ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ນມ ບົດທີ 18 ໜ້າ 159-166
  • “ເຂົາບໍ່ເປັນຝ່າຍໂລກ”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ເຂົາບໍ່ເປັນຝ່າຍໂລກ”
  • ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ‘ລາຊະອານາຈັກ​ຂອງ​ເຮົາ​ບໍ່​ເປັນ​ແຕ່​ໂລກ​ນີ້’
  • ເຫຼົ່າ​ສາວົກ​ຕິດ​ຕາມ​ການ​ນຳ​ຂອງ​ພະ​ເຍຊູ
  • ຄວາມ​ເປັນ​ກາງ​ຂອງ​ຄລິດສະຕຽນ​ໃນ​ສະໄໝ​ສຸດ​ທ້າຍ
  • “ລັດຖະບານ​ຂອງ​ຂ້ອຍ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ໂລກ​ນີ້”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ຄວາມ​ເປັນ​ກາງ​ໝາຍ​ເຖິງ​ຫຍັງ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ວິທີ​ແຍກ​ຢູ່​ຕ່າງ​ຫາກ​ຈາກ​ໂລກ
    “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
ນມ ບົດທີ 18 ໜ້າ 159-166

ບົດ​ສິບ​ແປດ

“ເຂົາ​ບໍ່​ເປັນ​ຝ່າຍ​ໂລກ”

1. (ກ) ກ່ອນ​ຈະ​ສິ້ນ​ຊີວິດ ພະ​ເຍຊູ​ອະທິດຖານ​ເພື່ອ​ເຫຼົ່າ​ສາວົກ​ຂອງ​ພະອົງ​ຢ່າງ​ໃດ? (ຂ) ດ້ວຍ​ເຫດ​ໃດ​ການ “ບໍ່​ເປັນ​ຝ່າຍ​ໂລກ” ຈຶ່ງ​ສຳຄັນ​ຫຼາຍ?

ໃນ​ຄືນ​ກ່ອນ​ທີ່​ຈະ​ສິ້ນ​ຊີວິດ ພະ​ເຍຊູ​ໄດ້​ອະທິດຖານ​ເພື່ອ​ເຫຼົ່າ​ສາວົກ. ເນື່ອງ​ຈາກ​ຮູ້​ວ່າ​ເຂົາ​ເຈົ້າ​ຈະ​ຕົກ​ຢູ່​ໃນ​ຄວາມ​ກົດ​ດັນ​ຢ່າງ​ໜັກ​ໜ່ວງ​ຍ້ອນ​ຊາຕານ​ເປັນ​ຕົ້ນ​ເຫດ ພະ​ເຍຊູ​ຈຶ່ງ​ຂໍ​ກັບ​ພະ​ບິດາ​ວ່າ “ຂ້າພະເຈົ້າ​ບໍ່​ຂໍ​ໃຫ້​ພະເຈົ້າ​ເອົາ​ເຂົາ​ອອກ​ຈາກ​ໂລກ ແຕ່​ວ່າ​ໃຫ້​ພະເຈົ້າ​ຮັກສາ​ເຂົາ​ຈາກ​ການ​ຊົ່ວ​ຮ້າຍ. ເຂົາ​ບໍ່​ເປັນ​ຝ່າຍ​ໂລກ ເໝືອນ​ດັ່ງ​ຂ້າພະເຈົ້າ​ບໍ່​ເປັນ​ຝ່າຍ​ໂລກ.” (ໂຢຮັນ 17:15, 16) ເປັນ​ຫຍັງ​ການ​ແຍກ​ຕ່າງ​ຫາກ​ຈາກ​ໂລກ​ຈຶ່ງ​ສຳຄັນ​ຫຼາຍ? ກໍ​ເພາະ​ວ່າ​ຊາຕານ​ເປັນ​ຜູ້​ປົກຄອງ​ຂອງ​ໂລກ​ນີ້. ຄລິດສະຕຽນ​ຈຶ່ງ​ບໍ່​ຕ້ອງການ​ກາຍ​ເປັນ​ສ່ວນ​ຂອງ​ໂລກ​ທີ່​ຢູ່​ພາຍ​ໃຕ້​ການ​ຄວບຄຸມ​ຂອງ​ມັນ.—ລືກາ 4:5-8; ໂຢຮັນ 14:30; 1 ໂຢຮັນ 5:19.

2. ພະ​ເຍຊູ​ບໍ່​ເປັນ​ຝ່າຍ​ໂລກ​ໃນ​ທາງ​ໃດ?

2 ການ​ບໍ່​ເປັນ​ຝ່າຍ​ໂລກ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະ​ເຍຊູ​ບໍ່​ຮັກ​ຄົນ​ອື່ນ. ໃນ​ທາງ​ກົງ​ກັນ​ຂ້າມ ພະອົງ​ປິ່ນປົວ​ຄົນ​ເຈັບ​ປ່ວຍ, ປຸກ​ຄົນ​ຕາຍ​ໃຫ້​ກັບ​ຄືນ​ມາ​ຈາກ​ຕາຍ, ແລະ​ສອນ​ປະຊາຊົນ​ກ່ຽວ​ກັບ​ລາຊະອານາຈັກ​ຂອງ​ພະເຈົ້າ. ພະອົງ​ເຮັດ​ເຖິງ​ຂັ້ນ​ໄດ້​ສະລະ​ຊີວິດ​ຕົນ​ເອງ​ເພື່ອ​ມະນຸດ​ຊາດ. ແຕ່ ພະອົງ​ບໍ່​ມັກ​ທັດສະນະ​ທີ່​ບໍ່​ເຫຼື້ອມໃສ​ໃນ​ພະເຈົ້າ ແລະ​ການ​ກະທຳ​ຂອງ​ຄົນ​ເຫຼົ່າ​ນັ້ນ​ທີ່​ສະແດງ​ນ້ຳ​ໃຈ​ແບບ​ໂລກ​ຂອງ​ຊາຕານ. ດ້ວຍ​ເຫດ​ນັ້ນ ພະອົງ​ຈຶ່ງ​ເຕືອນ​ໃຫ້​ລະວັງ​ສິ່ງ​ຕ່າງໆ ເຊັ່ນ ຄວາມ​ປາຖະໜາ​ທີ່​ຜິດ​ສິນລະທຳ, ແນວ​ທາງ​ຊີວິດ​ທີ່​ນິຍົມ​ວັດຖຸ, ແລະ​ການ​ສະແຫວງ​ຫາ​ຊື່ສຽງ​ທີ່​ໂດ່ງ​ດັງ. (ມັດທາຍ 5:27, 28; 6:19-21; ລືກາ 20:46, 47) ບໍ່​ແປກ​ທີ່​ພະ​ເຍຊູ​ຍັງ​ໄດ້​ຫຼີກ​ລ້ຽງ​ການ​ເມືອງ​ຂອງ​ໂລກ​ນຳ​ອີກ. ເຖິງ​ແມ່ນ​ວ່າ​ພະອົງ​ເປັນ​ຄົນ​ຢິວ ພະອົງ​ບໍ່​ໄດ້​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ໃນ​ເລື່ອງ​ຄວາມ​ຂັດ​ແຍ່ງ​ທາງ​ການ​ເມືອງ​ລະຫວ່າງ​ພວກ​ໂລມ​ແລະ​ພວກ​ຢິວ.

