ບົດທີ 10
ເຈົ້າຈະໄດ້ຮັບປະໂຫຍດຫຍັງແດ່ຈາກການປະຊຸມກັບພະຍານພະເຢໂຫວາ?
ເຈົ້າເຄີຍໄປປະຊຸມຢູ່ຫໍປະຊຸມຂອງພະຍານພະເຢໂຫວາບໍ? ຖ້າຍັງບໍ່ເຄີຍ ເຈົ້າກໍອາດຈະຮູ້ສຶກກັງວົນ ແລະອາດຈະສົງໄສວ່າ: ‘ການປະຊຸມເປັນແນວໃດ? ເປັນຫຍັງການປະຊຸມຈຶ່ງສຳຄັນ? ເປັນຫຍັງຕ້ອງໄປປະຊຸມ? ໃນບົດນີ້ ເຈົ້າຈະຮູ້ວ່າການເຂົ້າຮ່ວມປະຊຸມຈະຊ່ວຍເຈົ້າໃຫ້ສະໜິດກັບພະເຢໂຫວາຫຼາຍຂຶ້ນໄດ້ແນວໃດແລະເຈົ້າຈະໄດ້ຮັບປະໂຫຍດຫຍັງແດ່.
1. ອັນໃດເປັນເຫດຜົນສຳຄັນທີ່ພະຍານພະເຢໂຫວາໄປປະຊຸມ?
ຜູ້ຂຽນຄຳພີໄບເບິນຄົນໜຶ່ງເວົ້າເຖິງເຫດຜົນສຳຄັນທີ່ລາວໄປປະຊຸມ ລາວບອກວ່າ: “ລູກຈະສັນລະເສີນພະເຢໂຫວາຢູ່ບ່ອນປະຊຸມໃຫຍ່.” (ເພງສັນລະເສີນ 26:12) ພະຍານພະເຢໂຫວາໃນທຸກມື້ນີ້ກໍຄືກັນ ແຕ່ລະອາທິດເຂົາເຈົ້າມີຄວາມສຸກທີ່ໄດ້ປະຊຸມນຳກັນ ໄດ້ສັນລະເສີນພະເຢໂຫວາ ໄດ້ຮ້ອງເພງ ແລະໄດ້ອະທິດຖານນຳກັນ. ນອກຈາກຈະມີການປະຊຸມຢູ່ຫໍປະຊຸມແລ້ວ ໃນແຕ່ລະປີຍັງມີການປະຊຸມໃຫຍ່ນຳອີກ.
2. ເຈົ້າຈະໄດ້ຮຽນຮູ້ຫຍັງຢູ່ບ່ອນປະຊຸມ?
ເມື່ອເຈົ້າໄປປະຊຸມ ເຈົ້າຈະເຂົ້າໃຈເລື່ອງທີ່ຮຽນຈາກຄຳພີໄບເບິນຫຼາຍຂຶ້ນ ຍ້ອນຢູ່ຫັ້ນຈະມີການສອນຄຳພີໄບເບິນແລະ “ອະທິບາຍຄວາມໝາຍຢ່າງຈະແຈ້ງ.” (ອ່ານເນເຮມີຢາ 8:8) ເຈົ້າຈະໄດ້ຮຽນເລື່ອງພະເຢໂຫວາຫຼາຍຂຶ້ນແລະໄດ້ຮູ້ວ່າເພິ່ນເປັນພະເຈົ້າແບບໃດ. ເມື່ອເຈົ້າໄດ້ຮູ້ວ່າພະເຢໂຫວາຮັກເຈົ້າ ນັ້ນກໍຈະເຮັດໃຫ້ເຈົ້າຢາກສະໜິດກັບເພິ່ນ. ເຈົ້າຍັງຈະໄດ້ຮຽນຮູ້ອີກວ່າຄຳແນະນຳຂອງເພິ່ນຊ່ວຍໃຫ້ເຈົ້າມີຄວາມສຸກໄດ້.—ເອຊາຢາ 48:17, 18
3. ເຈົ້າຈະໄດ້ຮັບປະໂຫຍດຫຍັງເມື່ອໄປປະຊຸມ?
