ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ນມ ບົດທີ 12 ໜ້າ 110-119
  • ຄວາມໝາຍແຫ່ງການຮັບບັບເຕມາຂອງເຮົາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄວາມໝາຍແຫ່ງການຮັບບັບເຕມາຂອງເຮົາ
  • ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ການ​ຮັບ​ບັບເຕມາ​ທີ່​ໂຢຮັນ​ເຄີຍ​ເຮັດ
  • ການ​ຮັບ​ບັບເຕມາ​ໃນ​ນ້ຳ​ຂອງ​ເຫຼົ່າ​ສາວົກ​ຄລິດສະຕຽນ
  • ການ​ດຳເນີນ​ຊີວິດ​ໃຫ້​ສົມ​ກັບ​ໜ້າທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ
  • ການ​ຮັບ​ບັບເຕມາ​ເປັນ​ເປົ້າໝາຍ​ສຳຄັນ!
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ການ​ຮັບ​ບັບເຕມາ​ແລະ​ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ພະເຈົ້າ
    ຄຳພີໄບເບິນສອນແນວໃດແທ້ໆ?
ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
ນມ ບົດທີ 12 ໜ້າ 110-119

ບົດ​ສິບ​ສອງ

ຄວາມ​ໝາຍ​ແຫ່ງ​ການ​ຮັບ​ບັບເຕມາ​ຂອງ​ເຮົາ

1. ເປັນ​ຫຍັງ​ການ​ຮັບ​ບັບເຕມາ​ດ້ວຍ​ນ້ຳ​ຈຶ່ງ​ເປັນ​ເລື່ອງ​ທີ່​ເຮົາ​ແຕ່​ລະ​ຄົນ​ຄວນ​ໃສ່​ໃຈ?

ໃນ​ປີ 29 ສາກົນ​ສັກກະຫຼາດ ພະ​ເຍຊູ​ໄດ້​ຮັບ​ບັບເຕມາ ໂດຍ​ມີ​ໂຢຮັນ​ຜູ້​ໃຫ້​ບັບເຕມາ​ເປັນ​ຜູ້​ຈຸ່ມ​ຕົວ​ພະອົງ​ລົງ​ໃນ​ແມ່ນ້ຳ​ຢູລະເດນ. ພະ​ເຢໂຫວາ​ເອງ​ໄດ້​ເຝົ້າ​ສັງເກດ​ເບິ່ງ​ແລະ​ສະແດງ​ການ​ຍອມ​ຮັບ​ໃນ​ເລື່ອງ​ນີ້. (ມັດທາຍ 3:16, 17) ພະ​ເຍຊູ​ໄດ້​ວາງ​ແບບ​ຢ່າງ​ໄວ້​ເພື່ອ​ສາວົກ​ໝົດ​ທຸກ​ຄົນ​ຂອງ​ພະອົງ​ຈະ​ຕິດ​ຕາມ​ແບບ​ຢ່າງ​ດັ່ງ​ກ່າວ​ນັ້ນ. ສາມ​ປີ​ເຄິ່ງ​ຕໍ່​ມາ ພະ​ເຍຊູ​ໄດ້​ໃຫ້​ຄຳ​ສັ່ງ​ນີ້​ແກ່​ເຫຼົ່າ​ສາວົກ​ຂອງ​ພະອົງ​ວ່າ “ອຳນາດ​ທຸກ​ສິ່ງ​ເປັນ​ທີ່​ປະທານ​ໃຫ້​ແກ່​ເຮົາ​ແລ້ວ ໃນ​ຟ້າ​ສະຫວັນ​ກໍ​ດີ ແລະ​ທີ່​ແຜ່ນດິນ​ໂລກ​ກໍ​ດີ. ເຫດ​ສັນນີ້ ທ່ານ​ທັງ​ຫຼາຍ​ຈົ່ງ​ໄປ​ແລະ​ກະທຳ​ໃຫ້​ພວກ​ຕ່າງ​ປະເທດ​ທັງ​ປວງ​ເຂົ້າ​ເປັນ​ລູກ​ສິດ ໃຫ້​ເຂົາ​ຮັບ​ສິນ​ບັບເຕມາ​ໃນ​ນາມ​ຊື່​ແຫ່ງ​ພະ​ບິດາ ແລະ​ພະ​ບຸດ ແລະ​ພະ​ວິນຍານ​ບໍລິສຸດ.” (ມັດທາຍ 28:18, 19) ເຮົາ​ໄດ້​ຮັບ​ບັບເຕມາ​ຕາມ​ທີ່​ພະ​ເຍຊູ​ສັ່ງ​ແລ້ວ​ບໍ? ຖ້າ​ຍັງ ເຮົາ​ກຳລັງ​ກຽມ​ຕົວ​ຈະ​ເຮັດ​ເຊັ່ນ​ນັ້ນ​ບໍ?

2. ຄຳຖາມ​ໃດ​ແດ່​ທີ່​ຕ້ອງ​ໄດ້​ຮັບ​ຄຳຕອບ​ກ່ຽວ​ກັບ​ການ​ຮັບ​ບັບເຕມາ?

2 ບໍ່​ວ່າ​ເຮົາ​ໄດ້​ຮັບ​ບັບເຕມາ​ແລ້ວ​ຫຼື​ກຳລັງ​ກຽມ​ຕົວ​ເພື່ອ​ຮັບ​ບັບເຕມາ​ກໍ​ຕາມ ຄວາມ​ເຂົ້າ​ໃຈ​ທີ່​ຈະ​ແຈ້ງ​ຕໍ່​ການ​ຮັບ​ບັບເຕມາ​ແມ່ນ​ສຳຄັນ​ສຳລັບ​ໝົດ​ທຸກ​ຄົນ​ທີ່​ຕ້ອງການ​ຮັບໃຊ້​ພະ​ເຢໂຫວາ ແລະ​ຕ້ອງການ​ມີ​ຊີວິດ​ໃນ​ໂລກ​ໃໝ່​ທີ່​ຊອບທຳ​ຂອງ​ພະອົງ. ຄຳຖາມ​ຕ່າງໆ ຕໍ່​ໄປ​ນີ້​ເປັນ​ຄຳຖາມ​ທີ່​ຄວນ​ຈະ​ໄດ້​ຮັບ​ຄຳຕອບ: ການ​ຮັບ​ບັບເຕມາ​ໃນ​ທຸກ​ມື້​ນີ້​ມີ​ຄວາມ​ໝາຍ​ແບບ​ດຽວ​ກັບ​ການ​ຮັບ​ບັບເຕມາ​ຂອງ​ພະ​ເຍຊູ​ບໍ? ການ​ຮັບ​ບັບເຕມາ “ໃນ​ນາມ​ຊື່​ແຫ່ງ​ພະ​ບິດາ ແລະ​ພະ​ບຸດ ແລະ​ພະ​ວິນຍານ​ບໍລິສຸດ” ມີ​ຄວາມ​ໝາຍ​ຢ່າງ​ໃດ? ສິ່ງ​ທີ່​ລວມ​ຢູ່​ໃນ​ການ​ດຳເນີນ​ຊີວິດ​ທີ່​ສອດຄ່ອງ​ກັບ​ຄວາມ​ໝາຍ​ຂອງ​ການ​ຮັບ​ບັບເຕມາ​ດ້ວຍ​ນ້ຳ​ແບບ​ຄລິດສະຕຽນ​ມີ​ອັນ​ໃດ​ແດ່?

ການ​ຮັບ​ບັບເຕມາ​ທີ່​ໂຢຮັນ​ເຄີຍ​ເຮັດ

3. ການ​ຮັບ​ບັບເຕມາ​ຂອງ​ໂຢຮັນ​ຈຳກັດ​ໄວ້​ສຳລັບ​ໃຜ​ເທົ່າ​ນັ້ນ?