‘ລາຊະອານາຈັກ​ຂອງ​ເຮົາ​ບໍ່​ເປັນ​ແຕ່​ໂລກ​ນີ້’

3. (ກ) ພວກ​ຫົວໜ້າ​ສາສະໜາ​ຄົນ​ຢິວ​ໄດ້​ແຈ້ງ​ຕໍ່​ພີລາດ​ໃນ​ຂໍ້​ກ່າວ​ຫາ​ອັນ​ໃດ​ກ່ຽວ​ກັບ​ພະ​ເຍຊູ ແລະ​ເພາະ​ເຫດ​ໃດ? (ຂ) ສິ່ງ​ໃດ​ທີ່​ສະແດງ​ວ່າ​ພະ​ເຍຊູ​ບໍ່​ມີ​ຄວາມ​ສົນ​ໃຈ​ຈະ​ເປັນ​ກະສັດ​ໃນ​ຖານະ​ມະນຸດ?

3 ຂໍ​ໃຫ້​ພິຈາລະນາ​ສິ່ງ​ທີ່​ເກີດ​ຂຶ້ນ​ເມື່ອ​ພວກ​ຫົວໜ້າ​ສາສະໜາ​ຄົນ​ຢິວ​ໄດ້​ເຮັດ​ໃຫ້​ພະ​ເຍຊູ​ຖືກ​ຈັບ​ກຸມ ແລະ​ພາ​ໄປ​ຫາ​ປົນເຊພີລາດ ຜູ້​ວ່າ​ການ​ລັດ​ຄົນ​ໂລມ. ທີ່​ຈິງ ພວກ​ຫົວໜ້າ​ສາສະໜາ​ເຫຼົ່າ​ນີ້​ບໍ່​ພໍ​ໃຈ​ເພາະ​ວ່າ​ພະ​ເຍຊູ​ໄດ້​ເປີດໂປງ​ຄວາມ​ໜ້າ​ຊື່​ໃຈ​ຄົດ​ຂອງ​ເຂົາ​ເຈົ້າ. ເພື່ອ​ໃຫ້​ຜູ້​ວ່າ​ການ​ລັດ​ຈັດການ​ກັບ​ພະ​ເຍຊູ ເຂົາ​ເຈົ້າ​ຈຶ່ງ​ກ່າວ​ຫາ​ພະ​ເຍຊູ​ໂດຍ​ເວົ້າ​ວ່າ “ພວກ​ຂ້າພະເຈົ້າ​ໄດ້​ພົບ​ທ່ານ​ຜູ້​ນີ້​ພວມ​ຊັກຊວນ​ປະເທດ​ຂອງ​ພວກ​ຂ້າພະເຈົ້າ​ໃຫ້​ກະທຳ​ຜິດ [“ກໍ່​ການ​ປະຕິວັດ,” ທ.ປ.] ແລະ​ຫ້າມ​ເຂົາ​ບໍ່​ໃຫ້​ເສຍ​ເງິນ​ສ່ວຍ​ແກ່​ກະສັດ​ເຊຊາ ແລະ​ກ່າວ​ວ່າ​ຕົວ​ເອງ​ເປັນ​ພະ​ຄລິດ ເປັນ​ກະສັດ.” (ລືກາ 23:2) ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ວ່າ ເປັນ​ການ​ຕົວະ​ເພາະ​ໜຶ່ງ​ປີ​ກ່ອນ​ໜ້າ​ນີ້ ຕອນ​ທີ່​ປະຊາຊົນ​ຕ້ອງການ​ແຕ່ງ​ຕັ້ງ​ພະ​ເຍຊູ​ໃຫ້​ເປັນ​ກະສັດ ພະອົງ​ໄດ້​ປະຕິເສດ​ໄປ​ແລ້ວ. (ໂຢຮັນ 6:15) ພະອົງ​ຮູ້​ວ່າ​ຕົນ​ເອງ​ຈະ​ໄດ້​ເປັນ​ກະສັດ​ທາງ​ພາກ​ສະຫວັນ ໃນ​ອະນາຄົດ. (ລືກາ 19:11, 12) ນອກ​ຈາກ​ນັ້ນ ແມ່ນ​ພະ​ເຢໂຫວາ​ເອງ​ທີ່​ຈະ​ແຕ່ງ​ຕັ້ງ​ພະ​ເຍຊູ​ໃຫ້​ເປັນ​ກະສັດ ບໍ່​ແມ່ນ​ມະນຸດ.

4. ພະ​ເຍຊູ​ມີ​ທັດສະນະ​ແນວ​ໃດ​ຕໍ່​ການ​ເສຍ​ພາສີ?

