ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຊສຕ ບົດທີ 58 points 1-5
  • ສັດຊື່​ພັກດີ​ຕໍ່​ພະ​ເຢໂຫວາ​ສະເໝີ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສັດຊື່​ພັກດີ​ຕໍ່​ພະ​ເຢໂຫວາ​ສະເໝີ
  • ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຮຽນ​ຮູ້​ຫຼາຍ​ຂຶ້ນ
  • ສະຫຼຸບ
  • ເບິ່ງ​ເພີ່ມເຕີມ
  • ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ​ເຮັດ​ໃຫ້​ພະເຈົ້າ​ເສື່ອມ​ເສຍ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • “ພະອົງ​ຜູ້​ດຽວ​ພັກດີ”
    ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ
  • ແມ່ນ​ຫຍັງ​ເປັນ​ຂ່າວ​ດີ​ກ່ຽວ​ກັບ​ສາສະໜາ?
    ຂ່າວດີຈາກພະເຈົ້າ!
  • ຈົ່ງ​ປະຕິເສດ​ສາສະໜາ​ປອມ!
    ທ່ານສາມາດເປັນເພື່ອນຂອງພະເຈົ້າ!
ເບິ່ງຕື່ມ
ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ຊສຕ ບົດທີ 58 points 1-5
ບົດ​ທີ 58. ຄອບຄົວ​ໜຶ່ງ​ຍ່າງ​ຜ່ານ​ພວກ​ຄົນ​ທໍລະຍົດ​ພະເຈົ້າ​ທີ່​ກຳລັງ​ເວົ້າ​ເຍາະເຍີ້ຍ​ຄົນ​ທີ່​ມາ​ຮ່ວມ​ການ​ປະຊຸມ​ໃຫຍ່​ຂອງ​ພະຍານ​ພະ​ເຢໂຫວາ.

ບົດ​ທີ 58

ສັດຊື່​ພັກດີ​ຕໍ່​ພະ​ເຢໂຫວາ​ສະເໝີ

ສະບັບພິມ
ສະບັບພິມ
ສະບັບພິມ

ຄລິດສະຕຽນ​ແທ້​ຕັ້ງໃຈ​ຄັກ​ແນ່​ວ່າ​ຈະ​ບໍ່​ໃຫ້​ໃຜ​ຫຼື​ອັນ​ໃດ​ມາ​ເຮັດ​ໃຫ້​ເຂົາເຈົ້າ​ເຊົາ​ນະມັດສະການ​ພະ​ເຢໂຫວາ. ເຈົ້າ​ເອງ​ກໍ​ຄື​ຊິ​ຕັ້ງໃຈ​ທີ່​ຈະ​ພັກດີ​ຕໍ່​ພະ​ເຢໂຫວາ​ຄື​ກັນ ແລະ​ເພິ່ນ​ກໍ​ເບິ່ງ​ວ່າ​ຄວາມ​ສັດຊື່​ພັກດີ​ຂອງ​ເຈົ້າ​ມີ​ຄ່າ​ຫຼາຍ. (ອ່ານ 1 ຂ່າວຄາວ 28:9) ແຕ່​ມີ​ຫຍັງ​ແດ່​ທີ່​ອາດ​ເຮັດ​ໃຫ້​ຍາກ​ທີ່​ເຈົ້າ​ຈະ​ພັກດີ​ຕໍ່​ພະ​ເຢໂຫວາ​ສະເໝີ ແລະ​ອັນ​ໃດ​ຈະ​ຊ່ວຍ​ໃຫ້​ເຈົ້າ​ຮັບມື​ໄດ້?

1. ຄົນ​ອື່ນ​ອາດ​ເຮັດ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ເຮົາ​ບໍ່​ພັກດີ​ຕໍ່​ພະ​ເຢໂຫວາ?

