໍ​ຕົກ​ໃນ​ຄວາມ​ທົດລອງ [“ການ​ລໍ້​ໃຈ,” ລ.ມ.] ແລະ​ໃນ​ຫາງ​ໂທນ [“ບ້ວງ​ແຮ້ວ,” ລ.ມ.] ແລະ​ໃນ​ຄວາມ​ຄຶດ​ຢາກ​ໄດ້​ອັນ​ບໍ່​ຮູ້ ອັນ​ຊົ່ວ​ຫຼາຍ​ຢ່າງ​ທີ່​ໃຫ້​ຄົນ​ທັງ​ຫຼາຍ​ຈົມ​ລົງ​ໃນ​ຄວາມ​ຈິບຫາຍ ແລະ​ໃນ​ການ​ທຳລາຍ​ເສຍ.” ຊາຕານ​ມີ​ເລ່​ຫຼ່ຽມ​ຫຼາຍ. ທຳອິດ​ມັນ​ອາດ​ລໍ້​ລວງ​ຄົນ​ເຮົາ​ດ້ວຍ​ເລື່ອງ​ເລັກ​ນ້ອຍ. ຈາກ​ນັ້ນ ອາດ​ຕາມ​ມາ​ດ້ວຍ​ຄວາມ​ກົດ​ດັນ​ທີ່​ໃຫຍ່​ກວ່າ ບາງ​ເທື່ອ​ອາດ​ເປັນ​ໂອກາດ​ດີ​ສຳລັບ​ການ​ເລື່ອນ​ຕຳແໜ່ງ ຫຼື​ໄດ້​ວຽກ​ທີ່​ດີ​ກວ່າ​ເຊິ່ງ​ໃຫ້​ເງິນ​ເດືອນ​ຫຼາຍ​ກວ່າ​ເກົ່າ ແຕ່​ພັດ​ຮຽກ​ຮ້ອງ​ເວລາ​ເຊິ່ງ​ແຕ່​ກ່ອນ​ໄດ້​ຈັດ​ໄວ້​ສຳລັບ​ສິ່ງ​ຝ່າຍ​ວິນຍານ. ຖ້າ​ເຮົາ​ບໍ່​ລະວັງ “ຄວາມ​ຮັກ​ເງິນ​ຄຳ” ຈະ​ປິດ​ກັ້ນ​ເລື່ອງ​ລາຊະອານາຈັກ​ເຊິ່ງ​ມີ​ຄວາມ​ສຳຄັນ​ຫຼາຍ​ກວ່າ​ໄວ້​ໄດ້. ໂປໂລ​ບອກ​ໄວ້​ດັ່ງ​ນີ້: “ຜູ້​ລາງ​ຄົນ​ທີ່​ໄດ້​ໂລບ​ເງິນ​ຄຳ​ນັ້ນ ກໍ​ໄດ້​ຫຼົງ​ໄປ​ຈາກ​ຄວາມ​ເຊື່ອ ແລະ​ເຂົາ​ໄດ້​ແທງ​ຕົວ​ເອງ​ດ້ວຍ​ຄວາມ​ທຸກ​ໂສກ​ຫຼາຍ​ປະການ.”—1 ຕີໂມເຕ 6:7-10.

6. (ກ) ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຫຼີກ​ລ້ຽງ​ບ້ວງ​ແຮ້ວ​ຂອງ​ການ​ນິຍົມ​ວັດຖຸ? (ຂ) ເຮົາ​ສາມາດ​ໝັ້ນ​ໃຈ​ໃນ​ເລື່ອງ​ໃດ​ເຖິງ​ວ່າ​ຈະ​ປະເຊີນ​ກັບ​ບັນຫາ​ທາງ​ເສດຖະກິດ​ຂອງ​ໂລກ​ໃນ​ປັດຈຸບັນ​ນີ້​ກໍ​ຕາມ?