4 ພຽງ​ແຕ່​ສາມ​ມື້​ກ່ອນ​ທີ່​ພະ​ເຍຊູ​ຈະ​ຖືກ​ຈັບ​ກຸມ ພວກ​ຟາລິຊຽນ​ພະຍາຍາມ​ເຮັດ​ໃຫ້​ພະ​ເຍຊູ​ກ່າວ​ສິ່ງ​ໃດ​ສິ່ງ​ໜຶ່ງ​ອອກ​ມາ​ເພື່ອ​ຈະ​ກ່າວ​ຫາ​ພະອົງ​ເລື່ອງ​ການ​ເສຍ​ພາສີ. ໃນ​ໂອກາດ​ນັ້ນ​ພະອົງ​ບອກ​ວ່າ “ຈົ່ງ​ເອົາ​ເງິນ​ແຜ່ນ​ໜຶ່ງ​ໃຫ້​ເຮົາ​ເບິ່ງ​ເທີ້ນ ເປັນ​ຮູບ​ແລະ​ເປັນ​ໜັງສື​ຂອງ​ຜູ້​ໃດ?” ເມື່ອ​ເຂົາ​ເຈົ້າ​ກ່າວ​ວ່າ “ຂອງ​ກະສັດ​ເຊຊາ” ພະອົງ​ຈຶ່ງ​ຕອບ​ວ່າ “ສິ່ງ​ຂອງ​ກະສັດ​ເຊຊາ ຈົ່ງ​ສົ່ງ​ໃຫ້​ຄືນ​ແກ່​ກະສັດ​ເຊຊາ ແລະ​ສິ່ງ​ຂອງ​ພະເຈົ້າ ຈົ່ງ​ສົ່ງ​ໃຫ້​ຄືນ​ແກ່​ພະເຈົ້າ​ເທີ້ນ.”—ລືກາ 20:20-25.

5. (ກ) ໃນ​ຕອນ​ທີ່​ພະອົງ​ຖືກ​ຈັບ​ກຸມ ພະ​ເຍຊູ​ສອນ​ບົດຮຽນ​ອັນ​ໃດ​ແກ່​ສາວົກ? (ຂ) ພະ​ເຍຊູ​ຊີ້​ແຈງ​ເຫດຜົນ​ທີ່​ພະອົງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ໃດ? (ຄ) ຜົນ​ຂອງ​ການ​ພິຈາລະນາ​ຄະດີ​ນັ້ນ​ເປັນ​ແນວ​ໃດ?

5 ພະ​ເຍຊູ​ບໍ່​ໄດ້​ສອນ​ໃຫ້​ຂັດຂືນ​ອຳນາດ​ບ້ານ​ເມືອງ. ເມື່ອ​ທະຫານ​ແລະ​ຄົນ​ອື່ນໆ ມາ​ຈັບ​ພະ​ເຍຊູ ເປໂຕ​ໄດ້​ຊັກ​ດາບ​ອອກ​ມາ​ຟັນ​ຊາຍ​ຄົນ​ໜຶ່ງ​ແລະ​ຖືກ​ຫູ​ລາວ​ຈົນ​ຂາດ. ຕອນ​ນັ້ນ​ພະ​ເຍຊູ​ບອກ​ວ່າ “ຈົ່ງ​ເອົາ​ດາບ​ຂອງ​ທ່ານ​ໃສ່​ໄວ້​ໃນ​ຝັກ​ມັນ ເພາະ​ວ່າ​ຄົນ​ທັງ​ປວງ​ທີ່​ຖື​ເອົາ​ດາບ​ຈະ​ຈິບຫາຍ​ດ້ວຍ​ດາບ.” (ມັດທາຍ 26:51, 52) ມື້​ຕໍ່​ມາ​ພະ​ເຍຊູ​ຈຶ່ງ​ຊີ້​ແຈງ​ຕໍ່​ພີລາດ​ເຖິງ​ສິ່ງ​ທີ່​ພະອົງ​ໄດ້​ກະທຳ​ໂດຍ​ກ່າວ​ວ່າ “ແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ຂອງ​ເຮົາ​ບໍ່​ເປັນ​ແຕ່​ໂລກ​ນີ້ ຖ້າ​ແຜ່ນດິນ​ຂອງ​ເຮົາ​ເປັນ​ແຕ່​ໂລກ​ນີ້ ພວກ​ຂ້າ​ໃຊ້​ຂອງ​ເຮົາ​ຈະ​ໄດ້​ເລວ​ເສິກ​ແລ້ວ ເພື່ອ​ບໍ່​ໃຫ້​ເຮົາ​ເປັນ​ທີ່​ມອບ​ໄວ້​ແກ່​ພວກ​ຢູເດ.” (ໂຢຮັນ 18:36) ພີລາດ​ຍອມ​ຮັບ​ວ່າ “ເຮົາ​ບໍ່​ໄດ້​ເຫັນ​ການ​ໂທດ​ຫຼວງ” ໃນ​ຂໍ້​ທີ່​ພວກ​ເຂົາ​ຍົກ​ຂຶ້ນ​ມາ​ກ່າວ​ຫາ​ພະ​ເຍຊູ. ແຕ່​ຍ້ອນ​ຖືກ​ບີບ​ບັງຄັບ​ຈາກ​ຝູງ​ຊົນ ພີລາດ​ຈຶ່ງ​ສັ່ງ​ໃຫ້​ເອົາ​ພະ​ເຍຊູ​ໄປ​ຕອກ​ໃສ່​ຫຼັກ​ທໍລະມານ.—ລືກາ 23:13-15; ໂຢຮັນ 19:12-16.

ເຫຼົ່າ​ສາວົກ​ຕິດ​ຕາມ​ການ​ນຳ​ຂອງ​ພະ​ເຍຊູ

6. ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ສະແດງ​ໃຫ້​ເຫັນ​ຢ່າງ​ໃດ​ວ່າ​ເຂົາ​ເຈົ້າ​ຫຼີກ​ລ້ຽງ​ແນວ​ຄວາມ​ຄິດ​ແບບ​ໂລກ ແຕ່​ວ່າ​ພັດ​ຮັກ​ປະຊາຊົນ?

