ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ໜ້າ 201-ໜ້າ 204 ຂໍ້ 2
  • ຄວາມ​ຈິງ​ກ່ຽວ​ກັບ​ພະ​ບິດາ ພະ​ບຸດ ແລະ​ພະ​ວິນຍານ​ບໍລິສຸດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄວາມ​ຈິງ​ກ່ຽວ​ກັບ​ພະ​ບິດາ ພະ​ບຸດ ແລະ​ພະ​ວິນຍານ​ບໍລິສຸດ
  • ຄຳພີໄບເບິນສອນແນວໃດແທ້ໆ?
  • ຫົວຂໍ້ຍ່ອຍ
  • “ພະ​ຄຳ​ເປັນ​ພະເຈົ້າ”
  • ຮຽນ​ຮູ້​ຄວາມ​ຈິງ​ຫຼາຍ​ຂຶ້ນ
  • ຢືນຢັນ​ຂໍ້​ຄວາມ​ຈິງ
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ໜ້າ 201-ໜ້າ 204 ຂໍ້ 2

ພາກ​ຜະໜວກ

ຄວາມ​ຈິງ​ກ່ຽວ​ກັບ​ພະ​ບິດາ ພະ​ບຸດ ແລະ​ພະ​ວິນຍານ​ບໍລິສຸດ

ຜູ້​ຄົນ​ທີ່​ເຊື່ອ​ຄຳ​ສອນ​ເລື່ອງ​ຕີເອການຸພາບ​ເວົ້າ​ວ່າ​ພະເຈົ້າ​ປະກອບ​ດ້ວຍ​ສາມ​ບຸກຄົນ ຄື​ພະ​ບິດາ ພະ​ບຸດ ແລະ​ພະ​ວິນຍານ​ບໍລິສຸດ. ຄຳ​ສອນ​ນີ້​ບອກ​ວ່າ​ແຕ່​ລະ​ບຸກຄົນ​ໃນ​ສາມ​ບຸກ​ຄົນ​ນີ້​ທຽບ​ເທົ່າ​ກັນ ມີ​ລິດທານຸພາບ​ທຸກ​ປະການ ແລະ​ບໍ່​ມີ​ຈຸດ​ເລີ່ມ​ຕົ້ນ. ສະນັ້ນ ຕາມ​ຄຳ​ສອນ​ເລື່ອງ​ຕີເອການຸພາບ ພະ​ບິດາ​ເປັນ​ພະເຈົ້າ ພະ​ບຸດ​ເປັນ​ພະເຈົ້າ ແລະ​ພະ​ວິນຍານ​ບໍລິສຸດ​ເປັນ​ພະເຈົ້າ ເຖິງ​ຢ່າງ​ນັ້ນ​ກໍ​ມີ​ພຽງ​ແຕ່​ພະເຈົ້າ​ອົງ​ດຽວ.

ຫຼາຍ​ຄົນ​ທີ່​ເຊື່ອ​ເລື່ອງ​ຕີເອການຸພາບ​ຍອມ​ຮັບ​ວ່າ​ເຂົາ​ເຈົ້າ​ບໍ່​ສາມາດ​ອະທິບາຍ​ກ່ຽວ​ກັບ​ຄຳ​ສອນ​ນີ້. ເຖິງ​ແນວ​ນັ້ນ​ກໍ​ຕາມ ເຂົາ​ເຈົ້າ​ຍັງ​ຄຶດ​ວ່າ​ມີ​ຄຳ​ສອນ​ນີ້​ຢູ່​ໃນ​ຄຳພີ​ໄບເບິນ. ເປັນ​ຕາ​ໜ້າ​ສັງເກດ ຄຳ​ວ່າ “ຕີເອການຸພາບ” ບໍ່​ເຄີຍ​ມີ​ໃນ​ຄຳພີ​ໄບເບິນ. ແຕ່​ແນວ​ຄິດ​ເລື່ອງ​ຕີເອການຸພາບ​ມີ​ຢູ່​ໃນ​ຄຳພີ​ໄບເບິນ​ບໍ? ເພື່ອ​ຈະ​ຕອບ​ຄຳຖາມ​ນີ້ ຂໍ​ໃຫ້​ເຮົາ​ພິຈາລະນາ​ພະ​ຄຳພີ​ຂໍ້​ໜຶ່ງ​ທີ່​ຜູ້​ສະໜັບສະຫນູນ​ຄຳ​ສອນ​ເລື່ອງ​ຕີເອການຸພາບ​ມັກ​ອ້າງ​ເຖິງ​ເພື່ອ​ຢືນຢັນ​ຄຳ​ສອນ​ນີ້.

