ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 16 ໜ້າ 87-91
  • ອັນ​ໃດ​ເປັນ​ສິ່ງ​ທີ່​ສຳຄັນ​ຢ່າງ​ແທ້​ຈິງ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ອັນ​ໃດ​ເປັນ​ສິ່ງ​ທີ່​ສຳຄັນ​ຢ່າງ​ແທ້​ຈິງ?
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ເງິນ​ເປັນ​ຮາກ​ເຫງົ້າ​ຂອງ​ຄວາມ​ຊົ່ວ​ທຸກ​ແບບ​ບໍ?
    ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
  • ຊາຍ​ມັ່ງ​ມີ​ແລະ​ລາຊະໂລ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ພະ​ເຍຊູ​ແລະ​ເຈົ້ານາຍ​ຫນຸ່ມ​ຜູ້​ມັ່ງ​ມີ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 16 ໜ້າ 87-91

ບົດ​ທີ 16

ອັນ​ໃດ​ເປັນ​ສິ່ງ​ທີ່​ສຳຄັນ​ຢ່າງ​ແທ້​ຈິງ?

A man talks to Jesus and other people listen

ຊາຍ​ຄົນ​ນັ້ນ​ມີ​ບັນຫາ​ຫຍັງ?

ວັນ​ໜຶ່ງ​ມີ​ຊາຍ​ຄົນ​ໜຶ່ງ​ມາ​ຫາ​ພະ​ເຍຊູ. ລາວ​ຮູ້​ວ່າ​ພະ​ເຍຊູ​ມີ​ປັນຍາ​ຫຼາຍ ດັ່ງ​ນັ້ນ​ລາວ​ຈຶ່ງ​ເວົ້າ​ກັບ​ພະອົງ​ວ່າ: ‘ພະ​ອາຈານ​ເຈົ້າ​ຂ້າ ເຊີນ​ບອກ​ອ້າຍ​ຂອງ​ຂ້ານ້ອຍ​ໃຫ້​ປັນ​ສິ່ງ​ທີ່​ລາວ​ມີ​ໃຫ້​ຂ້ານ້ອຍ​ແດ່.’ ຊາຍ​ຄົນ​ນັ້ນ​ຄິດ​ວ່າ​ລາວ​ຄວນ​ຈະ​ໄດ້​ຂອງ​ບາງ​ຢ່າງ​ຈາກ​ອ້າຍ.

ຖ້າ​ລູກ​ເປັນ​ພະ​ເຍຊູ ລູກ​ຈະ​ເວົ້າ​ແນວ​ໃດ?— ພະ​ເຍຊູ​ເຫັນ​ວ່າ​ຊາຍ​ຄົນ​ນັ້ນ​ມີ​ບັນຫາ. ແຕ່​ບັນຫາ​ນັ້ນ​ບໍ່​ແມ່ນ​ຍ້ອນ​ວ່າ​ລາວ​ຈຳເປັນ​ຕ້ອງ​ໄດ້​ສິ່ງ​ທີ່​ອ້າຍ​ຂອງ​ລາວ​ມີ​ຢູ່​ນັ້ນ. ບັນຫາ​ຂອງ​ຊາຍ​ຄົນ​ນັ້ນ​ແມ່ນ ລາວ​ບໍ່​ຮູ້​ວ່າ​ອັນ​ໃດ​ເປັນ​ສິ່ງ​ທີ່​ສຳຄັນ​ຢ່າງ​ແທ້​ຈິງ​ໃນ​ຊີວິດ.

ລອງ​ຄິດ​ເຖິງ​ເລື່ອງ​ນີ້​ເບິ່ງ. ອັນ​ໃດ​ຄວນ​ຈະ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ຕໍ່​ເຮົາ? ການ​ມີ​ຂອງ​ຫຼິ້ນ​ດີໆ ເສື້ອ​ຜ້າ​ໃໝ່ໆ​ຫຼື​ສິ່ງ​ຕ່າງໆ​ແບບ​ນັ້ນ​ບໍ?— ບໍ່​ແມ່ນ​ດອກ ມີ​ບາງ​ສິ່ງ​ທີ່​ສຳຄັນ​ຫຼາຍ​ກວ່າ​ນັ້ນ​ອີກ. ແລະ​ນັ້ນ​ແມ່ນ​ບົດຮຽນ​ທີ່​ພະ​ເຍຊູ​ຕ້ອງການ​ຈະ​ສອນ. ດັ່ງ​ນັ້ນ ພະອົງ​ຈຶ່ງ​ເລົ່າ​ເລື່ອງ​ຊາຍ​ຄົນ​ໜຶ່ງ​ທີ່​ລືມ​ພະເຈົ້າ. ລູກ​ຢາກ​ຟັງ​ເບິ່ງ​ບໍ?—