6 ບາດ​ນີ້ ເຫຼົ່າ​ສາວົກ​ຂອງ​ພະ​ເຍຊູ​ໄດ້​ເຂົ້າ​ໃຈ​ເຖິງ​ຂໍ້​ຮຽກ​ຮ້ອງ​ໃນ​ການ​ບໍ່​ເປັນ​ສ່ວນ​ຂອງ​ໂລກ. ນັ້ນ​ກໍ​ໝາຍ​ເຖິງ​ການ​ຫຼີກ​ລ້ຽງ​ແນວ​ຄິດ​ທີ່​ບໍ່​ເຫຼື້ອມໃສ​ໃນ​ພະເຈົ້າ​ແລະ​ການ​ກະທຳ​ແບບ​ໂລກ ເຊິ່ງ​ລວມ​ເຖິງ​ການ​ບັນເທີງ​ທີ່​ຮຸນແຮງ​ແລະ​ຜິດ​ສິນລະທຳ​ໃນ​ໂຮງ​ລະຄອນ​ແລະ​ໂຮງ​ມະຫໍລະສົບ​ຂອງ​ພວກ​ໂລມ. ຍ້ອນ​ແນວ​ນັ້ນ ເຫຼົ່າ​ສາວົກ​ຈຶ່ງ​ຖືກ​ເອີ້ນ​ວ່າ​ເປັນ​ຜູ້​ກຽດ​ຊັງ​ມະນຸດ​ຊາດ. ແທນ​ທີ່​ຈະ​ກຽດ​ຊັງ​ມວນ​ມະນຸດ ເຂົາ​ເຈົ້າ​ພັດ​ເຮັດ​ວຽກ​ໜັກ​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຈັດ​ຕຽມ​ຂອງ​ພະເຈົ້າ​ເພື່ອ​ຄວາມ​ລອດ.

7. (ກ) ເນື່ອງ​ຈາກ​ບໍ່​ເປັນ​ຝ່າຍ​ໂລກ ສາວົກ​ໃນ​ສະຕະວັດ​ທຳອິດ​ໄດ້​ປະສົບ​ກັບ​ສິ່ງ​ໃດ​ແດ່? (ຂ) ເຂົາ​ເຈົ້າ​ມີ​ທັດສະນະ​ຕໍ່​ຜູ້​ປົກຄອງ​ທາງ​ການ​ເມືອງ​ແລະ​ການ​ເສຍ​ພາສີ​ຢ່າງ​ໃດ ແລະ​ເພາະ​ເຫດ​ໃດ?

7 ຜູ້​ຕິດ​ຕາມ​ພະ​ເຍຊູ​ກໍ​ຖືກ​ຂົ່ມເຫງ​ແບບ​ດຽວ​ກັບ​ທີ່​ພະອົງ​ຖືກ ເຊິ່ງ​ຫຼາຍ​ຄັ້ງ​ເກີດ​ຈາກ​ການ​ທີ່​ເຈົ້າ​ໜ້າທີ່​ລັດຖະບານ​ໄດ້​ຂໍ້​ມູນ​ແບບ​ຜິດໆ. ເຖິງ​ແນວ​ນັ້ນ​ກໍ​ຕາມ ປະມານ​ປີ 56 ສາກົນ​ສັກກະຫຼາດ ອັກຄະສາວົກ​ໂປໂລ​ໄດ້​ຂຽນ​ໜັງສື​ເຖິງ​ຄລິດສະຕຽນ​ໃນ​ເມືອງ​ໂລມ​ເພື່ອ​ບອກ​ເຂົາ​ເຈົ້າ​ໃຫ້ “ຍອມ​ຢູ່​ໃຕ້​ບັງຄັບ​ຜູ້​ມີ​ອຳນາດ​ທັງ​ເທິງ​ເຂົາ [ຜູ້​ປົກຄອງ​ບ້ານ​ເມືອງ] ເຫດ​ວ່າ​ອຳນາດ​ບໍ່​ມີ​ເວັ້ນ​ໄວ້​ມາ​ແຕ່​ພະເຈົ້າ.” ເລື່ອງ​ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ພະ​ເຢໂຫວາ​ຈັດ​ຕັ້ງ​ລັດຖະບານ​ຕ່າງໆ ຝ່າຍ​ໂລກ ແຕ່​ພະອົງ​ອະນຸຍາດ​ໃຫ້​ລັດຖະບານ​ເຫຼົ່າ​ນີ້​ປົກຄອງ​ຕໍ່​ໄປ​ຈົນ​ກວ່າ​ລາຊະອານາຈັກ​ຂອງ​ພະອົງ​ຈະ​ເປັນ​ລັດຖະບານ​ດຽວ​ທີ່​ປົກຄອງ​ທົ່ວ​ແຜ່ນດິນ​ໂລກ. ເປັນ​ເລື່ອງ​ເໝາະ​ສົມ​ທີ່​ໂປໂລ​ບອກ​ຄລິດສະຕຽນ​ໃຫ້​ນັບຖື​ເຈົ້າ​ໜ້າທີ່​ບ້ານ​ເມືອງ​ແລະ​ເສຍ​ພາສີ.—ໂລມ 13:1-7; ຕິໂຕ 3:1, 2.

8. (ກ) ຄລິດສະຕຽນ​ຕ້ອງ​ຍອມ​ຢູ່​ໃຕ້​ອຳນາດ​ທີ່​ສູງ​ກວ່າ​ເຖິງ​ຂັ້ນ​ໃດ? (ຂ) ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ​ຕິດ​ຕາມ​ຕົວຢ່າງ​ຂອງ​ພະ​ເຍຊູ​ຢ່າງ​ໃດ?