“ພະ​ຄຳ​ເປັນ​ພະເຈົ້າ”

ທີ່​ໂຢຮັນ 1:1 ກ່າວ​ວ່າ “ໃນ​ຕົ້ນເດີມ​ພະ​ຄຳ​ເປັນ​ຢູ່​ແລ້ວ ແລະ​ພະ​ຄຳ​ໄດ້​ຢູ່​ນຳ​ພະເຈົ້າ ແລະ​ພະ​ຄຳ​ເປັນ​ພະເຈົ້າ.” ຕໍ່​ມາ​ໃນ​ບົດ​ດຽວ​ກັນ ອັກຄະສາວົກ​ໂຢຮັນ​ສະແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ “ພະ​ຄຳ” ແມ່ນ​ພະ​ເຍຊູ. (ໂຢຮັນ 1:14) ຢ່າງ​ໃດ​ກໍ​ຕາມ ເນື່ອງ​ຈາກ​ມີ​ການ​ເອີ້ນ​ພະ​ຄຳ​ວ່າ​ເປັນ​ພະເຈົ້າ ບາງ​ຄົນ​ຈຶ່ງ​ລົງ​ຄວາມ​ເຫັນ​ວ່າ​ພະ​ບຸດ​ແລະ​ພະ​ບິດາ​ຕ້ອງ​ເປັນ​ສ່ວນ​ຂອງ​ພະເຈົ້າ​ອົງ​ດຽວ​ກັນ.

ຂໍ​ໃຫ້​ຈື່​ໄວ້​ວ່າ​ຂໍ້​ຄວາມ​ຕອນ​ນີ້​ຂອງ​ຄຳພີ​ໄບເບິນ​ທຳອິດ​ຂຽນ​ເປັນ​ພາສາ​ກະເລັກ. ຕໍ່​ມາ​ຜູ້​ແປ​ໄດ້​ແປ​ຂໍ້​ຄວາມ​ພາສາ​ກະເລັກ​ເປັນ​ພາສາ​ອື່ນໆ. ຜູ້​ແປ​ຄຳພີ​ໄບເບິນ​ຫຼາຍ​ຄົນ​ບໍ່​ໄດ້​ໃຊ້​ຂໍ້​ຄວາມ​ທີ່​ວ່າ “ພະ​ຄຳ​ເປັນ​ພະເຈົ້າ.” ຍ້ອນ​ຫຍັງ? ໂດຍ​ອີງ​ຕາມ​ຄວາມ​ຮູ້​ກ່ຽວ​ກັບ​ພາສາ​ກະເລັກ​ໃນ​ຄຳພີ​ໄບເບິນ ຜູ້​ແປ​ເຫຼົ່າ​ນັ້ນ​ຕັດສິນ​ໃຈ​ວ່າ ຂໍ້​ຄວາມ​ທີ່​ວ່າ “ພະ​ຄຳ​ເປັນ​ພະເຈົ້າ” ຄວນ​ແປ​ແບບ​ອື່ນ. ແປ​ແບບ​ໃດ​ລະ? ມີ​ບາງ​ຕົວຢ່າງ​ຕໍ່​ໄປ​ນີ້ “ໂລໂກສ [ພະ​ຄຳ] ແມ່ນ​ມີ​ລັກສະນະ​ຄື​ພະເຈົ້າ.” (ເອິ ນິວ ທັງສະເລເຊິນ ອອຟ ເດິ ໄບເບິນ) “ພະ​ຄຳ​ເປັນ​ພະເຈົ້າ​ອົງ​ໜຶ່ງ.” (ເດິ ນິວ ແທັດສະຕາແມັນ ອິນ ແອນ ອິມພູບ ເວີເຊີນ) “ພະ​ຄຳ​ຢູ່​ນຳ​ພະເຈົ້າ​ແລະ​ມີ​ລັກສະນະ​ຄື​ກັນ​ກັບ​ພະເຈົ້າ.” (ເດິ ທັງສະເລເຕີສ ນິວ​ແທັດສະຕາແມັນ) ຕາມ​ທີ່​ກ່າວ​ໃນ​ສະບັບ​ແປ​ເຫຼົ່າ​ນີ້ ພະ​ຄຳ​ຈຶ່ງ​ບໍ່​ແມ່ນ​ພະເຈົ້າ​ເອງ.a ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ເນື່ອງ​ຈາກ​ພະ​ຄຳ​ມີ​ຕຳແໜ່ງ​ສູງ​ໃນ​ທ່າມກາງ​ສິ່ງ​ເນລະມິດ​ສ້າງ​ຂອງ​ພະ​ເຢໂຫວາ ຈຶ່ງ​ມີ​ການ​ກ່າວ​ເຖິງ​ພະ​ຄຳ​ວ່າ​ເປັນ “ພະເຈົ້າ​ອົງ​ໜຶ່ງ.” ໃນ​ນີ້​ຄຳ​ວ່າ “ພະເຈົ້າ” ໝາຍ​ເຖິງ “ຜູ້​ມີ​ລິດເດດ.”