6 ຍ້ອນ​ຄວາມ​ຮັກ​ທີ່​ແທ້​ຈິງ​ເຊິ່ງ​ມີ​ຕໍ່​ພີ່​ນ້ອງ​ຄລິດສະຕຽນ ໂປໂລ​ແນະນຳ​ຕີໂມເຕ​ວ່າ “ຈົ່ງ​ປົບ​ໜີ​ເສຍ​ຈາກ​ສິ່ງ​ທັງ​ຫຼາຍ​ນີ້” ແລະ “ຈົ່ງ​ເລວເສິກ​ໃນ​ການ​ເສິກ​ຢ່າງ​ດີ​ແຫ່ງ​ຄວາມ​ເຊື່ອ.” (1 ຕີໂມເຕ 6:11, 12) ຄວາມ​ພາກ​ພຽນ​ພະຍາຍາມ​ຢ່າງ​ຈິງ​ຈັງ​ເປັນ​ສິ່ງ​ຈຳເປັນ ຖ້າ​ເຮົາ​ຕ້ອງການ​ຫຼີກ​ລ້ຽງ​ການ​ຖືກ​ຊັກ​ຈູງ​ໄປ​ຕາມ​ແນວ​ທາງ​ຊີວິດ​ທີ່​ນິຍົມ​ວັດຖຸ​ຂອງ​ໂລກ​ເຊິ່ງ​ຢູ່​ອ້ອມ​ຕົວ​ເຮົາ. ຖ້າ​ເຮົາ​ທຸ່ມ​ເທ​ຕົວ​ເອງ​ແບບ​ທີ່​ສອດຄ່ອງ​ກັບ​ຄວາມ​ເຊື່ອ​ຂອງ​ເຮົາ ພະ​ເຢໂຫວາ​ຈະ​ບໍ່​ປະ​ຖິ້ມ​ເຮົາ​ເດັດ​ຂາດ. ບໍ່​ວ່າ​ພາວະ​ເງິນ​ເຟີ້​ແລະ​ການ​ວ່າງ​ງານ​ຈະ​ມີ​ຫຼາຍ​ຂຶ້ນ​ກໍ​ຕາມ ແຕ່​ພະອົງ​ຈະ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ເຮົາ​ມີ​ສິ່ງ​ຈຳເປັນ​ແທ້ໆ. ໂປໂລ​ໄດ້​ຂຽນ​ວ່າ “ຈົ່ງ​ກະທຳ​ປາສະຈາກ​ຄວາມ​ໂລບ ພວກ​ທ່ານ​ມີ​ສິ່ງ​ຂອງ​ມາກ​ໜ້ອຍ​ເທົ່າ​ໃດ ຈົ່ງ​ມີ​ອີ່ມ​ໃຈ​ດ້ວຍ​ເທົ່າ​ນັ້ນ​ເທີ້ນ ເພາະ​ວ່າ​ພະອົງ [ພະເຈົ້າ] ເອງ​ໄດ້​ບອກ​ແລ້ວ​ວ່າ ເຮົາ​ຈະ​ບໍ່​ປະ​ເຈົ້າ​ເສຍ​ສັກ​ເທື່ອ ແລະ​ເຮົາ​ຈະ​ບໍ່​ຖິ້ມ​ເຈົ້າ​ເສຍ​ສັກ​ເທື່ອ. ເຫດ​ສັນນີ້ ເຮົາ​ທັງ​ຫຼາຍ​ຈະ​ກ່າວ​ດ້ວຍ​ໃຈ​ກ້າ​ວ່າ ພະອົງ​ເຈົ້າ [ພະ​ເຢໂຫວາ] ເປັນ​ຜູ້​ຊ່ອຍ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ຈະ​ບໍ່​ຢ້ານ​ກົວ ມະນຸດ​ຈະ​ກະທຳ​ສິ່ງ​ໃດ​ແກ່​ຂ້າພະເຈົ້າ.” (ເຫບເລີ 13:5, 6) ກະສັດ​ດາວິດ​ຍັງ​ໄດ້​ຂຽນ​ວ່າ “ແຕ່​ກ່ອນ​ຂ້ອຍ​ເປັນ​ຄົນ​ຫນຸ່ມ ດຽວ​ນີ້​ກໍ​ເຖົ້າ​ແລ້ວ ແລະ​ຂ້ອຍ​ບໍ່​ໄດ້​ເຫັນ​ຄົນ​ຊອບທຳ​ຮ້າງ​ປະ​ແລ້ວ​ຫຼື​ເຊື້ອ​ສາຍ​ແຫ່ງ​ຕົນ​ພວມ​ຂໍ​ເຂົ້າ.”—ຄຳເພງ 37:25.

ລູກ​ສິດ​ຮຸ່ນ​ທຳອິດ​ວາງ​ແບບ​ຢ່າງ​ໄວ້

7. ພະ​ເຍຊູ​ໃຫ້​ຄຳ​ແນະນຳ​ຫຍັງ​ແດ່​ແກ່​ລູກ​ສິດ​ຂອງ​ພະອົງ​ໃນ​ເລື່ອງ​ການ​ປະກາດ ແລະ​ເປັນ​ຫຍັງ​ຄຳ​ແນະນຳ​ເຫຼົ່າ​ນີ້​ຈຶ່ງ​ເໝາະ​ສົມ?

