-
ພະເຢຊູແມ່ນໃຜ?ຊີວິດທີ່ມີຄວາມສຸກຕະຫຼອດໄປ!—ໄດ້ຮັບປະໂຫຍດຈາກການຮຽນຄຳພີໄບເບິນ
-
-
1. ພະເຢຊູແມ່ນໃຜ?
ຕອນທຳອິດພະເຢຊູຢູ່ເທິງສະຫວັນ. ເພິ່ນເປັນທູດສະຫວັນທີ່ມີອຳນາດຫຼາຍ. ພະເຢໂຫວາສ້າງເພິ່ນກ່ອນສິ່ງອື່ນໆທັງໝົດ. ເພິ່ນເລີຍຖືກເອີ້ນວ່າ “ຜູ້ທຳອິດທີ່ຖືກສ້າງກ່ອນທຸກສິ່ງ.” (ໂກໂລຊາຍ 1:15) ຄຳພີໄບເບິນເອີ້ນພະເຢຊູວ່າ “ລູກຄົນດຽວ” ຂອງພະເຈົ້າ ຍ້ອນເພິ່ນເປັນຜູ້ດຽວທີ່ພະເຢໂຫວາສ້າງດ້ວຍໂຕເອງ. (ໂຢຮັນ 3:16) ພະເຢຊູເຮັດວຽກໃກ້ຊິດກັບພະເຢໂຫວາພໍ່ຂອງເພິ່ນຕອນທີ່ເພິ່ນຊ່ວຍພໍ່ສ້າງສິ່ງອື່ນໆທັງໝົດ. (ອ່ານສຸພາສິດ 8:30) ພະເຢຊູມີຄວາມສຸກສະເໝີທີ່ໄດ້ໃກ້ຊິດກັບພະເຢໂຫວາ. ເພິ່ນເປັນຜູ້ເວົ້າແທນພະເຈົ້າ ຫຼືເປັນ “ໂຄສົກ” ທີ່ບອກຂ່າວສານແລະຄຳສັ່ງຕ່າງໆຂອງພະເຈົ້ານຳ.—ໂຢຮັນ 1:14
-
-
ການເສຍຊີວິດຂອງພະເຢຊູຊ່ວຍເຮົາໃຫ້ລອດແນວໃດ?ຊີວິດທີ່ມີຄວາມສຸກຕະຫຼອດໄປ!—ໄດ້ຮັບປະໂຫຍດຈາກການຮຽນຄຳພີໄບເບິນ
-
-
ບົດທີ 27
ການເສຍຊີວິດຂອງພະເຢຊູຊ່ວຍເຮົາໃຫ້ລອດແນວໃດ?
ອາດາມກັບເອວາມະນຸດຄູ່ທຳອິດບໍ່ເຊື່ອຟັງພະເຈົ້າ ນີ້ເລີຍເຮັດໃຫ້ພວກເຮົາຕ້ອງເປັນຄົນບາບ ຕ້ອງເຈິກັບຄວາມທຸກ ແລະຕ້ອງຕາຍ.a ແຕ່ເຮົາຍັງບໍ່ໝົດຫວັງຍ້ອນພະເຢໂຫວາສົ່ງພະເຢຊູຄລິດລູກຊາຍຂອງເພິ່ນລົງມາເທິງໂລກເພື່ອຊ່ວຍໃຫ້ເຮົາພົ້ນຈາກບາບແລະຄວາມຕາຍ. ຄຳພີໄບເບິນບອກວ່າ ພະເຢຊູສະລະຊີວິດມະນຸດສົມບູນແບບຂອງເພິ່ນເພື່ອເປັນຄ່າໄຖ່ໃຫ້ພວກເຮົາ. (ອ່ານມັດທາຍ 20:28) ຄ່າໄຖ່ແມ່ນຫຍັງ? ຄ່າໄຖ່ແມ່ນສິ່ງທີ່ຈ່າຍເພື່ອໄຖ່ຄົນຫຼືສິ່ງຂອງກັບຄືນມາ. ແທ້ໆແລ້ວພະເຢຊູມີໂອກາດທີ່ຈະມີຊີວິດຢູ່ຕະຫຼອດໄປໄດ້ເທິງໂລກນີ້ເພາະເພິ່ນເປັນມະນຸດທີ່ສົມບູນແບບ ແຕ່ເພິ່ນເຕັມໃຈສະລະຊີວິດເພື່ອໃຫ້ພວກເຮົາທຸກຄົນມີໂອກາດທີ່ຈະໄດ້ຮັບທຸກສິ່ງທຸກຢ່າງທີ່ອາດາມກັບເອວາເຮັດໃຫ້ສູນເສຍໄປກັບຄືນມາ. ພະເຢຊູເຮັດໃຫ້ເຫັນວ່າເພິ່ນກັບພະເຢໂຫວາຮັກພວກເຮົາຫຼາຍ. ບົດນີ້ຈະຊ່ວຍໃຫ້ເຮົາຮູ້ສຶກຂອບໃຈພະເຢຊູຫຼາຍຂຶ້ນທີ່ສະລະຊີວິດເພື່ອເຮົາ.
