ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ23 ກຸມພາ ໜ້າ 8-13
  • ຮັບ​ປະໂຫຍດ​ຫຼາຍ​ຂຶ້ນ​ຈາກ​ການ​ອ່ານ​ຄຳພີໄບເບິນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຮັບ​ປະໂຫຍດ​ຫຼາຍ​ຂຶ້ນ​ຈາກ​ການ​ອ່ານ​ຄຳພີໄບເບິນ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເຂົ້າໃຈ​ສິ່ງ​ທີ່​ອ່ານ
  • ໄດ້​ບົດຮຽນ​ທີ່​ເປັນ​ປະໂຫຍດ
  • ໃຫ້​ຄຳພີໄບເບິນ​ມີ​ຜົນ​ຕໍ່​ຊີວິດ​ຂອງ​ເຮົາ
  • ການ​ອ່ານ​ຄຳພີໄບເບິນ​ເຮັດ​ໃຫ້​ມີ​ຄວາມສຸກ
  • ພະຄຳຂອງພະເຈົ້າມີພະລັງ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • “ໃຫ້​ເຮັດ​ຕາມ​ຄຳສອນ​ຂອງ​ພະເຈົ້າ​ສະເໝີ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ເຕັມທີ​ຈາກ​ການອ່ານ​ຄຳພີ​ໄບເບິນ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຈົ່ງຍຶດໝັ້ນກັບພະຄຳຂອງພະເຈົ້າ
    ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
ຫ23 ກຸມພາ ໜ້າ 8-13

ບົດຄວາມ​ສຶກສາ​ທີ 7

ຮັບ​ປະໂຫຍດ​ຫຼາຍ​ຂຶ້ນ​ຈາກ​ການ​ອ່ານ​ຄຳພີໄບເບິນ

“ເຈົ້າ​ອ່ານ​ແລ້ວ​ເຂົ້າໃຈ​ຈັ່ງ​ໃດ?”—ລກ. 10:26

ເພງ 97 ຊີວິດ​ເຮົາ​ຕ້ອງ​ອາໄສ​ຄຳສອນ​ຂອງ​ພະເຈົ້າ

ໃຈ​ຄວາມ​ສຳຄັນa

1. ສິ່ງ​ໃດ​ສະແດງ​ໃຫ້​ເຫັນ​ວ່າ​ຄຳພີໄບເບິນ​ສຳຄັນ​ຕໍ່​ພະເຢຊູ?

ລອງ​ຄິດ​ເບິ່ງ​ວ່າ ເຈົ້າ​ຈະ​ຮູ້ສຶກ​ແນວໃດ​ຖ້າ​ໄດ້​ມີ​ໂອກາດ​ຟັງ​ສິ່ງ​ທີ່​ພະເຢຊູ​ສອນ. ພະເຢຊູ​ຈື່​ຂໍ້​ພະຄຳພີ​ໄດ້​ດີ​ຫຼາຍ​ແລະ​ມັກ​ຍົກ​ຄຳເວົ້າ​ມາ​ຈາກ​ພະຄຳພີ. ຄຳເວົ້າ​ທຳອິດ​ຫຼັງ​ຈາກ​ທີ່​ເພິ່ນ​ຮັບ​ບັບເຕມາ​ແລະ​ຄຳເວົ້າ​ສຸດທ້າຍ​ຕອນ​ທີ່​ເພິ່ນ​ໃກ້​ຈະ​ຕາຍ​ເພິ່ນ​ກໍ​ຍົກ​ມາ​ຈາກ​ພະຄຳພີ.b (ພບຍ. 8:3; ເພງ. 31:5; ລກ. 4:4; 23:46) ໄລຍະ 3 ປີ​ເຄິ່ງ​ທີ່​ເພິ່ນ​ຮັບໃຊ້​ຢູ່​ໂລກ​ນີ້ ເພິ່ນ​ມັກ​ຈະ​ຍົກ​ຄຳເວົ້າ​ມາ​ຈາກ​ພະຄຳພີ ອ່ານ ແລະ​ອະທິບາຍ​ໃຫ້​ຄົນອື່ນ​ຟັງ.—ມທ. 5:17, 18, 21, 22, 27, 28; ລກ. 4:16-20

ຮູບພາບ: 1. ຕອນ​ເປັນ​ເດັກນ້ອຍ ພະເຢຊູ​ຕັ້ງໃຈ​ຟັງ​ພໍ່​ແມ່​ເວົ້າ. 2. ຕອນ​ເປັນ​ໄວລຸ້ນ ພະເຢຊູ​ແລະ​ຄອບຄົວ​ຕັ້ງໃຈ​ຟັງ​ການ​ອ່ານ​ພະຄຳພີ​ຢູ່​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ. 3. ຕອນ​ເປັນ​ຜູ້​ໃຫຍ່ ພະເຢຊູ​ອ່ານ​ມ້ວນ​ໜັງສື.

ຕະຫຼອດ​ຊີວິດ​ຂອງ​ພະເຢຊູ ເພິ່ນ​ສະແດງ​ໃຫ້​ເຫັນ​ວ່າເພິ່ນ​ຮັກ​ພະຄຳພີ​ແລະ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້​ໃນ​ຊີວິດ (ເບິ່ງ​ຂໍ້ 2)

2. ອັນ​ໃດ​ຊ່ວຍ​ພະເຢຊູ​ໃຫ້​ຮູ້ຈັກ​ພະຄຳພີ​ເປັນ​ຢ່າງ​ດີ​ເມື່ອ​ເພິ່ນ​ໃຫຍ່​ຂຶ້ນ? (ເບິ່ງ​ຮູບ​ໜ້າ​ປົກ)

2 ຫຼາຍ​ປີ​ກ່ອນ​ທີ່​ພະເຢຊູ​ຈະ​ເລີ່ມ​ເຮັດ​ວຽກ​ຮັບໃຊ້ ເພິ່ນ​ໄດ້​ອ່ານ​ແລະ​ໄດ້​ຟັງ​ການ​ອ່ານ​ພະຄຳພີ​ເປັນ​ປະຈຳ. ຕອນ​ຢູ່​ເຮືອນ ເພິ່ນ​ຄື​ຊິ​ໄດ້​ຍິນ​ມາຣີ​ແລະ​ໂຢເຊັບ​ຍົກ​ພະຄຳພີ​ມາ​ເວົ້າ​ຕອນ​ທີ່​ລົມ​ກັນ​ໃນ​ຄອບຄົວ.c (ພບຍ. 6:6, 7) ເຮົາ​ໝັ້ນໃຈ​ວ່າ​ພະເຢຊູ​ໄດ້​ໄປ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ກັບ​ຄອບຄົວ​ທຸກໆ​ວັນ​ຊະບາໂຕ. (ລກ. 4:16) ຕອນ​ທີ່​ຢູ່​ຫັ້ນ ເພິ່ນ​ຄື​ຊິ​ຕັ້ງໃຈ​ຟັງ​ຕອນ​ທີ່​ມີ​ການ​ອ່ານ​ພະຄຳພີ. ຕໍ່ມາ​ເພິ່ນ​ກໍ​ໄດ້​ຮຽນ​ທີ່​ຈະ​ອ່ານ​ພະຄຳພີ​ດ້ວຍ​ໂຕເອງ. ນີ້​ຈຶ່ງ​ເຮັດ​ໃຫ້​ພະເຢຊູ​ບໍ່​ພຽງ​ແຕ່​ຮູ້ຈັກ​ພະຄຳພີ​ເປັນ​ຢ່າງ​ດີ​ເທົ່າ​ນັ້ນ ແຕ່​ເພິ່ນ​ຮັກ​ພະຄຳພີ​ແລະ​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້​ໃນ​ຊີວິດ​ນຳ. ຕົວຢ່າງ​ເຊັ່ນ: ຂໍ​ໃຫ້​ຄິດເຖິງ​ຕອນ​ທີ່​ພະເຢຊູ​ໄປ​ວິຫານ​ຕອນ​ອາຍຸ 12 ປີ. ພວກ​ອາຈານ​ທີ່​ຮູ້ຈັກ​ກົດໝາຍ​ຂອງ​ໂມເຊ​ເປັນ​ຢ່າງ​ດີ “ຮູ້ສຶກ​ງຶດງໍ້​ແທ້ໆ​ທີ່​ເຫັນ​ວ່າ [ພະເຢຊູ] ເຂົ້າໃຈ​ແລະ​ຕອບ​ໄດ້​ດີ​ຫຼາຍ.”—ລກ. 2:46, 47, 52

3. ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດຄວາມ​ນີ້?

3 ເຮົາ​ກໍ​ຮູ້ຈັກ​ແລະ​ຮັກ​ຄຳພີໄບເບິນ​ໄດ້​ຖ້າ​ເຮົາ​ອ່ານ​ເປັນ​ປະຈຳ. ແລ້ວ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່ສຸດ​ຈາກ​ການ​ອ່ານ​ຄຳພີໄບເບິນ​ໄດ້​ແນວໃດ? ເຮົາ​ສາມາດ​ຮຽນ​ຈາກ​ສິ່ງ​ທີ່​ພະເຢຊູ​ເວົ້າ​ກັບ​ຜູ້​ທີ່​ຮູ້ຈັກ​ກົດໝາຍ​ຂອງ​ໂມເຊ​ເປັນ​ຢ່າງ​ດີ ເຊັ່ນ: ພວກ​ຄູ​ສອນ​ສາສະໜາ ພວກ​ຟາຣິຊາຍ ແລະ​ພວກ​ຊາ​ດູ​ກາຍ. ພວກ​ຄູ​ສອນ​ສາສະໜາ​ເຫຼົ່ານີ້​ອ່ານ​ພະຄຳພີ​ເປັນ​ປະຈຳ ແຕ່​ບໍ່​ໄດ້​ຮັບ​ປະໂຫຍດ​ຈາກ​ສິ່ງ​ທີ່​ເຂົາເຈົ້າ​ອ່ານ. ພະເຢຊູ​ເວົ້າ​ເຖິງ​ສາມ​ສິ່ງ​ທີ່​ເຮົາ​ຄວນ​ເຮັດ​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຂຶ້ນ​ເມື່ອ​ອ່ານ​ຄຳພີໄບເບິນ ເຊິ່ງ​ຄົນ​ສາມ​ກຸ່ມ​ນັ້ນ​ບໍ່​ໄດ້​ເຮັດ. 3 ສິ່ງ​ນັ້ນ​ກໍ​ຄື: (1) ເຂົ້າໃຈ​ສິ່ງ​ທີ່​ອ່ານ (2) ໄດ້​ບົດຮຽນ​ທີ່​ເປັນ​ປະໂຫຍດ ແລະ (3) ໃຫ້​ຄຳພີໄບເບິນ​ມີ​ຜົນ​ຕໍ່​ຊີວິດ​ຂອງ​ເຮົາ.

ເຂົ້າໃຈ​ສິ່ງ​ທີ່​ອ່ານ

4. ລູກາ 10:25-29 ສອນ​ຫຍັງ​ເຮົາ​ເລື່ອງ​ການ​ອ່ານ​ຄຳພີໄບເບິນ?

4 ຖ້າ​ເຮົາ​ບໍ່​ເຂົ້າໃຈ​ສິ່ງ​ທີ່​ອ່ານ​ໃນ​ຄຳພີໄບເບິນ ເຮົາ​ກໍ​ຈະ​ບໍ່​ໄດ້​ຮັບ​ປະໂຫຍດ​ຫຼາຍ​ປານ​ໃດ. ຕົວຢ່າງ​ໃນ​ເລື່ອງ​ນີ້​ແມ່ນ​ຕອນ​ທີ່​ພະເຢຊູ​ເວົ້າ​ກັບ “ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຊ່ຽວຊານ​ກົດໝາຍ​ຂອງ​ໂມເຊ.” (ອ່ານ​ລູກາ 10:25-29) ເມື່ອ​ຜູ້​ຊາຍ​ຄົນ​ນັ້ນ​ຖາມ​ພະເຢຊູ​ວ່າ ຕ້ອງ​ເຮັດ​ແນວໃດ​ຈຶ່ງ​ຈະ​ໄດ້​ຊີວິດ​ຕະຫຼອດໄປ ພະເຢຊູ​ຈຶ່ງ​ໃຫ້​ລາວ​ເບິ່ງ​ພະຄຳພີ​ແລະ​ຖາມ​ລາວ​ວ່າ: “ກົດໝາຍ​ຂອງ​ໂມເຊ​ຂຽນ​ໄວ້​ແນວໃດ? ເຈົ້າ​ອ່ານ​ແລ້ວ​ເຂົ້າໃຈ​ຈັ່ງ​ໃດ?” ຜູ້​ຊາຍ​ຄົນ​ນັ້ນ​ຕອບ​ໄດ້​ງ່າຍໆ​ໂດຍ​ຍົກ​ຂໍ້​ຄຳພີ​ທີ່​ບອກ​ວ່າ ຕ້ອງ​ຮັກ​ພະເຈົ້າ​ແລະ​ຮັກ​ຄົນອື່ນ. (ລລວ. 19:18; ພບຍ. 6:5) ແຕ່​ຂໍ​ສັງເກດ​ສິ່ງ​ທີ່​ລາວ​ເວົ້າ​ຕໍ່ໄປ ລາວ​ເວົ້າ​ວ່າ: “ຄົນອື່ນ​ທີ່​ຂ້ອຍ​ຕ້ອງ​ຮັກ​ນັ້ນ​ແມ່ນ​ໃຜ?” ເຫັນ​ໄດ້​ວ່າ ລາວ​ບໍ່​ໄດ້​ເຂົ້າໃຈ​ສິ່ງ​ທີ່​ໄດ້​ອ່ານ​ແທ້ໆ. ດັ່ງນັ້ນ ລາວ​ຈຶ່ງ​ບໍ່​ຮູ້​ວ່າ​ຊິ​ເອົາ​ສິ່ງ​ທີ່​ໄດ້​ອ່ານ​ໄປ​ໃຊ້​ໃນ​ຊີວິດ​ແນວໃດ.

ເຮົາ​ສາມາດ​ຝຶກ​ທີ່​ຈະ​ເຂົ້າໃຈ​ສິ່ງ​ທີ່​ເຮົາ​ອ່ານ​ຫຼາຍ​ຂຶ້ນ​ໄດ້.

5. ກ່ານ​ອະທິດຖານ​ແລະ​ການ​ອ່ານ​ໃນ​ຈັງຫວະ​ທີ່​ຊ້າໆ​ຊ່ວຍ​ໃຫ້​ເຂົ້າໃຈ​ຫຼາຍ​ຂຶ້ນ​ແນວໃດ?

