-
“ຖ້າບໍ່ມີຜູ້ໃດລອດ ກໍຈະມາໂທດຂ້ອຍບໍ່ໄດ້”‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
-
-
“ພວກເຂົາມີກຳລັງໃຈຫຼາຍຂຶ້ນ” (ກິດຈະການ 20:5-12)
12, 13. (ກ) ການຄືນມາຈາກຕາຍຂອງຢູຕີໂຂມີຜົນຕໍ່ປະຊາຄົມແນວໃດ? (ຂ) ຄວາມຫວັງເລື່ອງຫຍັງໃນຄຳພີໄບເບິນທີ່ໃຫ້ກຳລັງໃຈຄົນທີ່ຄິດຮອດຄົນຮັກທີ່ຕາຍຈາກໄປ?
12 ໂປໂລກັບໝູ່ເດີນທາງຜ່ານແຂວງມາເກໂດເນຍນຳກັນ ແລະຈາກນັ້ນເບິ່ງຄືວ່າເຂົາເຈົ້າແຍກກັນໄລຍະໜຶ່ງ. ແຕ່ເຮົາຮູ້ວ່າເຂົາເຈົ້າກັບມາລວມຕົວກັນອີກຢູ່ເມືອງໂທອາດd ເພາະຄຳພີໄບເບິນບອກວ່າ: “5 ມື້ຕໍ່ມາພວກເຮົາກໍໄປຫາພວກເຂົາທີ່ເມືອງໂທອາດ.”e (ກຈກ. 20:6) ເມືອງນີ້ແຫຼະທີ່ໂປໂລປຸກຊາຍໜຸ່ມທີ່ຊື່ຢູຕີໂຂໃຫ້ຄືນມາຈາກຕາຍດັ່ງທີ່ເວົ້າໃນຕອນຕົ້ນຂອງບົດນີ້. ລອງຄິດເບິ່ງວ່າ ພວກພີ່ນ້ອງຈະດີໃຈຫຼາຍສ່ຳໃດທີ່ເຫັນຢູຕີໂຂໝູ່ຂອງເຂົາເຈົ້າຖືກປຸກໃຫ້ກັບມາມີຊີວິດອີກ! ຄຳພີໄບເບິນບອກວ່າ ເຂົາເຈົ້າ “ມີກຳລັງໃຈຫຼາຍຂຶ້ນ.”—ກຈກ. 20:12
-
-
“ຖ້າບໍ່ມີຜູ້ໃດລອດ ກໍຈະມາໂທດຂ້ອຍບໍ່ໄດ້”‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
-
-
d ໃນກິດຈະການ 20:5, 6 ລູກາໃຊ້ຄຳວ່າ “ພວກເຮົາ” ເຊິ່ງໝາຍຄວາມວ່າໂປໂລໄດ້ຮັບລູກາຈາກເມືອງຟີລິບປອຍລະຫວ່າງທີ່ລາວເດີນທາງໄປເມືອງໂທອາດ.—ກຈກ. 16:10-17, 40
-