8 ແນວ​ໃດ​ກໍ​ຕາມ ການ​ຍອມ​ຢູ່​ໃຕ້​ອຳນາດ​ຜູ້​ປົກຄອງ​ບ້ານ​ເມືອງ​ນັ້ນ​ມີ​ຂອບ​ເຂດ​ຈຳກັດ. ເມື່ອ​ມີ​ຂໍ້​ຂັດ​ກັນ​ລະຫວ່າງ​ກົດໝາຍ​ຂອງ​ພະເຈົ້າ​ກັບ​ກົດໝາຍ​ຂອງ​ມະນຸດ ແນ່ນອນ​ຄົນ​ເຫຼົ່າ​ນັ້ນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ຈະ​ເຊື່ອ​ຟັງ​ກົດໝາຍ​ຂອງ​ພະອົງ. ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ໜັງສື​ການ​ເດີນ​ທາງ​ສູ່​ຄວາມ​ສິວິໄລ—ແງ່​ໜຶ່ງ​ຂອງ​ປະຫວັດສາດ​ໂລກ (ພາສາ​ອັງກິດ) ໄດ້​ບັນທຶກ​ກ່ຽວ​ກັບ​ຄລິດສະຕຽນ​ໃນ​ຍຸກ​ທຳອິດ​ວ່າ “ຄລິດສະຕຽນ​ປະຕິເສດ​ທີ່​ຈະ​ຮ່ວມ​ຮັບ​ໜ້າທີ່​ບາງ​ຢ່າງ​ແບບ​ພົນລະເມືອງ​ໂລມ​ເຮັດ. ຄລິດສະຕຽນ . . . ສຳນຶກ​ວ່າ​ການ​ເຂົ້າ​ເປັນ​ທະຫານ​ແມ່ນ​ເປັນ​ການ​ຂັດ​ກັບ​ຄວາມ​ເຊື່ອ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ບໍ່​ຮັບ​ໜ້າທີ່​ທາງ​ການ​ເມືອງ. ເຂົາ​ເຈົ້າ​ບໍ່​ນະມັດສະການ​ຈອມ​ຈັກກະພັດ.” ເມື່ອ​ສານ​ສູງ​ຂອງ​ພວກ​ຢິວ ‘ສັ່ງ​ຫ້າມ​ດ້ວຍ​ແຂງແຮງ​ແທ້’ ຫຼື​ອອກ​ຄຳ​ສັ່ງ​ເດັດ​ຂາດ​ໃຫ້​ພວກ​ສາວົກ​ເຊົາ​ປະກາດ ເຂົາ​ເຈົ້າ​ຕອບ​ວ່າ “ພວກ​ຂ້າພະເຈົ້າ​ຈຳຕ້ອງ​ຟັງ​ພະເຈົ້າ​ຫຼາຍ​ກວ່າ​ຟັງ​ມະນຸດ.”—ກິດຈະການ 5:27-29.

9. (ກ) ໃນ​ປີ 66 ສາກົນ​ສັກກະຫຼາດ ເປັນ​ຫຍັງ​ຄລິດສະຕຽນ​ຈຶ່ງ​ໜີ​ອອກ​ຈາກ​ເມືອງ​ເຢຣຶຊາເລມ? (ຂ) ເລື່ອງ​ນີ້​ເປັນ​ບົດຮຽນ​ທີ່​ມີ​ຄຸນຄ່າ​ໃນ​ທາງ​ໃດ?

9 ໃນ​ເລື່ອງ​ຄວາມ​ຂັດ​ແຍ່ງ​ທາງ​ດ້ານ​ການ​ເມືອງ​ແລະ​ທາງ​ດ້ານ​ການ​ທະຫານ ເຫຼົ່າ​ສາວົກ​ຮັກສາ​ຄວາມ​ເປັນ​ກາງ​ຢ່າງ​ເຄັ່ງ​ຄັດ. ໃນ​ປີ 66 ສາກົນ​ສັກກະຫຼາດ ພວກ​ຢິວ​ໃນ​ແຂວງ​ຢູເດ​ໄດ້​ກະບົດ​ຕໍ່​ເຊຊາ. ດັ່ງ​ນັ້ນ ກອງ​ທະຫານ​ໂລມ​ຈຶ່ງ​ເຄື່ອນ​ທັບ​ເຂົ້າ​ໄປ​ອ້ອມ​ເມືອງ​ເຢຣຶຊາເລມ​ຢ່າງ​ກະທັນຫັນ. ຄລິດສະຕຽນ​ທີ່​ຢູ່​ໃນ​ເມືອງ​ໄດ້​ເຮັດ​ແນວ​ໃດ? ເຂົາ​ເຈົ້າ​ນຶກ​ເຖິງ​ຄຳ​ແນະນຳ​ຂອງ​ພະ​ເຍຊູ​ທີ່​ໃຫ້​ໜີ​ອອກ​ຈາກ​ເມືອງ​ທັນທີ. ພາຍ​ຫຼັງ​ທີ່​ກອງທັບ​ໂລມ​ຖອນ​ກຳລັງ​ອອກ​ໄປ​ຊົ່ວ​ຄາວ ຄລິດສະຕຽນ​ໄດ້​ໜີ​ຂວ້າມ​ແມ່ນ້ຳ​ຢູລະເດນ​ແລ້ວ​ເຂົ້າ​ໄປ​ໃນ​ເຂດ​ພູເຂົາ​ເພ​ລາ. (ລືກາ 21:20-24) ຄວາມ​ເປັນ​ກາງ​ຂອງ​ເຂົາ​ເຈົ້າ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ໃຫ້​ແກ່​ຄລິດສະຕຽນ​ຜູ້​ສັດ​ຊື່​ໃນ​ຮຸ່ນ​ຕໍ່​ມາ.

ຄວາມ​ເປັນ​ກາງ​ຂອງ​ຄລິດສະຕຽນ​ໃນ​ສະໄໝ​ສຸດ​ທ້າຍ

10. (ກ) ພະຍານ​ພະ​ເຢໂຫວາ​ສຸມ​ໃສ່​ວຽກ​ງານ​ອັນ​ໃດ ແລະ​ເພາະ​ເຫດ​ໃດ? (ຂ) ເຂົາ​ເຈົ້າ​ເປັນ​ກາງ​ໃນ​ເລື່ອງ​ໃດ?

