ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ18 ກຸມພາ ໜ້າ 3
  • ຕົວຢ່າງ​ປຽບ​ທຽບ​ເລື່ອງ​ເຂົ້າ​ເມັດ​ດີ​ແລະ​ເຂົ້າ​ນົກ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຕົວຢ່າງ​ປຽບ​ທຽບ​ເລື່ອງ​ເຂົ້າ​ເມັດ​ດີ​ແລະ​ເຂົ້າ​ນົກ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ເລື່ອງທີ່ຄ້າຍກັນ
  • ເຈົ້າ​ຮູ້​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
  • ຂໍ​ໃຫ້​ລາຊະອານາຈັກ​ຂອງ​ພະອົງ​ມາ​ຕັ້ງ​ຢູ່
    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
ຄມປ18 ກຸມພາ ໜ້າ 3

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ມັດທາຍ 12-13

ຕົວຢ່າງ​ປຽບ​ທຽບ​ເລື່ອງ​ເຂົ້າ​ເມັດ​ດີ​ແລະ​ເຂົ້າ​ນົກ

ພະ​ເຍຊູ​ໃຊ້​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ເຂົ້າ​ເມັດ​ດີ​ແລະ​ເຂົ້າ​ນົກ​ເພື່ອ​ຊີ້​ໃຫ້​ເຫັນ​ວ່າ​ພະອົງ​ລວບລວມ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ທີ່​ເປັນ​ຄື​ກັບ​ເຂົ້າ​ເມັດ​ດີ​ເມື່ອ​ໃດ​ແລະ​ແນວ​ໃດ​ເຊິ່ງ​ເລີ່ມ​ຕັ້ງ​ແຕ່​ປີ ຄ.ສ. 33.

ໄລຍະ​ເວລາ​ຂອງ​ການ​ຫວ່ານ ລະດູ​ກ່ຽວ ໂຮມ​ໄວ​ໃນ​ເລົ້າ​ເຂົ້າ

13:24

‘ຊາຍ​ຄົນ​ໜຶ່ງ​ໄດ້​ຫວ່ານ​ເຂົ້າ​ເມັດ​ດີ​ໃນ​ນາ​ແຫ່ງ​ຕົນ’

  • ຜູ້​ຫວ່ານ: ໝາຍ​ເຖິງ​ພະ​ເຍຊູ​ຄລິດ

  • ເຂົ້າ​ເມັດ​ດີ​ທີ່​ຖືກ​ຫວ່ານ: ໝາຍ​ເຖິງ​ພວກ​ລູກ​ສິດ​ຂອງ​ພະ​ເຍຊູ​ທີ່​ຖືກ​ເຈີມ​ດ້ວຍ​ພະລັງ​ບໍລິສຸດ

  • ນາ: ໝາຍ​ເຖິງ​ໂລກ​ແຫ່ງ​ມະນຸດ

13:25

“ເມື່ອ​ຄົນ​ທັງ​ຫຼາຍ​ພວມ​ນອນ​ຫຼັບ​ຢູ່ ສັດຕູ​ແຫ່ງ​ຄົນ​ຜູ້​ນັ້ນ​ໄດ້​ມາ​ຫວ່ານ​ເຂົ້າ​ນົກ​ໃນ​ທ່າມກາງ​ເຂົ້າ​ເມັດ​ດີ”

  • ສັດຕູ: ໝາຍ​ເຖິງ​ພະຍາມານ

  • ຄົນ​ທັງ​ຫຼາຍ​ທີ່​ພວມ​ນອນ​ຫຼັບ: ໝາຍ​ເຖິງ​ພວກ​ອັກຄະສາວົກ​ທີ່​ເສຍ​ຊີວິດ​ແລ້ວ

13:30

“ໃຫ້​ທັງ​ສອງ​ໃຫຍ່​ຂຶ້ນ​ມາ​ດ້ວຍ​ກັນ​ຈົນ​ເຖິງ​ລະດູ​ກ່ຽວ​ເຂົ້າ”