7 ພາຍ​ຫຼັງ​ພະ​ເຍຊູ​ໃຫ້​ການ​ຝຶກ​ອົບຮົມ​ທີ່​ເໝາະ​ສົມ​ແກ່​ພວກ​ອັກຄະສາວົກ​ແລ້ວ ພະອົງ​ໄດ້​ສົ່ງ​ເຂົາ​ເຈົ້າ​ໄປ​ທົ່ວ​ຍິດສະລາເອນ​ເພື່ອ​ປະກາດ​ຂ່າວ​ດີ​ແລະ​ໃຫ້​ປະກາດ​ວ່າ “ແຜ່ນດິນ [ລາຊະອານາຈັກ] ສະຫວັນ​ຫຍັບ​ເຂົ້າ​ມາ​ໃກ້​ແລ້ວ.” ຖື​ວ່າ​ເປັນ​ຂ່າວ​ອັນ​ໜ້າ​ຕື່ນ​ເຕັ້ນ​ແທ້ໆ! ພະ​ເຍຊູ​ຄລິດ​ຜູ້​ເປັນ​ກະສັດ​ເມຊີ​ໄດ້​ຢູ່​ທ່າມກາງ​ເຂົາ​ເຈົ້າ​ແລ້ວ. ເນື່ອງ​ຈາກ​ພວກ​ອັກຄະສາວົກ​ໄດ້​ທຸ່ມ​ເທ​ຕົວ​ເອງ​ເພື່ອ​ຮັບໃຊ້​ພະເຈົ້າ ພະ​ເຍຊູ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ມີ​ຄວາມ​ໝັ້ນ​ໃຈ​ວ່າ ພະເຈົ້າ​ຈະ​ເບິ່ງ​ແຍງ​ເຂົາ​ເຈົ້າ. ດ້ວຍ​ເຫດ​ນັ້ນ ພະອົງ​ກ່າວ​ວ່າ “ຢ່າ​ຖື​ເອົາ​ສິ່ງ​ໜຶ່ງ​ສິ່ງ​ໃດ​ສຳລັບ​ທາງ ໄມ້​ຄ້ອນ​ກໍ​ດີ ຖົງ​ກໍ​ດີ ເຂົ້າຈີ່​ກໍ​ດີ ເງິນ​ກໍ​ດີ ແລະ​ຢ່າ​ຖື​ເອົາ​ເສື້ອ​ສອງ​ຕົວ. ແລະ​ໃນ​ເຮືອນ​ຫຼັງ​ໃດ​ທ່ານ​ທັງ​ຫຼາຍ​ຈະ​ເຂົ້າ​ໄປ ຈົ່ງ​ອາໄສ​ຢູ່​ທີ່​ນັ້ນ​ແລະ​ອອກ​ໄປ​ແຕ່​ທີ່​ນັ້ນ.” (ມັດທາຍ 10:5-10; ລືກາ 9:1-6) ພະ​ເຢໂຫວາ​ຈະ​ເຝົ້າ​ເບິ່ງ​ແຍງ​ເພື່ອ​ສະໜອງ​ຄວາມ​ຈຳເປັນ​ຂອງ​ເຂົາ​ເຈົ້າ ໂດຍ​ການ​ເກື້ອ​ຫນູນ​ຈາກ​ຊາວ​ຍິດສະລາເອນ​ເພື່ອນ​ຮ່ວມ​ຊາດ​ຂອງ​ເຂົາ​ເຈົ້າ​ເຊິ່ງ​ມີ​ນ້ຳໃຈ​ມັກ​ຕ້ອນຮັບ​ແຂກ​ເປັນ​ທຳນຽມ​ຢູ່​ແລ້ວ.

8. (ກ) ບໍ່​ດົນ​ກ່ອນ​ທີ່​ພະອົງ​ຈະ​ສິ້ນ​ຊີວິດ ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ໃຫ້​ຄຳ​ແນະນຳ​ໃໝ່​ໃນ​ເລື່ອງ​ການ​ປະກາດ? (ຂ) ສິ່ງ​ໃດ​ຄວນ​ເປັນ​ເລື່ອງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ຜູ້​ຕິດ​ຕາມ​ພະ​ເຍຊູ?

8 ຕໍ່​ມາ​ກ່ອນ​ພະອົງ​ຈະ​ສິ້ນ​ຊີວິດ ພະ​ເຍຊູ​ເຕືອນ​ເຫຼົ່າ​ອັກຄະສາວົກ​ເຖິງ​ຄວາມ​ຈິງ​ທີ່​ວ່າ ໃນ​ອະນາຄົດ​ເຂົາ​ເຈົ້າ​ຈະ​ເຮັດ​ວຽກ​ໃນ​ສະພາບການ​ທີ່​ແຕກຕ່າງ​ອອກ​ໄປ. ເນື່ອງ​ຈາກ​ຈະ​ມີ​ການ​ຕໍ່​ຕ້ານ​ວຽກ​ງານ​ຂອງ​ເຂົາ​ເຈົ້າ​ຢ່າງ​ເປັນ​ທາງ​ການ ນ້ຳໃຈ​ເຜື່ອ​ແຜ່​ອາດ​ບໍ່​ມີ​ໃຫ້​ແກ່​ເຂົາ​ເຈົ້າ​ຫຼາຍ​ໃນ​ຍິດສະລາເອນ. ອີກ​ຢ່າງ​ໜຶ່ງ ໃນ​ບໍ່​ດົນ​ເຂົາ​ເຈົ້າ​ຍັງ​ຈະ​ເອົາ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ໄປ​ບອກ​ແກ່​ຄົນ​ຕ່າງ​ຊາດ​ໃນ​ດິນແດນ​ຕ່າງໆນຳ​ອີກ. ໃນ​ຕອນ​ນັ້ນ​ແຫຼະ ເຂົາ​ເຈົ້າ​ຈະ​ຕ້ອງ ເອົາ “ຖົງ​ເງິນ” ແລະ “ກະເປົ໋າ [ເພື່ອ​ໃສ່​ອາຫານ]” ໄປ​ນຳ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ເຂົາ​ເຈົ້າ​ຕ້ອງ​ຊອກ​ຫາ​ລາຊະອານາຈັກ​ຂອງ​ພະ​ເຢໂຫວາ​ແລະ​ຄວາມ​ຊອບທຳ​ຂອງ​ພະອົງ​ກ່ອນ​ໂດຍ​ໝັ້ນ​ໃຈ​ວ່າ​ພະເຈົ້າ​ຈະ​ອວຍ​ພອນ​ຄວາມ​ພະຍາຍາມ​ຂອງ​ເຂົາ​ເຈົ້າ​ເພື່ອ​ຈະ​ມີ​ອາຫານ​ການ​ກິນ​ແລະ​ເຄື່ອງ​ໃຊ້​ສອຍ​ຕ່າງໆ.—ລືກາ 22:35-37.