ບາງ​ຄົນ​ອາດ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ເຊົາ​ຮັບໃຊ້​ພະ​ເຢໂຫວາ. ຄົນ​ພວກ​ນັ້ນ​ແມ່ນ​ໃຜ? ເຂົາເຈົ້າ​ແມ່ນ​ຄົນ​ທີ່​ທໍລະຍົດ​ພະເຈົ້າ. ເຂົາເຈົ້າ​ເຊົາ​ຮັບໃຊ້​ພະ​ເຢໂຫວາ ແລະ​ຕອນນີ້​ກຳລັງ​ເວົ້າ​ຕົວະ​ກ່ຽວກັບ​ອົງການ​ຂອງ​ເພິ່ນ​ເພື່ອ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ອ່ອນແອ​ລົງ​ແລະ​ເຊົາ​ຮັບໃຊ້​ພະ​ເຢໂຫວາ​ຄື​ກັບ​ເຂົາເຈົ້າ. ສ່ວນ​ຜູ້​ນຳ​ສາສະໜາ​ບາງ​ຄົນ​ກໍ​ເຜີຍ​ແພ່​ຂໍ້ມູນ​ທີ່​ບໍ່​ຖືກຕ້ອງ​ກ່ຽວກັບ​ພວກ​ເຮົາ. ຖ້າ​ເຮົາ​ບໍ່​ລະວັງ ເຮົາ​ກໍ​ອາດ​ຫຼົງ​ເຊື່ອ​ເຂົາເຈົ້າ​ແລະ​ເຊົາ​ຮັບໃຊ້​ພະ​ເຢໂຫວາ. ດັ່ງນັ້ນ ເປັນ​ເລື່ອງ​ອັນຕະລາຍ​ຫຼາຍ​ທີ່​ເຮົາ​ຈະ​ໄປ​ໂຕ້​ຕອບ​ຄົນ​ເຫຼົ່າ​ນັ້ນ​ທີ່​ບໍ່​ພັກດີ​ຕໍ່​ພະເຈົ້າ. ເຮົາ​ບໍ່​ຄວນ​ອ່ານ​ປຶ້ມ ອ່ານ​ກະທູ້​ຫຼື​ບົດ​ຄວາມ​ໃນ​ອິນເຕີເນັດ ເຂົ້າ​ເວັບໄຊ ຫຼື​ເບິ່ງ​ວິດີໂອ​ຂອງ​ເຂົາເຈົ້າ. ພະ​ເຢຊູ​ເວົ້າ​ເຖິງ​ຄົນ​ທີ່​ພະຍາຍາມ​ເຮັດ​ໃຫ້​ເຮົາ​ບໍ່​ພັກດີ​ຕໍ່​ພະ​ເຢໂຫວາ​ວ່າ: “ຢ່າ​ເຂົາເຈົ້າ. ເຂົາເຈົ້າ​ເປັນ​ຄົນ​ນຳ​ທາງ​ທີ່​ຕາບອດ. ຖ້າ​ຄົນ​ຕາບອດ​ນຳ​ທາງ​ຄົນ​ຕາບອດ ທັງ​ສອງ​ຄົນ​ຈະ​ພາກັນ​ຕົກ​ຂຸມ.”—ມັດທາຍ 15:14

2. ເຮົາ​ຈະ​ຕັດສິນໃຈ​ແນວ​ໃດ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ພັກດີ​ຕໍ່​ພະ​ເຢໂຫວາ?

ຍ້ອນ​ເຮົາ​ຮັກ​ພະ​ເຢໂຫວາ ເຮົາ​ກໍ​ເລີຍ​ບໍ່​ຢາກ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ. ດັ່ງນັ້ນ ບໍ່​ວ່າ​ເຮົາ​ຈະ​ເຮັດ​ວຽກ​ຫຍັງ ຢູ່​ໃນ​ອົງກອນ​ໃດ ຫຼື​ເຮັດ​ກິດຈະກຳ​ຫຍັງ ເຮົາ​ກໍ​ຕ້ອງ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ສິ່ງ​ເຫຼົ່າ​ນັ້ນ​ບໍ່​ໄດ້​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ. ພະ​ເຢໂຫວາ​ເຕືອນ​ເຮົາ​ວ່າ: “ປະຊາຊົນ​ຂອງ​ເຮົາ ພວກ​ເຈົ້າ​ຕ້ອງ​ອອກ​ຈາກ [ບາບີໂລນ​ໃຫຍ່].”—ພະ​ນິມິດ 18:2, 4