5 ເຮົາ​ຈະ​ເຂົ້າໃຈ​ຄຳພີໄບເບິນ​ຫຼາຍ​ຂຶ້ນ​ເມື່ອ​ເຮົາ​ເຮັດ​ບາງ​ຢ່າງ​ຕອນ​ທີ່​ອ່ານ​ຄຳພີໄບເບິນ. ການ​ອະທິດຖານ ກ່ອນ​ອ່ານ​ສາມາດ​ຊ່ວຍ​ໄດ້. ເຮົາ​ຕ້ອງ​ໃຫ້​ພະເຢໂຫວາ​ຊ່ວຍ​ເພື່ອ​ຈະ​ເຂົ້າໃຈ​ຄຳພີໄບເບິນ. ດັ່ງນັ້ນ ເຮົາ​ສາມາດ​ຂໍ​ພະລັງບໍລິສຸດ​ຈາກ​ເພິ່ນ​ເພື່ອ​ຈະ​ມີ​ສະມາທິ. ຫຼັງ​ຈາກ​ນັ້ນ ໃຫ້​ອ່ານ​ໃນ​ຈັງຫວະ​ທີ່​ຊ້າໆ​ເພື່ອ​ຈະ​ເຂົ້າໃຈ​ໄດ້​ງ່າຍ​ຂຶ້ນ. ອີກ​ສິ່ງ​ໜຶ່ງ​ທີ່​ຊ່ວຍ​ໄດ້​ກໍ​ຄື ການ​ອ່ານ​ອອກ​ສຽງ​ຫຼື​ອ່ານ​ໄປ​ພ້ອມ​ກັບ​ສຽງ​ບັນທຶກ​ການ​ອ່ານ​ຄຳພີໄບເບິນ. ຖ້າ​ເຈົ້າ​ທັງ​ໄດ້​ຍິນ​ແລະ​ໄດ້​ເຫັນ​ສິ່ງ​ທີ່​ອ່ານ​ໄປ​ພ້ອມໆ​ກັນ ເຈົ້າ​ກໍ​ຈະ​ເຂົ້າໃຈ ຈື່ ແລະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຂຶ້ນ​ເມື່ອ​ອ່ານ​ຄຳພີໄບເບິນ. (ຢຊ. 1:8) ເມື່ອ​ເຈົ້າ​ອ່ານ​ຈົບ​ແລ້ວ ໃຫ້​ອະທິດຖານ​ອີກ​ເທື່ອ​ໜຶ່ງເພື່ອ​ຂອບໃຈ​ພະເຢໂຫວາ​ທີ່​ໃຫ້​ມີ​ຄຳພີໄບເບິນ ແລະ​ຂໍ​ເພິ່ນ​ຊ່ວຍ​ເຈົ້າ​ໃຫ້​ເອົາ​ສິ່ງ​ທີ່​ໄດ້​ອ່ານ​ໄປ​ໃຊ້.

ຮູບພາບ: 1. ພີ່ນ້ອງ​ຍິງ​ຈົດ​ບັນທຶກ​ໃສ່​ຄຳພີໄບເບິນ​ຂອງ​ລາວ. 2. ພີ່ນ້ອງ​ຊາຍ​ຂີດ​ຄຳຕອບ​ແລະ​ຈົດ​ບັນທຶກ​ສັ້ນໆ​ໃນ​ບົດຄວາມ​ທີ່​ລາວ​ສຶກສາ​ໃນ​ແທັບເລັດ​ຂອງ​ລາວ. 3. ພີ່ນ້ອງ​ຍິງ​ຂີດ​ຄຳຕອບ​ແລະ​ຈົດ​ບັນທຶກ​ສັ້ນໆ​ໃນ​ຄຳພີໄບເບິນ​ທີ່​ຢູ່​ໃນ​ແອັບ JW Library.

ເປັນຫຍັງ​ການ​ຈົດ​ບັນທຶກ​ສັ້ນໆ​ຊ່ວຍ​ເຈົ້າ​ໃຫ້​ເຂົ້າໃຈ​ແລະ​ຈື່​ສິ່ງ​ທີ່​ເຈົ້າ​ອ່ານ? (ເບິ່ງ​ຂໍ້ 6)

6. ການ​ຕັ້ງ​ຄຳຖາມ​ແລະ​ການ​ຈົດ​ບັນທຶກ​ສັ້ນໆ​ຊ່ວຍ​ເຈົ້າ​ແນວໃດ​ຕອນ​ທີ່​ເຈົ້າ​ອ່ານ? (ເບິ່ງ​ຮູບພາບ)

6 ຍັງ​ມີ​ຄຳແນະນຳ​ອີກ​ສອງ​ຢ່າງ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຂົ້າໃຈ​ຄຳພີໄບເບິນ​ຫຼາຍ​ຂຶ້ນ. ຢ່າງ​ໜຶ່ງ​ກໍ​ຄື ຕັ້ງ​ຄຳຖາມ​ເມື່ອເຈົ້າອ່ານ. ໃຫ້​ຖາມ​ຕົວເອງ​ວ່າ: ເລື່ອງ​ທີ່​ອ່ານ​ເປັນ​ເລື່ອງ​ກ່ຽວກັບ​ຜູ້​ໃດ? ໃຜ​ກຳລັງ​ເວົ້າ​ແລະ​ເວົ້າ​ກັບ​ຜູ້​ໃດ? ເປັນຫຍັງ​ລາວ​ຈຶ່ງ​ເວົ້າ​ແນວ​ນັ້ນ? ເລື່ອງ​ນັ້ນ​ເກີດ​ຂຶ້ນ​ຢູ່​ໃສ​ແລະ​ເກີດ​ຂຶ້ນ​ເມື່ອ​ໃດ? ຄຳຖາມ​ເຫຼົ່ານີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ຈຸດ​ສຳຄັນ​ຂອງ​ເລື່ອງ​ແມ່ນ​ຫຍັງ. ອີກ​ຢ່າງ​ໜຶ່ງ​ກໍ​ຄື ຈົດ​ບັນທຶກ​ສັ້ນໆ. ເມື່ອ​ເຈົ້າ​ຈົດ​ບັນທຶກ​ເລື່ອງ​ທີ່​ເຈົ້າ​ອ່ານ ກໍ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຄິດ​ກ່ຽວກັບ​ເລື່ອງ​ນັ້ນ​ແລະ​ເຂົ້າໃຈ​ເລື່ອງ​ນັ້ນ​ຫຼາຍ​ຂຶ້ນ. ການ​ຈົດ​ບັນທຶກ​ຍັງ​ຊ່ວຍ​ເຈົ້າ​ໃຫ້​ຈື່​ສິ່ງ​ທີ່​ອ່ານ. ເຈົ້າ​ອາດ​ຈະ​ຈົດ​ຄຳຖາມ​ຫຼື​ສິ່ງ​ທີ່​ເຈົ້າ​ໄດ້​ຈາກ​ການ​ຄົ້ນຄວ້າ ຈົດ​ສະຫຼຸບ​ຈຸດ​ສຳຄັນ ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ນຳໃຊ້ ຫຼື​ຈົດ​ອອກ​ມາ​ວ່າ​ເຈົ້າ​ຮູ້ສຶກ​ແນວໃດ​ກັບ​ສິ່ງ​ທີ່​ໄດ້​ອ່ານ. ການ​ຈົດ​ບັນທຶກ​ແບບ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້ສຶກ​ວ່າ ຄຳພີໄບເບິນ​ຂຽນ​ຂຶ້ນ​ມາ​ເພື່ອ​ເຈົ້າ​ແທ້ໆ.