ຮຽນ​ຮູ້​ຄວາມ​ຈິງ​ຫຼາຍ​ຂຶ້ນ

ຄົນ​ສ່ວນ​ຫຼາຍ​ບໍ່​ຮູ້​ພາສາ​ກະເລັກ​ທີ່​ໃຊ້​ໃນ​ຄຳພີ​ໄບເບິນ. ຄັນ​ຊັ້ນ ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ອັກຄະສາວົກ​ໂຢຮັນ​ໝາຍ​ເຖິງ​ຫຍັງ​ແທ້ໆ? ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ນີ້ ນາຍ​ຄູ​ອະທິບາຍ​ບົດຮຽນ​ໜຶ່ງ​ໃຫ້​ນັກ​ຮຽນ​ຂອງ​ຕົນ. ຫຼັງ​ຈາກ​ນັ້ນ ພວກ​ນັກ​ຮຽນ​ກໍ​ເຂົ້າ​ໃຈ​ຄຳ​ອະທິບາຍ​ນັ້ນ​ຄົນ​ລະ​ແນວ. ພວກ​ນັກ​ຮຽນ​ຈະ​ແກ້​ບັນຫາ​ນີ້​ແນວ​ໃດ? ເຂົາ​ເຈົ້າ​ອາດ​ຖາມ​ນາຍ​ຄູ​ເພື່ອ​ໄດ້​ຂໍ້​ມູນ​ຕື່ມ​ອີກ. ແນ່ນອນ​ວ່າ​ການ​ຮູ້​ຄວາມ​ຈິງ​ຕື່ມ​ອີກ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ບົດຮຽນ​ນັ້ນ​ຫຼາຍ​ຂຶ້ນ. ຄ້າຍ​ຄື​ກັນ ເພື່ອ​ຈະ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ໂຢຮັນ 1:1 ເຮົາ​ສາມາດ​ຄົ້ນ​ຄວ້າ​ກິດຕິຄຸນ​ຂອງ​ໂຢຮັນ​ເພື່ອ​ໄດ້​ຂໍ້​ມູນ​ຕື່ມ​ອີກ​ກ່ຽວ​ກັບ​ຕຳແໜ່ງ​ຂອງ​ພະ​ເຍຊູ. ການ​ຮູ້​ຄວາມ​ຈິງ​ຕື່ມ​ອີກ​ໃນ​ເລື່ອງ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ລົງ​ຄວາມ​ເຫັນ​ໄດ້​ຢ່າງ​ຖືກຕ້ອງ.

