ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຖຖ ບົດທີ 4 ໜ້າ 28-35
  • “ຄົນ​ທຳມະດາ​ບໍ່​ມີການ​ສຶກສາ”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ຄົນ​ທຳມະດາ​ບໍ່​ມີການ​ສຶກສາ”
  • ‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ບໍ່​ແມ່ນ “ດ້ວຍ​ລິດເດດ​ຂອງ​ພວກ​ເຮົາ​ເອງ” (ກິດຈະການ 3:11-26)
  • ‘ພວກ​ເຮົາ​ບໍ່​ສາມາດ​ເຊົາ​ເວົ້າ​ໄດ້’ (ກິດຈະການ 4:1-22)
  • “ພວກ​ເຂົາ​ຈຶ່ງ​ພ້ອມ​ໃຈ​ກັນ​ອະທິດຖານ​ເຖິງ​ພະເຈົ້າ” (ກິດຈະການ 4:23-31)
  • “ບໍ່​ໄດ້​ຕົວະ​ມະນຸດ ແຕ່​ຕົວະ​ພະເຈົ້າ” (ກິດຈະການ 4:32–5:11)
  • ໃຫ້​ພະຍາຍາມ​ຕໍ່​ໆ​ໄປ​ຄື​ກັບ​ເປໂຕ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
  • ສິ່ງ​ທີ່​ຊ່ວຍ​ໃຫ້​ເອົາ​ຊະນະ​ຄວາມ​ຢ້ານ
    ຮຽນຈາກຄູຜູ້ຍິ່ງໃຫຍ່
‘ປະກາດເລື່ອງການປົກຄອງຂອງພະເຈົ້າ’ ຢ່າງລະອຽດຖີ່ຖ້ວນ
ຖຖ ບົດທີ 4 ໜ້າ 28-35

ບົດ​ທີ 4

“ຄົນ​ທຳມະດາ​ບໍ່​ມີ​ການ​ສຶກສາ”

ພວກ​ອັກຄະສາວົກ​ສະແດງ​ຄວາມ​ກ້າຫານ ແລະ​ພະ​ເຢໂຫວາ​ອວຍພອນ​ເຂົາ​ເຈົ້າ

ຈາກ​ກິດຈະການ 3:1–5:11

1, 2. ເປໂຕ​ກັບ​ໂຢຮັນ​ໄດ້​ເຮັດ​ການ​ອັດສະຈັນ​ຫຍັງ​ໃກ້​ປະຕູ​ວິຫານ?

ແສງ​ຕາເວັນ​ຕອນ​ບ່າຍ​ສາດ​ສ່ອງ​ຢູ່​ເໜືອ​ຜູ້​ຄົນ. ຄົນ​ຢິວ​ທີ່​ຢຳເກງ​ພະເຈົ້າ​ແລະ​ພວກ​ລູກສິດ​ຂອງ​ພະຄລິດ​ກໍ​ຍ່າງ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ. ອີກ​ບໍ່​ດົນ​ກໍ​ຈະ “ເປັນ​ເວລາ​ສຳລັບ​ອະທິດຖານ.”a (ກຈກ. 2:46; 3:1) ທ່າມກາງ​ຜູ້​ຄົນ ເປໂຕ​ແລະ​ໂຢຮັນ​ຍ່າງ​ໄປ​ທີ່​ປະຕູ​ວິຫານ​ເຊິ່ງ​ມີ​ຊື່​ເອີ້ນ​ວ່າ​ປະຕູ​ງາມ. ຕອນ​ທີ່​ມີ​ສຽງ​ຜູ້​ຄົນ​ລົມ​ກັນ​ແລະ​ສຽງ​ຍ່າງ​ຂອງ​ຜູ້​ຄົນ ຂໍ​ທານ​ຄົນ​ໜຶ່ງ​ເຊິ່ງ​ພິການ​ມາ​ຕັ້ງແຕ່​ເກີດ​ກຳລັງ​ຮ້ອງ​ຂໍ​ທານ​ຢູ່.—ກຈກ. 3:2; 4:22

2 ຕອນ​ທີ່​ເປໂຕ​ກັບ​ໂຢຮັນ​ຍ່າງ​ເຂົ້າ​ມາ​ໃກ້ ຂໍ​ທານ​ຄົນ​ນັ້ນ​ກໍ​ຮ້ອງ​ຂໍ​ເງິນ​ບໍ່​ຢຸດ​ບໍ່​ເຊົາ. ເມື່ອ​ພວກ​ອັກຄະສາວົກ​ຢຸດ​ເບິ່ງ​ລາວ ລາວ​ກໍ​ເບິ່ງ​ເຂົາ​ເຈົ້າ​ໂດຍ​ຫວັງ​ວ່າ​ຈະ​ໄດ້​ເງິນ. ເປໂຕ​ເວົ້າ​ວ່າ: “ເງິນ​ແລະ​ຄຳ​ຂ້ອຍ​ບໍ່​ມີ​ດອກ ແຕ່​ຂ້ອຍ​ມີ​ແນວ​ອື່ນ​ຈະ​ໃຫ້. ໃນ​ນາມ​ຂອງ​ພະ​ເຢຊູ​ຄລິດ​ຊາວນາ​ຊາ​ເຣັດ ໃຫ້​ເຈົ້າ​ລຸກ​ຂຶ້ນ​ແລະ​ຍ່າງ​ໄປ!” ລອງ​ນຶກພາບ​ວ່າ​ຜູ້​ຄົນ​ຈະ​ຕົກໃຈ​ສ່ຳ​ໃດ​ຕອນ​ທີ່​ເປໂຕ​ຈັບ​ມື​ຄົນ​ຂໍ​ທານ​ທີ່​ເປັນ​ຄົນ​ພິການ​ຄົນ​ນັ້ນ ແລ້ວ​ລາວ​ກໍ​ລຸກ​ຢືນ​ຂຶ້ນ​ເປັນ​ເທື່ອ​ທຳອິດ​ໃນ​ຊີວິດ! (ກຈກ. 3:6, 7) ເຈົ້າ​ນຶກພາບ​ອອກ​ບໍ​ຕອນ​ທີ່​ຂໍ​ທານ​ຄົນ​ນີ້​ແນມ​ເບິ່ງ​ຂາ​ໂຕເອງ​ເຊິ່ງ​ໄດ້​ຮັບ​ການ​ປິ່ນ​ປົ່ວ​ໃຫ້​ເຊົາ​ແລະ​ຄ່ອຍ​ໆ​ເລີ່ມ​ຍ່າງ​ເປັນ​ເທື່ອ​ທຳອິດ? ບໍ່​ແປກໃຈ​ເລີຍ​ທີ່​ລາວ​ເລີ່ມ​ໂດດ​ເຕັ້ນ​ໄປ​ມາ​ແລະ​ຮ້ອງ​ສັນລະເສີນ​ພະເຈົ້າ​ສຽງ​ດັງ!

3. ສິ່ງ​ທີ່​ດີ​ເລີດ​ຫຍັງ​ທີ່​ຊາຍ​ພິການ​ແລະ​ຜູ້​ຄົນ​ອາດຈະ​ໄດ້​ຮັບ?

3 ຜູ້​ຄົນ​ຮູ້ສຶກ​ຕື່ນເຕັ້ນ​ແລະ​ແລ່ນ​ໄປ​ຫາ​ເປໂຕ​ກັບ​ໂຢຮັນ​ຢູ່​ລະບຽງ​ທາງ​ຍ່າງ​ຂອງ​ໂຊໂລໂມນ. ບ່ອນ​ນີ້​ແຫຼະ​ເປັນ​ບ່ອນ​ທີ່​ພະ​ເຢຊູ​ເຄີຍ​ຢືນ​ສັ່ງ​ສອນ. ເປໂຕ​ອະທິບາຍ​ໃຫ້​ຜູ້​ຄົນ​ຮູ້​ວ່າ​ລາວ​ໄດ້​ຮັບ​ອຳນາດ​ໃຫ້​ເຮັດ​ການ​ອັດສະຈັນ​ມາ​ຈາກ​ໃສ. (ຢຮ. 10:23) ນອກ​ຈາກ​ນັ້ນ ເປໂຕ​ຍັງ​ສະເໜີ​ສິ່ງ​ທີ່​ມີ​ຄ່າ​ຫຼາຍ​ກວ່າ​ເງິນ​ຄຳ​ໃຫ້​ກັບ​ຜູ້​ຄົນ​ແລະ​ຂໍ​ທານ​ພິການ​ຄົນ​ນັ້ນ. ສິ່ງ​ນີ້​ມີ​ຄ່າ​ຫຼາຍ​ກວ່າ​ໂອກາດ​ທີ່​ຈະ​ໄດ້​ຮັບ​ການ​ປິ່ນ​ປົ່ວ​ທາງ​ຮ່າງກາຍ​ນຳ. ສິ່ງ​ທີ່​ເປໂຕ​ສະເໜີ​ໃຫ້​ແມ່ນ​ຫຍັງ? ແມ່ນ​ໂອກາດ​ທີ່​ຈະ​ກັບໃຈ​ເພື່ອ​ບາບ​ຂອງ​ເຂົາ​ເຈົ້າ​ຈະ​ຖືກ​ລົບ​ລ້າງ ແລະ​ເພື່ອ​ຈະ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ຄລິດ​ຜູ້​ທີ່​ພະ​ເຢໂຫວາ​ແຕ່ງຕັ້ງ​ໃຫ້​ເປັນ “ຜູ້​ນຳ​ຄົນ​ສຳຄັນ​ທີ່​ໃຫ້​ຊີວິດ.”—ກຈກ. 3:15

4. (ກ) ການ​ປິ່ນປົວ​ຢ່າງ​ອັດສະຈັນ​ເຮັດ​ໃຫ້​ເກີດ​ການ​ຕໍ່ຕ້ານ​ຈາກ​ພວກ​ຜູ້​ມີ​ອຳນາດ​ແນວ​ໃດ? (ຂ) ເຮົາ​ຈະ​ຕອບ​ຄຳ​ຖາມ​ສອງ​ຂໍ້​ຫຍັງ?

4 ມື້​ນັ້ນ​ມີ​ເຫດການ​ຫຼາຍ​ຢ່າງ​ທີ່​ໜ້າ​ຕື່ນເຕັ້ນ​ແທ້​ໆ! ເປໂຕ​ປິ່ນປົວ​ຂໍ​ທານ​ພິການ​ຄົນ​ໜຶ່ງ​ຈົນ​ລາວ​ຍ່າງ​ໄດ້. ແລະ​ຍັງ​ຊ່ວຍ​ໃຫ້​ຜູ້​ຄົນ​ອີກ​ຫຼາຍ​ພັນ​ຄົນ​ມີ​ໂອກາດ​ເຂົ້າ​ໃຈ​ຄວາມ​ຕ້ອງ​ການ​ຂອງ​ພະເຈົ້າ​ເພື່ອ​ທີ່​ເຂົາເຈົ້າ​ຈະ​ສາມາດ​ໃຊ້​ຊີວິດ​ໃນ​ແບບ​ທີ່​ເພິ່ນ​ພໍໃຈ. (ກລຊ. 1:9, 10) ນອກ​ຈາກ​ນັ້ນ ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ມື້​ນັ້ນ​ຍັງ​ເຮັດ​ໃຫ້​ພວກ​ຜູ້​ມີ​ອຳນາດ​ຕໍ່ຕ້ານ​ລູກສິດ​ທີ່​ພັກດີ​ຂອງ​ພະ​ເຢຊູ. ເຂົາ​ເຈົ້າ​ຕ້ອງ​ການ​ຂັດຂວາງ​ພວກ​ລູກສິດ​ບໍ່​ໃຫ້​ເຮັດ​ວຽກ​ປະກາດ​ສຳເລັດ. (ກຈກ. 1:8) ພວກ​ຜູ້​ມີ​ອຳນາດ​ເບິ່ງ​ວ່າ​ເປໂຕ​ກັບ​ໂຢຮັນ​ເປັນ “ຄົນ​ທຳມະດາ​ແລະ​ບໍ່​ມີ​ການ​ສຶກສາ.”b (ກຈກ. 4:13) ແຕ່​ເຮົາ​ຈະ​ຮຽນ​ຫຍັງ​ໄດ້​ຈາກ​ວິທີ​ທີ່​ສອງ​ຄົນ​ນີ້​ປະກາດ? ແລະ​ເຮົາ​ຈະ​ຮຽນ​ແບບ​ວິທີ​ທີ່​ເຂົາ​ເຈົ້າ​ແລະ​ລູກສິດ​ຄົນ​ອື່ນ​ໆ​ຮັບ​ມື​ກັບ​ການ​ຕໍ່ຕ້ານ​ໄດ້​ແນວ​ໃດ?