ຮຽນ​ຮູ້​ຫຼາຍ​ຂຶ້ນ

ມາ​ເບິ່ງ​ວ່າ​ເຈົ້າ​ຈະ​ບໍ່​ຍອມ​ໃຫ້​ຄົນ​ອື່ນ​ມາ​ເຮັດ​ໃຫ້​ເຈົ້າ​ເຊົາ​ພັກດີ​ຕໍ່​ພະ​ເຢໂຫວາ​ໄດ້​ແນວ​ໃດ ແລະ​ການ​ອອກ​ຈາກ​ບາບີໂລນ​ໃຫຍ່​ຈະ​ເຮັດ​ໃຫ້​ເຫັນ​ວ່າ​ເຈົ້າ​ພັກດີ​ຕໍ່​ພະ​ເຢໂຫວາ​ແນວ​ໃດ.

3. ລະວັງ​ຄົນ​ທີ່​ສອນ​ຜິດໆ

ເຮົາ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຮົາ​ໄດ້​ຍິນ​ເລື່ອງ​ໃນ​ແງ່​ລົບ​ກ່ຽວກັບ​ອົງການ​ຂອງ​ພະ​ເຢໂຫວາ? ອ່ານ​ສຸພາສິດ 14:15 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ເຊື່ອ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ຍິນ​ທັນທີ?

ອ່ານ 2 ໂຢຮັນ 9-11 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ຈາກ​ຂໍ້​ຄຳພີ​ນີ້ ເຮົາ​ຄວນ​ຫຍຸ້ງ​ກ່ຽວກັບ​ຄົນ​ທີ່​ທໍລະຍົດ​ພະເຈົ້າ​ບໍ? ຍ້ອນຫຍັງ?

  • ເຖິງ​ວ່າ​ເຮົາ​ຈະ​ບໍ່​ໄດ້​ລົມ​ກັບ​ຄົນ​ທີ່​ທໍລະຍົດ​ພະເຈົ້າ​ໂດຍ​ກົງ ແຕ່​ເຮົາ​ອາດ​ເຮັດ​ຫຍັງ​ທີ່​ເປັນ​ຄື​ກັບ​ວ່າ​ເຮົາ​ກຳລັງ​ຟັງ​ຄຳສອນ​ຂອງ​ເຂົາເຈົ້າ?

  • ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ເຮົາ​ຟັງ​ຄຳເວົ້າ​ໃນ​ແງ່​ລົບ​ກ່ຽວກັບ​ເພິ່ນ​ແລະ​ອົງການ​ຂອງ​ເພິ່ນ?

4. ເມື່ອ​ພີ່ນ້ອງ​ເຮັດ​ຜິດ ເຮົາ​ຈະ​ພັກດີ​ຕໍ່​ພະ​ເຢໂຫວາ​ໄດ້​ແນວ​ໃດ?

ຖ້າ​ເຮົາ​ຮູ້​ວ່າ​ມີ​ພີ່ນ້ອງ​ບາງ​ຄົນ​ໃນ​ປະຊາຄົມ​ເຮັດ​ຜິດ​ຮ້າຍ​ແຮງ ເຮົາ​ຕ້ອງ​ເຮັດ​ຫຍັງ? ໃຫ້​ເຮົາ​ມາ​ເບິ່ງ​ຫຼັກການ​ຈາກ​ກົດໝາຍ​ຂອງ​ພະເຈົ້າ​ທີ່​ໃຫ້​ກັບ​ຊາດ​ອິດສະຣາເອນ​ໃນ​ສະໄໝ​ກ່ອນ. ອ່ານ​ລະບຽບ​ພວກ​ເລວີ 5:1.