9. ຂະນະ​ທີ່​ເອົາໃຈໃສ່​ຕໍ່​ຄວາມ​ຈຳເປັນ​ທາງ​ດ້ານ​ຮ່າງ​ກາຍ ໂປໂລ​ໄດ້​ຈັດ​ໃຫ້​ລາຊະອານາຈັກ​ມາ​ເປັນ​ສິ່ງ​ສຳຄັນ​ອັນ​ດັບ​ທຳອິດ​ໃນ​ຊີວິດ​ຂອງ​ຕົນ​ແນວ​ໃດ ແລະ​ໃນ​ເລື່ອງ​ນີ້​ລາວ​ໄດ້​ໃຫ້​ຄຳ​ແນະນຳ​ຫຍັງ​ແດ່?

9 ອັກຄະສາວົກ​ໂປໂລ​ເປັນ​ຕົວຢ່າງ​ທີ່​ດີ​ຂອງ​ຜູ້​ທີ່​ປະຕິບັດ​ຕາມ​ຄຳ​ແນະນຳ​ຂອງ​ພະ​ເຍຊູ. ໂປໂລ​ສຸມ​ໃສ່​ວຽກ​ງານ​ຮັບໃຊ້​ໃຫ້​ເປັນ​ວຽກ​ຫຼັກ​ໃນ​ຊີວິດ​ຂອງ​ຕົນ. (ກິດຈະການ 20:24, 25) ເມື່ອ​ລາວ​ເຂົ້າ​ໄປ​ໃນ​ເຂດ​ແດນ​ໜຶ່ງ​ເພື່ອ​ປະກາດ ລາວ​ໄດ້​ເບິ່ງ​ແຍງ​ຕົວ​ເອງ​ໂດຍ​ເຮັດ​ວຽກ​ຫຍິບ​ກະໂຈມ​ເພື່ອ​ຈະ​ມີ​ສິ່ງ​ຈຳເປັນ​ທາງ​ດ້ານ​ວັດຖຸ. ລາວ​ບໍ່​ໄດ້​ຄາດ​ຫວັງ​ໃຫ້​ຜູ້​ອື່ນ​ເບິ່ງ​ແຍງ​ລາວ. (ກິດຈະການ 18:1-4; 1 ເທຊະໂລນີກ 2:9) ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ລາວ​ຮັບ​ເອົາ​ຄວາມ​ເອື້ອເຟື້ອ​ເຜື່ອ​ແຜ່​ແລະ​ສິ່ງ​ຂອງ​ຕ່າງໆດ້ວຍ​ຄວາມ​ຂອບໃຈ​ແລະ​ຮູ້​ຄຸນຄ່າ​ເມື່ອ​ຄົນ​ອື່ນ​ສະແດງ​ຄວາມ​ຮັກ​ຕໍ່​ລາວ​ໃນ​ທາງ​ນີ້. (ກິດຈະການ 16:15, 34; ຟີລິບ 4:15-17) ໂປໂລ​ບອກ​ຄລິດສະຕຽນ​ໃຫ້​ສຳນຶກ​ເຖິງ​ພັນທະ​ໜ້າທີ່​ຕໍ່​ຄອບຄົວ​ຂອງ​ເຂົາ​ເຈົ້າ​ເອງ ຄື​ບໍ່​ໃຫ້​ປະ​ຖິ້ມ​ພັນທະ​ນັ້ນ​ເພື່ອ​ງານ​ປະກາດ ແຕ່​ໃຫ້​ມີ​ຄວາມ​ດຸນດ່ຽງ​ໃນ​ໜ້າທີ່​ຮັບ​ຜິດ​ຊອບ​ຕ່າງໆຂອງ​ເຂົາ​ເຈົ້າ. ລາວ​ແນະນຳ​ໃຫ້​ເຂົາ​ເຈົ້າ​ເຮັດ​ວຽກ, ຮັກ​ຄອບຄົວ, ແລະ​ແບ່ງ​ປັນ​ໃຫ້​ຄົນ​ອື່ນ. (ເອເຟດ 4:28; 2 ເທຊະໂລນີກ 3:7-12) ລາວ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້​ມີ​ຄວາມ​ໝັ້ນ​ໃຈ​ໃນ​ພະເຈົ້າ ບໍ່​ແມ່ນ​ໃນ​ຊັບ​ສົມບັດ ແລະ​ໃຫ້​ເຂົາ​ເຈົ້າ​ໃຊ້​ຊີວິດ​ໃນ​ແນວ​ທາງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ເຂົ້າ​ໃຈ​ແທ້ໆເຖິງ​ສິ່ງ​ທີ່​ສຳຄັນ​ກວ່າ​ນັ້ນ. ດັ່ງ​ທີ່​ສອດຄ່ອງ​ກັບ​ຄຳ​ສອນ​ຂອງ​ພະ​ເຍຊູ ສິ່ງ​ນັ້ນ​ໝາຍ​ເຖິງ​ການ​ຊອກ​ຫາ​ລາຊະອານາຈັກ​ແລະ​ຄວາມ​ຊອບທຳ​ຂອງ​ພະເຈົ້າ​ກ່ອນ.—ຟີລິບ 1:9-11.

ຈົ່ງ​ຈັດ​ໃຫ້​ລາຊະອານາຈັກ​ມາ​ເປັນ​ອັນ​ດັບ​ທຳອິດ​ໃນ​ຊີວິດ​ຂອງ​ເຮົາ

10. ການ​ຊອກ​ຫາ​ລາຊະອານາຈັກ​ກ່ອນ​ໝາຍ​ຄວາມ​ວ່າ​ຢ່າງ​ໃດ?

