ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ‘ຊອກ​ຫາ​ພະເຈົ້າ​ແລະ​ພົບ​ພະອົງ’
    ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
    • 13. ໂປໂລ​ອະທິບາຍ​ແນວ​ໃດ​ກ່ຽວກັບ​ຕົ້ນກຳເນີດ​ຂອງ​ເອກະພົບ ແລະ​ຄຳເວົ້າ​ຂອງ​ລາວ​ສະແດງ​ໃຫ້​ເຫັນ​ຫຍັງ?

      13 ພະເຈົ້າ​ໄດ້​ສ້າງ​ເອກະພົບ. ໂປໂລ​ບອກ​ວ່າ: “ພະອົງ​ເປັນ​ພະເຈົ້າ​ທີ່​ສ້າງ​ໂລກ​ແລະ​ທຸກ​ສິ່ງ​ໃນ​ໂລກ ພະອົງ​ບໍ່​ໄດ້​ຢູ່​ໃນ​ວິຫານ​ທີ່​ມະນຸດ​ສ້າງ​ຂຶ້ນ​ເພາະ​ພະອົງ​ເປັນ​ພະເຈົ້າ​ຂອງ​ສະຫວັນ​ແລະ​ໂລກ.”d (ກຈກ. 17:24) ເອກະພົບ​ບໍ່​ໄດ້​ເກີດຂຶ້ນ​ໂດຍ​ບັງເອີນ. ພະເຈົ້າ​ອົງ​ທ່ຽງແທ້​ເປັນ​ຜູ້​ສ້າງ​ທຸກ​ສິ່ງ. (ເພງ. 146:6) ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ບໍ່​ໄດ້​ຢູ່​ໃນ​ວິຫານ​ທີ່​ສ້າງ​ດ້ວຍ​ມື​ມະນຸດ ເຊິ່ງ​ຕ່າງ​ຈາກ​ເທບທິດາ​ອະທີນາ​ຫຼື​ເທບ​ພະເຈົ້າ​ອົງ​ອື່ນໆ​ທີ່​ຕ້ອງ​ຢູ່​ໃນ​ວິຫານ ວິຫານ​ຈຳລອງ ຫຼື​ແທ່ນ​ບູຊາ​ເພື່ອ​ຜູ້​ຄົນ​ຈະ​ມາ​ຂາບ​ໄຫວ້​ບູຊາ​ໄດ້. (1ກສ. 8:27) ສິ່ງ​ທີ່​ໂປໂລ​ເວົ້າ​ສະແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ ພະເຈົ້າ​ອົງ​ທ່ຽງແທ້​ຍິ່ງໃຫຍ່​ກວ່າ​ຮູບ​ບູຊາ​ທີ່​ມີ​ຢູ່​ຕາມ​ວິຫານ​ທີ່​ມະນຸດ​ສ້າງ​ຂຶ້ນ.—ອຊຢ. 40:18-26

  • ‘ຊອກ​ຫາ​ພະເຈົ້າ​ແລະ​ພົບ​ພະອົງ’
    ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
    • d ຄຳ​ພາສາ​ກຣີກ​ທີ່​ໄດ້​ຮັບ​ການ​ແປ​ວ່າ “ໂລກ” ແມ່ນ​ຄອດສ໌ມອດ ຄົນ​ກຣີກ​ໃຊ້​ຄຳ​ນີ້​ເພື່ອ​ໝາຍເຖິງ​ເອກະພົບ. ເປັນ​ໄປ​ໄດ້​ວ່າ​ໂປໂລ​ໃຊ້​ຄຳ​ນີ້​ເພື່ອ​ຊອກ​ຫາ​ຈຸດ​ທີ່​ເຫັນດີ​ນຳ​ຜູ້​ຟັງ​ຄົນ​ກຣີກ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