ຕົວຢ່າງ​ເຊັ່ນ ຂໍ​ໃຫ້​ພິຈາລະນາ​ສິ່ງ​ທີ່​ໂຢຮັນ​ຂຽນ​ຕໍ່​ໄປ​ໃນ​ບົດ​ທີ 1 ຂໍ້​ທີ 18 ທີ່​ວ່າ “ບໍ່​ມີ​ຜູ້​ໃດ​ໄດ້​ເຫັນ​ພະເຈົ້າ [ຜູ້​ມີ​ລິດທານຸພາບ​ທຸກ​ປະການ] ສັກ​ເທື່ອ.” ແຕ່​ມະນຸດ​ເຄີຍ​ເຫັນ​ພະ​ເຍຊູ​ເຊິ່ງ​ເປັນ​ພະ​ບຸດ ເນື່ອງ​ຈາກ​ໂຢຮັນ​ກ່າວ​ວ່າ “ພະ​ຄຳ [ພະ​ເຍຊູ] ໄດ້​ບັງເກີດ​ເປັນ​ເນື້ອ​ໜັງ​ແລະ​ໄດ້​ອາໄສ​ຢູ່​ໃນ​ທ່າມກາງ​ພວກ​ເຮົາ ແລະ​ພວກ​ເຮົາ​ໄດ້​ເຫັນ​ລັດ​ສະໝີ​ຂອງ​ພະອົງ.” (ໂຢຮັນ 1:14) ຖ້າ​ເປັນ​ແນວ​ນັ້ນ ພະ​ບຸດ​ຈະ​ເປັນ​ສ່ວນ​ຂອງ​ພະເຈົ້າ​ຜູ້​ມີ​ລິດທານຸພາບ​ທຸກ​ປະການ​ໄດ້​ແນວ​ໃດ? ໂຢຮັນ​ຍັງ​ກ່າວ​ວ່າ ພະ​ຄຳ “ຢູ່​ນຳ ພະເຈົ້າ.” ແຕ່​ບຸກຄົນ​ໜຶ່ງ​ຈະ​ຢູ່​ນຳ ອີກ​ບຸກຄົນ​ໜຶ່ງ​ແລະ​ໃນ​ເວລາ​ດຽວ​ກັນ​ກໍ​ເປັນ ບຸກຄົນ​ນັ້ນ​ໄດ້​ແນວ​ໃດ? ນອກ​ຈາກ​ນີ້ ຕາມ​ທີ່​ບັນທຶກ​ໄວ້​ໃນ​ໂຢຮັນ 17:3 ພະ​ເຍຊູ​ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ມີ​ຄວາມ​ແຕກຕ່າງ​ກັນ​ລະຫວ່າງ​ພະອົງ​ແລະ​ຜູ້​ເປັນ​ພໍ່​ທີ່​ຢູ່​ໃນ​ສະຫວັນ. ພະອົງ​ເອີ້ນ​ພໍ່​ວ່າ “ພະເຈົ້າ​ອົງ​ດຽວ​ທ່ຽງ​ແທ້.” ແລະ​ໃນ​ຕອນ​ທ້າຍ​ກິດຕິຄຸນ​ຂອງ​ໂຢຮັນ ລາວ​ໄດ້​ສະຫລຸບ​ໂດຍ​ກ່າວ​ວ່າ “ສິ່ງ​ທັງ​ຫຼາຍ​ນີ້​ເປັນ​ທີ່​ຂຽນ​ໄວ້​ເພື່ອ​ທ່ານ​ທັງ​ຫຼາຍ​ຈະ​ໄດ້​ເຊື່ອ​ວ່າ​ພະ​ເຍຊູ​ເປັນ​ພະ​ຄລິດ​ເປັນ​ພະ​ບຸດ​ຂອງ​ພະເຈົ້າ.” (ໂຢຮັນ 20:31) ຂໍ​ໃຫ້​ສັງເກດ​ວ່າ​ມີ​ການ​ເອີ້ນ​ພະ​ເຍຊູ​ວ່າ​ເປັນ​ລູກ​ຊາຍ​ຂອງ​ພະເຈົ້າ ບໍ່​ແມ່ນ​ພະເຈົ້າ. ຂໍ້​ມູນ​ເພີ່ມ​ເຕີມ​ທີ່​ມີ​ຢູ່​ໃນ​ກິດຕິຄຸນ​ຂອງ​ໂຢຮັນ​ສະແດງ​ໃຫ້​ເຫັນ​ວິທີ​ທີ່​ຈະ​ເຂົ້າ​ໃຈ​ໂຢຮັນ 1:1 ໃນ​ແບບ​ທີ່​ຄວນ​ເປັນ. ພະ​ເຍຊູ​ເຊິ່ງ​ເປັນ​ພະ​ຄຳ​ເປັນ “ພະເຈົ້າ​ອົງ​ໜຶ່ງ” ໃນ​ຄວາມ​ໝາຍ​ທີ່​ວ່າ​ພະ​ເຍຊູ​ມີ​ຕຳແໜ່ງ​ທີ່​ສູງ​ແຕ່​ວ່າ​ບໍ່​ແມ່ນ​ອົງ​ດຽວ​ກັບ​ພະເຈົ້າ​ຜູ້​ມີ​ລິດທານຸພາບ​ທຸກ​ປະການ.