ຂໍ້​ຄຳພີ​ນີ້​ບອກ​ວ່າ ຖ້າ​ເຮົາ​ຮູ້​ວ່າ​ພີ່ນ້ອງ​ຄົນ​ໜຶ່ງ​ເຮັດ​ຜິດ​ຮ້າຍ​ແຮງ ເຮົາ​ຕ້ອງ​ໄປ​ບອກ​ຜູ້​ເບິ່ງແຍງ. ແຕ່​ກ່ອນ​ຈະ​ເຮັດ​ແນວ​ນັ້ນ ເຮົາ​ຈະ​ສະແດງ​ວ່າ​ເຮົາ​ຮັກ​ລາວ​ໂດຍ​ຂໍ​ໃຫ້​ລາວ​ໄປ​ຫາ​ຜູ້​ເບິ່ງແຍງ​ແລະ​ສາລະພາບ​ຄວາມ​ຜິດ​ນັ້ນ​ດ້ວຍ​ໂຕເອງ. ຖ້າ​ລາວ​ບໍ່​ຍອມ​ໄປ​ຫາ​ຜູ້​ເບິ່ງແຍງ ເຮົາ​ຕ້ອງ​ສະແດງ​ຄວາມ​ພັກດີ​ຕໍ່​ພະ​ເຢໂຫວາ​ໂດຍ​ໄປ​ບອກ​ເລື່ອງ​ນັ້ນ​ໃຫ້​ຜູ້​ເບິ່ງແຍງ​ຮູ້. ເປັນ​ຫຍັງ​ການ​ເຮັດ​ແບບ​ນີ້​ຈຶ່ງ​ເປັນ​ການ​ສະແດງ​ຄວາມ​ຮັກ​ຕໍ່ . . .

  • ພະ​ເຢໂຫວາ?

  • ຄົນ​ທີ່​ເຮັດ​ຜິດ?

  • ພີ່ນ້ອງ​ຄົນ​ອື່ນ​ໃນ​ປະຊາຄົມ?

ຮູບ: ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຊ່ວຍ​ພີ່ນ້ອງ​ຄລິດສະຕຽນ​ອີກ​ຄົນ​ໜຶ່ງ​ທີ່​ໄດ້​ເຮັດ​ຜິດ. 1. ພີ່ນ້ອງ​ຊາຍ​ເບິ່ງ​ໂທລະສັບ​ມື​ຖື​ແລະ​ຮູ້ສຶກ​ບໍ່​ສະບາຍ​ໃຈ​ເມື່ອ​ໄດ້​ເຫັນ​ບາງ​ຢ່າງ​ໃນ​ອິນເຕີເນັດ​ກ່ຽວກັບ​ພີ່ນ້ອງ​ຄົນ​ໜຶ່ງ​ທີ່​ລາວ​ຮູ້​ຈັກ. 2. ລາວ​ໃຫ້​ພີ່ນ້ອງ​ຄົນ​ທີ່​ລາວ​ຮູ້​ຈັກ​ນັ້ນ​ເບິ່ງ​ສິ່ງ​ທີ່​ລາວ​ເຫັນ​ແລະ​ພະຍາຍາມ​ຈະ​ຊ່ວຍ​ພີ່ນ້ອງ​ຄົນ​ນັ້ນ ແຕ່​ລາວ​ບໍ່​ຍອມ​ໃຫ້​ຊ່ວຍ. 3. ພີ່ນ້ອງ​ຊາຍ​ໄປ​ຫາ​ຜູ້​ເບິ່ງແຍງ 2 ຄົນ ແລະ​ໃຫ້​ຜູ້​ເບິ່ງແຍງ​ເບິ່ງ​ສິ່ງ​ທີ່​ລາວ​ເຫັນ.

ຖ້າ​ພີ່ນ້ອງ​ຄລິດສະຕຽນ​ກຳລັງ​ມີ​ບັນຫາ ເຈົ້າ​ຕ້ອງ​ຊ່ວຍ​ລາວ!

