-
ມີການປະກາດຂ່າວດີແນວໃດ?ຊີວິດທີ່ມີຄວາມສຸກຕະຫຼອດໄປ!—ໄດ້ຮັບປະໂຫຍດຈາກການຮຽນຄຳພີໄບເບິນ
-
-
ບົດທີ 21
ມີການປະກາດຂ່າວດີແນວໃດ?
ອີກບໍ່ດົນພະເຢໂຫວາຈະໃຫ້ການປົກຄອງຂອງເພິ່ນມາເຮັດໃຫ້ບັນຫາທຸກຢ່າງໝົດໄປ. ນີ້ເປັນຂ່າວທີ່ດີຫຼາຍແລະເຮົາຢາກໃຫ້ຄົນອື່ນຮູ້ເລື່ອງນີ້. ພະເຢຊູກໍຢາກໃຫ້ລູກສິດຂອງເພິ່ນບອກຂ່າວດີນີ້ກັບທຸກຄົນ! (ມັດທາຍ 28:19, 20) ແລ້ວພະຍານພະເຢໂຫວາເຮັດຕາມຄຳສັ່ງຂອງພະເຢຊູແນວໃດ?
1. ສິ່ງທີ່ບອກໄວ້ໃນມັດທາຍ 24:14 ກຳລັງເກີດຂຶ້ນແທ້ໃນທຸກມື້ນີ້ແນວໃດ?
ພະເຢຊູບອກໄວ້ວ່າ: “ຈະມີການປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າໄປທົ່ວໂລກ.” (ມັດທາຍ 24:14) ພະຍານພະເຢໂຫວາມີຄວາມສຸກທີ່ໄດ້ເຮັດວຽກສຳຄັນນີ້. ພວກເຮົາປະກາດຂ່າວດີໄປທົ່ວໂລກຫຼາຍກວ່າ 1.000 ພາສາ! ວຽກໃຫຍ່ແບບນີ້ຕ້ອງໃຊ້ເວລາແລະກຳລັງຫຼາຍແລະຕ້ອງມີການຈັດລະບຽບຢ່າງດີ. ວຽກນີ້ຈະບໍ່ມີທາງສຳເລັດໄດ້ເລີຍຖ້າພະເຢໂຫວາບໍ່ຊ່ວຍ.
2. ເຮົາເຮັດຫຍັງແດ່ເພື່ອປະກາດຂ່າວດີໃຫ້ຄົນອື່ນຟັງ?
ເຮົາໄປປະກາດທຸກບ່ອນທີ່ເຮົາຈະເຈິຜູ້ຄົນໄດ້ ແລະຄືກັບທີ່ຄລິດສະຕຽນລຸ້ນທຳອິດເຮັດ ພວກເຮົາໄປປະກາດ “ຕາມບ້ານເຮືອນ” ນຳ. (ກິດຈະການ 5:42) ນີ້ເຮັດໃຫ້ເຮົາໄດ້ລົມກັບຫຼາຍລ້ານຄົນໃນແຕ່ລະປີ. ແຕ່ບາງເທື່ອຜູ້ຄົນກໍບໍ່ຄ່ອຍຢູ່ເຮືອນ ເຮົາກໍເລີຍປະກາດໃນບ່ອນສາທາລະນະນຳ. ເຮົາຈະຊອກຫາໂອກາດສະເໝີເພື່ອບອກຄົນອື່ນເລື່ອງພະເຢໂຫວາແລະສິ່ງດີໆທີ່ເພິ່ນຈະເຮັດ.
3. ໃຜມີໜ້າທີ່ປະກາດຂ່າວດີ?
ຄລິດສະຕຽນແທ້ທຸກຄົນມີໜ້າທີ່ປະກາດຂ່າວດີໃຫ້ຄົນອື່ນຟັງ. ເຮົາຖືວ່າວຽກນີ້ສຳຄັນຫຼາຍ. ເຮົາປະກາດຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້ຍ້ອນເຮົາຮູ້ວ່າການເຮັດແບບນີ້ເປັນການຊ່ວຍຊີວິດຜູ້ຄົນ. (ອ່ານ 1 ຕີໂມທຽວ 4:16) ເຮົາບໍ່ໄດ້ຮັບຄ່າຈ້າງສຳລັບວຽກນີ້ ຍ້ອນຄຳພີໄບເບິນບອກວ່າ: “ພວກເຈົ້າໄດ້ມາລ້າໆ ກໍເອົາໃຫ້ຄົນອື່ນລ້າໆ.” (ມັດທາຍ 10:7, 8) ເຖິງວ່າບາງຄົນຈະບໍ່ສົນໃຈຂ່າວດີ ແຕ່ເຮົາກໍປະກາດຕໍ່ໄປຍ້ອນເຮົາເຊື່ອຟັງພະເຢໂຫວາແລະຢາກເຮັດໃຫ້ເພິ່ນມີຄວາມສຸກ.