ຊາຍ​ຄົນ​ນີ້​ຮັ່ງມີ​ຫຼາຍ. ລາວ​ມີ​ດິນ​ແລະ​ສາງ​ຫຼາຍ​ແຫ່ງ. ພືດ​ຜົນ​ທີ່​ລາວ​ປູກ​ງອກ​ງາມ​ດີ​ຫຼາຍ ຈົນ​ສາງ​ຂອງ​ລາວ​ບໍ່​ມີ​ບ່ອນ​ພໍ​ທີ່​ຈະ​ມ້ຽນ​ພືດ​ຜົນ​ທັງ​ໝົດ​ນັ້ນ. ດັ່ງ​ນັ້ນ ລາວ​ກຳລັງ​ຈະ​ເຮັດ​ແນວ​ໃດ? ລາວ​ເວົ້າ​ກັບ​ຕົນ​ເອງ​ວ່າ: ‘ເຮົາ​ຈະ​ມ້າງ​ສາງ​ທັງ​ຫຼາຍ​ຂອງ​ເຮົາ​ແລະ​ຈະ​ປຸກ​ສາງ​ໃໝ່​ທີ່​ໃຫຍ່​ກວ່າ ແລະ​ເຮົາ​ຈະ​ໂຮມ​ພືດ​ຜົນ​ແລະ​ເຂົ້າ​ຂອງ​ທັງ​ຫຼາຍ​ຂອງ​ເຮົາ​ໄວ້​ໃນ​ສາງ​ໃໝ່​ເຫຼົ່າ​ນັ້ນ.’

ຊາຍ​ເສດຖີ​ຜູ້​ນັ້ນ​ຄິດ​ວ່າ​ການ​ເຮັດ​ເຊັ່ນ​ນີ້​ເປັນ​ການ​ສະຫຼາດ. ລາວ​ຄິດ​ວ່າ​ຕົນ​ສະຫຼາດ​ຫຼາຍ​ທີ່​ສະສົມ​ສິ່ງ​ຂອງ​ຫຼາຍ​ຢ່າງ​ໄວ້. ລາວ​ບອກ​ກັບ​ຕົນ​ເອງ​ວ່າ: ‘ຂ້ອຍ​ມີ​ເຂົ້າ​ຂອງ​ດີ​ຫຼາຍ​ຢ່າງ​ໂຮມ​ໄວ້. ສິ່ງ​ເຫຼົ່າ​ນີ້​ຈະ​ເຮັດ​ໃຫ້​ຂ້ອຍ​ຢູ່​ໄດ້​ອີກ​ຫຼາຍ​ປີ. ຕອນ​ນີ້​ຂ້ອຍ​ຈະ​ສະບາຍ ຈະ​ກິນ ຈະ​ດື່ມ​ແລະ​ຊົມຊື່ນ​ຍິນດີ.’ ແຕ່​ຄວາມ​ຄິດ​ຂອງ​ຊາຍ​ເສດຖີ​ຜູ້​ນີ້​ມີ​ສິ່ງ​ທີ່​ຜິດ​ພາດ. ລູກ​ຮູ້​ບໍ​ວ່າ​ສິ່ງ​ນັ້ນ​ແມ່ນ​ຫຍັງ?— ລາວ​ກຳລັງ​ຄິດ​ເຖິງ​ຕົວ​ເອງ​ແລະ​ຄວາມ​ສະຫນຸກສະໜານ​ຂອງ​ຕົນ​ເທົ່າ​ນັ້ນ. ລາວ​ລືມ​ພະເຈົ້າ.

A rich man looks at his new storehouses

ຊາຍ​ເສດຖີ​ຄົນ​ນີ້​ກຳລັງ​ຄິດ​ເຖິງ​ເລື່ອງ​ອັນ​ໃດ?