10 ໂດຍ​ສ່ວນ​ຕົວ​ແລ້ວ ເຮົາ​ແບ່ງ​ປັນ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ກັບ​ຄົນ​ອື່ນ​ເຖິງ​ຂະໜາດ​ໃດ? ການ​ຈະ​ເຮັດ​ໄດ້​ຫຼາຍ​ຫຼື​ໜ້ອຍ​ນັ້ນ​ແມ່ນ​ຂຶ້ນ​ກັບ​ສະພາບການ​ໃນ​ຊີວິດ​ຂອງ​ເຮົາ ແລະ​ຂຶ້ນ​ກັບ​ການ​ຮູ້​ຄຸນຄ່າ​ຂອງ​ເຮົາ​ຕໍ່​ເລື່ອງ​ດັ່ງ​ກ່າວ. ຂໍ​ໃຫ້​ຈື່​ໄວ້​ວ່າ ພະ​ເຍຊູ​ບໍ່​ໄດ້​ບອກ​ວ່າ ‘ຈົ່ງ​ຊອກ​ຫາ​ລາຊະອານາຈັກ​ເມື່ອ​ບໍ່​ມີ​ສິ່ງ​ອື່ນ​ເຮັດ​ແລ້ວ.’ ໂດຍ​ເຫັນ​ແຈ້ງ​ໃນ​ຄວາມ​ສຳຄັນ​ຂອງ​ລາຊະອານາຈັກ ພະອົງ​ຈຶ່ງ​ເນັ້ນ​ກ່ຽວ​ກັບ​ພະ​ປະສົງ​ຂອງ​ພະ​ບິດາ​ໂດຍ​ກ່າວ​ວ່າ “ຈົ່ງ​ຊອກ​ຫາ​ລາຊະອານາຈັກ​ຂອງ​ພະເຈົ້າ​ຕໍ່ໆໄປ.” (ລືກາ 12:31, ລ.ມ.) ເຖິງ​ແມ່ນ​ວ່າ​ເຮົາ​ສ່ວນ​ຫຼາຍ​ຕ້ອງ​ເຮັດ​ວຽກ​ເພື່ອ​ຫາ​ລ້ຽງ​ຕົວ​ເອງ​ແລະ​ຄອບຄົວ​ກໍ​ຕາມ ແຕ່​ຖ້າ​ເຮົາ​ມີ​ຄວາມ​ເຊື່ອ ຊີວິດ​ຂອງ​ເຮົາ​ຈະ​ຕິດ​ພັນ​ຢ່າງ​ສະໜິດ​ແໜ້ນ​ກັບ​ວຽກ​ງານ​ລາຊະອານາຈັກ​ເຊິ່ງ​ພະເຈົ້າ​ໄດ້​ມອບ​ໃຫ້​ເຮົາ​ເຮັດ. ໃນ​ເວລາ​ດຽວ​ກັນ ເຮົາ​ກໍ​ເອົາໃຈໃສ່​ຕໍ່​ໜ້າທີ່​ຮັບ​ຜິດ​ຊອບ​ໃນ​ຄອບຄົວ​ຂອງ​ເຮົາ​ໄປ​ນຳ.—1 ຕີໂມເຕ 5:8.

11. (ກ) ພະ​ເຍຊູ​ປຽບ​ທຽບ​ໃຫ້​ເຫັນ​ຢ່າງ​ໃດ​ວ່າ ບໍ່​ແມ່ນ​ໝົດ​ທຸກ​ຄົນ​ຈະ​ສາມາດ​ເຮັດ​ໄດ້​ເທົ່າ​ກັນ​ໃນ​ການ​ປະກາດ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ? (ຂ) ການ​ທີ່​ຄົນ​ເຮົາ​ຈະ​ເຮັດ​ໄດ້​ຫຼາຍ​ຫຼື​ໜ້ອຍ​ນັ້ນ​ມັນ​ຂຶ້ນ​ຢູ່​ກັບ​ປັດໄຈ​ອັນ​ໃດ​ແດ່?

11 ບາງ​ຄົນ​ໃນ​ທ່າມກາງ​ພວກ​ເຮົາ​ສາມາດ​ທຸ່ມ​ເທ​ເວລາ​ໄດ້​ຫຼາຍ​ກວ່າ​ຄົນ​ອື່ນ​ໃນ​ການ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ. ໃນ​ຄຳ​ອຸປະມາ​ຂອງ​ພະ​ເຍຊູ​ພະອົງ​ກ່າວ​ເຖິງ​ດິນ​ປະເພດ​ຕ່າງໆພະອົງ​ພັດ​ສະແດງ​ໃຫ້​ເຫັນ​ວ່າ​ທຸກ​ຄົນ​ທີ່​ສະພາບ​ຫົວໃຈ​ຂອງ​ເຂົາ​ເຈົ້າ​ປຽບ​ຄື​ດິນ​ດີ​ກໍ​ຈະ​ເກີດ​ຜົນ​ທີ່​ດີ. ເຂົາ​ເຈົ້າ​ຈະ​ເກີດ​ຜົນ​ຫຼາຍ​ປານ​ໃດ? ສະພາບການ​ຂອງ​ແຕ່​ລະ​ຄົນ​ແຕກຕ່າງ​ກັນ. ອາຍຸ, ສຸຂະພາບ, ແລະ​ຄວາມ​ຮັບ​ຜິດ​ຊອບ​ຕ່າງໆຕໍ່​ຄອບຄົວ​ກໍ​ລ້ວນ​ແຕ່​ເປັນ​ປັດໄຈ​ທີ່​ມີ​ຜົນ​ກະທົບ​ໄດ້​ທັງ​ໝົດ. ເຖິງ​ຢ່າງ​ໃດ​ກໍ​ຕາມ ຖ້າ​ເຮົາ​ຮູ້​ຄຸນຄ່າ​ຢ່າງ​ແທ້​ຈິງ​ຕໍ່​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ ເຮົາ​ກໍ​ສາມາດ​ເກີດ​ຜົນ​ໄດ້​ຫຼາຍ.—ມັດທາຍ 13:23.