ຮຽນຮູ້ຫຼາຍຂຶ້ນ
ພະຍານພະເຢໂຫວາເຮັດຫຍັງເພື່ອຈະປະກາດໄປທົ່ວໂລກແລະພະເຢໂຫວາຊ່ວຍເຮົາແນວໃດ.
ວຽກປະກາດທີ່ເຮັດຢູ່ທົ່ວໂລກ: (ກ) ກົດສະຕາຣິກາ (ຂ) ສະຫະລັດອາເມຣິກາ (ຄ) ເບນິນ (ງ) ໄທ (ຈ) ເກາະແຢັບ (ສ) ສະວີເດນ
4. ເຮົາພະຍາຍາມທີ່ຈະໄປຫາທຸກຄົນ
ພະຍານພະເຢໂຫວາພະຍາຍາມເຮັດທຸກຢ່າງເພື່ອໃຫ້ຂ່າວດີໄປເຖິງທຸກຄົນບໍ່ວ່າເຂົາເຈົ້າຈະຢູ່ບ່ອນໃດ. ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຈາກວິດີໂອ ເຮົາເຫັນວ່າພະຍານພະເຢໂຫວາພະຍາຍາມໄປປະກາດທຸກບ່ອນ ມີຫຍັງແດ່ທີ່ເຈົ້າຮູ້ສຶກປະທັບໃຈ?
ອ່ານມັດທາຍ 22:39 ແລະໂຣມ 10:13-15 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເປັນຫຍັງການປະກາດຈຶ່ງສະແດງໃຫ້ເຫັນວ່າເຮົາຮັກຄົນອື່ນແທ້ໆ?
ພະເຢໂຫວາຮູ້ສຶກແນວໃດກັບຄົນທີ່ປະກາດຂ່າວດີ?—ເບິ່ງຂໍ້ 15
5. ເຮົາເປັນເພື່ອນຮ່ວມງານຂອງພະເຈົ້າ
ຫຼາຍຄົນເລົ່າເລື່ອງທີ່ເຮັດໃຫ້ຮູ້ວ່າພະເຢໂຫວາກຳລັງເບິ່ງແຍງວຽກປະກາດຢູ່. ຕົວຢ່າງເຊັ່ນ ຕອນບ່າຍມື້ໜຶ່ງຢູ່ປະເທດນິວຊີແລນ ພີ່ນ້ອງຊາຍທີ່ຊື່ພໍລ໌ໄປປະກາດຕາມບ້ານເຮືອນ. ລາວໄດ້ເຈິກັບຜູ້ຍິງຄົນໜຶ່ງທີ່ໄດ້ອະທິດຖານເຖິງພະເຢໂຫວາໃນຕອນເຊົ້າ. ຜູ້ຍິງຄົນນັ້ນເອີ້ນຊື່ຂອງເພິ່ນໃນຄຳອະທິດຖານແລະຂໍໃຫ້ມີໃຜຈັກຄົນໜຶ່ງມາຫາ. ພີ່ນ້ອງພໍລ໌ເວົ້າວ່າ “ແລ້ວຂ້ອຍກໍມາປະກາດຢູ່ເຮືອນຂອງລາວຫຼັງຈາກທີ່ລາວອະທິດຖານຜ່ານໄປພຽງແຕ່ສາມຊົ່ວໂມງ.”
ອ່ານ 1 ໂກຣິນໂທ 3:9 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເປັນຫຍັງເລື່ອງທີ່ເກີດຂຶ້ນໃນປະເທດນິວຊີແລນແລະໃນອີກຫຼາຍໆບ່ອນ ເຮັດໃຫ້ເຮົາໝັ້ນໃຈວ່າພະເຢໂຫວາເບິ່ງແຍງວຽກປະກາດຢູ່?