3 ປະມານ​ຫົກ​ເດືອນ​ກ່ອນ​ທີ່​ພະ​ເຍຊູ​ຈະ​ຮັບ​ບັບເຕມາ ໂຢຮັນ​ຜູ້​ໃຫ້​ບັບເຕມາ​ໄດ້​ໄປ​ປະກາດ​ທົ່ວ​ແຂວງ​ຢູເດ ໂດຍ​ກ່າວ​ວ່າ “ທ່ານ​ທັງ​ຫຼາຍ​ຈົ່ງ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່ ເພາະ​ວ່າ​ແຜ່ນດິນ​ສະຫວັນ​ໄດ້​ຫຍັບ​ເຂົ້າ​ມາ​ໃກ້​ແລ້ວ.” (ມັດທາຍ 3:1, 2) ປະຊາຊົນ​ໄດ້​ຍິນ​ສິ່ງ​ທີ່​ໂຢຮັນ​ປະກາດ​ແລະ​ໄດ້​ເອົາໃຈໃສ່​ຕໍ່​ຄຳ​ແນະນຳ​ນັ້ນ. ເຂົາ​ເຈົ້າ​ຍອມ​ຮັບ​ບາບ​ຂອງ​ຕົນ​ຢ່າງ​ເປີດ​ເຜີຍ, ໄດ້​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່, ແລ້ວ​ຈຶ່ງ​ມາ​ຫາ​ໂຢຮັນ​ເພື່ອ​ຮັບ​ບັບເຕມາ​ໃນ​ແມ່ນ້ຳ​ຢູລະເດນ. ການ​ຮັບ​ບັບເຕມາ​ດັ່ງ​ກ່າວ​ແມ່ນ​ສຳລັບ​ຄົນ​ຢິວ​ເທົ່າ​ນັ້ນ.—ລືກາ 1:13-16; ກິດຈະການ 13:23, 24.

4. ເປັນ​ຫຍັງ​ຄົນ​ຢິວ​ໃນ​ສະຕະວັດ​ທຳອິດ​ຈຳເປັນ​ຕ້ອງ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ຢ່າງ​ຮີບ​ດ່ວນ?

4 ຄົນ​ຢິວ​ເຫຼົ່າ​ນັ້ນ​ຈຳເປັນ​ຕ້ອງ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ຢ່າງ​ຮີບ​ດ່ວນ. ຢູ່​ທີ່​ພູເຂົາ​ຊີ​ນາຍ​ໃນ​ປີ 1513 ກ່ອນ​ສາກົນ​ສັກກະຫຼາດ ບັນພະບຸລຸດ​ຂອງ​ເຂົາ​ເຈົ້າ​ໄດ້​ຕົກ​ລົງ​ເຮັດ​ສັນຍາ​ໄມຕີ​ແຫ່ງ​ຊາດ ເຊິ່ງ​ເປັນ​ຂໍ້​ຕົກ​ລົງ​ທີ່​ສຳຄັນ​ຢ່າງ​ເປັນ​ທາງ​ການ​ກັບ​ພະ​ເຢໂຫວາ​ພະເຈົ້າ. ເຖິງ​ແນວ​ນັ້ນ​ກໍ​ຕາມ ເນື່ອງ​ຈາກ​ບາບ​ທີ່​ຮ້າຍແຮງ​ຂອງ​ຕົນ ເຂົາ​ເຈົ້າ​ຈຶ່ງ​ບໍ່​ໄດ້​ດຳເນີນ​ຊີວິດ​ໃຫ້​ສົມ​ກັບ​ເງື່ອນ​ໄຂ​ໃນ​ສັນຍາ​ໄມຕີ​ນັ້ນ ແລະ​ດ້ວຍ​ເຫດ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ຖືກ​ກ່າວ​ໂທດ​ຍ້ອນ​ສັນຍາ​ໄມຕີ​ດັ່ງ​ກ່າວ. ເມື່ອ​ມາ​ຮອດ​ສະໄໝ​ຂອງ​ພະ​ເຍຊູ ສະພາບ​ຂອງ​ເຂົາ​ເຈົ້າ​ຈຶ່ງ​ຕົກ​ຢູ່​ໃນ​ຂັ້ນ​ວິກິດ​ແລ້ວ. “ວັນ​ອັນ​ໃຫຍ່​ອັນ​ພິລຶກ​ເພີງ​ກົວ​ຂອງ​ພະ​ເຢໂຫວາ” ເຊິ່ງ​ບອກ​ລ່ວງ​ໜ້າ​ໂດຍ​ມາລາກີ​ນັ້ນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ. ໃນ​ປີ 70 ສາກົນ​ສັກກະຫຼາດ “ວັນ” ນັ້ນ​ມາ​ເຖິງ​ເມື່ອ​ກອງທັບ​ໂລມ​ທຳລາຍ​ເມືອງ​ເຢຣຶຊາເລມ, ພະ​ວິຫານ​ຂອງ​ເມືອງ​ນັ້ນ ແລະ​ຂ້າ​ຄົນ​ຢິວ​ຫຼາຍ​ກວ່າ​ໜຶ່ງ​ລ້ານ​ຄົນ. ໂຢຮັນ​ຜູ້​ໃຫ້​ບັບເຕມາ​ເຊິ່ງ​ມີ​ຄວາມ​ກະຕືລືລົ້ນ​ໃນ​ການ​ນະມັດສະການ​ແທ້​ໄດ້​ອອກ​ໄປ​ເຕືອນ​ກ່ອນ​ການ​ທຳລາຍ​ນັ້ນ​ຈະ​ມາ​ຮອດ​ເພື່ອ “ຕຽມ​ປະຊາຊົນ​ຂອງ​ພະ​ຜູ້​ເປັນ​ເຈົ້າ​ໄວ້​ພ້ອມ​ສຳລັບ [ພະ​ເຢໂຫວາ].” ເຂົາ​ເຈົ້າ​ຈຳເປັນ​ຕ້ອງ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ຈາກ​ບາບ​ຂອງ​ຕົນ​ທີ່​ຂັດ​ກັບ​ສັນຍາ​ໄມຕີ​ແຫ່ງ​ກົດໝາຍ​ຂອງ​ໂມເຊ ແລະ​ກຽມ​ພ້ອມ​ທີ່​ຈະ​ຮັບ​ເອົາ​ພະ​ເຍຊູ​ພະ​ບຸດ​ຂອງ​ພະເຈົ້າ​ເຊິ່ງ​ພະ​ເຢໂຫວາ​ໄດ້​ສົ່ງ​ມາ.—ມາລາກີ 4:4-6; ລືກາ 1:17, ທ.ປ.; ກິດຈະການ 19:4.

5. (ກ) ເມື່ອ​ພະ​ເຍຊູ​ມາ​ເພື່ອ​ຮັບ​ບັບເຕມາ ເປັນ​ຫຍັງ​ໂຢຮັນ​ຈຶ່ງ​ທ້ວງ​ກ່ຽວ​ກັບ​ເລື່ອງ​ນີ້? (ຂ) ການ​ຮັບ​ບັບເຕມາ​ຂອງ​ພະ​ເຍຊູ​ເປັນ​ສັນຍາ​ລັກ​ຊີ້​ເຖິງ​ຫຍັງ?