5. ຢ່າ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ບາບີໂລນ​ໃຫຍ່

ເປີດ​ວິດີໂອ.

ວິດີໂອ: ອອກ​ມາ​ຈາກ​ບາບີໂລນ​ໃຫຍ່! (5:06)

ສາກ​ໜຶ່ງ​ຈາກ​ວິດີໂອ ‘ອອກ​ມາ​ຈາກ​ບາບີໂລນ​ໃຫຍ່!’ ນັກສຶກສາ​ຄົນ​ໜຶ່ງ​ເຮັດ​ວຽກ​ຢູ່​ໂບດ ລາວ​ລາ​ອອກ​ຈາກ​ວຽກ​ແລະ​ກໍ​ຍ່າງ​ອອກ​ມາ​ຈາກ​ບ່ອນ​ນັ້ນ.

ອ່ານ​ລູກາ 4:8 ແລະ​ພະ​ນິມິດ 18:4, 5 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຍັງ​ມີ​ສ່ວນ​ຮ່ວມ​ກັບ​ພິທີກຳ​ຫຼື​ກິດຈະກຳ​ຂອງ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ​ຢູ່​ບໍ?

  • ເຈົ້າ​ຍັງ​ເປັນ​ສະມາຊິກ​ຂອງ​ອົງກອນ​ທີ່​ກ່ຽວ​ຂ້ອງ​ກັບ​ສາສະໜາ​ເຫຼົ່າ​ນັ້ນ​ຢູ່​ບໍ?

  • ວຽກ​ທີ່​ເຈົ້າ​ເຮັດ​ມີ​ສ່ວນ​ສະໜັບສະໜູນ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ​ບໍ?

  • ແລ້ວ​ຍັງ​ມີ​ເລື່ອງ​ອື່ນໆ​ອີກ​ບໍ​ທີ່​ເຈົ້າ​ຕ້ອງ​ເຊົາ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ?

  • ຖ້າ​ມີ​ບາງ​ຂໍ້​ທີ່​ຄຳ​ຕອບ​ຄື​ແມ່ນ ເຈົ້າ​ຄວນ​ຕັດສິນໃຈ​ເຮັດ​ຫຍັງ?

ຖ້າ​ເຈົ້າ​ມີ​ບາງ​ເລື່ອງ​ທີ່​ຕ້ອງ​ປ່ຽນແປງ ຂໍ​ໃຫ້​ເຈົ້າ​ຕັດສິນໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ສະບາຍ​ໃຈ​ແລະ​ບໍ່​ມີ​ຫຍັງ​ລົບກວນ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຈົ້າ ແລະ​ສະແດງ​ວ່າ​ເຈົ້າ​ພັກດີ​ຕໍ່​ພະ​ເຢໂຫວາ.

ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ກັບ​ລູກ​ຊາຍ​ຍ່າງ​ອອກ​ມາ​ຈາກ​ຫ້າງ​ສັບພະ​ສິນ​ຄ້າ. ເຂົາເຈົ້າ​ຍ່າງ​ຜ່ານ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ກຳລັງ​ຂໍ​ບໍລິຈາກ​ເພື່ອ​ການ​ກຸສົນ​ທາງ​ສາສະໜາ.

ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ຖືກ​ຂໍ​ໃຫ້​ບໍລິຈາກ​ເພື່ອ​ການ​ກຸສົນ​ທາງ​ສາສະໜາ?

ບາງ​ຄົນ​ເວົ້າ​ວ່າ: “ເຮົາ​ກໍ​ຕ້ອງ​ຮູ້​ກ່ອນ​ຕົ໋ວ​ວ່າ​ຄົນ​ທີ່​ທໍລະຍົດ​ພະເຈົ້າ​ເວົ້າ​ເຖິງ​ພະຍານ​ພະ​ເຢໂຫວາ​ວ່າ​ແນວ​ໃດ ເຮົາ​ຈະ​ໄດ້​ປົກປ້ອງ​ຄວາມ​ເຊື່ອ​ໄດ້.”