ອ່ານກິດຈະການ 1:8 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເພື່ອຈະເຮັດວຽກປະກາດໄດ້ສຳເລັດ ເປັນຫຍັງເຮົາຈຶ່ງຕ້ອງໃຫ້ພະເຢໂຫວາຊ່ວຍ?
ເຈົ້າຮູ້ບໍ?
ເຮົາມີການປະຊຸມກາງອາທິດເປັນປະຈຳ ການປະຊຸມນີ້ຈະຊ່ວຍຝຶກເຮົາໃຫ້ປະກາດເກັ່ງຂຶ້ນ. ຖ້າເຈົ້າເຄີຍໄປປະຊຸມກາງອາທິດແລ້ວ ເຈົ້າຄິດແນວໃດກັບການຝຶກອົບຮົມແບບນີ້?
6. ເຮົາເຊື່ອຟັງຄຳສັ່ງຂອງພະເຈົ້າທີ່ໃຫ້ໄປປະກາດ
ໃນສະຕະວັດທຳອິດມີບາງຄົນພະຍາຍາມຫ້າມລູກສິດຂອງພະເຢຊູບໍ່ໃຫ້ປະກາດ. ຄລິດສະຕຽນລຸ້ນທຳອິດເລີຍປົກປ້ອງສິດໃນການປະກາດຂອງເຂົາເຈົ້າໂດຍ “ເຮັດໃຫ້ການປະກາດຂ່າວດີເປັນທີ່ຍອມຮັບຕາມກົດໝາຍ.” (ຟີລິບປອຍ 1:7) ພະຍານພະເຢໂຫວາໃນທຸກມື້ນີ້ກໍເຮັດແບບດຽວກັນ.a
ອ່ານກິດຈະການ 5:27-42 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ບາງຄົນອາດຖາມວ່າ: “ເປັນຫຍັງພະຍານພະເຢໂຫວາຕ້ອງໄປເຜີຍແຜ່ຕາມເຮືອນ?”
ຖ້າມີຄົນຖາມແບບນີ້ ເຈົ້າຈະຕອບແນວໃດ?
ສະຫຼຸບ
ພະເຢຊູສັ່ງລູກສິດຂອງເພິ່ນໃຫ້ປະກາດຂ່າວດີກັບຄົນທຸກຊາດ. ພະເຢໂຫວາກຳລັງຊ່ວຍຄົນຂອງເພິ່ນໃຫ້ເຮັດວຽກນີ້.
ຄຳຖາມທົບທວນ
ມີການປະກາດຂ່າວດີໄປທົ່ວໂລກແນວໃດ?
ເປັນຫຍັງການປະກາດຈຶ່ງສະແດງໃຫ້ເຫັນວ່າເຮົາຮັກຄົນອື່ນແທ້ໆ?
ເຈົ້າຄິດວ່າວຽກປະກາດຈະເຮັດໃຫ້ເຮົາມີຄວາມສຸກບໍ? ເປັນຫຍັງຈຶ່ງຄິດແບບນັ້ນ?
ເບິ່ງເພີ່ມເຕີມ
ມາເບິ່ງວ່າພະຍານພະເຢໂຫວາປະກາດໃນເມືອງໃຫຍ່ແນວໃດ.
ພະຍານພະເຢໂຫວາເຮັດຫຍັງເພື່ອຊ່ວຍຜູ້ລີ້ໄພ?
ລອງມາຟັງວ່າເປັນຫຍັງພີ່ນ້ອງຍິງຄົນໜຶ່ງຈຶ່ງມີຄວາມສຸກຫຼາຍທີ່ໄດ້ທຸ່ມເທຊີວິດໃຫ້ກັບວຽກປະກາດ.
ມາເບິ່ງວ່າພະຍານພະເຢໂຫວາຊະນະຄະດີສຳຄັນຫຍັງແດ່ທີ່ເປັນປະໂຫຍດກັບການປະກາດຂ່າວດີ.
“ຜູ້ປະກາດລາຊະອານາຈັກສູ້ຄະດີໃນສານ” (ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ບົດທີ 13)
a ພະເຈົ້າເປັນຜູ້ສັ່ງເຮົາໃຫ້ປະກາດ. ດັ່ງນັ້ນ ເຮົາທີ່ເປັນພະຍານພະເຢໂຫວາຈຶ່ງບໍ່ຈຳເປັນຕ້ອງໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ບ້ານເມືອງເພື່ອຈະປະກາດຂ່າວດີ.