ຄຳພີໄບເບິນບອກວ່າ “ໃຫ້ພວກເຮົາສົນໃຈກັນ ເພື່ອພວກເຮົາຈະກະຕຸ້ນກັນໃຫ້ມີຄວາມຮັກແລະເຮັດສິ່ງທີ່ດີ. ຢ່າຂາດການປະຊຸມ.” (ເຮັບເຣີ 10:24, 25) ຢູ່ບ່ອນປະຊຸມ ເຈົ້າຈະໄດ້ເຈິຄົນທີ່ຮັກແລະຫ່ວງໃຍເຈົ້າແທ້ໆແລະເຂົາເຈົ້າກໍມັກຮຽນເລື່ອງພະເຢໂຫວາຄືກັບເຈົ້າ. ເຈົ້າຈະໄດ້ຍິນເຂົາເຈົ້າເວົ້າເລື່ອງທີ່ໃຫ້ກຳລັງໃຈຈາກຄຳພີໄບເບິນນຳ. (ອ່ານໂຣມ 1:11, 12) ຄົນທີ່ໄປປະຊຸມມີທັງຄົນໂສດແລະຄົນທີ່ມີຄອບຄົວ ເຈົ້າອາດຈະໄດ້ລົມກັບບາງຄົນທີ່ເຈິບັນຫາແບບດຽວກັບເຈົ້າ ແລະໄດ້ຮູ້ວ່າເຂົາເຈົ້າເຮັດແນວໃດຈຶ່ງຮັບມືກັບບັນຫານັ້ນໄດ້. ນີ້ແຫຼະຄືເຫດຜົນທີ່ພະເຢໂຫວາຢາກໃຫ້ເຈົ້າໄປປະຊຸມເປັນປະຈຳ!
ຮຽນຮູ້ຫຼາຍຂຶ້ນ
ການປະຊຸມຂອງພະຍານພະເຢໂຫວາເປັນແນວໃດ ແລະເປັນຫຍັງເຮົາຕ້ອງພະຍາຍາມໄປປະຊຸມ.
4. ການປະຊຸມຂອງພະຍານພະເຢໂຫວາ
ໃນສະຕະວັດທຳອິດ ຄລິດສະຕຽນປະຊຸມກັນເປັນປະຈຳເພື່ອນະມັດສະການພະເຢໂຫວາ. (ໂຣມ 16:3-5) ອ່ານໂກໂລຊາຍ 3:16 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຄລິດສະຕຽນໃນສະຕະວັດທຳອິດປະຊຸມກັນແນວໃດ?
ໃນທຸກມື້ນີ້ ພະຍານພະເຢໂຫວາປະຊຸມກັນເປັນປະຈຳຢູ່ຫໍປະຊຸມ. ມາເບິ່ງວ່າການປະຊຸມຂອງພະຍານພະເຢໂຫວາເປັນແນວໃດ ເປີດວິດີໂອ. ຈາກນັ້ນ ເບິ່ງຮູບຕົວຢ່າງການປະຊຸມ ແລະລົມກັນກ່ຽວກັບຄຳຖາມຕໍ່ໄປນີ້.
ການປະຊຸມຢູ່ຫໍປະຊຸມໃນທຸກມື້ນີ້ກັບສິ່ງທີ່ເຈົ້າໄດ້ອ່ານໃນໂກໂລຊາຍ 3:16 ມີຫຍັງແດ່ທີ່ຄືກັນ?
ໃນວິດີໂອແລະຮູບພາບຕົວຢ່າງການປະຊຸມ ເຈົ້າເຫັນຫຍັງແດ່ທີ່ເຈົ້າມັກ?
ອ່ານ 2 ໂກຣິນໂທ 9:7 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເປັນຫຍັງການປະຊຸມຂອງພະຍານພະເຢໂຫວາບໍ່ມີການບັງຄັບໃຫ້ບໍລິຈາກເງິນ?
ຂໍໃຫ້ເຈົ້າເບິ່ງນຳກັນກັບຜູ້ສອນວ່າ ການປະຊຸມໃນອາທິດນີ້ມີເລື່ອງຫຍັງແດ່.
ມີເລື່ອງຫຍັງແດ່ທີ່ເຈົ້າສົນໃຈຫຼືຄິດວ່າໜ້າຈະມີປະໂຫຍດຕໍ່ເຈົ້າ?
ເຈົ້າຮູ້ບໍ?
ເຈົ້າສາມາດຊອກຫາວັນເວລາແລະສະຖານທີ່ປະຊຸມຂອງພະຍານພະເຢໂຫວາທົ່ວໂລກໄດ້ໃນເວັບໄຊ jw.org.
(ກ) ການປະຊຸມຂອງເຮົາມີການບັນລະຍາຍ ການເປີດວິດີໂອ ແລະການສາທິດວິທີລົມກັນເລື່ອງຄຳພີໄບເບິນ. ການປະຊຸມເລີ່ມແລະຈົບໂດຍການຮ້ອງເພງແລະການອະທິດຖານ
(ຂ) ໃນບາງສ່ວນຂອງການປະຊຸມ ຜູ້ຟັງສາມາດອອກຄວາມຄິດເຫັນໄດ້
(ຄ) ເຮົາຍິນດີຕ້ອນຮັບທຸກຄົນບໍ່ວ່າຈະມາເປັນຄອບຄົວຫຼືມາຄົນດຽວ ຜູ້ສູງອາຍຸແລະເດັກນ້ອຍກໍມາໄດ້
(ງ) ທຸກຄົນເຂົ້າຮ່ວມການປະຊຸມໄດ້ຟຣີ. ບໍ່ມີການເກັບຄ່າຜ່ານປະຕູແລະບໍ່ມີການບັງຄັບໃຫ້ບໍລິຈາກເງິນ
5. ເປັນຫຍັງເຮົາຕ້ອງພະຍາຍາມໄປປະຊຸມ?
