ບົດທີ 54
“ທາດທີ່ສັດຊື່ແລະສຸຂຸມ”ແມ່ນໃຜແລະເຂົາເຈົ້າເຮັດຫຍັງ?
ພະເຢຊູເປັນຜູ້ນຳປະຊາຄົມຄລິດສະຕຽນ. (ເອເຟໂຊ 5:23) ເຖິງວ່າເພິ່ນຈະຢູ່ໃນສະຫວັນ ແຕ່ເພິ່ນກໍຊີ້ນຳປະຊາຄົມໂດຍແຕ່ງຕັ້ງ “ທາດທີ່ສັດຊື່ແລະສຸຂຸມ” ໃຫ້ເບິ່ງແຍງຄລິດສະຕຽນທີ່ຢູ່ໃນໂລກ. (ອ່ານມັດທາຍ 24:45) ພະເຢຊູໃຫ້ທາດທີ່ສັດຊື່ແລະສຸຂຸມມີອຳນາດທີ່ຈະຕັດສິນໃຈບາງເລື່ອງໄດ້. ເຖິງຈະເປັນແນວນັ້ນ ເຂົາເຈົ້າກໍຕ້ອງເຊື່ອຟັງເພິ່ນແລະຮັບໃຊ້ພີ່ນ້ອງຂອງເພິ່ນ. ແລ້ວທາດທີ່ສັດຊື່ແລະສຸຂຸມແມ່ນໃຜ? ແລະເຂົາເຈົ້າເບິ່ງແຍງເຮົາແນວໃດ?
1. “ທາດທີ່ສັດຊື່ແລະສຸຂຸມ” ແມ່ນໃຜ?
ທີ່ຜ່ານມາ ບາງເທື່ອພະເຢໂຫວາແຕ່ງຕັ້ງຜູ້ຊາຍຄົນໜຶ່ງໃຫ້ຊີ້ນຳຄົນຂອງເພິ່ນ ແລະບາງເທື່ອເພິ່ນກໍແຕ່ງຕັ້ງຜູ້ຊາຍກຸ່ມໜຶ່ງໃຫ້ເຮັດໜ້າທີ່ນີ້. (ມາລາກີ 2:7; ເຮັບເຣີ 1:1) ເຊັ່ນ ຫຼັງຈາກທີ່ພະເຢຊູເສຍຊີວິດ ພວກອັກຄະສາວົກແລະພວກຜູ້ເບິ່ງແຍງໃນເມືອງເຢຣູຊາເລັມກໍໄດ້ເຮັດໜ້າທີ່ຊີ້ນຳຄົນຂອງພະເຈົ້າ. (ກິດຈະການ 15:2) ໃນທຸກມື້ນີ້ກໍມີຜູ້ເບິ່ງແຍງກຸ່ມໜຶ່ງທີ່ເອີ້ນວ່າ ຄະນະກຳມະການປົກຄອງຂອງພະຍານພະເຢໂຫວາທີ່ຄອຍຊີ້ນຳຄົນຂອງພະເຈົ້າ. ເຂົາເຈົ້າຈັດໃຫ້ມີຄວາມຮູ້ຈາກພະເຈົ້າທີ່ເປັນຄືອາຫານທີ່ເຮັດໃຫ້ຄວາມເຊື່ອຂອງພວກເຮົາເຂັ້ມແຂງແລະຄອຍເບິ່ງແຍງວຽກປະກາດ. ຄົນກຸ່ມນີ້ແມ່ນ “ທາດທີ່ສັດຊື່ແລະສຸຂຸມທີ່ [ພະເຢຊູ] ແຕ່ງຕັ້ງໄວ້.” (ມັດທາຍ 24:45ກ) ສະມາຊິກທຸກຄົນຂອງຄະນະກຳມະການປົກຄອງເປັນຜູ້ຖືກເລືອກ ເຊິ່ງກໍຄືຄົນທີ່ຖືກເລືອກໃຫ້ໄປຮ່ວມປົກຄອງກັບພະເຢຊູໃນການປົກຄອງຂອງພະເຈົ້າ.
2. ທາດທີ່ສັດຊື່ແລະສຸຂຸມຈັດໃຫ້ມີຫຍັງແດ່ທີ່ເປັນຄືອາຫານທີ່ເຮັດໃຫ້ຄວາມເຊື່ອຂອງເຮົາເຂັ້ມແຂງ?