-
-
ການຮັບບັບເຕມາເປັນເປົ້າໝາຍສຳຄັນ!ຊີວິດທີ່ມີຄວາມສຸກຕະຫຼອດໄປ!—ໄດ້ຮັບປະໂຫຍດຈາກການຮຽນຄຳພີໄບເບິນ
-
-
ບົດທີ 23
ການຮັບບັບເຕມາເປັນເປົ້າໝາຍສຳຄັນ!
ພະເຢຊູບອກວ່າຄລິດສະຕຽນຕ້ອງຮັບບັບເຕມາ. (ອ່ານມັດທາຍ 28:19, 20) ແຕ່ການຮັບບັບເຕມາແມ່ນຫຍັງ? ແລະເຮົາຕ້ອງເຮັດຫຍັງຈຶ່ງຈະຮັບບັບເຕມາໄດ້?
1. ການຮັບບັບເຕມາແມ່ນຫຍັງ?
ຄຳວ່າ “ບັບເຕມາ” ໃນພາສາກຣີກໝາຍເຖິງ “ຈຸ່ມ” ໃນນ້ຳ. ຕອນທີ່ພະເຢຊູຮັບບັບເຕມາ ເພິ່ນຈຸ່ມໂຕໃນແມ່ນ້ຳຈໍແດນ ແລະຈາກນັ້ນເພິ່ນກໍ “ຂຶ້ນມາຈາກນ້ຳ.” (ມາຣະໂກ 1:9, 10) ຄລິດສະຕຽນແທ້ກໍເຮັດຄືກັບພະເຢຊູ ເມື່ອຮັບບັບເຕມາເຂົາເຈົ້າກໍຈຸ່ມໂຕຫຼິບລົງໃນນ້ຳ.
2. ການຮັບບັບເຕມາເຮັດໃຫ້ຮູ້ຫຍັງ?
ເມື່ອຄົນໃດຄົນໜຶ່ງຮັບບັບເຕມາ ລາວກໍກຳລັງເຮັດໃຫ້ຄົນອື່ນຮູ້ວ່າລາວໄດ້ອຸທິດຕົວໃຫ້ພະເຢໂຫວາແລ້ວ. ການອຸທິດຕົວໝາຍເຖິງຫຍັງ? ກ່ອນທີ່ຄົນໜຶ່ງຈະຮັບບັບເຕມາໄດ້ ລາວຕ້ອງອະທິດຖານບອກພະເຢໂຫວາເປັນສ່ວນໂຕວ່າຈະເຊື່ອຟັງເພິ່ນຕະຫຼອດໄປ. ລາວສັນຍາກັບພະເຢໂຫວາວ່າຈະນະມັດສະການເພິ່ນຜູ້ດຽວແລະໃຫ້ຄວາມຕ້ອງການຂອງເພິ່ນເປັນເລື່ອງທີ່ສຳຄັນທີ່ສຸດໃນຊີວິດ. ລາວຕັດສິນໃຈທີ່ຈະ “ເຊົາໃຊ້ຊີວິດເພື່ອໂຕເອງ . . . ແລ້ວຕິດຕາມ” ຕົວຢ່າງຂອງພະເຢຊູແລະເຮັດຕາມຄຳສອນຂອງເພິ່ນຕໍ່ໆໄປ. (ມັດທາຍ 16:24) ການອຸທິດຕົວແລະຮັບບັບເຕມາເຮັດໃຫ້ລາວສະໜິດກັບພະເຢໂຫວາແລະສະໜິດກັບຄົນອື່ນທີ່ນະມັດສະການເພິ່ນນຳ.
3. ກ່ອນທີ່ຄົນໜຶ່ງຈະຮັບບັບເຕມາໄດ້ ລາວຕ້ອງເຮັດຫຍັງ?