5 ພະ​ເຍຊູ​ເອງ​ກໍ​ແມ່ນ​ບຸກຄົນ​ໜຶ່ງ​ໃນ​ທ່າມກາງ​ຄົນ​ເຫຼົ່າ​ນັ້ນ​ທີ່​ມາ​ຫາ​ໂຢຮັນ​ເພື່ອ​ຮັບ​ບັບເຕມາ. ເພາະ​ເຫດ​ໃດ? ໂດຍ​ຮູ້​ວ່າ​ພະ​ເຍຊູ​ບໍ່​ມີ​ບາບ​ທີ່​ຈະ​ຕ້ອງ​ສາລະພາບ ໂຢຮັນ​ກ່າວ​ວ່າ “ຂ້າພະເຈົ້າ​ຕ້ອງການ​ຈະ​ຮັບ​ສິນ​ບັບເຕມາ​ດ້ວຍ​ພະອົງ ແລະ​ພະອົງ​ມາ​ຫາ​ຂ້າພະເຈົ້າ​ຫຼື?” ການ​ຮັບ​ບັບເຕມາ​ຂອງ​ພະ​ເຍຊູ​ພັດ​ເປັນ​ສັນຍາ​ລັກ​ເຖິງ​ບາງ​ຢ່າງ​ທີ່​ແຕກຕ່າງ​ອອກ​ໄປ. ດ້ວຍ​ເຫດ​ນັ້ນ ພະ​ເຍຊູ​ຕອບ​ວ່າ “ບັດ​ນີ້​ທ່ານ​ຈົ່ງ​ຍອມ​ກະທຳ​ເທີ້ນ ເຫດ​ວ່າ​ສົມຄວນ​ທີ່​ເຮົາ​ກະທຳ​ຄວາມ​ຊອບທຳ​ສຳເລັດ​ທັງ​ສິ້ນ​ຢ່າງ​ນັ້ນ.” (ມັດທາຍ 3:13-15) ເນື່ອງ​ຈາກ​ພະ​ເຍຊູ​ບໍ່​ມີ​ບາບ ການ​ຮັບ​ບັບເຕມາ​ຂອງ​ພະອົງ​ຈຶ່ງ​ບໍ່​ໄດ້​ເປັນ​ສັນຍາ​ລັກ​ທີ່​ບົ່ງ​ຊີ້​ເຖິງ​ການ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ຈາກ​ບາບ; ທັງ​ພະອົງ​ເອງ​ບໍ່​ຈຳເປັນ​ຕ້ອງ​ອຸທິດ​ຕົວ​ແກ່​ພະເຈົ້າ ເນື່ອງ​ຈາກ​ພະອົງ​ເປັນ​ຄົນ​ຂອງ​ຊາດ​ທີ່​ໄດ້​ອຸທິດ​ຕົວ​ແກ່​ພະເຈົ້າ​ແລ້ວ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ການ​ຮັບ​ບັບເຕມາ​ຂອງ​ພະອົງ​ຕອນ​ອາຍຸ 30 ປີ ມີ​ຄວາມ​ໝາຍ​ສະເພາະ​ຕໍ່​ພະອົງ​ເອງ ແລະ​ຍັງ​ເປັນ​ສັນຍາ​ລັກ​ທີ່​ບົ່ງ​ບອກ​ເຖິງ​ການ​ສະເໜີ​ຕົວ​ເອງ​ຕໍ່​ພະ​ບິດາ​ທາງ​ພາກ​ສະຫວັນ ເພື່ອ​ຈະ​ເຮັດ​ຕາມ​ພະ​ປະສົງ​ຂອງ​ພະ​ບິດາ​ທີ່​ຍັງ​ຢູ່​ຂ້າງ​ໜ້າ.

6. ສຳລັບ​ພະ​ເຍຊູ​ແລ້ວ​ການ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພະເຈົ້າ​ສຳຄັນ​ຂະໜາດ​ໃດ?

6 ພະ​ປະສົງ​ຂອງ​ພະເຈົ້າ​ສຳລັບ​ພະ​ເຍຊູ​ຄລິດ​ແມ່ນ​ລວມ​ເຖິງ​ວຽກ​ງານ​ທີ່​ກ່ຽວ​ຂ້ອງ​ກັບ​ລາຊະອານາຈັກ​ນຳ​ອີກ. (ລືກາ 8:1) ວຽກ​ງານ​ນີ້​ຍັງ​ກ່ຽວ​ຂ້ອງ​ກັບ​ການ​ຖວາຍ​ຊີວິດ​ມະນຸດ​ທີ່​ສົມບູນ​ຂອງ​ພະອົງ​ເພື່ອ​ເປັນ​ຄ່າໄຖ່ ແລະ​ເພື່ອ​ເປັນ​ພື້ນ​ຖານ​ສຳລັບ​ສັນຍາ​ໄມຕີ​ໃໝ່. (ມັດທາຍ 20:28; 26:26-28; ເຫບເລີ 10:5-10) ພະ​ເຍຊູ​ຖື​ວ່າ​ສິ່ງ​ທີ່​ການ​ຮັບ​ບັບເຕມາ​ດ້ວຍ​ນ້ຳ​ເປັນ​ສັນຍາ​ລັກ​ຊີ້​ເຖິງ​ນັ້ນ​ເປັນ​ເລື່ອງ​ທີ່​ສຳຄັນ​ຢ່າງ​ແທ້​ຈິງ. ພະອົງ​ບໍ່​ໄດ້​ປ່ອຍ​ໃຫ້​ສິ່ງ​ໃດ​ກໍ​ຕາມ​ມາ​ຊັກ​ຈູງ​ຄວາມ​ສົນ​ໃຈ​ຂອງ​ພະອົງ​ໃຫ້​ຫັນເຫ​ໄປ​ໃສ່​ຜົນ​ປະໂຫຍດ​ແນວ​ອື່ນ. ຈົນ​ເຖິງ​ຂັ້ນ​ວ່າ​ຕ້ອງ​ສິ້ນ​ຊີວິດ​ເທິງ​ແຜ່ນດິນ​ໂລກ ພະອົງ​ກໍ​ຍັງ​ຈົດ​ຈໍ່​ຢູ່​ກັບ​ການ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ ໂດຍ​ເອົາ​ວຽກ​ງານ​ການ​ປະກາດ​ເລື່ອງ​ລາຊະອານາຈັກ​ໃຫ້​ເປັນ​ວຽກ​ຕົ້ນ​ຕໍ​ໃນ​ຊີວິດ​ຂອງ​ພະອົງ.—ໂຢຮັນ 4:34.

ການ​ຮັບ​ບັບເຕມາ​ໃນ​ນ້ຳ​ຂອງ​ເຫຼົ່າ​ສາວົກ​ຄລິດສະຕຽນ

7. ຕັ້ງ​ແຕ່​ວັນ​ເພນເຕກອດ​ປີ 33 ສາກົນ​ສັກກະຫຼາດ ຄລິດສະຕຽນ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ເຮັດ​ຫຍັງ​ກ່ຽວ​ກັບ​ການ​ຮັບ​ບັບເຕມາ?

7 ເຫຼົ່າ​ສາວົກ​ຮຸ່ນ​ທຳອິດ​ຂອງ​ພະ​ເຍຊູ​ໄດ້​ຮັບ​ບັບເຕມາ​ໃນ​ນ້ຳ​ໂດຍ​ໂຢຮັນ ແລະ​ຈາກ​ນັ້ນ​ໄດ້​ຮັບ​ຄຳ​ແນະນຳ​ໃຫ້​ໄປ​ຫາ​ພະ​ເຍຊູ​ໃນ​ຖານະ​ຜູ້​ມີ​ຄວາມ​ຫວັງ​ທີ່​ຈະ​ເປັນ​ສະມາຊິກ​ແຫ່ງ​ລາຊະອານາຈັກ​ທາງ​ພາກ​ສະຫວັນ. (ໂຢຮັນ 3:25-30) ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພະ​ເຍຊູ ສາວົກ​ເຫຼົ່າ​ນີ້​ໄດ້​ໃຫ້​ບັບເຕມາ​ແກ່​ຄົນ​ອື່ນ​ຄື​ກັນ ເຊິ່ງ​ມີ​ຄວາມ​ໝາຍ​ແບບ​ດຽວ​ກັບ​ການ​ຮັບ​ບັບເຕມາ​ທີ່​ໂຢຮັນ​ໄດ້​ເຮັດ. (ໂຢຮັນ 4:1, 2) ຢ່າງ​ໃດ​ກໍ​ຕາມ ໂດຍ​ເລີ່ມ​ຕົ້ນ​ໃນ​ວັນ​ເພນເຕກອດ​ປີ 33 ສາກົນ​ສັກກະຫຼາດ ເຂົາ​ເຈົ້າ​ເລີ່ມ​ປະຕິບັດ​ຕາມ​ໜ້າທີ່​ເຊິ່ງ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ຮັບ​ບັບເຕມາ “ໃນ​ນາມ​ຊື່​ແຫ່ງ​ພະ​ບິດາ ແລະ​ພະ​ບຸດ ແລະ​ພະ​ວິນຍານ​ບໍລິສຸດ.” (ມັດທາຍ 28:19) ເມື່ອ​ທົບ​ທວນ​ຄວາມ​ໝາຍ​ຂອງ​ໜ້າທີ່​ນັ້ນ ເຮົາ​ຈະ​ພົບ​ວ່າ​ມັນ​ເປັນ​ປະໂຫຍດ​ຫຼາຍ​ແທ້ໆ.