7. ສິ່ງ​ໜຶ່ງ​ທີ່​ເຮົາ​ຕ້ອງ​ມີ​ຕອນ​ທີ່​ເຮົາ​ອ່ານ​ຄຳພີໄບເບິນ​ແມ່ນ​ຫຍັງ? ແລະ​ເປັນຫຍັງ​ຕ້ອງ​ມີ? (ມັດທາຍ 24:15)

7 ພະເຢຊູ​ເວົ້າ​ເຖິງ​ສິ່ງ​ທີ່​ສຳຄັນ​ອີກ​ຢ່າງ​ໜຶ່ງ​ເພື່ອ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຄຳ​ພີ​ໄບເບິນ​ຫຼາຍ​ຂຶ້ນ. ນັ້ນ​ກໍ​ຄື ການ​ຄິດ​ໃຫ້​ເລິກ​ເຊິ່ງ. (ອ່ານ​ມັດທາຍ 24:15) ການ​ຄິດ​ໃຫ້​ເລິກ​ເຊິ່ງ​ໝາຍ​ຄວາມ​ວ່າ​ແນວໃດ? ຄົນ​ທີ່​ຄິດ​ເລິກ​ເຊິ່ງ​ຈະ​ຮູ້​ວ່າ​ເລື່ອງ​ທີ່​ອ່ານ​ກ່ຽວຂ້ອງ​ກັນ​ແນວໃດ ແລະ​ຕ່າງ​ກັນ​ແນວໃດ ແລະ​ລາວ​ຈະ​ເຂົ້າໃຈ​ແມ່ນ​ແຕ່​ເລື່ອງ​ທີ່​ບໍ່​ໄດ້​ບອກ​ໄວ້​ຢ່າງ​ຊັດເຈນ​ໃນ​ຄຳພີໄບເບິນ. ຄື​ກັບ​ທີ່​ພະເຢຊູ​ບອກ​ໄວ້ ເຮົາ​ຕ້ອງ​ຄິດ​ໃຫ້​ເລິກ​ເຊິ່ງ​ເພື່ອ​ຈະ​ຮູ້​ວ່າ​ເຫດການ​ຕ່າງໆ​ເກີດ​ຂຶ້ນ​ແທ້​ຕາມ​ຄຳ​ພະຍາກອນ​ໃນ​ຄຳພີໄບເບິນ​ແນວໃດ. ຖ້າ​ເຮົາ​ເຮັດ​ແບບ​ນີ້ ເຮົາ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຢ່າງ​ເຕັມທີ​ຈາກ​ສິ່ງ​ທີ່​ເຮົາ​ອ່ານ​ໃນ​ຄຳພີໄບເບິນ.

8. ເຮົາ​ຈະ​ອ່ານ​ແລະ​ຄິດ​ຢ່າງ​ເລິກ​ເຊິ່ງ​ແນວໃດ?

8 ພະເຢໂຫວາ​ຊ່ວຍ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃຫ້​ມີ​ຄວາມ​ເຂົ້າໃຈ​ທີ່​ເລິກ​ເຊິ່ງ​ໄດ້. ດັ່ງນັ້ນ ໃຫ້​ເຈົ້າ​ອະທິດຖານ​ຂໍ​ພະເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ມີ​ສິ່ງ​ນີ້. (ສຸພາ. 2:6) ເຈົ້າ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ໃຫ້​ສອດຄ່ອງ​ກັບ​ສິ່ງ​ທີ່​ເຈົ້າ​ຂໍ? ເຈົ້າ​ຕ້ອງ​ວິເຄາະ​ສິ່ງ​ທີ່​ອ່ານ​ຢ່າງ​ລະອຽດ ແລະ​ເບິ່ງ​ວ່າ​ມັນ​ກ່ຽວຂ້ອງ​ແນວໃດ​ກັບ​ສິ່ງ​ທີ່​ເຈົ້າ​ຮູ້​ຢູ່​ແລ້ວ. ເພື່ອ​ຈະ​ຊ່ວຍ​ເຈົ້າ​ໃນ​ເລື່ອງ​ນີ້ ໃຫ້​ເຈົ້າ​ຄົ້ນຄວ້າ​ປຶ້ມ​ຕ່າງໆ​ຂອງ​ອົງການ ເຊັ່ນ: ຄູ່​ມື​ຄົ້ນຄວ້າ​ສຳລັບ​ພະຍານ​ພະເຢໂຫວາ. ເຄື່ອງມື​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ເລື່ອງ​ທີ່​ເຈົ້າ​ອ່ານ​ມີ​ຄວາມໝາຍ​ວ່າ​ແນວໃດ ແລະ​ຈະ​ເອົາ​ໄປ​ໃຊ້​ໃນ​ຊີວິດ​ແນວໃດ. (ຮຣ. 5:14) ເມື່ອ​ເຈົ້າ​ອ່ານ​ຄຳພີໄບເບິນ​ແລະ​ຄິດ​ຢ່າງ​ເລິກ​ເຊິ່ງ ເຈົ້າ​ກໍ​ຈະ​ເຂົ້າໃຈ​ຄຳພີໄບເບິນ​ຫຼາຍ​ຂຶ້ນ​ເລື້ອຍໆ.

ໄດ້​ບົດຮຽນ​ທີ່​ເປັນ​ປະໂຫຍດ

9. ພວກ​ຊາ​ດູ​ກາຍ​ເບິ່ງ​ຂ້າມ​ຄວາມຈິງ​ທີ່​ສຳຄັນ​ເລື່ອງ​ຫຍັງ?

9 ພວກ​ຊາ​ດູ​ກາຍ​ຮູ້ຈັກ​ພະຄຳພີ​ພາກ​ພາສາ​ເຮັບເຣີ 5 ຫົວ​ທຳອິດ​ເປັນ​ຢ່າງ​ດີ. ແຕ່​ເຂົາເຈົ້າ​ເບິ່ງ​ຂ້າມ​ຄວາມຈິງ​ທີ່​ສຳຄັນ​ຫຼາຍ​ເລື່ອງ​ໃນ​ປຶ້ມ​ເຫຼົ່າ​ນັ້ນ. ຕົວຢ່າງ​ເຊັ່ນ: ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ພະເຢຊູ​ໄດ້​ຕອບ​ແນວໃດ​ເມື່ອ​ພວກ​ຊາ​ດູ​ກາຍ​ຖາມ​ເພິ່ນ​ກ່ຽວກັບ​ການ​ຄືນ​ມາ​ຈາກ​ຕາຍ. ເພິ່ນ​ຖາມ​ເຂົາເຈົ້າ​ວ່າ “ເຈົ້າ​ບໍ່​ໄດ້​ອ່ານ​ໃນ​ປຶ້ມ​ຂອງ​ໂມເຊ​ບໍ ທີ່​ພະເຈົ້າ​ເວົ້າ​ກັບ​ລາວ​ຢູ່​ຟຸ່ມ​ໜາມ​ວ່າ: ‘ເຮົາ​ເປັນ​ພະເຈົ້າ​ຂອງ​ອັບຣາຮາມ ພະເຈົ້າ​ຂອງ​ອີຊາກ ແລະ​ພະເຈົ້າ​ຂອງ​ຢາໂຄບ’?” (ມຣກ. 12:18, 26) ເຖິງ​ວ່າ​ພວກ​ຊາ​ດູ​ກາຍ​ຈະ​ໄດ້​ອ່ານ​ຂໍ້​ພະຄຳພີ​ເຫຼົ່າ​ນັ້ນ​ມາ​ຫຼາຍ​ເທື່ອ​ແລ້ວ​ກໍ​ຕາມ ແຕ່​ຄຳຖາມ​ຂອງ​ພະເຢຊູ​ສະແດງ​ໃຫ້​ເຫັນ​ວ່າ​ເຂົາເຈົ້າ​ເບິ່ງ​ຂ້າມ​ຄວາມຈິງ​ທີ່​ສຳຄັນ​ເລື່ອງ​ໜຶ່ງ​ທີ່​ຢູ່​ໃນ​ຄຳພີໄບເບິນ ນັ້ນ​ກໍ​ຄື​ຄຳສອນ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ.—ມຣກ. 12:27; ລກ. 20:38d