ດັ່ງ​ນັ້ນ ພະເຈົ້າ​ຈຶ່ງ​ເວົ້າ​ກັບ​ເສດຖີ​ຜູ້​ນີ້. ພະອົງ​ກ່າວ​ວ່າ: ‘ເຈົ້າ​ຄົນ​ໂງ່. ເຈົ້າ​ຈະ​ຕ້ອງ​ຕາຍ​ໃນ​ຄືນ​ນີ້. ແລ້ວ​ໃຜ​ຈະ​ໄດ້​ສິ່ງ​ຂອງ​ຕ່າງໆ​ທີ່​ເຈົ້າ​ສະສົມ​ໄວ້​ເດ?’ ຊາຍ​ເສດຖີ​ຈະ​ໃຊ້​ສິ່ງ​ຂອງ​ຕ່າງໆ​ເຫຼົ່າ​ນັ້ນ​ຕອນ​ທີ່​ລາວ​ຕາຍ​ໄປ​ແລ້ວ​ໄດ້​ບໍ?— ບໍ່​ໄດ້ ຄົນ​ອື່ນ​ຈະ​ເອົາ​ຂອງ​ເຫຼົ່າ​ນັ້ນ​ໄປ. ພະ​ເຍຊູ​ກ່າວ​ວ່າ: “ຜູ້​ທີ່​ໂຮມ​ໄວ້​ເຂົ້າ​ຂອງ​ສຳລັບ​ຕົວ​ເອງ ແລະ​ບໍ່​ເປັນ​ມັ່ງ​ມີ​ໃນ​ພະເຈົ້າ​ກໍ​ເປັນ​ຢ່າງ​ນັ້ນ.”—ລືກາ 12:13-21.

ລູກ​ບໍ່​ຢາກ​ເປັນ​ຄື​ເສດຖີ​ຄົນ​ນັ້ນ​ແມ່ນ​ບໍ?— ເປົ້າ​ໝາຍ​ສຳຄັນ​ໃນ​ຊີວິດ​ຂອງ​ລາວ​ແມ່ນ​ການ​ໄດ້​ສິ່ງ​ຕ່າງໆ​ຝ່າຍ​ວັດຖຸ. ສິ່ງ​ນັ້ນ​ແມ່ນ​ຜິດ​ພາດ. ລາວ​ຢາກ​ໄດ້​ຫຼາຍ​ຂຶ້ນ​ຢູ່​ເລື້ອຍໆ. ແຕ່​ລາວ​ບໍ່ “ມັ່ງ​ມີ​ໃນ​ພະເຈົ້າ.”

ຫຼາຍ​ຄົນ​ເປັນ​ແບບ​ດຽວ​ກັບ​ຊາຍ​ເສດຖີ​ຄົນ​ນັ້ນ. ເຂົາ​ເຈົ້າ​ຢາກ​ໄດ້​ຫຼາຍ​ຂຶ້ນ​ເລື້ອຍໆ. ແຕ່​ສິ່ງ​ນີ້​ເຮັດ​ໃຫ້​ເກີດ​ບັນຫາ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ຕົວຢ່າງ​ເຊັ່ນ ລູກ​ມີ​ຂອງ​ຫຼິ້ນ​ແມ່ນ​ບໍ?— ລູກ​ມີ​ຂອງ​ຫຼິ້ນ​ແນວ​ໃດ​ແດ່? ບອກ​ພໍ່ (ແມ່) ດູ.— ຈະ​ເປັນ​ແນວ​ໃດ​ຖ້າ​ຫມູ່​ຂອງ​ລູກ​ມີ​ໝາກ​ບານ ຫຼື​ຕຸກກະຕາ ຫຼື​ວ່າ​ຂອງ​ຫຼິ້ນ​ແນວ​ອື່ນ​ທີ່​ລູກ​ບໍ່​ມີ​ເດ? ຖືກ​ບໍ​ທີ່​ລູກ​ພະຍາຍາມ​ແອ່ວ​ພໍ່​ແມ່​ໃຫ້​ຊື້​ຂອງ​ຫຼິ້ນ​ນັ້ນ​ໃຫ້​ລູກ?—

ມີ​ບາງ​ເທື່ອ​ຂອງ​ຫຼິ້ນ​ອາດ​ເບິ່ງ​ຄື​ສຳຄັນ​ຫຼາຍ. ຄັນ​ຜ່ານ​ໄປ​ໄດ້​ຈັກ​ໄລຍະ​ໜຶ່ງ​ຂອງ​ຫຼິ້ນ​ນັ້ນ​ຈະ​ເປັນ​ແນວ​ໃດ?— ມັນ​ຈະ​ເກົ່າ. ມັນ​ອາດ​ຈະ​ແຕກ ແລ້ວ​ລູກ​ກໍ​ເລີຍ​ບໍ່​ຢາກ​ໄດ້​ມັນ​ອີກ. ແທ້​ຈິງ​ແລ້ວ ລູກ​ມີ​ສິ່ງ​ທີ່​ມີ​ຄ່າ​ຍິ່ງ​ກວ່າ​ຂອງ​ຫຼິ້ນ​ອີກ. ລູກ​ຮູ້​ບໍ​ວ່າ​ສິ່ງ​ນັ້ນ​ແມ່ນ​ຫຍັງ?—