ພະເຢຊູບອກວ່າທາດທີ່ສັດຊື່ແລະສຸຂຸມຈະ “ແຈກຢາຍອາຫານໃຫ້ [ພີ່ນ້ອງຄລິດສະຕຽນ] ຕາມເວລາທີ່ເໝາະສົມ.” (ມັດທາຍ 24:45ຂ) ອາຫານທີ່ເຮົາກິນຈະເຮັດໃຫ້ເຮົາແຂງແຮງແລະມີສຸຂະພາບທີ່ດີ ຄວາມຮູ້ທີ່ມາຈາກພະເຈົ້າກໍເປັນຄືອາຫານທີ່ຈະເຮັດໃຫ້ຄວາມເຊື່ອເຂັ້ມແຂງ ເພື່ອເຮົາຈະພັກດີຕໍ່ພະເຢໂຫວາໄດ້ແລະພ້ອມຈະເຮັດວຽກມອບໝາຍທີ່ພະເຢຊູໃຫ້ເຮົາເຮັດ. (1 ຕີໂມທຽວ 4:6) ເຮົາໄດ້ຮັບຄວາມຮູ້ເຫຼົ່ານີ້ຈາກການປະຊຸມປະຊາຄົມ ການປະຊຸມໝວດ ການປະຊຸມພາກ ແລະຜ່ານທາງປຶ້ມ ວິດີໂອ ແລະສື່ຕ່າງໆ. ຄວາມຮູ້ທັງໝົດນີ້ຊ່ວຍໃຫ້ເຮົາສະໜິດກັບພະເຢໂຫວາຫຼາຍຂຶ້ນແລະຊ່ວຍໃຫ້ຮູ້ວ່າເພິ່ນຢາກໃຫ້ເຮົາເຮັດຫຍັງ.
ຮຽນຮູ້ຫຼາຍຂຶ້ນ
ມາເບິ່ງເຫດຜົນວ່າເປັນຫຍັງຕ້ອງມີ “ທາດທີ່ສັດຊື່ແລະສຸຂຸມ” ຫຼືຄະນະກຳມະການປົກຄອງ.
ຄະນະກຳມະການປົກຄອງຈັດກຽມຄວາມຮູ້ທີ່ມາຈາກພະເຈົ້າ ໃຫ້ການຊີ້ນຳ ແລະຄອຍຊ່ວຍເຫຼືອພະຍານພະເຢໂຫວາຕະຫຼອດທົ່ວໂລກ
3. ຄົນຂອງພະເຢໂຫວາຕ້ອງມີອົງການທີ່ເປັນລະບຽບ
ພະເຢຊູຊີ້ນຳຄະນະກຳມະການປົກຄອງໃຫ້ເບິ່ງແຍງວຽກຕ່າງໆຂອງພະຍານພະເຢໂຫວາ ແລະເພິ່ນກໍໃຊ້ວິທີຄ້າຍຄືກັນນີ້ເພື່ອຊີ້ນຳຄລິດສະຕຽນລຸ້ນທຳອິດນຳ. ເປີດວິດີໂອ.
ອ່ານ 1 ໂກຣິນໂທ 14:33, 40 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຈາກຂໍ້ຄຳພີທີ່ອ່ານໄປ ເປັນຫຍັງເຮົາຈຶ່ງຮູ້ວ່າພະເຢໂຫວາຢາກໃຫ້ພະຍານຂອງເພິ່ນມີອົງການທີ່ເປັນລະບຽບ?
4. ທາດທີ່ສັດຊື່ແລະສຸຂຸມເບິ່ງແຍງວຽກປະກາດໃຫ້ເປັນລະບຽບ
ວຽກສຳຄັນທີ່ສຸດທີ່ຄລິດສະຕຽນລຸ້ນທຳອິດເຮັດກໍຄືວຽກປະກາດ. ອ່ານກິດຈະການ 8:14, 25 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ໃນສະໄໝຄລິດສະຕຽນລຸ້ນທຳອິດ ໃຜມີໜ້າທີ່ເບິ່ງແຍງວຽກປະກາດ?
ເປໂຕແລະໂຢຮັນເຮັດແນວໃດເມື່ອໄດ້ຮັບການຊີ້ນຳຈາກອັກຄະສາວົກຄົນອື່ນໆ?
ວຽກສຳຄັນທີ່ສຸດທີ່ຄະນະກຳມະການປົກຄອງເບິ່ງແຍງໃຫ້ເປັນລະບຽບກໍຄືວຽກປະກາດ. ເປີດວິດີໂອ.
ພະເຢຊູບອກວ່າວຽກປະກາດເປັນວຽກທີ່ສຳຄັນຫຼາຍ. ອ່ານມາຣະໂກ 13:10 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເປັນຫຍັງຄະນະກຳມະການປົກຄອງຈຶ່ງໃຫ້ຄວາມສຳຄັນຫຼາຍກັບວຽກປະກາດ?
ເປັນຫຍັງວຽກປະກາດທົ່ວໂລກຕ້ອງມີ “ທາດທີ່ສັດຊື່ແລະສຸຂຸມ” ຄອຍເບິ່ງແຍງໃຫ້ເປັນລະບຽບ?
