-
“ຮູ້ຈັກຄວາມຮັກຂອງພະຄລິດ”ໃຫ້ໃກ້ຊິດກັບພະເຢໂຫວາ
-
-
“ພໍ່ເອີ້ຍ ຍົກໂທດໃຫ້ເຂົາເຈົ້າແດ່”
16. ພະເຢຊູເຮັດໃຫ້ເຫັນແນວໃດວ່າເພິ່ນເຕັມໃຈໃຫ້ອະໄພແມ່ນແຕ່ຕອນທີ່ເພິ່ນຖືກຕອກຢູ່ເທິງເສົາທໍລະມານ?
16 ວິທີໜຶ່ງທີ່ພະເຢຊູຊີ້ໃຫ້ເຫັນຄວາມຮັກຂອງພະເຢໂຫວາແມ່ນພະເຢຊູ “ພ້ອມທີ່ຈະໃຫ້ອະໄພ.” (ເພງສັນລະເສີນ 86:5) ເພິ່ນເຮັດແບບນີ້ແມ່ນແຕ່ຕອນທີ່ເພິ່ນຖືກຕອກຢູ່ເທິງເສົາ. ເຖິງວ່າເພິ່ນກຳລັງຈະຕາຍຢ່າງໜ້າອັບອາຍແລະຕ້ອງເຈັບປວດທໍລະມານຍ້ອນຖືກຕອກຕະປູຢູ່ຕີນແລະມື ແຕ່ເພິ່ນຍັງເວົ້າຫຍັງ? ເພິ່ນຂໍໃຫ້ພະເຢໂຫວາລົງໂທດຄົນທີ່ຈະຂ້າເພິ່ນບໍ? ບໍ່. ແທນທີ່ຈະເປັນແນວນັ້ນ ພະເຢຊູເວົ້າວ່າ: “ພໍ່ເອີ້ຍ ຍົກໂທດໃຫ້ເຂົາເຈົ້າແດ່. ເຂົາເຈົ້າບໍ່ຮູ້ວ່າກຳລັງເຮັດຫຍັງຢູ່.”—ລູກາ 23:34b
-
-
“ຮູ້ຈັກຄວາມຮັກຂອງພະຄລິດ”ໃຫ້ໃກ້ຊິດກັບພະເຢໂຫວາ
-
-
b ສຳເນົາເກົ່າແກ່ບາງສະບັບ ມີການຕັດສ່ວນທຳອິດຂອງລູກາ 23:34 ອອກທີ່ບອກວ່າ: “ພໍ່ເອີ້ຍ ຍົກໂທດໃຫ້ເຂົາເຈົ້າແດ່. ເຂົາເຈົ້າບໍ່ຮູ້ວ່າກຳລັງເຮັດຫຍັງຢູ່.” ແຕ່ຂໍ້ຄວາມນີ້ມີຢູ່ໃນສຳເນົາເກົ່າແກ່ທີ່ໜ້າເຊື່ອຖືຫຼາຍສະບັບ ແລະມີຢູ່ໃນຄຳພີໄບເບິນສະບັບແປໂລກໃໝ່ ແລະສະບັບແປອື່ນໆນຳ. ເບິ່ງຄືວ່າພະເຢຊູໄດ້ເວົ້າເຖິງທະຫານໂຣມທີ່ຄຶງເພິ່ນ. ເຂົາເຈົ້າບໍ່ຮູ້ວ່າໂຕເອງກຳລັງເຮັດຫຍັງຢູ່ແລະບໍ່ຮູ້ວ່າພະເຢຊູແມ່ນໃຜແທ້ໆ. ນອກຈາກນັ້ນ ພະເຢຊູອາດໝາຍເຖິງຄົນຢິວທີ່ຢາກຂ້າເພິ່ນກໍໄດ້ ແຕ່ຕໍ່ມາເຂົາເຈົ້າກໍເຂົ້າມາເປັນລູກສິດເພິ່ນ. (ກິດຈະການ 2:36-38) ທີ່ຈິງ ພວກຜູ້ນຳສາສະໜາທີ່ກະຕຸ້ນທະຫານໂຣມໃຫ້ຂ້າພະເຢຊູມີຄວາມຜິດຫຼາຍກວ່າ ຍ້ອນເຂົາເຈົ້າຢາກໃຫ້ພະເຢຊູຕາຍທັງໆທີ່ຮູ້ວ່າເພິ່ນເປັນລູກຂອງພະເຈົ້າ. ຫຼາຍຄົນໃນພວກນີ້ຈຶ່ງບໍ່ສົມຄວນໄດ້ຮັບການໃຫ້ອະໄພ.—ໂຢຮັນ 11:45-53
-