ຢືນຢັນ​ຂໍ້​ຄວາມ​ຈິງ

ຂໍ​ໃຫ້​ນຶກ​ເຖິງ​ຕົວຢ່າງ​ກ່ຽວ​ກັບ​ນາຍ​ຄູ​ແລະ​ນັກ​ຮຽນ​ອີກ​ເທື່ອ​ໜຶ່ງ. ສົມມຸດ​ວ່າ​ນັກ​ຮຽນ​ບາງ​ຄົນ​ຍັງ​ສົງໄສ​ຢູ່ ທັງໆທີ່​ໄດ້​ຮັບ​ຟັງ​ຄຳ​ອະທິບາຍ​ເພີ່ມ​ເຕີມ​ຈາກ​ນາຍ​ຄູ. ນັກ​ຮຽນ​ເຫຼົ່າ​ນັ້ນ​ຄວນ​ເຮັດ​ແນວ​ໃດ? ເຂົາ​ເຈົ້າ​ອາດ​ໄປ​ຫາ​ນາຍ​ຄູ​ອີກ​ຜູ້​ໜຶ່ງ​ເພື່ອ​ຖາມ​ຂໍ້​ມູນ​ຕື່ມ​ອີກ​ໃນ​ບົດຮຽນ​ດຽວ​ກັນ. ຖ້າ​ນາຍ​ຄູ​ຜູ້​ທີ​ສອງ​ຢືນຢັນ​ຄຳ​ອະທິບາຍ​ຂອງ​ນາຍ​ຄູ​ຜູ້​ທຳອິດ ຂໍ້​ສົງໄສ​ຂອງ​ນັກ​ຮຽນ​ສ່ວນ​ຫຼາຍ​ກໍ​ອາດ​ໝົດ​ໄປ. ຄ້າຍ​ຄື​ກັນ ຖ້າ​ເຮົາ​ບໍ່​ແນ່​ໃຈ​ວ່າ​ໂຢຮັນ​ຜູ້​ຂຽນ​ຄຳພີ​ໄບເບິນ​ໝາຍ​ຄວາມ​ວ່າ​ແນວ​ໃດ​ແທ້ໆໃນ​ເລື່ອງ​ສາຍ​ສຳພັນ​ລະຫວ່າງ​ພະ​ເຍຊູ​ແລະ​ພະເຈົ້າ​ຜູ້​ມີ​ລິດທານຸພາບ​ທຸກ​ປະການ ເພື່ອ​ຈະ​ໄດ້​ຂໍ້​ມູນ​ຕື່ມ​ອີກ​ເຮົາ​ກໍ​ສາມາດ​ກວດ​ເບິ່ງ​ບັນທຶກ​ຂອງ​ອີກ​ຄົນ​ໜຶ່ງ​ທີ່​ຂຽນ​ສ່ວນ​ໜຶ່ງ​ຂອງ​ຄຳພີ​ໄບເບິນ. ຕົວຢ່າງ ຂໍ​ໃຫ້​ພິຈາລະນາ​ສິ່ງ​ທີ່​ມາລະໂກ​ຂຽນ. ລາວ​ໄດ້​ຍົກ​ຄຳ​ກ່າວ​ຂອງ​ພະ​ເຍຊູ​ກ່ຽວ​ກັບ​ອະວະສານ​ຂອງ​ລະບົບ​ນີ້​ຂຶ້ນ​ມາ​ກ່າວ​ທີ່​ວ່າ “ວັນ​ກຳນົດ​ກັບ​ໂມງ​ກຳນົດ​ນັ້ນ​ບໍ່​ມີ​ຜູ້​ໃດ​ຮູ້ຈັກ ແມ່ນ​ພວກ​ທູດ​ສະຫວັນ​ກໍ​ດີ ບຸດ​ມະນຸດ​ກໍ​ດີ​ກໍ​ບໍ່​ຮູ້ຈັກ ຮູ້ຈັກ​ແຕ່​ພະ​ບິດາ​ອົງ​ດຽວ.” (ມາລະໂກ 13:32) ຖ້ອຍຄຳ​ເຫຼົ່າ​ນີ້​ຢືນຢັນ​ແນວ​ໃດ​ວ່າ​ພະ​ເຍຊູ​ບໍ່​ແມ່ນ​ພະເຈົ້າ​ຜູ້​ມີ​ລິດທານຸພາບ​ທຸກ​ປະການ?