ເພື່ອຈະຮັບບັບເຕມາໄດ້ ເຈົ້າຕ້ອງຮຽນຮູ້ກ່ຽວກັບພະເຢໂຫວາແລະມີຄວາມເຊື່ອໃນເພິ່ນ. (ອ່ານເຮັບເຣີ 11:6) ເມື່ອເຈົ້າມີຄວາມຮູ້ແລະຄວາມເຊື່ອຫຼາຍຂຶ້ນ ເຈົ້າກໍຈະຮັກພະເຢໂຫວາຫຼາຍຂຶ້ນນຳ. ແລ້ວເຈົ້າກໍຈະຢາກເຮັດຕາມສິ່ງທີ່ເພິ່ນບອກໄວ້ໃນຄຳພີໄບເບິນແລະຢາກບອກໃຫ້ຄົນອື່ນຮູ້ເລື່ອງເພິ່ນ. (2 ຕີໂມທຽວ 4:2; 1 ໂຢຮັນ 5:3) ແລະເມື່ອເຈົ້າ “ໃຊ້ຊີວິດໃຫ້ສົມກັບການເປັນຜູ້ຮັບໃຊ້ພະເຢໂຫວາເພື່ອຈະເຮັດໃຫ້ເພິ່ນພໍໃຈສະເໝີ” ເຈົ້າກໍອາດຕັດສິນໃຈອຸທິດຕົວໃຫ້ເພິ່ນແລະຮັບບັບເຕມາ.—ໂກໂລຊາຍ 1:9, 10a
ຮຽນຮູ້ຫຼາຍຂຶ້ນ
ເຮົາຮຽນຫຍັງໄດ້ຈາກການຮັບບັບເຕມາຂອງພະເຢຊູ ແລະກ່ອນທີ່ຄົນໜຶ່ງຈະຮັບບັບເຕມາໄດ້ລາວຕ້ອງເຮັດຫຍັງແດ່.
4. ເຮົາຮຽນຫຍັງໄດ້ຈາກການຮັບບັບເຕມາຂອງພະເຢຊູ?
ເພື່ອຈະຮູ້ຫຼາຍຂຶ້ນກ່ຽວກັບການຮັບບັບເຕມາຂອງພະເຢຊູ ອ່ານມັດທາຍ 3:13-17. ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ພະເຢຊູຮັບບັບເຕມາຕອນທີ່ເພິ່ນເປັນແອນ້ອຍບໍ?
ພະເຢຊູຮັບບັບເຕມາໂດຍການເອົານ້ຳມາຊິດຫຼືຫົດໃສ່ຫົວບໍ? ແລ້ວພະເຢຊູຮັບບັບເຕມາແນວໃດ?
ຫຼັງຈາກທີ່ພະເຢຊູຮັບບັບເຕມາ ເພິ່ນເລີ່ມເຮັດວຽກທີ່ພະເຈົ້າຢາກໃຫ້ເພິ່ນເຮັດ ນີ້ເປັນວຽກທີ່ສຳຄັນຫຼາຍ. ອ່ານລູກາ 3:21-23 ແລະໂຢຮັນ 6:38 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຫຼັງຈາກທີ່ພະເຢຊູຮັບບັບເຕມາ ເພິ່ນຕັ້ງໃຈເຮັດວຽກຫຍັງ?
5. ການຮັບບັບເຕມາເປັນເປົ້າໝາຍທີ່ເຈົ້າເຮັດໄດ້
ເຈົ້າອາດຮູ້ສຶກບໍ່ໝັ້ນໃຈແລະບໍ່ພ້ອມທີ່ຈະອຸທິດຕົວແລະຮັບບັບເຕມາໃນຕອນນີ້. ແຕ່ຖ້າເຈົ້າຮຽນຮູ້ເລື່ອງພະເຢໂຫວາແລະຮູ້ຈັກເພິ່ນຫຼາຍຂຶ້ນ ເຈົ້າກໍຈະໝັ້ນໃຈແລະພ້ອມທີ່ຈະອຸທິດຕົວແລະຮັບບັບເຕມາ. ໃຫ້ເຮົາມາເບິ່ງຕົວຢ່າງຂອງບາງຄົນທີ່ເຮັດແບບນັ້ນ ເປີດວິດີໂອ.
ອ່ານໂຢຮັນ 17:3 ແລະຢາໂກໂບ 1:5 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຈົ້າຕ້ອງເຮັດຫຍັງເພື່ອຈະພ້ອມທີ່ຈະຮັບບັບເຕມາ?