10. ເຮົາ​ຄວນ​ຕັ້ງໃຈ​ທີ່​ຈະ​ເຮັດ​ຫຍັງ​ເມື່ອ​ອ່ານ​ຄຳພີໄບເບິນ?

10 ເຮົາ​ໄດ້​ບົດຮຽນ​ຫຍັງ? ເມື່ອ​ເຮົາ​ອ່ານ​ຄຳພີໄບເບິນ ເຮົາ​ຕ້ອງ​ສັງເກດ​ດີໆ​ວ່າ​ຂໍ້​ນັ້ນ​ຫຼື​ເລື່ອງ​ນັ້ນ​ສອນ​ຫຍັງ​ເຮົາ. ເຮົາ​ບໍ່​ຢາກ​ເຂົ້າໃຈ​ຄຳສອນ​ງ່າຍໆ​ເທົ່າ​ນັ້ນ ແຕ່​ເຮົາ​ຢາກ​ເຂົ້າໃຈ​ຄວາມຈິງ​ແລະ​ຫຼັກການ​ທີ່​ແຝງ​ຢູ່​ໃນ​ຂໍ້​ນັ້ນ​ນຳ ເຊິ່ງ​ເປັນ​ຄື​ກັບ​ຊັບ​ສົມບັດ​ທີ່​ມີຄ່າ​ທີ່​ເຊື່ອງ​ໄວ້. ແລະ​ເຮົາ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ເພື່ອ​ທີ່​ຈະ​ໄດ້​ຊັບ​ສົມບັດ​ນັ້ນ.

11. ເຈົ້າ​ຈະ​ພົບ​ຄວາມ​ຮູ້​ທີ່​ມີຄ່າ​ແນວໃດ​ຕອນ​ທີ່​ອ່ານ​ຄຳພີໄບເບິນ?

11 ເຈົ້າ​ຈະ​ພົບ​ຄວາມ​ຮູ້​ທີ່​ມີ​ຄ່າ​ໄດ້​ແນວໃດ​ຕອນ​ທີ່​ອ່ານ​ຄຳພີໄບເບິນ? ໃຫ້​ເຮົາ​ເບິ່ງ​ສິ່ງ​ທີ່​ຢູ່​ໃນ 2 ຕີໂມທຽວ 3:16, 17 (ອ່ານ) ນຳ​ກັນ. ຂໍ້​ນີ້​ອ່ານ​ວ່າ “ພະຄຳພີ​ທຸກ​ຕອນມີ​ປະໂຫຍດ​ສຳລັບ” (1) ສອນ (2) ຕັກ​ເຕືອນ (3) ແກ້ໄຂ​ສິ່ງ​ຕ່າງໆ​ໃຫ້​ຮຽບຮ້ອຍ ແລະ (4) ສັ່ງ​ສອນ. ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ 4 ຢ່າງ​ນີ້​ຈາກ​ຄຳພີໄບເບິນ​ແທ້ໆ​ແມ່ນ​ແຕ່​ໃນ​ປຶ້ມ​ບາງ​ຫົວ​ທີ່​ຢູ່​ໃນ​ຄຳພີໄບເບິນ​ທີ່​ເຈົ້າ​ບໍ່​ຄ່ອຍ​ໄດ້​ອ່ານ. ໃຫ້​ເບິ່ງ​ວ່າ​ເລື່ອງ​ທີ່​ອ່ານ​ສອນຫຍັງ​ເຈົ້າ​ກ່ຽວກັບ​ພະເຢໂຫວາ ຄວາມ​ຕ້ອງການ​ຂອງ​ເພິ່ນ ຫຼື​ກ່ຽວກັບ​ຫຼັກການ​ໃນ​ຄຳພີໄບເບິນ. ໃຫ້​ເບິ່ງ​ວ່າ​ຂໍ້​ນີ້​ຊ່ວຍ​ຕັກ​ເຕືອນເຈົ້າ​ແນວໃດ. ເຈົ້າ​ຈະ​ເຮັດ​ແບບນັ້ນ​ໄດ້​ໂດຍ​ເບິ່ງ​ວ່າ​ຂໍ້​ຄຳພີ​ນັ້ນ​ຊ່ວຍ​ເຈົ້າ​ໃຫ້​ເຫັນ​ຄວາມຄິດ​ແລະ​ນິດໄສ​ທີ່​ບໍ່​ດີ​ຫຍັງ​ແດ່ ແລະ​ຈະ​ຊ່ວຍ​ເຈົ້າ​ໃຫ້​ສັດຊື່​ຕໍ່​ພະເຢໂຫວາ​ໄດ້​ແນວໃດ. ນອກຈາກນັ້ນ ໃຫ້​ເບິ່ງ​ວ່າ​ເລື່ອງ​ທີ່​ອ່ານ​ຈະ​ຊ່ວຍ​ເຈົ້າ​ໃຫ້​ແກ້ໄຂສິ່ງ​ຕ່າງໆ​ໃຫ້​ຮຽບຮ້ອຍ​ແນວໃດ ເຊັ່ນ ຊ່ວຍ​ເຈົ້າ​ໃຫ້​ຕອບ​ຂໍ້​ໂຕ້​ແຍ້ງ​ຫຼື​ຄຳສອນ​ຜິດໆ​ທີ່​ເຈົ້າ​ເຈິ​ໃນ​ເຂດ​ປະກາດ​ແນວໃດ. ແລະ​ໃຫ້​ເບິ່ງ​ວ່າ​ຂໍ້​ນັ້ນ​ມີ​ຄຳ​ສັ່ງສອນ​ຫຍັງ​ທີ່​ຊ່ວຍ​ຝຶກ​ເຈົ້າ​ໃຫ້​ມີ​ຄວາມຄິດ​ແບບ​ພະເຢໂຫວາ. ເມື່ອ​ເຈົ້າ​ຄິດເຖິງ​ປະໂຫຍດ​ທັງ 4 ຢ່າງ​ນີ້​ໄວ້​ສະເໝີ ເຈົ້າ​ກໍ​ຈະ​ພົບ​ຄວາມ​ຮູ້​ທີ່​ມີຄ່າ​ຕອນ​ທີ່​ອ່ານ​ຄຳພີໄບເບິນ.