ບໍ່​ແມ່ນ “ດ້ວຍ​ລິດເດດ​ຂອງ​ພວກ​ເຮົາ​ເອງ” (ກິດຈະການ 3:11-26)

5. ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ວິທີ​ທີ່​ເປໂຕ​ເວົ້າ​ກັບ​ຜູ້​ຄົນ?

5 ເປໂຕ​ກັບ​ໂຢຮັນ​ຢືນ​ຢູ່​ຕໍ່​ໜ້າ​ຜູ້​ຄົນ ເຂົາ​ເຈົ້າ​ຮູ້​ວ່າ​ບາງ​ຄົນ​ເຊິ່ງ​ຢູ່​ຫັ້ນ​ອາດ​ເປັນ​ຄົນ​ຮ້ອງ​ສຽງ​ດັງ​ໃຫ້​ເອົາ​ພະ​ເຢຊູ​ໄປ​ຂ້າ​ເມື່ອ​ບໍ່​ດົນ​ມາ​ນີ້. (ມຣກ. 15:8-15; ກຈກ. 3:13-15) ເປໂຕ​ຕ້ອງ​ກ້າຫານ​ຫຼາຍ​ທີ່​ເວົ້າ​ວ່າ​ຜູ້​ຊາຍ​ທີ່​ພິການ​ຄົນ​ນີ້​ໄດ້​ຮັບ​ການ​ຮັກສາ​ໃນ​ນາມ​ຂອງ​ພະ​ເຢຊູ. ເປໂຕ​ບອກ​ຄວາມ​ຈິງ​ຢ່າງ​ກ້າຫານ ລາວ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ​ຜູ້​ຄົນ​ເຫຼົ່າ​ນີ້​ຕ້ອງ​ມີ​ສ່ວນ​ຮັບ​ຜິດ​ຊອບ​ຕໍ່​ການ​ຕາຍ​ຂອງ​ພະ​ເຢຊູ. ແຕ່​ເປໂຕ​ບໍ່​ໄດ້​ຄຽດ​ໃຫ້​ເຂົາ​ເຈົ້າ ເປໂຕ​ຮູ້​ວ່າ​ເຂົາ​ເຈົ້າ “ເຮັດ​ແບບ​ນັ້ນ​ຍ້ອນ​ວ່າ​ບໍ່​ຮູ້.” (ກຈກ. 3:17) ເປໂຕ​ເອີ້ນ​ເຂົາ​ເຈົ້າ​ວ່າ​ພີ່​ນ້ອງ ແລະ​ພະຍາຍາມ​ເນັ້ນ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. ຖ້າ​ເຂົາ​ເຈົ້າ​ກັບໃຈ​ແລະ​ສະແດງ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ ເຂົາ​ເຈົ້າ “ຈະ​ໄດ້​ຮັບ​ຄວາມ​ສົດ​ຊື່ນ” ຈາກ​ພະ​ເຢໂຫວາ. (ກຈກ. 3:19) ເຮົາ​ກໍ​ຄື​ກັນ ຕອນ​ທີ່​ປະກາດ​ເລື່ອງ​ການ​ພິພາກສາ​ຂອງ​ພະເຈົ້າ​ທີ່​ກຳລັງ​ຈະ​ເກີດ​ຂຶ້ນ ເຮົາ​ຕ້ອງ​ກ້າຫານ​ແລະ​ເວົ້າ​ຢ່າງ​ກົງ​ໄປ​ກົງ​ມາ. ແຕ່​ເຖິງ​ຈະ​ເປັນ​ແບບ​ນັ້ນ ເຮົາ​ກໍ​ບໍ່​ຄວນ​ຕັດສິນ​ຄົນ​ອື່ນ​ແລະ​ເວົ້າ​ບໍ່​ດີ​ໃຫ້​ຄົນ​ອື່ນ. ແທນ​ທີ່​ຈະ​ເຮັດ​ແບບ​ນັ້ນ ເຮົາ​ຄວນ​ເບິ່ງ​ວ່າ​ທຸກ​ຄົນ​ທີ່​ເຮົາ​ປະກາດ​ໃຫ້​ອາດຈະ​ເຂົ້າ​ມາ​ເປັນ​ພີ່​ນ້ອງ​ຂອງ​ເຮົາ ແລະ​ຄື​ກັບ​ເປໂຕ ເຮົາ​ຄວນ​ພະຍາຍາມ​ເວົ້າ​ເຖິງ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ.

6. ເປໂຕ​ກັບ​ໂຢຮັນ​ສະແດງ​ຄວາມ​ຖ່ອມ​ໂຕ​ແນວ​ໃດ?

6 ພວກ​ອັກຄະສາວົກ​ເປັນ​ຄົນ​ຖ່ອມ​ໂຕ. ເຂົາ​ເຈົ້າ​ບໍ່​ໄດ້​ອ້າງ​ວ່າ​ເຂົາ​ເຈົ້າ​ເຮັດ​ການ​ອັດສະຈັນ​ນັ້ນ​ເອງ. ເປໂຕ​ເວົ້າ​ກັບ​ຜູ້​ຄົນ​ວ່າ: “ເປັນ​ຫຍັງ​ແນມ​ເບິ່ງ​ພວກ​ເຮົາ​ຄື​ກັບ​ວ່າ​ພວກ​ເຮົາ​ເປັນ​ຄົນ​ເຮັດ​ໃຫ້​ລາວ​ຍ່າງ​ໄດ້​ດ້ວຍ​ລິດເດດ​ຂອງ​ພວກ​ເຮົາ​ເອງ ຫຼື​ເປັນ​ຍ້ອນ​ພວກ​ເຮົາ​ຮັບ​ໃຊ້​ພະເຈົ້າ​ດ້ວຍ​ຄວາມ​ເຫຼື້ອມ​ໃສ?” (ກຈກ. 3:12) ເປໂຕ​ແລະ​ອັກຄະສາວົກ​ຄົນ​ອື່ນ​ໆ​ຮູ້​ດີ​ວ່າ​ທຸກ​ຢ່າງ​ທີ່​ເຂົາ​ເຈົ້າ​ເຮັດ​ໄດ້​ມາ​ຈາກ​ອຳນາດ​ຂອງ​ພະເຈົ້າ ບໍ່​ໄດ້​ມາ​ຈາກ​ຄວາມ​ສາມາດ​ຂອງ​ເຂົາ​ເຈົ້າ​ເອງ. ນີ້​ສະແດງ​ວ່າ​ເຂົາ​ເຈົ້າ​ຖ່ອມ​ໂຕ​ແລະ​ຢາກ​ໃຫ້​ຜູ້​ຄົນ​ຍົກຍ້ອງ​ສັນລະເສີນ​ພະ​ເຢໂຫວາ​ກັບ​ພະ​ເຢຊູ.

7, 8. (ກ) ເຮົາ​ສາມາດ​ຊ່ວຍ​ຜູ້​ຄົນ​ໃຫ້​ໄດ້​ຮັບ​ສິ່ງ​ທີ່​ດີ​ເລີດ​ຫຍັງ? (ຂ) ຄຳ​ສັນຍາ​ທີ່​ວ່າ “ທຸກ​ສິ່ງ​ຈະ​ໄດ້​ຮັບ​ການ​ຟື້ນຟູ” ເກີດ​ຂຶ້ນ​ແທ້​ແນວ​ໃດ​ໃນ​ທຸກ​ມື້​ນີ້?

7 ເຮົາ​ຕ້ອງ​ສະແດງ​ຄວາມ​ຖ່ອມ​ໂຕ​ແບບ​ດຽວ​ກັນ​ຕອນ​ທີ່​ເຮັດ​ວຽກ​ປະກາດ. ແມ່ນ​ຢູ່​ທີ່​ພະເຈົ້າ​ບໍ່​ໄດ້​ໃຫ້​ອຳນາດ​ຄລິດສະຕຽນ​ໃນ​ທຸກ​ມື້​ນີ້​ໃຫ້​ປິ່ນປົວ​ໂດຍ​ການ​ອັດສະຈັນ. ແຕ່​ເຮົາ​ກໍ​ສາມາດ​ຊ່ວຍ​ຜູ້​ຄົນ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ພະເຈົ້າ​ແລະ​ພະຄລິດ ແລະ​ໄດ້​ຮັບ​ສິ່ງ​ທີ່​ດີ​ເລີດ​ຄື​ກັບ​ທີ່​ເປໂຕ​ໄດ້​ສະເໜີ​ໃຫ້​ກັບ​ຄົນ​ຢິວ ສິ່ງ​ນັ້ນ​ຄື​ໂອກາດ​ທີ່​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ການ​ອະໄພ​ບາບ​ແລະ​ໄດ້​ຮັບ​ຄວາມ​ສົດ​ຊື່ນ​ຈາກ​ພະ​ເຢໂຫວາ. ແຕ່ລະປີ ມີ​ຫຼາຍ​ແສນ​ຄົນ​ຕອບ​ຮັບ​ແລະ​ເຂົ້າ​ມາ​ເປັນ​ລູກສິດ​ທີ່​ຮັບ​ບັບເຕມາ​ຂອງ​ພະຄລິດ.