  • ເຂົ້າ​ເມັດ​ດີ: ໝາຍ​ເຖິງ​ຄລິດສະຕຽນ​ຜູ້​ຖືກ​ເຈີມ

  • ເຂົ້າ​ນົກ: ໝາຍ​ເຖິງ​ຄລິດສະຕຽນ​ປອມ

“ກ່ຽວ​ເຂົ້າ​ນົກ​ກ່ອນ . . . ; ແຕ່​ວ່າ​ເຂົ້າ​ເມັດ​ດີ​ນັ້ນ​ຈົ່ງ​ໂຮມ​ໄວ້”

  • ທາດ/ພວກ​ກ່ຽວ: ໝາຍ​ເຖິງ​ເຫຼົ່າ​ທູດ​ສະຫວັນ

  • ເຂົ້າ​ນົກ​ມັດ​ເປັນ​ຟ່ອນ: ໝາຍ​ເຖິງ​ຄລິດສະຕຽນ​ປອມ​ທີ່​ແຍກ​ຕົວ​ອອກ​ຈາກ​ຄລິດສະຕຽນ​ຜູ້​ຖືກ​ເຈີມ

  • ໂຮມ​ໄວ້​ໃນ​ເລົ້າ​ເຂົ້າ: ໝາຍ​ເຖິງ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ຖືກ​ລວບລວມ​ເຂົ້າ​ມາ​ຢູ່​ໃນ​ປະຊາຄົມ​ທີ່​ໄດ້​ຮັບ​ການ​ຟື້ນຟູ

ເມື່ອ​ເລີ່ມ​ຕົ້ນ​ລະດູ​ເກັບ​ກ່ຽວ ອັນ​ໃດ​ເຮັດ​ໃຫ້​ຄລິດສະຕຽນ​ແທ້​ແຍກ​ຕົວ​ອອກ​ຈາກ​ຄລິດສະຕຽນ​ປອມ

ຂ້ອຍ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ເມື່ອ​ເຂົ້າ​ໃຈ​ຕົວຢ່າງ​ປຽບ​ທຽບ​ນີ້?

ເຈົ້າ​ຮູ້​ບໍ?

ເຂົ້າ​ເມັດ​ດີ​ແລະ​ເຂົ້າ​ນົກ​ໃຫຍ່​ມາ​ນຳ​ກັນ

ຫຍ້າ​ຫຼື​ເຂົ້າ​ນົກ​ໃນ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຍຊູ​ໝາຍ​ເຖິງ​ຫຍ້າ​ຂົນ​ດາ​ຣ​ເນ​ວ​ເຊິ່ງ​ເປັນ​ພືດ​ທີ່​ມີ​ພິດ​ຮ້າຍແຮງ​ແລະ​ຕອນ​ທີ່​ມັນ​ເປັນ​ຕົ້ນ​ອ່ອນ​ຈະ​ມີ​ລັກສະນະ​ຄື​ກັບ​ເຂົ້າ​ດີ. ຕອນ​ທີ່​ເຂົ້າ​ດີ​ແລະ​ເຂົ້າ​ນົກ​ໃຫຍ່​ຂຶ້ນ​ນຳ​ກັນ​ຮາກ​ຂອງ​ພວກ​ມັນ​ຈະ​ພັນ​ກັນ ຈຶ່ງ​ບໍ່​ສາມາດ​ຫຼົກ​ຫຍ້າ​ນັ້ນ​ໄດ້​ເພາະ​ເຂົ້າ​ດີ​ຈະ​ຖືກ​ຫຼົກ​ໄປ​ນຳ. ແຕ່​ຖ້າ​ຫຍ້າ​ຂົນ​ດາ​ຣ​ເນ​ວ​ໃຫຍ່​ເຕັມທີ​ເຮົາ​ຈຶ່ງ​ຮູ້​ໄດ້​ຄັກ​ແນ່​ວ່າ​ແມ່ນ​ຫຍ້າ ແລະ​ຈຶ່ງ​ຫຼົກ​ມັນ​ໄດ້.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