5. ທາດທີ່ສັດຊື່ແລະສຸຂຸມຄອຍໃຫ້ການຊີ້ນຳ
ຄະນະກຳມະການປົກຄອງໃຫ້ການຊີ້ນຳຄລິດສະຕຽນທົ່ວໂລກ. ແຕ່ເຂົາເຈົ້າຮູ້ໄດ້ແນວໃດວ່າຈະຊີ້ນຳແບບໃດ? ໃຫ້ເຮົາມາເບິ່ງວ່າຄະນະກຳມະການປົກຄອງໃນສະໄໝຄລິດສະຕຽນລຸ້ນທຳອິດເຮັດແນວໃດ. ອ່ານກິດຈະການ 15:1, 2 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຄລິດສະຕຽນລຸ້ນທຳອິດໂຕ້ຖຽງກັນເລື່ອງຫຍັງ?
ແລ້ວໂປໂລ ບາຣະນາບາ ແລະພີ່ນ້ອງຄົນອື່ນໆໄປຂໍການຊີ້ນຳຈາກໃຜ?
ອ່ານກິດຈະການ 15:12-18, 23-29 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ກ່ອນທີ່ຄະນະກຳມະການປົກຄອງຈະຕັດສິນໃຈເຂົາເຈົ້າເຮັດຫຍັງແດ່ເພື່ອຈະໄດ້ຮັບການຊີ້ນຳຈາກພະເຈົ້າ?—ເບິ່ງຂໍ້ 12, 15 ແລະ 28
ອ່ານກິດຈະການ 15:30, 31 ແລະ 16:4, 5 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເມື່ອຄລິດສະຕຽນລຸ້ນທຳອິດໄດ້ຮັບການຊີ້ນຳຈາກຄະນະກຳມະການປົກຄອງ ເຂົາເຈົ້າຮູ້ສຶກແນວໃດ? ແລະເຂົາເຈົ້າເຮັດຫຍັງ?
ເມື່ອເຂົາເຈົ້າເຮັດຕາມການຊີ້ນຳ ພະເຢໂຫວາອວຍພອນເຂົາເຈົ້າແນວໃດ?
ອ່ານ 2 ຕີໂມທຽວ 3:16 ແລະຢາໂກໂບ 1:5 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເມື່ອຄະນະກຳມະການປົກຄອງໃນທຸກມື້ນີ້ມີເລື່ອງທີ່ຕ້ອງຕັດສິນໃຈ ເຂົາເຈົ້າເພິ່ງການຊີ້ນຳຈາກໃສ?
ບາງຄົນເວົ້າວ່າ: “ບໍ່ຕ້ອງໄປເຊື່ອຄະນະກຳມະການປົກຄອງດອກ ເຂົາເຈົ້າກໍເປັນຄົນທຳມະດາຄືເຮົານິແຫຼະ.”
ເປັນຫຍັງເຈົ້າຈຶ່ງໝັ້ນໃຈວ່າພະເຢຊູຊີ້ນຳຄະນະກຳມະການປົກຄອງ?
ສະຫຼຸບ
ຄະນະກຳມະການປົກຄອງແມ່ນ “ທາດທີ່ສັດຊື່ແລະສຸຂຸມ” ທີ່ໄດ້ຮັບການແຕ່ງຕັ້ງຈາກພະຄລິດ. ເຂົາເຈົ້າຄອຍໃຫ້ການຊີ້ນຳແລະຈັດກຽມຄວາມຮູ້ທີ່ມາຈາກພະເຈົ້າໃຫ້ກັບຄລິດສະຕຽນທີ່ຢູ່ທົ່ວໂລກ.
ຄຳຖາມທົບທວນ
ໃຜແຕ່ງຕັ້ງ “ທາດທີ່ສັດຊື່ແລະສຸຂຸມ”?
ຄະນະກຳມະການປົກຄອງເບິ່ງແຍງເຮົາແນວໃດ?
ເຈົ້າເຊື່ອບໍວ່າຄະນະກຳມະການປົກຄອງແມ່ນ “ທາດທີ່ສັດຊື່ແລະສຸຂຸມ”?
ເບິ່ງເພີ່ມເຕີມ
ມາເບິ່ງວ່າຄະນະກຳມະການປົກຄອງເຮັດວຽກແນວໃດ.
“ຄະນະກຳມະການປົກຄອງຂອງພະຍານພະເຢໂຫວາແມ່ນໃຜ?” (ບົດຄວາມໃນເວັບໄຊ)
ຄະນະກຳມະການປົກຄອງເຮັດແນວໃດເພື່ອໃຫ້ແນ່ໃຈວ່າເຮົາຈະໄດ້ຮັບຄວາມຮູ້ທີ່ຖືກຕ້ອງ.
ຄະນະກຳມະການປົກຄອງຮູ້ສຶກແນວໃດກັບວຽກທີ່ພະເຢຊູມອບໝາຍໃຫ້ເຂົາເຈົ້າເຮັດ?
ເປັນຫຍັງການປະຊຸມປະຊາຄົມແລະການປະຊຸມໃຫຍ່ເຮັດໃຫ້ເຮົາໝັ້ນໃຈວ່າພະເຢໂຫວາຊີ້ນຳຄະນະກຳມະການປົກຄອງ?