1. ການເສຍຊີວິດຂອງພະເຢຊູມີປະໂຫຍດກັບເຮົາໃນທຸກມື້ນີ້ແນວໃດ?
ຍ້ອນເຮົາເປັນຄົນບາບ ຈຶ່ງບໍ່ງ່າຍທີ່ເຮົາຈະເຮັດສິ່ງທີ່ຖືກຕ້ອງສະເໝີ ອາດມີຫຼາຍເທື່ອທີ່ເຮົາເຮັດໃຫ້ພະເຢໂຫວາເສຍໃຈ. ແຕ່ຖ້າເຮົາຮູ້ສຶກເສຍໃຈແທ້ໆໃນສິ່ງທີ່ເຮັດໄປແລະອະທິດຖານຂໍການອະໄພຈາກພະເຢໂຫວາໃນນາມພະເຢຊູ ແລ້ວພະຍາຍາມເຕັມທີທີ່ຈະບໍ່ເຮັດຜິດຊ້ຳອີກ ເຮົາກໍຈະໄດ້ເປັນໝູ່ສະໜິດກັບພະເຢໂຫວາ. (1 ໂຢຮັນ 2:1) ຄຳພີໄບເບິນບອກວ່າ: “ພະຄລິດຕາຍເທື່ອດຽວເພື່ອໄຖ່ບາບ ເຊິ່ງແມ່ນການຕາຍຂອງຄົນດີເພື່ອຄົນຊົ່ວ ເພື່ອເພິ່ນຈະຊ່ວຍພວກເຈົ້າໃຫ້ຄືນດີກັບພະເຈົ້າໄດ້.”—1 ເປໂຕ 3:18
2. ການເສຍຊີວິດຂອງພະເຢຊູມີປະໂຫຍດຫຍັງກັບເຮົາໃນອະນາຄົດ?
ພະເຢໂຫວາສົ່ງພະເຢຊູມາສະລະຊີວິດມະນຸດສົມບູນແບບ “ເພື່ອທຸກຄົນທີ່ສະແດງຄວາມເຊື່ອໃນ [ພະເຢຊູ] ຈະບໍ່ຖືກທຳລາຍ ແຕ່ຈະມີຊີວິດຕະຫຼອດໄປ.” (ໂຢຮັນ 3:16) ເຮົາຮູ້ສຶກຂອບໃຈໃນສິ່ງທີ່ພະເຢຊູເຮັດເພື່ອເຮົາ. ອີກບໍ່ດົນ ພະເຢໂຫວາຈະເຮັດໃຫ້ຜົນເສຍຫາຍທຸກຢ່າງທີ່ເກີດຈາກການບໍ່ເຊື່ອຟັງຂອງອາດາມໝົດໄປ. ຖ້າເຮົາສະແດງຄວາມເຊື່ອໃນຄ່າໄຖ່ຂອງພະເຢຊູ ເຮົາກໍຈະມີຊີວິດທີ່ມີຄວາມສຸກຕະຫຼອດໄປໃນໂລກທີ່ເປັນສວນອຸທິຍານ!—ເອຊາຢາ 65:21-23
ຮຽນຮູ້ຫຼາຍຂຶ້ນ
ເປັນຫຍັງພະເຢຊູຈຶ່ງຕ້ອງມາເສຍຊີວິດແລະເຮົາຈະໄດ້ປະໂຫຍດຫຍັງຈາກການເສຍສະລະຂອງເພິ່ນ.
3. ການເສຍຊີວິດຂອງພະເຢຊູເຮັດໃຫ້ເຮົາພົ້ນຈາກບາບແລະຄວາມຕາຍ
ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ການບໍ່ເຊື່ອຟັງພະເຈົ້າເຮັດໃຫ້ອາດາມພາດໂອກາດຫຍັງ?
ອ່ານໂຣມ 5:12 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ການເຮັດບາບຂອງອາດາມສົ່ງຜົນຕໍ່ພວກເຮົາແນວໃດ?