  • ເຈົ້າ​ຄິດ​ວ່າ​ການ​ເຮັດ​ແບບ​ນັ້ນ​ດີ​ບໍ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

ສະຫຼຸບ

ເພື່ອ​ຈະ​ພັກດີ​ຕໍ່​ພະ​ເຢໂຫວາ ເຮົາ​ຕ້ອງ​ບໍ່​ຫຍຸ້ງ​ກ່ຽວກັບ​ຄົນ​ທີ່​ພະຍາຍາມ​ເຮັດ​ໃຫ້​ເຮົາ​ອອກ​ໄປ​ຈາກ​ທາງ​ຂອງ​ພະ​ເຢໂຫວາ.

ຄຳ​ຖາມ​ທົບທວນ

  • ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຟັງ​ເລື່ອງ​ຂອງ​ຄົນ​ທີ່​ທໍລະຍົດ​ພະເຈົ້າ​ບອກ?

  • ເຮົາ​ຄວນ​ເຮັດ​ຫຍັງ​ຖ້າ​ຮູ້​ວ່າ​ພີ່ນ້ອງ​ເຮັດ​ຜິດ​ຮ້າຍ​ແຮງ?

  • ເຮົາ​ຈະ​ເຮັດ​ຕາມ​ຄຳ​ເຕືອນ​ທີ່​ໃຫ້​ອອກ​ມາ​ຈາກ​ສາສະໜາ​ທີ່​ພາ​ຄົນ​ໄປ​ຜິດ​ທາງ​ໄດ້​ແນວ​ໃດ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ມາ​ເບິ່ງ​ວ່າ​ເຈົ້າ​ຈະ​ເຮັດ​ແນວ​ໃດ​ເມື່ອ​ໄດ້​ຍິນ​ເລື່ອງ​ຕົວະ​ກ່ຽວກັບ​ພະຍານ​ພະ​ເຢໂຫວາ.

“ເຈົ້າ​ມີ​ຂໍ້ມູນ​ຄວາມ​ຈິງ​ທີ່​ເຊື່ອຖື​ໄດ້​ບໍ?” (ຫໍສັງເກດການ ເດືອນ​ສິງຫາ ປີ 2018)

ເຈົ້າ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ອົງການ​ໃດ​ຫຼື​ກິດຈະກຳ​ຫຍັງ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ບາບີໂລນ​ໃຫຍ່?

“ດຸ​ໝັ່ນ​ເຮັດ​ວຽກ​ປະກາດ​ຕໍ່ໆ​ໄປ​ໃນ​ໄລຍະ​ທ້າຍໆ​ຂອງ ‘ສະໄໝ​ສຸດທ້າຍ’” (ຫໍສັງເກດການ ເດືອນ​ຕຸລາ ປີ 2019 ຂໍ້ 16-18)

ຄົນ​ທີ່​ທໍລະຍົດ​ພະເຈົ້າ​ໄດ້​ເຮັດ​ຫຍັງ​ເພື່ອ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ເຮົາ​ອ່ອນແອ?

ລະວັງ​ຄຳ​ຫຼອກລວງ (9:32)

ອ່ານ​ເລື່ອງ “ຂ້ອຍ​ສະແຫວງ​ຫາ​ພະເຈົ້າ​ຕັ້ງແຕ່​ຍັງ​ນ້ອຍ” ເພື່ອ​ເບິ່ງ​ວ່າ​ອັນ​ໃດ​ເຮັດ​ໃຫ້​ນັກ​ບວດ​ຊິນໂຕ​ຄົນ​ໜຶ່ງ​ອອກ​ມາ​ຈາກ​ສາສະໜາ​ທີ່​ລາວ​ເຄີຍ​ນັບຖື.

“ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ” (ຫໍສັງເກດການ 1 ກໍລະກົດ 2011)

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