12. ມີ​ການ​ສະໜັບສະຫນູນ​ໃຫ້​ຄົນ​ຫນຸ່ມ​ພິຈາລະນາ​ເປົ້າ​ໝາຍ​ຝ່າຍ​ວິນຍານ​ທີ່​ດີ​ງາມ​ອັນ​ໃດ​ເປັນ​ພິເສດ?

12 ເປັນ​ສິ່ງ​ດີ​ທີ່​ຈະ​ຕັ້ງ​ເປົ້າ​ໝາຍ​ຕ່າງໆເພື່ອ​ຊ່ວຍ​ເຮົາ​ໃຫ້​ຂະຫຍາຍ​ສ່ວນ​ຂອງ​ຕົນ​ເອງ​ໃນ​ວຽກ​ງານ​ການ​ປະກາດ​ເລື່ອງ​ລາຊະອານາຈັກ​ອອກ​ໄປ​ຕື່ມ​ອີກ. ຄົນ​ຫນຸ່ມ​ຄວນ​ຄິດ​ຢ່າງ​ຈິງ​ຈັງ​ກ່ຽວ​ກັບ​ຕົວຢ່າງ​ທີ່​ດີ​ຂອງ​ຕີໂມເຕ ຊາຍ​ຫນຸ່ມ​ຄລິດສະຕຽນ​ທີ່​ມີ​ໃຈ​ຫ້າວ​ຫັນ. (ຟີລິບ 2:19-22) ມີ​ສິ່ງ​ໃດ​ທີ່​ຈະ​ດີ​ໄປ​ກວ່າ​ການ​ເຂົ້າ​ສູ່​ວຽກ​ຮັບໃຊ້​ເຕັມ​ເວລາ​ເມື່ອ​ເຂົາ​ເຈົ້າ​ຈົບ​ການ​ສຶກສາ​ຝ່າຍ​ໂລກ​ແລ້ວ? ຜູ້​ໃຫຍ່​ກໍ​ໄດ້​ຮັບ​ປະໂຫຍດ​ເຊັ່ນ​ກັນ ໂດຍ​ການ​ຕັ້ງ​ເປົ້າ​ໝາຍ​ຝ່າຍ​ວິນຍານ​ທີ່​ເໝາະ​ສົມ.

13. (ກ) ໃຜ​ເປັນ​ຜູ້ຕັດສິນ​ໃນ​ສິ່ງ​ທີ່​ແຕ່​ລະ​ຄົນ​ສາມາດ​ເຮັດ​ໃນ​ການ​ຮັບໃຊ້​ເລື່ອງ​ລາຊະອານາຈັກ? (ຂ) ເຮົາ​ພິສູດ​ສິ່ງ​ໃດ ຖ້າ​ເຮົາ​ຊອກ​ຫາ​ລາຊະອານາຈັກ​ກ່ອນ​ຢ່າງ​ແທ້​ຈິງ?

13 ແທນ​ທີ່​ຈະ​ວິພາກ​ວິຈານ​ຄົນ​ເຫຼົ່າ​ນັ້ນ ຜູ້​ເຊິ່ງ​ເຮົາ​ອາດ​ຮູ້ສຶກ​ວ່າ​ເຂົາ​ເຈົ້າ​ສາມາດ​ເຮັດ​ໄດ້​ຫຼາຍ​ກວ່າ​ທີ່​ກຳລັງ​ເຮັດ​ຢູ່ ຄວາມ​ເຊື່ອ​ຄວນ​ກະຕຸ້ນ​ເຮົາ​ໃຫ້​ປັບ​ປຸງ​ຕົວ​ເອງ​ເພື່ອ​ເຮົາ​ອາດ​ຮັບໃຊ້​ພະເຈົ້າ​ໄດ້​ເຕັມ​ເມັດ​ເຕັມ​ໜ່ວຍ​ຕາມ​ທີ່​ສະພາບການ​ຂອງ​ເຮົາ​ເອງ ເອື້ອ​ອຳນວຍ​ໃຫ້. (ໂລມ 14:10-12; ຄາລາຊີ 6:4, 5) ດັ່ງ​ທີ່​ສະແດງ​ໃຫ້​ເຫັນ​ໃນ​ກໍລະນີ​ຂອງ​ໂຢບ ຊາຕານ​ໂຕ້​ຖຽງ​ວ່າ​ຄວາມ​ສົນ​ໃຈ​ຫຼັກ​ຂອງ​ເຮົາ​ແມ່ນ​ຊັບ​ສົມບັດ​ຝ່າຍ​ວັດຖຸ, ຄວາມ​ສະດວກ​ສະບາຍ​ຂອງ​ເຮົາ​ເອງ, ຄວາມ​ສຸກ​ສ່ວນ​ຕົວ, ແລະ​ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ເຮົາ​ໃນ​ການ​ຮັບໃຊ້​ພະເຈົ້າ​ແມ່ນ​ເປັນ​ແບບ​ເຫັນ​ແກ່​ຕົວ. ແຕ່​ຖ້າ​ເຮົາ​ຊອກ​ຫາ​ລາຊະອານາຈັກ​ກ່ອນ​ຢ່າງ​ແທ້​ຈິງ ເຮົາ​ກໍ​ມີ​ສ່ວນ​ໃນ​ການ​ພິສູດ​ວ່າ​ພະຍາມານ​ເປັນ​ຜູ້​ຕົວະ​ທີ່​ຮ້າຍກາດ​ແທ້ໆ. ເຮົາ​ກຳລັງ​ສະແດງ​ອອກ​ໃຫ້​ເຫັນ​ອີກ​ວ່າ​ສິ່ງ​ທີ່​ສຳຄັນ​ອັນ​ດັບ​ທຳອິດ​ໃນ​ຊີວິດ​ຂອງ​ເຮົາ​ແມ່ນ​ການ​ຮັບໃຊ້​ພະເຈົ້າ. ໂດຍ​ສິ່ງ​ທີ່​ເຮົາ​ເຮັດ​ແລະ​ເວົ້າ​ຈະ​ຢືນຢັນ​ວ່າ​ເຮົາ​ມີ​ຄວາມ​ຮັກ​ອັນ​ເລິກ​ເຊິ່ງ​ຕໍ່​ພະ​ເຢໂຫວາ ທັງ​ເປັນ​ການ​ພິສູດ​ວ່າ​ເຮົາ​ສະໜັບສະຫນູນ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະອົງ​ດ້ວຍ​ຄວາມ​ພັກດີ ແລະ​ຍັງ​ພິສູດ​ເຖິງ​ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ເພື່ອນ​ມະນຸດ​ນຳ​ອີກ.—ໂຢບ 1:9-11; 2:4, 5; ສຸພາສິດ 27:11.