ອ່ານໂຢຮັນ 3:16 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເປັນຫຍັງພະເຢໂຫວາຈຶ່ງສົ່ງລູກຊາຍຂອງເພິ່ນລົງມາໃນໂລກ?
ກ. ອາດາມເປັນມະນຸດສົມບູນແບບ ແຕ່ລາວບໍ່ເຊື່ອຟັງພະເຈົ້າ ລາວຈຶ່ງເຮັດໃຫ້ເຮົາທຸກຄົນເກີດມາເປັນຄົນບາບແລະຕ້ອງຕາຍ
ກ. ພະເຢຊູເປັນມະນຸດສົມບູນແບບທີ່ເຊື່ອຟັງພະເຈົ້າແລະເພິ່ນເຮັດໃຫ້ເຮົາທຸກຄົນມີໂອກາດທີ່ຈະເປັນມະນຸດສົມບູນແບບແລະມີຊີວິດຕະຫຼອດໄປ
4. ການເສຍຊີວິດຂອງພະເຢຊູຈະເປັນປະໂຫຍດກັບທຸກຄົນໃນໂລກ
ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ການຕາຍຂອງຄົນຜູ້ດຽວຈະຊ່ວຍຄົນທັງໂລກໄດ້ແນວໃດ?
ອ່ານ 1 ຕີໂມທຽວ 2:5, 6 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ອາດາມເປັນມະນຸດສົມບູນແບບ ເມື່ອລາວເຮັດບາບເຮົາທຸກຄົນທີ່ເກີດມາກໍເລີຍເປັນຄົນບາບແລະຕ້ອງຕາຍ. ພະເຢຊູກໍເປັນມະນຸດສົມບູນແບບຄືອາດາມ. ດັ່ງນັ້ນ ເພິ່ນຈຶ່ງສາມາດເຮັດຫຍັງເພື່ອເຮົາໄດ້?
5. ຄ່າໄຖ່ເປັນຂອງຂວັນທີ່ພະເຢໂຫວາໃຫ້ເຈົ້າ
ຄົນທີ່ເປັນໝູ່ກັບພະເຢໂຫວາເບິ່ງວ່າຄ່າໄຖ່ເປັນຂອງຂວັນທີ່ພະເຢໂຫວາຕັ້ງໃຈໃຫ້ກັບລາວ. ໃຫ້ເຮົາມາເບິ່ງຕົວຢ່າງໜຶ່ງນຳກັນ ອ່ານຄາລາເຕຍ 2:20 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ອັກຄະສາວົກໂປໂລເວົ້າຫຍັງທີ່ເຮັດໃຫ້ຮູ້ວ່າ ລາວເບິ່ງວ່າຄ່າໄຖ່ເປັນຂອງຂວັນທີ່ພະເຢໂຫວາໃຫ້ລາວເປັນສ່ວນໂຕ?
ອາດາມເຮັດບາບ ລາວເລີຍຕ້ອງຕາຍ ແລະທີ່ຈິງລູກຫຼານຂອງລາວທຸກຄົນກໍຕ້ອງຕາຍນຳ. ແຕ່ພະເຢໂຫວາສົ່ງລູກຊາຍຂອງເພິ່ນມາສະລະຊີວິດເພື່ອເຮັດໃຫ້ເຈົ້າມີໂອກາດທີ່ຈະໄດ້ຊີວິດຕະຫຼອດໄປ.
ຕອນທີ່ເຈົ້າອ່ານຂໍ້ຄຳພີຕໍ່ໄປນີ້ ໃຫ້ລອງຄິດເບິ່ງວ່າພະເຢໂຫວາຈະຮູ້ສຶກແນວໃດທີ່ເຫັນລູກຊາຍຂອງເພິ່ນຕ້ອງທຸກທໍລະມານ. ອ່ານໂຢຮັນ 19:1-7, 16-18 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຈົ້າຮູ້ສຶກແນວໃດທີ່ຮູ້ວ່າພະເຢໂຫວາແລະພະເຢຊູເຮັດເພື່ອເຈົ້າຫຼາຍຂະໜາດນີ້?
ບາງຄົນອາດຖາມວ່າ: “ການຕາຍຂອງຄົນຜູ້ດຽວຈະຊ່ວຍຄົນທັງໂລກໄດ້ແນວໃດ?”
ຖ້າມີຄົນຖາມແບບນີ້ ເຈົ້າຈະຕອບແນວໃດ?