8. ການ​ຮັບ​ບັບເຕມາ “ໃນ​ນາມ​ຊື່​ແຫ່ງ​ພະ​ບິດາ” ມີ​ຄວາມ​ໝາຍ​ຢ່າງ​ໃດ?

8 ການ​ຮັບ​ບັບເຕມາ “ໃນ​ນາມ​ຊື່​ແຫ່ງ​ພະ​ບິດາ” ມີ​ຄວາມ​ໝາຍ​ຢ່າງ​ໃດ? ນັ້ນ​ໝາຍ​ເຖິງ​ການ​ຍອມ​ຮັບ​ຊື່, ຖານະ​ຕຳແໜ່ງ, ສິດ​ອຳນາດ, ພະ​ປະສົງ ແລະ​ກົດໝາຍ​ຕ່າງໆ ຂອງ​ພະອົງ. ຂໍ​ໃຫ້​ພິຈາລະນາ​ສິ່ງ​ທີ່​ກ່ຽວ​ພັນ​ກັນ​ໃນ​ເລື່ອງ​ນີ້. (1) ໃນ​ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ຊື່​ຂອງ​ພະອົງ ຄຳເພງ 83:18 ກ່າວ​ວ່າ “ພະເຈົ້າ​ຜູ້​ມີ​ນາມ​ຊື່​ວ່າ​ພະ​ເຢໂຫວາ ອົງ​ດຽວ​ເປັນ​ພະເຈົ້າ​ອົງ​ສູງ​ສຸດ​ເທິງ​ແຜ່ນດິນ​ທັງ​ສິ້ນ.” (2) ກ່ຽວ​ກັບ​ຖານະ​ຕຳແໜ່ງ​ຂອງ​ພະອົງ 2 ກະສັດ 19:15 (ລ.ມ.) ກ່າວ​ວ່າ “ໂອ້​ພະ​ເຢໂຫວາ . . . ພະອົງ​ອົງ​ດຽວ​ເປັນ​ພະເຈົ້າ​ທ່ຽງ​ແທ້.” (3) ກ່ຽວ​ກັບ​ສິດ​ອຳນາດ​ຂອງ​ພະອົງ ຄຳປາກົດ 4:11 ບອກ​ເຮົາ​ວ່າ “ພະອົງ​ເຈົ້າ ແລະ​ພະເຈົ້າ​ຂອງ​ຂ້າພະເຈົ້າ​ທັງ​ຫຼາຍ ພະອົງ​ເປັນ​ຜູ້​ສົມຄວນ​ຈະ​ຮັບ​ລັດສະໝີ ແລະ​ຍົດ​ສັກ​ແລະ​ລິດເດດ ເພາະ​ວ່າ​ພະອົງ​ເປັນ​ຜູ້​ທີ່​ໄດ້​ເນລະມິດ​ສ້າງ​ສັບພະ​ທຸກ​ສິ່ງ ແລະ​ສັບພະ​ທຸກ​ສິ່ງ​ເປັນ​ຢູ່ ແລະ​ຕ້ອງ​ເນລະມິດ​ສ້າງ​ແລ້ວ​ດ້ວຍ​ນ້ຳໃຈ​ຂອງ​ພະອົງ.” (4) ເຮົາ​ຕ້ອງ​ຍອມ​ຮັບ​ເຊັ່ນ​ກັນ​ວ່າ ພະ​ເຢໂຫວາ​ເປັນ​ຜູ້​ໃຫ້​ຊີວິດ ຜູ້​ເຊິ່ງ​ປະສົງ​ຈະ​ຊ່ວຍ​ຊີວິດ​ເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ບາບ​ແລະ​ຄວາມ​ຕາຍ: “ຄວາມ​ພົ້ນ​ມາ​ແຕ່​ພະ​ເຢໂຫວາ.” (ຄຳເພງ 3:8; 36:9) (5) ເຮົາ​ຕ້ອງ​ຍອມ​ຮັບ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ອອກ​ກົດໝາຍ​ອົງ​ສູງ​ສຸດ: “ພະ​ເຢໂຫວາ​ແມ່ນ​ຜູ້ຕັດສິນ​ພວກ​ເຮົາ ພະ​ເຢໂຫວາ​ແມ່ນ​ຜູ້​ຕັ້ງ​ກົດໝາຍ​ໄວ້​ສຳລັບ​ພວກ​ເຮົາ ພະ​ເຢໂຫວາ​ແມ່ນ​ພະ​ມະຫາ​ກະສັດ​ຂອງ​ພວກ​ເຮົາ.” (ເອຊາອີ 33: 22) ເນື່ອງ​ຈາກ​ພະອົງ​ກຳ​ບົດບາດ​ທັງ​ໝົດ​ນີ້ ເຮົາ​ຈຶ່ງ​ໄດ້​ຮັບ​ການ​ກະຕຸ້ນ​ວ່າ “ຈົ່ງ​ຮັກ​ພະ​ເຢໂຫວາ ຜູ້​ເປັນ​ພະເຈົ້າ​ຂອງ​ເຈົ້າ ເຈົ້າ​ຈົ່ງ​ຮັກ​ດ້ວຍ​ສຸດ​ໃຈ​ແລະ​ດ້ວຍ​ສຸດ​ຈິດ​ແລະ​ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ.”—ມັດທາຍ 22:37.

9. ການ​ຮັບ​ບັບເຕມາ “ໃນ​ນາມ​ຊື່​ແຫ່ງ . . . ພະ​ບຸດ” ມີ​ຄວາມ​ໝາຍ​ຢ່າງ​ໃດ?