8 ແທ້​ໆ​ແລ້ວ ເຮົາ​ກຳລັງ​ມີ​ຊີວິດ​ຢູ່​ໃນ​ຊ່ວງ​ເວລາ​ທີ່ “ທຸກ​ສິ່ງ​ຈະ​ໄດ້​ຮັບ​ການ​ຟື້ນຟູ” ຄື​ກັບ​ທີ່​ເປໂຕ​ບອກ​ໄວ້. ການ​ປົກຄອງ​ຂອງ​ພະເຈົ້າ​ປົກຄອງ​ແລ້ວ​ໃນ​ສະຫວັນ​ຕັ້ງແຕ່​ປີ 1914 ຕາມ​ທີ່ “ພະເຈົ້າ​ບອກ​ໄວ້​ຜ່ານ​ທາງ​ພວກ​ຜູ້​ພະຍາກອນ​ທີ່​ສັດຊື່​ຂອງ​ພະອົງ​ຕັ້ງແຕ່​ສະໄໝ​ບູຮານ.” (ກຈກ. 3:21; ເພງ. 110:1-3; ດນອ. 4:16, 17) ຫຼັງ​ຈາກ​ນັ້ນ​ບໍ່​ດົນ ພະ​ເຢຊູ​ກໍ​ເລີ່ມ​ເບິ່ງແຍງ​ວຽກ​ຟື້ນຟູ​ການ​ນະ​ມັດ​ສະ​ການ​ແທ້​ຢູ່​ໃນ​ໂລກ. ຜົນ​ກໍ​ຄື ຫຼາຍ​ລ້ານ​ຄົນ​ໄດ້​ເຂົ້າ​ມາ​ຢູ່​ໃຕ້​ການ​ປົກຄອງ​ນີ້ ແລະ​ນະ​ມັດ​ສະ​ການ​ເພິ່ນ​ຢ່າງ​ມີ​ສັນຕິສຸກ​ແລະ​ເປັນ​ໜຶ່ງ​ດຽວ​ກັນ. ຄົນ​ເຫຼົ່າ​ນີ້​ໄດ້​ຖິ້ມ​ລັກສະນະ​ນິດໄສ​ເກົ່າ ແລະ “ປູກ​ຝັງ​ລັກສະນະ​ນິດໄສ​ໃໝ່​ທີ່​ຖືກ​ສ້າງ​ຂຶ້ນ​ຕາມ​ທີ່​ພະເຈົ້າ​ຕ້ອງ​ການ.” (ອຟຊ. 4:22-24) ຄື​ກັບ​ທີ່​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ໄດ້​ຊ່ວຍ​ຂໍ​ທານ​ທີ່​ພິການ​ໃຫ້​ເຊົາ​ເປັນ​ປົກກະຕິ ພະລັງ​ບໍລິສຸດ​ດຽວ​ກັນ​ນີ້​ກໍ​ມີ​ສ່ວນ​ຊ່ວຍ​ໃຫ້​ຜູ້​ຄົນ​ປ່ຽນແປງ​ຕົວເອງ​ແລະ​ປູກ​ຝັງ​ລັກສະນະ​ນິດໄສ​ໃໝ່ ວຽກ​ນີ້​ສຳເລັດ​ໄດ້​ບໍ່​ແມ່ນ​ໂດຍ​ຄວາມ​ພະຍາຍາມ​ຂອງ​ມະນຸດ. ນອກ​ຈາກ​ນັ້ນ ຄື​ກັບ​ເປໂຕ ເຮົາ​ຕ້ອງ​ໃຊ້​ຖ້ອຍຄຳ​ຂອງ​ພະເຈົ້າ​ໃນ​ການ​ສອນ​ຄົນ​ອື່ນ​ຢ່າງ​ກ້າຫານ​ແລະ​ມີ​ປະສິດທິພາບ. ເມື່ອ​ເຮົາ​ຊ່ວຍ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະຄລິດ ນັ້ນ​ກໍ​ເປັນ​ຍ້ອນ​ອຳນາດ​ຂອງ​ພະເຈົ້າ ບໍ່​ແມ່ນ​ຄວາມ​ສາມາດ​ຂອງ​ໂຕ​ເຮົາ​ເອງ.

‘ພວກ​ເຮົາ​ບໍ່​ສາມາດ​ເຊົາ​ເວົ້າ​ໄດ້’ (ກິດຈະການ 4:1-22)

9-11. (ກ) ພວກ​ຜູ້​ນຳ​ຄົນ​ຢິວ​ມີ​ທ່າທີ​ແນວ​ໃດ​ຕໍ່​ເລື່ອງ​ທີ່​ເປໂຕ​ແລະ​ໂຢຮັນ​ປະກາດ? (ຂ) ພວກ​ອັກຄະສາວົກ​ຕັ້ງໃຈ​ທີ່​ຈະ​ເຮັດ​ຫຍັງ?

9 ທັງ​ຄຳ​ບັນຍາຍ​ຂອງ​ເປໂຕ​ແລະ​ການ​ໄດ້​ເຫັນ​ຂໍ​ທານ​ທີ່​ພິການ​ໂດດ​ເຕັ້ນ​ພ້ອມ​ກັບ​ສຽງ​ຮ້ອງ​ດ້ວຍ​ຄວາມ​ຍິນດີ ຄື​ຊິ​ເຮັດ​ໃຫ້​ເກີດ​ຄວາມ​ວຸ່ນວາຍ​ຫຼາຍ. ນີ້​ເຮັດ​ໃຫ້​ຫົວ​ໜ້າ​ເຈົ້າ​ໜ້າທີ່​ເບິ່ງແຍງ​ວິຫານ​ເຊິ່ງ​ໄດ້​ເບິ່ງແຍງ​ຄວາມ​ປອດໄພ​ພ້ອມ​ກັບ​ພວກ​ຫົວໜ້າ​ປະໂລຫິດ​ຟ້າວ​ເຂົ້າ​ມາ​ສືບສວນ​ວ່າ​ເກີດ​ຫຍັງ​ຂຶ້ນ. ຄົນ​ເຫຼົ່າ​ນີ້​ຄື​ຊິ​ເປັນ​ພວກ​ຊາດູກາຍ​ເຊິ່ງ​ເປັນ​ນິກາຍ​ໜຶ່ງ​ທີ່​ລ່ຳ​ລວຍ​ແລະ​ມີ​ອຳນາດ​ທາງ​ການ​ເມືອງ ພວກ​ຊາດູກາຍ​ພະຍາຍາມ​ຮັກສາ​ຄວາມ​ສຳພັນ​ກັບ​ພວກ​ໂຣມ ເຂົາ​ເຈົ້າ​ປະຕິເສດ​ກົດໝາຍ​ສືບ​ປາກ​ທີ່​ພວກ​ຟາຣິຊາຍ​ມັກ ແລະ​ບໍ່​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ.c ນີ້​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ພໍໃຈ​ຫຼາຍ​ທີ່​ເຫັນ​ເປໂຕ​ກັບ​ໂຢຮັນ​ສອນ​ຢູ່​ໃນ​ວິຫານ​ຢ່າງ​ກ້າຫານ​ວ່າ ພະ​ເຢຊູ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລ້ວ!

10 ພວກ​ຜູ້​ຕໍ່ຕ້ານ​ທີ່​ຄຽດແຄ້ນ​ໄດ້​ຈັບ​ເປໂຕ​ແລະ​ໂຢຮັນ​ຂັງ​ຄຸກ ແລະ​ລາກ​ເຂົາ​ເຈົ້າ​ມາ​ຢູ່​ຕໍ່​ໜ້າ​ສານ​ສູງ​ຂອງ​ຄົນ​ຢິວ​ໃນ​ມື້​ຕໍ່​ມາ. ພວກ​ຜູ້​ມີ​ອຳນາດ​ປົກຄອງ​ທີ່​ຖື​ວ່າ​ຕົວເອງ​ເໜືອ​ກວ່າ​ຄົນ​ອື່ນ​ໄດ້​ເບິ່ງ​ເປໂຕ​ແລະ​ໂຢຮັນ​ວ່າ “ເປັນ​ຄົນ​ທຳມະດາ​ແລະ​ບໍ່​ມີ​ການ​ສຶກສາ.” ເຂົາ​ເຈົ້າ​ຄິດ​ວ່າ​ເປໂຕ​ແລະ​ໂຢຮັນ​ບໍ່​ມີ​ສິດ​ທີ່​ຈະ​ສອນ​ໃນ​ວິຫານ​ເພາະ​ທັງ​ສອງ​ຄົນ​ນີ້​ບໍ່​ໄດ້​ຮຽນ​ຢູ່​ໂຮງຮຽນ​ສາສະໜາ​ທີ່​ມີ​ຊື່​ສຽງ. ແຕ່​ເຖິງ​ຈະ​ເປັນ​ແບບ​ນັ້ນ ເປໂຕ​ແລະ​ໂຢຮັນ​ກໍ​ເວົ້າ​ຢ່າງ​ກ້າຫານ​ແລະ​ໝັ້ນ​ໃຈ​ຈົນ​ເຮັດ​ໃຫ້​ສານ​ຮູ້ສຶກ​ປະຫຼາດ​ໃຈ. ແລ້ວ​ສິ່ງ​ໃດ​ເຮັດ​ໃຫ້​ເຂົາ​ເຈົ້າ​ເວົ້າ​ດ້ວຍ​ຄວາມ​ໝັ້ນ​ໃຈ​ຂະໜາດ​ນັ້ນ? ເຫດຜົນ​ໜຶ່ງ​ກໍ​ຄື “ສອງ​ຄົນ​ນີ້​ເຄີຍ​ຢູ່​ກັບ​ພະ​ເຢຊູ.” (ກຈກ. 4:13) ນາຍ​ຂອງ​ເຂົາ​ເຈົ້າ​ສອນ​ແບບ​ຄົນ​ທີ່​ໄດ້​ຮັບ​ອຳນາດ​ຈາກ​ພະເຈົ້າ​ແທ້​ໆ​ເຊິ່ງ​ຕ່າງ​ກັນ​ຫຼາຍ​ກັບ​ພວກ​ຄູ​ສອນ​ສາສະໜາ.—ມທ. 7:28, 29

11 ສານ​ນັ້ນ​ອອກ​ຄຳ​ສັ່ງ​ໃຫ້​ພວກ​ອັກຄະສາວົກ​ເຊົາ​ປະກາດ. ໃນ​ສັງຄົມ​ຕອນ​ນັ້ນ ສານ​ມີ​ອຳນາດ​ຫຼາຍ. ບໍ່​ດົນ​ກ່ອນ​ໜ້າ​ນັ້ນ ພະ​ເຢຊູ​ກໍ​ຖືກ​ສານ​ນີ້​ຕັດສິນ​ວ່າ: “ສົມຄວນ​ຕາຍ.” (ມທ. 26:59-66) ແຕ່​ເປໂຕ​ກັບ​ໂຢຮັນ​ກໍ​ບໍ່​ຢ້ານ ເພາະ​ຕອນ​ທີ່​ຢືນ​ຢູ່​ຕໍ່​ໜ້າ​ຄົນ​ເຫຼົ່າ​ນີ້​ທີ່​ມີ​ອິດທິພົນ ລ່ຳ​ລວຍ ແລະ​ມີ​ການ​ສຶກສາ​ດີ ເປໂຕ​ກັບ​ໂຢຮັນ​ໄດ້​ປະກາດ​ຢ່າງ​ກ້າຫານ ແຕ່​ກໍ​ເວົ້າ​ດ້ວຍ​ຄວາມ​ນັບຖື​ວ່າ: “ພະເຈົ້າ​ຈະ​ຖື​ວ່າ​ຖືກຕ້ອງ​ບໍ​ຖ້າ​ພວກ​ເຮົາ​ເຊື່ອຟັງ​ພວກ​ເຈົ້າ​ແທນ​ທີ່​ຈະ​ເຊື່ອຟັງ​ພະເຈົ້າ ໃຫ້​ພວກ​ເຈົ້າ​ຕັດສິນ​ເອົາ​ເອງ. ແຕ່​ພວກ​ເຮົາ​ບໍ່​ສາມາດ​ເຊົາ​ເວົ້າ​ເລື່ອງ​ທີ່​ໄດ້​ເຫັນ​ແລະ​ໄດ້​ຍິນ​ນັ້ນ.”—ກຈກ. 4:19, 20

ປະໂລຫິດ​ໃຫຍ່​ແລະ​ພວກ​ຫົວໜ້າ​ປະ​ໂລ​ຫິດ

ປະໂລຫິດ​ໃຫຍ່​ເປັນ​ຕົວແທນ​ປະຊາຊົນ​ໃນ​ການ​ຕິດຕໍ່​ກັບ​ພະເຈົ້າ. ໃນ​ສະຕະວັດ​ທຳອິດ ລາວ​ຍັງ​ເປັນ​ຜູ້​ນຳ​ຂອງ​ສານ​ຊັນເຮດຣິນ. ຜູ້​ນຳ​ຄົນ​ຢິວ​ຄົນ​ອື່ນ​ໆ​ຈະ​ເປັນ​ຫົວໜ້າ​ປະໂລຫິດ ພວກ​ຫົວໜ້າ​ປະໂລຫິດ​ເຫຼົ່າ​ນີ້​ປະກອບ​ດ້ວຍ​ອະດີດ​ປະໂລຫິດ​ໃຫຍ່ ເຊັ່ນ ອັນນາ ແລະ​ພວກ​ຜູ້​ຊາຍ​ອາວຸໂສ​ຄົນ​ອື່ນ​ໆ​ເຊິ່ງ​ມາ​ຈາກ​ຄອບຄົວ​ທີ່​ມີ​ບາງ​ຄົນ​ໃນ​ຄອບຄົວ​ນັ້ນ​ເຄີຍ​ເປັນ​ປະໂລຫິດ​ໃຫຍ່​ມາ​ແລ້ວ ຄອບຄົວ​ເຫຼົ່າ​ນີ້​ອາດ​ມີ​ພຽງ 4 ຫຼື 5 ຄອບຄົວ​ເທົ່າ​ນັ້ນ. ນັກ​ວິຊາການ​ຄົນ​ໜຶ່ງ​ທີ່​ຊື່​ເອມິວ ຊູເຣີ​ໄດ້​ຂຽນ​ວ່າ: “ການ​ທີ່​ປະໂລຫິດ​ຄົນ​ໜຶ່ງ​ມາ​ຈາກ​ຄອບຄົວ​ທີ່​ເດັ່ນ​ເຫຼົ່າ​ນີ້ ກໍ​ເຮັດ​ໃຫ້​ລາວ​ມີ​ຖານະ​ພິເສດ” ແຕກຕ່າງ​ຈາກ​ປະໂລຫິດ​ຄົນ​ອື່ນ​ໆ.