ໃຫ້ເຮົາມາເບິ່ງຕົວຢ່າງຂອງພະເຢຊູນຳກັນ. ຕອນເປັນເດັກນ້ອຍພະເຢຊູກັບຄອບຄົວໄປຮ່ວມການປະຊຸມພິເສດເປັນປະຈຳທຸກປີ ເຂົາເຈົ້າຕ້ອງເດີນທາງໄກປະມານ 100 ກິໂລແມັດຜ່ານເສັ້ນທາງທີ່ມີແຕ່ພູເຂົາຈາກເມືອງນາຊາເຣັດຮອດເມືອງເຢຣູຊາເລັມ. ອ່ານລູກາ 2:39-42 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຈົ້າຄິດວ່າງ່າຍບໍທີ່ພະເຢຊູກັບຄອບຄົວຈະເດີນທາງໄປເມືອງເຢຣູຊາເລັມ?
ເປັນຫຍັງເຈົ້າອາດຕ້ອງອອກຄວາມພະຍາຍາມເພື່ອຈະໄດ້ເຂົ້າຮ່ວມປະຊຸມເປັນປະຈຳ?
ເຈົ້າຄິດວ່າຄຸ້ມຄ່າບໍທີ່ຈະພະຍາຍາມໄປປະຊຸມ? ເປັນຫຍັງເຈົ້າຈຶ່ງຄິດແບບນັ້ນ?
ຄຳພີໄບເບິນບອກວ່າການທີ່ເຮົາມາປະຊຸມຮ່ວມກັນເພື່ອນະມັດສະການພະເຢໂຫວາເປັນເລື່ອງສຳຄັນຫຼາຍ. ອ່ານເຮັບເຣີ 10:24, 25 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເປັນຫຍັງເຮົາຄວນໄປປະຊຸມເປັນປະຈຳ?
ບາງຄົນເວົ້າວ່າ: “ບໍ່ຕ້ອງໄປປະຊຸມກໍໄດ້. ພຽງແຕ່ຮຽນຄຳພີໄບເບິນຢູ່ເຮືອນກໍພໍແລ້ວ.”
ມີຂໍ້ຄຳພີໃດຫຼືມີຕົວຢ່າງຂອງໃຜແດ່ໃນຄຳພີໄບເບິນທີ່ເຮັດໃຫ້ຮູ້ວ່າພະເຢໂຫວາຢາກໃຫ້ເຮົາໄປປະຊຸມ?
ສະຫຼຸບ
ການເຂົ້າຮ່ວມປະຊຸມຈະຊ່ວຍໃຫ້ເຈົ້າຮູ້ຈັກພະເຢໂຫວາຫຼາຍຂຶ້ນ ໄດ້ສະໜິດກັບເພິ່ນ ແລະໄດ້ນະມັດສະການເພິ່ນຮ່ວມກັບຄົນອື່ນ.
ຄຳຖາມທົບທວນ
ເປັນຫຍັງພະເຢໂຫວາຈຶ່ງຢາກໃຫ້ເຮົາໄປປະຊຸມຮ່ວມກັນ?
ເຈົ້າຈະໄດ້ຮຽນຫຍັງແດ່ຢູ່ການປະຊຸມຂອງພະຍານພະເຢໂຫວາ?
ເຈົ້າຄິດວ່າເຈົ້າຈະໄດ້ຮັບປະໂຫຍດຫຍັງອີກຈາກການປະຊຸມ?
ເບິ່ງເພີ່ມເຕີມ
ຖ້າເຈົ້າຍັງບໍ່ກ້າໄປປະຊຸມ ລອງເບິ່ງຕົວຢ່າງຂອງຜູ້ຊາຍຄົນໜຶ່ງທີ່ເຄີຍຄິດແບບນັ້ນ ແຕ່ເປັນຫຍັງລາວຈຶ່ງປ່ຽນໃຈແລະມັກໄປປະຊຸມ.
ຍ້ອນຫຍັງໄວລຸ້ນຄົນໜຶ່ງຈຶ່ງມັກໄປປະຊຸມແລະລາວເຮັດແນວໃດເພື່ອຈະໄດ້ໄປປະຊຸມເປັນປະຈຳ.
ຫຼາຍຄົນຮູ້ສຶກແນວໃດກັບການເຂົ້າຮ່ວມປະຊຸມ.
“ເປັນຫຍັງຕ້ອງໄປປະຊຸມຢູ່ຫໍປະຊຸມລາຊະອານາຈັກ?” (ບົດຄວາມໃນເວັບໄຊ)
ຊີວິດຂອງໂຈນຄົນໜຶ່ງປ່ຽນໄປແນວໃດຫຼັງຈາກໄດ້ເຂົ້າຮ່ວມການປະຊຸມກັບພະຍານພະເຢໂຫວາ.