9 ການ​ຮັບ​ບັບເຕມາ “ໃນ​ນາມ​ຊື່​ແຫ່ງ . . . ພະ​ບຸດ” ໝາຍ​ຄວາມ​ວ່າ​ຢ່າງ​ໃດ? ເລື່ອງ​ນີ້​ໝາຍ​ເຖິງ​ການ​ຍອມ​ຮັບ​ຊື່, ຖານະ​ຕຳແໜ່ງ, ແລະ​ສິດ​ອຳນາດ​ຂອງ​ພະ​ເຍຊູ​ຄລິດ. ຊື່​ພະ​ເຍຊູ​ມີ​ຄວາມ​ໝາຍ​ວ່າ “ພະ​ເຢໂຫວາ​ເປັນ​ຄວາມ​ລອດ.” ພະ​ເຍຊູ​ໄດ້​ຮັບ​ຕຳແໜ່ງ​ນີ້​ຈາກ​ຄວາມ​ຈິງ​ທີ່​ວ່າ ພະອົງ​ເປັນ​ພະ​ບຸດ​ຜູ້​ໄດ້​ຮັບ​ກຳເນີດ​ອົງ​ດຽວ​ຈາກ​ພະເຈົ້າ ແລະ​ເປັນ​ສິ່ງ​ເນລະມິດ​ສ້າງ​ທຳອິດ​ຂອງ​ພະເຈົ້າ. (ມັດທາຍ 16:16; ໂກໂລດ 1:15, 16) ກ່ຽວ​ກັບ​ພະ​ບຸດ​ອົງ​ນີ້ ໂຢຮັນ 3:16 ບອກ​ເຮົາ​ວ່າ “ພະເຈົ້າ​ໄດ້​ຮັກ​ມະນຸດສະໂລກ​ຫຼາຍ​ປານ​ນັ້ນ ຈົນ​ໄດ້​ປະທານ​ໃຫ້​ພະ​ບຸດ​ອົງ​ດຽວ​ຂອງ​ພະອົງ ເພື່ອ​ຄົນ​ທຸກ​ຄົນ​ທີ່​ເຊື່ອ​ໃນ​ພະ​ບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ວ່າ​ຈະ​ມີ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນ​ນິດ.” ເນື່ອງ​ຈາກ​ພະ​ເຍຊູ​ສິ້ນ​ຊີວິດ​ດ້ວຍ​ຄວາມ​ສັດ​ຊື່ ພະເຈົ້າ​ຈຶ່ງ​ປຸກ​ພະອົງ​ໃຫ້​ຟື້ນ​ຄືນ​ຈາກ​ຕາຍ ແລະ​ໄດ້​ມອບ​ສິດ​ອຳນາດ​ໃຫ້​ພະອົງ​ຕື່ມ​ອີກ. ຕາມ​ທີ່​ອັກຄະສາວົກ​ໂປໂລ​ກ່າວ ພະເຈົ້າ “ໄດ້​ຍົກ​ຍໍ​ພະອົງ​ຂຶ້ນ​ເຖິງ​ທີ່​ສູງ​ສຸດ” ໃນ​ເອກະພົບ ເຊິ່ງ​ເປັນ​ຮອງ​ແຕ່​ພະ​ເຢໂຫວາ​ເທົ່າ​ນັ້ນ. ດ້ວຍ​ເຫດ​ນັ້ນ “ຫົວ​ເຂົ່າ​ທຸກ​ອັນ . . . ຈະ​ໄດ້​ຄູ້​ເຂົ່າ​ລົງ​ໃນ​ນາມ​ຊື່​ແຫ່ງ​ພະ​ເຍຊູ ແລະ​ເພື່ອ​ລີ້ນ​ທຸກ​ລີ້ນ​ຈະ​ຍອມ​ກ່າວ​ວ່າ​ພະ​ເຍຊູ​ຄລິດ​ເປັນ​ພະອົງ​ເຈົ້າ​ສຳລັບ​ລັດສະໝີ​ແຫ່ງ​ພະເຈົ້າ​ພະ​ບິດາ.” (ຟີລິບ 2:9-11) ເລື່ອງ​ນີ້​ໝາຍ​ເຖິງ​ການ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຍຊູ ເຊິ່ງ​ທັງ​ໝົດ​ກໍ​ລ້ວນ​ແຕ່​ມາ​ຈາກ​ພະ​ເຢໂຫວາ​ນັ້ນ​ເອງ.—ໂຢຮັນ 15:10.

10. ການ​ຮັບ​ບັບເຕມາ “ໃນ​ນາມ​ຊື່​ແຫ່ງ . . . ພະ​ວິນຍານ​ບໍລິສຸດ” ມີ​ຄວາມ​ໝາຍ​ຢ່າງ​ໃດ?

10 ການ​ຮັບ​ບັບເຕມາ “ໃນ​ນາມ​ຊື່​ແຫ່ງ . . . ພະ​ວິນຍານ​ບໍລິສຸດ” ໝາຍ​ຄວາມ​ວ່າ​ຢ່າງ​ໃດ? ນີ້​ໝາຍ​ເຖິງ​ການ​ຍອມ​ຮັບ​ຖານະ​ບົດບາດ​ແລະ​ການ​ດຳເນີນ​ງານ​ຂອງ​ພະ​ວິນຍານ​ບໍລິສຸດ. ພະ​ວິນຍານ​ບໍລິສຸດ​ແມ່ນ​ຫຍັງ? ພະ​ວິນ​ຍາຍ​ບໍລິສຸດ​ແມ່ນ​ພະລັງ​ປະຕິບັດ​ການ​ຂອງ​ພະ​ເຢໂຫວາ ເຊິ່ງ​ພະອົງ​ໃຊ້​ເພື່ອ​ເຮັດ​ໃຫ້​ພະ​ປະສົງ​ຂອງ​ພະອົງ​ສຳເລັດ. ພະ​ເຍຊູ​ບອກ​ເຫຼົ່າ​ຜູ້​ຕິດ​ຕາມ​ພະອົງ​ວ່າ “ເຮົາ​ຈະ​ອ້ອນ​ວອນ​ພະ​ບິດາ ແລະ​ພະ​ບິດາ​ຈະ​ປະທານ​ຜູ້​ເລົ້າໂລມ​ອົງ​ໜຶ່ງ​ໃຫ້​ແກ່​ທ່ານ​ທັງ​ຫຼາຍ . . . ເປັນ​ພະ​ວິນຍານ​ແຫ່ງ​ຄວາມ​ຈິງ.” (ໂຢຮັນ 14:16, 17) ສິ່ງ​ນີ້​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຮັດ​ອັນ​ໃດ​ໄດ້​ແດ່? ພະ​ເຍຊູ​ຍັງ​ບອກ​ເຂົາ​ເຈົ້າ​ຕື່ມ​ວ່າ “ພວກ​ທ່ານ​ຈະ​ຮັບ​ອຳນາດ​ແລະ​ຈະ​ເປັນ​ພິຍານ​ຝ່າຍ​ເຮົາ​ໃນ​ເມືອງ​ເຢຣຶຊາເລມ ແລະ​ທົ່ວ​ໄປ​ໃນ​ແຂວງ​ຢູເດ ແລະ​ໃນ​ແຂວງ​ສະມາລີ ແລະ​ໄປ​ເຖິງ​ທີ່​ສຸດ​ແຜ່ນດິນ​ໂລກ.” (ກິດຈະການ 1:8) ໂດຍ​ທາງ​ພະ​ວິນຍານ​ບໍລິສຸດ​ພະ​ເຢໂຫວາ​ຍັງ​ດົນ​ໃຈ​ໃຫ້​ມີ​ການ​ຂຽນ​ຄຳພີ​ໄບເບິນ​ນຳ​ອີກ​ວ່າ “ຄຳ​ທຳນວາຍ​ບໍ່​ໄດ້​ມາ​ຈາກ​ນ້ຳໃຈ​ແຫ່ງ​ມະນຸດ​ສັກ​ເທື່ອ ແຕ່​ວ່າ ຄົນ​ບໍລິສຸດ​ທັງ​ຫຼາຍ​ຂອງ​ພະເຈົ້າ​ໄດ້​ກ່າວ​ແລ້ວ ຕາມ​ພະ​ວິນຍານ​ບໍລິສຸດ​ໄດ້​ກະທຳ​ໃຫ້​ເຂົາ​ກ່າວ​ນັ້ນ.” (2 ເປໂຕ 1:21) ດ້ວຍ​ເຫດ​ນັ້ນ ເມື່ອ​ເຮົາ​ສຶກສາ​ຄຳພີ​ໄບເບິນ​ເຮົາ​ເອງ​ກໍ​ຍອມ​ຮັບ​ຖານະ​ບົດບາດ​ຂອງ​ພະ​ວິນຍານ​ບໍລິສຸດ​ຄື​ກັນ. ມີ​ອີກ​ວິທີ​ໜຶ່ງ​ເຊິ່ງ​ສະແດງ​ວ່າ​ເຮົາ​ຍອມ​ຮັບ​ພະ​ວິນຍານ​ບໍລິສຸດ ແມ່ນ​ໂດຍ​ການ​ຂໍ​ພະ​ເຢໂຫວາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ເກີດ “ໝາກ​ແຫ່ງ​ພະ​ວິນຍານ” ເຊິ່ງ​ລວມ​ເອົາ “ຄວາມ​ຮັກ, ຄວາມ​ຍິນດີ, ສັນຕິສຸກ, ຄວາມ​ອົດ​ກັ້ນ​ດົນ​ນານ, ຄວາມ​ກະລຸນາ, ຄວາມ​ດີ, ຄວາມ​ເຊື່ອ, ຄວາມ​ອ່ອນ​ໂຍນ, ການ​ຮູ້​ຈັກ​ບັງຄັບ​ຕົນ.”—ຄາລາຊີ 5:22, 23, ລ.ມ.