ໃຫ້​ຄຳພີໄບເບິນ​ມີ​ຜົນ​ຕໍ່​ຊີວິດ​ຂອງ​ເຮົາ

12. ເປັນຫຍັງ​ພະເຢຊູ​ຖາມ​ພວກ​ຟາຣິຊາຍ​ວ່າ “ພວກເຈົ້າ​ບໍ່​ໄດ້​ອ່ານ​ບໍ​ວ່າ?”

12 ຄຳຖາມ​ທີ່​ພະເຢຊູ​ຖາມ​ວ່າ: “ພວກເຈົ້າ​ບໍ່​ໄດ້​ອ່ານ​ບໍ​ວ່າ?” ຍັງ​ຊ່ວຍ​ໃຫ້​ຮູ້​ວ່າ​ພວກ​ຟາຣິຊາຍ​ມີ​ຄວາມຄິດ​ທີ່​ຜິດໆ​ກ່ຽວກັບ​ສິ່ງ​ທີ່​ຢູ່​ໃນ​ຄຳພີໄບເບິນ. (ມທ. 12:1-7)e ຕອນ​ນັ້ນ​ພວກ​ຟາຣິຊາຍ​ອ້າງ​ວ່າ​ພວກ​ລູກສິດ​ຂອງ​ພະເຢຊູ​ເຮັດ​ຜິດ​ກົດ​ວັນ​ຊະບາໂຕ. ແລ້ວ​ພະເຢຊູ​ຕອບ​ເຂົາເຈົ້າ​ໂດຍ​ຍົກ​ຕົວຢ່າງ​ສອງ​ເລື່ອງ​ຈາກ​ຄຳພີໄບເບິນ​ແລະ​ຍົກ​ພະຄຳພີ​ຂໍ້​ໜຶ່ງ​ຈາກ​ປຶ້ມ​ໂອເຊ ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ພວກ​ຟາຣິຊາຍ​ບໍ່​ເຂົ້າໃຈ​ຈຸດປະສົງ​ຂອງ​ວັນ​ຊະບາໂຕ​ແລະ​ບໍ່​ໄດ້​ສະແດງ​ຄວາມ​ເມດຕາ. ເປັນຫຍັງ​ເຂົາເຈົ້າ​ອ່ານ​ຄຳພີໄບເບິນ​ແຕ່​ບໍ່​ໄດ້​ໃຫ້​ຄຳພີໄບເບິນ​ມີ​ຜົນ​ຕໍ່​ຊີວິດ​ຂອງ​ເຂົາເຈົ້າ? ກໍ​ຍ້ອນ​ວ່າ​ເຂົາເຈົ້າ​ເປັນ​ຄົນ​ຍິ່ງ​ແລະ​ຄິດ​ວ່າ​ຄຳແນະນຳ​ໃນ​ຄຳພີໄບເບິນ​ມີ​ໄວ້​ສຳລັບ​ຄົນອື່ນ ບໍ່​ແມ່ນ​ສຳລັບ​ຕົວ​ເຂົາເຈົ້າ​ເອງ. ນີ້​ຈຶ່ງ​ເຮັດ​ໃຫ້​ເຂົາເຈົ້າ​ບໍ່​ເຂົ້າໃຈ​ສິ່ງ​ທີ່​ເຂົາເຈົ້າ​ອ່ານ​ໃນ​ຄຳພີໄບເບິນ​ແທ້ໆ.—ມທ. 23:23; ຢຮ. 5:39, 40

13. ເຮົາ​ຄວນ​ມີ​ຄວາມຄິດ​ແບບ​ໃດ​ຕອນ​ທີ່​ອ່ານ​ຄຳພີໄບເບິນ? ແລະ​ຍ້ອນຫຍັງ?

13 ເຮົາ​ໄດ້​ບົດຮຽນ​ຈາກ​ຄຳເວົ້າ​ຂອງ​ພະເຢຊູ​ກໍ​ຄື: ເມື່ອ​ເຮົາ​ອ່ານ​ຄຳພີໄບເບິນ ເຮົາ​ຕ້ອງ​ມີ​ຄວາມຄິດ​ທີ່​ຖືກຕ້ອງ. ເຮົາ​ບໍ່​ຄວນ​ເປັນ​ຄື​ກັບ​ພວກ​ຟາຣິຊາຍ. ເຮົາ​ຕ້ອງ​ເປັນ​ຄົນ​ຖ່ອມ​ແລະ​ເຕັມໃຈ​ຮຽນຮູ້. ເຮົາ​ຕ້ອງ “ຍອມຮັບ​ຢ່າງ​ອ່ອນນ້ອມເມື່ອ​ພະເຈົ້າ​ປູກ​ຝັງ​ຄຳສອນ​ຂອງ​ພະອົງ​ໄວ້​ໃນ​ຕົວ” ເຮົາ. (ຢກບ. 1:21) ຖ້າ​ເຮົາ​ເປັນ​ຄົນ​ອ່ອນນ້ອມ​ຖ່ອມ​ຕົນ ເຮົາ​ກໍ​ຈະ​ຍອມ​ໃຫ້​ຄຳພີໄບເບິນ​ມີ​ຜົນ​ຕໍ່​ຄວາມຄິດ​ຈິດ​ໃຈ​ຂອງ​ເຮົາ. ເພື່ອ​ຄຳພີໄບເບິນ​ຈະ​ມີ​ຜົນ​ຕໍ່​ເຮົາ​ແລະ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ຄຳສອນ​ໃນ​ເລື່ອງ​ຄວາມ​ເມດຕາ ຄວາມ​ເຫັນ​ອົກ​ເຫັນ​ໃຈ​ແລະ​ຄວາມ​ຮັກ ເຮົາ​ຕ້ອງ​ບໍ່​ເປັນ​ຄົນ​ຍິ່ງ​ແລະ​ບໍ່​ຄິດ​ວ່າ​ຄຳສອນ​ໃນ​ຄຳພີໄບເບິນ​ມີ​ໄວ້​ສຳລັບ​ຄົນອື່ນ​ເທົ່າ​ນັ້ນ.

ເຮົາ​ຈະ​ຮູ້​ໄດ້​ແນວໃດ​ວ່າ ເຮົາ​ຍອມ​ໃຫ້​ຄຳພີໄບເບິນ​ມີ​ຜົນ​ຕໍ່​ຊີວິດ​ຂອງ​ເຮົາ​ຫຼື​ບໍ່? (ເບິ່ງ​ຂໍ້ 14)f

14. ເຮົາ​ຈະ​ຮູ້​ໄດ້​ແນວໃດ​ວ່າ ເຮົາ​ຍອມ​ໃຫ້​ຄຳພີໄບເບິນ​ມີ​ຜົນ​ຕໍ່​ຊີວິດ​ຂອງ​ເຮົາ​ຫຼື​ບໍ່? (ເບິ່ງ​ຮູບພາບ)

