-
“ໃຫ້ພວກເຈົ້າໄປຫາຄົນ . . . ແລະສອນພວກເຂົາໃຫ້ເຂົ້າມາເປັນລູກສິດ.”ຫໍສັງເກດການ (ສຶກສາ)—2020 | ມັງກອນ
-
-
1-2. ທູດສະຫວັນໄດ້ບອກຫຍັງກັບພວກຜູ້ຍິງທີ່ໄປອຸໂມງຝັງສົບຂອງພະເຢຊູ ແລະພະເຢຊູເອງໄດ້ສັ່ງພວກເຂົາໃຫ້ເຮັດຫຍັງ?
ໃນຕອນເຊົ້າໆຂອງວັນທີ 16 ເດືອນນີຊານ ປີ ຄ.ສ 33 ຜູ້ຍິງທີ່ຢ້ານຢຳພະເຈົ້າກຸ່ມໜຶ່ງໄດ້ໄປອຸໂມງຝັງສົບຂອງພະເຢຊູ ເຊິ່ງເພິ່ນຕາຍໄດ້ຫຼາຍກວ່າ 36 ຊົ່ວໂມງແລ້ວ. ເມື່ອພວກເຂົາໄປຮອດອຸໂມງຝັງສົບແລະຕັ້ງໃຈທີ່ຈະເອົາເຄື່ອງຫອມກັບນ້ຳມັນຫອມມາທາໃຫ້ພະເຢຊູ ພວກເຂົາກໍຕົກໃຈທີ່ບໍ່ເຫັນສົບຂອງເພິ່ນຢູ່ຫັ້ນ! ຈາກນັ້ນກໍມີທູດສະຫວັນອົງໜຶ່ງມາບອກພວກເຂົາວ່າ ພະເຢຊູຖືກປຸກໃຫ້ຄືນມາຈາກຕາຍແລ້ວແລະໄດ້ເວົ້າຕື່ມວ່າ: “ເພິ່ນຈະໄປຖ້າພົບພວກເຈົ້າຢູ່ແຂວງຄາລີເລ ພວກເຈົ້າຈະພົບເພິ່ນຢູ່ຫັ້ນ.”—ມທ. 28:1-7; ລກ. 23:56; 24:10
-
-
“ໃຫ້ພວກເຈົ້າໄປຫາຄົນ . . . ແລະສອນພວກເຂົາໃຫ້ເຂົ້າມາເປັນລູກສິດ.”ຫໍສັງເກດການ (ສຶກສາ)—2020 | ມັງກອນ
-
-
4 ພະເຢຊູຢາກໃຫ້ພວກລູກສິດຂອງເພິ່ນທຸກຄົນໄປປະກາດ. ເພິ່ນບໍ່ໄດ້ສັ່ງແຕ່ອັກຄະສາວົກທີ່ສັດຊື່ 11 ຄົນເທົ່ານັ້ນ. ເຮົາຮູ້ໄດ້ແນວໃດ? ເພາະຕອນທີ່ພະເຢຊູໃຫ້ຄຳສັ່ງໄປສອນຄົນໃຫ້ເປັນລູກສິດ ບໍ່ໄດ້ມີພຽງແຕ່ພວກອັກຄະສາວົກທີ່ຢູ່ເທິງພູເຂົາໃນຄາລີເລ. ຂໍໃຫ້ນຶກເຖິງສິ່ງທີ່ທູດສະຫວັນເວົ້າກັບພວກຜູ້ຍິງທີ່ວ່າ: “ພວກເຈົ້າ ຈະພົບເພິ່ນຢູ່ [ຄາລີເລ].” ດັ່ງນັ້ນ ເບິ່ງຄືວ່າພວກຜູ້ຍິງທີ່ສັດຊື່ກໍຈະຢູ່ຫັ້ນຄືກັນ. ບໍ່ພຽງແຕ່ເທົ່ານັ້ນ ອັກຄະສາວົກໂປໂລຍັງບອກວ່າພະເຢຊູໄດ້ມາ “ປາກົດຕົວຕໍ່ພີ່ນ້ອງຫຼາຍກວ່າ 500 ຄົນໃນເວລາດຽວກັນ.” (1 ກຣ. 15:6) ແຕ່ໄປພົບກັນຢູ່ໃສ?
-