14. (ກ) ດ້ວຍ​ເຫດ​ໃດ​ຕາ​ລາງ​ເວລາ​ສຳລັບ​ງານ​ຮັບໃຊ້​ໃນ​ການ​ປະກາດ​ຈຶ່ງ​ເປັນ​ປະໂຫຍດ? (ຂ) ພະຍານ​ພະ​ເຢໂຫວາ​ຫຼາຍ​ຄົນ​ກຳລັງ​ມີ​ສ່ວນ​ຮ່ວມ​ໃນ​ງານ​ຮັບໃຊ້​ຫຼາຍ​ຂະໜາດ​ໃດ?

14 ການ​ມີ​ຕາ​ລາງ​ເວລາ​ສາມາດ​ຊ່ວຍ​ເຮົາ​ໃຫ້​ເຮັດ​ໄດ້​ຫຼາຍ​ກວ່າ​ການ​ບໍ່​ມີ​ເລີຍ. ພະ​ເຢໂຫວາ​ເອງ​ມີ “ກຳນົດ​ເວລາ” ເພື່ອ​ໃຫ້​ຈຸດ​ປະສົງ​ຂອງ​ພະອົງ​ດຳເນີນ​ໄປ​ຈົນ​ສຳເລັດ. (ອຸປະຍົກໜີ 9:5; ມາລະໂກ 1:15) ຖ້າ​ເປັນ​ໄປ​ໄດ້ ການ​ເຂົ້າ​ຮ່ວມ​ໃນ​ງານ​ປະກາດ​ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ຈັກ​ເທື່ອ​ໜຶ່ງ ຫຼື​ຫຼາຍ​ກວ່າ​ນັ້ນ​ໃນ​ແຕ່​ລະ​ອາທິດ​ກໍ​ເປັນ​ສິ່ງ​ທີ່​ດີ. ພະຍານ​ພະ​ເຢໂຫວາ​ຫຼາຍ​ແສນ​ຄົນ​ທົ່ວ​ໂລກ​ໄດ້​ສະໝັກ​ເປັນ​ໄພໂອເນຍ​ສົມທົບ ເຊິ່ງ​ໃຊ້​ເວລາ​ປະມານ​ສອງ​ຊົ່ວ​ໂມງ​ຕໍ່​ມື້​ໃນ​ການ​ປະກາດ​ຂ່າວ​ດີ. ອີກ​ຫຼາຍ​ແສນ​ຄົນ​ຮັບໃຊ້​ໃນ​ຖານະ​ໄພໂອເນຍ​ປະຈຳ​ໂດຍ​ໃຊ້​ເວລາ​ປະມານ​ສອງ​ຊົ່ວ​ໂມງ​ເຄິ່ງ​ຕໍ່​ມື້​ໃນ​ການ​ປະກາດ​ຂ່າວ​ສານ​ເລື່ອງ​ລາຊະອານາຈັກ. ໄພໂອເນຍ​ພິເສດ​ແລະ​ມິດຊັນນາລີ​ແຮ່ງ​ໃຊ້​ເວລາ​ຫຼາຍ​ກວ່າ​ນັ້ນ​ອີກ​ໃນ​ວຽກ​ຮັບໃຊ້​ທີ່​ກ່ຽວ​ຂ້ອງ​ກັບ​ເລື່ອງ​ລາຊະອານາຈັກ. ເຮົາ​ຍັງ​ສາມາດ​ຊອກ​ຫາ​ໂອກາດ​ຕ່າງໆເພື່ອ​ແບ່ງ​ປັນ​ຄວາມ​ຫວັງ​ເລື່ອງ​ລາຊະອານາຈັກ​ໂດຍ​ສວຍ​ໂອກາດ​ເວົ້າ​ນຳ​ໃຜ​ກໍ​ໄດ້​ທີ່​ສົນ​ໃຈ​ຟັງ. (ໂຢຮັນ 4:7-15) ເຮົາ​ຄວນ​ປາຖະໜາ​ທີ່​ຈະ​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມ​ກຳລັງ​ໃນ​ວຽກ​ນັ້ນ​ຕາມ​ທີ່​ສະພາບການ​ຂອງ​ເຮົາ​ເອື້ອ​ອຳນວຍ​ໃຫ້ ເນື່ອງ​ຈາກ​ພະ​ເຍຊູ​ບອກ​ລ່ວງ​ໜ້າ​ໄວ້​ວ່າ “ຄຳ​ປະເສີດ​ນີ້​ແຫ່ງ​ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ຂອງ​ພະເຈົ້າ​ຈະ​ເປັນ​ທີ່​ເທສະໜາ​ປ່າວ​ປະກາດ​ໄປ​ທົ່ວ​ແຜ່ນດິນ​ໂລກ ເພື່ອ​ຈະ​ເປັນ​ພິຍານ​ແກ່​ພວກ​ຕ່າງ​ປະເທດ​ທັງ​ປວງ ແລະ​ເມື່ອ​ນັ້ນ​ທີ່​ສຸດ​ຈະ​ມາ​ເຖິງ​ແລ້ວ.”—ມັດທາຍ 24:14; ເອເຟດ 5:15-17.