A boy plays with his toys

ລູກ​ມີ​ສິ່ງ​ໃດ​ທີ່​ມີ​ຄ່າ​ຍິ່ງ​ກວ່າ​ຂອງ​ຫຼິ້ນ?

ຊີວິດ​ຂອງ​ລູກນັ້ນ​ແຫຼະ. ຊີວິດ​ຂອງ​ລູກ​ສຳຄັນ​ຫຼາຍ​ເພາະ​ຫາກ​ບໍ່​ມີ​ຊີວິດ ລູກ​ເຮັດ​ຫຍັງ​ກໍ​ບໍ່​ໄດ້. ແຕ່​ຊີວິດ​ຂອງ​ລູກ​ຂຶ້ນ​ຢູ່​ກັບ​ການ​ເຮັດ​ສິ່ງ​ທີ່​ພະເຈົ້າ​ພໍ​ໃຈ​ແມ່ນ​ບໍ?— ດັ່ງ​ນັ້ນ ຢ່າ​ໃຫ້​ເຮົາ​ເປັນ​ຄື​ຊາຍ​ເສດຖີ​ຜູ້​ໂງ່​ຈ້າ​ເຊິ່ງ​ລືມ​ພະເຈົ້າ.

ບໍ່​ແມ່ນ​ແຕ່​ເດັກ​ນ້ອຍ​ເທົ່າ​ນັ້ນ​ທີ່​ອາດ​ຈະ​ເຮັດ​ສິ່ງ​ທີ່​ໂງ່​ຄື​ກັບ​ເສດຖີ​ຄົນ​ນັ້ນ. ຜູ້​ໃຫຍ່​ຫຼາຍ​ຄົນ​ກໍ​ເຮັດ​ແບບ​ນັ້ນ​ຄື​ກັນ. ບາງ​ຄົນ​ຢາກ​ໄດ້​ຫຼາຍ​ກວ່າ​ທີ່​ລາວ​ມີ​ຢູ່​ສະເໝີ. ເຂົາ​ເຈົ້າ​ອາດ​ຈະ​ມີ​ອາຫານ​ກິນ​ເປັນ​ປະຈຳ ມີ​ເສື້ອ​ຜ້າ​ນຸ່ງ​ຫົ່ມ​ແລະ​ມີ​ທີ່​ຢູ່​ອາໄສ. ແຕ່​ເຂົາ​ເຈົ້າ​ຢາກ​ໄດ້​ຫຼາຍ​ກວ່າ​ນັ້ນ​ອີກ. ເຂົາ​ເຈົ້າ​ຢາກ​ໄດ້​ເສື້ອ​ຜ້າ​ຫຼາຍໆ​ໂຕ. ຢາກ​ໄດ້​ເຮືອນ​ຫຼັງ​ໃຫຍ່​ກວ່າ​ເກົ່າ. ສິ່ງ​ຂອງ​ເຫຼົ່າ​ນີ້​ຕ້ອງ​ໃຊ້​ເງິນ. ດັ່ງ​ນັ້ນ ເຂົາ​ເຈົ້າ​ກໍ​ຕ້ອງ​ເຮັດ​ວຽກ​ໜັກ​ເພື່ອ​ຈະ​ໄດ້​ເງິນ​ຫຼາຍ. ແລະ​ເຂົາ​ເຈົ້າ​ແຮ່ງ​ໄດ້​ເງິນ​ຫຼາຍ​ຂຶ້ນ​ສ່ຳ​ໃດ ເຂົາ​ເຈົ້າ​ກໍ​ແຮ່ງ​ຢາກ​ໄດ້​ຫຼາຍ​ກວ່າ​ນັ້ນ​ອີກ.