14 ວິທີ​ທີ່​ເຮົາ​ປະຕິບັດ​ຕໍ່​ຄົນອື່ນ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຍອມ​ໃຫ້​ຄຳພີໄບເບິນ​ມີ​ຜົນ​ຕໍ່​ຊີວິດ​ຂອງ​ເຮົາ​ຫຼື​ບໍ່. ພວກ​ຟາຣິຊາຍ​ບໍ່​ຍອມ​ໃຫ້​ຄຳສອນ​ໃນ​ຄຳພີໄບເບິນ​ມີ​ຜົນ​ຕໍ່​ຊີວິດ​ຂອງ​ເຂົາເຈົ້າ. ດັ່ງນັ້ນ ເຂົາເຈົ້າ​ຈຶ່ງ “ກ່າວ​ໂທດ​ໃສ່​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ.” (ມທ. 12:7) ຄ້າຍ​ກັນ ວິທີ​ທີ່​ເຮົາ​ເບິ່ງ​ແລະ​ປະຕິບັດ​ຕໍ່​ຄົນອື່ນ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຍອມ​ໃຫ້​ຄຳພີໄບເບິນ​ມີ​ຜົນ​ຕໍ່​ຊີວິດ​ຂອງ​ເຮົາ​ຫຼື​ບໍ່. ຕົວຢ່າງ​ເຊັ່ນ ເຮົາ​ມັກ​ຊອກຫາ​ຈຸດ​ດີ​ໃນ​ໂຕ​ຄົນອື່ນ​ບໍ ຫຼື​ເຮົາ​ມັກ​ຈັບ​ຜິດ​ຄົນອື່ນ? ເຮົາ​ເປັນ​ຄົນ​ເມດຕາ​ແລະ​ພ້ອມ​ທີ່​ຈະ​ໃຫ້​ອະໄພ​ຄົນອື່ນ​ບໍ ຫຼື​ເຮົາ​ມັກ​ວິພາກ​ວິຈານ​ຄົນອື່ນ​ແລະ​ເກັບ​ຄວາມ​ຄຽດ​ໄວ້? ຄຳຕອບ​ຂອງ​ເຮົາ​ຈະ​ຊ່ວຍ​ໃຫ້​ຮູ້​ວ່າ​ເຮົາ​ໃຫ້​ສິ່ງ​ທີ່​ເຮົາ​ອ່ານ​ມີ​ຜົນ​ຕໍ່​ຄວາມຄິດ ຄວາມ​ຮູ້ສຶກ​ແລະ​ການ​ກະທຳ​ຂອງ​ເຮົາ​ຫຼື​ບໍ່.—1ຕມ. 4:12, 15; ຮຣ. 4:12

ການ​ອ່ານ​ຄຳພີໄບເບິນ​ເຮັດ​ໃຫ້​ມີ​ຄວາມສຸກ

15. ພະເຢຊູ​ຮູ້ສຶກ​ແນວໃດ​ກັບ​ຄຳພີໄບເບິນ?

15 ພະເຢຊູ​ຮັກ​ຄຳພີໄບເບິນ​ຫຼາຍ ແລະ​ເພິ່ນ​ຮູ້ສຶກ​ຄື​ກັບ​ຄຳ​ພະຍາກອນ​ທີ່​ຢູ່​ໃນ​ຄຳເພງ 40:8, ລ.ມ. ທີ່​ບອກ​ວ່າ “ພະເຈົ້າ​ຂອງ​ຂ້ອຍ ຂ້ອຍ​ມີ​ຄວາມສຸກ​ຫຼາຍ​ທີ່​ໄດ້​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະອົງ ແລະ​ກົດໝາຍ​ຂອງ​ພະອົງ​ກໍ​ຢູ່​ໃນ​ໃຈ​ຂອງ​ຂ້ອຍ​ສະເໝີ.” ຍ້ອນ​ພະເຢຊູ​ຮັກ​ຄຳພີໄບເບິນ ເພິ່ນ​ຈຶ່ງ​ມີ​ຄວາມສຸກ​ແລະ​ຮັບໃຊ້​ພະເຢໂຫວາ​ຕໍ່ໆ​ໄປ. ເຮົາ​ກໍ​ຄື​ກັນ ເຮົາ​ສາມາດ​ມີ​ຄວາມສຸກ​ແລະ​ຮັບໃຊ້​ພະເຢໂຫວາ​ຕໍ່ໆ​ໄປ​ໄດ້ ຖ້າ​ເຮົາ​ອ່ານ​ແລະ​ຮັກ​ຄຳພີໄບເບິນ.—ເພງ. 1:1-3

16. ເຈົ້າ​ຈະ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່ສຸດ​ຈາກ​ການ​ອ່ານ​ຄຳພີໄບເບິນ? (ເບິ່ງ​ຂອບ “ຄຳເວົ້າ​ຂອງ​ພະເຢຊູ​ຊ່ວຍ​ເຈົ້າ​ໃຫ້​ເຂົ້າໃຈ​ສິ່ງ​ທີ່​ໄດ້​ອ່ານ”)

16 ຈາກ​ຄຳເວົ້າ​ແລະ​ຕົວຢ່າງ​ຂອງ​ພະເຢຊູ ເຮັດ​ໃຫ້​ເຮົາ​ຢາກ​ປັບປຸງ​ການ​ອ່ານ​ຄຳພີໄບເບິນ​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ. ເຮົາ​ຈະ​ເຂົ້າໃຈ​ຄຳພີໄບເບິນ​ຫຼາຍ​ຂຶ້ນ​ຖ້າ​ເຮົາ​ອະທິດຖານ ອ່ານ​ໃນ​ຈັງຫວະ​ທີ່​ຊ້າໆ ຕັ້ງ​ຄຳຖາມ ແລະ​ຈົດ​ບັນທຶກ​ສັ້ນໆ. ເຮົາ​ຈະ​ເຂົ້າໃຈ​ຄຳພີໄບເບິນ​ຫຼາຍ​ຂຶ້ນ​ໄດ້​ໂດຍ​ວິເຄາະ​ສິ່ງ​ທີ່​ເຮົາ​ອ່ານ​ຢ່າງ​ລະອຽດ​ແລະ​ຄົ້ນຄວ້າ​ໂດຍ​ໃຊ້​ປຶ້ມ​ຕ່າງໆ​ຂອງ​ອົງການ. ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄຳພີໄບເບິນ​ຫຼາຍ​ຂຶ້ນ​ໂດຍ​ຝຶກ​ທີ່​ຈະ​ຊອກຫາ​ຄວາມ​ຮູ້​ທີ່​ມີຄ່າ​ທີ່​ແຝງ​ຢູ່​ໃນ​ເລື່ອງ​ທີ່​ເຮົາ​ອ່ານ ແມ່ນ​ແຕ່​ບາງ​ເລື່ອງ​ໃນ​ຄຳພີໄບເບິນ​ທີ່​ເຮົາ​ບໍ່​ຄ່ອຍ​ຄຸ້ນ​ເຄີຍ. ແລະ​ເຮົາ​ຈະ​ໃຫ້​ຄຳພີໄບເບິນ​ມີ​ຜົນ​ຕໍ່​ຊີວິດ​ຂອງ​ເຮົາ​ໂດຍ​ມີ​ຄວາມຄິດ​ທີ່​ຖືກຕ້ອງ​ຕອນ​ທີ່​ອ່ານ. ຖ້າ​ເຮົາ​ເຮັດ​ຕາມ​ຄຳແນະນຳ​ທັງໝົດ​ນີ້ ເຮົາ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່ສຸດ​ຈາກ​ການ​ອ່ານ​ຄຳພີໄບເບິນ​ແລະ​ເຮົາ​ຈະ​ສະໜິດ​ກັບ​ພະເຢໂຫວາ​ຫຼາຍ​ຂຶ້ນ.—ເພງ. 119:17, 18; ຢກບ. 4:8