ຕາມ​ທີ່​ບອກ​ໄວ້​ໃນ​ຄຳ​ພີ​ໄບເບິນ ຄົນ​ທີ່​ເປັນ​ປະໂລຫິດ​ໃຫຍ່​ຈະ​ຮັບ​ໃຊ້​ໃນ​ຕຳແໜ່ງ​ນີ້​ໄປ​ຕະຫຼອດ​ຊີວິດ. (ຈຊບ. 35:25) ແຕ່​ໃນ​ລະຫວ່າງ​ຊ່ວງ​ເວລາ​ທີ່​ເວົ້າ​ເຖິງ​ໃນ​ປຶ້ມ​ກິດຈະການ ເຈົ້າແຂວງ​ຄົນ​ໂຣມ​ແລະ​ກະສັດ​ຕ່າງ​ໆ​ທີ່​ປົກຄອງ​ພາຍ​ໃຕ້​ອຳນາດ​ຂອງ​ໂຣມ​ຈະ​ແຕ່ງຕັ້ງ​ແລະ​ປົດ​ປະໂລຫິດ​ໃຫຍ່​ຕາມ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ. ແຕ່​ເບິ່ງ​ຄື​ວ່າ ຜູ້​ປົກຄອງ​ເຫຼົ່າ​ນີ້​ເລືອກ​ປະໂລຫິດ​ໃຫຍ່​ຈາກ​ເຊື້ອສາຍ​ປະໂລຫິດ​ເຊິ່ງ​ສືບ​ທອດ​ມາ​ຈາກ​ອາໂຣນ.

12. ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ກ້າຫານ​ແລະ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ?

12 ເຈົ້າ​ສາມາດ​ສະແດງ​ຄວາມ​ກ້າຫານ​ແບບ​ດຽວ​ກັນ​ນີ້​ບໍ? ເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ປະກາດ​ກັບ​ຄົນ​ລວຍ ຄົນ​ທີ່​ມີ​ການ​ສຶກສາ​ສູງ ຫຼື​ຄົນ​ທີ່​ມີ​ອິດທິພົນ​ໃນ​ຊຸມຊົນ​ຂອງ​ເຈົ້າ? ຈະ​ເປັນ​ແນວ​ໃດ​ຖ້າ​ຄົນ​ໃນ​ຄອບຄົວ ໝູ່​ນັກ​ຮຽນ ຫຼື​ໝູ່​ຮ່ວມ​ວຽກ​ເຍາະເຍີ້ຍ​ຄວາມ​ເຊື່ອ​ຂອງ​ເຈົ້າ? ເຈົ້າ​ຢ້ານ​ບໍ? ຖ້າ​ຢ້ານ ເຈົ້າ​ສາມາດ​ເອົາ​ຊະນະ​ຄວາມ​ຮູ້ສຶກ​ນີ້​ໄດ້. ຕອນ​ທີ່​ຢູ່​ໃນ​ໂລກ ພະ​ເຢຊູ​ສອນ​ພວກ​ອັກຄະສາວົກ​ວ່າ​ເຂົາ​ເຈົ້າ​ຈະ​ປົກປ້ອງ​ຄວາມ​ເຊື່ອ​ດ້ວຍ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ນັບຖື​ແນວ​ໃດ. (ມທ. 10:11-18) ແລະ​ຫຼັງ​ຈາກ​ຄືນ​ມາ​ຈາກ​ຕາຍ​ແລ້ວ ພະ​ເຢຊູ​ໄດ້​ສັນຍາ​ກັບ​ພວກ​ລູກສິດ​ວ່າ ເພິ່ນ​ຈະ​ຢູ່​ກັບ​ເຂົາ​ເຈົ້າ “ສະເໝີ​ຈົນ​ຮອດ​ສະໄໝ​ສຸດທ້າຍ​ຂອງ​ໂລກ​ນີ້.” (ມທ. 28:20) ນອກ​ຈາກ​ນັ້ນ ພາຍ​ໃຕ້​ການ​ຊີ້ນຳ​ຂອງ​ພະ​ເຢຊູ “ທາດ​ທີ່​ສັດຊື່​ແລະ​ສຸຂຸມ” ສອນ​ໃຫ້​ເຮົາ​ຮູ້​ວິທີ​ປົກປ້ອງ​ຄວາມ​ເຊື່ອ​ຂອງ​ເຮົາ. (ມທ. 24:45-47; 1ປຕ. 3:15) ມີ​ການ​ສອນ​ແບບ​ນັ້ນ​ຢູ່​ຫໍປະຊຸມ ໃນ​ສ່ວນ​ຊີວິດ​ຄລິດສະຕຽນ​ແລະ​ວຽກ​ຮັບ​ໃຊ້ ແລະ​ຍັງ​ມີ​ປຶ້ມ​ກັບ​ບົດ​ຄວາມ​ຕ່າງ​ໆ​ເຊັ່ນ “ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ” ໃນ​ເວັບໄຊ jw.org. ເຈົ້າ​ໃຊ້​ປະໂຫຍດ​ຈາກ​ການ​ຈັດ​ກຽມ​ເຫຼົ່າ​ນີ້​ບໍ? ຖ້າ​ໃຊ້ ເຈົ້າ​ກໍ​ຈະ​ມີ​ຄວາມ​ກ້າຫານ​ແລະ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ ແລະ​ກໍ​ຈະ​ເປັນ​ຄື​ກັບ​ພວກ​ອັກຄະສາວົກ. ເຈົ້າ​ຈະ​ບໍ່​ຍອມ​ໃຫ້​ອັນ​ໃດ​ມາ​ເຮັດ​ໃຫ້​ເຈົ້າ​ເຊົາ​ເວົ້າ​ເລື່ອງ​ຄວາມ​ຈິງ​ທີ່​ດີ​ເລີດ​ໃນ​ຄຳພີ​ໄບເບິນ​ທີ່​ເຈົ້າ​ໄດ້​ຮຽນ​ຮູ້​ມາ.

ພີ່​ນ້ອງ​ຍິງ​ຄົນ​ໜຶ່ງ​ປະກາດ​ກັບ​ໝູ່​ຮ່ວມ​ງານ​ຕອນ​ພັກ.

ຢ່າ​ຍອມ​ໃຫ້​ອັນ​ໃດ​ກໍ​ຕາມ​ມາ​ເຮັດ​ໃຫ້​ເຈົ້າ​ເຊົາ​ເວົ້າ​ເລື່ອງ​ຄວາມ​ຈິງ​ອັນ​ດີ​ເລີດ​ໃນ​ຄຳພີ​ໄບເບິນ​ທີ່​ເຈົ້າ​ໄດ້​ຮຽນ​ຮູ້​ມາ

“ພວກ​ເຂົາ​ຈຶ່ງ​ພ້ອມ​ໃຈ​ກັນ​ອະທິດຖານ​ເຖິງ​ພະເຈົ້າ” (ກິດຈະການ 4:23-31)

13, 14. ເຮົາ​ຄວນ​ເຮັດ​ຫຍັງ​ເມື່ອ​ເຈິ​ການ​ຕໍ່ຕ້ານ ແລະ​ຍ້ອນຫຍັງ?

13 ທັນທີ​ຫຼັງ​ຈາກ​ຖືກ​ປ່ອຍ​ໂຕ​ຈາກ​ການ​ກັກ​ຂັງ ເປໂຕ​ກັບ​ໂຢຮັນ​ໄດ້​ໄປ​ພົບ​ຄົນ​ອື່ນ​ໆ​ໃນ​ປະຊາຄົມ “ພວກ​ເຂົາ​ຈຶ່ງ​ພ້ອມ​ໃຈ​ກັນ​ອະທິດຖານ​ເຖິງ​ພະເຈົ້າ” ນຳ​ກັນ​ແລະ​ອະທິດຖານ​ຂໍ​ຄວາມ​ກ້າຫານ​ທີ່​ຈະ​ປະກາດ​ຕໍ່​ໄປ. (ກຈກ. 4:24) ເປໂຕ​ຮູ້​ດີ​ວ່າ ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ພະເຈົ້າ​ຕ້ອງ​ການ ລາວ​ບໍ່​ສາມາດ​ເພິ່ງ​ກຳລັງ​ຂອງ​ໂຕເອງ. ແທ້​ໆ​ແລ້ວ ບໍ່​ເທົ່າ​ໃດ​ອາທິດ​ກ່ອນ​ໜ້າ​ນັ້ນ​ລາວ​ໄດ້​ເວົ້າ​ກັບ​ພະ​ເຢຊູ​ດ້ວຍ​ຄວາມ​ໝັ້ນ​ໃຈ​ຫຼາຍ​ວ່າ: “ເຖິງ​ແມ່ນ​ທຸກ​ຄົນ​ຈະ​ຖິ້ມ​ທ່ານ​ຍ້ອນ​ເລື່ອງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ທ່ານ ແຕ່​ຂ້ອຍ​ຈະ​ບໍ່​ມີ​ວັນ​ຖິ້ມ​ທ່ານ​ເລີຍ!” ແຕ່​ຄື​ກັບ​ທີ່​ພະ​ເຢຊູ​ບອກ​ໄວ້​ລ່ວງ​ໜ້າ ເປໂຕ​ຍອມແພ້​ໃຫ້​ກັບ​ຄວາມ​ຢ້ານ ແລະ​ເຖິງຂັ້ນ​ວ່າ​ປະຕິເສດ​ພະ​ເຢຊູ​ເຊິ່ງ​ເປັນ​ທັງ​ໝູ່​ແລະ​ອາຈານ​ຂອງ​ລາວ. ແນວ​ໃດ​ກໍ​ຕາມ ເປໂຕ​ຮຽນ​ຈາກ​ຄວາມ​ຜິດ​ພາດ​ຂອງ​ໂຕເອງ.—ມທ. 26:33, 34, 69-75

14 ຈາກ​ເລື່ອງ​ນີ້​ເຮົາ​ຈະ​ເຫັນ​ວ່າ ຖ້າ​ເຮົາ​ຢາກ​ເຮັດ​ວຽກ​ປະກາດ​ຕໍ່​ໆ​ໄປ​ການ​ມີ​ຄວາມ​ຕັ້ງໃຈ​ແນ່ວ​ແນ່​ຢ່າງ​ດຽວ​ບໍ່​ພໍ. ຖ້າ​ຜູ້​ຕໍ່ຕ້ານ​ພະຍາຍາມ​ທຳລາຍ​ຄວາມ​ເຊື່ອ​ຂອງ​ເຈົ້າ​ຫຼື​ພະຍາຍາມ​ເຮັດ​ໃຫ້​ເຈົ້າ​ເຊົາ​ປະກາດ ຂໍ​ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ເປໂຕ​ກັບ​ໂຢຮັນ. ອະທິດຖານ​ຂໍ​ກຳລັງ​ຈາກ​ພະ​ເຢໂຫວາ. ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພີ່​ນ້ອງ​ໃນ​ປະຊາຄົມ. ບອກ​ຜູ້​ດູແລ​ແລະ​ພີ່​ນ້ອງ​ທີ່​ມີ​ຄວາມ​ເປັນ​ຜູ້​ໃຫຍ່​ກ່ຽວ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ເຈົ້າ​ເຈິ. ຄຳ​ອະທິດຖານ​ຂອງ​ເຂົາ​ເຈົ້າ​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ກຳລັງ.—ອຟຊ. 6:18; ຢກບ. 5:16

15. ເປັນ​ຫຍັງ​ຄົນ​ທີ່​ເຄີຍ​ເຊົາ​ປະກາດ​ໄປ​ໄລຍະ​ໜຶ່ງ​ບໍ່​ຄວນ​ຮູ້ສຶກ​ທໍ້ໃຈ?

