ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຜູ້​ປະກາດ​ຂ່າວ​ດີ—ຜູ້​ຮັບໃຊ້​ທີ່​ເຕັມ​ໃຈ​ເຮັດ​ວຽກ
    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
    • ຊາຍ​ຄົນ​ໜຶ່ງ​ດີ​ໃຈ​ຫຼາຍ​ເມື່ອ​ພົບ​ຊັບ​ສົມບັດ​ທີ່​ເຊື່ອງ​ຢູ່

      ຄື​ກັບ​ຜູ້​ຊາຍ​ຄົນ​ນີ້​ທີ່​ດີ​ໃຈ​ຫຼາຍ​ເມື່ອ​ພົບ​ຊັບ​ສົມບັດ​ທີ່​ເຊື່ອງ​ຢູ່ ຄລິດສະຕຽນ​ກໍ​ຍິນດີ​ເມື່ອ​ໄດ້​ຮູ້ຈັກ​ຄວາມ​ຈິງ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ (ເບິ່ງ​ຂໍ້ 20)

      20. ຈາກ​ເລື່ອງ​ຊັບ​ສົມບັດ​ທີ່​ເຊື່ອງ​ຢູ່ ຜູ້​ຕິດ​ຕາມ​ພະ​ເຍຊູ​ຄວນ​ຕອບ​ຮັບ​ແນວ​ໃດ​ເມື່ອ​ໄດ້​ຮັບ​ຄຳ​ແນະນຳ​ໃຫ້​ຊອກ​ຫາ​ລາຊະອານາຈັກ​ກ່ອນ​ສະເໝີ?

      20 ພະ​ເຍຊູ​ຮູ້​ວ່າ​ຜູ້​ທີ່​ຕິດ​ຕາມ​ເພິ່ນ​ຈະ​ຕອບ​ຮັບ​ຄຳ​ແນະນຳ​ທີ່​ໃຫ້​ສະແຫວງ​ຫາ​ລາຊະອານາຈັກ​ກ່ອນ​ສະເໝີ. ຂໍ​ໃຫ້​ເຮົາ​ພິຈາລະນາ​ຕົວຢ່າງ​ປຽບ​ທຽບ​ຂອງ​ເພິ່ນ​ເລື່ອງ​ຊັບ​ສົມບັດ​ທີ່​ເຊື່ອງ​ຢູ່. (ອ່ານ​ມັດທາຍ 13:44) ໃນ​ຕົວຢ່າງ​ນີ້ ຊາຍ​ຄົນ​ໜຶ່ງ​ທີ່​ໄປ​ເຮັດ​ວຽກ​ໃນ​ທົ່ງ​ນາ​ໄດ້​ພົບ​ຊັບ​ສົມບັດ​ທີ່​ເຊື່ອງ​ຢູ່​ແລະ​ຮູ້​ທັນທີ​ວ່າ​ມັນ​ມີ​ຄ່າ​ຫຼາຍ. ລາວ​ໄດ້​ເຮັດ​ຫຍັງ? “ເພາະ​ຄວາມ​ຍິນດີ​ທ່ານ​ຈຶ່ງ​ໄປ​ຂາຍ​ສັບພະ​ທຸກ​ສິ່ງ​ທີ່​ທ່ານ​ມີ​ຢູ່​ແລະ​ໄປ​ຊື້​ນາ​ນັ້ນ.” ເລື່ອງ​ນີ້​ສອນ​ຫຍັງ​ເຮົາ? ເມື່ອ​ເຮົາ​ພົບ​ຄວາມ​ຈິງ​ເລື່ອງ​ລາຊະອານາຈັກ​ແລະ​ຮູ້​ວ່າ​ເລື່ອງ​ນີ້​ມີ​ຄ່າ​ຫຼາຍ ເຮົາ​ກໍ​ເຕັມ​ໃຈ​ສະລະ​ທຸກ​ສິ່ງ​ທີ່​ຈຳເປັນ​ເພື່ອ​ຊອກ​ຫາ​ລາຊະອານາຈັກ​ຂອງ​ພະເຈົ້າ​ກ່ອນ​ໃນ​ຊີວິດ.d

  • ຜູ້​ປະກາດ​ຂ່າວ​ດີ—ຜູ້​ຮັບໃຊ້​ທີ່​ເຕັມ​ໃຈ​ເຮັດ​ວຽກ
    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
    • d ພະ​ເຍຊູ​ເນັ້ນ​ຈຸດ​ສຳຄັນ​ດຽວ​ກັນ​ໃນ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ນາຍ​ຮ້ອຍ​ເຊິ່ງ​ໝາຍ​ເຖິງ​ພໍ່​ຄ້າ​ທີ່​ເດີນ​ທາງ​ໄປ​ຊອກ​ຫາ​ແກ້ວ​ຫອຍ​ເຊິ່ງ​ກໍ​ຄື​ໄຂ່​ມຸກ​ທີ່​ລ້ຳ​ຄ່າ. ເມື່ອ​ພົບ​ແລ້ວ​ລາວ​ກໍ​ຂາຍ​ທຸກ​ສິ່ງ​ທີ່​ລາວ​ມີ​ເພື່ອ​ໄປ​ຊື້​ໄຂ່​ມຸກ​ນັ້ນ. (ມັດ. 13:45, 46) ຕົວຢ່າງ​ປຽບ​ທຽບ​ທັງ 2 ເລື່ອງ​ນີ້​ສອນ​ວ່າ: ເຮົາ​ອາດ​ພົບ​ຄວາມ​ຈິງ​ໃນ​ວິທີ​ທີ່​ແຕກຕ່າງ​ກັນ. ບາງ​ຄົນ​ອາດ​ພົບ​ໂດຍ​ບັງເອີນ ບາງ​ຄົນ​ກໍ​ຕັ້ງ​ໃຈ​ຊອກ​ຫາ ແຕ່​ບໍ່​ວ່າ​ເຮົາ​ຈະ​ພົບ​ຄວາມ​ຈິງ​ໂດຍ​ວິທີ​ໃດ​ເຮົາ​ກໍ​ເຕັມ​ໃຈ​ເສຍ​ສະລະ​ເພື່ອ​ເຮັດ​ໃຫ້​ລາຊະອານາຈັກ​ເປັນ​ສິ່ງ​ສຳຄັນ​ໃນ​ຊີວິດ​ຂອງ​ເຮົາ.

  • ຜູ້​ປະກາດ​ຂ່າວ​ດີ—ຜູ້​ຮັບໃຊ້​ທີ່​ເຕັມ​ໃຈ​ເຮັດ​ວຽກ
    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