-
“ເຕັມໄປດ້ວຍພະລັງບໍລິສຸດ”‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
-
-
16. ຄລິດສະຕຽນໃນສະຕະວັດທຳອິດສະແດງນ້ຳໃຈເສຍສະລະແນວໃດ?
16 ພະເຢໂຫວາຄືຊິອວຍພອນຄົນກຸ່ມນີ້ແນ່ນອນ ເພາະໃນກິດຈະການບອກຕໍ່ໄປວ່າ: “ຜູ້ທີ່ເຂົ້າມາເປັນລູກສິດກໍມາຢູ່ນຳກັນແລະເອົາສິ່ງຂອງທີ່ພວກເຂົາມີມາລວມກັນເປັນກອງກາງ. ພວກເຂົາຂາຍວັດຖຸສິ່ງຂອງແລະດິນ ແລ້ວແບ່ງໃຫ້ທຸກຄົນຕາມຄວາມຈຳເປັນ.”f (ກຈກ. 2:44, 45) ແນ່ນອນວ່າ ຄລິດສະຕຽນແທ້ທຸກຄົນຢາກຮຽນແບບນ້ຳໃຈເສຍສະລະດ້ວຍຄວາມຮັກແບບນັ້ນ.
-
-
“ເຕັມໄປດ້ວຍພະລັງບໍລິສຸດ”‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
-
-
f ການຈັດກຽມຊົ່ວຄາວນີ້ຊ່ວຍໃຫ້ຄົນທີ່ເດີນທາງມາເມືອງເຢຣູຊາເລັມສາມາດຢູ່ຕໍ່ໄປໄດ້ເພື່ອຈະຮຽນຮູ້ຫຼາຍຂຶ້ນກ່ຽວກັບຄວາມເຊື່ອໃໝ່ຂອງເຂົາເຈົ້າ ນີ້ເປັນການແບ່ງປັນກັນດ້ວຍຄວາມສະໝັກໃຈແລະບໍ່ໄດ້ຖືກບັງຄັບ. ດັ່ງນັ້ນ ນີ້ຈຶ່ງບໍ່ແມ່ນຮູບແບບຂອງລັດທິຄອມມູນິດຄືທີ່ບາງຄົນບອກໄວ້.—ກຈກ. 5:1-4
-