10 ບັນທຶກ​ທາງ​ປະຫວັດສາດ​ສະແດງ​ໃຫ້​ເຫັນ​ວ່າ ໃນ​ສະໄໝ​ສຸດ​ທ້າຍ​ນີ້​ມີ​ກຸ່ມ​ທີ່​ຮັກສາ​ຄວາມ​ເປັນ​ກາງ​ຢ່າງ​ເຄັ່ງ​ຄັດ​ຕາມ​ແບບ​ຢ່າງ​ຂອງ​ຄລິດສະຕຽນ​ຮຸ່ນ​ທຳອິດ​ບໍ? ມີ​ແທ້ ພະຍານ​ພະ​ເຢໂຫວາ​ໄດ້​ເຮັດ​ແນວ​ນັ້ນ. ດັ່ງ​ທີ່​ໄດ້​ເຫັນ​ຕະຫຼອດ​ໄລຍະ​ສະໄໝ​ສຸດ​ທ້າຍ​ນີ້ ເຂົາ​ເຈົ້າ​ຍັງ​ປະກາດ​ຕໍ່​ໄປ​ວ່າ​ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ວິທີ​ທາງ​ດຽວ​ທີ່​ຈະ​ນຳ​ເອົາ​ສັນຕິພາບ​ອັນ​ຖາວອນ, ຄວາມ​ຈະເລີນ​ຮຸ່ງເຮືອງ, ແລະ​ຄວາມ​ສຸກ​ມາ​ໃຫ້​ກັບ​ຜູ້​ທີ່​ສະແຫວງ​ຫາ​ຄວາມ​ຊອບທຳ. (ມັດທາຍ 24:14) ພ້ອມ​ນີ້ ໃນ​ເລື່ອງ​ຄວາມ​ຂັດ​ແຍ່ງ​ລະຫວ່າງ​ຊາດ​ຕ່າງໆ ເຂົາ​ເຈົ້າ​ໄດ້​ຮັກສາ​ຄວາມ​ເປັນ​ກາງ​ຢ່າງ​ເຄັ່ງ​ຄັດ.

11. (ກ) ຄວາມ​ເປັນ​ກາງ​ຂອງ​ພະຍານ​ພະ​ເຢໂຫວາ​ກົງ​ກັນ​ຂ້າມ​ກັບ​ການ​ປະຕິບັດ​ຂອງ​ນັກ​ເທດ​ນັກ​ບວດ​ຢ່າງ​ໃດ? (ຂ) ພະຍານ​ພະ​ເຢໂຫວາ​ມີ​ທັດສະນະ​ຢ່າງ​ໃດ​ຕໍ່​ສິ່ງ​ທີ່​ຄົນ​ອື່ນ​ເຮັດ​ກ່ຽວ​ກັບ​ເລື່ອງ​ການ​ເມືອງ?

11 ໃນ​ທາງ​ກົງ​ກັນ​ຂ້າມ ບັນດາ​ນັກ​ເທດ​ນັກ​ບວດ​ຂອງ​ສາສະໜາ​ຕ່າງໆ ໃນ​ໂລກ​ນີ້​ພັດ​ມັກ​ເຂົ້າ​ໄປ​ພົວ​ພັນ​ກັບ​ກິດຈະກຳ​ຫຼາຍ​ຢ່າງ​ທາງ​ການ​ເມືອງ. ໃນ​ບາງ​ປະເທດ ເຂົາ​ເຈົ້າ​ຂົນຂວາຍ​ເພື່ອ​ທີ່​ຈະ​ສົ່ງເສີມ​ຫຼື​ບໍ່​ກໍ​ຕໍ່​ຕ້ານ​ຜູ້​ລົງ​ສະໝັກ​ເລືອກ​ຕັ້ງ. ນັກ​ເທດ​ນັກ​ບວດ​ບາງ​ຄົນ​ຍັງ​ມີ​ຕຳແໜ່ງ​ທາງ​ການ​ເມືອງ​ນຳ​ອີກ. ນອກ​ຈາກ​ນັ້ນ ນັກ​ເທດ​ນັກ​ບວດ​ຄົນ​ອື່ນໆ ຍັງ​ໄດ້​ກົດ​ດັນ​ໃຫ້​ນັກ​ການ​ເມືອງ​ສະໜັບສະຫນູນ​ໂຄງການ​ຕ່າງໆ ທີ່​ຕົນ​ເອງ​ເຫັນ​ດີ. ແນວ​ໃດ​ກໍ​ຕາມ ພະຍານ​ພະ​ເຢໂຫວາ​ບໍ່​ຫຍຸ້ງ​ກ່ຽວ​ກັບ​ເລື່ອງ​ການ​ເມືອງ ແລະ​ບໍ່​ກໍ່​ກວນ​ຜູ້​ທີ່​ເຂົ້າ​ຮ່ວມ​ພັກ​ການ​ເມືອງ ບໍ່​ຍາດ​ຊິງ​ຕຳແໜ່ງ​ທາງ​ການ​ເມືອງ ຫຼື​ບໍ່​ລົງ​ຄະແນນ​ສຽງ​ໃນ​ການ​ເລືອກ​ຕັ້ງ. ເນື່ອງ​ຈາກ​ພະ​ເຍຊູ​ບອກ​ວ່າ ສາວົກ​ຂອງ​ພະອົງ​ບໍ່​ເປັນ​ຝ່າຍ​ໂລກ ດັ່ງ​ນັ້ນ ພະຍານ​ພະ​ເຢໂຫວາ​ຈຶ່ງ​ບໍ່​ເຂົ້າ​ສ່ວນ​ໃນ​ເລື່ອງ​ການ​ເມືອງ.

12. ເນື່ອງ​ຈາກ​ສາສະໜາ​ຕ່າງໆ ຂອງ​ໂລກ​ບໍ່​ເປັນ​ກາງ ຜົນ​ເປັນ​ຢ່າງ​ໃດ?