15. ໂດຍ​ກ່ຽວ​ຂ້ອງ​ກັບ​ງານ​ຮັບໃຊ້​ຂອງ​ເຮົາ ເປັນ​ຫຍັງ​ເຮົາ​ຈຶ່ງ​ຮູ້ສຶກ​ວ່າ​ຄຳ​ແນະນຳ​ໃນ 1 ໂກລິນໂທ 15:58 ແມ່ນ​ເໝາະ​ກັບ​ເວລາ?

15 ໃນ​ທຸກ​ຫົນ​ທຸກ​ແຫ່ງ​ທົ່ວ​ໂລກ ພະຍານ​ພະ​ເຢໂຫວາ​ບໍ່​ວ່າ​ຈະ​ອາໄສ​ຢູ່​ໃນ​ປະເທດ​ໃດ​ກໍ​ຕາມ ເຂົາ​ເຈົ້າ​ກຳລັງ​ມີ​ສ່ວນ​ຮ່ວມ​ໃນ​ສິດທິ​ພິເສດ​ຂອງ​ວຽກ​ງານ​ການ​ຮັບໃຊ້​ນີ້​ຢ່າງ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ເຂົາ​ເຈົ້າ​ເອົາ​ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ​ທີ່​ໄດ້​ຮັບ​ການ​ດົນ​ໃຈ​ມາ​ໃຊ້​ກັບ​ຕົວ​ເອງ​ທີ່​ວ່າ “ທ່ານ​ທັງ​ຫຼາຍ​ຈົ່ງ​ຕັ້ງ​ໝັ້ນຄົງ​ຢູ່ ຢ່າ​ສະເທືອນ​ສະທ້ານ ຈົ່ງ​ກະທຳ​ການ​ຂອງ​ພະອົງ​ເຈົ້າ​ໃຫ້​ບໍລິບູນ​ທຸກ​ເວລາ ທ່ານ​ທັງ​ຫຼາຍ​ຮູ້​ວ່າ​ການ​ຂອງ​ທ່ານ​ຝ່າຍ​ພະອົງ​ເຈົ້າ​ບໍ່​ເປັນ​ການ​ເປົ່າໆ.”—1 ໂກລິນໂທ 15:58.

ການ​ພິຈາລະນາ​ທົບ​ທວນ

• ເມື່ອ​ພະ​ເຍຊູ​ກ່າວ​ວ່າ ‘ຈົ່ງ​ຊອກ​ຫາ​ລາຊະອານາຈັກ​ກ່ອນ’ ຕໍ່ໆໄປ ພະອົງ​ຊີ້​ໃຫ້​ເຫັນ​ວ່າ​ສິ່ງ​ໃດ​ຄວນ​ຢູ່​ໃນ​ອັນ​ດັບ​ຮອງ?

• ເຮົາ​ຄວນ​ມີ​ທັດສະນະ​ຕໍ່​ການ​ເອົາໃຈໃສ່​ໃນ​ຄວາມ​ຈຳເປັນ​ທາງ​ດ້ານ​ຮ່າງ​ກາຍ​ຂອງ​ຕົນ​ເອງ​ແລະ​ຂອງ​ຄອບຄົວ​ແນວ​ໃດ? ພະເຈົ້າ​ຈະ​ໃຫ້​ຄວາມ​ຊ່ວຍເຫຼືອ​ອັນ​ໃດ​ແກ່​ເຮົາ?

• ເຮົາ​ສາມາດ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ຮັບໃຊ້​ກ່ຽວ​ກັບ​ລາຊະອານາຈັກ​ໃນ​ແບບ​ໃດ​ແດ່?

[ຮູບ​ພາບ​ໜ້າ 107]

ປັດຈຸບັນ​ນີ້ ພະຍານ​ພະ​ເຢໂຫວາ​ກຳລັງ​ປະກາດ​ຂ່າວ​ດີ​ໃນ​ທຸກ​ດິນແດນ​ກ່ອນ​ທີ່​ອະວະສານ​ຈະ​ມາ​ເຖິງ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