ຜູ້​ໃຫຍ່​ບາງ​ຄົນ​ຫຍຸ້ງ​ຢູ່​ກັບ​ການ​ພະຍາຍາມ​ຫາ​ເງິນ​ຫຼາຍ​ຈົນ​ບໍ່​ມີ​ເວລາ​ຢູ່​ກັບ​ຄອບຄົວ. ແລະ​ເຂົາ​ເຈົ້າ​ກໍ​ບໍ່​ມີ​ເວລາ​ສຳລັບ​ພະເຈົ້າ. ເງິນ​ຈະ​ຊ່ອຍ​ຮັກສາ​ຊີວິດ​ຂອງ​ເຂົາ​ເຈົ້າ​ໄດ້​ບໍ?— ບໍ່​ໄດ້. ເຂົາ​ເຈົ້າ​ຈະ​ໃຊ້​ເງິນ​ນັ້ນ​ເມື່ອ​ເຂົາ​ເຈົ້າ​ຕາຍ​ໄປ​ໄດ້​ບໍ?— ບໍ່​ໄດ້. ເພາະ​ວ່າ​ຄົນ​ຕາຍ​ແລ້ວ​ເຮັດ​ຫຍັງ​ກໍ​ບໍ່​ໄດ້.—ຜູ້ເທສະໜາປ່າວປະກາດ 9:5, 10.

ນີ້​ໝາຍ​ຄວາມ​ວ່າ​ການ​ມີ​ເງິນ​ຜິດ​ບໍ?— ບໍ່​ຜິດ​ດອກ. ເຮົາ​ໃຊ້​ເງິນ​ຊື້​ອາຫານ​ແລະ​ເສື້ອ​ຜ້າ​ໄດ້. ຄຳພີ​ໄບເບິນ​ບອກ​ວ່າ ເງິນ​ເປັນ​ສິ່ງ​ປ້ອງກັນ. (ຜູ້ເທສະໜາປ່າວປະກາດ 7:12) ແຕ່​ຖ້າ​ເຮົາ​ຮັກ​ເງິນ ເຮົາ​ກໍ​ຈະ​ປະສົບ​ຄວາມ​ຫຍຸ້ງຍາກ. ເຮົາ​ຈະ​ເປັນ​ຄື​ຊາຍ​ເສດຖີ​ໂງ່​ທີ່​ສະສົມ​ຊັບ​ສົມບັດ​ເພື່ອ​ຕົວ​ເອງ​ແລະ​ບໍ່​ມັ່ງ​ມີ​ໃນ​ພະເຈົ້າ.

ການ​ເປັນ​ຄົນ​ມັ່ງ​ມີ​ໃນ​ພະເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ?— ໝາຍ​ຄວາມ​ວ່າ​ໃຫ້​ພະເຈົ້າ​ມາ​ເປັນ​ອັນ​ດັບ​ທີ​ໜຶ່ງ​ໃນ​ຊີວິດ​ຂອງ​ເຮົາ. ບາງ​ຄົນ​ເວົ້າ​ວ່າ​ເຂົາ​ເຈົ້າ​ເຊື່ອ​ພະເຈົ້າ. ເຂົາ​ເຈົ້າ​ຄິດ​ວ່າ​ມີ​ແຕ່​ຄວາມ​ເຊື່ອ​ກໍ​ພໍ​ແລ້ວ. ແຕ່​ເຂົາ​ເຈົ້າ​ເປັນ​ຄົນ​ມັ່ງ​ມີ​ໃນ​ພະເຈົ້າ​ແທ້ໆ​ບໍ?— ບໍ່ ເຂົາ​ເຈົ້າ​ກໍ​ຄື​ກັບ​ຄົນ​ມັ່ງ​ມີ​ຄົນ​ນັ້ນ​ທີ່​ລືມ​ພະເຈົ້າ.

ພະ​ເຍຊູ​ບໍ່​ເຄີຍ​ລືມ​ພໍ່​ທີ່​ຢູ່​ໃນ​ສະຫວັນ. ພະອົງ​ບໍ່​ພະຍາຍາມ​ຫາ​ເງິນ​ໃຫ້​ໄດ້​ຫຼາຍໆ ແລະ​ພະອົງ​ກໍ​ບໍ່​ມີ​ຊັບ​ສົມບັດ​ຝ່າຍ​ວັດຖຸ​ຫຼາຍ. ພະ​ເຍຊູ​ຮູ້​ວ່າ​ອັນ​ໃດ​ເປັນ​ສິ່ງ​ທີ່​ສຳຄັນ​ຢ່າງ​ແທ້​ຈິງ​ໃນ​ຊີວິດ. ລູກ​ຮູ້​ບໍ​ວ່າ​ສິ່ງ​ນັ້ນ​ແມ່ນ​ຫຍັງ?— ແມ່ນ​ການ​ເປັນ​ຄົນ​ມັ່ງ​ມີ​ໃນ​ພະເຈົ້າ.