11. (ກ) ຄວາມ​ໝາຍ​ທີ່​ແທ້​ຈິງ​ຂອງ​ການ​ຮັບ​ບັບເຕມາ​ໃນ​ສະໄໝ​ຂອງ​ເຮົາ​ແມ່ນ​ໝາຍ​ເຖິງ​ຫຍັງ? (ຂ) ການ​ຮັບ​ບັບເຕມາ​ປຽບ​ເໝືອນ​ການ​ຕາຍ​ແລະ​ການ​ຟື້ນ​ຄືນ​ຈາກ​ຕາຍ​ຢ່າງ​ໃດ?

11 ຄົນ​ຢິວ​ແລະ​ຜູ້​ທີ່​ປ່ຽນ​ມາ​ຖື​ສາສະໜາ​ຢິວ​ເປັນ​ກຸ່ມ​ທຳອິດ​ທີ່​ໄດ້​ຮັບ​ບັບເຕມາ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຍຊູ ເຊິ່ງ​ເລີ່ມ​ຕົ້ນ​ໃນ​ປີ 33 ສາກົນ​ສັກກະຫຼາດ. ບໍ່​ດົນ​ຫຼັງ​ຈາກ​ນັ້ນ ສິດທິ​ພິເສດ​ຂອງ​ການ​ເປັນ​ສາວົກ​ຄລິດສະຕຽນ​ໄດ້​ແຜ່​ຂະຫຍາຍ​ໄປ​ເຖິງ​ຄົນ​ສະມາລີ. ຕໍ່​ມາ ໃນ​ປີ 36 ສາກົນ​ສັກກະຫຼາດ ສິດທິ​ພິເສດ​ນັ້ນ​ໄດ້​ແຜ່​ຂະຫຍາຍ​ໄປ​ເຖິງ​ຄົນ​ຕ່າງ​ຊາດ​ທີ່​ບໍ່​ໄດ້​ຮັບ​ສິນຕັດ. ກ່ອນ​ຈະ​ຮັບ​ບັບເຕມາ ຊາວ​ສະມາລີ​ແລະ​ຄົນ​ຕ່າງ​ຊາດ​ຕ້ອງ​ອຸທິດ​ຕົວ​ເອງ​ແກ່​ພະ​ເຢໂຫວາ​ເພື່ອ​ຈະ​ຮັບໃຊ້​ພະອົງ​ໃນ​ຖານະ​ລູກ​ສິດ​ຂອງ​ພະ​ບຸດ​ພະອົງ. ສິ່ງ​ນີ້​ກໍ​ຍັງ​ເປັນ​ຄວາມ​ໝາຍ​ທີ່​ແທ້​ຈິງ​ຂອງ​ການ​ຮັບ​ບັບເຕມາ​ໃນ​ນ້ຳ​ເຊິ່ງ​ສືບ​ຕໍ່​ມາ​ຈົນ​ເຖິງ​ສະໄໝ​ຂອງ​ເຮົາ. ການ​ຈຸ່ມ​ຕົວ​ຈົມ​ລົງ​ໃນ​ນ້ຳ​ເປັນ​ສັນຍາ​ລັກ​ທີ່​ເໝາະ​ສົມ​ເຊິ່ງ​ຊີ້​ບອກ​ເຖິງ​ການ​ອຸທິດ​ຕົວ​ຂອງ​ບຸກຄົນ ເນື່ອງ​ຈາກ​ໃນ​ຄວາມ​ໝາຍ​ເປັນ​ໄນ​ແລ້ວ​ການ​ຮັບ​ບັບເຕມາ​ແມ່ນ​ຄື​ກັບ​ການ​ຖືກ​ຝັງ​ໄວ້. ການ​ທີ່​ເຮົາ​ຖືກ​ຈຸ່ມ​ຕົວ​ຈົມ​ລົງ​ໃນ​ນ້ຳ​ສະແດງ​ວ່າ​ເຮົາ​ໄດ້​ຕາຍ​ຈາກ​ແນວ​ທາງ​ຊີວິດ​ແບບ​ເກົ່າ​ຂອງ​ເຮົາ. ການ​ທີ່​ເຮົາ​ຂຶ້ນ​ມາ​ຈາກ​ນ້ຳ​ຈຶ່ງ​ເປັນ​ສັນຍາ​ລັກ​ທີ່​ສະແດງ​ໃຫ້​ເຫັນ​ວ່າ ເຮົາ​ໄດ້​ມີ​ຊີວິດ​ໃໝ່​ເພື່ອ​ຈະ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ. “ບັບເຕມາ​ອັນ​ດຽວ” ນີ້ ໃຊ້​ໄດ້​ກັບ​ໝົດ​ທຸກ​ຄົນ​ທີ່​ກາຍ​ມາ​ເປັນ​ຄລິດສະຕຽນ​ແທ້. ເມື່ອ​ຮັບ​ບັບເຕມາ​ແລ້ວ​ເຂົາ​ເຈົ້າ​ໄດ້​ກາຍ​ເປັນ​ຄລິດສະຕຽນ​ພະຍານ​ພະ​ເຢໂຫວາ ຜູ້​ຮັບໃຊ້​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ພະເຈົ້າ.—ເອເຟດ 4:5; 2 ໂກລິນໂທ 6:3, 4.

12. ການ​ຮັບ​ບັບເຕມາ​ດ້ວຍ​ນ້ຳ​ຂອງ​ຄລິດສະຕຽນ​ກົງ​ກັບ​ຫຍັງ ແລະ​ເປັນ​ເຊັ່ນ​ນັ້ນ​ຢ່າງ​ໃດ?

12 ການ​ຮັບ​ບັບເຕມາ​ແບບ​ນີ້ ມີ​ຄຸນຄ່າ​ຢ່າງ​ຫຼວງ​ຫຼາຍ​ໃນ​ສາຍ​ຕາ​ຂອງ​ພະເຈົ້າ​ສຳລັບ​ການ​ຊ່ວຍ​ໃຫ້​ລອດ. ຕົວຢ່າງ​ເຊັ່ນ ພາຍ​ຫຼັງ​ທີ່​ກ່າວ​ເຖິງ​ການ​ສ້າງ​ນາວາ​ຂອງ​ໂນເອ ເຊິ່ງ​ໄດ້​ຊ່ວຍ​ປົກ​ປ້ອງ​ໂນເອ​ແລະ​ຄອບຄົວ​ໃຫ້​ລອດ​ຜ່ານ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່​ນັ້ນ ອັກຄະສາວົກ​ເປໂຕ​ຈຶ່ງ​ຂຽນ​ວ່າ “ອັນ​ນຶ່ງ ນ້ຳ​ນັ້ນ​ເປັນ​ອຸປະມາ​ແກ່​ສິນ​ບັບເຕມາ ທີ່​ບໍ່​ເປັນ​ການ​ຊຳລະ​ລ້າງ​ຂີ້ດຽດ​ແຫ່ງ​ເນື້ອ​ໜັງ ແຕ່​ວ່າ​ເປັນ​ການ​ພິຍານ​ແຫ່ງ​ໃຈ​ຮູ້​ຜິດ​ແລະ​ຊອບ ເປັນ​ອັນ​ດີ​ຝ່າຍ​ພະເຈົ້າ ແລະ​ສິນ​ບັບເຕມາ​ນັ້ນ​ຊ່ອຍ​ທ່ານ​ທັງ​ຫຼາຍ​ດຽວ​ນີ້ ດ້ວຍ​ການ​ຄືນ​ມາ​ຈາກ​ຕາຍ​ແຫ່ງ​ພະ​ເຍຊູ​ຄລິດ.” (1 ເປໂຕ 3:21) ນາວາ​ເປັນ​ຫຼັກຖານ​ທີ່​ຊີ້​ໃຫ້​ເຫັນ​ວ່າ ໂນເອ​ເຮັດ​ວຽກ​ທີ່​ໄດ້​ຮັບ​ມອບ​ໝາຍ​ຈາກ​ພະເຈົ້າ​ຢ່າງ​ສັດ​ຊື່. ພາຍ​ຫຼັງ​ໄດ້​ສ້າງ​ນາວາ​ສຳເລັດ​ແລ້ວ “ໂລກ​ທີ່​ຢູ່​ໃນ​ເວລາ​ນັ້ນ​ໄດ້​ຈິບຫາຍ​ດ້ວຍ​ນ້ຳ​ຖ້ວມ.” (2 ເປໂຕ 3:6) ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ໂນເອ​ແລະ​ຄອບຄົວ​ຂອງ​ຕົນ “ຄົນ​ຫມູ່​ນ້ອຍ​ແປດ​ຄົນ​ໄດ້​ພົ້ນ​ຈາກ​ນ້ຳ.”—1 ເປໂຕ 3:20

13. ໂດຍ​ການ​ຮັບ​ບັບເຕມາ​ໃນ​ນ້ຳ ຄລິດສະຕຽນ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ​ຈາກ​ສິ່ງ​ໃດ?