ຄຳເວົ້າ​ຂອງ​ພະເຢຊູ​ຊ່ວຍ​ເຈົ້າ​ໃຫ້​ເຂົ້າໃຈ​ສິ່ງ​ທີ່​ໄດ້​ອ່ານ

  • ພະຍາຍາມ​ເຂົ້າໃຈ​ສິ່ງ​ທີ່​ເຈົ້າ​ອ່ານ​ແລະ​ຄິດ​ໃຫ້​ເລິກ​ເຊິ່ງ​ເພື່ອ​ຈະ​ຮູ້​ວ່າ​ຈະ​ເອົາ​ໄປ​ໃຊ້​ໃນ​ຊີວິດ​ແນວໃດ.—ມທ. 24:15; ລກ. 10:25-37

  • ອ່ານ​ແລະ​ຄິດຕຶກຕອງ​ເພື່ອ​ຈະ​ໄດ້​ບົດຮຽນ​ທີ່​ເປັນ​ປະໂຫຍດ.—ມຣກ. 12:18-27

  • ໃຫ້​ຄຳພີໄບເບິນ​ມີ​ຜົນ​ຕໍ່​ຊີວິດ​ຂອງ​ເຈົ້າ​ແລະ​ມີ​ຜົນ​ຕໍ່​ວິທີ​ທີ່​ເຈົ້າ​ປະຕິບັດ​ກັບ​ຄົນອື່ນ.—ມທ. 12:1-8

ຕອນ​ທີ່​ເຈົ້າ​ອ່ານ​ຄຳພີໄບເບິນ ມີ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້ . . .

  • ເຂົ້າໃຈ​ສິ່ງ​ທີ່​ອ່ານ?

  • ໄດ້​ບົດຮຽນ​ທີ່​ເປັນ​ປະໂຫຍດ?

  • ໃຫ້​ພະຄຳພີ​ມີ​ຜົນ​ຕໍ່​ຊີວິດ​ຂອງ​ເຈົ້າ?

ເພງ 95 ແສງ​ສະຫວ່າງ​ທີ່​ແຮງ​ກ້າ​ຂຶ້ນ

a ເຮົາ​ທຸກ​ຄົນ​ທີ່​ນະມັດສະການ​ພະເຢໂຫວາ​ພະຍາຍາມ​ອ່ານ​ຄຳພີໄບເບິນ​ທຸກ​ມື້. ຄົນ​ທົ່ວໄປ​ກໍ​ອ່ານ​ຄຳພີໄບເບິນ​ຄື​ກັນ ແຕ່​ບໍ່​ຄ່ອຍ​ເຂົ້າໃຈ​ສິ່ງ​ທີ່​ອ່ານ​ປານ​ໃດ. ຄົນ​ໃນ​ສະໄໝ​ຂອງ​ພະເຢຊູ​ກໍ​ເປັນ​ແບບນັ້ນ​ຄື​ກັນ. ເມື່ອ​ເຮົາ​ເບິ່ງ​ສິ່ງ​ທີ່​ພະເຢຊູ​ເວົ້າ​ກັບ​ຄົນ​ທີ່​ອ່ານ​ຄຳພີໄບເບິນ​ໃນ​ສະໄໝ​ຂອງ​ເພິ່ນ ເຮົາ​ຈະ​ໄດ້​ຮຽນຮູ້​ສິ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຂຶ້ນ​ຈາກ​ການ​ອ່ານ​ຄຳພີໄບເບິນ.

b ຕອນ​ທີ່​ພະເຢຊູ​ຮັບ​ບັບເຕມາ​ແລະ​ໄດ້​ຖືກ​ເຈີມ​ດ້ວຍ​ພະລັງບໍລິສຸດ ພະເຢໂຫວາ​ກໍ​ໄດ້​ເຮັດ​ໃຫ້​ຄວາມ​ຊົງ​ຈຳ​ຂອງ​ເພິ່ນ​ຕອນ​ທີ່​ຢູ່​ໃນ​ສະຫວັນ​ກັບ​ຄືນ​ມາ.—ມທ. 3:16

c ມາຣີ​ຮູ້ຈັກ​ພະຄຳພີ​ເປັນ​ຢ່າງ​ດີ ແລະ​ລາວ​ມັກ​ເວົ້າ​ເຖິງ​ຂໍ້​ຄຳພີ​ຫຼາຍ​ຂໍ້. (ລກ. 1:46-55) ໂຢເຊັບ​ແລະ​ມາຣີ​ອາດ​ບໍ່​ມີ​ເງິນ​ພຽງ​ພໍ​ທີ່​ຈະ​ຊື້​ພະຄຳພີ​ເປັນ​ຂອງ​ຕົວເອງ. ດັ່ງນັ້ນ ເພື່ອ​ທີ່​ເຂົາເຈົ້າ​ຈະ​ຈື່​ຂໍ້​ຄຳພີ​ໄດ້ ເຂົາເຈົ້າ​ຕ້ອງ​ຕັ້ງໃຈ​ຟັງ​ເມື່ອ​ມີການ​ອ່ານ​ພະຄຳພີ​ຢູ່​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ.

d ເບິ່ງ​ບົດຄວາມ​ທີ່​ຊື່​ວ່າ “ຈົ່ງ​ໃກ້ຊິດ​ພະເຈົ້າ—‘ພະອົງ . . . ເປັນ​ພະເຈົ້າ​ຂອງ​ຄົນ​ເປັນ’” ໃນ​ຫໍສັງເກດການ​ສະບັບ 1 ກຸມພາ 2013. (ພາສາ​ໄທ)

e ໃຫ້​ເບິ່ງ​ມັດທາຍ 19:4-6 ເຊິ່ງ​ເປັນ​ອີກ​ຂໍ້​ໜຶ່ງ​ທີ່​ພະເຢຊູ​ໃຊ້​ຄຳຖາມ​ແບບ​ດຽວ​ກັນ​ຖາມ​ພວກ​ຟາຣິຊາຍ​ທີ່​ວ່າ “ພວກເຈົ້າ​ບໍ່​ໄດ້​ອ່ານ​ບໍ​ວ່າ?” ເຖິງ​ວ່າ​ພວກ​ຟາຣິຊາຍ​ຈະ​ໄດ້​ອ່ານ​ເລື່ອງ​ການ​ສ້າງ​ຂອງ​ພະເຈົ້າ ແຕ່​ເຂົາເຈົ້າ​ກໍ​ບໍ່​ໄດ້​ເຂົ້າໃຈ​ຄຳສອນ​ຂອງ​ພະເຈົ້າ​ເລື່ອງ​ການ​ແຕ່ງດອງ.

f ຄຳ​ອະທິບາຍ​ຮູບພາບ: ຕອນ​ທີ່​ກຳລັງ​ປະຊຸມ ພີ່ນ້ອງ​ຊາຍ​ທີ່​ຊ່ວຍ​ຄຸມ​ພາບ​ແລະ​ສຽງ​ໄດ້​ເຮັດ​ຜິດ​ພາດ​ຫຼາຍ​ເທື່ອ. ແຕ່​ຫຼັງ​ຈາກ​ເລີກ​ປະຊຸມ ພີ່ນ້ອງ​ໄດ້​ຊົມເຊີຍ​ຄວາມ​ພະຍາຍາມ​ຂອງ​ລາວ​ແທນ​ທີ່​ຈະ​ຕຳໜິ​ລາວ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