ກ. ເຮົາອຸທິດຕົວໃຫ້ກັບພະເຢໂຫວາໂດຍອະທິດຖານບອກເພິ່ນວ່າເຮົາຈະເຊື່ອຟັງເພິ່ນຕະຫຼອດໄປ
ຂ. ຕອນທີ່ເຮົາຮັບບັບເຕມາ ຄົນອື່ນກໍຈະຮູ້ວ່າເຮົາໄດ້ອຸທິດຕົວໃຫ້ກັບພະເຈົ້າແລ້ວ
6. ການຮັບບັບເຕມາເຮັດໃຫ້ເຮົາໄດ້ເຂົ້າມາເປັນຄົນໃນຄອບຄົວຂອງພະເຢໂຫວາ
ເມື່ອເຮົາຮັບບັບເຕມາ ເຮົາກໍໄດ້ເຂົ້າມາເປັນຄົນໃນຄອບຄົວຂອງພະເຢໂຫວາທີ່ເປັນນ້ຳໜຶ່ງໃຈດຽວກັນທົ່ວໂລກ. ບໍ່ວ່າເຮົາຈະເປັນໃຜມາຈາກໃສ ເຮົາກໍເຊື່ອແລະເຮັດຕາມສິ່ງທີ່ຄຳພີໄບເບິນບອກຄືກັນ.ອ່ານເພງສັນລະເສີນ 25:14 ແລະ 1 ເປໂຕ 2:17 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ການຮັບບັບເຕມາມີຜົນແນວໃດຕໍ່ຄວາມສຳພັນທີ່ເຮົາມີຕໍ່ພະເຢໂຫວາແລະຕໍ່ພີ່ນ້ອງຄລິດສະຕຽນ?
ບາງຄົນເວົ້າວ່າ: “ຕອນນີ້ຂ້ອຍຍັງບໍ່ພ້ອມທີ່ຈະຮັບບັບເຕມາ.”
ຖ້າເຈົ້າຮູ້ສຶກແບບນັ້ນ ເຈົ້າຄິດວ່າຈະເຮັດຫຍັງໄດ້ແດ່ເພື່ອໃຫ້ພ້ອມທີ່ຈະຮັບບັບເຕມາ?
ສະຫຼຸບ
ພະເຢຊູບອກວ່າຄລິດສະຕຽນຕ້ອງຮັບບັບເຕມາ ແລະເພື່ອຈະຮັບບັບເຕມາໄດ້ ເຮົາຕ້ອງມີຄວາມເຊື່ອໃນພະເຢໂຫວາ ເຮັດຕາມສິ່ງທີ່ເພິ່ນບອກ ແລະອຸທິດຕົວໃຫ້ກັບເພິ່ນ.
ຄຳຖາມທົບທວນ
ການຮັບບັບເຕມາແມ່ນຫຍັງ ແລະເປັນຫຍັງເລື່ອງນີ້ຈຶ່ງສຳຄັນ?
ການຮັບບັບເຕມາເຮັດໃຫ້ຮູ້ຫຍັງ?
ກ່ອນທີ່ຄົນໜຶ່ງຈະອຸທິດຕົວແລະຮັບບັບເຕມາໄດ້ລາວຕ້ອງເຮັດຫຍັງ?
ເບິ່ງເພີ່ມເຕີມ
ການຮັບບັບເຕມາເປັນແນວໃດແທ້ໆ.
ເພື່ອຈະຮັບບັບເຕມາໄດ້ເຈົ້າຕ້ອງເຮັດຫຍັງແດ່.
ອັນໃດເຮັດໃຫ້ຜູ້ຊາຍຄົນໜຶ່ງຢາກຮັບບັບເຕມາ.
“ພວກເພິ່ນຢາກໃຫ້ຂ້ອຍພິສູດຄວາມຈິງດ້ວຍໂຕເອງ” (ຫໍສັງເກດການ 1 ກຸມພາ 2013)
ເປັນຫຍັງການຮັບບັບເຕມາຈຶ່ງເປັນເປົ້າໝາຍທີ່ສຳຄັນແລະເຈົ້າຕ້ອງເຮັດຫຍັງເພື່ອຈະພ້ອມຮັບບັບເຕມາ.
“ຂ້ອຍຄວນຮັບບັບເຕມາບໍ?” (ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2 ບົດທີ 37)
a ຄົນທີ່ເຄີຍຮັບບັບເຕມາກັບສາສະໜາອື່ນມາກ່ອນ ຕ້ອງຮັບບັບເຕມາໃໝ່ອີກເທື່ອໜຶ່ງ. ຍ້ອນຫຍັງ? ຍ້ອນສາສະໜາເຫຼົ່ານັ້ນບໍ່ໄດ້ສອນຄວາມຈິງຈາກຄຳພີໄບເບິນ.—ເບິ່ງກິດຈະການ 19:1-5 ແລະບົດທີ 13 ຂອງປຶ້ມນີ້
-