A girl reads the Bible, preaches to another girl, attends a meeting with her family, and prays

ເດັກ​ນ້ອຍ​ຄົນ​ນີ້​ກຳລັງ​ເຮັດ​ຫຍັງ​ຢູ່​ເຊິ່ງ​ເປັນ​ສິ່ງ​ສຳຄັນ​ແທ້ໆ?

ບອກ​ພໍ່ (ແມ່) ເບິ່ງ​ດູ​ວ່າ​ເຮົາ​ຈະ​ເປັນ​ຄົນ​ມັ່ງ​ມີ​ໃນ​ພະເຈົ້າ​ໄດ້​ແນວ​ໃດ?— ເຮົາ​ຈະ​ເປັນ​ຄົນ​ມັ່ງ​ມີ​ໃນ​ພະເຈົ້າ​ໄດ້​ໂດຍ​ການ​ເຮັດ​ສິ່ງ​ທີ່​ພະອົງ​ພໍ​ໃຈ. ພະ​ເຍຊູ​ກ່າວ​ວ່າ: “ເຮົາ​ກະທຳ​ການ​ທີ່​ເປັນ​ຊອບ​ໃຈ​ແກ່​ພະເຈົ້າ​ຢູ່​ເລື້ອຍ.” (ໂຢຮັນ 8:29) ພະເຈົ້າ​ພໍ​ໃຈ​ເມື່ອ​ເຮົາ​ເຮັດ​ສິ່ງ​ທີ່​ພະອົງ​ຕ້ອງການ​ໃຫ້​ເຮົາ​ເຮັດ. ຕອນ​ນີ້​ບອກ​ພໍ່ (ແມ່) ເບິ່ງ​ວ່າ​ລູກ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ພະເຈົ້າ​ຍິນດີ?— ແມ່ນ​ແລ້ວ ລູກ​ອ່ານ​ຄຳພີ​ໄບເບິນ​ໄດ້ ໄປ​ປະຊຸມ​ຄລິດສະຕຽນ ອະທິດຖານ​ເຖິງ​ພະເຈົ້າ ແລະ​ຊ່ອຍ​ຄົນ​ອື່ນ​ໃຫ້​ຮຽນ​ຮູ້​ເລື່ອງ​ຂອງ​ພະອົງ. ສິ່ງ​ຕ່າງໆ​ເຫຼົ່າ​ນີ້​ເປັນ​ເລື່ອງ​ສຳຄັນ​ທີ່​ສຸດ​ແທ້ໆ​ໃນ​ຊີວິດ.

ເນື່ອງ​ຈາກ​ພະ​ເຍຊູ​ມີ​ຄວາມ​ມັ່ງ​ມີ​ໃນ​ພະເຈົ້າ ພະ​ເຢໂຫວາ​ຈຶ່ງ​ເບິ່ງ​ແຍງ​ພະ​ເຍຊູ. ພະເຈົ້າ​ໄດ້​ໃຫ້​ຊີວິດ​ຕະຫຼອດ​ໄປ​ເປັນ​ລາງວັນ​ແກ່​ພະ​ເຍຊູ. ຖ້າ​ເຮົາ​ເປັນ​ຄື​ກັບ​ພະ​ເຍຊູ ພະ​ເຢໂຫວາ​ກໍ​ຈະ​ຮັກ​ເຮົາ​ແລະ​ເບິ່ງ​ແຍງ​ເຮົາ​ຄື​ກັນ. ດັ່ງ​ນັ້ນ ໃຫ້​ເຮົາ​ເປັນ​ຄື​ພະ​ເຍຊູ​ແລະ​ຢ່າ​ເປັນ​ຄື​ຊາຍ​ເສດຖີ​ທີ່​ລືມ​ພະເຈົ້າ.

ນີ້​ແມ່ນ​ຂໍ້​ຄຳພີ​ທີ່​ສະແດງ​ເຖິງ​ວິທີ​ທີ່​ເຮົາ​ຄວນ​ມີ​ທັດສະນະ​ທີ່​ຖືກຕ້ອງ​ຕໍ່​ສິ່ງ​ຝ່າຍ​ວັດຖຸ ພະທຳ​ສຸພາສິດ 23:4; 28:20; 1 ຕີໂມເຕ 6:6-10; ແລະ​ເຫບເລີ 13:5.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