ພະ​ເຍຊູ​ກ່າວ​ວ່າ​ພໍ່​ຮູ້​ຫຼາຍ​ກວ່າ​ລູກ. ແຕ່​ຖ້າ​ພະ​ເຍຊູ​ເປັນ​ສ່ວນ​ຂອງ​ພະເຈົ້າ​ຜູ້​ມີ​ລິດທານຸພາບ​ທຸກ​ປະການ ພະອົງ​ຄົງ​ຈະ​ຮູ້​ຄວາມ​ຈິງ​ແບບ​ດຽວ​ກັບ​ທີ່​ພໍ່​ຮູ້. ດັ່ງ​ນັ້ນ ລູກ​ແລະ​ພໍ່​ທຽບ​ເທົ່າ​ກັນ​ບໍ່​ໄດ້. ແຕ່​ບາງ​ຄົນ​ຈະ​ບອກ​ວ່າ ‘ພະ​ເຍຊູ​ມີ​ສອງ​ສະຖານະ​ພາບ. ໃນ​ນີ້​ພະອົງ​ກ່າວ​ໃນ​ຖານະ​ເປັນ​ມະນຸດ.’ ແຕ່​ເຖິງ​ວ່າ​ຈະ​ເປັນ​ເຊັ່ນ​ນັ້ນ ຈະ​ວ່າ​ແນວ​ໃດ​ກ່ຽວ​ກັບ​ພະ​ວິນຍານ​ບໍລິສຸດ? ຖ້າ​ພະ​ວິນຍານ​ບໍລິສຸດ​ເປັນ​ສ່ວນ​ໜຶ່ງ​ຂອງ​ພະເຈົ້າ​ອົງ​ດຽວ​ກັນ​ກັບ​ພະ​ບິດາ ເປັນ​ຫຍັງ​ພະ​ເຍຊູ​ຈຶ່ງ​ບໍ່​ເວົ້າ​ວ່າ​ພະ​ວິນຍານ​ບໍລິສຸດ​ຮູ້​ສິ່ງ​ທີ່​ພະ​ບິດາ​ຮູ້?

ໃນ​ຂະນະ​ທີ່​ເຈົ້າ​ສຶກສາ​ຄຳພີ​ໄບເບິນ​ຕໍ່ໆໄປ ເຈົ້າ​ຈະ​ຄຸ້ນ​ເຄີຍ​ກັບ​ຂໍ້​ຄວາມ​ໃນ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ເລື່ອງ​ນີ້. ຂໍ້​ຄວາມ​ເຫຼົ່າ​ນັ້ນ​ຢືນຢັນ​ຄວາມ​ຈິງ​ກ່ຽວ​ກັບ​ພະ​ບິດາ ພະ​ບຸດ ແລະ​ພະ​ວິນຍານ​ບໍລິສຸດ.—ຄຳເພງ 90:2; ກິດຈະການ 7:55; ໂກໂລດ 1:15.

a ສຳລັບ​ການ​ພິຈາລະນາ​ຫຼັກ​ໄວ​ຍາ​ກອນ​ພາສາ​ກະເລັກ​ທີ່​ໃຊ້​ກັບ​ໂຢຮັນ 1:1 ຂໍ​ໃຫ້​ເບິ່ງ​ຈຸນລະສານ​ເຮົາ​ຄວນ​ເຊື່ອ​ເລື່ອງ​ຕີເອການຸພາບ​ບໍ? (ພາສາ​ອັງກິດ) ໜ້າ 26-29 ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