15 ຖ້າ​ໃນ​ອະດີດ​ເຈົ້າ​ເຄີຍ​ເຊົາ​ປະກາດ​ໄປ​ໄລຍະ​ໜຶ່ງ​ຍ້ອນ​ຖືກ​ກົດ​ດັນ​ຫຼື​ຖືກ​ຕໍ່ຕ້ານ ກໍ​ຢ່າ​ທໍ້ໃຈ​ກັບ​ເລື່ອງ​ນັ້ນ. ຂໍ​ໃຫ້​ຈື່​ໄວ້​ວ່າ ຫຼັງ​ຈາກ​ພະ​ເຢຊູ​ຕາຍ​ອັກຄະສາວົກ​ທັງໝົດ​ກໍ​ເຄີຍ​ເຊົາ​ປະກາດ​ໄປ​ໄລຍະ​ໜຶ່ງ ແຕ່​ບໍ່​ດົນ​ກໍ​ກັບມາ​ເອົາ​ຈິງ​ເອົາ​ຈັງ​ອີກ. (ມທ. 26:56; 28:10, 16-20) ດັ່ງ​ນັ້ນ ແທນ​ທີ່​ຈະ​ປ່ອຍ​ໃຫ້​ຄວາມ​ຜິດ​ພາດ​ໃນ​ອະດີດ​ເຮັດ​ໃຫ້​ເຈົ້າ​ທໍ້ໃຈ ເຈົ້າ​ຈະ​ເອົາ​ປະສົບ​ການ​ແລະ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນ​ຮູ້​ມາ​ໃຊ້​ເພື່ອ​ຊ່ວຍ​ຄົນ​ອື່ນ​ໄດ້​ບໍ?

16, 17. ເຮົາ​ຮຽນ​ຫຍັງ​ໄດ້​ກ່ຽວ​ກັບ​ຄຳ​ອະທິດຖານ​ຂອງ​ພວກ​ລູກສິດ​ຂອງ​ພະ​ເຢຊູ​ໃນ​ເມືອງ​ເຢຣູຊາເລັມ?

16 ເຮົາ​ຄວນ​ອະທິດຖານ​ຂໍ​ຫຍັງ​ເມື່ອ​ຄົນ​ທີ່​ມີ​ອຳນາດ​ກົດຂີ່​ເຮົາ? ຂໍ​ໃຫ້​ສັງເກດ​ວ່າ ພວກ​ລູກສິດ​ບໍ່​ໄດ້​ຂໍ​ໃຫ້​ພະ​ເຢໂຫວາ​ປົກປ້ອງ​ເຂົາ​ເຈົ້າ​ເພື່ອ​ຈະ​ບໍ່​ເຈິ​ການ​ທົດສອບ. ແຕ່​ເຂົາ​ເຈົ້າ​ຈື່​ໄດ້​ດີ​ເຖິງ​ຄຳ​ເວົ້າ​ຂອງ​ພະ​ເຢຊູ​ທີ່​ບອກ​ວ່າ: “ຖ້າ​ພວກ​ເຂົາ​ຂົ່ມເຫງ​ຂ້ອຍ ພວກ​ເຂົາ​ຈະ​ຂົ່ມເຫງ​ພວກ​ເຈົ້າ​ຄື​ກັນ.” (ຢຮ. 15:20) ແທນ​ທີ່​ຈະ​ອະທິດຖານ​ແບບ​ນັ້ນ ພວກ​ລູກສິດ​ທີ່​ພັກດີ​ເຫຼົ່າ​ນີ້​ໄດ້​ຂໍ​ໃຫ້ ‘ພະ​ເຢໂຫວາ​ເບິ່ງ’ ການ​ຂົ່ມ​ຂູ່​ຂອງ​ພວກ​ຜູ້​ຕໍ່ຕ້ານ. (ກຈກ. 4:29) ພວກ​ລູກສິດ​ຮູ້​ດີ​ວ່າ ຄວາມ​ຕ້ອງ​ການ​ຂອງ​ພະເຈົ້າ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ. ເຂົາ​ເຈົ້າ​ເຂົ້າ​ໃຈ​ວ່າ​ການ​ຖືກ​ຂົ່ມເຫງ​ມີ​ສ່ວນ​ເຮັດ​ໃຫ້​ຄຳ​ພະຍາກອນ​ສຳເລັດ​ເປັນ​ຈິງ. ແລະ​ຄື​ກັບ​ທີ່​ພະ​ເຢຊູ​ເຄີຍ​ສອນ​ກ່ຽວ​ກັບ​ການ​ອະທິດຖານ ພວກ​ລູກສິດ​ຮູ້​ວ່າ​ຄວາມ​ຕ້ອງ​ການ​ຂອງ​ພະເຈົ້າ​ຈະ​ເກີດ​ຂຶ້ນ​ແທ້​ບໍ່​ວ່າ​ຜູ້​ມີ​ອຳນາດ​ປົກຄອງ​ທີ່​ເປັນ​ມະນຸດ​ຈະ​ເວົ້າ​ຫຍັງ​ກໍ​ຕາມ.—ມທ. 6:9, 10

17 ເພື່ອ​ຈະ​ເຮັດ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ພະເຈົ້າ ພວກ​ລູກສິດ​ໄດ້​ອະທິດຖານ​ວ່າ: “ຂໍ​ຊ່ວຍ​ພວກ​ເຮົາ​ທີ່​ເປັນ​ທາດ​ຂອງ​ພະອົງ​ໃຫ້​ກ້າ​ປະກາດ​ຄຳ​ສອນ​ຂອງ​ພະອົງ​ຕໍ່​ໆ​ໄປ.” ພະ​ເຢໂຫວາ​ຕອບ​ຄຳ​ອະທິດຖານ​ນີ້​ຢ່າງ​ໄວ​ວາ​ແນວ​ໃດ? “ບ່ອນ​ທີ່​ພວກ​ເຂົາ​ປະຊຸມ​ກັນ​ກໍ​ສັ່ນ​ສະເທືອນ ແລະ​ພວກ​ເຂົາ​ທຸກ​ຄົນ​ເຕັມ​ໄປ​ດ້ວຍ​ພະລັງ​ບໍລິສຸດ​ແລະ​ປະກາດ​ຄຳ​ສອນ​ຂອງ​ພະອົງ​ຕໍ່​ໆ​ໄປ​ຢ່າງ​ກ້າຫານ.” (ກຈກ. 4:29-31) ບໍ່​ມີ​ຫຍັງ​ມາ​ຢຸດ​ຄວາມ​ຕ້ອງ​ການ​ຂອງ​ພະເຈົ້າ​ໄດ້. (ອຊຢ. 55:11) ບໍ່​ວ່າ​ເຮົາ​ຈະ​ເສຍ​ປຽບ​ສ່ຳ​ໃດ ຫຼື​ສັດຕູ​ຂອງ​ເຮົາ​ຈະ​ມີ​ອຳນາດ​ຫຼາຍ​ສ່ຳ​ໃດ ຖ້າ​ເຮົາ​ອະທິດຖານ ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ພະເຈົ້າ​ຈະ​ໃຫ້​ກຳລັງ​ກັບ​ເຮົາ​ເພື່ອ​ຈະ​ປະກາດ​ຕໍ່​ໄປ​ດ້ວຍ​ຄວາມ​ກ້າຫານ.

“ບໍ່​ໄດ້​ຕົວະ​ມະນຸດ ແຕ່​ຕົວະ​ພະເຈົ້າ” (ກິດຈະການ 4:32–5:11)

18. ສະມາຊິກ​ຂອງ​ປະຊາຄົມ​ໃນ​ເຢຣູຊາເລັມ​ເບິ່ງແຍງ​ເຊິ່ງ​ກັນ​ແລະ​ກັນ​ແນວ​ໃດ?

18 ອີກ​ບໍ່​ດົນ​ປະຊາຄົມ​ທີ່​ຫາກໍ​ຕັ້ງ​ຂຶ້ນ​ໃໝ່​ໃນ​ເມືອງ​ເຢຣູຊາເລັມ​ກໍ​ມີ​ສະມາຊິກ​ທີ່​ເຂັ້ມແຂງ​ຫຼາຍ​ຂຶ້ນ​ຈົນ​ມີ​ຫຼາຍ​ກວ່າ 5.000 ຄົນ.d ເຖິງ​ວ່າ​ມີ​ພູມ​ຫຼັງ​ຫຼາກຫຼາຍ ແຕ່​ພວກ​ລູກສິດ​ກໍ​ເປັນ “ນ້ຳໜຶ່ງໃຈດຽວກັນ” ມີ​ຈິດ​ໃຈ​ແລະ​ຄວາມ​ຄິດ​ແບບ​ດຽວ​ກັນ. (ກຈກ. 4:32; 1ກຣ. 1:10) ພວກ​ລູກສິດ​ບໍ່​ໄດ້​ພຽງ​ແຕ່​ອະທິດຖານ​ຂໍ​ພະ​ເຢໂຫວາ​ໃຫ້​ອວຍພອນ​ຄວາມ​ພະຍາຍາມ​ຂອງ​ເຂົາ​ເຈົ້າ. ແຕ່​ເຂົາ​ເຈົ້າ​ຍັງ​ຊ່ວຍ​ເຫຼືອ​ກັນ​ທາງ​ດ້ານ​ຄວາມ​ເຊື່ອ​ແລະ​ທາງ​ດ້ານ​ວັດຖຸ. (1ຢຮ. 3:16-18) ຕົວຢ່າງ​ເຊັ່ນ ລູກສິດ​ຄົນ​ໜຶ່ງ​ຊື່​ໂຢເຊັບ​ທີ່​ພວກ​ອັກຄະສາວົກ​ເອີ້ນ​ວ່າ​ບາຣະນາບາ​ໄດ້​ຂາຍ​ດິນ​ຂອງ​ຕົວເອງ ແລ້ວ​ບໍລິຈາກ​ເງິນ​ທັງໝົດ​ຢ່າງ​ບໍ່​ເຫັນແກ່ຕົວ​ເພື່ອ​ຊ່ວຍ​ຄົນ​ທີ່​ມາ​ຈາກ​ດິນແດນ​ຫ່າງ​ໄກ​ໃຫ້​ພັກ​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ໄດ້. ການ​ເຮັດ​ແບບ​ນັ້ນ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ໂອກາດ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ຄວາມ​ເຊື່ອ​ໃໝ່​ຂອງ​ເຂົາ​ເຈົ້າ.