12 ດັ່ງ​ທີ່​ພະ​ເຍຊູ​ໄດ້​ບອກ​ລ່ວງ​ໜ້າ ຊາດ​ຕ່າງໆ ໄດ້​ເຮັດ​ສົງຄາມ​ຊ້ຳ​ແລ້ວ​ຊ້ຳ​ອີກ ແລະ​ແມ່ນ​ແຕ່​ກຸ່ມ​ຕ່າງໆ ພາຍ​ໃນ​ຊາດ​ກໍ​ໄດ້​ຕໍ່​ສູ້​ກັນ​ເອງ. (ມັດທາຍ 24:3, 6, 7) ຫົວໜ້າ​ສາສະໜາ​ມັກ​ສະໜັບສະຫນູນ​ຊາດ​ໜຶ່ງ​ຫຼື​ກຸ່ມ​ໃດ​ກຸ່ມ​ໜຶ່ງ​ໃຫ້​ຕໍ່​ສູ້​ກັບ​ອີກ​ກຸ່ມ​ໜຶ່ງ​ຢູ່​ສະເໝີ ແລະ​ກະຕຸ້ນ​ເຫຼົ່າ​ຜູ້​ຕິດ​ຕາມ​ເຂົາ​ເຈົ້າ​ໃຫ້​ເຮັດ​ແບບ​ດຽວ​ກັນ. ຜົນ​ເປັນ​ແນວ​ໃດ? ສະມາຊິກ​ຂອງ​ສາສະໜາ​ດຽວ​ກັນ​ຂ້າ​ຟັນ​ກັນ​ເອງ​ໃນ​ສົງຄາມ​ພຽງ​ເພາະ​ຄວາມ​ແຕກຕ່າງ​ທາງ​ດ້ານ​ເຊື້ອ​ຊາດ​ແລະ​ເຜົ່າ​ພັນ. ເລື່ອງ​ນີ້​ກົງ​ກັນ​ຂ້າມ​ກັບ​ໃຈ​ປະສົງ​ຂອງ​ພະເຈົ້າ.—1 ໂຢຮັນ 3:10-12; 4:8, 20.

13. ຫຼັກຖານ​ຕ່າງໆ ສະແດງ​ໃຫ້​ເຫັນ​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ເປັນ​ກາງ​ຂອງ​ພະຍານ​ພະ​ເຢໂຫວາ?

13 ຢ່າງ​ໃດ​ກໍ​ຕາມ ພະຍານ​ພະ​ເຢໂຫວາ​ຮັກສາ​ຄວາມ​ເປັນ​ກາງ​ຢ່າງ​ເຄັ່ງ​ຄັດ​ໃນ​ເລື່ອງ​ຄວາມ​ຂັດ​ແຍ່ງ​ທຸກໆ ດ້ານ. ວາລະສານ​ຫໍສັງເກດການ ສະບັບ​ວັນ​ທີ 1 ເດືອນ​ພະຈິກ ປີ 1939 (ພາສາ​ອັງກິດ) ກ່າວ​ວ່າ “ທຸກ​ຄົນ​ທີ່​ຢູ່​ຝ່າຍ​ອົງ​ພະ​ຜູ້​ເປັນ​ເຈົ້າ​ຈະ​ວາງ​ຕົວ​ເປັນ​ກາງ​ໃນ​ຂະນະ​ທີ່​ຊາດ​ຕ່າງໆ ຕໍ່​ສູ້​ກັນ.” ພະຍານ​ພະ​ເຢໂຫວາ​ໃນ​ທຸກ​ດິນແດນ​ແລະ​ໃນ​ທຸກ​ສະພາບການ​ຍັງ​ຍຶດ​ໝັ້ນ​ກັບ​ຖານະ​ເປັນ​ກາງ​ນີ້​ຕໍ່ໆ ໄປ. ເຂົາ​ເຈົ້າ​ບໍ່​ຍອມ​ໃຫ້​ການ​ແບ່ງ​ແຍກ​ທາງ​ການ​ເມືອງ​ຂອງ​ໂລກ​ແລະ​ສົງຄາມ​ຕ່າງໆ ມາ​ທຳລາຍ​ຄວາມ​ເປັນ​ພີ່​ນ້ອງ​ແບບ​ນານາ​ຊາດ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ “ເອົາ​ດາບ​ທັງ​ຫຼາຍ​ຂອງ​ເຂົາ​ຕີ​ອີກ​ເປັນ​ໝາກ​ສົບ ແລະ​ຫອກ​ທັງ​ຫຼາຍ​ຕີ​ເປັນ​ເຫຼັກ​ກ່ຽວ.” ເນື່ອງ​ຈາກ​ເປັນ​ກາງ ເຂົາ​ເຈົ້າ​ຈຶ່ງ​ບໍ່​ສຶກສາ​ການ​ເສິກ​ອີກ​ຕໍ່​ໄປ.—ເອຊາອີ 2:3, 4; 2 ໂກລິນໂທ 10:3, 4.

14. ເນື່ອງ​ຈາກ​ຮັກສາ​ຕົວ​ຕ່າງ​ຫາກ​ຈາກ​ໂລກ ພະຍານ​ພະ​ເຢໂຫວາ​ໄດ້​ປະສົບ​ກັບ​ສິ່ງ​ໃດ?