ສະຫຼຸບ
ພະເຢໂຫວາໃຫ້ອະໄພບາບເຮົາໄດ້ເພາະພະເຢຊູສະລະຊີວິດເພື່ອເຮົາ ແລະນີ້ເຮັດໃຫ້ເຮົາມີໂອກາດທີ່ຈະໄດ້ຊີວິດຕະຫຼອດໄປ.
ຄຳຖາມທົບທວນ
ເປັນຫຍັງພະເຢຊູຈຶ່ງຕ້ອງມາຕາຍ?
ພະເຢຊູເປັນມະນຸດສົມບູນແບບດັ່ງນັ້ນເພິ່ນສາມາດເຮັດຫຍັງເພື່ອມະນຸດທຸກຄົນໄດ້?
ການຕາຍຂອງພະເຢຊູມີປະໂຫຍດກັບເຈົ້າແນວໃດ?
ເບິ່ງເພີ່ມເຕີມ
ເປັນຫຍັງຈຶ່ງເອີ້ນຊີວິດທີ່ສົມບູນແບບຂອງພະເຢຊູວ່າເປັນຄ່າໄຖ່.
“ພະເຢຊູສະລະຊີວິດເປັນ ‘ຄ່າໄຖ່ໃຫ້ຄົນຈຳນວນຫຼາຍ’ ໄດ້ແນວໃດ?” (ບົດຄວາມໃນເວັບໄຊ)
ເຮົາຕ້ອງເຮັດຫຍັງເພື່ອຈະໄດ້ຮັບການຊ່ວຍໃຫ້ພົ້ນຈາກບາບແລະຄວາມຕາຍ.
ຖ້າເຮັດບາບຮ້າຍແຮງພະເຢໂຫວາຈະໃຫ້ອະໄພບໍ?
ຄ່າໄຖ່ຂອງພະເຢຊູຊ່ວຍຜູ້ຊາຍຄົນໜຶ່ງໃຫ້ປ່ຽນແປງຕົວເອງ.
“ຂ້ອຍບໍ່ເປັນທາດຂອງຄວາມຮຸນແຮງອີກຕໍ່ໄປ” (ບົດຄວາມໃນເວັບໄຊ)
a ບາບບໍ່ໄດ້ໝາຍເຖິງການເຮັດບໍ່ດີເທົ່ານັ້ນ. ແຕ່ບາບເປັນສິ່ງທີ່ຕິດໂຕມະນຸດທຸກຄົນມາຕັ້ງແຕ່ເກີດຍ້ອນເຮົາເປັນລູກຫຼານຂອງອາດາມກັບເອວາ.
-
-
ສະແດງຄວາມຂອບໃຈໃນສິ່ງທີ່ພະເຢໂຫວາແລະພະເຢຊູເຮັດເພື່ອເຈົ້າຊີວິດທີ່ມີຄວາມສຸກຕະຫຼອດໄປ!—ໄດ້ຮັບປະໂຫຍດຈາກການຮຽນຄຳພີໄບເບິນ
-
-
1. ເຮົາຈະເຮັດຫຍັງໄດ້ເພື່ອສະແດງຄວາມຂອບໃຈໃນສິ່ງທີ່ພະເຈົ້າແລະພະຄລິດເຮັດເພື່ອເຮົາ?
ຄຳພີໄບເບິນສັນຍາວ່າ “ທຸກຄົນທີ່ສະແດງຄວາມເຊື່ອໃນ [ພະເຢຊູ]” ຈະມີຊີວິດຕະຫຼອດໄປ. (ໂຢຮັນ 3:16) ແຕ່ການສະແດງຄວາມເຊື່ອໝາຍເຖິງຫຍັງ? ການສະແດງຄວາມເຊື່ອບໍ່ແມ່ນພຽງແຕ່ເວົ້າວ່າເຮົາເຊື່ອໃນພະເຢຊູເທົ່ານັ້ນ ແຕ່ເຮົາຕ້ອງເຮັດໃຫ້ເຫັນຈາກການກະທຳແລະການຕັດສິນໃຈໃນເລື່ອງຕ່າງໆຂອງເຮົານຳ. (ຢາໂກໂບ 2:17) ຖ້າເຮົາສະແດງຄວາມເຊື່ອໂດຍທາງຄຳເວົ້າແລະການກະທຳ ເຮົາກໍຈະສະໜິດກັບພະເຢຊູແລະພະເຢໂຫວາພໍ່ຂອງເພິ່ນຫຼາຍຂຶ້ນ.—ອ່ານໂຢຮັນ 14:21
-