19. ເປັນ​ຫຍັງ​ພະ​ເຢໂຫວາ​ລົງໂທດ​ອານາເນຍ​ກັບ​ຊະຟີຣາ​ໃຫ້​ເຖິງ​ຕາຍ?

19 ຜົວ​ເມຍ​ຄູ່​ໜຶ່ງ​ຊື່​ອານາເນຍ​ກັບ​ຊະຟີຣາ​ໄດ້​ຂາຍ​ດິນ​ແລະ​ບໍລິຈາກ​ເງິນ​ນຳ. ເຂົາ​ເຈົ້າ​ເຮັດ​ຄື​ກັບ​ວ່າ​ໄດ້​ໃຫ້​ເງິນ​ຄ່າ​ດິນ​ທັງໝົດ ທັງ​ໆ​ທີ່ “ເອົາ​ເງິນ​ມ້ຽນ​ໄວ້​ບາງ​ສ່ວນ.” (ກຈກ. 5:2) ພະ​ເຢໂຫວາ​ລົງໂທດ​ຜົວ​ເມຍ​ຄູ່​ນີ້​ໃຫ້​ເຖິງ​ຕາຍ ບໍ່​ແມ່ນ​ຍ້ອນ​ເຂົາ​ເຈົ້າ​ບໍລິຈາກ​ເງິນ​ບໍ່​ຫຼາຍ​ພໍ ແຕ່​ເຂົາ​ເຈົ້າ​ບໍລິຈາກ​ດ້ວຍ​ແຮງ​ກະຕຸ້ນ​ທີ່​ຜິດ ແລະ​ຍັງ​ຫຼອກລວງ​ພວກ​ອັກຄະສາວົກ. ທີ່ຈິງ​ແລ້ວ​ທັງ​ສອງ​ຄົນ “ບໍ່​ໄດ້​ຕົວະ​ມະນຸດ ແຕ່​ຕົວະ​ພະເຈົ້າ.” (ກຈກ. 5:4) ຄື​ກັບ​ພວກ​ຄົນ​ໜ້າ​ຊື່​ໃຈ​ຄົດ​ທີ່​ພະ​ເຢຊູ​ເຄີຍ​ຕຳໜິ ອານາເນຍ​ກັບ​ຊະຟີຣາ​ພະຍາຍາມ​ເຮັດ​ດີ​ເພື່ອ​ໃຫ້​ຄົນ​ອື່ນ​ຍົກຍ້ອງ ແຕ່​ບໍ່​ໄດ້​ພະຍາຍາມ​ເຮັດ​ດີ​ເພື່ອ​ໃຫ້​ພະເຈົ້າ​ພໍໃຈ.—ມທ. 6:1-3

20. ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ເລື່ອງ​ການ​ໃຫ້​ພະ​ເຢໂຫວາ?

20 ຄື​ກັບ​ພວກ​ລູກສິດ​ທີ່​ສັດຊື່​ໃນ​ເມືອງ​ເຢຣູຊາເລັມ​ໃນ​ສະຕະວັດ​ທຳອິດ ພະຍານ​ພະ​ເຢໂຫວາ​ຫຼາຍ​ລ້ານ​ຄົນ​ໃນ​ປັດຈຸບັນ​ສະໜັບສະໜູນ​ວຽກ​ປະກາດ​ທົ່ວ​ໂລກ​ໂດຍ​ບໍລິຈາກ​ດ້ວຍ​ຄວາມ​ສະໝັກ​ໃຈ. ບໍ່​ມີ​ໃຜ​ຖືກ​ບັງຄັບ​ໃຫ້​ສະລະ​ເວລາ​ຫຼື​ເງິນ​ເພື່ອ​ສະໜັບສະໜູນ​ວຽກ​ນີ້. ແທ້​ໆ​ແລ້ວ ພະ​ເຢໂຫວາ​ບໍ່​ຢາກ​ໃຫ້​ເຮົາ​ຮັບ​ໃຊ້​ເພິ່ນ​ແບບ​ຝືນ​ໃຈ​ຫຼື​ຖືກ​ບັງຄັບ. (2ກຣ. 9:7) ເຮົາ​ຄວນ​ຈື່​ວ່າ ສິ່ງ​ສຳຄັນ​ທີ່​ສຸດ​ສຳລັບ​ພະ​ເຢໂຫວາ ບໍ່​ແມ່ນ​ຈຳນວນ​ເງິນ​ທີ່​ເຮົາ​ໃຫ້ ແຕ່​ເປັນ​ເຈຕະນາ​ໃນ​ການ​ໃຫ້​ຂອງ​ເຮົາ. (ມຣກ. 12:41-44) ເຮົາ​ບໍ່​ຢາກ​ເປັນ​ຄື​ອານາເນຍ​ກັບ​ຊະຟີຣາ ຄື​ຍອມ​ໃຫ້​ຄວາມ​ເຫັນແກ່ຕົວ​ຫຼື​ການ​ຢາກ​ໃຫ້​ຄົນ​ອື່ນ​ຍົກຍ້ອງ​ມາ​ກະຕຸ້ນ​ເຮົາ​ໃຫ້​ຮັບ​ໃຊ້​ພະເຈົ້າ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ເຮົາ​ໜ້າ​ຈະ​ເປັນ​ຄື​ເປໂຕ ໂຢຮັນ ແລະ​ບາຣະນາບາ ເຂົາ​ເຈົ້າ​ຮັບ​ໃຊ້​ພະ​ເຢໂຫວາ​ຍ້ອນ​ຮັກ​ເພິ່ນ​ແລະ​ຮັກ​ຄົນ​ອື່ນ.—ມທ. 22:37-40

ເປໂຕ—ຈາກ​ຊາວ​ປະມົງ​ມາ​ເປັນ​ອັກຄະສາວົກ​ທີ່​ດຸ​ໝັ່ນ

ໃນ​ຄຳພີ​ໄບເບິນ​ມີ 5 ຊື່​ທີ່​ໃຊ້​ເອີ້ນ​ເປໂຕ. ຊື່​ໜຶ່ງ​ເຊິ່ງ​ເປັນ​ທີ່​ຮູ້​ຈັກ​ຄື​ຊີເມໂອນ​ໃນ​ພາສາ​ເຮັບເຣີ ຫຼື​ຊີໂມນ​ໃນ​ພາສາ​ກຣີກ ນອກ​ຈາກ​ນັ້ນ ຊື່​ເປໂຕ​ໃນ​ພາສາ​ເຊມິຕິກ​ແມ່ນ​ເກຟາ. ແລະ​ຍັງ​ມີ​ການ​ເອີ້ນ​ອັກຄະສາວົກ​ຄົນ​ນີ້​ນຳ​ວ່າ ຊີໂມນເປໂຕ ເຊິ່ງ​ເປັນ​ການ​ເອົາ​ສອງ​ຊື່​ມາ​ລວມ​ກັນ.—ມທ. 10:2; ຢຮ. 1:42; ກຈກ. 15:14

ອັກຄະສາວົກ​ເປໂຕ​ຖື​ກະຕ່າ​ໃສ່​ປາ.

ເປໂຕ​ແຕ່ງດອງ​ແລ້ວ​ແລະ​ຢູ່​ເຮືອນ​ດຽວ​ກັບ​ແມ່​ເຖົ້າ​ແລະ​ນ້ອງ​ຊາຍ​ຂອງ​ລາວ. (ມຣກ. 1:29-31) ລາວ​ເປັນ​ຊາວ​ປະມົງ​ຈາກ​ເບັດຊາອີດາ ເມືອງ​ໜຶ່ງ​ທີ່​ຢູ່​ທາງ​ເໜືອ​ຂອງ​ທະເລ​ຄາລີເລ. (ຢຮ. 1:44) ຕໍ່​ມາ​ເປໂຕ​ກໍ​ໄປ​ຢູ່​ໃນ​ເມືອງ​ກາເປນາອູມ​ທີ່​ຢູ່​ໃກ້​ໆ​ກັນ. (ລກ. 4:31, 38) ພະ​ເຢຊູ​ນັ່ງ​ໃນ​ເຮືອ​ຂອງ​ເປໂຕ​ຕອນ​ທີ່​ເພິ່ນ​ບັນຍາຍ​ໃຫ້​ຜູ້​ຄົນ​ທີ່​ຊຸມນຸມ​ກັນ​ຢູ່​ແຄມ​ຝັ່ງ​ທະເລ​ຄາລີເລ​ຟັງ. ທັນທີ​ຫຼັງ​ຈາກ​ນັ້ນ ເປໂຕ​ກໍ​ຢ່ອນ​ມອງ​ລົງ​ຈັບ​ປາ​ໄດ້​ຢ່າງ​ເປັນ​ຕາ​ງຶດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢຊູ. ເປໂຕ​ຄູ້​ເຂົ່າ​ລົງ​ດ້ວຍ​ຄວາມ​ຢ້ານ ແຕ່​ພະ​ເຢຊູ​ບອກ​ລາວ​ວ່າ: “ບໍ່​ຕ້ອງ​ຢ້ານ ຕໍ່​ໄປ​ນີ້​ເຈົ້າ​ຈະ​ເປັນ​ຜູ້​ຫາ​ຄົນ​ແທນ​ທີ່​ຈະ​ຫາ​ປາ.” (ລກ. 5:1-11) ເປໂຕ​ເຮັດ​ວຽກ​ຫາ​ປາ​ຮ່ວມ​ກັບ​ອັນເດອາ​ນ້ອງ​ຊາຍ​ຂອງ​ລາວ ແລະ​ຢາໂກໂບ​ກັບ​ໂຢຮັນ. ທັງ 4 ຄົນ​ໄດ້​ຖິ້ມ​ທຸລະກິດ​ຫາ​ປາ ແລະ​ຕອບ​ຮັບ​ຄຳ​ເຊີນ​ຂອງ​ພະ​ເຢຊູ​ທີ່​ໃຫ້​ຕິດຕາມ​ເພິ່ນ. (ມທ. 4:18-22; ມຣກ. 1:16-18) ປະມານ​ໜຶ່ງ​ປີ​ຕໍ່​ມາ ເປໂຕ​ເປັນ 1 ໃນ 12 ຄົນ​ທີ່​ພະ​ເຢຊູ​ເລືອກ​ໃຫ້​ເປັນ “ອັກຄະສາວົກ” ເຊິ່ງ​ໝາຍເຖິງ “ຜູ້​ຖືກ​ສົ່ງ​ອອກ​ໄປ.”—ມຣກ. 3:13-16

ພະ​ເຢຊູ​ເລືອກ​ເປໂຕ ຢາໂກໂບ ແລະ​ໂຢຮັນ​ໄປ​ກັບ​ເພິ່ນ​ໃນ​ໂອກາດ​ພິເສດ. ເຂົາ​ເຈົ້າ​ໄດ້​ເຫັນ​ການ​ປ່ຽນ​ຮູບ​ກາຍ​ຂອງ​ພະ​ເຢຊູ ໄດ້​ເຫັນ​ເພິ່ນ​ປຸກ​ລູກ​ສາວ​ຂອງ​ຢາອີໂຣ​ໃຫ້​ຄືນ​ມາ​ຈາກ​ຕາຍ ແລະ​ໄດ້​ຮ່ວມ​ທຸກ​ກັບ​ພະ​ເຢຊູ​ໃນ​ສວນ​ເຄັດເຊມາເນ. (ມທ. 17:1, 2; 26:36-46; 26:36-46; ມຣກ. 5:22-24, 35-42; ລກ. 22:39-46) ນອກ​ຈາກ​ນັ້ນ ອັກຄະສາວົກ 3 ຄົນ​ນີ້​ແລະ​ອັນເດອາ​ເປັນ​ຄົນ​ຖາມ​ພະ​ເຢຊູ​ກ່ຽວ​ກັບ​ສັນຍານ​ທີ່​ບອກ​ເຖິງ​ການ​ປະທັບ​ຂອງ​ເພິ່ນ.—ມຣກ. 13:1-4