13 ໃນ​ປັດຈຸບັນ​ນີ້ ຄົນ​ເຫຼົ່າ​ນັ້ນ​ທີ່​ອຸທິດ​ຕົວ​ແກ່​ພະ​ເຢໂຫວາ​ເທິງ​ພື້ນ​ຖານ​ຂອງ​ຄວາມ​ເຊື່ອ​ໃນ​ພະ​ຄລິດ​ຜູ້​ຟື້ນ​ຄືນ​ຈາກ​ຕາຍ​ກໍ​ຮັບ​ບັບເຕມາ​ເພື່ອ​ສະແດງ​ເຖິງ​ການ​ອຸທິດ​ຕົວ​ຂອງ​ຕົນ. ເຂົາ​ເຈົ້າ​ກໍ​ຍັງ​ເຮັດ​ສິ່ງ​ນີ້​ທີ່​ພະເຈົ້າ​ປະສົງ​ໃນ​ສະໄໝ​ຂອງ​ເຮົາ ແລະ​ກໍ​ຮັບ​ການ​ປົກ​ປ້ອງ​ຈາກ​ໂລກ​ຊົ່ວ​ໃນ​ປັດຈຸບັນ​ອີກ. (ຄາລາຊີ 1:3, 4) ດັ່ງ​ນັ້ນ ເຂົາ​ເຈົ້າ​ບໍ່​ໄດ້​ມຸ່ງ​ໜ້າ​ໄປ​ສູ່​ການ​ທຳລາຍ​ພ້ອມ​ກັບ​ລະບົບ​ຊົ່ວ​ນີ້ ແຕ່​ຊ້ຳ​ພັດ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ໄວ້​ຈາກ​ການ​ທຳລາຍ​ນີ້ ແລະ​ພະເຈົ້າ​ຍັງ​ໃຫ້​ເຂົາ​ເຈົ້າ​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ດີ​ນຳ​ອີກ. ອັກຄະສາວົກ​ໂຢຮັນ​ຮັບ​ຮອງ​ກັບ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ວ່າ “ໂລກ​ນີ້ ກັບ​ຄວາມ​ຄຶດ​ຢາກ​ໄດ້​ຂອງ​ໂລກ​ພວມ​ໄປ​ເສຍ ແຕ່​ວ່າ​ຜູ້​ທີ່​ກະທຳ​ຕາມ​ນ້ຳໃຈ​ແຫ່ງ​ພະເຈົ້າ​ກໍ​ຕັ້ງ​ຢູ່​ໄປ​ເປັນ​ນິດ.”—1 ໂຢຮັນ 2:17.

ການ​ດຳເນີນ​ຊີວິດ​ໃຫ້​ສົມ​ກັບ​ໜ້າທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ

14. ເປັນ​ຫຍັງ​ການ​ຮັບ​ບັບເຕມາ​ເອງ​ບໍ່​ແມ່ນ​ຫຼັກ​ປະກັນ​ສຳລັບ​ຄວາມ​ລອດ?

14 ຄົງ​ຈະ​ບໍ່​ຖືກ​ຕ້ອງ​ທີ່​ຈະ​ລົງ​ຄວາມ​ເຫັນ​ວ່າ ການ​ຮັບ​ບັບເຕມາ​ພຽງ​ຢ່າງ​ດຽວ​ເປັນ​ສິ່ງ​ຢັ້ງຢືນ​ສຳລັບ​ຄວາມ​ລອດ. ການ​ຮັບ​ບັບເຕມາ​ນີ້ ຈະ​ມີ​ຄຸນຄ່າ​ກໍ​ຕໍ່​ເມື່ອ​ບຸກຄົນ​ນັ້ນ​ອຸທິດ​ຕົວ​ເອງ​ໃຫ້​ກັບ​ພະ​ເຢໂຫວາ​ຢ່າງ​ແທ້​ຈິງ​ໂດຍ​ຜ່ານ​ທາງ​ພະ​ເຍຊູ​ຄລິດ ແລະ​ຈາກ​ນັ້ນ ກໍ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ​ຢ່າງ​ສັດ​ຊື່​ຈົນ​ເຖິງ​ທີ່​ສຸດ. “ຜູ້​ໃດ​ທີ່​ຈະ​ອົດ​ທົນ​ເຖິງ​ທີ່​ສຸດ ຜູ້​ນັ້ນ​ຈະ​ພົ້ນ.”—ມັດທາຍ 24:13.

15. (ກ) ໃນ​ປັດຈຸບັນ​ນີ້ ອັນ​ໃດ​ແມ່ນ​ໃຈ​ປະສົງ​ຂອງ​ພະ​ເຢໂຫວາ​ສຳລັບ​ຄລິດສະຕຽນ​ທີ່​ຮັບ​ບັບເຕມາ​ແລ້ວ? (ຂ) ການ​ເປັນ​ຜູ້​ຕິດ​ຕາມ​ພະ​ເຍຊູ​ຄວນ​ມີ​ຄວາມ​ສຳຄັນ​ຢ່າງ​ໃດ​ໃນ​ຊີວິດ​ຂອງ​ເຮົາ?

15 ໃຈ​ປະສົງ​ຂອງ​ພະເຈົ້າ​ສຳລັບ​ພະ​ເຍຊູ​ຍັງ​ລວມ​ເຖິງ​ວິທີ​ທີ່​ພະອົງ​ດຳລົງ​ຊີວິດ​ໃນ​ຖານະ​ມະນຸດ​ນຳ​ອີກ. ພະອົງ​ຕ້ອງ​ສະລະ​ຊີວິດ​ເພື່ອ​ເປັນ​ເຄື່ອງ​ບູຊາ. ໃນ​ກໍລະນີ​ຂອງ​ພວກ​ເຮົາ ເຮົາ​ມອບ​ຮ່າງ​ກາຍ​ຂອງ​ເຮົາ​ໃຫ້​ແກ່​ພະເຈົ້າ ແລະ​ເຮົາ​ດຳເນີນ​ຊີວິດ​ແບບ​ເສຍ​ສະລະ​ໂດຍ​ການ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະອົງ. (ໂລມ 12:1, 2) ເຮົາ​ບໍ່​ໄດ້​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ​ຢ່າງ​ແນ່ນອນ ຖ້າ​ບາງ​ຄັ້ງ​ບາງ​ຄາວ​ເຮົາ​ປະພຶດ​ແບບ​ໂລກ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ ຫຼື​ດຳເນີນ​ຊີວິດ​ໂດຍ​ສະແຫວງ​ຫາ​ຜົນ​ປະໂຫຍດ​ສ່ວນ​ຕົວ ແລະ​ຮັບໃຊ້​ພະເຈົ້າ​ພຽງ​ແຕ່​ເປັນ​ພິທີ​ເທົ່າ​ນັ້ນ. (1 ເປໂຕ 4:1-3; 1 ໂຢຮັນ 2:15, 16) ເມື່ອ​ມີ​ຄົນ​ຢິວ​ຜູ້​ໜຶ່ງ​ຖາມ​ວ່າ​ລາວ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ ພະ​ເຍຊູ​ຍອມ​ຮັບ​ວ່າ​ການ​ດຳເນີນ​ຊີວິດ​ທີ່​ສະອາດ​ທາງ​ດ້ານ​ສິນ​ລະ​ທຳ​ເປັນ​ສິ່ງ​ສຳຄັນ. ເຖິງ​ແນວ​ນັ້ນ​ກໍ​ຕາມ ພະອົງ​ຊີ້​ໃຫ້​ເຫັນ​ສິ່ງ​ທີ່​ສຳຄັນ​ກວ່າ​ນັ້ນ​ຄື ຕ້ອງ​ເປັນ​ສາວົກ​ຄລິດສະຕຽນ ເຊິ່ງ​ກໍ​ຄື​ຜູ້​ຕິດ​ຕາມ​ພະ​ເຍຊູ. ເລື່ອງ​ນັ້ນ​ຕ້ອງ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີວິດ. ເລື່ອງ​ນີ້​ບໍ່​ສາມາດ​ເປັນ​ຮອງ​ຈາກ​ການ​ໃຝ່​ຫາ​ສິ່ງ​ຝ່າຍ​ວັດຖຸ​ໄດ້​ເລີຍ.—ມັດທາຍ 19:16-21.