14 ຜົນ​ຢ່າງ​ໜຶ່ງ​ເນື່ອງ​ຈາກ​ຄວາມ​ເປັນ​ກາງ​ຂອງ​ເຂົາ​ເຈົ້າ​ແມ່ນ​ຫຍັງ? ພະ​ເຍຊູ​ກ່າວ​ວ່າ ເພາະ “ພວກ​ທ່ານ​ບໍ່​ເປັນ​ຂອງ​ໂລກ; . . . ໂລກ​ຈຶ່ງ​ກຽດ​ຊັງ​ພວກ​ທ່ານ.” (ໂຢຮັນ 15:19, ທ.ປ.) ພະຍານ​ພະ​ເຢໂຫວາ​ຫຼາຍ​ຄົນ​ຕິດ​ຄຸກ​ເນື່ອງ​ຈາກ​ເປັນ​ຜູ້​ຮັບໃຊ້​ພະເຈົ້າ. ບາງ​ຄົນ​ໄດ້​ຮັບ​ຄວາມ​ທໍລະມານ​ຫຼື​ກະທັ່ງ​ຖືກ​ຂ້າ ເຊິ່ງ​ບໍ່​ຕ່າງ​ຈາກ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຄລິດສະຕຽນ​ໃນ​ສະຕະວັດ​ທຳອິດ. ນີ້​ກໍ​ເພາະ​ວ່າ​ຊາຕານ “ພະ​ຂອງ​ໂລກ​ນີ້” ໄດ້​ຕໍ່​ຕ້ານ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ ຜູ້​ເຊິ່ງ​ບໍ່​ຢູ່​ຝ່າຍ​ມັນ.—2 ໂກລິນໂທ 4:4; ຄຳປາກົດ 12:12.

15. (ກ) ຊາດ​ຕ່າງໆ ກຳລັງ​ມຸ່ງ​ໜ້າ​ເຂົ້າ​ໄປ​ສູ່​ເຫດການ​ຫຍັງ ແລະ​ພະຍານ​ພະ​ເຢໂຫວາ​ລະວັງ​ທີ່​ຈະ​ບໍ່​ເຮັດ​ສິ່ງ​ໃດ? (ຂ) ເຫດ​ໃດ​ການ​ແຍກ​ຕົວ​ຕ່າງ​ຫາກ​ຈາກ​ໂລກ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ແທ້ໆ?

15 ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ທີ່​ເຂົາ​ເຈົ້າ​ບໍ່​ໄດ້​ຢູ່​ຝ່າຍ​ໂລກ​ນີ້ ເພາະ​ຊາດ​ທັງ​ໝົດ​ກຳລັງ​ມຸ່ງ​ໜ້າ​ໄປ​ສູ່​ຈຸດ​ຈົບ​ຂອງ​ເຂົາ​ເຈົ້າ​ໃນ​ສົງຄາມ​ອະລະມະເຄໂດນ. (ດານຽນ 2:44; ຄຳປາກົດ 16:14, 16; 19:11-21) ເຮົາ​ຈະ​ພົ້ນ​ຈາກ​ຄວາມ​ຈິບຫາຍ​ນີ້​ເພາະ​ເຮົາ​ຢູ່​ຕ່າງ​ຫາກ​ຈາກ​ໂລກ. ໃນ​ຖານະ​ທີ່​ເປັນ​ປະຊາຊົນ​ເຊິ່ງ​ເປັນ​ເອກະພາບ​ກັນ​ທົ່ວ​ໂລກ ເຮົາ​ຈຶ່ງ​ຮັກສາ​ຄວາມ​ພັກດີ​ຕໍ່​ລາຊະອານາຈັກ​ທາງ​ພາກ​ສະຫວັນ​ຂອງ​ພະເຈົ້າ. ແມ່ນ​ແລ້ວ ໂດຍ​ການ​ຮັກສາ​ຕົວ​ເອງ​ບໍ່​ໃຫ້​ເປັນ​ສ່ວນ​ຂອງ​ໂລກ ເຮົາ​ເລີຍ​ປະສົບ​ກັບ​ການ​ເຍາະ​ເຍີ້ຍ​ແລະ​ການ​ຂົ່ມເຫງ. ເຖິງ​ແນວ​ນັ້ນ​ກໍ​ຕາມ ໃນ​ອີກ​ບໍ່​ດົນ​ສິ່ງ​ເຫຼົ່າ​ນີ້​ກໍ​ຈະ​ໝົດ​ໄປ ເພາະ​ໂລກ​ຊົ່ວ​ໃນ​ປັດຈຸບັນ​ທີ່​ຢູ່​ພາຍ​ໃຕ້​ອຳນາດ​ຂອງ​ຊາຕານ​ຈະ​ຖືກ​ທຳລາຍ​ຕະຫຼອດ​ໄປ. ໃນ​ທາງ​ກົງ​ກັນ​ຂ້າມ ສຳລັບ​ຄົນ​ເຫຼົ່າ​ນັ້ນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່​ທີ່​ມີ​ຄວາມ​ຊອບທຳ​ພາຍ​ໃຕ້​ການ​ຊີ້​ນຳ​ແຫ່ງ​ລາຊະອານາຈັກ​ຂອງ​ພະເຈົ້າ.—2 ເປໂຕ 3:10-13; 1 ໂຢຮັນ 2:15-17.

ການ​ພິຈາລະນາ​ທົບ​ທວນ

• ພະ​ເຍຊູ​ສະແດງ​ໃຫ້​ເຫັນ​ຢ່າງ​ໃດ​ເຖິງ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ການ “ບໍ່​ເປັນ​ຝ່າຍ​ໂລກ”?

• ຄລິດສະຕຽນ​ໃນ​ສະໄໝ​ທຳອິດ​ມີ​ທັດສະນະ​ຢ່າງ​ໃດ​ຕໍ່ (ກ) ແນວ​ຄວາມ​ຄິດ​ແບບ​ໂລກ, (ຂ) ຜູ້​ປົກຄອງ​ບ້ານ​ເມືອງ, ແລະ (ຄ) ການ​ເສຍ​ພາສີ?

• ພະຍານ​ພະ​ເຢໂຫວາ​ໃນ​ສະໄໝ​ປັດຈຸບັນ​ສະແດງ​ໃຫ້​ເຫັນ​ຄວາມ​ເປັນ​ກາງ​ຂອງ​ເຂົາ​ເຈົ້າ​ໂດຍ​ວິທີ​ໃດ?

[ຮູບ​ພາບ​ໜ້າ 165]

ພະ​ເຍຊູ​ຊີ້​ແຈງ​ວ່າ​ພະອົງ​ເອງ​ແລະ​ເຫຼົ່າ​ສາວົກ “ບໍ່​ເປັນ​ຝ່າຍ​ໂລກ”

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