ເປໂຕ​ເປັນ​ຄົນ​ກົງ​ໄປ​ກົງ​ມາ ດຸ​ໝັ່ນ ແລະ​ບາງ​ເທື່ອ​ກໍ​ເວົ້າ​ແບບ​ບໍ່​ຄິດ. ເບິ່ງ​ຄື​ວ່າ​ລາວ​ມັກ​ຈະ​ເວົ້າ​ກ່ອນ​ໝູ່. ປຶ້ມ​ຂ່າວ​ດີ​ທັງ 4 ເຫຼັ້ມ​ໄດ້​ບັນທຶກ​ຄຳ​ເວົ້າ​ຂອງ​ເປໂຕ​ຫຼາຍ​ກວ່າ​ຄຳ​ເວົ້າ​ຂອງ​ອັກຄະສາວົກ​ຄົນ​ອື່ນ​ໆ 11 ຄົນ​ລວມ​ກັນ. ເປໂຕ​ໄດ້​ຖາມ​ຄຳ​ຖາມ​ຕອນ​ທີ່​ຄົນ​ອື່ນ​ມິດ​ຢູ່. (ມທ. 15:15; 18:21; 19:27-29; ລກ. 12:41; ຢຮ. 13:36-38) ລາວ​ເປັນ​ຄົນ​ທີ່​ຄັດ​ຄ້ານ​ບໍ່​ຢາກ​ໃຫ້​ພະ​ເຢຊູ​ລ້າງ​ຕີນ ແຕ່​ຫຼັງ​ຈາກ​ໄດ້​ຮັບ​ການ​ວ່າ​ກ່າວ​ແລ້ວ ເປໂຕ​ກໍ​ຂໍ​ໃຫ້​ພະ​ເຢຊູ​ລ້າງ​ທັງ​ມື​ແລະ​ຫົວ​ຂອງ​ລາວ​ນຳ!—ຢຮ. 13:5-10

ເນື່ອງ​ຈາກ​ເປໂຕ​ຮັກ​ພະ​ເຢຊູ ລາວ​ຈຶ່ງ​ພະຍາຍາມ​ໂນ້ມນ້າວ​ພະ​ເຢຊູ​ວ່າ ເພິ່ນ​ຈະ​ບໍ່​ຕ້ອງ​ທົນ​ທຸກ​ແລະ​ຖືກ​ຂ້າ. ພະ​ເຢຊູ​ຈຶ່ງ​ວ່າ​ກ່າວ​ເປໂຕ​ຢ່າງ​ແຮງ​ຍ້ອນ​ລາວ​ມີ​ຄວາມ​ຄິດ​ທີ່​ຜິດ. (ມທ. 16:21-23) ໃນ​ຄືນ​ສຸດທ້າຍ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ ເປໂຕ​ໄດ້​ບອກ​ວ່າ ເຖິງ​ວ່າ​ອັກຄະສາວົກ​ຄົນ​ອື່ນ​ໆ​ຈະ​ຖິ້ມ​ພະ​ເຢຊູ​ໄປ ລາວ​ກໍ​ຈະ​ບໍ່​ມີ​ວັນ​ຖິ້ມ​ເພິ່ນ​ເລີຍ. ເມື່ອ​ສັດຕູ​ຂອງ​ພະ​ເຢຊູ​ມາ​ຈັບ​ເພິ່ນ ຄວາມ​ກ້າຫານ​ໄດ້​ກະຕຸ້ນ​ເປໂຕ​ໃຫ້​ຖອດ​ດາບ​ອອກ​ມາ​ປົກປ້ອງ​ເພິ່ນ ແລ້ວ​ເປໂຕ​ກໍ​ຕາມ​ພະ​ເຢຊູ​ເຂົ້າ​ໄປ​ໃນ​ເດີນ​ບ້ານ​ຂອງ​ປະໂລຫິດ​ໃຫຍ່. ແຕ່​ຫຼັງ​ຈາກ​ນັ້ນ​ບໍ່​ດົນ ເປໂຕ​ໄດ້​ປະຕິເສດ​ພະ​ເຢຊູ​ນາຍ​ຂອງ​ລາວ​ເຖິງ 3 ເທື່ອ ຈາກ​ນັ້ນ ເປໂຕ​ກໍ​ຮ້ອງໄຫ້​ດ້ວຍ​ຄວາມ​ເສຍໃຈ​ເມື່ອ​ຄິດ​ເຖິງ​ສິ່ງ​ທີ່​ຕົວເອງ​ເຮັດ.—ມທ. 26:31-35, 51, 52, 69-75

ບໍ່​ດົນ​ກ່ອນ​ພະ​ເຢຊູ​ມາ​ພົບ​ກັບ​ພວກ​ອັກຄະສາວົກ​ໃນ​ຄາລີເລ​ເປັນ​ເທື່ອ​ທຳອິດ​ຫຼັງ​ຈາກ​ທີ່​ເພິ່ນ​ຄືນ​ມາ​ຈາກ​ຕາຍ ເປໂຕ​ບອກ​ວ່າ ຈະ​ໄປ​ຫາ​ປາ ແລະ​ອັກຄະສາວົກ​ຄົນ​ອື່ນ​ໆ​ກໍ​ຕາມ​ລາວ​ໄປ. ເມື່ອ​ຮູ້​ວ່າ​ພະ​ເຢຊູ​ຢືນ​ຢູ່​ທີ່​ແຄມ​ຝັ່ງ ເປໂຕ​ກໍ​ໂດດ​ລົງ​ນ້ຳ​ທັນທີ​ແລ້ວ​ລອຍ​ນ້ຳ​ຂຶ້ນ​ຝັ່ງ. ຕອນ​ກິນ​ປາ​ທີ່​ພະ​ເຢຊູ​ເຮັດ​ເປັນ​ອາຫານ​ເຊົ້າ​ໃຫ້​ພວກ​ອັກຄະສາວົກ ພະ​ເຢຊູ​ຖາມ​ເປໂຕ​ວ່າ “ເຈົ້າ​ຮັກ​ຂ້ອຍ​ຫຼາຍ​ກວ່າ​ສິ່ງ​ເຫຼົ່າ​ນີ້​ບໍ?” ພະ​ເຢຊູ​ໃຊ້​ຄຳ​ຖາມ​ນີ້​ເພື່ອ​ກະຕຸ້ນ​ເປໂຕ​ໃຫ້​ຕິດຕາມ​ເພິ່ນ​ເຕັມ​ເວລາ​ແທນ​ທີ່​ຈະ​ທຸ່ມເທ​ຕົວ​ໃຫ້​ກັບ​ວຽກ​ອາຊີບ ເຊັ່ນ ທຸລະກິດ​ປະມົງ.—ຢຮ. 21:1-22

ປະມານ​ປີ 62-64 ເປໂຕ​ໄດ້​ປະກາດ​ຂ່າວ​ດີ​ຢູ່​ບາບີໂລນ ເຊິ່ງ​ເປັນ​ປະເທດ​ອີຣັກ​ໃນ​ສະໄໝ​ປັດຈຸບັນ. ຢູ່​ຫັ້ນ​ມີ​ຄົນ​ຢິວ​ຈຳນວນ​ຫຼາຍ. (1ປຕ. 5:13) ຢູ່​ບາບີໂລນ ເປໂຕ​ໄດ້​ຂຽນ​ຈົດໝາຍ​ທີ່​ມີ​ຂຶ້ນ​ໂດຍ​ການ​ດົນໃຈ​ສະບັບ​ທຳອິດ ແລະ​ອາດ​ຂຽນ​ສະບັບ​ທີ​ສອງ​ຢູ່​ນີ້​ນຳ ຈົດໝາຍ​ທັງ 2 ສະບັບ​ມີ​ຊື່​ເອີ້ນ​ຕາມ​ຊື່​ຂອງ​ລາວ. ພະ​ເຢຊູ​ໄດ້ “ໃຫ້​ອຳນາດ​ເປໂຕ​ເພື່ອ​ເປັນ​ອັກຄະສາວົກ​ໄປ​ຫາ​ຄົນ​ທີ່​ຮັບ​ສິນຕັດ.” (ຄລຕ. 2:8, 9) ເປໂຕ​ໄດ້​ເຮັດ​ໜ້າທີ່​ຂອງ​ລາວ​ຢ່າງ​ດຸ​ໝັ່ນ​ແລະ​ດ້ວຍ​ຄວາມ​ເຫັນອົກເຫັນໃຈ​ຄົນ​ອື່ນ.

ໂຢຮັນ—ລູກສິດ​ທີ່​ພະ​ເຢຊູ​ຮັກ

ອັກຄະສາວົກ​ໂຢຮັນ​ເປັນ​ລູກ​ຂອງ​ເຊເບດາຍ​ແລະ​ເປັນ​ນ້ອງ​ຊາຍ​ຂອງ​ອັກຄະສາວົກ​ຢາໂກໂບ. ເບິ່ງ​ຄື​ວ່າ​ແມ່​ຂອງ​ລາວ​ທີ່​ຊື່​ຊາໂລເມ​ອາດຈະ​ເປັນ​ນ້ອງ​ສາວ​ຂອງ​ມາຣີ​ແມ່​ຂອງ​ພະ​ເຢຊູ. (ມທ. 10:2; 27:55, 56; ມຣກ. 15:40; ລກ. 5:9, 10) ດັ່ງ​ນັ້ນ ໂຢຮັນ​ອາດຈະ​ເປັນ​ຍາດ​ພີ່​ນ້ອງ​ຄົນ​ໜຶ່ງ​ຂອງ​ພະ​ເຢຊູ. ຄອບຄົວ​ຂອງ​ໂຢຮັນ​ຄື​ຊິ​ລ່ຳ​ລວຍ​ເພາະ​ເຊເບດາຍ​ມີ​ທຸລະກິດ​ປະມົງ​ທີ່​ໃຫຍ່​ພໍ​ສົມຄວນ​ແລະ​ມີ​ລູກ​ຈ້າງ. (ມຣກ. 1:20) ຕອນ​ທີ່​ພະ​ເຢຊູ​ຢູ່​ຄາລີເລ ຊາໂລເມ​ໄດ້​ຕິດຕາມ​ເພິ່ນ​ໄປ​ເພື່ອ​ຈະ​ຮັບ​ໃຊ້​ເພິ່ນ ແລະ​ພາຍ​ຫຼັງ​ລາວ​ໄດ້​ເອົາ​ເຄື່ອງຫອມ​ມາ​ເພື່ອ​ກຽມ​ສຳລັບ​ການ​ຝັງ​ສົບ​ຂອງ​ພະ​ເຢຊູ. (ມຣກ. 16:1; ຢຮ. 19:40) ໂຢຮັນ​ໜ້າ​ຈະ​ມີ​ເຮືອນ​ເປັນ​ຂອງ​ໂຕເອງ.—ຢຮ. 19:26, 27

ອັກຄະສາວົກ​ເປໂຕ​ຖື​ກະຕ່າ​ໃສ່​ປາ.