16. (ກ) ຄລິດສະຕຽນ​ໝົດ​ທຸກ​ຄົນ​ມີ​ຄວາມ​ຮັບ​ຜິດ​ຊອບ​ຫຍັງ​ກ່ຽວ​ກັບ​ລາຊະອານາຈັກ? (ຂ) ດັ່ງ​ທີ່​ສະແດງ​ໃຫ້​ເຫັນ​ໃນ​ໜ້າ 116 ແລະ 117 ມີ​ວິທີ​ໃດ​ແດ່​ທີ່​ຈະ​ເກີດ​ຜົນ​ໃນ​ວຽກ​ງານ​ກ່ຽວ​ກັບ​ເລື່ອງ​ລາຊະອານາຈັກ? (ຄ) ການ​ມີ​ສ່ວນ​ຮ່ວມ​ຢ່າງ​ສິ້ນ​ສຸດ​ຫົວໃຈ​ໃນ​ວຽກ​ງານ​ໃຫ້​ຄຳ​ພິຍານ ເປັນ​ຫຼັກຖານ​ເຖິງ​ສິ່ງ​ໃດ?

16 ສິ່ງ​ທີ່​ສົມຄວນ​ຈະ​ກ່າວ​ຊ້ຳ​ອີກ​ເທື່ອ​ໜຶ່ງ​ຄື​ວ່າ ໃຈ​ປະສົງ​ຂອງ​ພະເຈົ້າ​ສຳລັບ​ພະ​ເຍຊູ​ໝາຍ​ລວມ​ເຖິງ​ກິດຈະການ​ທີ່​ສຳຄັນ​ຫຼາຍ​ກ່ຽວ​ຂ້ອງ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ. ພະ​ເຍຊູ​ຈຶ່ງ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ​ກະສັດ. ແນວ​ໃດ​ກໍ​ຕາມ ໃນ​ຂະນະ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ ພະອົງ​ຍັງ​ໃຫ້​ຄຳ​ພິຍານ​ດ້ວຍ​ໃຈ​ຫ້າວ​ຫັນ​ໃນ​ເລື່ອງ​ລາຊະອານາຈັກ. ເຮົາ​ກໍ​ມີ​ວຽກ​ໃຫ້​ຄຳ​ພິຍານ​ແບບ​ດຽວ​ກັນ​ທີ່​ຕ້ອງ​ໄດ້​ເຮັດ ແລະ​ມີ​ຫຼາຍ​ເຫດຜົນ​ທີ່​ຈະ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ນີ້​ຢ່າງ​ສິ້ນ​ສຸດ​ຫົວໃຈ. ໂດຍ​ການ​ເຮັດ​ແບບ​ນີ້ ຊີ້​ບອກ​ວ່າ​ເຮົາ​ຮູ້​ຄຸນຄ່າ​ຕໍ່​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ຂອງ​ພະ​ເຢໂຫວາ ທັງ​ສະແດງ​ວ່າ​ເຮົາ​ມີ​ຄວາມ​ຮັກ​ຕໍ່​ເພື່ອນ​ມະນຸດ​ນຳ​ອີກ. (ມັດທາຍ 22:36-40) ນອກ​ຈາກ​ນັ້ນ ເຮົາ​ກໍ​ຍັງ​ສະແດງ​ໃຫ້​ເຫັນ​ອີກ​ວ່າ​ເຮົາ​ເປັນ​ເອກະພາບ​ກັບ​ເພື່ອນ​ຮ່ວມ​ນະມັດສະການ​ທົ່ວ​ໂລກ ເຊິ່ງ​ເຂົາ​ເຈົ້າ​ທັງ​ໝົດ​ເປັນ​ຜູ້​ປະກາດ​ລາຊະອານາຈັກ​ຄື​ກັບ​ເຮົາ. ໂດຍ​ການ​ເປັນ​ເອກະພາບ​ກັນ​ທົ່ວ​ໂລກ ພວກ​ເຮົາ​ພ້ອມ​ກັນ​ກ້າວ​ໜ້າ​ຕໍ່ໆ ໄປ​ສູ່​ເປົ້າ​ໝາຍ​ແຫ່ງ​ການ​ມີ​ຊີວິດ​ຕະຫຼອດ​ໄປ​ເທິງ​ແຜ່ນດິນ​ໂລກ​ເຊິ່ງ​ເປັນ​ສ່ວນ​ແຫ່ງ​ລາຊາ​ອານາຈັກ​ນັ້ນ.

ການ​ພິຈາລະນາ​ທົບ​ທວນ

• ມີ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ແລະ​ແຕກຕ່າງ​ກັນ​ແນວ​ໃດ​ລະຫວ່າງ​ການ​ຮັບ​ບັບເຕມາ​ຂອງ​ພະ​ເຍຊູ​ແລະ​ການ​ຮັບ​ບັບເຕມາ​ດ້ວຍ​ນ້ຳ​ໃນ​ປັດຈຸບັນ​ນີ້?

• ການ​ຮັບ​ບັບເຕມາ “ໃນ​ນາມ​ຊື່​ແຫ່ງ​ພະ​ບິດາ ແລະ​ພະ​ບຸດ ແລະ​ພະ​ວິນຍານ​ບໍລິສຸດ” ໝາຍ​ຄວາມ​ວ່າ​ຢ່າງ​ໃດ?

• ມີ​ສິ່ງ​ໃດ​ກ່ຽວ​ຂ້ອງ​ໃນ​ການ​ດຳເນີນ​ຊີວິດ​ໃຫ້​ສົມ​ກັບ​ຄວາມ​ຮັບ​ຜິດ​ຊອບ​ແຫ່ງ​ການ​ຮັບ​ບັບເຕມາ​ດ້ວຍ​ນ້ຳ​ຂອງ​ຄລິດສະຕຽນ?

[ຮູບ​ພາບ​ໜ້າ 116, 117]

ບາງ​ວິທີ​ໃນ​ການ​ປະກາດ​ເລື່ອງ​ລາຊະອານາຈັກ

ໄປ​ຕາມ​ບ້ານ

ກັບ​ຍາດ​ພີ່​ນ້ອງ

ກັບ​ຫມູ່​ເຮັດ​ວຽກ​ນຳ​ກັນ

ກັບ​ເພື່ອນ​ນັກ​ຮຽນ

ຕາມ​ຖະໜົນ​ຫົນ​ທາງ

ການ​ກັບ​ໄປ​ຢ້ຽມ​ຢາມ​ຄົນ​ສົນ​ໃຈ

ສຶກສາ​ຄຳພີ​ໄບເບິນ​ຢູ່​ຕາມ​ບ້ານ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