ໂຢຮັນ​ຄື​ຊິ​ເປັນ​ລູກສິດ​ຂອງ​ໂຢຮັນ​ຜູ້​ໃຫ້​ບັບເຕມາ​ເຊິ່ງ​ຢືນ​ຢູ່​ກັບ​ອັນເດອາ​ຕອນ​ທີ່​ໂຢຮັນ​ຜູ້​ໃຫ້​ບັບເຕມາ​ແນມ​ໄປ​ເບິ່ງ​ພະ​ເຢຊູ​ແລະ​ເວົ້າ​ວ່າ: “ຫັ້ນ​ເດ້ ລູກ​ແກະ​ຂອງ​ພະເຈົ້າ!” (ຢຮ. 1:35, 36, 40) ເມື່ອ​ໄດ້​ຍິນ​ແນວ​ນັ້ນ ເບິ່ງ​ຄື​ວ່າ​ໂຢຮັນ​ລູກ​ຂອງ​ເຊເບດາຍ​ໄດ້​ຕິດຕາມ​ພະ​ເຢຊູ​ໄປ​ເມືອງ​ການາ ແລະ​ໄດ້​ເຫັນ​ການ​ອັດສະຈັນ​ເທື່ອ​ທຳອິດ​ຂອງ​ພະ​ເຢຊູ. (ຢຮ. 2:1-11) ການ​ທີ່​ໂຢຮັນ​ເວົ້າ​ເຖິງ​ລາຍລະອຽດ​ທີ່​ຈະ​ແຈ້ງ​ກ່ຽວ​ກັບ​ສິ່ງ​ທີ່​ພະ​ເຢຊູ​ເວົ້າ​ແລະ​ເຮັດ​ໃນ​ເມືອງ​ເຢຣູຊາເລັມ ຊາມາເຣຍ ແລະ​ຄາລີເລ ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ຜູ້​ຂຽນ​ປຶ້ມ​ຂ່າວ​ດີ​ຄົນ​ນີ້​ຄື​ຊິ​ຢູ່​ໃນ​ເຫດການ​ເຫຼົ່າ​ນີ້​ນຳ. ຕອນ​ທີ່​ພະ​ເຢຊູ​ເອີ້ນ​ໂຢຮັນ​ໃຫ້​ມາ​ຕິດຕາມ​ເພິ່ນ ໂຢຮັນ​ກໍ​ພ້ອມ​ຈະ​ຖິ້ມ​ມອງ ເຮືອ ແລະ​ອາຊີບ​ຂອງ​ລາວ​ຄື​ກັບ​ທີ່​ຢາໂກໂບ ເປໂຕ ແລະ​ອັນເດອາ​ເຮັດ. ນີ້​ເປັນ​ຫຼັກຖານ​ສະແດງ​ໃຫ້​ເຫັນ​ວ່າ​ໂຢຮັນ​ມີ​ຄວາມ​ເຊື່ອ.—ມທ. 4:18-22

ໃນ​ປຶ້ມ​ຂ່າວ​ດີ​ທັງ 4 ເຫຼັ້ມ ມີ​ການ​ເວົ້າ​ເຖິງ​ໂຢຮັນ​ໜ້ອຍ​ກວ່າ​ເປໂຕ ແຕ່​ເບິ່ງ​ຄື​ວ່າ​ໂຢຮັນ​ກໍ​ມີ​ຄວາມ​ກະຕືລືລົ້ນ​ຫຼາຍ​ຄື​ກັນ. ເຮົາ​ເຫັນ​ໄດ້​ຈາກ​ການ​ທີ່​ພະ​ເຢຊູ​ຕັ້ງ​ຊື່​ໃຫ້​ລາວ​ກັບ​ຢາໂກໂບ​ອ້າຍ​ຂອງ​ລາວ​ວ່າ ໂບອະເນເຄ​ເຊິ່ງ​ແປ​ວ່າ: “ລູກ​ຟ້າ​ຮ້ອງ.” (ມຣກ. 3:17) ໃນ​ຕອນ​ທຳອິດ​ໂຢຮັນ​ຢາກ​ເປັນ​ຄົນ​ເດັ່ນ ລາວ​ກັບ​ອ້າຍ​ເຖິງຂັ້ນ​ໃຫ້​ແມ່​ໄປ​ລົມ​ກັບ​ພະ​ເຢຊູ​ເພື່ອ​ຂໍ​ຕຳແໜ່ງ​ທີ່​ດີ​ທີ່​ສຸດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ. ເຖິງ​ນີ້​ຈະ​ເປັນ​ຄວາມ​ຕ້ອງ​ການ​ທີ່​ເຫັນແກ່ຕົວ ແຕ່​ກໍ​ເປັນ​ຫຼັກຖານ​ທີ່​ສະແດງ​ວ່າ​ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ມີ​ແທ້. ຄວາມ​ທະເຍີທະຍານ​ຂອງ​ພີ່​ນ້ອງ​ຄູ່​ນີ້​ເປີດ​ໂອກາດ​ໃຫ້​ພະ​ເຢຊູ​ຕັກ​ເຕືອນ​ອັກຄະສາວົກ​ທັງໝົດ​ວ່າ​ເຂົາ​ເຈົ້າ​ຕ້ອງ​ຖ່ອມຕົວ.—ມທ. 20:20-28

ໂຢຮັນ​ເປັນ​ຄົນ​ທີ່​ຂ້ອນ​ຂ້າງ​ໃຈ​ຮ້ອນ​ຫຼາຍ ເຊັ່ນ ລາວ​ໄດ້​ພະຍາຍາມ​ຂັດຂວາງ​ບໍ່​ໃຫ້​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ບໍ່​ໄດ້​ເປັນ​ລູກສິດ​ຂອງ​ພະ​ເຢຊູ​ຂັບ​ໄລ່​ປີສາດ​ໂດຍ​ໃຊ້​ຊື່​ຂອງ​ເພິ່ນ ແລະ​ຕອນ​ທີ່​ຜູ້​ຄົນ​ໃນ​ໝູ່​ບ້ານ​ໜຶ່ງ​ຂອງ​ຊາມາເຣຍ​ບໍ່​ຕ້ອນຮັບ​ພະ​ເຢຊູ​ແລະ​ພວກ​ລູກສິດ ລາວ​ພ້ອມ​ຈະ​ເອີ້ນ​ໄຟ​ລົງ​ມາ​ຈາກ​ຟ້າ​ເພື່ອ​ທຳລາຍ​ເຂົາ​ເຈົ້າ. ນີ້​ເຮັດ​ໃຫ້​ພະ​ເຢຊູ​ຕັກ​ເຕືອນ​ໂຢຮັນ. ເຫັນ​ໄດ້​ແຈ້ງ​ວ່າ ເມື່ອ​ເວລາ​ຜ່ານ​ໄປ ໂຢຮັນ​ໄດ້​ພະຍາຍາມ​ເປັນ​ຄົນ​ມີ​ເຫດຜົນ​ແລະ​ເມດຕາ​ຄົນ​ອື່ນ​ຫຼາຍ​ຂຶ້ນ​ເຊິ່ງ​ເບິ່ງ​ຄື​ວ່າ​ກ່ອນ​ໜ້າ​ນີ້​ລາວ​ບໍ່​ໄດ້​ເປັນ​ຄົນ​ແບບ​ນັ້ນ. (ລກ. 9:49-56) ເຖິງ​ວ່າ​ໂຢຮັນ​ຈະ​ມີ​ຂໍ້​ບົກ​ພ່ອງ ແຕ່​ລາວ​ກໍ​ເປັນ “ລູກສິດ​ຜູ້​ທີ່​ພະ​ເຢຊູ​ຮັກ.” ດັ່ງ​ນັ້ນ ຕອນ​ທີ່​ພະ​ເຢຊູ​ກຳລັງ​ຈະ​ເສຍ​ຊີວິດ ເພິ່ນ​ຈຶ່ງ​ຂໍ​ໃຫ້​ໂຢຮັນ​ເບິ່ງແຍງ​ມາຣີ​ແມ່​ຂອງ​ເພິ່ນ.—ຢຮ. 19:26, 27; 21:7, 20, 24

ໂຢຮັນ​ມີ​ຊີວິດ​ຢູ່​ດົນ​ກວ່າ​ອັກຄະສາວົກ​ຄົນ​ອື່ນ​ໆ​ຄື​ກັບ​ທີ່​ພະ​ເຢຊູ​ໄດ້​ພະຍາກອນ​ໄວ້. (ຢຮ. 21:20-22) ໂຢຮັນ​ຮັບ​ໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ເປັນ​ເວລາ​ປະມານ 70 ປີ. ຕອນ​ທີ່​ລາວ​ໃກ້​ຈະ​ເສຍ​ຊີວິດ​ໃນ​ຊ່ວງ​ທີ່​ຈັກກະພັດ​ໂຣມ​ທີ່​ຊື່​ໂດມິຊຽນ​ປົກຄອງ ລາວ​ຖືກ​ເນລະເທດ​ໄປ​ເກາະ​ປັດໂມ “ຍ້ອນ​ເວົ້າ​ເລື່ອງ​ພະເຈົ້າ​ແລະ​ປະກາດ​ເລື່ອງ​ພະ​ເຢຊູ.” ຕອນ​ຢູ່​ຫັ້ນ​ປະມານ​ປີ 96 ໂຢຮັນ​ໄດ້​ຮັບ​ນິມິດ​ເຊິ່ງ​ຂຽນ​ໄວ້​ໃນ​ປຶ້ມ​ພະນິມິດ. (ພນມ. 1:1, 2, 9) ຕາມ​ທີ່​ເລົ່າ​ສືບ​ຕໍ່​ກັນ​ມາ ໂຢຮັນ​ໄດ້​ໄປ​ຢູ່​ເມືອງ​ເອເຟໂຊ​ຫຼັງ​ຈາກ​ທີ່​ຖືກ​ປ່ອຍ​ຕົວ ແລະ​ຢູ່​ຫັ້ນ​ລາວ​ໄດ້​ຂຽນ​ປຶ້ມ​ຂ່າວ​ດີ​ເຊິ່ງ​ເອີ້ນ​ຕາມ​ຊື່​ຂອງ​ລາວ​ລວມ​ທັງ​ຈົດໝາຍ​ເຊິ່ງ​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ 1, 2 ແລະ 3 ໂຢຮັນ. ໂຢຮັນ​ເສຍ​ຊີວິດ​ໃນ​ເມືອງ​ເອເຟໂຊ​ປະມານ​ປີ 100.

a ມີ​ການ​ອະທິດຖານ​ຢູ່​ວິຫານ​ພ້ອມ​ກັບ​ການ​ຖວາຍ​ເຄື່ອງ​ບູຊາ​ຕອນ​ເຊົ້າ​ແລະ​ຕອນ​ແລງ. ການ​ຖວາຍ​ເຄື່ອງ​ບູຊາ​ຕອນ​ແລງ​ຈະ​ເຮັດ​ປະມານ​ບ່າຍ​ສາມ​ໂມງ.

b ເບິ່ງ​ຂອບ “ເປໂຕ—ຈາກ​ຊາວ​ປະມົງ​ມາ​ເປັນ​ອັກຄະສາວົກ​ທີ່​ດຸ​ໝັ່ນ” ແລະ “ໂຢຮັນ—ລູກສິດ​ທີ່​ພະ​ເຢຊູ​ຮັກ”

c ເບິ່ງ​ຂອບ “ປະໂລຫິດ​ໃຫຍ່​ແລະ​ພວກ​ຫົວໜ້າ​ປະໂລຫິດ”

d ໃນ​ເມືອງ​ເຢຣູຊາເລັມ​ປີ 33 ອາດຈະ​ມີ​ພວກ​ຟາຣິຊາຍ​ປະມານ 6.000 ຄົນ​ແລະ​ພວກ​ຊາດູກາຍ​ກໍ​ອາດຈະ​ມີ​ຈຳນວນ​ໜ້ອຍ​ກວ່າ​ນັ້ນ. ຄົນ​ທັງ​ສອງ​ກຸ່ມ​ນີ້​ຢາກ​ຮັກສາ​ອຳນາດ​ທີ່​ເຂົາ​ເຈົ້າ​ມີ ເຂົາ​ເຈົ້າ​ຈຶ່ງ​ບໍ່​ມັກ​ໃຫ້​ພວກ​ລູກສິດ​ປະກາດ​ຄຳ​ສອນ​ຂອງ​ພະ​ເຢຊູ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